Genesis 24

Genesis 24:1

ຂະນະນັ້ນ

ຄຳສັບນີ້ຖືກໃຊ້ໃນນີ້ເພື່ອຫມາຍເຖິງການເລີ່ມຕົ້ນບົດເລື່ອງສຳຄັນ. ໃນນີ້ນັກຂຽນເລີ່ມບອກ ພາກສ່ວນໃຫມ່ຂອງເລື່ອງ.

ຈົ່ງ​ວາງ​ມື​ຂອງເຈົ້າໃສ່​ວ່າງ​ຂາອ່ອ​ນຂອງຂ້ອຍ

ອັບຣາຮາມກຳລັງຂໍໃຫ້ຜູ້ຮັບໃຊ້ສາບານ ເພື່ອເຮັດບາງຢ່າງ. ການວາງມືຂອງລາວຢູ່ໃຕ້ກົ້ນຂອງອັບຣາຮາມ ຈະສະແດງໃຫ້ເຫັນວ່າລາວຈະເຮັດໃນສິ່ງທີ່ລາວສາບານວ່າຈະເຮັດ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ຂ້ອຍຈະ​ໃຫ້​ເຈົ້າ​ສາບານ​

ສິ່ງນີ້ສາມາດສະແດງອອກເປັນຄຳສັ່ງ. ອາດແປໄດ້ອີກວ່າ: "ສາບານ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ສາບານ​ໃນ​ນາມ​ຂອງ​ພຣະຢາເວ

ຄຳວ່າ "ໃນນາມຂອງ" ຫມາຍເຖິງການໃຊ້ຊື່ຂອງບາງສິ່ງບາງຢ່າງ ຫລື ບາງຄົນເປັນພື້ນຖານ ຫລື ອຳນາດໃນຄຳສາບານ. "ສາບານກັບຂ້ອຍໂດຍພຣະຢາເວເປັນພະຍານຂອງເຈົ້າ"

ພຣະເຈົ້າ​ແຫ່ງ​ທ້ອງຟ້າ ແລະ​ພຣະເຈົ້າຂອງແຜ່ນດິນ

"ພຣະເຈົ້າແຫ່ງທ້ອງຟ້າ ແລະ ແຜ່ນດິນໂລກ."ຄຳວ່າ“ ທ້ອງຟ້າ” ແລະ “ແຜ່ນດິນໂລກ” ແມ່ນໃຊ້ກັນເພື່ອຫມາຍ ເຖິງທຸກໆສິ່ງທີ່ພຣະເຈົ້າສ້າງ. ອາດແປໄດ້ອີກວ່າ: "ພຣະເຈົ້າຂອງທຸກສິ່ງໃນທ້ອງຟ້າ ແລະ ແຜ່ນດິນໂລກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-merism)

​ທ້ອງຟ້າ

ຫມາຍເຖິງບ່ອນພຣະເຈົ້າຊົງສະຖິດ.

ຈາກລູກສາວທັງຫລາຍຂອງຄົນການາອານ

"ຈາກແມ່ຍິງຊາວການາອານ" ຫລື "ຈາກຊາວການາອານ." ນີ້ຫມາຍເຖິງແມ່ຍິງຊາວການາອານ.

ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ

"ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ." ໃນນີ້, "ເຮົາ" ແມ່ນຫມາຍເຖິງອັບຣາຮາມ ແລະ ຄອບຄົວແລະຜູ້ຮັບໃຊ້ຂອງລາວທັງຫມົດ. ອາດແປໄດ້ອີກວ່າ: "ໃນບັນດາຄົນທີ່ພວກເຮົາອາໄສຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ແຕ່​​ເຈົ້າຈົ່ງ​ກັບ​ໄປຍັງດິນແດນ​ຂອງຂ້ອຍ

ນີ້ສາມາດຖືກລະບຸເປັນຄໍາສັ່ງ. ອາດແປໄດ້ອີກວ່າ: "ສາບານວ່າເຈົ້າຈະໄປ" ຫລື "ຕ້ອງໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-imperative)

ພວກ​ຍາດພີ່ນ້ອງຂອງເຮົາ

ຄອບຄົວຂອງຂ້ອຍ

Genesis 24:5

ຖ້າຫາກ

"ຂ້ານ້ອຍຄວນເຮັດຢ່າງໃດຖ້າ"

ບໍ່ເຕັມໃ​ຈທີ່ຈະຕິດຕາມຂ້ານ້ອຍ

"ຈະບໍ່ຕິດຕາມຂ້ານ້ອຍ" ຫລື "ປະຕິເສດທີ່ຈະຕິດຕາມຂ້ານ້ອຍ"

ຂ້ານ້ອຍຈະ​ພາ​ລູກຊາຍ​ຂອງທ່ານກັບ​ໄປຍັງແຜ່ນດິນ​ທີ່ທ່ານຈາກມານັ້ນ​ບໍ

"ຂ້ານ້ອຍຄວນພາ​ລູກຊາຍ​ຂອງທ່ານກັບ​ໄປຍັງແຜ່ນດິນ​ທີ່ທ່ານຈາກມານັ້ນ​ບໍ"

ລະວັງ ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ

ປະໂຫຍກທີ່ວ່າ "ລະວັງ" ເນັ້ນຫນັກເຖິງຄຳສັ່ງທີ່ກ່າວມານັ້ນ "ຈົ່ງລະວັງຢ່າເອົາລູກຊາຍຂອງຂ້ອຍໄປທີ່ນັ້ນ" ຫລື "ຫ້າມບໍ່ໃຫ້ເຈົ້າເອົາລູກຊາຍຂ້ອຍໄປທີ່ນັ້ນ"

