Genesis 26

Genesis 26:1

ບັດນີ້

ປະໂຫຍກນີ້ແມ່ນເພື່ອຫມາຍຈຸດເລີ່ມຕົ້ນພາກໃຫມ່ຂອງບົດເລື່ອງ.

ໄດ້ເກີດມີ​ການ​ອຶດຢາກ​ອາຫານ​

"ໄດ້ເກີດມີ​ໄພອິດຫິວ"​ ຫລື "ໄດ້ເກີດມີ​ການ​ອຶດຢາກ​ອາຫານອີກຄັ້ງຫນຶ່ງ"

ໃນ​ແຜ່ນດິນ

ທ່ານສາມາດລະບຸທີ່ຕັ້ງຂອງເຂດນັ້ນຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ໃນແຜ່ນດິນທີ່ອີຊາກ ແລະ ຄອບຄົວຂອງລາວອາໄສຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ທີ່ເຄີຍເກີດຂຶ້ນຄັ້ງ​ໃນ​ສະໄຫມ​ຂອງ​ອັບຣາຮາມ

ປະໂຫຍກທີ່ວ່າ "ໃນສະໄຫມ" ຫມາຍຄວາມວ່າເວລາທີ່ອັບຣາຮາມໄດ້ອາໄສຢູ່. ອາດແປໄດ້ອີກວ່າ: "ສິ່ງນັ້ນໄດ້ເຄີຍເກີດຂື້ນໃນຊີວິດຂອງອັບຣາຮາມເຊັ່ນກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 26:2

ຂໍ້ມູນທົ່ວໄປ:

ພຣະຢາເວເລີ່ມຕົ້ນເວົ້າກັບອີຊາກ

ໄດ້​ປາກົດ​ແກ່​ເຂົາ

"ໄດ້​ປາກົດ​ແກ່ອີຊາກ"

ຢ່າ​ລົງໄປ​ຍັງ​ເອຢິບ

ມັນເປັນເລື່ອງທຳມະດາທີ່ຈະເວົ້າເຖິງການອອກຈາກດິນແດນແຫ່ງພັນທະສັນຍາວ່າ "ກຳລັງລົງໄປ" ຫາບ່ອນອື່ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ສຳລັບເຈົ້າ​ ແລະເຊື້ອສາຍ​ທັງຫລາຍຂອງ​ເຈົ້າ, ເຮົາ​ຈະ​ໃຫ້ແຜ່ນດິນທັງຫມົດເຫລົ່ານີ້

"ສຳລັບເຈົ້າ​, ເຮົາ​ຈະ​ໃຫ້ແຜ່ນດິນທັງຫມົດເຫລົ່ານີ້ແກ່ເຈົ້າ ແລະ ເຊື້ອສາຍ​ທັງຫລາຍຂອງ​ເຈົ້າ"

ເຮົາຈະເຮັດໃຫ້​ຄຳ​ສັນຍາຊຶ່ງ​ເຮົາ​ໄດ້​ໃຫ້ໄວ້​ກັບ​ອັບຣາຮາມພໍ່​ຂອງ​ເຈົ້ານັ້ນ​ສຳເລັດ

"ເຮົາຈະເຮັດຕາມທີ່ເຮົາໄດ້ໃຫ້​ຄຳ​ສັນຍາກັບ​ອັບຣາຮາມພໍ່​ຂອງ​ເຈົ້າ ເຮົາຈະເຮັດຕາມນັ້ນ"

Genesis 26:4

ຂໍ້ມູນທົ່ວໄປ:

ພຣະຢາເວເລີ່ມຕົ້ນເວົ້າກັບອີຊາກ.

