Genesis 27

Genesis 27:1

​ສາຍ​ຕາຂອງລາວ​ກໍ​ມືດມົວ​ລົງ

ປະໂຫຍກນີ້ເວົ້າກ່ຽວກັບສາຍຕາມມືດໃກ້ບອດ ໂດຍສົມທຽບວ່າດວງຕາເປັນໂຄມໄຟ ແລະ ແສງສະຫວ່າງເກືອບຈະດັບມອດໄປ. ອາດແປໄດ້ອີກວ່າ: "ລາວໃກ້ຈະຕາບອດ" ຫລື "ລາວເກືອບຈະຕາບອດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

​ເວົ້າ​ກັບເຂົາວ່າ

"ແລະ ເອຊາວໄດ້ຕອບ"

ລູກ​ຢູ່ທີ່ນີ້

"ລູກຢູ່ນີ້" ຫລື "ລູກກຳລັງຟັງຢູ່." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22: 1.

ເພິ່ນໄດ້ເວົ້າ

"ຈາກນັ້ນ ອີກຊາກໄດ້ເວົ້າ"

ເບິ່ງດູ

ສຳນວນ "ເບິ່ງດູ" ເພີ່ມຈຸດເນັ້ນສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ຟັງຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ບໍ່ຮູ້ວ່າຈະ​ຕາຍ​ເມື່ອໃດ

ມັນຫມາຍເຖິງອີຊາກຮູ້ວ່າລາວຈະຕາຍໃນໄວໆນີ້. ອາດແປໄດ້ອີກວ່າ: "ຂ້ອຍອາດຈະຕາຍໃນໄວໆນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຄວາມຕາຍ

ນີ້ແມ່ນຫມາຍເຖີງການຕາຍດ້ານຮ່າງກາຍ.

Genesis 27:3

ຂໍ້ມູນທົ່ວໄປ:

ອີຊາກສືບຕໍ່ໃຫ້ຄຳແນະນຳຕໍ່ລູກຊາຍກົກຂອງລາວ.

ອາວຸດຂອງເຈົ້າ

"ອາວຸດລ່າສັດຂອງເຈົ້າ"

ກະບອກໃສ່ລູກທະນູ

ກະບອກໃສ່ລູກທະນູແມ່ນກັບສຳລັບໃສ່ລູກທະນູ. ອາດແປໄດ້ອີກວ່າ "ກະບອກຂອງລູກທະນູ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ລ່າສັດ​​ມາ​ໃຫ້​ພໍ່

"ລ່າສັດປ່າໂຕຫນຶ່ງ​​ມາ​ໃຫ້​ພໍ່"

ຈົ່ງ​ເຮັດ​ອາຫານ​ແຊບໆ​ສຳລັບພໍ່,​ ອາຫານທີ່ພໍ່ມັກ

ຄຳວ່າ“ ແຊບ” ຫມາຍເຖິງບາງສິ່ງບາງຢ່າງທີ່ມີລົດຊາດດີ. ອາດແປໄດ້ອີກວ່າ: "ປຸງແຕ່ງອາຫານທີ່ຂ້ອຍມັກຊີ້ນທີ່ຂ້ອຍມັກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອວຍພອນໃຫ້​ເຈົ້າ

ໃນສະໄຫມທີ່ຂຽນຄຳພີ, ຜູ້ເປັນພໍ່ມັກຈະໃຫ້ພອນຢ່າງເປັນທາງການໃຫ້ແກ່ລູກຂອງຕົນ.

Genesis 27:5

ບັດນີ້

ຄຳວ່າ “ບັດນີ້” ສະແດງໃຫ້ເຫັນການປ່ຽນແປງທີ່ເນັ້ນຫນັກເຖິງນາງເຣເບກາ ແລະ ຍາໂຄບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background).

ເຣເບກາ​ໄດ້ຍິນເລື່ອງລາວທີ່​ອີຊາກໄດ້ເວົ້າກັບ​ເອຊາວ​ລູກຊາຍຂອງເຂົາ

"ເຣເບກາ​ໄດ້ຍິນ​ອີຊາກກຳລັງເວົ້າກັບ​ ເອຊາວ​ລູກຊາຍຂອງເຂົາ"

ເອຊາວໄດ້ອອກ​ໄປ... ນຳກັບມາ

ຄຳເວົ້າທີ່ວ່າ "ດັ່ງນັ້ນເມື່ອ" ໄດ້ຖືກເພີ່ມຢູ່ທີ່ນີ້ ເພື່ອສະແດງໃຫ້ເຫັນວ່ານາງເຣເບກາເວົ້າກັບຢາໂຄບ ກ່ຽວກັບສິ່ງທີ່ນາງໄດ້ຍິນ, ແລະນາງກຳລັງເວົ້າກັບລາວໃນຂະນະທີ່ເອຊາວໄດ້ອອກໄປແລ້ວ. ອາດແປໄດ້ອີກວ່າ: "ດັ່ງນັ້ນເມື່ອເອຊາວໄດ້ອອກໄປ ... ນຳມັນກັບມາ," (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ກັບເອຊາວລູກຊາຍຂອງລາວ.....ຢາໂຄບລູກຊາຍຂອງນາງ

ເອຊາວ ແລະ ຢາໂຄບທັງສອງເປັນລູກຊາຍຂອງອີຊາກ ແລະ ນາງເລເບກາ. ພວກເຂົາຖືກເອີ້ນວ່າ "ລູກຊາຍຂອງລາວ" ແລະ "ລູກຊາຍຂອງນາງ" ເພື່ອເນັ້ນຫນັກວ່າພໍ່ແມ່ ຮັກລູກຊາຍຄົນຫນຶ່ງ ຫລາຍກວ່າລູກຊາຍອີກຄົນ.

