Genesis 25

Genesis 25:1

ຂໍ້ມູນທົ່ວໄປ:

ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names.

ທັງຫມົດເຫລົ່ານີ້

ນີ້ຫມາຍເຖີງຊື່ຂອງຄົນທີ່ຖືກກ່າວໃນຂໍ້ 2-4.

Genesis 25:5

ອັບຣາຮາມ​ໄດ້ຍົກສິ່ງທີ່ເຂົາເປັນເຈົ້າຂອງທັງຫມົດ​ໃຫ້ກັບ​ອີຊາກ

"ອີຊາກໄດ້ສືບທອດທຸກສິ່ງທີ່ອັບຣາຮາມເປັນເຈົ້າຂອງ." ມັນເປັນເລື່ອງປົກກະຕິທີ່ພໍ່ຈະແບ່ງປັນຊັບສົມບັດຂອງຕົນ ເມື່ອລາວເຖົ້າແກ່ ແລະ ບໍ່ປ່ອຍໃຫ້ຄົນອື່ນເປັນຄົນແບ່ງ ຫລັງຈາກທີ່ລາວຕາຍ.

Genesis 25:7

ເຫລົ່ານີ້ເປັນຊວ່ງເວລາແຫ່ງຊີວິດຂອງອັບຣາຮາມເຂົາ​ມີ​ອາຍຸ​ທັງຫມົດ, 175 ປີ

"ອັບຣາຮາມມີຊີວິດ 175 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ຕາຍ​​

"ອັບຣາຮາມໄດ້ລົມຫາຍໃຈສຸດທ້າຍ ແລະເສຍຊີວິດ." ວະລີທີ່ວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແລະ "ຕາຍ" ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ອາດຈະແປໄດ້ອີກວ່າ: "ອັບຣາຮາມໄດ້ເສຍຊີວິດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

​ໄດ້​ສິ້ນ​ລົມ​ຫາຍໃຈ

ປະໂຫຍກນີ້ແມ່ນການເວົ້າເຖິງການຕາຍຂອງຄົນຜູ້ຫນຶ່ງແບບສຸພາບ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-euphemism)

ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ, ແລະ​ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​

ສອງວະລີນີ້ຫມາຍເຖິງພື້ນຖານສິ່ງດຽວກັນ ແລະ ເນັ້ນຫນັກວ່າອັບຣາຮາມມີຊີວິດຢູ່ດົນນານ. ອາດແປໄດ້ອີກວ່າ: "ເມື່ອລາວມີຊີວິດຢູ່ເປັນເວລາດົນນານ ແລະ ລາວກໍເຖົ້າແກ່ຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

​ເຂົາແກ່ຫລາຍແລ້ວ, ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ

ການມີຊີວິດຍືນຍາວແມ່ນຖືກປຽບທຽບຊີວິດເປັນເຫມືອນພາຊະນະທີ່ເຕັມໄປ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ

ນີ້ຫມາຍຄວາມວ່າຫລັງຈາກອັບຣາຮາມໄດ້ເສຍຊີວິດ, ຈິດວິນຍານຂອງລາວກໍ່ໄດ້ໄປບ່ອນດຽວກັນກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນລາວ. ປະໂຫຍກນີ້ສາມາດຂຽນໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ລາວໄດ້ເຂົ້າຮ່ວມກັບສະມາຊິກຄອບຄົວຂອງລາວ ທີ່ໄດ້ເສຍຊີວິດໄປແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-activepassive)

Genesis 25:9

ທີ່​ຖໍ້າ​ແຫ່ງມັກເປລາ​,ໃນ​ທີ່ນາ​​ຂອງ​ເອຟະໂຣນ ລູກຊາຍຂອງໂຊຮາຄົນຮິດຕີ, ຊຶ່ງຢູ່ໃກ້ເມືອງ​ມຳເຣ

ເອເຟດເປັນເຈົ້າຂອງທົ່ງນາຢູ່ເມືອງມັກເປລາ ແລະຖໍ້າຢູ່ໃນທົ່ງນານັ້ນ. ອັບຣາຮາມໄດ້ຊື້ນານາຈາກເອຟະໂຣນ.

