Genesis 30

Genesis 30:1

ເມື່ອນາງ​ຣາເຊັນໄດ້ເຫັນວ່ານາງ​ບໍ່ມີ​ລູກ​ແກ່​ຢາໂຄບ

"ເມື່ອນາງ​ຣາເຊັນໄດ້ເຫັນວ່ານາງ​ບໍ່ສາມາດຖືພາໄດ້"

ໃຫ້​ຂ້ອຍ​ຕາຍເສຍ

ນາງຣາເຊັນກຳລັງໃຊ້ຄຳສັບເກີນຄວາມຈິງ ເພື່ອສະແດງເຖິງຄວາມໂສກເສົ້າທີ່ລາວບໍ່ມີລູກ. ອາດແປໄດ້ອີກວ່າ: "ຂ້ອຍຈະຮູ້ສຶກວ່າຕົນເອງບໍ່ມີຄ່າຫຍັງເລີຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hyperbole)

ຈົ່ງໃຫ້ລູກແກ່ຂ້ອຍ

"ຈົ່ງເຮັດໃຫ້ຂ້ອຍຖືພາ"

ຢາໂຄບໄດ້​ຮ້າຍ​ນາງ​ຣາເຊັນຫລາຍ

ຄວາມໂກດແຄ້ນຂອງຢາໂຄບຖືກເວົ້າຄືກັບວ່າມັນເປັນໄຟ. ອາດແປໄດ້ອີກວ່າ: "ຢາໂຄບໃຈຮ້າຍໃຫ້ນາງຣາເຊັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຮົາເປັນເຫມືອນ​ພຣະເຈົ້າ, ຜູ້ຊຶ່ງເຮັດໃຫ້​ເຈົ້າ​ບໍ່ມີ​ລູກບໍ?

ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບທີ່ຢາໂຄບໃຊ້ເພື່ອກ່າວຮ້າຍນາງຣາເຊັນ. ມັນສາມາດຖືກແປເປັນປະໂຫຍກ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ແມ່ນພຣະເຈົ້າ! ຂ້ອຍບໍ່ແມ່ນຜູ້ທີ່ປິດກັ້ນເຈົ້າຈາກການມີລູກ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 30:3

ນາງ​ໄດ້​ເວົ້າ​ວ່າ

"ນາງຣາເຊັນ​ໄດ້​ເວົ້າ​ວ່າ"

ເບິ່ງດູ

"ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ." ນີ້ເປັນການເພີ່ມຄວາມສຳຄັນຕໍ່ສິ່ງທີ່ ຣາເຊັນເວົ້າຕໍ່ໄປ.

ຄົນຮັບໃຊ້ຂອງຂ້ອຍ​ ...... ຂ້ອ​ຍຈະມີລູກໂດຍ​ນາງ

ໃນເວລານັ້ນ, ນີ້ແມ່ນວິທີທີ່ຍອມຮັບໄດ້ສຳລັບແມ່ຍິງທີ່ບໍ່ສາມາດມີລູກໄດ້ ຊຶ່ງລູກຈະເປັນຂອງນາງຢ່າງຖືກຕ້ອງຕາມກົດຫມາຍ. ຄວາມຫມາຍເຕັມຂອງສິ່ງນີ້ອາດຈະຖືກເຮັດໃຫ້ຈະແຈ້ງຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ບິນຮາ​

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງຣາເຊັນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 29:28.

ເທິງຕັກຂອງຂ້ອຍ

ນີ້ແມ່ນວິທີການເວົ້າວ່າເດັກທີ່ບິນຫາໃຫ້ກຳເນີດກໍ່ຈະເປັນຂອງນາງຣາເຊັນ. ອາດແປໄດ້ອີກວ່າ: "ເພື່ອຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຂ້ອ​ຍຈະມີລູກໂດຍ​ນາງ

"ແລະດ້ວຍວິທີນີ້ນາງຈະເຮັດໃຫ້ຂ້ອຍມີລູກ"

Genesis 30:5

​ບິນຮາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງຣາເຊັນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 29:28.

ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ

"ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ"

ຣາເຊັນ​ຈຶ່ງໄດ້​ເວົ້າ​ວ່າ

"ຣາເຊັນ​ຈຶ່ງໄດ້​ຕັ້ງຊື່ໃຫ້ລາວ"

ນາງຈຶ່ງໄດ້​ເອີ້ນຊື່ເຂົາວ່າ ດານ

ຜູ້ແປຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ດານມີຄວາມຫມາຍວ່າລາວ 'ໄດ້ຕັດສິນ."' (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 30:7

ນາງ​ບິນຮາ​......ໄດ້ຕັ້ງທ້ອງອີກຄັ້ງ

"ນາງ​ບິນຮາ​......ໄດ້ຕັ້ງທ້ອງອີກຄັ້ງ"

ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ

"ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ"

ດ້ວຍ​ການ​ຕໍ່ສູ້​ຢ່າງ​ແຂ່ງຂັນ​ ​ຂ້ອຍ​ໄດ້ຕໍ່ສູ້ກັບເອື້ອຍຂອງຂ້ອຍ ແລະ​ຊະນະ​ແລ້ວ

ວະລີທີ່ວ່າ "ການຕໍ່ສູ້ຢ່າງແຂ່ງຂັນ" ແມ່ນຄຳເວົ້າທີ່ໃຊ້ສຳລັບການເນັ້ນຫນັກ. ມັນຍັງເປັນການປຽບທຽບທີ່ເວົ້າເຖິງຄວາມພະຍາຍາມຂອງຣາເຊັນທີ່ຈະມີລູກ ຄືກັບເອື້ອຍຂອງນາງ ປຽບຄືກັບວ່າລາວກຳລັງຕໍ່ສູ້ທາງຮ່າງກາຍກັບເລອາ. ອາດແປໄດ້ອີກວ່າ: "ຂ້ອຍມີຄວາມຫຍຸ້ງຍາກຫລາຍທີ່ຈະມີລູກຄືກັບເອື້ອຍຂອງຂ້ອຍ, ເລອາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-metaphor)

ແລະ​ຊະນະ​ແລ້ວ

"ແລະຂ້ອຍໄດ້ຊະນະ" ຫລື "ຂ້ອຍໄດ້ປະສົບຜົນສຳເລັດແລ້ວ"

ນາງ​ໄດ້ເອີ້ນຊື່​ເຂົາວ່າເນັບທາລີ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ເນັບທາລີມີຄວາມຫມາຍວ່າ 'ຄວາມບົກພ່ອງຂອງຂ້ອຍ."

Genesis 30:9

ເມື່ອ​ນາງ​ເລອາ ໄດ້​ເຫັນ​ວ່າ

"ເມື່ອ​ນາງ​ເລອາ ໄດ້ຮູ້​ວ່າ"

ນາງໄດ້ນຳເອົາ​ຊີລະປາ, ຄົນຮັບໃຊ້​ຂອງນ​າງມາ, ແລະ ໃຫ້ນາງ​ເປັນ​ເມຍອີກຄົນຫນຶ່ງ​ຂອງ​ຢາໂຄບ

"ນາງໄດ້ນຳເອົາ​ຊີລະປາ, ຄົນຮັບໃຊ້​ຂອງນ​າງມາ, ແລະ ໃຫ້ນາງ​ເປັນ​ເມຍອີກຄົນຫນຶ່ງ​ຂອງ​ຢາໂຄບ"

ນາງ​ຊີລະປາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງເລອາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 29:23.

ກໍ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ

"ກໍ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ"

ນີ້ຄືໂຊກ​ດີ​!

"ນີ້ຄືໂຊກ​ດີ​ແທ້!" ຫລື "ມີໂຊກມີໄຊ"

ໄດ້ເອີ້ນຊື່​ເຂົາ​ວ່າ ກາດ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ກາດແປວ່າ 'ໂຊກດີ.'"

Genesis 30:12

​ຊີລະປາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງເລອາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 29:23.