ເຮົາ​ຈະ​ໃຫ້​​ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ

"ເຮົາ​ຈະ​ໃຫ້​​ເຈົ້າທະວີເຊື້ອສາຍ​ຫລາຍຂື້ນ"

ເຫມືອນດວງດາວ​ທັງຫລາຍໃນ​ທ້ອງຟ້າ

ປະໂຫຍກນີ້ແມ່ນເວົ້າກ່ຽວກັບຈຳນວນເຊື້ອສາຍຂອງອີຊາກຄືກັບວ່າມັນມີຈຳນວນເທົ່າກັບຈຳນວນດວງດາວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 22:15. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ທ້ອງຟ້າ

ນີ້ຫມາຍເຖິງທຸກສິ່ງທີ່ເຮົາເຫັນຢູ່ເຫນືອແຜ່ນດິນໂລກ, ລວມທັງດວງອາທິດ, ດວງຈັນ ແລະ ດວງດາວ.

ປະຊາຊາດ​ທັງຫມົດຂອງແຜ່ນດິນນີ້ ຈະ​ໄດ້​ຮັບ​ພຣະພອນ​

ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາຈະອວຍພອນໃຫ້ທຸກໆ ປະຊາຊາດໃນແຜ່ນດິນທົ່ວໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ອັບຣາຮາມ​ໄດ້ເຊື່ອຟັງສຽງຂອງ​ເຮົາ, ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ

ວະລີທີ່ວ່າ "ເຊື່ອຟັງສຽງຂອງຂ້ອຍ" ແລະ "ຮັກສາຄຳ ສັ່ງສອນຂອງເຮົາ, ຄຳສັ່ງ, ກົດຫມາຍ ແລະ ກົດບັນຍັດຂອງ ເຮົາ" ຫມາຍເຖິງສິ່ງດຽວກັນ. ອາດແປໄດ້ອີກວ່າ: "ອັບຣາຮາມໄດ້ເຊື່ອຟັງເຮົາ ແລະ ເຮັດທຸກສິ່ງທີ່ເຮົາສັ່ງໃຫ້ລາວເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-parallelism)

ໄດ້ເຊື່ອຟັງສຽງຂອງ​ເຮົາ

ໃນນີ້ຄຳວ່າ "ສຽງ" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ເຊື່ອຟັງເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 26:6

ອີຊາກ​ຈຶ່ງໄດ້​ຕັ້ງຖິ່ນທີ່​ເມືອງ​ເກຣາກ

ມີພຽງແຕ່ອີຊາກເທົ່ານັ້ນທີ່ຖືກກ່າວເຖິງເພາະວ່າລາວເປັນຜູ້ ນຳໃນຄອບຄົວ, ແຕ່ຄວາມຈິງແມ່ນຄອບຄົວທັງຫມົດຂອງລາວໄດ້ຢູ່ນຳລາວ. ອາດແປໄດ້ອີກວ່າ: "ດັ່ງນັ້ນອີຊາກ ແລະຄອບຄົວຂອງລາວຕັ້ງຖິ່ນຖານຢູ່ເມືອງເກຣາກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເພິ່ນ​ຢ້າ​ນທີ່ຈະເວົ້າ​ວ່າ

ໃນນີ້ຄຳວ່າ "ຄວາມຢ້ານກົວ" ຫມາຍເຖິງຄວາມຮູ້ສຶກທີ່ບໍ່ດີທີ່ຄົນເຮົາມີເມື່ອມີໄພຂົ່ມຂູ່ ທີ່ເປັນອັນຕະລາຍຕໍ່ຕົວເອງ ຫລື ຄົນອ້ອມຂ້າງ. "ລາວຢ້ານທີ່ຈະເວົ້າ"

​ເອົາ​ນາງ​ເຣເບກາ​ໄປ

"ເພື່ອ​ເອົາ​ນາງ​ເຣເບກາ​ໄປ"

ໄດ້ຊົງເຫັນ​ອີຊາກ​

ຄຳວ່າ "ເບິ່ງເຖີດ" ສະແດງໃຫ້ເຫັນວ່າສິ່ງທີ່ ອາບີເມເລກ ເຫັນໄດ້ເຮັດໃຫ້ລາວຕົກຕະລຶງ. ອາດແປໄດ້ອີກວ່າ: "ແລະລາວປະຫລາດໃຈຫລາຍທີ່ເຫັນວ່າອີຊາກ"

ກຳລັງ​ກອດ​ນາງ​ເຣເບກາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ລາວກຳລັງສຳຜັດນາງຕາມວິທີທີ່ຜົວສຳຜັດກັບເມຍຂອງລາວ ຫລື 2) ລາວກຳລັງຫົວເລາະ ແລະ ເວົ້າລົມກັບນາງ ຄືກັນກັບຜົວຈະເວົ້າກັບເມຍຂອງລາວ.