ຜູ້ໄດ້​ຊົງນຳຂ້ອຍອອກມາ​ຈາກ​ບ້ານຂອງ​ພໍ່

ຢູ່ທີ່ນີ້ຄຳວ່າ "ບ້ານ" ຫມາຍເຖິງຄົນໃນຄອບຄົວຂອງລາວ. ອາດແປໄດ້ອີກວ່າ: "ຜູ້ທີ່ເອົາຂ້ອຍມາຈາກພໍ່ ແລະ ຄົນອື່ນໆໃນຄອບຄົວຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຜູ້ໄດ້ຊົງ​ສັນຍາ​ກັບເຮົາດ້ວຍຄຳສາບານທີ່ຫນັກແຫນ້ນແນ່ນອນ

"ສັນຍາ​ກັບເຮົາດ້ວຍຄຳສາບານ"

ກ່າວວ່າເຮົາຈະ​ມອບແຜ່ນດິນນິ້​ໃຫ້​ແກ່ຜູ້ທີ່ສືບ​ເຊື້ອສາຍ​ຂອງເຈົ້າ

ນີ້ແມ່ນການຢືມຄຳເວົ້າ. ມັນສາມາດຖືກລະບຸເປັນການຢືມຄຳເວົ້າທາງອ້ອມ. ອາດແປໄດ້ອີກວ່າ: "ກ່າວວ່າ ລາວຈະໃຫ້ແຜ່ນດິນນີ້ແກ່ລູກຫລານຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ພຣະອົງ​ຈະ​ຊົງສົ່ງ​ທູດສະຫວັນ​ຂອງ​ພຣະອົງ​

ຄຳວ່າ "ພຣະອົງ" ແລະ "ຂອງພຣະອົງ" ຫມາຍເຖິງພຣະຢາເວ

Genesis 24:8

ຂໍ້ມູນທົ່ວໄປ:

ໃນຂໍ້ 8 ແມ່ນການສືບຕໍ່ຄຳແນະນຳ ທີ່ອັບຣາຮາມໄດ້ໃຫ້ແກ່ຜູ້ຮັບໃຊ້ຂອງລາວ.

ແຕ່ຖ້າ​ຍິງ​ນັ້ນ​ບໍ່​ເຕັມ​ໃຈທີ່ຈະຕິດຕາມເຈົ້າ

"ແຕ່ຖ້າ​ຍິງ​ນັ້ນປະຕິເສດທີ່ຈະຕິດຕາມເຈົ້າ" ອັບຣາຮາມໄດ້ຕອບຄຳຖາມຂອງຜູ້ຮັບໃຊ້ລາວ ຈາກຂໍ້ 24:5 (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ເຈົ້າ​ເປັນອິສະຫລະ​ຈາກ​ຄຳ​ສາບານທີ່ໃຫ້ໄວ້ກັບເຮົາ

"ທ່ານຈະພົ້ນຈາກຄຳສາບານ ທີ່ທ່ານໄດ້ເຮັດກັບເຮົາ." ບໍ່ຈຳເປັນຕ້ອງປະຕິບັດຄຳສາບານ ທີ່ກ່າວເຖິງວ່າບຸກຄົນນັ້ນປາດສະຈາກຈຸດປະສົງທີ່ລາວຖືກຜູກມັດໄວ້. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ຈຳເປັນຕ້ອງເຮັດໃນສິ່ງທີ່ເຈົ້າສາບານ ກັບເຮົາວ່າເຈົ້າຈະຕ້ອງເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ກໍໄດ້ເອົາ​ມືຂອງເຂົາວາງ​ທີ່ໃຕ້ຂາອ່ອນ​ຂອງອັບຣາຮາມ​ເຈົ້ານາຍ​ຂອງ​ຕົນ

ນີ້ແມ່ນເພື່ອສະແດງໃຫ້ເຫັນວ່າລາວຈະເຮັດໃນສິ່ງທີ່ລາວສາບານຢ່າງແນ່ນອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ສາບານ​​ຕໍ່ທ່ານ

"ໃຫ້ຄຳສາບານກັບລາວ"

ກ່ຽວກັບເລື່ອງນີ້​

"ກ່ຽວກັບຄຳຮ້ອງຂໍຂອງອັບຣາຮາມ" ຫລື "ວ່າລາວຈະເຮັດໃນສິ່ງທີ່ອັບຣາຮາມໄດ້ກ່າວ"

Genesis 24:10

ແລະອອກ​ເດີນທາງ. ເຂົາໄດ້ນຳ

ປະໂຫຍກທີ່ເລີ່ມຕົ້ນດ້ວຍ "ລາວຍັງໄດ້ເອົາ" ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ຜູ້ຮັບໃຊ້ເອົາໄປນຳລາວໃນການເດີນທາງຄັ້ງນັ້ນ. ລາວໄດ້ລວບລວມພວກມັນກ່ອນທີ່ລາວຈະອອກໄປ.

ເຂົາໄດ້ນຳ​ຂອງຂວັນຊະນິດຕ່າງໆ​ຈາກເຈົ້ານາຍຂອງເຂົາໄປກັບເຂົາດ້ວຍ

ນີ້ຫມາຍຄວາມວ່າລາວຍັງໄດ້ເອົາຂອງມີຄ່າຫລາຍຢ່າງ ທີ່ເຈົ້ານາຍຢາກໃຫ້ແກ່ຄອບຄົວຂອງຍິງຜູ້ນັ້ນ.