ກໍໄດ້​ລູກຊາຍ​ຄົນທີສອງ​ແກ່​​ຢາໂຄບ

"ໄດ້​ເກີດລູກຊາຍ​ຄົນທີສອງ​ແກ່​​ຢາໂຄບ"

"ຂ້ອຍ​ມີຄວາມສຸກ!

"ຂ້ອຍໄດ້ຮັບພອນຫລາຍ!" ຫລື "ຂ້ອຍມີຄວາມສຸກຫລາຍແທ້ໆ!"

ລູກຍິງທັງຫລາຍ

"ບັນດາຜູ້ຍິງ" ຫລື "ບັນດາຍິງສາວທັງຫລາຍ"

ໄດ້ເອີ້ນຊື່​ຂອງເຂົາວ່າອາເຊ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ອາເຊີມີຄວາມຫມາຍວ່າາ 'ມີຄວາມສຸກ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 30:14

ຣູເບັນ​ໄດ້​ເຂົ້າໄປ

"ຣູເບັນ​ໄດ້​ເຂົ້າໄປ"

ໃນ​ລະດູເກັບ​ກ່ຽວ​ເຂົ້າສາລີ

ໃນນີ້ວະລີທີ່ວ່າ "ໃນລະດູຂອງ" ແມ່ນສຳນວນທີ່ຫມາຍເຖິງລະດູການ ຫລືເວລາຂອງປີ. ອາດແປໄດ້ອີກວ່າ: "ໃນຊ່ວງເວລາຂອງປີຂອງການເກັບກ່ຽວເຂົ້າສາລີ" ຫລື "ໃນໄລຍະເກັບກ່ຽວເຂົ້າສາລີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຕົ້ນ​ຫມາກເຂືອ​

ນີ້ແມ່ນຫມາກໄມ້ຫນຶ່ງ ທີ່ໄດ້ເວົ້າເຖິງການຈະເລີນພັນ ແລະຄວາມຢາກນອນກັບຄົນຮັກ. ອາດແປໄດ້ອີກວ່າ: "ຫມາກໄມ້ທີ່ຮັກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ມັນເປັນເລື່ອງເລັກນ້ອຍສຳລັບເຈົ້າ​ບໍ.....ຜົວ​ຂອງຂ້ອຍ​ໄປ?

"ເຈົ້າບໍ່ສົນໃຈ ... ຜົວຂອງຂ້ອຍບໍ?" ນີ້ແມ່ນຄຳຖາມ ທີ່ບໍ່ຫວັງຄຳຕອບ ທີ່ຖືກໃຊ້ເພື່ອເວົ້າຊຽດສີ ຣາເຊັນ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ມັນບໍ່ດີພໍ ... ຂອງຜົວຂອງຂ້ອຍດອກ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ດຽວນີ້ເຈົ້າ​ຍັງ​ຈະມາ......ອີກດ້ວຍບໍ?

ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ, ທີ່ໃຊ້ໃນການດູຖູກ ຣາເຊັນ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ດຽວນີ້ເຈົ້າຕ້ອງການ ... ຄືກັນ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ເຂົາ​ຈະຫລັບ​​ນອນ​ກັບເຈົ້າ

"ຢາໂຄບຈະຫລັບ​​ນອນ​ກັບເຈົ້າ" ຫລື "ຂ້ອຍຈະໃຫ້ຢາໂຄບຫລັບ​​ນອນ​ກັບເຈົ້າ"

Genesis 30:16

ຈ້າງທ່ານ​ດ້ວຍ​ຫມາກເຂືອ​ລູກຊາຍ​ຂອງຂ້ອຍ

"ສຳລັບລາຄາດ້ວຍ​ຫມາກເຂືອ​ລູກຊາຍ​ຂອງຂ້ອຍ." ເບິ່ງເພີ່ມເຕີມວິທີທີ່ທ່ານແປ "ຫມາກເຂືອ" ໃນ 30:14.