ມັກເປລາ

ມັກເປລາແມ່ນຊື່ຂອງສະຖານທີ່ ຫລື ຂົງເຂດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເອຟະໂຣນ.....ໂຊຮາ

ນີ້ແມ່ນຊື່ຂອງຜູ້ຊາຍ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ຂອງຜູ້ຊາຍເຫລົ່ານີ້ໃນ 23:7. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ຊຶ່ງຢູ່ໃກ້ເມືອງ​ມຳເຣ

ມັກເປລາຢູ່ໃກ້ກັບມໍາເຣ.

ທີ່ນາ​​ນີ້​ອັບຣາຮາມ​ໄດ້​ຊື້​

"ອັບຣາຮາມໄດ້ຊື້ນາແຫ່ງນີ້"​

ລູກຊາຍຂອງໂຊຮາຄົນຮິດຕີ

"ເຊື້ອສາຍຂອງຮິດຕີ" ຫລື "ຊາວຮິດຕີ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23: 5.

ອັບຣາຮາມໄດ້ຖືກຝັງໄວ້

ປະໂຫຍກນີ້ສາມາດຂຽນເປັນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຝັງອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

​ລູກຊາຍ​ຂອງ​ເພິ່ນ

​ລູກຊາຍ​ຂອງອັບຣາຮາມ

ເບເອີລາໄຮຣອຍ

ຊື່ນີ້ມີຄວາມຫມາຍວ່າ "ນໍ້າສ້າງຂອງຜູ້ທີ່ມີຊີວິດຢູ່ຜູ້ທີ່ເຫັນຂ້ອຍ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ສະຖານທີ່ນີ້ໃນ 16:13. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 25:12

ຕໍ່ໄປນີ້

ຄຳນີ້ຖືກໃຊ້ໃນພາສາອັງກິດເພື່ອແນະນຳພາກໃຫມ່ຂອງເລື່ອງ ແລະ ຂໍ້ມູນກ່ຽວກັບອິດຊະມາເອນ.

Genesis 25:13

ຂໍ້ມູນທົ່ວໄປ:

ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names.

ຄົນເຫລົ່າ​ນີ້ເປັນ​ລູກຊາຍທັງຫລາຍຂອງອິດຊະມາເອນ,​​ ແລະ​ເຫລົ່ານີ້ເປັນລາຍຊື່​ຂອງ​ພວກເຂົາ​,ໂດຍໄດ້ຖືຕາມຫມູ່ບ້ານທັງຫລາຍຂອງພວກເຂົາ, ແລະໂດຍໄດ້ຖືຕາມການຕັ້ງຄ້າຍທັງຫລາຍຂອງພວກເຂົາ. ເຈົ້າຊາຍສິບສອງພະອົງຕາມເຜົ່າທັງຫລາຍຂອງພວກເຂົາ

ປະໂຫຍກນີ້ສາມາດຖືກເວົ້າໄດ້ເປັນສອງປະໂຫຍກ. "ເຫລົ່ານີ້ແມ່ນຊື່ຂອງລູກຊາຍສິບສອງຄົນຂອງອິດຊະມາເອນ. ຄົນພວກນີ້ໄດ້ນໍາພາຊົນເຜົ່າຕາມຕາມຊື່ພວກເຂົາ, ແລະພວກເຂົາແຕ່ລະຄົນມີບ້ານ ແລະ ຄ້າຍເປັນຂອງພວກເຂົາເອງ"

ສິບສອງ

"12" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເຈົ້າຊາຍ

ໃນທີ່ນີ້ຄຳວ່າ “ເຈົ້າຊາຍ” ຫມາຍເຖິງພວກຜູ້ຊາຍເປັນຜູ້ນຳ ຫລື ຜູ້ປົກຄອງເຜົ່າ; ມັນບໍ່ໄດ້ຫມາຍຄວາມວ່າພວກເຂົາເປັນລູກຊາຍຂອງກະສັດ.

