Genesis 29

Genesis 29:1

ປະຊາຊົນແຫ່ງຕາເວັນອອກ

ນີ້ຫມາຍເຖິງປະຊາຊົນເມືອງປັດດານອາຣຳ, ຊຶ່ງແມ່ນດິນແດນທາງຕາເວັນອອກຂອງແຜ່ນດິນການາອານ.

ແລະ, ເບິ່ງ​ເຖີດ, ມີ​ແກະ​ສາມ​ຝູງ​ກຳລັງ​ນອນ​ຢູ່​ໃກ້ໆ​ບໍ່ນ້ຳນັ້ນ

ຄຳວ່າ "ເບິ່ງເຖີດ" ຫມາຍເຖິງການເລີ່ມຕົ້ນຂອງເຫດການອື່ນທີ່ໃຫຍ່ກວ່າ. ຖ້າພາສາຂອງທ່ານອາດຈະມີຄຳສັບທີ່ເວົ້າສິ່ງນີ້.

ພວກເຂົາໄດ້ໃຊນ້ຳຈາກບໍ່ນ້ຳນັ້ນ

"ຈາກບໍ່ນ້ຳນັ້ນ." ວະລີນີ້ຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບວິທີທີ່ຄົນລ້ຽງແກະ ໄດ້ຕັກນໍ້າສຳລັບຝູງສັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ພວກເຂົາໄດ້ໃຊນ້ຳ

"ຄົນລ້ຽງແກະຈະຕັກນໍ້າ" ຫລື "ຜູ້ທີ່ດູແລຝູງແກະຈະຕັກນໍ້າ"

​ປາກ​ບໍ່ນ້ຳນັ້ນ

ໃນນີ້ຄຳວ່າ "ປາກ" ແມ່ນວິທີການອ້າງອີງເຖິງການເປີດ. ອາດແປໄດ້ອີກວ່າ: "ການເປີດນໍ້າສ້າງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 29:4

ຢາໂຄບໄດ້ເວົ້າກັບພວກ​ເຂົາ

"ຢາໂຄບໄດ້ເວົ້າກັບພວກຄົນລ້ຽງແກະ"

ພີ່ນ້ອງ​ທັງຫລາຍຂອງຂ້າພະເຈົ້າ​ເອີຍ

ນີ້ແມ່ນວິທີການເວົ້າກັບຄົນແປກຫນ້າແບບສຸພາບ.

ລາບານລູກຊາຍ​ນາໂຮ​ບໍ

ໃນນີ້ຄຳວ່າ "ລູກຊາຍ" ຫມາຍເຖິງເຊື້ອສາຍເພດຊາຍ. ຄວາມຫມາຍທີ່ເປັນໄປໄດ້ອີກອັນຫນຶ່ງແມ່ນ "ລາບານຫລານຊາຍຂອງນາໂຮນ."

ແລະ ຫັ້ນເດ, ຣາເຊັນລູກສາວ​ຂອງ​ເພິ່ນ​ກຳລັງ​ມາກັບຝູງແກະ​ນັ້ນ

"ຫັ້ນເດ! ຣາເຊນລູກສາວຂອງລາວກຳລັງມາກັບຝູງແກະ"

Genesis 29:7

ມັນເປັນເວລາ​ທ່ຽງ​ວັນ​ຢູ່

"ແສງຕາເວັນຍັງສູງຢູ່ເທິງຟ້າ" ຫລື "ແສງຕາເວັນຍັງສ່ອງແສງແຈ້ງ"

ຍາມ​ນຳ​ຝູງສັດ​​ມາ​ລວມກັນ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ສຳລັບເຈົ້າທີ່ຈະລວບລວມຝູງສັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ມາ​ລວມກັນ

ນີ້ຫມາຍຄວາມວ່າໃຫ້ສັດຂອງພວກເຂົາມາເຕົ້າໂຮມກັນຢູ່ໃນຮົ້ວ ເພື່ອໃຫ້ພວກມັນພັກໃນເວລາກາງຄືນ. ຄວາມຫມາຍເຕັມຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ໃຫ້ພວກມັນໄດ້ກິນຫຍ້າ