ນາງ​ໄດ້​ຕັ້ງທ້ອງ

"ນາງ​ໄດ້​ຕັ້ງທ້ອງ"

ແລະ ໄດ້​ເກີດ​ລູກຊາຍ​ຄົນ​ທີ​ຫ້າແກ່ຢາໂຄບ

"ແລະ ໄດ້​ເກີດ​ລູກຊາຍ​ຄົນ​ທີ​ຫ້າແກ່ຢາໂຄບ"

ພຣະເຈົ້າ​ໄດ້ປຣະທານຄ່າຈ້າງ​ແກ່​ຂ້ານ້ອຍ

ພຣະເຈົ້າໄດ້ໃຫ້ລາງວັນເລອາ ໄດ້ຖືກເວົ້າຄືກັນກັບວ່າລາວເປັນນາຍຈ້າງ ທີ່ຈ່າຍຄ່າຈ້າງໃຫ້ຜູ້ທີ່ເຮັດວຽກແກ່ພຣະອົງ. ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ໃຫ້ຄ່າຕອບແທນຂອງຂ້ານ້ອຍ" ຫລື "ພຣະເຈົ້າໄດ້ໃຫ້ລາງວັນແກ່ຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ນາງ​ໄດ້ເອີ້ນຊື່​ເຂົາ​ວ່າ ອິດຊາຄາ.

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ອິດຊາຄາມີຄວາມຫມາຍວ່າ 'ມີລາງວັນ."

Genesis 30:19

ນາງ​ເລອາໄດ້ຕັ້ງທ້ອງອີກຄັ້ງ

"ນາງ​ເລອາໄດ້ຕັ້ງທ້ອງອີກຄັ້ງ"

ແລະ ​ເກີດ​ລູກຊາຍ​ຄົນ​ທີ​ຫົກ​ແກ່ຢາໂຄບ

"ແລະ ​ເກີດ​ລູກຊາຍ​ຄົນ​ທີ​ຫົກ​ແກ່ຢາໂຄບ"

ນາງ​ໄດ້ເອີ້ນ​ຊື່​ເຂົາ​ວ່າ ເຊບູໂລນ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ເຊບູໂລນມີຄວາມຫມາຍວ່າ 'ກຽດຕິຍົດ."

ແລະໄດ້ເອີ້ນ​ຊື່​ນາງວ່າ ດີນາ

ນີ້ແມ່ນຊື່ຂອງລູກສາວຂອງເລອາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 30:22

ພຣະເຈົ້າ​ຄິດເຖິງ​ນາງ​ຣາເຊັນ ແລະຟັງນາງ

ຄຳວ່າ "ຄິດເຖິງ" ມີຄວາມຫມາຍວ່າຈື່ຈຳ. ນີ້ບໍ່ໄດ້ຫມາຍຄວາມວ່າພຣະເຈົ້າລືມຣາເຊັນ. ມັນຫມາຍຄວາມວ່າ ລາວໄດ້ພິຈາລະນາຄໍາຮ້ອງຂໍຂອງນາງ. ອາດແປໄດ້ອີກວ່າ: "ພຣະເຈົ້າພິຈາລະນາຣາເຊັນ ແລະ ໃຫ້ສິ່ງທີ່ນາງຕ້ອງການ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ພຣະເຈົ້າໄດ້ຊົງນຳເອົາຄວາມອັບອາຍ​ຂອງຂ້ອຍ​ອອກໄປ

ພຣະເຈົ້າເຮັດໃຫ້ຣາເຊັນບໍ່ຮູ້ສຶກອາຍທີ່ຖືກເວົ້າວ່າ "ຄວາມອັບອາຍ" ແມ່ນວັດຖຸທີ່ຄົນຜູ້ນັ້ນສາມາດເອົາໄປຈາກຄົນອື່ນ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມອັບອາຍ" ສາມາດຖືກກ່າວເຖິງວ່າ "ອາຍ." ອາດແປໄດ້ອີກວ່າ: "ພຣະເຈົ້າໄດ້ເຮັດໃຫ້ຂ້ອຍບໍ່ຮູ້ສຶກອາຍອີກຕໍ່ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-abstractnouns)

ນາງໄດ້ເອີ້ນຊື່ເຂົາວ່າໂຢເຊບ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ໂຢເຊບ ມີຄວາມຫມາຍວ່າ 'ພຣະອົງອາດຈະເພີ່ມ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

​ພຣະຢາເວ​ໄດ້ຊົງເພີ່ມລູກ ຊາຍ​​ອີກຄົນຫນຶ່ງໃຫ້ແກ່ຂ້ອຍ​

ລູກຊາຍກົກຂອງນາງຣາເຊັນໂດຍຜ່ານຍິງຜູ້ຮັບຂອງລາວ ຄືນາງບິນຮາ.

