Genesis 31

Genesis 31:1

ຂະນະນັ້ນ

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງຫລັກ. ໃນນີ້ນັກຂຽນເລີ່ມບອກພາກສ່ວນໃຫມ່ຂອງບົດເລື່ອງ.

ຢາໂຄບ​ໄດ້ຍິນ​ຖ້ອຍຄຳຂອງພວກ​ລູກຊາຍ​ຂອງ​ລາບານ

ໃນນີ້ຄຳວ່າ "ຖ້ອຍຄຳ" ຫມາຍເຖິງສິ່ງທີ່ພວກເຂົາກຳລັງເວົ້າ. ອາດແປໄດ້ອີກວ່າ: "ຢາໂຄບໄດ້ຍິນວ່າລູກຊາຍຂອງລາບານກຳລັງເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຢາໂຄບ​ໄດ້​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ

ພວກລູກຊາຍຂອງລາບານໄດ້ເວົ້າເກີນຄວາມຈິງ ເພາະວ່າພວກເຂົາໃຈຮ້າຍ. ອາດແປໄດ້ອີກວ່າ: "ທຸກສິ່ງທີ່ຢາໂຄບໄດ້ຄອບຄອງແມ່ນເປັນຂອງພໍ່ຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hyperbole)

ຢາໂຄບໄດ້​ເຫັນ​ທ່າທີ​ຂອງ​ລາບານ.​ ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່​ມີ​ຕໍ່​ຕົນ​ນັ້ນ​ໄດ້ປ່ຽນແປງໄປ

ປະໂຫຍກທັງສອງນີ້ມີຄວາມຫມາຍຄືກັນໂດຍພື້ນຖານ. ຂໍ້ທີສອງອະທິບາຍເຖິງຮູບລັກສະນະທີ່ຢາໂຄບເຫັນຢູ່ເທິງໃບຫນ້າຂອງລາບານ. ອາດແປໄດ້ອີກວ່າ: "ຢາໂຄບໄດ້ສັງເກດເຫັນວ່າ ລາບານບໍ່ພໍໃຈກັບລາວອີກຕໍ່ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ບັນພະບຸຣຸດຂອງເຈົ້າ

"ອີຊາກພໍ່ຂອງເຈົ້າ ແລະ ອັບຣາຮາມພໍ່ຕູ້ຂອງເຈົ້າ"

Genesis 31:4

ຢາໂຄບ​ໄດ້ໃຫ້​ຄົນ​ໄປ ​ແລະ ເອີ້ນຫາ​ນາງ​ຣາເຊັນ ແລະ ​ນາງ​ເລອາໃຫ້​ໄປຍັງ​ທ້ອງ​ທົ່ງ​ໄປທີ່ຝູງ​ສັດ

"ຢາໂຄບ​ໄດ້ສົ່ງ​ນາງ​ຣາເຊັນ ແລະ ​ນາງ​ເລອາໃຫ້​ໄປຍັງ​ທ້ອງ​ທົ່ງ​ບ່ອນລ້ຽງສັດເພື່ອໄປພົບລາວ.

​ໄປຍັງ​ທ້ອງ​ທົ່ງ​ໄປທີ່ຝູງ​ສັດ ແລະ​ ເວົ້າ​ກັບ​ພວກເຂົາ​ວ່າ

ປະໂຫຍກນີ້ສາມາດຖືກກ່າວເປັນສອງປະໂຫຍກສັ້ນກວ່າ. ອາດແປໄດ້ອີກວ່າ: "ຢູ່ທີ່ຝູງແກະຂອງລາວ. ລາວໄດ້ບອກພວກເຂົາໃຫ້ໄປພົບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-sentences)

ຂ້ອຍ​ໄດ້​ເຫັນ​ວ່າ​ພໍ່​ຂອງ​ພວກ​ເຈົ້າທີ່ມີຕໍ່ຂ້ອຍໄດ້ປ່ຽນແປງໄປ

ຂ້ອຍ​ໄດ້ສັງເກດ​ເຫັນ​ວ່າ​ພໍ່​ຂອງ​ພວກ​ເຈົ້າບໍ່ໄດ້ມີຄວາມຮັກກັບຂ້ອຍອີກຕໍ່ໄປ

ພວກ​ເຈົ້າກໍ​ຮູ້​ແລ້ວ​ວ່າມັນເປັນພອນກຳລັງທັງຫມົດຂອງຂ້ອຍທີ່ຂ້ອຍໄດ້​ຮັບໃຊ້ພໍ່​ຂອງ​ພວກເຈົ້າ.

ຄຳວ່າ “ເຈົ້າ” ທີ່ນີ້ຫມາຍເຖິງທັງຣາເຊັນ ແລະ ເລອາ. ເປັນການເພີ່ມຈຸດເນັ້ນຫນັກ. ອາດແປໄດ້ອີກວ່າ: "ເຈົ້າເອງຮູ້ວ່າຂ້ອຍໄດ້ຮັບໃຊ້ພໍ່ຂອງເຈົ້າດ້ວຍສຸດກຳລັງຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

Genesis 31:7

ໄດ້ຫລອກລວງຂ້ອຍ

"ໄດ້ຕົວະຂ້ອຍ" ຫລື "ບໍ່ໄດ້ປະຕິບັດຕໍ່ຂ້ອຍຢ່າງຍຸຕິທັມ"

ຄ່າຈ້າງ​ຂອງ​ຂ້ອຍ

"ສິ່ງທີ່ລາວບອກວ່າຈະຈ່າຍໃຫ້​ຂ້ອຍ"

ທຳຮ້າຍ​ຂ້ອຍ​

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໄພອັນຕະລາຍທາງຮ່າງກາຍ ຫລື 2) ທີ່ຈະເຮັດໃຫ້ຢາໂຄບປະສົບກັບຄວາມຫຍຸ້ງຍາກໃນທາງໃດທາງຫນຶ່ງ.

