Genesis 28

Genesis 28:1

ລູກ​ຢ່າ​ເອົາ

"ຢ່າເອົາ"

ຈົ່ງລຸກຂຶ້ນ, ​ໄປ

"ໄປດຽວນີ້"

ປັດດານອາຣຳ

ນີ້ແມ່ນອີກຊື່ຫນຶ່ງຂອງຂົງເຂດເມໂສໂປຕາເມຍ, ຊຶ່ງຄາດວ່າເປັນສະຖານທີ່ດຽວກັບປະເທດອີຣັກສະໄຫມໃຫມ່ນີ້. ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 25:19. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ບ້ານຂອງ​

ນີ້ຫມາຍເຖິງລູກຫລານຂອງບຸກຄົນ ຫລື ຍາດພີ່ນ້ອງຄົນອື່ນ. ອາດແປໄດ້ອີກວ່າ: "ຄອບຄົວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

​ເບທູເອນ

ເບທູເອນແມ່ນພໍ່ຂອງເຣເບກາ. ເບິ່ງວິທີທີ່ທ່ານແປຊື່ນີ້ໃນ 22:20. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພໍ່​ຂອງ​ແມ່​ເຈົ້າ

"ພໍ່ຕູ້ຂອງເຈົ້າ"

ລູກສາວ​ຄົນ​ໃດຄົນຫນຶ່ງ​

"ຈາກລູກສາວ​ທັງຫລາຍ​"

ອ້າຍຂອງແມ່​ເຈົ້າ

"ລຸງຂອງເຈົ້າ"

Genesis 28:3

ຂໍ້ມູນທົ່ວໄປ:

ອີຊາກສືບຕໍ່ເວົ້າກັບຢາໂຄບ

ເຮັດໃຫ້​ເຈົ້າເກີດຜົນ ແລະ ​ມີ​ລູກ​ຢ່າງ​ຫລວງຫລາຍ

ຄຳວ່າ “ທະວີຄູນ” ອະທິບາຍເຖິງວິທີທີ່ພຣະເຈົ້າ ຈະເຮັດໃຫ້ຢາໂຄບເກີດ ”ຫມາກຜົນ”. ອາດແປໄດ້ອີກວ່າ: "ໃຫ້ເຈົ້າມີລູກດົກແລະ ມີເຊື້ອສາຍໃຫຍ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ຂໍໃຫ້​ພຣະອົງ​ປຣະທານຄຳອວຍພອນ​ຂອງອັບຣາຮາມແກ່ເຈົ້າ, ​ແລະ​ແກ່ບັນດາເຊື້ອສາຍ​ທັງຫລາຍຂອງ​ເຈົ້າ ຫລັງຈາກເຈົ້າ

ໃນນີ້ເວົ້າກ່ຽວກັບການໃຫ້ພອນແກ່ຜູ້ໃດຜູ້ຫນຶ່ງຄືກັບວ່າ ຄຳອວຍພອນແມ່ນຈຸດປະສົງຫນຶ່ງທີ່ຄົນເຮົາສາມາດໃຫ້ໄດ້. ຄຳນາມທີ່ບໍ່ມີຕົວຕົນ "ການອວຍພອນ" ສາມາດເວົ້າໄດ້ວ່າ "ອວຍພອນໃຫ້." ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າອວຍພອນໃຫ້ເຈົ້າ ແລະ ລູກຫລານຂອງເຈົ້າດັ່ງທີ່ລາວໄດ້ອວຍພອນອັບຣາຮາມ" ຫລື "ຂໍໃຫ້ພຣະເຈົ້າໃຫ້ເຈົ້າ ແລະ ລູກຫລານຂອງເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້ກັບອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-abstractnouns)