Genesis 30:25

ຫລັງຈາກຣາເຊັນໄດ້ເກີດ​ໂຢເຊັບ

"ຫລັງຈາກຣາເຊັນໄດ້ເກີດ​ໂຢເຊັບ"

ຂໍສົ່ງຂ້ອຍໄປ

"ດັ່ງນັ້ນຂ້ອຍສາມາດໄປ"

ເພາະທ່ານຮູ້​ເຖິງການຮັບໃຊ້ທີ່ຂ້ອຍໄດ້ຮັບໃຊ້ທ່ານ

ຢາໂຄບກຳລັງເຕືອນລາບານ ກ່ຽວກັບສັນຍາຂອງພວກເຂົາ (29: 26). ຄຳນາມທີ່ບໍ່ມີຕົວຕົນ "ການຮັບໃຊ້" ສາມາດຖືກລະບຸວ່າ "ຮັບໃຊ້." ອາດແປໄດ້ອີກວ່າ: "ເຈົ້າຮູ້ວ່າຂ້ອຍໄດ້ຮັບໃຊ້ເຈົ້າເປັນເວລາດົນພໍສົມຄວນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

Genesis 30:27

ລາບານຕອບວ່າ

"ລາບານຕອບຢາໂຄບວ່າ"

ຖ້າເຮົາເປັນທີ່ຊື່ນຊອບໃນສາຍຕາເຈົ້າ

ວະລີທີ່ວ່າ "ໃນສາຍຕາເຈົ້າ" ແມ່ນຄຳຕົວແທນທີ່ສະແດງເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຢາໂຄບ. ອາດແປໄດ້ອີກວ່າ: "ຖ້າຂ້ອຍໄດ້ຮັບຄວາມໂປດປານຈາກເຈົ້າ" ຫລື "ຖ້າເຈົ້າພໍໃຈກັບຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເປັນທີ່ຊື່ນຊອບ

ນີ້ແມ່ນສຳນວນທີ່ຫມາຍຄວາມວ່າ ຜູ້ໃດຜູ້ຫນຶ່ງໄດ້ຮັບຄວາມເຫັນດີຈາກຄົນອື່ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຂໍລໍໄວ້ກ່ອນເພາະວ່າ

"ກະລຸນາຢູ່, ເພາະວ່າ"

ເຮົາໄດ້ຮຽນຮູ້​ໂດຍການໃຊ້ການທຳນວາຍວ່າ

"ຂ້ອຍໄດ້ຄົ້ນພົບໂດຍຈິດວິນຍານ ແລະ ຜ່ານການອັດສະຈັນແກ່ຂ້ອຍເອງ"

ເພາະເຈົ້າ

"ເພາະເຈົ້າ"

ຈົ່ງ​ບອກ​ຄ່າຈ້າງ​ຂອງເຈົ້າ​ມາ

ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນຂື້ນອີກ. ອາດແປໄດ້ອີກວ່າ: "ບອກຂ້ອຍວ່າຂ້ອຍຕ້ອງຈ່າຍເທົ່າໃດ ເພື່ອໃຫ້ເຈົ້າຢູ່ທີ່ນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 30:29

ຢາໂຄບຕອບລາບານວ່າ

"ຢາໂຄບຕອບລາບານວ່າ"

ຝູງສັດລຽ້ງ​ຂອງ​ທ່ານຄືຢ່າງໃດເມື່ອຢູ່ກັບຂ້ອຍ

"ສັດລ້ຽງຂອງເຈົ້າໄດ້ແຜ່ຫລາຍປານໃດ ຕັ້ງແຕ່ຂ້ອຍເລີ່ມຕົ້ນເບິ່ງແຍງພວກມັນ"