ນີ້ແ​ຫລະ

ປະໂຫຍກທີ່ວ່າ "ນີ້ແຫລະ" ເພີ່ມການເນັ້ນຫນັກໃສ່ສິ່ງທີ່ຕາມມາ. ອາດແປໄດ້ອີກວ່າ: "ຟັງຢ່າງລະມັດລະວັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຈົ່ງນຳເນື້ອສັດ ​ແລະ​ ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ພໍ່, ເພື່ອທີ່​ພໍ່ຈະກິນ​ແລ້ວພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ​ກ່ອນ​ທີ່ພໍ່​ຈະ​ຕາຍ

ນີ້ແມ່ນການຢືມຄຳເວົ້າ. ມັນສາມາດຖືກຂຽນໃນຮູບແບບວົງຢືມທາງອ້ອມ. ອາດແປໄດ້ອີກວ່າ: ລາວບອກເອຊາວໃຫ້ໄປ 'ລ່າສັດສັດປ່າ ແລະ ເພື່ອເຮັດອາຫານຊີ້ນທີ່ລາວມັກ.' ຫລັງຈາກນັ້ນກ່ອນທີ່ລາວຈະຕາຍ, ອີຊາກຈະອວຍພອນໃຫ້ເອຊາວຕໍ່ຫນ້າພຣະຢາເວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ນຳກັບມາ

"ນຳເອົາສັດປ່າທີ່ເຈົ້າລ່າໄດ້ນັ້ນ ແລະ ຂ້າມັນ"

ເຮັດ​ອາຫານ​ທີ່​ແຊບໆ​

"ເຮັດອາຫານໃຫ້ຂ້ອຍໄດ້ກິນຊີ້ນແຊບທີ່ຂ້ອຍມັກ." ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 27: 3.

ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ

"ອວຍພອນ​ເຈົ້າ​ຕໍ່ຫນ້າ​ພຣະຢາເວ"

​ກ່ອນ​ທີ່ພໍ່​ຈະ​ຕາຍ

​"ກ່ອນ​ທີ່ພໍ່​ຈະ​ຕາຍ"

Genesis 27:8

ຂໍ້ມູນທົ່ວໄປ:

ເຣເບກາສືບຕໍ່ເວົ້າກັບຍາໂຄບລູກຊາຍຂອງນາງຢູ່.

ບັດນີ້

ນີ້ບໍ່ໄດ້ຫມາຍເຖິງ "ໃນຕອນນີ້," ແຕ່ຖືກໃຊ້ເພື່ອໃຫ້ເອົາໃຈໃສ່ເຖິງຈຸດສຳຄັນທີ່ຕາມມາ.

ຈົ່ງ​ເຊື່ອຟັງ​ຄຳຂອງແມ່ທີ່​ແມ່​ສັ່ງເຈົ້າ

ນາງເລເບກາກ່າວວ່າ "ສຽງຂອງຂ້ອຍ" ເພື່ອອ້າງເຖິງສິ່ງທີ່ນາງເວົ້າ. ອາດແປໄດ້ອີກວ່າ: "ເຊື່ອຟັງຂ້ອຍ ແລະ ເຮັດໃນສິ່ງທີ່ຂ້ອຍບອກເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແມ່​ຈະ​ເຮັດ​ອາຫານ​ຢ່າງ​ແຊບໆ​ ຈາ​ກພວກແກະນັ້ນສຳລັບພໍ່ຂອງເຈົ້າ, ຢ່າງທີ່ເຂົາມັກ

ຄຳວ່າ “ແຊບ” ຫມາຍເຖິງບາງສິ່ງບາງຢ່າງທີ່ມີລົດຊາດດີ. ເບິ່ງວິທີການປະໂຫຍກທີ່ຄ້າຍຄືກັນຖືກແປໃນ 27: 3.

ເຈົ້າຈະນຳເອົາ​ອາຫານນັ້ນ​ໄປ​ໃຫ້​ພໍ່ຂອງ​ເຈົ້າ

"ຈາກນັ້ນໃຫ້ນຳເອົາໄປໃຫ້ພໍ່ຂອງເຈົ້າ"

ເພື່ອໃຫ້ເຂົາກິນ, ດັ່ງນັ້ນເຂົາຈະ​ໄດ້ອວຍພອນ​ເຈົ້າ​ກ່ອນ​

"ແລະພາຍຫລັງລາວກິນແລ້ວ, ລາວຈະອວນພອນເຈົ້າ"

ເຂົາຈະ​ໄດ້ອວຍພອນ​ເຈົ້າ​

ຄຳວ່າ "ອວຍພອນ" ຫມາຍເຖີງການພອນຢ່າງເປັນທາງການຈາກພໍ່ທີ່ໃຫ້ແກ່ລູກຂອງຕົນ.