ເຈົ້າ​ຈະໄດ້​ເປັນ​ກຳມະສິດ​ດິນແດນ​ທີ່​ເຈົ້າ​ອາໄສຢູ່​

ພຣະເຈົ້າໃຫ້ແຜ່ນດິນການາອານແກ່ຍາໂຄບ ແລະ ລູກຫລານຂອງລາວ ເວົ້າຄືກັບວ່າລູກສືບທອດເງິນ ຫລື ຊັບສິນຈາກພໍ່ຂອງລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ດິນແດນ​ທີ່​ເຈົ້າ​ອາໄສຢູ່

"ແຜ່ນດິນບ່ອນທີ່ເຈົ້າໄດ້ພັກຢູ່"

ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້ແກ່​ອັບຣາຮາມເປັນມໍຣະດົກ

"ຊຶ່ງ​ພຣະເຈົ້າ​ໄດ້​ສັນຍາແກ່​ອັບຣາຮາມ"

Genesis 28:5

ປັດດານອາຣຳ

ນີ້ແມ່ນອີກຊື່ຫນຶ່ງຂອງຂົງເຂດເມໂສໂປຕາເມຍ, ເຊິ່ງຄາດວ່າເປັນສະຖານທີ່ດຽວກັບປະເທດອີຣັກສະໄຫມໃຫມ່ນີ້. ເບິ່ງ ເພີ່ມເຕີມວິທີການແປຂໍ້ນີ້ໃນ 25:19. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

​ເບທູເອນ

ເບທູເອນແມ່ນພໍ່ຂອງເຣເບກາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 22:20. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 28:6

ຂໍ້ມູນທົ່ວໄປ:

ການປ່ຽນບົດເລື່ອງຈາກຢາໂຄບ ເປັນເອຊາວ

ບັດນີ້

ຄຳສັບນີ້ຖືກໃຊ້ຢູ່ນີ້ເພື່ອຫມາຍເຖິງການປ່ຽນແປງຈາກເລື່ອງເລົ່າມາເປັນຂໍ້ມູນພື້ນຖານກ່ຽວກັບເອຊາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ປັດດານອາຣຳ

ນີ້ແມ່ນອີກຊື່ຫນຶ່ງຂອງຂົງເຂດເມໂສໂປຕາເມຍ, ຊຶ່ງຄາດວ່າເປັນສະຖານທີ່ດຽວກັບປະເທດອີຣັກສະໄຫມໃຫມ່ນີ້. ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 25:19. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມາ​ເປັນ​ເມຍ

"ເອົາມາເມຍສຳລັບຕົວລາວເອງ"

ລາວ​ໄດ້ເຫັນອີຊາກ​ອວຍພອນ​ເຂົາ

"ເອຊາວ​ໄດ້ເຫັນອີຊາກ​ ອວຍພອນຢາໂຄບ"

ເຈົ້າບໍ່​ຕ້ອງເອົາ

"ຫ້າມເອົາ"

ຍິງ​ສາວ​ຊາວ​ການາອານ​

"ລູກສາວຊາວ​ການາອານ​" ຫລື "ຍິງສາວຄົນການາອານ"

Genesis 28:8

ຂໍ້ມູນທົ່ວໄປ:

ສືບຕໍ່ຂໍ້ມູນພື້ນຖານກ່ຽວກັບເອຊາວ.

ເອຊາວໄດ້ເຫັນ

"ເອຊາວໄດ້ຮັບຮູ້"

​ອີຊາກ​ພໍ່​ຂອງຕົນ​ບໍ່​ມັກ​ຍິງ​ສາວການາອານ

​"ພໍ່ຂອງລາວຄື ອີຊາກ​​ບໍ່​ມັກ​ຍິງ​ສາວການາອານ"

ຍິງ​ສາວ​ຊາວ​ການາອານ​

"ລູກສາວຊາວ​ການາອານ​" ຫລື "ຍິງສາວຄົນການາອານ"

ດັ່ງນັ້ນ

"ເນື່ອງຈາກເຫດນັ້ນ"

ນອກເຫນືອຈາກເມຍທັງຫລາຍທີ່ເຂົາມີຢູ່ແລ້ວ

"ເພີ່ມຈາກເມຍທັງຫລາຍທີ່ເຂົາມີຢູ່ແລ້ວ"