ເຂົາໄດ້ອອກເດີນທາງ ​ແລະໄປຍັງ​

"ເຂົາໄດ້ອອກເດີນທາງ ​ແລະ ໄປຍັງ​" ຫລື "ລາວອອກ ແລະ ໄປ"

ໄປເມືອງຂອງນາໂຮ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເມືອງທີ່ນາໂຮດຳລົງຊີວິດຢູ່ ຫລື 2) "ເມືອງທີ່ເອີ້ນວ່ານາໂຮ." ຖ້າທ່ານສາມາດແປໄດ້ໂດຍບໍ່ເລືອກຄວາມຫມາຍ, ທ່ານອາດຈະໃຊ້ຄຳໃດກໍໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ເຂົາໄດ້ໃຫ້ພວກ​ອູດ​ຄຸເຂົ່າ​ລົງ

ອູດແມ່ນສັດທີ່ສູງມີຂາຍາວ. ລາວໄດ້ເຮັດໃຫ້ພວກມັນໂຈ້ຂາລົງ ແລະ ເອົາຮ່າງກາຍຂອງພວກມັນນອນລົງສູ່ພື້ນດິນ. "ລາວໄດ້ເຮັດໃຫ້ອູດນອນລົງ"

ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງນັ້ນ

"ນໍ້າສ້າງ" ຫລື "ບໍ່ນໍ້າສ້າງ"

ຕັກ​ນໍ້າ

"ຕັກເອົານໍ້າ"

Genesis 24:12

ຈາກນັ້ນຂົາຈຶ່ງໄດ້ກ່າວ

"ຈາກນັ້ນຜູ້ຮັບຈຶ່ງໄດ້ກ່າວ"

ໃນວັນນີ້ຂໍພຣະອົງປຣະທານ ສິ່ງທີ່​ມີ​ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ

ທ່ານສາມາດກ່າວສິ່ງນີ້ດ້ວຍຄຳເຊື່ອມຕໍ່ "ໂດຍ." ເພື່ອໃຫ້ເຫັນວ່າ ຜູ້ຮັບໃຊ້ຕ້ອງການຂໍໃຫ້ພຣະເຈົ້າສະແດງຄວາມສັດຊື່ແຫ່ງພັນທະສັນຍາ. ອາດແປໄດ້ອີກວ່າ: "ສະແດງຄວາມສັດຊື່ຕໍ່ພັນທະສັນຍາກັບອັບຣາຮາມ ນາຍຂອງຂ້ານ້ອຍໂດຍໃຫ້ປະທານຄວາມສຳເລັດໃນພາລະກິດນີ້ແກ່ຂ້ານ້ອຍໃນມື້ນີ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ

"ໃຫ້ຂ້ອຍປະສົບຜົນສຳເລັດ." ຜູ້ຮັບໃຊ້ຢາກຊອກຫາເມຍທີ່ດີ ສຳລັບລູກຊາຍຂອງອັບຣາຮາມ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມສຳເລັດ" ສາມາດຖືກກ່າວເຖິງເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ໂຜດຊ່ວຍຂ້ານ້ອຍໃຫ້ປະສົບຜົນສຳເລັດ" ຫລື "ເຮັດໃຫ້ຂ້ານ້ອຍສາມາດເຮັດຕາມຈຸດປະສົງທີ່ຂ້ານ້ອຍມາທີ່ນີ້ເພື່ອເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

​ສຳແດງ​ພັນທະສັນຍາ​ທີ່ສັດຊື່ແກ່ອັບຣາຮາມເຈົ້ານາຍ​ຂອງ​ຂ້ານ້ອຍ

ນີ້ແມ່ນຄວາມສັດຊື່ເພາະພັນທະສັນຍາທີ່ພຣະເຈົ້າໄດ້ເຮັດກັບອັບຣາຮາມ. ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເຖິງໂດຍຄຳວ່າ "ຊື່ສັດ." ອາດແປໄດ້ອີກວ່າ: "ຂໍໂຜດຊື່ສັດຕໍ່ອັບຣາຮາມນາຍຂອງຂ້ອຍ ເພາະເຫັນແກ່ພັນທະສັນຍາຂອງພຣະອົງ" (ເບິ່ງ: /WA-Catalog/lo_tm?section=translate#figs-abstractnouns)

ເບິ່ງເຖີດ

ໃນນີ້ຄຳວ່າ "ເບິ່ງ" ເພີ່ມຈຸດເນັ້ນຫນັກເຖິງສິ່ງທີ່ຕາມມາ.

ນໍ້າພຸ

"ນໍ້າອອກບໍ່" ຫລື "ນໍ້າສ້າງ"

ພວກລູກສາວ​ຂອງຜູ້ຊາຍທັງຫລາຍຂອງ​ເມືອງນີ້​

"ບັນດາຍິງສາວ​ຂອງ​ເມືອງດັ່ງກ່າວ"​

ຂໍໃຫ້ສິ່ງນີ້ເກີດຂຶ້ນເຖີດ

"ຂໍໃຫ້ສິ່ງນີ້ເກີດຂຶ້ນຢ່າງນີ້" ຫລື "ຂໍໃຫ້ເກີດຂຶ້ນເຖີດ"

ເມື່ອຂ້ານ້ອຍເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ,​ ຂໍລົດໄຫນໍ້າ​​ຂອງ​ເຈົ້າ​ລົງໃຫ້ເຮົາດື່ມນ້ຳແດ່

ນີ້ແມ່ນຄຳເວົ້າຖືກຢືມມາ. ສິ່ງນີ້ສາມາດສະແດງເຖິງການໃຊ້ເປັນຂໍ້ມູນອ້າງອີງທາງອ້ອມ. ອາດແປໄດ້ອີກວ່າ: "ເມື່ອຂ້ອຍຂໍໃຫ້ແມ່ຍິງສາວວ່າ ໃຫ້ຂ້ອຍດື່ມນໍ້າຈາກໄຫຂອງນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotesinquotes ແລະ /WA-Catalog/lo_tm?section=translate#figs-quotations)

ຂໍລົດໄຫນໍ້າ​​ຂອງ​ເຈົ້າ​

ຍິງສາວໄດ້ເອົາໄຫວາງໃສ່ເທິງບ່າໄຫລ່ຂອງພວກເຂົາ. ນາງຈະຕ້ອງກົ້ມຕົວລົງເພື່ອໃຫ້ຜູ້ຊາຍດື່ມ.