ສັດຕົວທີ່ດ່າງ

"ສັດທີ່ມີຈຸດດ່າງ"

ເກີດລູກ

"ສັດທີ່ເກີດລູກອອກມາ"

ໃຫ້ລູກເປັນລາຍ

"ສັດທີ່ມີເສັ້ນດ່າງ"

ດ້ວຍວິທີການນີ້ພຣະເຈົ້າ​ໄດ້​ນຳເອົາ​ຝູງສັດລ້ຽງ​ຂອງ​ພໍ່​ພວກ​ເຈົ້າ ແລະ ໄດ້ມອບພວກມັນໃຫ້ແກ່ຂ້ອຍ

"ນີ້ແມ່ນວິທີທີ່ພຣະເຈົ້າໄດ້ມອບສັດຂອງພໍ່ຂອງເຈົ້າໃຫ້ຂ້ອຍ"

Genesis 31:10

ຂໍ້ມູນທົ່ວໄປ:

"ຢາໂຄບສືບຕໍ່ເລົ່າເລື່ອງລາວໃຫ້ເມຍຂອງລາວ ເລອາ ແລະຣາເຊັນ.

ໃນ​ລະດູ​ປະສົມພັນ​​ສັດ

"ໃນ​ລະຫວ່າງລະດູ​ປະສົມພັນ​​ສັດ"

ກຳລັງ​ປະສົມພັນ​ກັບຝູງສັດນັ້ນ

ໃນນີ້ຄຳວ່າ “ຝູງ” ຫມາຍເຖິງແບ້ເພດແມ່. ອາດແປໄດ້ອີກວ່າ: "ການຫາຄູ່ກັບແບ້ເພດແມ່ຂອງຝູງສັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເປັນ​ແບ້ລາຍ, ແບ້ດ່າງ, ແລະແບ້ມີຈຸດ

"ໂຕ​ແບ້ທີ່ມີລາຍ, ດ່າງ, ແລະມີຈຸດ"

ທູດສະຫວັນຂອງ​ພຣະເຈົ້າ​

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ພຣະເຈົ້າໄດ້ປະກົດຕົວໃນຖານະເປັນຜູ້ຊາຍ ຫລື 2) ເປັນຫນຶ່ງໃນທູດຂອງພຣະເຈົ້າໄດ້ມາປະກົດຕົວ. ເນື່ອງຈາກວ່າວະລີນີ້ບໍ່ຊັດເຈນ, ດີທີ່ສຸດທີ່ຈະແປເປັນ "ທູດຂອງພຣະເຈົ້າ," ໂດຍໃຊ້ຄຳທຳມະດາທີ່ພາສາຂອງທ່ານໃຊ້ສຳລັບ "ເທວະດາ."

ຂ້ອຍ​ຕອບ​ວ່າ

"ແລະຂ້ອຍໄດ້​ຕອບ​"

ຂ້ານ້ອຍ​ຢູ່​ທີ່​ນີ້

"ແມ່ນແລ້ວ, ຂ້ານ້ອຍກຳລັງຟັງ" ຫລື "ແມ່ນແລ້ວ, ພຣະອົງມີຫຍັງ?" ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22:1.

Genesis 31:12

ຂໍ້ມູນທົ່ວໄປ:

ທູດຂອງພຣະຜູ້ເປັນເຈົ້າສືບຕໍ່ເວົ້າກັບຢາໂຄບ. (ເບິ່ງເພີ່ມເຕີມ: GEN 31:10)

ຈົ່ງ​ເງ​ີຍຫນ​້າ

ນີ້ແມ່ນວິທີການເວົ້າວ່າ "ເບິ່ງໄປ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ທີ່​ກຳລັງປະສົມພັນໃນ​ຝູງສັດນັ້ນ

ໃນນີ້ຄຳວ່າ “ຝູງ” ຫມາຍເຖິງແບ້ເພດແມ່. ອາດແປໄດ້ອີກວ່: "ການຫາຄູ່ກັບແບ້ເພດແມ່ຂອງຝູງສັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເປັນແບ້ລາຍ​,ແບ້​ດ່າງ, ແລະ ​ແບ້ມີຈຸດ

"ໂຕ​ແບ້ທີ່ມີລາຍ, ດ່າງ, ແລະມີຈຸດ"

ທີ່ຊຶ່ງ​ເຈົ້າ​ໄດ້​ເຈີມເສົາ​ຫີນຕົ້ນຫນຶ່ງ

ຢາໂຄບໄດ້ຖອກນໍ້າມັນໃສ່ເສົາ ເພື່ອອຸທິດຖວາຍແກ່ພຣະເຈົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ແຜ່ນດິນເກີດຂອງ​ເຈົ້າ

"ແຜ່ນດິນທີ່ເຈົ້າເກີດ"

Genesis 31:14

ຣາເຊັນ ແລະ​​ເລອາ​ໄດ້ຕອບ ແລະເວົ້າກັບ​ເພິ່ນ​ວ່າ

ນີ້ບໍ່ໄດ້ຫມາຍຄວາມວ່າພວກເຂົາເວົ້າໃນເວລາດຽວກັນ. ແຕ່ມັນເນັ້ນເຖິງວ່າພວກເຂົາໄດ້ຕົກລົງກັນ.

ຍັງ​ຈະມີສ່ວນໃດ ຫລືມໍຣະດົກ​​ເຫລືອ​ສຳລັບພວກເຮົາໃນບ້ານຂອງພໍ່​ອີກບໍ?

ຣາເຊັນ ແລະ ເລອາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ພໍ່ຂອງພວກເຂົາບໍ່ໄດ້ປະຫຍັງໄວ້ໃຫ້ພວກເຂົາເລີຍ. ອາດແປໄດ້ອີກວ່າ: "ມັນບໍ່ມີຫຍັງເຫລືອໄວ້ສຳລັບພວກເຮົາທີ່ຈະສືບທອດ ຈາກພໍ່ຂອງພວກເຮົາ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເພິ່ນ​ບໍ່ໄດ້ເຮັດກັບເຮົາ​ຄື​ຄົນຕ່າງຊາດບໍ?