ກ່ອນ​ຄວາມ​ຕາຍຂອງເຂົາຈະມາເຖິງ

"ກ່ອນ​ລາວ​ຕາຍ"

Genesis 27:11

ລູກເປັນ​ຄົນທີ່ຜີວ​ກ້ຽງດີ

"ລູກເປັນ​ຄົນທີ່ຜີວ​ກ້ຽງດີ" ຫລື "ລູກບໍ່ມີຂົນດົກ"

ແລະ ລູກຈະກາຍເປັນຄົນ​ຫລອກລວງ​ເພິ່ນ

"ແລະລາວຈະຄິດວ່າລູກເປັນຄົນ​ຂີ້ຕົວະ" ຫລື "ລາວຈະຮູ້ວ່າລູກເປັນຄົນ​ຫລອກລວງ​ເພິ່ນ"

ລູກຈະ​ນຳຄຳສາບແຊ່ງມາສູ່ຕົວລູກບ​ໍ່ແມ່ນຄຳອວຍພອນ​

ການຖືກສາບແຊ່ງ ຫລື ອວຍພອນແມ່ນເວົ້າເຖິງວ່າ ຄຳສາບແຊ່ງ ແລະ ອວຍພອນເຫມືອນເປັນວັດຖຸທີ່ວາງໃສ່ເທີງຄົນ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນ ເພາະສິ່ງນີ້, ລາວຈະສາບແຊ່ງຂ້ອຍ ແລະ ບໍ່ອວຍພອນໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 27:13

ລູກ​ຊາຍຂອງເຮົາເອີຍ, ​ຄຳສາບແຊ່ງ​ໃດໆນັ້ນໃຫ້ຕົກ​ຖືກ​ແມ່​ເທາະ

"ລູກເອີຍ, ຂໍໃຫ້ຄຳສາບແຊ່ງຂອງເຈົ້າມາສູ່ຂ້ອຍ." ການຖືກສາບແຊ່ງແມ່ນເວົ້າເຖິງຄືກັບວ່າຄຳສາບແຊ່ງເປັນວັດຖຸທີ່ຖືກວາງໃສ່ເທີງຄົນ. ອາດແປໄດ້ອີກວ່າ: "ຂໍໃຫ້ພໍ່ຂອງເຈົ້າສາບແຊ່ງຂ້ອຍແທນເຈົ້າ, ລູກຊາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເຊື່ອຟັງຄຳຂອງ​ແມ່

ນາງເລເບກາກ່າວວ່າ "ສຽງຂອງແມ່" ເພື່ອອ້າງເຖິງສິ່ງທີ່ນາງເວົ້າ. ອາດແປໄດ້ອີກວ່າ: "ເຊື່ອຟັງໃນສິ່ງທີ່ຂ້ອຍບອກເຈົ້າ" ຫລື "ເຊື່ອຟັງແມ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຈົ່ງນຳເອົາ​ແບ້​ມາໃຫ້ແມ່

"ຈົ່ງນຳເອົາ​ແບ້ຫນຸ່ມ​ມາໃຫ້ແມ່"

ໄດ້ເຮັດ​ອາຫານ​ອັນ​ແຊບໆ, ຢ່າງທີ່​ພໍ່ຂອງເຂົາ​ມັກ

ຄຳວ່າ “ແຊບ” ຫມາຍເຖິງບາງສິ່ງບາງຢ່າງທີ່ມີລົດຊາດດີ. ເບິ່ງວິທີການປະໂຫຍກທີ່ຄ້າຍຄືກັນຖືກແປໃນ 27: 3.

Genesis 27:15

ນາງໄດ້​ເອົາ​ຫນັງ​ຂອງແກະ​ມາ​ປົກເທິງມື​ຂອງເຂົາ

ຫນັງແກະມີຂົນຢູ່ເທີງຫນັງພວກມັນ.

ນາງ​ເອົາ​ອາຫານ​ອັນ​ຫອມຫວນ ແລະ​ ເຂົ້າຈີ່​ທີ່​ນາງໄດ້ຕຽມໃສ່ມືລູກຊາຍຂອງນາງ​ຄື​ຢາໂຄບ​ຖື​ໄປ

"ນາງໄດ້ເອົາອາຫານທີ່ແຊບ ແລະ ເຂົ້າຈີ່ ທີ່ນາງໄດ້ປຸງແຕ່ງໃຫ້ຢາໂຄບລູກຊາຍຂອງນາງ."

Genesis 27:18

ເພິ່ນ​​ຕອບ​ວ່າ

"ແລະພໍ່ຂອງລາວໄດ້ຕອບ" ຫລື "ອີຊາກໄດ້ຕອບ"

ພໍ່ຢູ່ນີ້

"ແມ່ນແລ້ວ, ພໍ່ກຳລັງຟັງ" ຫລື "ແມ່ນແລ້ວ, ມີຫຍັງ?" ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22: 1.

ລູກໄດ້​ເຮັດ​ຕາມສິ່ງ​ທີ່​ທ່ານໄດ້​ບອກ​ນັ້ນ​ແລ້ວ

"ລູກໄດ້​ເຮັດ​ຕາມສິ່ງ​ທີ່​ທ່ານໄດ້​ບອກ​ໃຫ້ເຮັດນັ້ນ​ແລ້ວ"

​ເ​ນື້ອທີ່ລູກຫາມາ

ຄຳວ່າ "ເນື້ອ" ຫມາຍເຖິງສັດປ່າປະເພດຫນຶ່ງທີ່ຄົນລ່າສັດ ແລະ ຂ້າ. ເບິ່ງວິທີການ "ເນື້ອ" ຖືກແປໃນຂໍ້ 27: 3.