Genesis 25:17

ເຫລົ່ານີ້ຄືປີທັງຫລາຍຂອງຊີວິດອິດຊະມາເອນ​ຄື, 137 ປີ

"ອິດຊະມາເອນມີອາຍຸໄດ້ 137 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເຂົາໄດ້ຊິ້ນລົມຫາຍໃຈ, ແລະເສຍຊີວິດ

ຄຳວ່າ "ລົມຫາຍໃຈສຸດທ້າຍຂອງລາວ" ແລະ "ຕາຍ" ຫມາຍເຖິງອັນດຽວກັນ. ອາດແປໄດ້ອີກວ່າ: "ເສຍຊີວິດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ຖືກລວບລວມໄວ້ກັບພວກຄົນທັງຫລາຍຂອງເຂົາ

ນີ້ຫມາຍຄວາມວ່າຫລັງຈາກອິດຊະມາເອນໄດ້ຕາຍໄປແລ້ວ, ຈິດວິນຍານຂອງລາວກໍ່ໄດ້ໄປ ຢູ່ບ່ອນດຽວກັບຍາດພີ່ນ້ອງຂອງລາວ ທີ່ເສຍຊີວິດກ່ອນລາວ. ນີ້ສາມາດຖືກກ່າວໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ລາວໄດ້ເຂົ້າຮ່ວມກັບສະມາຊິກຄອບຄົວຂອງລາວ ທີ່ໄດ້ເສຍຊີວິດໄປແລ້ວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom ແລະ /WA-Catalog/lo_tm?section=translate#figs-activepassive)

ພວກເຂົາໄດ້​ອາໄສ​

"ເຊື້ອສາຍຂອງລາວໄດ້ອາໃສ"

​ຕັ້ງແຕ່​ເມືອງ​ຮາວີລາ​ຈົນເຖິງ​ຊູເຣ

"​ລະຫວ່າງເມືອງ​ ຮາວີລາ​ ແລະເມືອງ ​ຊູເຣ

ຮາວີລາ

ຮາວີລາຕັ້ງຢູ່ບ່ອນໃດບ່ອນຫນຶ່ງໃນທະເລຊາຍອາຣັບ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 2:11. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ໄປ​ທາງ

"ໄປຕາມທິດທາງຫາ"

ພວກເຂົາ​ອາໄສ​ຢູ່​ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພວກເຂົາບໍ່ໄດ້ຢູ່ນຳກັນຢ່າງສະຫງົບສຸກ" , ຫລື 2) "ພວກເຂົາຢູ່ຫ່າງຈາກຍາດພີ່ນ້ອງອື່ນໆ ຂອງພວກເຂົາ."

Genesis 25:19

ນີ້​ແມ່ນ​ເລື່ອງລາວ​ກ່ຽວກັບ​ອີຊາກ, ລູກຊາຍ​ຂອງ​ອັບຣາຮາມ

ປະໂຫຍກນີ້ແນະນຳ ເລື່ອງລາວກ່ຽວກັບເຊື້ອສາຍຂອງອີຊາກໃນປະຖົມມະການ 25: 19-35: 29. ອາດແປໄດ້ອີກວ່າ: "ນີ້ແມ່ນບັນຊີຂອງລູກຫລານຂອງອີຊາກ, ລູກຊາຍຂອງອັບຣາຮາມ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ສີ່ສິບປີ

"40 ປີ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ເມື່ອ​ເຂົາໄດ້​ເຣເບກາເປັນເມຍຂອງເຂົາ

"ເມື່ອລາວໄດ້ແຕ່ງງານກັບເຣເບກາ"

​ເບທູເອນ

​ເບທູເອນແມ່ນພໍ່ຂອງເຣເບກາ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 22:20. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ປັດດານອາຣຳ

ນີ້ແມ່ນຊື່ອີກເມືອງຫນຶ່ງຂອງເຂດເມໂຊໂປຕາເມຍ, ເຊິ່ງເປັນສະຖານທີ່ດຽວກັບປະເທດອີຣັກທີ່ມີຄວາມທັນສະໄໝ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

Genesis 25:21

ນາງບໍ່ມີລູກ

"ນາງບໍ່ສາມາດຕັ້ງທ້ອງໄດ້"