ມາຮາລາດ

ນີ້ແມ່ນຊື່ລູກສາວຄົນຫນຶ່ງຂອງອິດຊະມາເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

​ເນບາໂຢດ

ນີ້ແມ່ນຊື່ລູກສາວຄົນຫນຶ່ງຂອງອິດຊະມາເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 28:10

ຂໍ້ມູນທົ່ວໄປ:

ບົດເລື່ອງໄດ້ປ່ຽນມາເວົ້າກ່ຽວກັບຢາໂຄບ

ເຂົາໄດ້ມາ​ເຖິງທີ່ແຫ່ງຫນຶ່ງ ແລະ ພັກ​​ທີ່​ນັ້ນທັງຄືນ, ເພາະວ່າຕາເວັນຕົກດິນແລ້ວ

"ເຂົາໄດ້ມາ​ເຖິງທີ່ແຫ່ງຫນຶ່ງ ແລະ ພັກ​​ທີ່​ນັ້ນທັງຄືນ, ເພາະວ່າຕາເວັນຕົກດິນແລ້ວ, ລາວໄດ້ຕັດສິນໃຈພັກຄ້າງຄືນ"

Genesis 28:12

ເຂົາໄດ້​ຝັນ​ເຫັນ​

"ຢາໂຄບໄດ້​ຝັນ​ເຫັນ"​

ໄດຕັ້ງຂຶ້ນເທິງແຜ່ນດິນ

"ສ່ວນລຸ່ມຂອງມັນແຕະພື້ນດິນ"

ຂຶ້ນໄປເຖິງທ້ອງຟ້າ

ນີ້ຫມາຍເຖິງສະຖານທີ່ພຣະເຈົ້າຊົງສະຖິດຢູ່.

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ເປັນຕາງຶດງໍ້ທີ່ຕິດຕາມມາ.

ພຣະຢາເວໄດ້ຊົງ​ຢືນ​ຢູ່​ຂ້າງ​ເທິງນັ້ນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະຢາເວກຳລັງຢືນຢູ່ເທິງສຸດຂອງຂັ້ນໄດ" ຫລື 2) "ພຣະຢາເວກຳລັງຢືນຢູ່ຕໍ່ຫນ້າຢາໂຄບ"

​ອັບຣາຮາມ​ບັນພະບູຣຸດຂອງ​ເຈົ້າ

ໃນນີ້ຄຳວ່າ "ພໍ່" ຫມາຍຄວາມວ່າ "ບັນພະບຸຣຸດ." ອາດແປໄດ້ອີກວ່າ: "ອັບຣາຮາມບັນພະບຸຣຸດຂອງເຈົ້າ" ຫລື "ອັບຣາຮາມພໍ່ຂອງພໍ່ເຈົ້າ"

Genesis 28:14

ຂໍ້ມູນທົ່ວໄປ:

ພຣະເຈົ້າສືບຕໍ່ເວົ້າກັບຢາໂຄບໃນຄວາມຝັນ.

ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ

ພຣະເຈົ້າປຽບທຽບລູກຫລານຂອງຢາໂຄບເປັນເຫມືອນກັບຂີ້ຝຸ່ນຂອງແຜ່ນດິນໂລກ ເພື່ອເນັ້ນເຖິງຈຳນວນຫລວງຫລາຍຂອງພວກເຂົາ. ອາດແປໄດ້ອີກວ່າ: "ທ່ານຈະມີລູກຫລານຫລາຍກວ່າ ທີ່ທ່ານສາມາດນັບໄດ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ແລະ ເຈົ້າຈະ​ແຜ່ກວ້າງໄກອອກໄປ​ຍັງ​ທິດຕາເວັນຕົກ