ໄຫນໍ້າ

ໄຫໃສ່ນໍ້າຂະຫນາດກາງ ເຮັດດ້ວຍດິນເຜົາໃຊ້ສຳລັບບັນຈຸ ແລະ ຖອກທາດແຫຼວ.

​ວ່າ​ພຣະອົງໄດ້ຊົງສຳແດງ​​ພັນທະສັນຍາ ທີ່ສັດຊື່​​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ

ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ສາມາດຖືກກ່າວເປັນຄຳວ່າ "ຊື່ສັດ." ອາດແປໄດ້ອີກວ່າ: "ພຣະອົງໄດ້ຊື່ສັດຕໍ່ນາຍຂອງຂ້ອຍເນື່ອງຈາກພັນທະສັນຍາຂອງພຣະອົງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

Genesis 24:15

ເວລາຜ່ານໄປ

ວະລີນີ້ຖືກໃຊ້ຢູ່ບ່ອນນີ້ ເພື່ອຫມາຍຈຸດເລີ່ມຕົ້ນຂອງການກະທຳ. ຖ້າພາສາຂອງທ່ານມີວິຄຳເວົ້າອື່ນສຳລັບເວົ້າສິ່ງນີ້, ທ່ານສາມາດພິຈາລະນາໃຊ້ຢູ່ໃນນີ້ໄດ້.

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ຫນ້າປະຫລາດໃຈທີ່ຕິດຕາມມາ.

ໄຫ​ນໍ້າ​

ໄຫໃສ່ນໍ້າຂະຫນາດກາງ ເຮັດດ້ວຍດິນເຜົາໃຊ້ສຳລັບບັນຈຸ ແລະ ຖອກທາດແຫລວ. ເບິ່ງເພີ່ມເຕີມວິທີທ່ານໄດ້ແປຂໍ້ນີ້ໃນ 24:12.

ເຣເບກາ​ເປັນ​ລູກສາວ​ຂອງ​ເບທູເອນ,​ ລູກຂອງ​ມີລະກາ, ເມຍ​ຂອງ​ນາໂຮ,​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ

"ພໍ່ຂອງນາງເລເບກາ ແມ່ນເບທູເອນ, ພໍ່ແມ່ຂອງເບທູເອນແມ່ນມີລະກາ ແລະ ນາໂຮ. ນາໂຮ ແມ່ນນ້ອງຊາຍຂອງອັບຣາຮາມ"

​ເບທູເອນ

"​ເບທູເອນພໍ່ຂອງນາງເລເບກາ. ເບິ່ງເພີ່ມເຕີມວິທີທ່ານໄດ້ແປຂໍ້ນີ້ໃນ 22:20. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ມີລະກາ

ມີລະກາເປັນເມຍຂອງນາໂຮ ແລະ ເປັນແມ່ຂອງ​ເບທູເອນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຊື່ນີ້ໃນ 11:29. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-names)

ນາງ​ໄດ້ລົງ​ມາ​ທີ່​ນໍ້າພຸ​ ... ​ແລະ​​ກັບຄືນ​ເມືອ

ສະຖານທີ່ຂອງນໍ້າສ້າງນັ້ນ ແມ່ນຕັ້ງຢູ່ບ່ອນຕໍ່າກວ່າບ່ອນທີ່ຜູ້ຮັບໃຊ້ຄົນນັ້ນກຳລັງຢືນຢູ່.

Genesis 24:17

ໄດ້​​ແລ່ນ​ໄປ​ຫາ​ນາງ

"ເພື່ອພົບກັບຍິງສາວ"

​ຂໍ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​

"ນໍ້າຫນ້ອຍຫນຶ່ງ"

​ໄຫ​ນໍ້າ

ໄຫໃສ່ນໍ້າຂະຫນາດກາງ ເຮັດດ້ວຍດິນເຜົາໃຊ້ສຳລັບບັນຈຸ ແລະ ຖອກທາດແຫລວ. ເບິ່ງເພີ່ມເຕີມວິທີທ່ານໄດ້ແປຂໍ້ນີ້ໃນ 24:12.

ເຈົ້ານາຍຂອງຂ້ອຍ

"ທ່ານເອີຍ." ໃນທີ່ນີ້ຍິງວາງໄດ້ໃຊ້ຄຳທີ່ສະແດງເຖິງຄວາມນັບຖືຕໍ່ຊາຍຄົນນັ້ນ, ເຖິງວ່ານາງບໍ່ແມ່ນຂ້າໃຊ້ຂອງລາວກໍຕາມ.

ນາງ​ກໍໄດ້ປົງ​ໄຫ​ນໍ້າ​ລົງ​ຈາກ​ບ່າ​

"ນາງໄດ້ປົງໄຫຂອງນາງລົງ." ນາງກຳລັງແບກໄຫເທີງບ່າໄຫລ່ຂອງນາງ. ນາງຕ້ອງໄດ້ກົ້ມຕົວລົງ ເພື່ອເອົານໍ້າໃຫ້ຜູ້ຮັບໃຊ້ຄົນນັ້ນໄດ້.