ນາງ​ເຣເບກາ​ເມຍຂອງເຂົາຈຶ່ງ​ຕັ້ງ​ທ້ອງ

ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່ານາງເຣເບກາກຳລັງຖືພາລູກສອງຄົນໃນເວລາດຽວກັນ: "ນາງເຣເບກາ, ເມຍຂອງລາວຖືພາລູກຝາແຝດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ລູກ​ຝາແຝດທັງສອງ​ໄດ້​ບຽດກັນ​ຢູ່​ໃນ​ທ້ອງຂອງນາງ

"ເດັກນ້ອຍທີ່ຢູ່ພາຍໃນຂອງນາງໄດ້ຕໍ່ສູ້ກັນ ແລະ ກັນ" ຫລື "ເດັກນ້ອຍຍູ້ກັນ ແລະ ກັນພາຍໃນນາງ"

ລູກ......ຢູ່​ໃນ​ທ້ອງຂອງນາງ

ເຣເບກາໄດ້ຕັ້ງທ້ອງລູກຝາແຝດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ນາງ​ໄດ້ໄປ ແລະທູນ​ຖາມ​ພຣະຢາເວ​ກ່ຽວກັບ​ເລື່ອງ​ນີ້

"ນາງໄດ້ໄປຖາມພຣະຢາເວກ່ຽວກັບເລື່ອງນີ້." ຍັງບໍ່ເປັນທີ່ຈະແຈ້ງວ່າສະຖານທີ່ທີ່ນາງໄດ້ໄປຢູ່ໃສ. ນາງອາດຈະໄປບ່ອນໃດບ່ອນຫນຶ່ງເພື່ອອະທິຖານ ຫລື ວ່ານາງອາດຈະໄປບ່ອນໃດບ່ອນຫນຶ່ງເພື່ອຖວາຍເຄື່ອງບູຊາ.

Genesis 25:23

ໄດ້​ຕອບ​ກັບນາງ

"ໄດ້​ເວົ້າກັບເຣເບກາ"

ສອງ​ຊົນຊາດ.....ຈະ​ຮັບໃຊ້​ຜູ້​ຄົນ​ທີ່ມີອາຍຸນ້ອຍກວ່າ

ນີ້ແມ່ນພາສາກະວີ. ຖ້າພາສາຂອງທ່ານມີວິທີບົດກະວີ, ທ່ານສາມາດໃຊ້ມັນຢູ່ບ່ອນນີ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-poetry)

ມີ​ຄົນສອງ​ຊົນຊາດ​​ຢູ່​ໃນ​ທ້ອງຂອງເຈົ້າ

ນີ້ແມ່ນ “ສອງຊາດ” ຫມາຍເຖິງເດັກນ້ອຍທັງສອງຄົນ. ເດັກນ້ອຍແຕ່ລະຄົນຈະເປັນບັນພະບູລຸດຂອງຊາດຫນຶ່ງ. ອາດຈະແປໄດ້ອີກວ່າ: "ສອງຊາດຈະມາຈາກຄູ່ແຝດພາຍໃນຕົວເຈົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ທັງສອງຊົນຊາດຈະແຍກຈາກກັນໃນເຈົ້າ

ໃນນີ້ຄຳວ່າ “ສອງຄົນ” ຫມາຍເຖິງເດັກນ້ອຍສອງຄົນ. ເດັກນ້ອຍແຕ່ລະຄົນຈະເປັນບັນພະບູລຸດຂອງຊົນຊາດ. ນີ້ສາມາດຖືກແປເປັນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ແລະເມື່ອທ່ານໃຫ້ກຳເນີດລູກສອງຄົນນີ້ ພວກເຂົາຈະເປັນຄູ່ແຂ່ງກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy ແລະ /WA-Catalog/lo_tm?section=translate#figs-activepassive)

ຄົນທີ່ມີອາຍຸຫລາຍກວ່າ​ຈະ​ຮັບໃຊ້​ຜູ້​ຄົນ​ທີ່ມີອາຍຸນ້ອຍກວ່າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ລູກຊາຍກົກຈະຮັບໃຊ້ລູກຊາຍຫລ້າ" ຫລື 2) "ເຊື້ອສາຍຂອງລູກຊາຍກົກຈະຮັບໃຊ້ເຊື້ອສາຍຂອງລູກຊາຍຫລ້າ." ຖ້າເປັນໄປໄດ້, ໃຫ້ແປພາສາເພື່ອໃຫ້ຄົນເຂົ້າໃຈຄວາມຫມາຍທັງສອງຢ່າງ.