ໃນນີ້ຄຳວ່າ "ເຈົ້າ" ແມ່ນຫມາຍເຖິງເຊື້ອຂອງຢາໂຄບ. ມີພຽງແຕ່ຊື່ຂອງຢາໂຄບທີ່ຖືກເວົ້າເຖີງ ເນື່ອງຈາກລາວເປັນຜູ້ນຳ ໃນຄອບຄົວ. ອາດແປໄດ້ອີກວ່າ: "ແລະລູກຫລານຂອງທ່ານ ຈະແຜ່ຂະຫຍາຍໄປທາງທິດຕາເວັນຕົກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ເຈົ້າຈະ​ແຜ່ກວ້າງໄກອອກໄປ​

ປະໂຫຍກນີ້ຫມາຍຄວາມເຖີງປະຊາຊົນຈະຂະຫຍາຍເຂດແດນຂອງພວກເຂົາ ແລະ ຍຶດຄອງດິນແດນຕື່ມອີກ.

ໄປຍັງທິດຕາເວັນຕົກ, ທິດຕາເວັນອອກ, ທິດເຫນືອ, ແລະທິດໃຕ້

ວະລີນີ້ຖືກໃຊ້ຮ່ວມກັນເພື່ອຫມາຍເຖິງ "ທຸກທິດທາງ." ອາດແປໄດ້ອີກວ່າ: "ໃນທຸກທິດທາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ໂດຍ​ຜ່ານ​ທາງ​ເຈົ້າ ແລະ ບັນດາ​ເຊື້ອສາຍ​ຂອງ​ເຈົ້າທຸກຄອບຄົວຂອງແຜ່ນດິນຈະໄດ້​ຮັບພອນ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂ້ອຍຈະອວຍພອນທຸກໆຄອບຄົວ ເທິງແຜ່ນດິນໂລກຜ່ານເຈົ້າ ແລະ ລູກຫລານຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ເບິ່ງເຖີດ

ສິ່ງນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຈະເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ"

ເຮົາ​ຈະ​ຢູ່​ກັບເຈົ້າ​, ແລະ ​ເຮົາຈະປົກປັກ​ຮັກສາ​ເຈົ້າ

"ເພາະເຮົາຈະບໍ່ປະຖີ້ມເຈົ້າຈົນກວ່າ ເຮົາຈະເຮັດທຸກຢ່າງສຳເລັດ"

​ເຮົາຈະປົກປັກ​ຮັກສາ​ເຈົ້າ

"ເຮົາຈະຮັກສາເຈົ້າໃຫ້ປອດໄພ" ຫລື "ເຮົາຈະປົກປ້ອງເຈົ້າ"

ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້

"ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ ຢູ່​ໃນ​ດິນແດນ​ນີ້ອີກ"

Genesis 28:16

ໄດ້​ຕື່ນ​ຂຶ້ນ​ຈາກການຫລັບຂອງເຂົາ

"ໄດ້​ຕື່ນ​ຂຶ້ນ​ຈາກການຫລັບຂອງເຂົາ"

ເປັນ​ພຣະວິຫານ​ຂອງ​ພຣະເຈົ້າ....​ເປັນ​ປະຕູ​​ແຫ່ງທ້ອງຟ້າ

ວະລີທີ່ວ່າ "ປະຕູແຫ່ງທ້ອງຟ້າ" ອະທິບາຍວ່າສະຖານທີ່ນີ້ແມ່ນທາງເຂົ້າ "ເຮືອນຂອງພຣະເຈົ້າ" ແລະ "ທາງເຂົ້າໄປຫາບ່ອນທີ່ ພຣະເຈົ້າອາໄສຢູ່." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

​ເປັນ​ປະຕູ​​ແຫ່ງທ້ອງຟ້າ

ປະໂຫຍກນີ້ເວົ້າກ່ຽວກັບທາງເຂົ້າສະຖານທີ່ ໆ ພຣະເຈົ້າສະຖິດຢູ່ ຄືກັບເປັນເຫມືອນກັບເມືອງຫນຶ່ງ ຊຶ່ງມີປະຕູ ທີ່ມີຄົນເປີດເພື່ອໃຫ້ຄົນເຂົ້າມາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 28:18

ເສົາ

ນີ້ແມ່ນເສົາແຫ່ງຄວາມຊົງຈຳ, ນັ້ນແມ່ນພຽງແຕ່ກ້ອນຫີນໃຫຍ່ ຫລື ຫີນກ້ອນຫນຶ່ງ ທີ່ຕັ້ງຂື້ນທ່າຢືນ.