Genesis 26:9

ອາບີເມເຫລັກ​ໄດ້ຊົງ​ເອີ້ນໃຫ້​ອີຊາກ​ມາເຂົ້າເຝົ້າພະອົງ

ອາບີເມເຫລັກອາດຈະສົ່ງຄົນໄປບອກອີຊາກວ່າອາບີເມເຫລັກ ຕ້ອງການພົບລາວ. ອາດແປໄດ້ອີກວ່າ: "ອາບີເມເຫລັກ ໄດ້ສົ່ງຄົນໄປບອກໃຫ້ອີຊາກມາຫາລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, "​ນາງ​ເປັນ​ນ້ອງສາວຂອງເຈົ້າ?

ນີ້ແມ່ນການຢືມຄຳເວົ້າ. ປະໂຫຍກນີ້ສາມາດຖືກລະບຸເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ເປັນຫຍັງເຈົ້າຈຶ່ງເວົ້າວ່ານາງແມ່ນນ້ອງສາວຂອງເຈົ້າ?" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ເພື່ອເອົານາງ​ໄປ

"ດັ່ງນັ້ນເພິ່ນໄດ້ເອົານາງ​ໄປ"

ເຈົ້າ​ໄດ້​ເຮັດຫຍັງ​ກັບ​ເຮົາ​ດັ່ງນີ້?

ອາບີເມເຫລກໄດ້ໃຊ້ຄຳຖາມນີ້ເພື່ອກ່າວໂທດອີຊາກ. ອາດແປໄດ້ອີກວ່າ: "ທ່ານບໍ່ຄວນເຮັດສິ່ງນີ້ກັບພວກເຮົາ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

​ເຈົ້າ​ຈະນຳຄວາມຜິດມາຜິດ​ສູ່ເຮົາ

ປະໂຫຍກນີ້ເວົ້າກ່ຽວກັບການເຮັດໃຫ້ຜູ້ໃດຜູ້ຫນຶ່ງມີຄວາມຜິດຄືກັບວ່າ "ຄວາມຜິດ" ເປັນຄືກັນກັບວັດຖຸໃດຫນຶ່ງທີ່ວາງໃສ່ຄົນອື່ນ. ອາດແປໄດ້ອີກວ່າ: "ທ່ານອາດຈະເຮັດໃຫ້ພວກເຮົາມີຄວາມຜິດໃນການເອົາເມຍຂອງຜູ້ອື່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ສູ່ເຮົາ

ໃນນີ້ຄຳວ່າ “ພວກເຮົາ” ຫມາຍເຖິງ ອາບີເມເລກ ແລະ ປະຊາຊົນທັງຫມົດຂອງລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ຜູ້ໃດ​ແຕະຕ້ອງຜູ້ຊາຍຄົນນີ້

ໃນນີ້ຄຳວ່າ “ແຕະຕ້ອງ” ຫມາຍເຖິງວິທີທີ່ຈະເຮັດໃຫ້ເກີດອັນຕະລາຍ. ອາດແປໄດ້ອີກວ່າ: "ຜູ້ໃດທີ່ທຳຮ້າຍຜູ້ຊາຍຄົນນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຜູ້ນັ້ນຈະ​ຕ້ອງຮັບໂທດ​ເຖິງ​ຕາຍ

ອາບີເມເລກ ອາດມີຈຸດປະສົງທີ່ຈະບອກຜູ້ໃດຜູ້ຫນຶ່ງວ່າຈະຂ້າຜູ້ໃດກໍຕາມທີ່ອາດເຮັດອັນຕະລາຍຕໍ່ອີຊາກ ຫລື ນາງເຣເບກາ. ປະໂຫຍກນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ເຮົາຈະປະຫານຜູ້ນັ້ນ" ຫລື "ຂ້ອຍຈະສັ່ງໃຫ້ຄົນຂອງເຮົາຂ້າຜູ້ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 26:12