ພວກເຂົາໃຊ້ຄຳຖາມເພື່ອສະແດງຄວາມໂກດແຄ້ນຂອງພວກເຂົາກ່ຽວກັບວິທີທີ່ພໍ່ຂອງພວກເຂົາປະຕິບັດກັບພວກເຂົາ. ປະໂຫຍກນີ້ຍັງສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພໍ່ຂອງພວກເຮົາປະຕິບັດກັບພວກເຮົາ ຄືກັບແມ່ຍິງຕ່າງຊາດແທນທີ່ຈະປະຕິບັດເຫມືອນກັບເປັນລູກສາວ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion ແລະ /WA-Catalog/lo_tm?section=translate#figs-activepassive)

ເພາະເພິ່ນໄດ້​ຂາຍ​ເຮົາ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນກວ່າ. ອາດແປໄດ້ອີກວ່າ: "ລາວໄດ້ຂາຍພວກເຮົາ ເພື່ອຜົນປະໂຫຍດຂອງຕົນເອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ

ລາບານໃຊ້ເງິນຈົນຫມົດກ້ຽງ ເງິນທີ່ລາວຄວນຈະເອົາໃຫ້ແກ່ລູກສາວຂອງລາວເວົ້າປຽບທຽບຕົວລາບານ ເປັນເຫມືອນກັບສັດຮ້າຍທີ່ກັດກິນເງິນນັ້ນເປັນເຫມືອນອາຫານ. ອາດແປໄດ້ອີກວ່າ: "ລາວໄດ້ໃຊ້ເງິນຂອງພວກເຮົາຫມົດສິ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ດຽວນີ້ມັນເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ

"ເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ"

ບັດນີ້

ໃນນີ້ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອເນັ້ນຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ທ່ານຈົ່ງ​ເຮັດ​ໃນສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ

"ຈົ່ງ​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ"

Genesis 31:17

ລູກຊາຍທັງຫລາຍຂອງເຂົາ

ຍາໂຄບເອົາລູກທັງຫມົດຂອງຕົນ. ມັນຖືກກ່າວເຖິງພວກລູກຊາຍເພາະວ່າ ພວກເຂົາເປັນຕົວລະຄອນສຳຄັນ ເຊິ່ງເປັນຜູ້ຮັບມໍລະດົກຂອງລາວ. ອາດແປໄດ້ອີກວ່າ: "ບັນດາລູກຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຂົາໄດ້ໄລ່ຕ້ອນຝູງສັດທັງຫມົດຂອງເຂົາ

"ລາວໄດ້ໄລ່ງົວທັງຫມົດຂອງລາວ." ໃນນີ້ຄຳວ່າ “ຝູງສັດ” ແມ່ນຫມາຍເຖິງສັດລ້ຽງລູກທັງຫມົດຂອງລາວ.

ພ້ອມກັບຊັບສິນທັງຫມົດຂອງເຂົາ,ລວມທັງຝູງສັດທີ່ເຂົາຫາມາໄດ້ໃນປັດດານອາຣຳ

"ແລະ ລວມທັງຝູງສັດອື່ນໆ ທີ່ລາວເປັນເຈົ້າຂອງ ຊຶ່ງທີ່ລາວຫາມາໄດ້ໃນປັດດານອາຣຳ"

ຈາກນັ້ນເຂົາໄດ້ອອກ​ເດີນທາງ​ເພື່ອໄປຫາອີຊາກພໍ່​ຂອງເຂົາໃນແຜ່ນການາອານ.

"ລາວໄດ້ໄປເຖິງແຜ່ນດິນການາອານ ບ່ອນທີ່ອີຊາກພໍ່ຂອງລາວອາໄສຢູ່"

Genesis 31:19

ເມື່ອລາບານ​ອອກ​ໄປ​ຕັດ​ຂົນແກະຂອງເຂົາ

"ເມື່ອລາບານ​ອອກ​ໄປ​ຕັດ​ຂົນແກະຂອງເຂົາ"

ຂ້າມ​ແມ່ນໍ້າ

ນີ້ຫມາຍເຖິງແມ່ນໍ້າເອີຟາດ

ມຸ່ງຫນ້າ​ໄປ

"ເດີນທາງໄປ"

ດິນແດນ​ເນີນພູ​ກີເລອາດ

"ພູເຂົາກີເລອາດ" ຫລື "ພູກີເລອາດ"

Genesis 31:22

ໃນວັນທີສາມ

ມັນແມ່ນປະເພນີຂອງຊາວຢິວທີ່ຈະນັບມື້ທີ່ໄດ້ອອກເດີນທາງເປັນມື້ຫນຶ່ງ. ອາດແປໄດ້ອີກວ່າ: "ສອງມື້ຫລັງພາຍຫລັງທີ່ພວກເຂົາໄດ້ອອກໄປ"

ລາບານ​ໄດ້ຮັບການບອກເລົ່າ​ວ່າ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ມີຄົນບອກລາບານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

​ຢາໂຄບ​ໄດ້​ຫນີໄປ​ແລ້ວ

ມີພຽງແຕ່ຢາໂຄບເທົ່ານັ້ນທີ່ຖືກກ່າວເຖິງ ເພາະວ່າລາວເປັນຜູ້ນຳໃນຄອບຄົວ. ມັນສາມາດເວົ້າໄດ້ຊັດເຈນວ່າຄອບຄົວຂອງລາວໄດ້ໄປນຳລາວ. ອາດແປໄດ້ອີກວ່າ: "ຢາໂຄບໄດ້ຫນີ ໄປພ້ອມເມຍ ແລະ ລູກຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ດັ່ງນັ້ນ ເພິ່ນ​ໄດ້ນຳ

"ດັ່ງນັ້ນ ລາບານ​ໄດ້ນຳ"

ແລະເດີນທາງໄລ່​ຕາມ​​ເຂົາ

"ແລະເດີນທາງໄລ່​ຕາມ​​ຢາໂຄບ"

​ເປັນ​ເວລາ​ເຈັດ​ວັນ

ລາບານໃຊ້ເວລາ​ເຈັດ​ວັນ ເພື່ອໄລ່ຢາໂຄບທັນ.