"​ໃຫ້ພວກມັນໄດ້ກິນຫຍ້າໃນທົ່ງ"

ພວກເຮົາບໍ່ສາມາດຕັກນ້ຳໃຫ້ພວກມັນ

"ພວກເຮົາຕ້ອງລໍຖ້າຕັກນໍ້າໃຫ້ພວກມັນ". ສິ່ງນີ້ຕ້ອງເຮັດພາຍໃນເວລາທີ່ຖືກກຳນົດ, ບໍ່ແມ່ນຈະຕັກຍາມໃດກໍໄດ້.

ຈົນກວ່າ​​ຝູງ​ສັດທັງຫມົດຈະມາ​ລວມຕົວກັນ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຈົນກ່ວາຜູ້ລ້ຽງແກະຄົນອື່ນໆຈະລວບລວມຝູງສັດຂອງພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຈາກປາກບໍ່ນ້ຳ

ໃນນີ້ຄຳວ່າ "ປາກ" ແມ່ນວິທີການອ້າງອີງເຖິງການເປີດ. ອາດແປໄດ້ອີກວ່າ: "ການເປີດນໍ້າສ້າງ" ຫລື "ຈາກການເປີດນໍ້າສ້າງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ແລະ​ ເຮົາຈະຕັກ​ນໍ້າ​ໃຫ້​ແກະນັ້ນ

"ຈາກນັ້ນ ​ພວກເຮົາຈະຕັກ​ນໍ້າ​ໃຫ້​ຝູງແກະ"

Genesis 29:9

ອ້າຍຂອງແມ່ລາວ

"ລຸງຂອງລາວ"

ປາກບໍ່ນ້ຳ

ໃນນີ້ຄຳວ່າ "ປາກ" ແມ່ນວິທີການອ້າງອີງເຖິງການເປີດ. ອາດແປໄດ້ອີກວ່າ: "ການເປີດນໍ້າສ້າງ" ຫລື "ຈາກການເປີດນໍ້າສ້າງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 29:11

ຢາໂຄບໄດ້​ຈູບ​ຣາເຊັນ

ໃນສະໄຫມບູຮານໃກ້ເຂດທາງທິດຕາເວັນອອກ, ຖືເປັນເລື່ອງທຳມະດາທີ່ຈະທັກທາຍຍາດພີ່ນ້ອງໂດຍການຈູບ. ເຖິງຢ່າງໃດກໍ່ຕາມ, ການຈູບທັກທາຍລະຫວ່າງຜູ້ຊາຍດ້ວຍກັນກໍຖືວ່າເປັນເລື່ອງປົກກະຕິ. ຖ້າພາສາຂອງທ່ານມີຄຳທັກທາຍທີ່ສະແດງເຖິງຄວາມຮັກແພງ ຕໍ່ຍາດພີ່ນ້ອງ, ສາມາດໃຊ້ໄດ້ໃນນີ້. ຖ້າບໍ່ມີ, ໃຊ້ການປະຕິບັດທີ່ເຫມາະສົມ.

ພ້ອມ​ທັງ​ຮ້ອງໄຫ້​ສຽງດັງ

ຢາໂຄບຮ້ອງໄຫ້ເພາະວ່າລາວມີຄວາມສຸກຫລາຍ. ຄວາມຫມາຍເຕັມຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຍາດພີ່ນ້ອງຂອງ​ນາງ

"ພີ່ນ້ອງຝ່າຍພໍ່ຂອງນາງ"

Genesis 29:13

ລູກຊາຍ​ຂອງນ​້ອງສາວ

"ຫລານຊາຍຂອງລາວ"

ສວມກອດ​ເຂົາ

"ກອດ​ເຂົາ"