Genesis 24:19

ຂ້ອຍຈະ​ຕັກ​ນໍ້າ

"ຂ້ອຍຈະ​ຕັກ​ນໍ້າ"

ດັ່ງນັ້ນນາງຈຶ່ງຟ້າວ​ຖອກ​ນໍ້າ​ໃນ​ໄຫ​ນ້ຳຂອງນາງລົງໃນ​ຮາງນ້ຳ

"ດັ່ງນັ້ນນາງຈຶ່ງຟ້າວ​ຖອກ​ນໍ້າ​ໃນ​ໄຫ​ນ້ຳຂອງນາງອອກຈົນຫມົດ"

ຮາງນ້ຳ

"ຮາງນໍ້າຂອງສັດ". ຮາງນໍ້າເປັນກ່ອງຕັດເຄິ່ງ ໃຊ້ສຳລັບບັນຈຸນໍ້າໃຫ້ສັດດື່ມ.

Genesis 24:21

ຜູ້ຊາຍ​

"ຜູ້ຮັບໃຊ້"

​ຢືນ​ເບິ່ງ​ນາງ

"ເບິ່ງນາງ ເຣເບກາ" ຫລື "ເບິ່ງຍິງສາວ"

​ເພື່ອ​ຢາກ​ຈະ​ຮູ້​ວ່າ

ການຮຽນຮູ້ບາງຢ່າງ ເຊິ່ງມັກເວົ້າເລື້ອຍໆຄືກັບວ່າເປັນການເບິ່ງເຫັນ. ອາດແປໄດ້ອີກວ່າ: "ເພື່ອຮຽນຮູ້ " ຫລື "ເພື່ອກຳນົດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ໃຫ້​ການເດີນທາງຂອງເຂົາປະສົບຄວາມ​ສຳເລັດ

"ໄດ້ບັນລຸຈຸດປະສົງຂອງການເດີນທາງຂອງລາວ" ຫລື "ໄດ້ເຮັດໃຫ້ການເດີນທາງຂອງລາວປະສົບຜົນສຳເລັດ." ທ່ານສາມາດໃຫ້ລາຍລະອຽດວ່າຜູ້ຮັບໃຊ້ກຳລັງພະຍາຍາມກຳນົດເຈາະຈົງ. ອາດແປໄດ້ອີກວ່າ "ໄດ້ສະແດງໃຫ້ລາວເຫັນຜູ້ຍິງທີ່ຈະກາຍເປັນເມຍຂອງອີຊາກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ຫລື ​ບໍ່

ທ່ານສາມາດລະບຸຂໍ້ມູນທີ່ເຂົ້າໃຈໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຫລື ບໍ່ປະສົບຜົນສຳເລັດໃນການເດີນທາງຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ແຫວນ​ຄຳ​​ສຳລັບໃສ່​ດັງ​

"ແຫວນໃສ່ດັງທີ່ມີນໍ້າຫນັກປະມານຫົກກລາມ". ນໍ້າຫນັກສະແດງເຖິງມູນຄ່າຂອງແຫວນ. ອາດແປໄດ້ອີກວ່າ: "ແຫວນຄຳດັງທີ່ມີລາຄາແພງຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bweight)

ປອກ​ແຂນ​ຄຳ​ຄູ່​ຫນຶ່ງ​ສຳລັບໃສ່ແຂນຂອງ​ນາງ

"ສາຍແຂນຄຳສອງອັນສຳລັບແຂນສອງເບື້ອງຂອງນາງທີ່ມີນໍ້າຫນັກ 110 ກຣາມ."ນໍ້າຫນັກສະແດງໃຫ້ເຫັນຂະຫນາດ ແລະ ມູນຄ່າຂອງພວກມັນ. ອາດແປໄດ້ອີກວ່າ: "ສາຍແຂນ ຄຳໃຫຍ່ສອງອັນສຳລັບແຂນຂອງນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-bweight)

ເຈົ້າເປັນລູກສາວຂອງໃຜ?

"ພໍ່ຂອງເຈົ້າແມ່ນໃຜ"

ບອກ​ຂ້ອຍ​ແດ່​​ວ່າທີ່ບ້ານພໍ່ຂອງ​​ເຈົ້າ​ມີ​ບ່ອນ​​ພັກ

"ຍັງມີບ່ອນຫວ່າງໃຫ້ເຮົາພັກຢູ່ເຮືອນຂອງພໍ່ເຈົ້າບໍ"

ໃຫ້ເຮົາ

ເບິ່ງຄືວ່າຜູ້ຊາຍຄົນອື່ນໆເດີນທາງກັບຜູ້ຮັບໃຊ້ຂອງອັບຣາຮາມ. ໃນນີ້ “ພວກເຮົາ” ຫມາຍເຖິງຜູ້ຮັບໃຊ້ ແລະ ຜູ້ທີ່ເດີນທາງໄປນຳລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-exclusive

ໄດ້ພັກຄ້າງຄືນ

"ເພື່ອພັກຄ້າງຄືນ" ຫລື "ເພື່ອນອນຂ້າງຄືນ"

Genesis 24:24

ນາງໄດ້​ຕອບ

"ເຣເບກາໄດ້ຕອບ" ຫລື "ຍິງສາວໄດ້ຕອບ"

​ຕອບເຂົາ

"ກັບຜູ້ຮັບໃຊ້"

ຂ້ອຍ​ເປັນລູກສາວ​ຂອງ​ເບທູເອນ. ​ລູກຊາຍ​ຂອງ​ມີລະກາ,ຜູ້ທີ່ນາງໄດ້ເກີດໃຫ້ແກ່ນາໂຮ

"​ເບທູເອນແມ່ນພໍ່ຂອງຂ້ອຍ, ແລະ ພໍ່ແມ່ຂອງລາວແມ່ນ ມີລະກາ ແລະ ນາໂຮ"