Genesis 27:20

ເຂົາໄດ້​ຕອບ​

"ຢາໂຄບໄດ້​ຕອບ​"

ໄດ້ນຳມັນມາໃຫ້​ລູກ

ນີ້ແມ່ນສຳນວນຫມາຍຄວາມວ່າພຣະເຈົ້າໄດ້ເຮັດໃຫ້ມັນເກີດຂຶ້ນ. ອາດແປໄດ້ອີກວ່າ: "ຊ່ວຍຂ້ອຍໃຫ້ປະສົບຜົນສຳ ເລັດໃນຂະນະທີ່ລ່າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເຈົ້າ​ແມ່ນ​ລູກຊາຍຂອງພໍ່ຄືເອຊາວ​ແທ້​ຫລື​ບໍ່

"ຖ້າເຈົ້າ​ແມ່ນ​ລູກຊາຍຂອງພໍ່ຄືເອຊາວ​ແທ້"

Genesis 27:22

ຢາໂຄບ​ໄດ້​ເຂົ້າ​ໄປໃກ້​ອີຊາກພໍ່ຂອງເຂົາ

"ຢາໂຄບ​ໄດ້ຍັບ​ເຂົ້າ​ໄປໃກ້​ອີຊາກພໍ່ຂອງເຂົາ"

ສຽງນັ້ນຄື​​ສຽງ​​ຂອງ​ຢາໂຄບ

ອີຊາກປຽບທຽບສຽງຂອງຢາໂຄບກັບຢາໂຄບເອງ. ອາດແປໄດ້ອີກວ່າ: "ສຽງເຈົ້າຟັງຄືກັນກັບຢາໂຄບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແຕ່​ມືເປັນມືຂອງ​ເອຊາວ

ອີຊາກປຽບທຽບມືຂອງເອຊາວກັບເອຊາວ. ອາດແປໄດ້ອີກວ່າ: "ແຕ່ມືຂອງທ່ານຮູ້ສຶກຄືກັບມືຂອງເອຊາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 27:24

​ເພິ່ນໄດ້ເວົ້າ​​ວ່າ

ອີຊາກຖາມຄຳຖາມນີ້ກ່ອນອວຍພອນລູກຊາຍຂອງລາວ. ອາດແປໄດ້ອີກວ່າ: "ແຕ່ອີຊາກຖາມກ່ອນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

ກິນເນື້ອທີ່ເຈົ້າຫາມາ

ຄຳວ່າ "ເນື້ອ" ຫມາຍເຖິງສັດປ່າປະເພດຫນຶ່ງທີ່ຄົນລ່າສັດ ແລະ ຂ້າ. ເບິ່ງວິທີການ "ເນື້ອ" ຖືກແປໃນຂໍ້ 27: 5.

ແລະ ເພິ່ນກໍໄດ້ດື່ມ.

"ແລະ ອີຊາກກໍໄດ້ດື່ມ"

Genesis 27:26

ເພິ່ນກໍໄດ້​ກິ່ນ​ເຄື່ອງນຸ່ງ​ຂອງ​ເຂົາ, ເເລະອວຍພອນ​ເຂົາ

ມັນສາມາດເຮັດໃຫ້ເຫັນໄດ້ຊັດເຈນວ່າເຄື່ອງນຸ່ງດັ່ງກ່າວມີກິ່ນ ເຫມືອນ ເຄື່ອງນຸ່ງຂອງເອຊາວ. ອາດແປໄດ້ອີກວ່າ: "ລາວໄດ້ດົມກິ່ນເຄື່ອງນຸ່ງຂອງລາວ ແລະ ມັນມີກິ່ນຄືກັບເຄື່ອງນຸ່ງຂອງເອຊາວ, ສະນັ້ນອີຊາກຈຶ່ງໄດ້ອວຍພອນລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ແລະເພິ່ນກໍໄດ້​ກິ່ນ​

ແລະ ອີກຊາກໄດ້​ກິ່ນ​

ກິ່ນ

"ກິ່ນຫອມ"

ເເລະໄດ້ອວຍພອນ​ເຂົາ

"ແລະ ຫລັງຈາກນັ້ນເພີ່ນໄດ້ອວຍພອນລາວ." ນີ້ຫມາຍເຖິງການອວຍພອນຢ່າງເປັນທາງການ ທີ່ພໍ່ໃຫ້ແກ່ລູກຂອງລາວ.

ເພິ່ນໄດ້ເວົ້າ,ວ່າກິ່ນ​​ລູກຊາຍ​ຂອງຂ້ອຍ

ຄຳວ່າ "ເບິ່ງ" ແມ່ນໃຊ້ເພື່ອເນັ້ນຫນັກຄວາມຫມາຍຂອງການເວົ້ານັ້ນວ່າ "ເປັນຄວາມຈິງ". ອາດແປໄດ້ອີກວ່າ: "ນີ້ແມ່ນກິ່ນຂອງລູກຊາຍຂ້ອຍ ແທ້ໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ທີ່​ພຣະຢາເວ​ໄດ້ສົ່ງ​ພອນ​ລົງ​ມາ​ໃຫ້

ໃນນີ້ຄຳວ່າ “ອວຍພອນ” ຫມາຍຄວາມວ່າພຣະຢາເວໄດ້ເຮັດໃຫ້ສິ່ງທີ່ດີເກີດຂື້ນກັບທົ່ງນາ ແລະ ໃຫ້ມັນເກີດຫມາກຜົນ. ອາດແປໄດ້ອີກວ່າ: "ທີ່ພຣະຢາເວໄດ້ເຮັດໃຫ້ເກີດຜົນຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

Genesis 27:28

ຂໍ້ມູນທົ່ວໄປ:

ນີ້ແມ່ນພອນຂອງອີຊາກ. ລາວຄິດວ່າລາວກຳລັງເວົ້າກັບເອຊາວ, ແຕ່ລາວກຳລັງເວົ້າກັບຢາໂຄບ.