ຈູບເຂົາ

ໃນສະໄຫມບູຮານໃກ້ເຂດທາງທິດຕາເວັນອອກ, ຖືເປັນເລື່ອງທຳມະດາທີ່ຈະທັກທາຍຍາດພີ່ນ້ອງໂດຍການຈູບ. ເຖິງຢ່າງໃດກໍ່ຕາມ, ການຈູບທັກທາຍລະຫວ່າງຜູ້ຊາຍດ້ວຍກັນກໍຖືວ່າເປັນເລື່ອງປົກກະຕິ. ຖ້າພາສາຂອງທ່ານມີຄຳ ທັກທາຍທີ່ສະແດງເຖິງຄວາມຮັກແພງ ຕໍ່ຍາດພີ່ນ້ອງ, ສາມາດໃຊ້ໄດ້ໃນນີ້. ຖ້າບໍ່ມີ, ໃຊ້ການປະຕິບັດທີ່ເຫມາະສົມ.

ຢາໂຄບໄດ້ບອກລາບານເຖິງ​ເລື່ອງ​ເຫລົ່ານີ້ທັງຫມົດ​

"ຈາກນັ້ນ ຢາໂຄບໄດ້ບອກລາບານເຖິງ​ເລື່ອງ​ເຫລົ່ານີ້ທັງຫມົດ"​

ກະດູກຂອງເຮົາ​ ແລະເນື້ອຂອງເຮົາ

ວະລີນີ້ຫມາຍຄວາມວ່າພວກເຂົາມີສາຍພົວພັນໂດຍກົງ. ອາດແປໄດ້ອີກວ່າ: "ຍາດພີ່ນ້ອງຂອງຂ້ອຍ" ຫລື "ສະມາຊິກຂອງຄອບຄົວຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 29:15

ເຈົ້າ​ບໍ່​ຄວນຮັບໃຊ້ເຮົາລ້າໆ .....ຍາດພີ່ນ້ອງຂອງເຮົາບໍ່ແມ່ນບໍ?

ລາບານໃຊ້ນີ້ຄຳຖາມເພື່ອເນັ້ນຫນັກວ່າ ລາວຄວນຈ່າຍຄ່າຈ້າງໃຫ້ຢາໂຄບ ສຳລັບເຮັດວຽກຂອງລາວ. ຄຳຖາມສາມາດແປເປັນຄຳເວົ້າ. ປະໂຫຍກນີ້ຍັງສາມາດຖືກເວົ້າໃນຮູບແບບທາງບວກ. ອາດແປໄດ້ອີກວ່າ: "ມັນເປັນສິ່ງທີ່ຖືກຕ້ອງທີ່ຂ້ອຍຄວນຈ່າຍເງິນໃຫ້ເຈົ້າ ສຳລັບເຮັດວຽກໃຫ້ຂ້ອຍ, ເຖິງແມ່ນວ່າເຈົ້າເປັນພີ່ນ້ອງຂອງຂ້ອຍກໍຕາມ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion ແລະ /WA-Catalog/lo_tm?section=translate#figs-litotes)

ຂະນະນັ້ນລາບານ​ມີ​

ຄຳວ່າ "ຂະນະນັ້ນ" ແມ່ນໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບລາບານ ແລະ ລູກສາວຂອງລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ນາງ​ເລອາ​ເປັນ​ຄົນ​ມີ​ແວວ​ຕາ​ສັ້ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຕາຂອງເລອາສວຍງາມ" ຫລື 2) "ຕາຂອງເລອາເລ່ວ"

ຢາໂຄບ​ກໍໄດ້ຮັກ​ນາງ​ຣາເຊັນ

ໃນທີ່ນີ້ຄຳວ່າ “ຮັກ” ຫມາຍເຖິງການມີຄວາມຮູ້ສຶກໂຣແມນຕິກ ລະຫວ່າງຊາຍ ແລະ ຍິງ.