ເພິ່ນໄດ້ຕາມມາທັນ​ຢາໂຄບ

"ລາບານໄດ້ນຳ​ຢາໂຄບທັນ"

Genesis 31:24

ຂະນະ​ນັ້ນ ພຣະເຈົ້າ​ໄດ້​ສະເດັດມາຫາລາບານຊາວອາຣຳ​ໃນ​ຄວາມຝັນໃນຕອນກາງຄືນ

ຄຳວ່າ "ຂະນະນັ້ນ" ແມ່ນໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າ ໄປສູ່ຂໍ້ມູນພື້ນຖານກ່ຽວກັບລາບານ. ອາດແປໄດ້ອີກວ່າ: "ຄືນນັ້ນພຣະເຈົ້າໄດ້ມາຫາ ລາບານທາງຄວາມຝັນ" (ເບິ່ງເພີ່ມເຕີມ: ການຂຽນຫລັງ)

ຈົ່ງ​ລະວັງ ທີ່ເຈົ້າ​ຈະເວົ້າກັບ​ຢາໂຄບ​ບໍ່ວ່າດີ ຫລືຮ້າຍ

ວະລີທີ່ວ່າ "ທັງບໍ່ດີ ຫລື ບໍ່ດີ" ຖືກໃຊ້ຮ່ວມກັນເພື່ອຫມາຍຄວາມວ່າ "ສິ່ງໃດສິ່ງຫນຶ່ງ." ອາດແປໄດ້ອີກວ່າ: "ຢ່າເວົ້າຫຍັງທີ່ຈະພະຍາຍາມຢຸດຢັ້ງຈາກຢາໂຄບບໍ່ໃຫ້ອອກໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

ລາບານໄດ້ໄລ່ມາທັນຢາໂຄບ.ຂະນະທີ່ຢາໂຄບ​ຕັ້ງ​ເຕັນຂອງເຂົາໃນດິນແດນເທິງ​ເນີນພູເຊັ່ນ​ກັນ. ລາບານ​ກໍ​ໄດ້​ຕັ້ງ​ເຕັນກັບພວກຍາຕຂອງເພິ່ນໃນດິນແດນ​ເນີນພູ​ກີເລອາດ.

ຄຳວ່າ "ຂະນະທີ່" ແມ່ນໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງ ຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບຢາໂຄບ ແລະ ລາບານ. ອາດແປໄດ້ອີກວ່າ: "ເມື່ອລາບານໄລ່ຢາໂຄບທັນແລ້ວ, ຢາໂຄບໄດ້ຕັ້ງຄ້າຍຕັ້ງແຄ້ມຢູ່ໃນເຂດເນີນພູ, ຫລັງຈາກນັ້ນລາບານ ແລະ ຍາດພີ່ນ້ອງຂອງລາວກໍ່ໄດ້ໄປຕັ້ງຄ້າຍຢູ່ໃນເຂດພູກີເລອາດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

Genesis 31:26

ພາ​ພວກລູກສາວ​ຂອງເຮົາ​ຫນີມາ​ເຫມືອນ​ດັ່ງ​ຍິງ​ຊະເລີຍເສິກ

ລາບານເວົ້າກ່ຽວກັບຢາໂຄບທີ່ພາຄອບຄົວຂອງລາວກັບຄືນໄປແຜ່ນດິນການາອານ ຄືກັບວ່າຢາໂຄບໄດ້ຈັບພວກນັກໂທດ ພາຍຫລັງການສູ້ຮົບ ແລະ ກຳລັງບັງຄັບໃຫ້ພວກເຂົາຕ້ອງໄປກັບລາວ. ລາບານເວົ້າເກີນຄວາມຈິງເພາະວ່າລາວໃຈຮ້າຍ ແລະ ພະຍາຍາມສະແດງໃຫ້ຢາໂຄບຮູ້ສຶກຜິດຕໍ່ສິ່ງທີ່ລາວໄດ້ເຮັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile ແລະ /WA-Catalog/lo_tm?section=translate#figs-hyperbole)

ຈຶ່ງ​ຫນີ​ມາ​ແບບ​ລັບໆ

​"ຫນີ​ແບບ​ລັບໆ"

ດ້ວຍ​ການລຽ້ງສະຫລອງ

"ດ້ວຍຄວາມຍິນດີ"

ດ້ວຍລຳມະນາດ ແລະ​ພິນເຂົາຄູ່

ເຫລົ່ານີ້ເປັນເຄື່ອງດົນຕີສຳລັບບັນເລງເພັງ. ອາດແປໄດ້ອີກວ່າ: "ແລະດ້ວຍສຽງເພັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ລຳມະນາດ

ເຄື່ອງດົນຕີທີ່ມີຫົວຄ້າຍຄືກອງທີ່ສາມາດຕີ ແລະ ຫຸ້ມດ້ວຍໂລຫະອ້ອມຮອບຂ້າງ ທີ່ມີສຽງດັງເມື່ອເຄື່ອງດົນຕີສັ່ນ (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

​ໃຫ້​ເຮົາ​ຈູບ​ລາ​​ຫລານທັງຫລາຍຂອງເຮົາ

ໃນນີ້ຄຳວ່າ "ຫລານຊາຍ" ຈະລວມບັນຫລານທັງຫມົດບໍ່ວ່າຍິງ ຫລື ຊາຍ. ອາດແປໄດ້ອີກວ່າ: "ຈູບຫລານຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-gendernotations)

ບັດນີ້ເຈົ້າ​ໄດ້​ເຮັດ​ໃນສິ່ງທີ່ໂງ່ໆ​ເຊັ່ນນີ້

"ເຈົ້າ​ໄດ້​ເຮັດ​ໃນສິ່ງທີ່ໂງ່ຈ້າແທ້ໆ"

ບັດນີ້

ນີ້ບໍ່ໄດ້ຫມາຍຄວາມວ່າ "ໃນປະຈຸບັນນີ້," ແຕ່ຖືກນຳໃຊ້ເພື່ອເນັ້ນຈຸດສຳຄັນທີ່ຕິດຕາມມາ.