ຂໍ້ມູນທົ່ວໄປ:

ນີ້ເລີ່ມຕົ້ນສ່ວນໃຫມ່ຂອງບົດເລື່ອງ. ມັນປ່ຽນຈາກເລື່ອງທີ່ອີຊາກ ບອກວ່າ ເຣເບກາ ເປັນນ້ອງສາວຂອງລາວ, ແລະເລີ່ມຕົ້ນເລື່ອງທີ່ອີຊາກກາຍເປັນຄົນຮັ່ງມີ ແລະ ພວກຟີລິດສະຕິນກໍ່ອິດສາລາວ.

​ເທິງແຜ່ນດິນ

"ໃນເກຣາກ"

ຫນຶ່ງຮ້ອຍ

ນີ້ຫມາຍຄວາມວ່າ "ຫນຶ່ງຮ້ອຍເທົ່າກັບທີ່ລາວປູກ." ມັນສາມາດຖືກແປເປັນປະໂຫຍກທົ່ວໄປໄດ້ເຊັ່ນ: "ເປັນພືດທີ່ໃຫຍ່ຫລາຍ". (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ຊາຍຄົນນັ້ນໄດ້ກາຍເປັນຄົນ​ຮັ່ງມີ

"ອີຊາກໄດ້ກາຍເປັນຄົນ​ຮັ່ງມີ" ຫລື "ລາວໄດ້ກາຍເປັນຄົນ​ຮັ່ງມີ"

ແລະ ເພີ່ມຫລາຍ​ຂຶ້ນ ແລະ​ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນ​ຜູ້ຍິ່ງໃຫຍ່

"ແລະ ລາວເພີ່ມຫລາຍ​ຂຶ້ນ ແລະ​ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນ​ຜູ້ຮັ່ງມີຫລາຍ"

ຝູງແກະ

ຄຳນີ້ບາງຄັ້ງກໍລວມທັງພວກແບ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ

ໃນນີ້ຄຄຳວ່າ "ຄົວເຮືອນ" ແມ່ນຫມາຍເຖິງຄົນງານ ຫລື ຜູ້ຮັບໃຊ້. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຫລາຍຄົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຄົນ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ

"ຄົນ​ຟີລິດສະຕິນ​ຈຶ່ງໄດ້​ອິດສາ​ເພິ່ນ"

Genesis 26:15

ບັດນີ້

ໃນນີ້ຄຳນີ້ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້." ມັນສະແດງໃຫ້ເຫັນບ່ອນບົດເລື່ອງໄດ້ເລີ່ມຕົ້ນ. ມັນສາມາດຖືກແປດ້ວຍຄຳ ທີ່ເຊື່ອມໂຍງ "ດັ່ງນັ້ນ" ເພື່ອສະແດງໃຫ້ເຫັນວ່ານີ້ແມ່ນຜົນຂອງສິ່ງທີ່ເກີດຂື້ນໃນ 26:12. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ໃນ​ສະໄຫມຂອງອັບຣາຮາມ​ພໍ່​ຂອງ​ເພິ່ນ

ວະລີທີ່ວ່າ "ໃນສະໄຫມຂອງ" ແມ່ນຫມາຍເຖິງຊ່ວງໄລຍະເວລາຊີວິດຂອງຄົນເຮົາ. ອາດແປໄດ້ວ່າ: "ເມື່ອອັບຣາຮາມ, ພໍ່ຂອງລາວມີຊີວິດຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ອາບີເມເຫລັກ​ໄດ້​ບອກ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນການກະທຳອີກຢ່າງຫນຶ່ງ ເພື່ອບັງຄັບໃຫ້ອີຊາກ ແລະ ປະຊາຊົນລາວອອກໄປ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນ ອາບີເມເຫລັກເວົ້າວ່າ" ຫລື "ສຸດທ້າຍອາບີເມເຫລັກເວົ້າວ່າ" ຫລື 2) ອາບີເມເຫລັກໄດ້ຕັດສິນໃຈເຊັ່ນນີ້ ເພາະວ່າລາວເຫັນວ່າປະຊາຊົນຂອງລາວອິດສາ ແລະ ປະຕິບັດໃນທາງທີ່ເປັນສັດຕູຕໍ່ອີຊາກ. ອາດແປໄດ້ອີກວ່າ: "ເພາະສະນັ້ນອາບີເມເຫລັກເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ມີ​ກຳລັງ​ຫລາຍກວ່າພວກ​ເຮົາ