ໃຫ້ເຈົ້າ

ໃນນີ້ຄຳວ່າ “ເຈົ້າ” ແມ່ນຄຳນາມ ແລະ ຫມາຍເຖິງຢາໂຄບ. ແຕ່ພອນນັ້ນຈະນຳໃຊ້ກັບລູກຫລານຂອງຢາໂຄບນຳອີກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you ແລະ /WA-Catalog/lo_tm?section=translate#figs-synecdoche)

ນ້ຳຄ້າງແຫ່ງທ້ອງຟ້າ

"ນໍ້າຄ້າງ" ແມ່ນນໍ້າທີ່ໄຫລລົງມາ ທີ່ຕົ້ນໄມ້ໃນເວລາກາງຄືນ. ປະໂຫຍກນີ້ສາມາດເຮັດໃຫ້ຊັດເຈນຍິ່ງຂື້ນ. ອາດແປໄດ້ອີກວ່າ: "ນໍ້າຫມອກຈາກທ້ອງຟ້າຕົກລົງມາໃນຕອນກາງຄືນ ເພື່ອຫົດຜົນລະປູກຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອຸດົມສົມບູນຂອງແຜ່ນດິນ

ການມີທີ່ດິນທີ່ອຸດົມສົມບູນ ແມ່ນເວົ້າປຽບທຽບເຖິງແຜ່ນດິນໂລກມີໄຂມັນ ຫລື ຮັ່ງມີ. ອາດແປໄດ້ອີກວ່າ: "ດິນໃຫ້ຜົນຜະລິດທີ່ດີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຕົ້ນ​ເຂົ້າ ທັງ​ເຫລົ້າ​ອະງຸ່ນໃຫມ່​ຫລວງຫລາຍ.

ຖ້າ "ເມັດພືດ" ແລະ "ເຫລົ້າ" ບໍ່ເປັນທີ່ຮູ້ຈັກ, ປະໂຫຍກນີ້ສາມາດຖືກເວົ້າໂດຍທົ່ວໄປ. ອາດແປໄດ້ອີກວ່າ: "ມີອາຫານ ແລະ ເຄື່ອງດື່ມຢ່າງຫລວງຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 27:29

ເຈົ້າ....ຂອງເຈົ້າ

ໃນນີ້ຄຳນາມເຫລົ່ານີ້ແມ່ນຄຳຄີກ ແລະ ຫມາຍເຖິງຢາໂຄບ. ແຕ່ພອນນັ້ນຍັງໃຊ້ໄດ້ກັບລູກຫລານຂອງຍາໂຄບເຊັ່ນກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you ແລະ /WA-Catalog/lo_tm?section=translate#figs-synecdoche)

ປະຊາຊາດທັງຫລາຍໂຄ້ງຄຳນັບ

ໃນນີ້ຄຳວ່າ “ປະຊາຊາດ” ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຈາກທຸກປະເທດກົ້ມຫົວລົງຄຳນັບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ໂຄ້ງຄຳນັບ

ນີ້ຫມາຍຄວາມວ່າການກົ້ມຕົວຄຳນັບ ເພື່ອສະແດງຄວາມເຄົາລົບ ແລະ ກຽດຕິຍົດຕໍ່ຜູ້ໃດຜູ້ຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ

"ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ"

ພີ່ນ້ອງທັງຫລາຍຂອງເຈົ້າ.......ລູກຊາຍທັງຫລາຍຂອງແມ່​ເຈົ້າ

ອີຊາກ ກຳລັງກ່າວພອນນີ້ໂດຍກົງຕໍ່ຍາໂຄບ. ແຕ່, ມັນຍັງໃຊ້ກັບລູກຫລານຂອງຢາໂຄບ ຜູ້ທີ່ຈະປົກຄອງລູກຫລານຂອງເອຊາວ ແລະ ລູກຫລານຂອງອ້າຍນ້ອງຂອງຢາໂຄບ ຜູ້ອື່ນທີ່ລາວອາດຈະມີ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ແລະ ຂໍໃຫ້ລູກຊາຍທັງຫລາຍຂອງແມ່​ເຈົ້າ ໂຄ້ງ​ຄຳນັບ​ໃຫ້ແກ່ເຈົ້າ​

"ແລະ ລູກຊາຍທັງຫລາຍຂອງແມ່​ເຈົ້າຈະໂຄ້ງ​ຄຳນັບ​ເຈົ້າ​"

​ຂໍໃຫ້ທຸກ ຄົນທີ່​ສາບແຊ່ງ​ເຈົ້າຖືກ​ສາບແຊ່ງ

ປະໂຫຍກນີ້ສາມາດຖືກກ່າວເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າສາບແຊ່ງທຸກຄົນ ທີ່ສາບແຊ່ງທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ຂໍໃຫ້ທຸກຄົນທີ່ອວຍພອນ​ເຈົ້າໄດ້​ຮັບ​ການອວຍພຣະພອນ​

ປະໂຫຍກນີ້ສາມາດຖືກກ່າວເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະເຈົ້າອວຍພອນທຸກຄົນ ທີ່ອວຍພອນທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 27:30

ໄດ້ລົບຫນີອອກໄປ​​ຈາກ​ຫນ້າອີຊາກ​ພໍ່ຂອງເຂົາຢ່າງລັບໆ

"ໄດ້ລົບຫນີອອກຈາກເຕັນຂອງອີຊາກພໍ່ຂອງລາວ"

​ອາຫານ​ອັນ​ແຊບໆ

"ຊີ້ນແຊບທີ່ຂ້ອຍມັກ." ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 27: 3.