ເທນໍ້າມັນ​ລົງເທິງຍອດກ້ອນຫີນນັ້ນ

ການກະທຳເຊັ່ນນີ້ເປັນສັນຍາລັກວ່າ ຢາໂຄບກຳລັງຖວາຍເສົານັ້ນໃຫ້ພຣະເຈົ້າ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຖອກນໍ້າມັນໃສ່ເທິງຂອງມັນ ເພື່ອຖວາຍແກ່ພຣະເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction ແລະ /WA-Catalog/lo_tm?section=translate#figs-explicit)

ເບັດເອນ

ຜູ້ແປຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ເບັດເອນຫມາຍຄວາມວ່າ 'ເຮືອນຂອງພຣະເຈົ້າ."

ລູເຊ

ນີ້ແມ່ນຊື່ຂອງເມືອງຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 28:20

ສາບານ

"ສາບານ" ຫລື "ສັນຍາຢ່າງຈິງຈັງຕໍ່ພຣະເຈົ້າ"

ຖ້າ​ພຣະເຈົ້າ​ຊົງ....ພຣະຢາເວ​​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ

ຢາໂຄບກຳລັງເວົ້າກັບພຣະເຈົ້າເຖິງບຸກຄົນທີສາມ. ສິ່ງນີ້ສາມາດກ່າວເຖິງບຸກຄົນທີສອງ. ອາດແປໄດ້ອີກວ່າ: "ຖ້າພຣະອົງຈະ ... ຫລັງຈາກນັ້ນພຣະອົງ, ພຣະຢາເວ, ຈະເປັນພຣະເຈົ້າທີ່ຂ້ານ້ອຍຈະນະມັດສະການ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

​ໃນທາງນີ້ທີ່ຂ້ານ້ອຍ​ກຳລັງຈະ​ເດີນ

ນີ້ຫມາຍເຖິງການເດີນທາງຂອງຢາໂຄບ ເພື່ອຊອກຫາເມຍ ແລະ ກັບມາບ້ານ. ອາດແປໄດ້ອີກວ່າ: "ໃນການເດີນທາງຄັ້ງນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຈະໃຫ້​ອາຫານ​ແກ່ຂ້ານ້ອຍກິນ

ໃນນີ້ຄຳວ່າ “ເຂົ້າຈີ່” ແມ່ນຫມາຍເຖິງອາຫານໂດຍທົ່ວໄປ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ຊົງນຳຂ້ານ້ອຍ​ກັບ​ມາ​ເຖິງ​ບ້ານ​ພໍ່​ຂອງ​ຂ້ານ້ອຍ

ໃນນີ້ຄຳວ່າ "ເຮືອນ" ຫມາຍເຖິງຄອບຄົວຂອງຢາໂຄບ. ອາດແປໄດ້ອີກວ່າ: "ກັບພໍ່ ແລະ ຄອບຄົວອື່ນໆຂອງຂ້ານ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ກ້ອນຫີນທີ່ສັກສິດ​

ປະໂຫຍກນີ້ຫມາຍຄວາມວ່າຫີນ ຈະເປັນເຄື່ອງຫມາຍສະຖານທີ່ ໆພຣະເຈົ້າປະກົດຕົວ ແລະ ມັນຈະເປັນສະຖານທີ່ ໆ ຄົນສາມາດນະມັດສະການພຣະເຈົ້າ. ອາດແປໄດ້ອີກວ່າ: "ວິຫານຂອງພຣະເຈົ້າ" ຫລື "ສະຖານທີ່ຂອງພຣະເຈົ້າ"