Genesis 29:19

ແທນທີ່ເຮົາ​ຈະ​ຍົກ​ໃຫ້ກັບອີກ​ຄົນຫນຶ່ງ

"ແທນທີ່ເຮົາ​ຈະ​ຍົກ​ນາງໃຫ້ກັບຊາຍ​ຄົນອື່ນ"

ແລະ ​ເບິ່ງມັນ​ເຫມືອນ​ເປັນພຽງບໍ່ທໍ່ໃດ​ມື້

"ແຕ່ເວລາຜ່ານໄວ​ເຫມືອນ​ເປັນພຽງບໍ່ທໍ່ໃດ​ມື້ເທົ່ານັ້ນ"

ສຳລັບເຂົາເພາະຄວາມຮັກທີ່ເຂົາມີ​ຕໍ່ນາງ​

"ຍ້ອນລາວມີຄວາມຮັກຕໍ່ນາງ" ຫລື "ຍ້ອນຄວາມຮັກທີ່ລາວມີຕໍ່ນາງ"

Genesis 29:21

ຈົ່ງ​ໃຫ້​ເມຍແກ່ຂ້ອຍເຖີດ,ເພາະຂ້ອຍໄດ້ທຳງານຄົບຕາມເວລາແລ້ວ —ດັ່ງນັ້ນຂ້ອຍຄວນແຕ່ງງານ​ກັບ​ນາງ

ໃນນີ້ຄຳວ່າ "ວັນ" ຫມາຍເຖິງໄລຍະເວລາໃດຫນຶ່ງທີ່ຍາວກວ່າ. ວະລີທີ່ວ່າ "ໄດ້ທຳງານຄົບຕາມເວລາແລ້ວ" ສາມາດຖືກເວົ້າໃນຮູບແບບການກະທຳ. ປະໂຫຍກນີ້ແມ່ນການເນັ້ນຫນັກ. ອາດແປໄດ້ອີກວ່າ: "ຂໍມອບຣາເຊນເພື່ອຂ້ອຍຈະແຕ່ງງານກັບນາງ, ເພາະຂ້ອຍໄດ້ເຮັດວຽກກັບເຈົ້າໄດ້ຄົບເຈັດປີແລ້ວ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

ຈັດ​ງານ​ລຽ້ງຂຶ້ນ

"ກຽມງານລ້ຽງແຕ່ງດອງ." ສ່ວນໃຫຍ່ແລ້ວ ລາບານອາດມີຄົນອື່ນໆທີ່ກຽມງານລ້ຽງ. ອາດແປໄດ້ອີກວ່າ: "ໄດ້ໃຫ້ຄົນອື່ນກຽມງານລ້ຽງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 29:23

ຜູ້ຊຶ່ງໄດ້ຫລັບນອນກັບນາງ​

ມັນຫມາຍຄວາມວ່າຢາໂຄບບໍ່ຮູ້ວ່າ ລາວຢູ່ກັບເລອາເພາະວ່າມັນມືດ ແລະ ລາວເບິ່ງບໍ່ເຫັນ. ຄວາມຫມາຍເຕັມຂອງຄຳ ເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ລາບານ​ໄດ້ໃຫ້ຍິງຮັບໃຊ້ຂອງເຂົາຄື​ຊີລະປາ.........​ຄົນຮັບໃຊ້ຂອງ​ນາງ​

ໃນທີ່ນີ້ຜູ້ຂຽນໄດ້ໃຫ້ຂໍ້ມູນພື້ນເບື້ອງຫລັງກ່ຽວກັບລາບານ ການມອບນາງ ຊີລະປາໃຫ້ແກ່ເລອາ. ອາດເປັນໄປໄດ້ທີ່ລາວອາດຈະມອບນາງຊີລະປາແກ່ເລອາກ່ອນມື້ແຕ່ງງານ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ຊີລະປາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງເລອາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເບິ່ງເຖີດ, ກາຍເປັນເລອາ

"ຢາໂຄບຕົກໃຈທີ່ເຫັນວ່າມັນແມ່ນເລອາທີ່ນອນຢູ່ກັບລາວ." ຄຳວ່າ "ເບິ່ງເຖີດ" ໃນນີ້ສະແດງໃຫ້ເຫັນວ່າຢາໂຄບຕົກໃຈຫລາຍ ກັບສິ່ງທີ່ລາວເຫັນ.