"ແຂງແຮງຫລາຍກວ່າພວກ​ເຮົາ"

ອີຊາກ​ຈຶ່ງ​ໄດ້ໄປ​ຈາກທີ່ນັ້ນ

ມີພຽງແຕ່ອີຊາກໄດ້ຖືກກ່າວເຖິງເພາະວ່າລາວເປັນຜູ້ນຳ, ແຕ່ຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວໄດ້ໄປນຳລາວ. ອາດແປໄດ້ອີກວ່າ: "ດັ່ງນັ້ນອີຊາກ ແລະ ຄອບຄົວຂອງລາວຍ້າຍອອກໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

Genesis 26:18

ອີຊາກໄດ້ຂຸດ​

ໃນນີ້ແຄຳວ່າ “ອີຊາກ” ຫມາຍເຖິງອີຊາກ ແລະ ຜູ້ຮັບໃຊ້ຂອງລາວ. ອາດແປໄດ້ອີກ: "ອີຊາກ ແລະ ຜູ້ຮັບໃຊ້ຂອງລາວໄດ້ຂຸດອອກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທີ່ພວກເຂົາ​ໄດ້​ຂຸດແລ້ວ

"ເຊິ່ງອັບຣາຮາມໄດ້ຂຸດແລ້ວ"

ໃນ​ສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ

ວະລີທີ່ວ່າ "ໃນສະໄຫມຂອງ" ແມ່ນຫມາຍເຖິງຊ່ວງໄລຍະເວລາຊີວິດຂອງຄົນເຮົາ. ອາດແປອີກໄດ້ວ່າ: "ເມື່ອອັບຣາຮາມ, ພໍ່ຂອງລາວມີຊີວິດຢູ່" ເບິ່ງເພີ່ມເຕີມວິທີການແປຂໍ້ນີ້ໃນ 26:15. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຄົນ​ຟີລິດສະຕິນ​ໄດ້​ຖົມບໍ່​ນໍ້າ​ເຫລົ່ານັ້ນ

ນີ້ແມ່ນເຫດຜົນທີ່ອີຊາກໄດ້ຂຸດພວກເຂົາອອກ. ວິທີການທີ່ເປັນໄປໄດ້ໃນການແປພາສານີ້ແມ່ນ: 1) ນັບຕັ້ງແຕ່ເຫດການນີ້ເກີດຂື້ນມາກ່ອນ, ປະໂຫຍກນີ້ສາມາດມາກ່ອນປະໂຫຍກທກ່ຽວກັບອີຊາກໄດ້ຂຸດພວກມັນອອກ ຫລື 2) ປະໂຫຍກນີ້ສາມາດເລີ່ມຕົ້ນດ້ວຍ "ອີຊາກໄດ້ເຮັດສິ່ງນີ້ເພາະວ່າພວກຟີລິດສະຕິນ ໄດ້ຢຸດພວກເຂົາ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

​ໄດ້​ຖົມບໍ່​ນໍ້າ​ເຫລົ່ານັ້ນ

"​ໄດ້​ຖົມບໍ່​ນໍ້າ​ເຫລົ່ານັ້ນດ້ວຍດິນ"