Genesis 31:29

ມັນເປັນອຳນາດຂອງເຮົາ​ທີ່​ຈະ​ທຳຮ້າຍ​ເຈົ້າ

ຄຳວ່າ "ເຈົ້າ" ແມ່ນຫມາຍເຖິງຈຳນວນຫລາຍ ແລະຫມາຍ ເຖິງທຸກຄົນທີ່ຢູ່ກັບຢາໂຄບ. ອາດແປໄດ້ອີກວ່າ: "ຂ້ອຍມີຄົນພຽງພໍກັບຂ້ອຍທີ່ຈະທຳຮ້າຍພວກເຈົ້າທຸກໆ ຄົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ຈົ່ງລະວັງທີ່ເຈົ້າຈະເວົ້າກັບຢາໂຄບບໍ່​ວ່າຈະດີຫລືຮ້າຍ

ຄຳເວົ້າທີ່ວ່າ "ທັງບໍ່ດີ ຫລື ບໍ່ດີ" ຖືກໃຊ້ຮ່ວມກັນເພື່ອຫມາຍຄວາມວ່າ "ສິ່ງໃດສິ່ງຫນຶ່ງ." ອາດແປໄດ້ອີກວ່າ: "ຢ່າເວົ້າຫຍັງທີ່ຈະພະຍາຍາມຢຸດຢັ້ງຈາກຢາໂຄບບໍ່ໃຫ້ອອກໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

ເຈົ້າ​ໄດ້ຫນີອອກມາ

ຄຳວ່າ “ເຈົ້າ” ໃນນີ້ແມ່ນຄຳນາມ ແລະຫມາຍເຖິງຢາໂຄບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ກັບ​ໄປຍັງບ້ານ​ຂອງພໍ່ເຈົ້າ

ໃນນີ້ຄຳວ່າ "ບ້ານ" ແມ່ນຫມາຍເຖິງຄອບຄົວ. ອາດແປໄດ້ອີກວ່າ: "ກັບຄືນບ້ານເຮືອນກັບພໍ່ຂອງເຈົ້າ ແລະ ທຸກຄົນໃນຄອບຄົວຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພວກພະຂອງເຮົາ​ມາ

"ຮູບເຄົາລົບຂອງຂ້ອຍ"

Genesis 31:31

ເພາະວ່າຂ້ອຍ​​ຢ້ານ​ ແລະ​ຄິດ​ວ່າ​ທ່ານຈະ​ໃຊ້ກຳລັງບີບບັງຄັບເອົາ​ລູກສາວ​ທັງຫລາຍຂອງ​ທ່ານ ໄປຈາກຂ້ອຍດັ່ງນັ້ນຂ້ອຍຈິ່ງອອກມາຢ່າງລັບໆ

"ຂ້ອຍລົບຫນີຢ່າງລັບໆ ເພາະຂ້ອຍຢ້ານເຈົ້າຈະບັງຄັບລູກສາວຂອງເຈົ້າໃຫ້ຫນີໄປຈາກຂ້ອຍ"

ໃຜກໍຕາມທີ່ລັກພວກພະຂອງທ່ານມາ.ຈະບໍ່ມີຊີວິດຢູ່ອີກຕໍ່ໄປ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ພວກເຮົາຈະຂ້າທຸກຄົນທີ່ລັກເອົາພະເຈົ້າຂອງພວກເຈົ້າໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-litotes)

ຕໍ່ຫນ້າຍາດພີ່ນ້ອງທັງຫລາຍຂອງເຮົາ

ຄຳວ່າ "ພວກເຮົາ" ຫມາຍເຖິງຍາດພີ່ນ້ອງຂອງຢາໂຄບ ແລະລວມມີຍາດພີ່ນ້ອງຂອງລາບານ. ພີ່ນ້ອງທຸກຄົນຈະເປັນພະຍານເພື່ອໃຫ້ແນ່ໃຈວ່າທຸກຢ່າງມີຄວາມຍຸຕິທັມ ແລະຊື່ສັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ຈົ່ງ​ພິຈາລະນາວ່າອັນໃດທີ່ຢູ່ກັບຂ້ອຍ, ແລະເປັນ​ຂອງ​ທ່າ​ນ ແລະນ​ຳໄປເຖີດ

"ຈົ່ງ​ເບິ່ງວ່າອັນໃດທີ່ຢູ່ກັບຂ້ອຍທີ່ເປັນ​ຂອງ​ທ່າ​ນ ແລະ ເອົາມັນກັບໄປເຖີດ"

ເພາະວ່າ ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ພວກມັນ​ມາ​ນຳ

ສິ່ງນີ້ປ່ຽນຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບຢາໂຄບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

Genesis 31:33

ຍິງຮັບໃຊ້​ທັງສອງ

ນີ້ຫມາຍເຖິງຊີລະປາ ແລະ ບິນຮານ

​ເພິ່ນບໍ່​ໄດ້ພົບ​ພວກມັນ

"​ເພິ່ນບໍ່​ໄດ້ພົບ​ຮູບເຄົາລົບຂອງເພິ່ນ"

Genesis 31:34

ຂະນະນັ້ນ​ຣາເຊັນ​.....ທັບພວກມັນໄວ້

ຄຳວ່າ "ຂະນະນັ້ນ" ແມ່ນໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບນາງຣາເຊັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

​ນັ່ງ​ທັບ

ບ່ອນນັ່ງທີ່ຢູ່ທາງຫລັງຂອງສັດ ເພື່ອໃຫ້ຄົນສາມາດຂີ່ໄດ້

ເຈົ້ານາຍຂອງຂ້ອຍ

ການເອີ້ນໃຜບາງຄົນວ່າ "ເຈົ້ານາຍຂອງຂ້ອຍ" ແມ່ນວິທີການໃຫ້ກຽດແກ່ພວກເຂົາ.