ກ່ອນ​ທີ່ຂ້ອຍຈະ​ມາ ທ່ານມີຝູງ​ສັດ​ພຽງແຕ່​ຫນ້ອຍດຽວ

"ກ່ອນ​ທີ່ຂ້ອຍຈະເຮັດວຽກໃຫ້ທ່ານ ທ່ານມີຝູງ​ສັດ​ພຽງແຕ່​ຫນ້ອຍດຽວ"

ຂະນະນີ້ມັນໄດ້ເພີ່ມຂຶ້ນຫລວງຫລາຍ

"ແຕ່ບັດນີ້ນີ້ມັນໄດ້ເພີ່ມຂຶ້ນຫລວງຫລາຍ"

ແລ້ວເມື່ອໃດຂ້ອຍຈື່ງຈະໄດ້ຈັດຕຽມ ສຳລັບຄອບຄົວ​ຂອງ​ຕົນເອງ?

"ບັດນີ້ ເມື່ອໃດທີ່ຂ້ອຍຈະເບິ່ງແຍງຄອບຄົວຂອງຂ້ອຍເອງ?" ຢາໂຄບໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ລາວຕ້ອງການເລີ່ມຕົ້ນເບິ່ງແຍງຄອບຄົວຂອງຕົນເອງ. ຄຳຖາມນີ້ສາມາດແປເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ຕອນນີ້ຂ້ອຍຢາກເບິ່ງແຍງຄອບຄົວຂອງຂ້ອຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 30:31

ຈະ​ໃຫ້​ເຮົາຈ່າຍອັນໃດແກ່ເຈົ້າ

"ຂ້ອຍສາມາດຈ່າຍຫຍັງໃຫ້ເຈົ້າ" ຫລື"ຂ້ອຍສາມາດໃຫ້ຫຍັງແກ່ເຈົ້າ." ປະໂຫຍກນີ້ສາມາດເຮັດໃຫ້ມີຄວາມຊັດເຈນຂື້ນ. ອາດແປໄດ້ອີກວ່າ: "ຂ້ອຍສາມາດຈ່າຍຫຍັງແດ່ ເພື່ອໃຫ້ເຈົ້າຢູ່ ແລະ ເຮັດວຽກໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit).

ຖ້າ​ທ່ານຈະເຮັດສິ່ງນີ້ເພື່ອຂ້ອຍ

ຄຳທີ່ເຊື່ອມໂຍງ "ແຕ່" ສາມາດຖືກເພີ່ມເຂົ້າເພື່ອສະແດງວ່ານີ້ແມ່ນສິ່ງຫນຶ່ງທີ່ຢາໂຄບຕ້ອງການ. ອາດແປໄດ້ອີກວ່າ: "ແຕ່ຖ້າເຈົ້າຈະເຮັດສິ່ງນີ້ສຳລັບຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ຂ້ອຍຈະລ້ຽງ ແລະ ດູແລຮັກສາ​ຝູງສັດ​ຂອງ​ທ່ານ​ອີກຄັ້ງ

"ຂ້ອຍຈະລ້ຽງ ແລະ ດູແລຮັກສາ​ຝູງສັດ​ຂອງ​ທ່ານ​ອີກຄັ້ງ"

ຂໍແຍກ​ແກະ​ທຸກຕົວທີ່ມີຈຸດ, ແລະດ່າງ ແລະ ສີດຳ​ທຸກໆ​ໂຕ​ອອກ​ຈາກ​ຝູງ, ແລະ ແບ້ທຸກຕົວທີ່ມີຈຸດ ແລະດ່າງທຸກຕົວອອກຈາກຝູງ

"ແລະເອົາແກະທຸກໂຕອອກດ້ວຍຕຸ່ມ, ແກະໂຕດຳທຸກໆໂຕ, ແລະ ທຸກໆແບ້ທີ່ມີຈຸດໆ"

ເຫລົ່ານີ້ຈະ​ເປັນ​ຄ່າຈ້າງ​ຂອງ​ຂ້ອຍ

"ສິ່ງນີ້ຈະ​ເປັນ​ຄ່າຈ້າງ​ຂອງ​ຂ້ອຍ"