Genesis 26:19

ມີນ້ຳໄຫລ

ວະລີນີ້ຫມາຍເຖິງພາກຮຽນນໍ້າອອກບໍ່ທຳມະຊາດ ທີ່ພວກເຂົາຄົ້ນພົບໃນເວລາທີ່ພວກເຂົາກຳລັງຂຸດເອົານໍ້າສ້າງໃຫມ່. ນໍ້າສ້າງນັ້ນໄດ້ມີນໍ້າໄຫລອອກມາຢ່າງຕໍ່ເນື່ອງ. ອາດແປໄດ້ອີກ: "ນໍ້າຈືດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ຄົນ​ລ້ຽງສັດ​ທັງຫລາຍ

"ຜູ້ຊາຍຜູ້ລ້ຽງສັດ"

ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ

ໃນນີ້ຄຳວ່າ "ຂອງພວກເຮົາ" ຫມາຍເຖິງພວກຄົນລ້ຽງສັດຂອງເກຣາກ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive)

ທະເລາະ​ກັບເຂົາ

ຜູ້ແປອາດຈະສາມາດເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ Esek ແປວ່າ 'ການຜິດຖຽງກັນ' ຫລື 'ໂຕ້ຖຽງ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 26:21

ຈາກນັ້ນພວກເຂົາ​ໄດ້​ຂຸດ​

"ຈາກນັ້ນຄົນຮັບໃຊ້ຂອງອີຊາກໄດ້ຂຸດ"

ພວກເຂົາກໍໄດ້​ຖົກຖຽງ​ກັນ

"ຄົນລ້ຽງສັດຂອງເກຣາກໄດ້ໂຕ້ຖຽງກັບຄົນລ້ຽງສັດຂອງອີຊາກ"

ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້

"ດັ່ງນັ້ນ ອີຊາກຈິ່ງໄດ້ໃຫ້ມັນ"

ສັດຕຣູ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ນໍ້າບໍ່ ຫມາຍຄວາມວ່າ 'ຕໍ່ສູ້' ຫລື 'ກ່າວຫາ." (ເບິ່ງເພີມເຕີມ: /WA-Catalog/lo_tm?section=translate#translate-names)

ອິສະຫລະພາບ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ບໍ່ນໍ້າຫມາຍຄວາມວ່າ 'ສ້າງບ່ອນຫວ່າງໃຫ້' ຫຼື 'ບ່ອນຫວ່າງເປົ່າ.'" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພວກເຮົາ......ພວກເຮົາ

ອີກຊາກໄດ້ເວົ້າເຖິງຕົວຂອງລາວເອງ ແລະ ຄອບຄົວຂອງລາວ.

Genesis 26:23

​ອີຊາກ​ໄດ້ຂຶ້ນໄປ​ຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ

ໃນນີ້ຄຳວ່າ “ໄດ້ຂຶ້ນໄປ” ອາດຈະເປັນການອ້າງອີງເຖິງການໄປທາງທິດເຫນືອ. ໃຫ້ໃຊ້ຄຳເວົ້າທີ່ສະແດງເຖິງການທີ່ລາວໄດ້ອອກເດີນທາງ ໄປໃຫ້ເປັນທຳມະຊາດຫລາຍທີ່ສຸດ ໃນພາສາຂອງທ່ານ. ອາດແປໄດ້ອີກວ່າ: "ອີຊາກໄດ້ອອກຈາກທີ່ນັ້ນ ແລະ ໄປທີ່ມືອງເບເອນເຊບາ

ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ

"ຈະເຮັດໃຫ້ລູກຫລານຂອງເຈົ້າເພີ່ມຂື້ນຢ່າງຫລວງຫລາຍ" ຫລື "ຈະເຮັດໃຫ້ລູກຫລານຂອງທ່ານ ເປັນຈຳນວນຫລວງຫລາຍ"

ເພາະເຫັນ​ແກ່ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ

"ສຳລັບອັບຣາຮາມຜູ້ຮັບໃຊ້ຂອງຂ້າພະເຈົ້າ" ຫລືທ່ານສາມາດເຮັດໃຫ້ຄວາມຫມາຍເຕັມເຊັດເຈນຍິ່ງຂື້ນ. ອາດແປໄດ້ອີກວ່າ: "ເພາະວ່າຂ້ອຍໄດ້ສັນຍາກັບອັບຣາຮາມຜູ້ຮັບໃຊ້ຂອງຂ້ອຍວ່າ ຂ້ອຍຈະເຮັດສິ່ງນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອີຊາກ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ

ທ່ານສາມາດອະທິບາຍໃຫ້ລະອຽດວ່າເປັນຫຍັງອີຊາກຈຶ່ງສ້າງແທ່ນບູຊາ. ອາດແປໄດ້ອີກວ່າ: "ອີຊາກໄດ້ສ້າງແທ່ນບູຊາຢູ່ທີ່ນັ້ນ ເພື່ອເປັນເຄື່ອງບູຊາຖວາຍແກ່ພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້​ຮ້ອງອອກ​ພຣະນາມພຣະຢາເວ

ການ “ຮ້ອງ” ຫມາຍເຖິງການອະທິຖານ ຫລື ການນະມັດສະການ. ຕໍ່ໄປນີ້ແມ່ນ "ຊື່" ຫມາຍເຖິງພຣະຢາເວ. ອາດແປໄດ້ອີກວ່າ: "ອະທິຖານຫາພຣະຢາເວ" ຫລື "ນະມັດສະການພຣະຢາເວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 26:26

ໄດ້ໄປຫາເຂົາ

"ໄດ້ໄປຫາອີຊາກ"

​ອາຮູຊາດ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ສະ​ຫາຍ​ຂອງ​ເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ເພື່ອນຂອງ ອາບີເມເຫລັກ" ຫລື 2) "ທີ່ປຶກສາຂອງ ອາບີເມເຫລັກ."

​ຟີໂກນ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. ເບິ່ງເພີ່ມເຕີມວິທີທ່ານແປຊື່ນີ້ໃນ 21:22. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 26:28

ພວກເຂົາໄດ້​ຕອບ

ນີ້ຫມາຍເຖິງ ອາບີເມເຫລັກ, ອາຮູຊາດ, ແລະ ຟີໂກນ. ຫນຶ່ງໃນນັ້ນໄດ້ເວົ້າ ແລະ ອີກສອງຄົນເຫັນດີກັບສິ່ງທີ່ລາວເວົ້າ. ມັນບໍ່ໄດ້ຫມາຍຄວາມວ່າ ພວກເຂົາທຸກຄົນເວົ້າພ້ອມກັນ. ອາດແປໄດ້ອີກວ່າ: "ຫນຶ່ງໃນພວກເຂົາເວົ້າວ່າ"

ເຮົາ​ໄດ້ເຫັນຢ່າງຊັດເຈນ​ແລ້ວ​

"ພວກເຮົາຮູ້" ຫລື "ພວກເຮົາແນ່ໃຈ"

ດັ່ງນັ້ນໃຫ້ເຮົາເຮັດພັນທະສັນຍາ

"ດັ່ງນັ້ນພວກເຮົາຕ້ອງການເຮັດພັນທະສັນຍາ"

ແລະ ເຮົາ​ຈະບໍ່ທຳຮ້າຍ​ທ່ານ

ນີ້ຍັງສາມາດແປເປັນຈຸດເລີ່ມຕົ້ນຂອງປະໂຫຍກໃຫມ່. "ພວກເຮົາໄດ້ເຮັດດີກັບທ່ານເທົ່ານັ້ນ"

ທ່ານ​ເປັນຜູ້ທີ່ພຣະຢາເວ​​ອວຍພຣະພອນ​ຈິງໆ

ປະໂຫຍກນີ້ສາມາດຖືກຂຽນໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ອວຍພອນທ່ານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

Genesis 26:30

ອີຊາກ​ຈຶ່ງໄດ້​ລ້ຽງ​ອາຫານ​ພວກເພິ່ນ, ແລະພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ

ການກິນອາຫານຮ່ວມກັນແມ່ນສ່ວນຫນຶ່ງຂອງການເຮັດພັນທະສັນຍາຮ່ວມກັນ ແລະ ກັນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ສຳລັບພວກເພີ່ນ

ໃນນີ້ຄຳວ່າ "ພວກເພີ່ນ" ຫມາຍເຖິງ "ອາບີເມເຫລັກ, ອາຮູຊາດ, ແລະ ຟີໂກນ"