​ຂ້ອຍບໍ່​ສາມາດ​ລຸກ​ຢືນ​ຕໍ່ຫນ້າທ່ານໄດ້

"ເພາະວ່າຂ້ອຍບໍ່ສາມາດຢືນຢູ່ຕໍ່ຫນ້າເຈົ້າ"

ເພາະຂ້ອຍກຳລັງຢູ່ໃນຊ່ວງເວລາຂອງຂ້ອຍ

ນີ້ຫມາຍເຖິງຊ່ວງເວລາຂອງເດືອນທີ່ແມ່ຍິງມີເລືອດອອກມາຈາກມົດລູກຂອງນາງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

Genesis 31:36

ເຂົາໄດ້ເວົ້າກັບເພິ່ນວ່າ

"ຢາໂຄບໄດ້ເວົ້າກັບລາບານ"

ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຄວາມບາບຂອງຂ້ອຍ​ຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ?

ວະລີທີ່ວ່າ "ຄວາມຜິດຂອງຂ້ອຍແມ່ນຫຍັງ" ແລະ "ບາບຂອງຂ້ອຍແມ່ນຫຍັງ" ຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ຍາໂຄບກຳລັງຂໍໃຫ້ລາບານ ຊີ້ໃຫ້ລາວຮູ້ວ່າລາວໄດ້ເຮັດສິ່ງທີ່ບໍ່ຖືກຕ້ອງ. ອາດຈະແປໄດ້ອິກວ່າ: "ຂ້ອຍໄດ້ເຮັດຫຍັງຜິດທີ່ເຈົ້າຄວນໄລ່ຂ້ອຍແບບນີ້?" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ

ໃນນີ້ຄຳວ່າ "ຮີບດ່ວນ" ຫມາຍຄວາມວ່າລາບານໄດ້ໄລ່ຢາໂຄບຢ່າງຮີບດ່ວນເພື່ອຈັບຕົວລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ທ່ານພົບອັນໃດ​ຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ?

"ທ່ານພົບອັນໃດ​ທີ່ເປັນຂອງທ່ານ?

ນ​ຳພວກມັນ​ມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາດ​ຂອງ​ຂ້ອຍ

ນີ້ຄຳວ່າ "ຂອງພວກເຮົາ" ຫມາຍເຖິງຍາດພີ່ນ້ອງຂອງຢາໂຄບ ແລະ ລວມທັງຍາດພີ່ນ້ອງຂອງລາບານ. ອາດແປໄດ້ອີກວ່າ: "ປະທຸກຢ່າງທີ່ເຈົ້າໄດ້ພົບເຫັນຢູ່ຕໍ່ຫນ້າຍາດພີ່ນ້ອງຂອງພວກເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ

ປະໂຫຍກນີ້ “ລະຫວ່າງເຮົາສອງຄົນ” ຫມາຍເຖິງຢາໂຄບ ແລະລາບານ. ວະລີທີ່ວ່າ "ຕັດສິນຄວາມລະຫວ່າງ" ຫມາຍເຖິງການຕັດສິນໃຈວ່າຄົນໃດຊະນະໃນຄະດີຄວາມ. ອາດແປໄດ້ອີກວ່າ: "ພວກເຂົາຈະຕັດສິນລະຫວ່າງພວກເຮົາທັງສອງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-inclusive)

Genesis 31:38

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ເວົ້າກັບລາບານ.

ຊາວປີ

"20 ປີ" (See: /WA-Catalog/lo_tm?section=translate#translate-numbers)

ແກະ​ໂຕແມ່ທັງຫລາຍ

ແກະ​ໂຕແມ່

ບໍ່ໄດ້ນຳກັບມາໃຫ້ທ່ານ

ນີ້ຫມາຍຄວາມວ່າພວກເຂົາບໍ່ມີການຖືພາໃນຕອນຕົ້ນ ແລະໂດຍບໍ່ຄາດຝັນພວກມັນໄດ້ເກີດລູກແກະ ຫລື ມີແກະນ້ອຍເກີດມາຕາຍ.

ໂຕທີ່ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ບໍ່ໄດ້ນຳກັບມາໃຫ້ທ່ານ

ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເມື່ອສັດປ່າໄດ້ຂ້າສັດຂອງເຈົ້າໂຕຫນຶ່ງ ຂ້ອຍບໍ່ໄດ້ເອົາມັນມາໃຫ້ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ແຕ່ຂ້ອຍໄດ້ໃຊ້ແທນໃຫ້

ສຳລັບຢາໂຄບຈະຖືວ່າສັດຂອງລາບານ ທີ່ຕາຍນັ້ນເປັນການສູນເສຍໄປຝູງສັດຂອງລາວເຊັ່ນກັນ ເພາະວ່າມັນຈະເປັນສູນເສຍການເກີດຂອງສັດໂຕອື່ນໆ. ອາດແປໄດ້ອີກວ່າ: "ແທນທີ່ຈະຖືວ່າມັນເປັນການສູນເສຍຈາກຝູງແກະຂອງເຈົ້າ, ຂ້ອຍຖືວ່າມັນເປັນການສູນເສຍຈາກຝູງແກະຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຂ້ອຍ​ໄດ້ຢູ່ທີ່ນັ້ນ; ໃນເວລາກາງເວັນ​ທີ່​ຮ້ອນແຜດເຜົາຂ້ອຍ, ແລະຫິມະໃນຕອນກາງຄືນ

ທຸກທໍລະມານອາກາດທີ່ມີອຸນຫະພູມຮ້ອນ ແລະຫນາວເຢັນຖືກເວົ້າເຖິງວ່າອຸນຫະພູມປຽບເຫມືອນສັດຮ້າຍທີ່ກຳລັງກິນຢາໂຄບ. ອາແປໄດ້ອີກວ່າ: "ຂ້ອຍຢູ່ກັບຝູງສັດຂອງເຈົ້າເຖິງແມ່ນໃນຊ່ວງເວລາທີ່ຮ້ອນທີ່ສຸດໃນຕອນກາງເວັນ ແລະ ຫນາວເຢັນທີ່ສຸດໃນຕອນກາງຄືນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 31:41

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ເວົ້າກັບລາບານ.