"ເປັນຫຍັງທ່ານ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້

ຢາໂຄບໃຊ້ຄຳຖາມນີ້ເພື່ອສະແດງຄວາມໂກດແຄ້ນ ແລະ ຄວາມແປກໃຈຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ຫນ້າເຊື່ອວ່າເຈົ້າໄດ້ເຮັດສິ່ງນີ້ກັບຂ້ອຍ!" ຄຳຖາມທີ່ບໍ່ຫວັງຄຳຕອບນີ້ສາມາດແປເປັນຄຳເວົ້າໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຂ້ອຍ​ໄດ້ຮັບໃຊ້ທ່ານ​ເພື່ອຣາເຊັນ​ບໍ່ແມ່ນບໍ?

ຢາໂຄບໃຊ້ຄຳຖາມເຫລົ່ານີ້ເພື່ອສະແດງຄວາມເຈັບປວດທີ່ລາບານໄດ້ຫລອກລວງລາວ. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ຂ້ອຍໄດ້ຮັບໃຊ້ເຈົ້າເປັນເວລາເຈັດປີ ເພື່ອທີ່ຈະແຕ່ງງານກັບຣາເຊັນ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 29:26

ມັນບໍ່ແມ່ນ​ທຳນຽມ​ຂອງ​ເຮົາ ທີ່​ຈະ​ໃຫ້​

"ໃນຄອບຄົວຂອງພວກເຮົາ ພວກເຮົາບໍ່ໃຫ້"

ໃຫ້​ຄົບເຈັດວັນຂອງການແຕ່ງງານຂອງລູກສາວຄົນ​ນີ້​ກ່ອນ

"ສຳເລັດການສະຫລອງອາທິດເຈົ້າສາວຂອງເລອາ"

ແລະ ເຮົາຈະຍົກອີກຄົນ​ຫນຶ່ງ​​ໃຫ້​ເຈົ້າດ້ວຍ

ຄວາມຫມາຍເຕັມແມ່ນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ແລະ ໃນອາທິດຕໍ່ໄປພວກເຮົາຈຶ່ງຈະມອບຣາເຊັນໃຫ້ເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 29:28

ຢາໂຄບ​ໄດ້ທຳຢ່າງນັ້ນ, ແລະຈົນຄົບເຈັດວັນຂອງເລອາ

"ແລະ ຢາໂຄບໄດ້ເຮັດໃນສິ່ງທີ່ລາບານຂໍ, ແລະ ສຳເລັດການສະຫລອງອາທິດເຈົ້າສາວຂອງເລອາ"

ນາງ​ບິນຮາ

ນີ້ແມ່ນຊື່ຂອງຜູ້ຮັບໃຊ້ຍິງຂອງຣາເຊັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຢາໂຄບໄດ້ຫລັບນອນ​ກັບ​ນາງ​ຣາເຊັນ

ນີ້ແມ່ນວິທີການສຸພາບທີ່ຈະເວົ້າວ່າ ພວກເຂົາມີຄວາມສຳພັນທາງເພດ. ອາດແປໄດ້ອີກວ່າ: "ຢາໂຄບແຕ່ງງານກັບຣາເຊັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເຂົາໄ​ດ້ຮັກ​ຣາເຊັນ

ສິ່ງນີ້ຫມາຍເຖິງຄວາມຮັກແບບໂລແມນຕິກລະຫວ່າງຊາຍ ແລະ ຍິງ.