ເຮົາ​ມີທັງ​ເຟືອງ​ເຂົ້າ, ແລະ​ອາຫານ​ຫລວງຫລາຍ​ສຳລັບ​ສັດ

ມັນເປັນທີເຂົ້າໃຈວ່າເຟືອງ ແລະ ອາຫານແມ່ນສຳລັບໂຕອູດ. ທ່ານສາມາດເຮັດໃຫ້ຂໍ້ມູນທີ່ເຂົ້າໃຈໄດ້ຊັດເຈນນີ້. ອາດແປໄດ້ອີກວ່າ: "ພວກເຮົາມີເຟືອງ ແລະ ອາຫານສຳລັບອູດຈຳນວນຫລາຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ສຳລັບໃຫ້ທ່ານ​​ພັກ​ຄ້າງຄືນດ້ວຍ

"ສຳລັບໃຫ້ທ່ານ​​ພັກ​ມື້ແລງນີ້" ຫລື "ມີບ່ອນທີ່ທ່ານສາມາດພັກຄ້າງຄືນ"

ໃຫ້ທ່ານ

ໃນນີ້ຄຳວ່າ "ທ່ານ" ຫມາຍເຖິງຜູ້ຮັບໃຊ້ ແລະ ຄົນທີ່ເດີນທາງກັບລາວ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

Genesis 24:26

ຜູ້ຊາຍ

"ຜູ້ຮັບໃຊ້"

ຈຶ່ງ​ໄດ້ໂຄ້ງຄຳນັບ

ນີ້ເປັນສັນຍາລັກສະແດງເຖິງຄວາມຖ່ອມຕົວຕໍ່ຫນ້າພຣະເຈົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ຜູ້ບໍ່ຊົງປະຖິ້ມພັນທະສັນຍາ​ທີ່​ສັດຊື່ ແລະຫນ້າເຊື່ອຖືໄດ້ຂອງພຣະອົງ​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ

"ບໍ່ໄດ້ຢຸດສະແດງຄວາມສັດຊື່ໃນພັນທະສັນຍາ ແລະ ຄວາມໄວ້ວາງໃຈທີ່ມີຕໍ່ເຈົ້ານາຍຂອງຂ້ອຍ." ຄຳນາມທີ່ບໍ່ມີຕົວຕົນ "ຄວາມຊື່ສັດ" ແລະ "ຄວາມຫນ້າເຊື່ອຖື" ສາມາດຖືກກ່າວເຖິງວ່າ "ຊື່ສັດ ແລະ ເຊື່ອຖືໄດ້." ອາດແປໄດ້ອີກວ່າ: "ໄດ້ສືບຕໍ່ສັດຊື່ ແລະ ເຊື່ອຖືໄດ້ ຍ້ອນເຫັນແກ່ພັນທະສັນຍາຂອງພຣະອົງກັບນາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ບໍ່ຊົງປະຖິ້ມ

ປະໂຫຍກນີ້ສາມາດເວົ້າໃນຮູບແບບດ້ານບວກ. ອາດແປໄດ້ອີກວ່າ: "ສືບຕໍ່ສະແດງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-litotes)

ຍາດຕິ​ພີ່ນ້ອງ​ທັງຫລາຍ

"ຄອບຄົວ" ຫລື "ເຊື້ອສາຍ"

Genesis 24:28

​ໄດ້​ແລ່ນ​ໄປ​ຫາ ​ແລະບອກໃຫ້ຄົວເຮືອນຂອງແມ່ນາງ

ໃນນີ້ຄຳວ່າ "ຄົວເຮືອນ" ຫມາຍເຖິງທຸກຄົນທີ່ອາໄສຢູ່ເຮືອນແມ່ຂອງນາງ. ອາດແປໄດ້ອີກວ່າ: "ແລ່ນໄປເຮືອນ ແລະ ບອກແມ່ ແລະທຸກຄົນຢູ່ທີ່ນັ້ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ສິ່ງ​ເຫລົ່າ​ນີ້ທັງຫມົດ

"ກ່ຽວກັບສິ່ງ​ເຫລົ່າ​ນີ້ທັງຫມົດທີ່ໄດ້ເກີດຂື້ນ"

ຂະນະນັ້ນ

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງທີ່ສຳຄັນ. ຕໍ່ໄປນີ້ຜູ້ຂຽນບອກຂໍ້ມູນພື້ນຖານກ່ຽວກັບນາງເລເບກາ. ຜູ້ຂຽນແນະນຳອ້າຍຂອງນາງຊື່ວ່າ ລາບັນ ຢູ່ໃນບົດເລື່ອງນີ້. (ເບິ່ງ: /WA-Catalog/lo_tm?section=translate#writing-background ແລະ /WA-Catalog/lo_tm?section=translate#writing-participants)

ເມື່ອເຂົາໄດ້ເຫັນແຫວນໃສ່ດັງ ແລະກຳໄລເທິງແຂນນ້ອງສາວຂອງເຂົາ

ສິ່ງເຫລົ່ານີ້ໄດ້ເກີດຂື້ນກ່ອນທີ່ລາວຈະແລ່ນໄປຫາຊາຍຄົນນັ້ນ. ໃນນີ້ໄດ້ບອກເຫດຜົນທີ່ລາບັນຟ້າວແລ່ນໄປຫາຊາຍຄົນນັ້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-events)

ເມື່ອເຂົາໄດ້ຍິນເລື່ອງຂອງເຣເບການ້ອງສາວຂອງເຂົາ, "ນີ້ຄືສິ່ງທີ່ຜູ້ຊາຍຄົນນັ້ນເວົ້າກັບຂ້ອຍ,"

ປະໂຫຍກນີ້ສາມາດຖືກກ່າວເຖິງເປັນຄຳເວົ້າຢືມໂດຍທາງອ້ອມ. ອາດແປໄດ້ອີກວ່າ: "ເມື່ອລາວໄດ້ຍິນເຣເບກາ ນ້ອງສາວຂອງລາວບອກ ສິ່ງທີ່ຊາຍຄົນນັ້ນເວົ້າກັບນາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-quotations)

ເບິ່ງເຖີດ

"ຢ່າງ​ແທ້​ຈິງ." ຄຳວ່າ "ເບິ່ງເຖີດ" ທີ່ນີ້ເພີ່ມຈຸດເນັ້ນຫນັກຕໍ່ສິ່ງທີ່ຕິດຕາມມາ.