ກິນ​ສິ່ງທີ່ລູກຊາຍຂອງທ່ານ​ໄດ້ລ່າມາ

ໃນນີ້ຄຳວ່າ “ລູກຊາຍຂອງທ່ານ” ແມ່ນວິທີການສຸພາບຂອງເອຊາວທີ່ກ່າວເຖິງອາຫານຂອງລາວ ທີ່ລາວໄດ້ກຽມໄວ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-123person)

ລູກຊາຍຂອງທ່ານ​ໄດ້ລ່າມາ

ຄຳວ່າ "ເນື້ອ" ຫມາຍເຖິງສັດປ່າປະເພດຫນຶ່ງທີ່ຄົນລ່າ ແລະ ຂ້າ. ເບິ່ງວິທີການ "ເນື້ອ" ຖືກແປໃນຂໍ້ 27: 5.

ອວຍພອນ​ລູກ

ນີ້ຫມາຍເຖິງພອນຢ່າງເປັນທາງການ ທີ່ພໍ່ໃຫ້ແກ່ລູກຂອງລາວ.

Genesis 27:32

​ໄດ້ເວົ້າກັບເຂົາວ່າ

"​ໄດ້ເວົ້າກັບເອຊາວ"

ອີຊາກ​ຈຶ່ງ​ຕົກໃຈ​ທັງ​ສັ່ນ​ຫມົດ​ຕົວ

"ອີຊາກ​ໄດ້ເລີ່ມ​ສັ່ນ​ຫມົດ​ຕົວ"

​ໄດ້ໄປລ່າ​ສັດ

ເນື້ອຫມາຍເຖິງສັດປ່າປະເພດຫນຶ່ງທີ່ຄົນລ່າ ແລະ ຂ້າ. ເບິ່ງວິທີການ "ເນື້ອ" ຖືກແປໃນຂໍ້ 27: 5.

Genesis 27:34

ລາວຈຶ່ງຮ້ອງໃຫ້ດ້ວຍສຽງອັນດັງ ແລະ ຂົມຂື່ນ

ຄວາມເຈັບປວດຂອງເອຊາວແມ່ນ ຄ້າຍຄືກັບລາວໄດ້ກິນອາຫານທີ່ມີລົດຊາດຂົມຂື່ນ. ອາດແປໄດ້ອີກວ່າ: "ລາວຮ້ອງໄຫ້ດ້ວຍສຽງດັງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເອົາ​ຄຳອວຍພອນ​ຂອງເຈົ້າ​ຄວນ​ຈະ​ໄດ້ໄປ​ແລ້ວ.

ນີ້ແມ່ນຮູບແບບຂອງຄຳເວົ້າທີ່ມີຄວາມຫມາຍວ່າ ຢາໂຄບໄດ້ເອົາສິ່ງທີ່ເປັນຂອງເອຊາວໄປແລ້ວ. ອາດແປໄດ້ອີກວ່າ: "ພໍ່ໄດ້ອວຍພອນລາວແທນເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 27:36

ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?

ເອຊາວໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມໂກດແຄ້ນຂອງລາວ ຕໍ່ຢາໂຄບ. ອາດແປໄດ້ອີກວ່າ: "ຢາໂຄບແມ່ນຊື່ທີ່ຖືກຕ້ອງສຳລັບອ້າຍຂອງຂ້ອຍ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຢາໂຄບ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ: "ຊື່ຢາໂຄບຫມາຍຄວາມວ່າ 'ລາວຈັບສົ້ນຕີນ.' ໃນພາສາເດີມຊື່ວ່າ 'ຢາໂຄບ' ຍັງມີສຽງຄ້າຍຄືຄຳວ່າ 'ລາວຫລອກລວງ.' "

ເຂົາໄດ້ເອົາ......ຄຳອວຍພອນ

ຄຳນີ້ເວົ້າກ່ຽວກັບສິດທິລູກຫົວປີຖືກກ່າວເຖີງ ຄືກັບວ່າມັນເປັນວັດຖຸທີ່ຄົນເຮົາສາມາດເອົາໄປໄດ້. ອາດແປໄດ້ອີກວ່າ: "ລາວໄດ້ຫລອກລວງຂ້ອຍເພື່ອລັກເອົາມໍລະດົກສອງຢ່າງທີ່ຂ້ອຍຄວນໄດ້ຮັບ ຈາກການເປັນລູກຊາຍກົກ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບັດນີ້​ເຂົາ​ໄດ້​ເອົາຄຳອວຍ​ພອນ​ຂອງ​ລູກ​ໄປ​ອີກ

ສິ່ງນີ້ເວົ້າກ່ຽວກັບພອນຄືກັບວ່າມັນເປັນວັດຖຸທີ່ຄົນນັ້ນ ສາມາດເອົາໄປໄດ້. ອາດຈະແປໄດ້ອີກວ່າ: "ດຽວນີ້ລາວໄດ້ຫລອກລວງເຈົ້າໃຫ້ເປັນພອນໃຫ້ລາວແທນຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບໍ່ມີ​ຄຳອວຍພອນ​ຈັກ​ຢ່າງ​ເຫລືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?