Genesis 29:31

ນາງ​ເລອາ​ບໍ່ໄດ້ເປັນທີ່ຮັກ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາແປໄດ້ອີກວ່າ: "ຢາໂຄບບໍ່ຮັກເລອາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

​ບໍ່ໄດ້ເປັນທີ່ຮັກ

ນີ້ແມ່ນຄຳເວົ້າທີ່ເນັ້ນຫນັກວ່າ ຢາໂຄບຮັກນາງຣາເຊັນຫລາຍກວ່າເລອາ. ອາດແປໄດ້ອີກວ່າ: "ຮັກຫນ້ອຍກ່ວາຣາເຊັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hyperbole)

ພຣະອົງ​ໄດ້ຊົງເປີດຄັນຂອງນາງ

ພຣະເຈົ້າເຮັດໃຫ້ເລອາສາມາດຖືພາໄດ້ ຖືກເວົ້າຄືກັບວ່າພຣະເຈົ້າກຳລັງເປີດມົດລູກຂອງນາງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບໍ່ມີ​ລູກ

"ບໍ່ສາມາດຖືພາໄດ້"

ນາງ​ເລອາ​ໄດ້​ຕັ້ງ​ທ້ອງຖື​ພາ ​ແລະ ​ເກີດ​ລູກຊາຍ​ຄົນຫນຶ່ງ

"ເລອາຖືພາ ແລະ ເກີດລູກຊາຍ"

ນາງໄດ້ເອີ້ນຊື່​ເຂົາ​ວ່າຣູເບັນ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ຣູເບັນມີຄວາມຫມາຍວ່າ 'ເບິ່ງ, ລູກຊາຍ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພຣະຢາເວ​ໄດ້ຊົງຫລຽວ​ເຫັນ​ຄວາມ​​ລຳບາກ​​ຂອງຂ້ອຍ

ເລອາກຳລັງປະສົບກັບຄວາມເຈັບປວດ ເພາະວ່າຢາໂຄບໄດ້ປະຕິເສດນາງ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມທຸກທໍລະມານ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ອາດແປໄດ້ອີກວ່າ: "ພຣະຢາເວເຫັນວ່າຂ້ອຍທຸກທໍລະມານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

Genesis 29:33

ຈາກນັ້ນນາງ​ໄດ້ຕັ້ງ​ທ້ອງ​ອີກ

"ຈາກນັ້ນເລອາໄດ້ຕັ້ງ​ທ້ອງ​ອີກ"

ເກີດ​ລູກຊາຍ​ອີກຄົນຫນຶ່ງ

"ເກີດ​ລູກຊາຍ​ອີກຄົນຫນຶ່ງ"

ພຣະຢາເວຮູ້ວ່າຂ້ອຍບໍ່ໄດ້ເປັນທີ່ຮັກ

ປະໂຫຍກນີ້ສາມາດຖືກເວົ້າໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະຢາເວຮູ້ວ່າຜົວຂອງຂ້ອຍບໍ່ຮັກຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ນາງ​ໄດ້ເອີ້ນຊື່​​ເຂົາ​ວ່າ ຊີເມໂອນ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ຊີເມໂອນມີຄວາມວ່າ 'ໄດ້ຍິນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ບັດນີ້ ເວລານີ້ຜົວ​ຂອງຂ້ອຍຈະຕິດພັນ​ຢູ່​ກັບ​ຂ້ອຍ

"ຜົວຂອງຂ້ອຍຈະຮັກຂ້ອຍ"

​ຂ້ອຍ​ໄດ້ເກີດ​ລູກຊາຍເຖິງ​ສາມ​ຄົນ​

"​ຂ້ອຍ​ໄດ້ເກີດ​ລູກຊາຍເຖິງ​ສາມ​ຄົນ​ແກ່ລາວ"

ຖືກເອີ້ນ​ຊື່​ວ່າ ເລວີ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ເລວີມີຄວາມຫວ່າ 'ຕິດພັນ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 29:35

ນາງໄດ້​ຕັ້ງທ້ອງ​ອີກຄັ້ງ

"ນາງເລອາໄດ້​ຕັ້ງທ້ອງ​ອີກຄັ້ງ

​ໄດ້​ລູກຊາຍອີກ​ຄົນຫນຶ່ງ

"​ເກີດລູກຊາຍອີກ​ຄົນຫນຶ່ງ"

ນາງ​ຈຶ່ງ​ເອີ້ນຊື່​ເຂົາ​ວ່າ ຢູດາ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ຢູດາມີຄວາມຫມາຍວ່າ 'ສັນລະເສີນ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)