Genesis 30:33

ຄວາມສັດຊື່ຂອງຂ້ອຍຈະຢືນຢັນຂ້ອຍ

ຄຳວ່າ “ຄວາມສັດຊື່” ມີຄວາມຫມາຍວ່າ “ຄວາມສັດຊື່”. ສິ່ງນີ້ເວົ້າກ່ຽວກັບຄວາມຊື່ສັດ ຄືກັບວ່າມັນເປັນບຸກຄົນຜູ້ທີ່ສາມາດເປັນພະຍານຕໍ່ຄົນອື່ນ ຫລື ຕໍ່ຕ້ານຄົນອື່ນ. ອາດແປໄດ້ອີກວ່າ: "ແລະຕໍ່ມາທ່ານຈະຮູ້ວ່າຂ້ອຍມີຄວາມຊື່ສັດກັບເຈົ້າ ຫລື ບໍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-personification)

ທຸກຕົວທີ່​ບໍ່ດ່າງ ແລະບໍ່ມີ​ຈຸດທ່າມກາງແບ້ທັງຫລາຍ, ແລະສີດຳ ທ່າມກາງແກະທັງຫລາຍຖ້າເຫັນຈັກຕົວໃນຝູງສັດຂອງຂ້ອຍ,ຈະ​ຖື​ວ່າ​ນັ້ນເປັນ​ກ​ານລັກ​ມາ.

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຖ້າທ່ານພົບແບ້ທີ່ບໍ່ມີຈຸດ ຫລື ຝູງແກະທີ່ບໍ່ມີສີ ດຳ, ທ່ານສາມາດພິຈາລະນາວ່າມັນຖືກລັກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ໃຫ້ເປັນໄປຕາມ​ທີ່​ເຈົ້າ​ເວົ້າ​ນັ້ນ

ໃນນີ້ “ຄຳສັບ” ຫມາຍເຖີງສິ່ງທີ່ໄດ້ເວົ້າ. ອາດແປໄດ້ອີກວ່າ: "ມັນຈະເປັນຄືກັບທີ່ທ່ານເວົ້າ" ຫລື "ພວກເຮົາຈະເຮັດໃນສິ່ງທີ່ທ່ານໄດ້ເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 30:35

ຊຶ່ງມີລາຍຍາວ ແລະຈຸດ

"ຊຶ່ງມີລາຍຍາວ ແລະຈຸດ"

ທີ່​​ດ່າງແລະມີຈຸດ

"ທີ່ມີຈຸດ"

ທຸກ​ໂຕ​ທີ່​ມີ​ສີ​ຂາວ

"ແບ້ທຸກ​ໂຕ​ທີ່​ມີ​ຈຸດສີ​ຂາວ ເທີງຕົວຂອງມັນ"

ແກະ​ທຸກ​ໂຕ​ທີ່​ມີ​ສີດຳ​

"ແກະ​​ສີດຳ​ທຸກ​ໂຕ​"

ໃຫ້ພວກມັນຢູ່ໃນມືຂອງ

ໃນນີ້ຄຳວ່າ "ມື" ຫມາຍເຖິງການຄວບຄຸມ ຫລື ການດູແລ. ອາດແປໄດ້ອີກວ່າ: "ໄດ້ໃຫ້ລູກຊາຍເບິ່ງແຍງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 30:37

ງ່າ​ໄມ້​ຈາກ​ຕົ້ນ​ຈັນ​ປ່າ....ຕົ້ນ​ຫມາກບົກ....​ຕົ້ນ​ຫູ​ກວາງ​

ນີ້ແມ່ນຕົ້ນໄມ້ທັງຫມົດທີ່ມີເນື້ອສີຂາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ແລະ​ ປອກ​ເປືອກໃຫ້​ເປັນ​ລາຍເຮັດໃຫ້ເຫັນເນື້ອໄມ້ສີຂາວດ້ານໃນ

"ແລະ ປອກເປືອກອອກຈາກສ່ວນເປືອກຂອງໄມ້ ເພື່ອໃຫ້ໄມ້ສີຂາວທາງດ້ານໃນປະກົດອອກ"