ຊາວປີມານີ້

"20 ປີຜ່ານມາ" (See: /WA-Catalog/lo_tm?section=translate#translate-numbers)

ສິບສີ່ປີ

"14 ປີ" (See: /WA-Catalog/lo_tm?section=translate#translate-numbers)

ໄດ້ປັບປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ

"ປ່ຽນສິ່ງທີ່ລາວເວົ້າວ່າລາວຈະຈ່າຍຄ່າແຮງງານໃຫ້ຂ້ອຍສິບເທື່ອ." ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ຄ່າຈ້າງຂອງຂ້ອຍ" ໃນຂໍ້ 31:7.

ຖ້າ​ພຣະເຈົ້າ​​ຂອງພໍ່ຂ້ອຍ, ພຣະເຈົ້າ​ຂອງ​ອັບຣາຮາມ, ​ແລະ​ພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ

ຢາໂຄບກຳລັງກ່າວເຖິງພຣະເຈົ້າອົງດຽວກັນບໍ່ໃຫ້ສາມພຣະເຈົ້າຕ່າງກັນ. ອາດແປໄດ້ອີກວ່າ: "ຖ້າພຣະເຈົ້າຂອງອັບຣາຮາມ ແລະ ອີຊາກພໍ່ຂອງຂ້ອຍບໍ່ໄດ້ຢູ່ກັບຂ້ອຍ"

ພຣະເຈົ້າ​​ຂອງພໍ່ຂ້ອຍ

ໃນນີ້ຄຳວ່າ "ພໍ່" ຫມາຍເຖິງອີຊາກພໍ່ຂອງລາວ.

ແລະ​ພຣະອົງດຽວທີ່ອີຊາກເກງກົວ

ໃນນີ້ຄຳວ່າ "ເກງກົວ" ຫມາຍເຖິງ "ຄວາມຢ້ານກົວຕໍ່ພຣະຢາເວ", ຊຶ່ງຫມາຍຄວາມວ່າໃຫ້ຄວາມເຄົາລົບນັບຖືພຣະອົງຢ່າງເລິກເຊິ່ງ ແລະ ສະແດງຄວາມເຄົາລົບນັ້ນໂດຍການເຊື່ອຟັງພຣະອົງ.

​ມື​ເປົ່າ​

ມື - ນີ້ຫມາຍເຖິງບໍ່ມີຫຍັງເລີຍ. ອາດແປໄດ້ອີກວ່າ: "ບໍ່ມີຫຍັງເລີຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ພຣະເຈົ້າໄດ້ຊົງ​ເຫັນ​​ກ​ານກ​ົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດ​ວຽກງານ​ຫນັກຢ່າງໃດ

ຄຳນາມທີ່ບໍ່ມີຕົວຕົນ "ການກົດຂີ່ຂົ່ມເຫັງ" ສາມາດຖືກກ່າວເຖິງວ່າ "ຖືກກົດຂີ່". ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ເຫັນວ່າຂ້ອຍໄດ້ເຮັດວຽກ ຫນັກຫລາຍປານໃດ ແລະ ເຈົ້າໄດ້ກົດຂີ່ຂົ່ມເຫັງຂ້ອຍແນວໃດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

Genesis 31:43

ແຕ່​ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອ​ພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງ​ພວກ​ເຂົາທີ່ພວກເຂົາໄດ້ໃຫ້ເກີດມາ?

ລາບານໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ບໍ່ມີສິ່ງໃດທີ່ລາວສາມາດເຮັດໄດ້. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປເປັນ ຄຳເວົ້າ. ອາດແປໄດ້ອີກວ່າ: "ແຕ່, ບໍ່ມີສິ່ງໃດທີ່ຂ້ອຍສາມາດເຮັດໄດ້ເພື່ອນໍາເອົາລູກສາວ ແລະ ຫລານຂອງຂ້ອຍກັບມາຢູ່ກັບຂ້ອຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ມາເຖີດໃຫ້ເຮົາມາເຮັດ​ພັນທະສັນຍາ​ກັນ

ໃນນີ້ ຄຳວ່າ "ພະຍານ" ບໍ່ໄດ້ຫມາຍເຖິງບຸກຄົນໃດຫນຶ່ງ, ແຕ່ມັນຖືກໃຊ້ເປັນສັນຍາລັກ ແລະ ຫມາຍເຖິງພັນທະສັນຍາທີ່ຍາໂຄບ ແລະ ລາບານກຳລັງເຮັດຢູ່. ຄຳສັນຍາດັ່ງກ່າວນີ້ໄດ້ຖືກກ່າວເຖິງຄືກັບວ່າເປັນບຸກຄົນທີ່ມີຕົວຕົນໃນເວລາທີ່ພວກເຂົາເຫັນດີປະຕິບັດຢ່າງສະຫງົບສຸກຕໍ່ກັນ ແລະ ກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

Genesis 31:45

ຕັ້ງເປັນກອງ

ນີ້ຫມາຍຄວາມວ່າເອົາຫີນກ້ອນໃຫຍ່ ຖືກຕັ້ງຂື້ນຢ່າງເພື່ອຫມາຍຈຸດທີ່ເຫດການສຳຄັນນັ້ນໄດ້ເກີດສຳຄັນນີ້ເກີດຂື້ນ.