Genesis 25:24

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເພື່ອເນັ້ນຫນັກຕໍ່ສິ່ງທີ່ຕິດຕາມມາ. "​ແທ້​ຈິງແລ້ວ"

ຕົວແດງ​ແລະ​ມີ​ຂົນປົກຄຸມ​ເຕັມ​ຕົວ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜິວຂອງລາວແດງ ແລະລາວມີຂົນຫລາຍປົກຄຸມຢູ່ທົ່ວຮ່າງກາຍຂອງລາວ ຫລື 2) ລາວມີຜົມສີແດງເຕັມຢູ່ທົ່ວຮ່າງກາຍຂອງລາວ. ອາດແປໄດ້ອີກວ່າ: "ມີສີແດງ ແລະ ມີຂົນຄ້າຍຄືເຄື່ອງນຸ່ງທີ່ເຮັດດ້ວຍຂົນສັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-simile)

ເອຊາວ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ເອຊາວ ອອກສຽງຄ້າຍຄື ຄຳວ່າ 'ມີຂົນ."'

​ມືຈັບ​ສົ້ນຫນ່ອງ​ຂອງ​ເອຊາວ​ໄວ້

"​ມືຈັບ​ສ່ວນດ້ານຫລັງ​ຂອງ​ຕີນເອຊາວ​ໄວ້"

ຢາໂຄບ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ ຢາໂຄບ ມີຄວາມຫມາຍວ່າ 'ລາວຈັບສົ້ນຕີນ.'"

ຫົກສິບປີ

"60 ປີ" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

Genesis 25:27

ກາຍເປັນ​ນາຍພານ​ທີ່​ຊຳນິ​ຊຳນານ

"ໄດ້ກາຍເປັນນາຍພານລ່າສັດ ແລະ ຂ້າສັດເພື່ອເປັນອາຫານທີ່​ຊຳນິ​ຊຳນານ"

​ເປັນ​ຜູ້ຊາຍທີ່ງຽບ

"​ເປັນ​ຜູ້ຊາຍທີ່ງຽບ" ຫລື "ຄົນທີ່ບໍ່ມັກເຮັດກິດຈະກຳທາງນອກ"

ໃຊ້ເວລາຂອງເຂົາຢູ່ໃນເຕັນ

ປະໂຫຍກນີ້ເວົ້າກ່ຽວກັບເວລາ ປຽບຄືກັນກັບວ່າມັນເປັນຫມູ່ຂອງໃຜບາງຄົນ. ອາດແປອີກໄດ້ວ່າ: "ຜູ້ທີ່ໃຊ້ເວລາຢູ່ໃນເຕັນເປັນສ່ວນຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ບັດນີ້

ຄຳນີ້ໃຊ້ເພື່ອຫມຍຈຸດປ່ຽນແປງທີ່ຕ້ອງການເນັ້ນຫນັກ, ປ່ຽນຈາກບົດເລື່ອງ ມາເປັນຂໍ້ມູນພື້ນຖານກ່ຽວກັບອີຊາກ ແລະ ນາງເຣເບກາ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ອີຊາກ​ຮັກເອຊາວ

ໃນທີ່ນີ້ຄຳວ່າ "ຮັກ" ຫມາຍຄວາມວ່າ "ຊື່ນຊົມ" ຫລື "ມັກ."