ພວກເຂົາໄດ້ກິນ

ໃນນີ້ຄຳວ່າ "ພວກເພີ່ນ" ຫມາຍເຖິງ ອາບີເມເຫລັກ, ອາຮູຊາດ, ແລະ ຟີໂກນ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ກິນ"

ພວກເຂົາໄດ້​ຕື່ນແຕ່ເຊົ້າ​ມືດ

"ພວກເຂົາໄດ້​ຕື່ນແຕ່ເຊົ້າ​ມືດ"

Genesis 26:32

ເພິ່ນ​ໄດ້ໃສ່​ຊື່​ບໍ່ນໍ້ານັ້ນວ່າ ສາບານ

"ດັ່ງນັ້ນລາວຈຶ່ງເອີ້ນນໍ້າສ້າງນັ້ນວ່າ ສາບານ." ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ສາບານ ຄ້າຍຄືຄຳທີ່ມີຄວາມຫມາຍວ່າ 'ຄຳສາບານ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເບເອນເຊບາ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ເບເອນເຊບາ ມີຄວາມ ຫມາຍ 'ນໍ້າສ້າງແຫ່ງຄຳສາບານ." ຫລື "ນໍ້າສ້າງຂອງທັງເຈັດ" (ເບິ່ງເພີ່ມເຕີມ: 21:31)

Genesis 26:34

ຂໍ້​ມູນ​ທົ່ວ​ໄປ:

ພຣະທຳປະຖົມມະການບົດທີ 26 ເກືອບທັງຫມົດແມ່ນເວົ້າກ່ຽວກັບອີຊາກ. ຂໍ້ພຣະຄຳພີເຫລົ່ານີ້ແມ່ນກ່ຽວກັບລູກຊາຍກົກຂອງລາວຊື່ເອຊາວ.

ສີ່ສິບ

"40" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເຂົາໄດ້ມີເມຍ

"ລາວແຕ່ງງານ." ທ່ານສາມາດຂຽນໃຫ້ຊັດເຈນ ວ່າລາວແຕ່ງງານກັບແມ່ຍິງສອງຄົນ. ອາດແປໄດ້ອີກວ່າ: "ລາວເອົາເມຍສອງຄົນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ນາງ​ຢູດິດ ​...... ນາງ​ບາເສມາດ

ເຫລົ່ານີ້ແມ່ນຊື່ເມຍຂອງເອຊາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເບເອຣີ.... ​ເອໂລນ

ເຫລົ່ານີ້ແມ່ນຊື່ຂອງຜູ້ຍິງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຄົນຮິດຕີ

"ເຊື້ອສາຍຂອງຄົນຮີດຕີ" ຫລື "ລູກຫລານຂອງຄົນຮິດຕີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ພວກເຂົາໄດ້ນຳຄວາມໂສກເສົ້າມາສູ່​ອີຊາກ​ ແລະ​ນາງ​ເຣເບກາ

ໃນນີ້ຄຳວ່າ "ພວກເຂົາ" ຫມາຍເຖິງຢູດິດ ແລະ ບາເສມາດ. ເພື່ອເຮັດໃຫ້ຜູ້ໃດຜູ້ຫນຶ່ງໂສກເສົ້າ ຫລື ທຸກທໍລະມານຖືກກ່າວເຖິງຄືກັບວ່າ "ຄວາມໂສກເສົ້າ" ແມ່ນວັດຖຸທີ່ວາງໃສ່ເທີງຄົນໃດຫນຶ່ງສາມາດນຳມາສູ່ຄົນອື່ນ. ອາດແປໄດ້ອີກວ່າ: "ພວກເຂົາເຮັດໃຫ້ອີຊາກ ແລະ ນາງເຣເບກາໂສກເສົ້າ" ຫລື "ອີຊາກ ແລະ ນາງເຣເບກາກໍ່ຮູ້ສຶກເສົ້າສະຫລົດໃຈຍ້ອນພວກເຂົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)