ຝູງສັດຂ້າງຫນ້າ​ອ່າງ​ນ້ຳທີ່​ສັດ​ໄດ້ເຂົ້າ​ກິນ

ກະຖາງນໍ້າມທີ່ມີຂະຫນາດຍາວ ໃຊ້ສຳລັບບັນຈຸນໍ້າໃຫ້ສັດດື່ມ

Genesis 30:39

ຝູງສັດໄດ້ແຜ່ພັນ

"ສັດຂອງຝູງແກະໄດ້ຖືພາ "ຫລື "ສັດທີ່ໄດ້ປະສົມພັນກັນ"

ເກີດລູກອ່ອນມີລາຍເປັນ, ດ່າງ ແລະ​ມີ​ຈຸດ

"ເກີດລູກອ່ອນທີ່ມີລາຍດ່າງ ແລະ​ ມີ​ຈຸດ

ຢາໂຄບໄດ້​ແຍກລູກ​​ແກະ​ເຫລົ່ານີ້ອອກ

ປະໂຫຍກນີ້ຍັງສາມາດເວົ້າໄດ້ຢ່າງຊັດເຈນວ່າສິ່ງເຫລົ່ານີ້ໄດ້ເກີດຂື້ນເປັນເວລາຫລາຍປີ. ອາດແປໄດ້ອີກວ່າ: "ໃນໄລຍະເວລາຫລາຍປີຕໍ່ມາ, ຢາໂຄບກໍໄດ້ແຍກພວກມັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຫັນຫນ້າໄປ​ທາງ​

"ເບິ່ງໄປທາງຫນ້າ"

ເຂົາໄດ້ແຍກຝູງສັດຂອງເຂົາ​ສຳລັບເຂົາເອງຕ່າງຫາກ

"ເຂົາໄດ້ແຍກຝູງສັດຂອງເຂົາ"​

Genesis 30:41

ຕໍ່ຫນ້ຝູງແກະ

ໃນນີ້ຄຳວ່າ "ຕໍ່ຫນ້າ" ຫມາຍເຖິງ "ການເບິ່ງເຫັນ." ອາດແປໄດ້ອີກວ່າ: "ເພື່ອໃຫ້ຝູງແກະຈະເຫັນພວກມັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

​ສັດ​ທີ່​ອ່ອນແອໃນຝູງ

"ຕໍ່ຫນ້າຝູງສັດທີ່ປ່ວຍ"

ສັດໂຕທີ່ອ່ອນແອ

"ສັດໂຕທີ່ອ່ອນແອກວ່າ"

ດັ່ງນັ້ນສັດໂຕທີ່ອ່ອນແອຂອງລາບານ​, ແລະ​ໂຕ​ທີ່​​ແຂງແຮງ​ກໍຕົກເປັນຂອງຢາໂຄບ​.

"ດັ່ງນັ້ນສັດທີ່ອ່ອນແອຈຶ່ງເປັນຂອງລາບານ, ໃນຂະນະທີ່ສັດທີ່ແຂງແຮງກວ່າເປັນຂອງຢາໂຄບ." ທ່ານສາມາດເວົ້າໃຫ້ຊັດເຈນຍິ່ງຂື້ນ. ອາດແປໄດ້ອີກວ່າ: "ດັ່ງນັ້ນສັດທີ່ອ່ອນແອບໍ່ມີຈຸດດ່າງ ຫລື ລາຍ ເປັນຂອງລາບານ, ໃນຂະນະທີ່ສັດທີ່ແຂງແຮງກວ່ານີ້ມີເສັ້ນດ່າງ ຫລື ລາຍແລະເປັນຂອງຢາໂຄບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 30:43

ຜູ້ຊາຍຄົນນັ້ນ

"ຢາໂຄບ"

ກາຍເປັນ​ຄົນ​ຮັ່ງມີ

"​ຮັ່ງມີທີ່ສຸດ" ຫລື "ກາຍເປັນ​ຄົນ​ຮັ່ງມີ"