Genesis 24:31

ມາເຖີດ

"ເຊີນເຂົ້າມາທາງໃນ" ຫລື "ເຊີນເຂົ້າໄປ"

ທ່ານ​ຄື​ພຣະພອນ​ຂອງພຣະຢາເວ

"ທ່ານ​ຄື​ຜູ້ທີ່ພຣະຢາເວໄດ້ຊົງອວຍພຣະພອນ"

ທ່ານ​

ໃນນີ້ຄຳວ່າ "ທ່ານ" ຫມາຍເຖິງຜູ້ຮັບໃຊ້ຂອງອັບຣາຮາມ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ເປັນຫຍັງທ່ານ​ຈຶ່ງ​ຢືນ​ຢູ່​ຂ້າງນອກ?

ລາບັນໃຊ້ຄຳຖາມນີ້ເພື່ອເຊີນຜູ້ຮັບໃຊ້ຂອງອັບຣາຮາມ ເຂົ້າມາໃນເຮືອນຂອງລາວ. ຄຳຖາມນີ້ສາມາດແປເປັນຄຳເວົ້າໄດ້. ອາດແປໄດ້ອີກວ່າ: "ທ່ານບໍ່ຈຳເປັນຕ້ອງຢູ່ນອກ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ດັ່ງນັ້ນ ຜູ້ຊາຍຄົນນັ້ນໄປ​ທີ່​ບ້ານ

ຄຳວ່າ "ໄດ້ມາ" ສາມາດແປວ່າ "ໄດ້ໄປ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

ນຳ​​ຂອງລົງຈາກ​ຫລັງ​ອູດທັງຫລາຍ

ປະໂຫຍກນີ້ບໍ່ຈະແຈ້ງເທື່ອວ່າໃຜເຮັດວຽກນີ້. ມັນຍັງສາມາຖືກກ່າວໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງ ລາບັນເອົາເຄື່ອງລົງຈາກຫລັງອູດ" ຫລື "ພວກອູດໄດ້ຖືກຍົກເຄື່ອງລົງຈາກຫລັງພວກມັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ພວກອູດໄດ້​ເຟືອງ​ກັບ​ຫຍ້າ​ໃຫ້​​ກິນ, ແລະ​ນໍ້າໄດ້ຖືກຈັດຕຽມໄວ້

ປະໂຫຍກນີ້ບໍ່ໄດ້ເວົ້າເຖິງຜູ້ທີ່ເຮັດວຽກນີ້. ຖ້າທ່ານຂຽນປະໂຫຍກນີ້ເປັນຮູບແບບການກະທຳ ໂດຍໃຊ້ປະໂຫຍກວ່າ "ຜູ້ຮັບໃຊ້ຂອງລາບັນ" ເປັນຜູ້ຕົວລະຄອນ. ອາດແປໄດ້ອີກວ່າ: "ຜູ້ຮັບໃຊ້ຂອງລາບັນ ເອົາເຟືອງ ແລະ ອາຫານໃຫ້ແກ່ພວກອູດ, ແລະພວກເຂົາໄດ້ເອົານໍ້າໃຫ້ພວກມັນເຊັ່ນກັນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)

ສຳລັບລ້າງຕີນຂອງເຂົາ​.......​ລາວ

"ສໍາລັບຜູ້ຮັບໃຊ້ຂອງອັບຣາຮາມ ແລະ ພວກຜູ້ຊາຍທີ່ເດີນທາງກັບລາວ ເພື່ອລ້າງຕີນຂອງພວກເຂົາ"

Genesis 24:33

ພວກເຂົາໄດ້​ຈັດ​

ໃນນີ້, ຄຳວ່າ "ພວກເຂົາ" ຫມາຍເຖິງສະມາຊິກຄອບຄົວຂອງ ລາບັນ ຫຼື ຜູ້ຮັບໃຊ້ໃນຄົວເຮືອນ.

ໄດ້​ຈັດ​ອາຫານ​ມາ​ຕ້ອນຮັບ​ລາວ

"ໄດ້ອາຫານໃຫ້ແກ່ຜູ້ຮັບໃຊ້ນັ້ນ"

ເວົ້າ​ໃນສິ່ງ​ທີ່​ຂ້ອຍ​ຕ້ອງເວົ້າ

"ເວົ້າ​ໃນສິ່ງ​ທີ່​ຂ້ອຍ​ຕ້ອງເວົ້າ" ຫລື "ບອກທ່ານເຖິງຈຸດປະສົງທີ່ເດີນທາງມາທີ່ນີ້"

ທ່ານກາຍເປັນຜູ້ຍິ່ງໃຫຍ່

ໃນນີ້ຄຳວ່າ "ທ່ານ" ຫມາຍເຖີງອັບຣາຮາມ.