ເພາະ​ເພິ່ນ​ໄດ້​ກິນ​ຊີ້ນສັດ​ທີ່​ລາວ​ຫາ​ມາ​ໄດ້

"ຍ້ອນວ່າລາວກິນສັດທີ່ເອຊາວໄດ້ລ່າສັດ" ຫລື "ຍ້ອນວ່າລາວມັກກິນຊີ້ນສັດປ່າທີ່ເອຊາວຫາໄດ້"

Genesis 25:29

​ຢາໂຄບໄດ້ຕົ້ມອາຫານ

ເນື່ອງຈາກວ່ານີ້ແມ່ນຈຸດເລີ່ມຕົ້ນຂອງເລື່ອງກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂື້ນໃນຄັ້ງຫນຶ່ງ, ຜູ້ແປບາງຄົນອາດຈະຢາກເລີ່ມຕົ້ນດ້ວຍປະໂຫຍກທີ່ຄ້າຍຄື "ມື້ຫນຶ່ງ, ຢາໂຄບແຕ່ງກິນ".

ຕົ້ມອາຫານ

"ຕົ້ມອາຫານບາງຢ່າງ" ຫລື "ຕົ້ມແກງບາງຊະນິດ." ຄຳວ່າແກງໃນນີ້ແມ່ນເຮັດດ້ວຍຝັກຖົ່ວຕົ້ມ. (ເບິ່ງເພີ່ມເຕີມ: 25:31)

ເຂົາເມື່ອຍອ່ອນຈາກຄວາມ​ຫີວ

"ລາວອ່ອນເພຍເພາະວ່າລາວຫິວເຂົ້າຫລາຍ" ຫລື "ລາວຫິວເຂົ້າຫລາຍທີ່ສຸດ"

ຫມົດແຮງແລັວ

"ຂ້ອຍອ່ອນເພຍຍ້ອນຫິວເຂົ້າຫລາຍ" ຫລື "ຂ້ອຍຫິວເຂົ້າຫລາຍທີ່ສຸດ"

ເອໂດມ

ຜູ້ແປອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ຊື່ເອໂດມແປວ່າ 'ສີແດງ."

Genesis 25:31

ສິດລູກຫົວປີ

"ສິດເປັນລູກຄົນທຳອິດ ເພື່ອສືບທອດຊັບສົມບັດສ່ວນໃຫຍ່ຂອງພໍ່ຂອງພວກເຮົາ"

ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ

ເອຊາວເວົ້າເກີນຄວາມຈິງ ເພື່ອເນັ້ນວ່າລາວຫິວໂຫຍຫລາຍປານໃດ. ອາດແປໄດ້ອີກວ່າ: "ຂ້ອຍຫິວຫລາຍ ຂ້ອຍຮູ້ສຶກວ່າຂ້ອຍອາດຈະຕາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hyperbole)

ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ

ເອຊາວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າການໄດ້ກິນອາຫານ ສຳຄັນຫລາຍກ່ວາສິດທິຂອງປີເກີດ. ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່. ອາດແປໄດ້ອີກວ່າ: "ມໍລະດົກຂອງຂ້ອຍບໍ່ຈຳເປັນສຳລັບຂ້ອຍ ຖ້າຂ້ອຍຕາຍຍ້ອນຄວາມຫິວ!" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ຈົ່ງສາບານ​ໃຫ້ຂ້ອຍ

ສິ່ງທີ່ຢາໂຄບຢາກໃຫ້ເອຊາວສາບານ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ກ່ອນອື່ນສາບານກັບຂ້ອຍວ່າເຈົ້າຈະຂາຍສິດລູກກົກຂອງເຈົ້າໃຫ້ຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

​ຫມາກຖົ່ວ​ແດງ

ພືດເຫລົ່ານີ້ຄ້າຍຄືກັບຫມາກຖົ່ວ, ແຕ່ແກ່ນຂອງມັນມີຂະຫນາດນ້ອຍ, ມົນ, ແລະບາງຊະນິດມີຮູບຮ່າງແປ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-unknown)

ເອຊາວ​ໄດ້​ຫມິ່ນປະຫມາດ​ສິດ​ລູກຫົວປີຂອງເຂົາ

"ເອຊາວບໍ່​ໄດ້ໃຫ້ຄຸນຄ່າ​ສິດ​ລູກຫົວປີຂອງເຂົາ"