ເຮັດເປັນກອງ

"ຢອງກັນຂຶ້ນເປັນຊັ້ນ"

ຈາກນັ້ນພວກເຂົາໄດ້ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ

ການກິນອາຫານຮ່ວມກັນ ແມ່ນສ່ວນຫນຶ່ງຂອງການເຮັດພັນທະສັນຍາເຊິ່ງກັນແລະກັນ. ຄວາມຫມາຍເຕັມຂອງປະໂຫຍກນີ້ອາດຈະຖືກເວົາຈະແຈ້ງຂຶ້ນໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຢກາ​ສາຮາດູທາ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ເຢກາ​ສາຮາດູທາ ມີຄວາມຫມາຍວ່າ 'ກອງຂື້ນເພື່ອເປັນພະຍານ' ໃນພາສາຂອງລາບານ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຄາລີເອັດ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ຄາລີເອັດ ມີຄວາມຫມາຍວ່າ 'ກອງຂຶ້ນເພື່ອເປັນພະຍານ' ໃນພາສາຂອງຢາໂຄບ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 31:48

ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ເຮົາ​ກັບເຈົ້າ

ກ້ອນຫີນດັ່ງກ່າວບໍ່ໄດ້ເປັນພະຍານໃນຖານະເປັນບຸກຄົນ. ອາດແປໄດ້ອີກວ່າ: "ເສົານີ້ຈະເປັນການເຕືອນລະຫວ່າງຂ້ອຍ ແລະ ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ຄາລີເອັດ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ຄາລີເອັດຫມາຍຄວາມວ່າ 'ກອງຂື້ນເພື່ອເປັນພະຍານ' ໃນພາສາຂອງຢາໂຄບ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 31:45. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມີຊະປາ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ມີຊະປາ ມີຄວາມຫມາຍວ່າ 'ຫໍສັງເກດການ." "(ເບິ່ງ: /WA-Catalog/lo_tm?section=translate#translate-names)

ເມື່ອເຮົາ​ພົ້ນຈາກ​ສາຍຕາຊຶ່ງກັນ​ ແລະກັນ

ໃນນີ້ຄຳວ່າ “ພົ້ນຈາກສາຍຕາ” ມີຄວາມຫມາຍວ່າບໍ່ຢູ່ນຳກັນ. ອາດແປໄດ້ອີກວ່າ: "ເມື່ອພວກເຮົາບໍ່ຢູ່ນຳກັນອີກຕໍ່ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຖິງ​ແມ່ນ​ວ່າເຮົາ​ຝ່າຍໃດຝ່າຍຫນຶ່ງຈະບໍ່ເຫັນ

ໃນນີ້ຄຳວ່າ “ພວກເຮົາ” ຫມາຍເຖິງລາບານ ແລະ ຢາໂຄບ. ອາດແປໄດ້ອີກວ່າ: "ເຖິງແມ່ນວ່າບໍ່ມີໃຜທີ່ຈະເຫັນພວກເຮົາກໍຕາມ"

ເຫັນ

"ຈື່." ຄຳນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ເວົ້າຕໍ່ໄປ.

Genesis 31:51

ກອງ​ຫີນ​ນີ້​​ເປັນພະຍານ, ແລະເສົາຫີນນີ້ກໍເປັນພະຍານ

ບັນດາກ້ອນຫີນເຫລົ່ານີ້ ແມ່ນເພື່ອເປັນການລະລຶກ ແລະ ມີຈຸດຫມາຍເຂດແດນ ສຳລັບຢາໂຄບ ແລະ ລາບານ ກ່ຽວກັບຂໍ້ຕົກລົງສັນຕິພາບຂອງພວກເຂົາ. ພວກເຂົາຖືກກ່າວເຖິງຄືກັບວ່າພວກມັນເປັນພະຍານຄືກັນກັບມະນຸດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ຂໍໃຫ້ພຣະເຈົ້າ​ຂອງ​ອັບຣາຮາມ, ແລະ​ພະ​ຂອງ​ນາໂຮ, ແລະພວກພະທັງຫລາຍຂອງພໍ່ພວກເຂົາ, ຈະ​ເປັນ​ຜູ້ຕັດສິນ​ຄວາມລະຫວ່າງ​ເຮົາ​

ອັບຣາຮາມເປັນພໍ່ຕູ້ຂອງຍາໂຄບ. ນາໂຮນແມ່ນພໍ່ຂອງ ລາບານ. ພໍ່ຂອງອັບຣາຮາມ ແລະ ນາໂຮນແມ່ນເຕຣາ. ບໍ່ແມ່ນຫມົດທຸກຄົນທີ່ໄດ້ນະມັດສະການພຣະຢາເວ.

ຜູ້ທີ່​ອີຊາກ​ພໍ່​ຂອງທ່ານ​ຢຳເກງ

ໃນນີ້ຄຳວ່າ "ຢໍາເກງ" ຫມາຍເຖິງພຣະຢາເວ, ຜູ້ທີ່ອີຊາກເຄົາລົບ ແລະ ສະແດງຄວາມເຄົາລົບນັ້ນໂດຍການເຊື່ອຟັງພຣະອົງຢ່າງສຸດຫົວໃຈ.

Genesis 31:54

​ໄດ້ເຊີນ​ພວກຍາດຂອງຕົນ​ມາ​​ກິນ​ອາຫານ

ການກິນອາຫານຮ່ວມກັນ ແມ່ນສ່ວນຫນຶ່ງຂອງການເຮັດພັນທະສັນຍາເຊິ່ງກັນແລະກັນ. ຄວາມຫມາຍເຕັມຂອງປະໂຫຍກນີ້ອາດຈະຖືກເວົາຈະແຈ້ງຂື້ນໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ໄດ້​ຕື່ນຂຶ້ນແຕ່ເຊົ້າໆ....ກັບໄປຍັງບ້ານ​ເມືອງ​ຂອງຕົນ

ໃນຂໍ້ 55 ແມ່ນຂໍ້ທຳອິດຂອງບົດ 32 ໃນຕົ້ນສະບັບຂອງພາສາເຮັບເຣີ, ແຕ່ຂໍ້ສຸດທ້າຍຂອງບົດ 31 ໃນພຣະຄຳພີສະ ໄຫມ່ຂອງຊາວຕາເວັນຕົກ. ພວກເຮົາຂໍແນະນຳໃຫ້ທ່ານຕິດຕາມການນັບພຣະຄຳພີເປັນພາສາປະທ້ອງຖິ່ນຂອງທ່ານ.

ອວຍພອນ

ນີ້ມີຄວາມຫມາຍວ່າການສະແດງຄວາມປາຖະຫນາສຳລັບສິ່ງທີ່ດີ ແລະ ມີປະໂຫຍດ ທີ່ຈະເກີດຂື້ນກັບຜູ້ໃດຜູ້ຫນຶ່ງ.