ເອຊາວຮູ້ວ່າພໍ່ຂອງລາວບໍ່ສາມາດອວຍພອນໃຫ້ລາວ ກັບສິ່ງດຽວກັນກັບທີ່ລາວໄດ້ອວຍພອນ ຢາໂຄບ. ເອຊາວກຳລັງຖາມຖ້າມີສິ່ງໃດທີ່ອີຊາກສາມາດອວຍພອນໃຫ້ແກ່ລາວໄດ້ອີກ ເຊິ່ງເປັນຄຳອວຍພອນທີ່ບໍ່ໄດ້ໃຫ້ແກ່ ຢາໂຄບ.

ລູກຊາຍຂອງພໍ່ເອີຍ​ ພໍ່​ຈະ​ສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າ​ໄດ້​ບໍ?

ອີຊາກໃຊ້ຄຳຖາມເພື່ອເນັ້ນຫນັກວ່າບໍ່ມີສິ່ງອື່ນໃດ ທີ່ລາວສາມາດເຮັດໄດ້ອີກແລ້ວ. ອາດແປໄດ້ອີກວ່າ: "ບໍ່ມີຫຍັງອີກທີ່ພໍ່ສາມາດເຮັດໄດ້ສຳລັບເຈົ້າ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

Genesis 27:38

ພໍ່​ເອີຍ ທ່ານບໍ່ມີຄຳອວຍພອນ​ເຫລືອສຳລັບລູກ, ອີກຈັກຄຳອວຍພອນບໍ?

ປະໂຫຍກນີ້ສາມາດຖືກກ່າວໃນຮູບແບບທາງບວກໄດ້. "ພໍ່ເອີຍ, ເຈົ້າມີພອນຢ່າງຫນຶ່ງອີກສຳລັບຂ້ອຍບໍ"

Genesis 27:39

ເພິ່ນໄດ້ຕອບ

"ໄດ້ເວົ້າກັບເອຊາວ"

ເບິ່ງເຖີດ

ສິ່ງນີ້ເພີ່ມຄວາມສຳຄັນຕໍ່ສິ່ງທີ່ອີຊາກເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ຈົ່ງຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

​ຢູ່ຫ່າງໄກ​ຈາກ​ຄວາມອຸດົມສົມບູນ ​ແລະ ​ຮັ່ງມີຂອງແຜ່ນດິນ

ນີ້ແມ່ນຮູບແບບການເວົ້າໂດຍອ້າງອີງໃສ່ ຄວາມອຸດົມສົມບູນຂອງໂລກ. ອາດແປໄດ້ອີກວ່າ: "ໄກຈາກດິນທີ່ອຸດົມສົມບູນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຂອງເຈົ້າ....ເຈົ້າ

ໃນຂໍ້ 27: 39-40 ຄຳແທນນາມເຫລົ່ານີ້ແມ່ນຄຳຄີກ ແລະ ຫມາຍເຖີງເອຊາວ, ແຕ່ສິ່ງທີ່ອີຊາກເວົ້າຍັງ ຫມາຍເຖິງລູກຫລານຂອງເອຊາວນຳອີກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche).

ຄວາມ​ຊຸ່ມເຢັນທີ່​ສະຫວັນ

"ນໍ້າຄ້າງ" ແມ່ນນໍ້າທີ່ໄຫຼລົງມາທີ່ຕົ້ນໄມ້ໃນເວລາກາງຄືນ. ສິ່ງນີ້ສາມາດເວົ້າໃຫ້ຊັດເຈນໄດ້. ອາດແປໄດ້ອີກວ່າ: "ຄວາມມືດໃນຕອນກາງຄືນຈາກທ້ອງຟ້າ ຈະຫົດຜົນລະປູກຂອງເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຈົ້າຈະມີຊີວິດ​ຢູ່ໄດ້ດ້ວຍດາບຂອງ​ເຈົ້າ

ໃນນີ້ຄຳວ່າ “ດາບ” ຫມາຍເຖິງຄວາມຮຸນແຮງ. ອາດແປໄດ້ອີກວ່າ: "ເຈົ້າຈະລັກ ແລະ ຂ້າຄົນເພື່ອຈະໄດ້ສິ່ງທີ່ເຈົ້າຕ້ອງການເພື່ອດຳລົງຊີວິດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ເຈົ້າ​ຈະ​ປົດແອກຂອງເຂົາ​​ອອກຈາກ​ຄໍຂອງເຈົ້າ​ໄດ້

ສິ່ງນີ້ເວົ້າກ່ຽວກັບໃຜຜູ້ຫນຶ່ງທີ່ມີເຈົ້ານາຍ ເປັນຜູ້ຄວບຄຸມບຸກຄົນນັ້ນ ເປັນແອກທີ່ຄົນນັ້ນຕ້ອງແບກຫາບ. ອາດແປໄດ້ອີກວ່າ: "ທ່ານຈະເປັນອິດສະຫລະຈາກການຄວບຄຸມຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

Genesis 27:41

ເອຊາວໄດ້ເວົ້າໃນໃຈຂອງເພິ່ນ

ທີ່ນີ້ “ຫົວໃຈ” ຫມາຍເຖິງຕົວຂອງເອຊາວ. ອາດແປໄດ້ອີກວ່າ: "ເອຊາວເວົ້າກັບຕົວເອງ"(ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-synecdoche)

ວັນເວລາແຫ່ງຄວາມໂສກເສົ້າສຳລັບ​ພໍ່​ຂອງເຮົາ ກໍາລັງ​​ເຂົ້າ​ມາ​ໃກ້

ນີ້ຫມາຍເຖິງມື້ທີ່ຄົນໄຫວ້ທຸກ ເມື່ອຄົນໃນຄອບຄົວເສຍຊີວິດ.

ຖ້ອຍຄຳ​​ຂອງ​ເອຊາວ​ ລູກຊາຍກົກຂອງນາງໄດ້ຖືກນຳມາບອກໃຫ້ເຣເບກາຮູ້

ນີ້ແມ່ນ "ຖ້ອຍຄຳ" ຫມາຍເຖິງສິ່ງທີ່ເອຊາວເວົ້າ. ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ມີບາງຄົນບອກເຣເບກາກ່ຽວກັບແຜນການຂອງເອຊາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

ເບິ່ງເຖີດ

"ຈົ່ງຟັງ" ຫລື "ຈົ່ງຕັ້ງໃຈເຖີດ"

ກຳລັງປອບໃຈຕົວເອງ

"ແມ່ນການເຮັດໃຫ້ລາວເອງຮູ້ສຶກດີຂື້ນ"

Genesis 27:43

ບັດນີ້

ນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕິດຕາມມາ.

ຫນີໄປຫາລາບານ

"ຫນີຈາກທີ່ນີ້ໄປໂດຍໄວ ແລະ ໄປຫາລາບານ"

ຊົ່ວໄລຍະ​ຫນຶ່ງ

"ຊົ່ວໄລຍະ​ຫນຶ່ງ"

ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​

"ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ເຢັນລົງ"

ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ຫັນໄປຈາກເຈົ້າ

ບໍ່ມີຄວາມໃຈຮ້າຍອີກຕໍ່ໄປຖືກເວົ້າຄືກັບວ່າ ຄວາມໃຈຮ້າຍຫັນໄປທິດທາງອື່ນ. ອາດແປໄດ້ອີກວ່າ: "ຈົນກວ່າລາວຈະບໍ່ໂກດແຄ້ນຕໍ່ເຈົ້າອີກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເປັນຫຍັງ​​ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ?

ນາງເຣເບກາໃຊ້ຄຳຖາມເພື່ອເນັ້ນຫນັກເຖິງຄວາມເປັນຫ່ວງຂອງນາງ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ຕ້ອງການສູນເສຍ ພວກເຈົ້າທັງສອງໃນມື້ດຽວ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ

ມັນມີຄວາມຫມາຍວ່າຖ້າເອຊາວ ຂ້າຢາໂຄບ, ພວກເຂົາກໍ່ຈະປະຫານເອຊາວເພາະຖືວ່າເປັນຄາດຕະກອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ແມ່​ຕ້ອງ​ສູນເສຍ

ນີ້ແມ່ນວິທີການເວົ້າທີ່ສຸພາບເຊິ່ງຫມາຍເຖິງ ການເສຍຊີວິດຂອງລູກຊາຍຂອງນາງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

Genesis 27:46

ຂ້ອຍ​ເບື່ອຊີວິດ

ນາງເຣເບກາເວົ້າເກີນຄວາມເປັນຈິງ ເພື່ອເນັ້ນຫນັກວ່ານາງມີຄວາມເສົ້າສະຫລົດໃຈຫລາຍປານໃດຕໍ່ພວກຜູ້ຍິງຊາວຮິດຕີ ທີ່ເອຊາວໄດ້ແຕ່ງງານນຳ. ອາດແປໄດ້ອີກວ່າ: "ຂ້ອຍຮູ້ສຶກອຸກໃຈຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hyperbole)

ລູກສາວທັງຫລາຍຂອງຊາວຮິດຕີ​

"ຍິງສາວຊາວຮິດຕີ​" ຫລື "ເຊື້ອສາຍຂອງຮິດຕີ"

​ເຫມືອນຜູ້ຍິງເຫລົ່ານີ້, ລູກສາວຂອງແຜ່ນດິນນີ້ບາງຄົນ

ວະລີທີ່ວ່າ "ລູກສາວຂອງແຜ່ນດິນ" ຫມາຍເຖິງຍິງຄົນທ້ອງຖິ່ນ. ອາດແປໄດ້ອີກວ່າ: "ຄືກັນກັບແມ່ຍິງເຫລົ່ານີ້ ທີ່ອາໄສຢູ່ໃນດິນແດນນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຊີວິດຂອງ​ຂ້ອຍ​ຈະມີປະໂຫຍດຫຍັງ?

ນາງເລເບກາໃຊ້ຄຳຖາມເພື່ອເນັ້ນຫນັກວ່າ ນາງຈະຮູ້ສຶກເສົ້າໃຈຫລາຍປານໃດຖ້າຍາໂຄບແຕ່ງງານກັບຜູ້ຍິງຊາວຮິດຕີ. ອາດແປໄດ້ອີກວ່າ: "ຊີວິດຂອງຂ້ອຍຈະເປັນເຫມືອນຕົກລາຮົກ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)