ເປັນຜູ້ຍິ່ງໃຫຍ່

"ກາຍເປັນຜູ້ຮັ່ງມີ"

ພຣະອົງ​ໄດ​້ປຣະທານ

ຄຳວ່າ "ພຣະອົງ" ຫມາຍເຖິງພຣະຢາເວ

Genesis 24:36

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ມີ​ລູກຊາຍ​ຜູ້ຫນຶ່ງ ແກ່ເຈົ້ານາຍຂອງຂ້ອຍ

"ມີລູກຊາຍຄົນຫນຶ່ງ"

​ທ່ານໄດ້ມອບ​.......ໃຫ້​ລາວ

"ນາຍຂອງຂ້ານ້ອຍໄດ້ໃຫ້......ແກ່ລູກຊາຍຂອງເພີ່ນ"

ນ​າຍຂອງຂ້ອຍ, ໃຫ້​ຂ້ອຍ​ສາບານ

ນາຍຂອງຂ້ານ້ອຍໄດ້ໃຫ້ຂ້ານ້ອຍສາບານ ໃນສິ່ງທີ່ຂ້ານ້ອຍຈະຕ້ອງເຮັດ ຕາມສິ່ງທີ່ລາວໄດ້ບອກໄວ້. ເພິ່ນໄດ້ກ່າວ"

ຈາກບັນດາລູກສາວທັງຫລາຍຂອງ​ຊາວ​ການາອານ

ໃນນີ້ຫມາຍເຖິງຍິງສາວຊາວການາອານ. ອາດແປໄດ້ອີກວ່າ: "ຈາກບັນດາຍິງສາວຄົນການາອານ" ຫລື "ຈາກຊາວການາອານ"

ຄອບຄົວ​ຂອງ​ພໍ່​ເຮົາ, ແລະ​ຍາດພີ່ນ້ອງ​ຂອງເຮົາ

"ທ່າມກາງບັນດາຜູ້ທີ່ຂ້ອຍອາໄສຢູ່." ໃນນີ້, "ເຮົາ" ແມ່ນ ຫມາຍເຖິງອັບຣາຮາມ ແລະ ຄອບຄົວ ແລະ ຜູ້ຮັບໃຊ້ຂອງລາວທັງຫມົດ. ອາດແປໄດ້ອີກວ່າ: "ໃນບັນດາຄົນທີ່ພວກເຮົາອາໄສຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

​ຍາດພີ່ນ້ອງ​ຂອງເຮົາ

"ຈາກເຊື້ອສາຍຂອງເຮົາ"

Genesis 24:39

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍ

ເຫດການນີ້ລັກສະນະນີ້ອາດຈະເກີດຂື້ນໄດ້. ອາແປໄດ້ອີກວ່າ: "ຈະເປັນແນວໃດຖ້າວ່າຜູ້ຍິງນັ້ນຈະບໍ່ຕິດຕາມຂ້ອຍມາ." ຫລື "ຂ້ອຍຄວນເຮັດແນວໃດຖ້າຜູ້ຍິງຈະບໍ່ກັບມາກັບຂ້ອຍ?" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ກ່ອນຫນ້າຜູ້ທີ່ຂ້ານ້ອຍໄປຫາ

ການຮັບໃຊ້ພຣະຢາເວ ແມ່ນຖືກເວົ້າໃນທຳນອງວ່າອັບຣາຮາມໄດ້ຍ່າງໃນທີ່ພຣະນິເວດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ຜູ້ທີ່ຂ້ານ້ອຍໄດ້ຮັບໃຊ້" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ

"ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ"

ຈາກ​ເຊື້ອສາຍຄອບຄົວ​

"ຄອບຄົວ​"

ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ

ນີ້ແມ່ນສະຖານະການສົມມຸດຕິຖານ ທີ່ອັບຣາຮາມບໍ່ຄິດວ່າມັນອາດຈະເກີດຂື້ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ມີພຽງທາງດຽວສຳລັບເຈົ້າທີ່ຈະພົ້ນຈາກຄຳສາບານຂອງຂ້ອຍຄື: ຖ້າເຈົ້າໄປຫາຍາດພີ່ນ້ອງຂອງຂ້ອຍ ແລະ ພວກເຂົາບໍ່ຍອມໃຫ້ເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານຂອງເຮົາ" ຫລື, 2) ຂໍ້ 40, "ຖ້າເຈົ້າໄປຫາຄອບຄົວຂອງພໍ່ຂ້ອຍ ແລະ ຂໍຍິງສາວຄົນຫນຶ່ງ, ເຈົ້າໄດ້ເຮັດໃນສິ່ງທີ່ຂ້ອຍໄດ້ບອກເຈົ້າໃຫ້ເຮັດ. ຖ້າພວກເຂົາບໍ່ຍອມໃຫ້ນາງມາກັບເຈົ້າ, ເຈົ້າຈະເປັນອິດສະຫລະຈາກຄຳສາບານທີ່ເຈົ້າສາບານກັບເຮົາ." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-hypo)

ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ

"ທ່ານຈະພົ້ນຈາກຄຳສາບານທີ່ທ່ານໄດ້ເຮັດກັບເຮົາ." ບໍ່ຈຳເປັນຕ້ອງປະຕິບັດຕາມຄຳສາບານທີ່ໄດ້ກ່າວມາແລ້ວນັ້ນ ຜູ້ທີ່ໄດ້ສາບານກໍຖືວ່າເປັນອິດສະຫລະຈາກການຕົກເປັນຜູ້ມີພັນທະທີ່ຜູກມັດຕົວລາວໄວ້. ອາດແປໄດ້ອີກວ່າ: "ເຈົ້າຈະບໍ່ ຈຳເປັນຕ້ອງເຮັດໃນສິ່ງທີ່ເຈົ້າສາບານກັບເຮົາວ່າເຈົ້າຈະເຮັດ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor)

ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ

ພາສາຕ່າງໆໃຊ້ຄຳສັບມາ ແລະ ໄປຕ່າງກັນ. ອາດແປໄດ້ອີກວ່າ: "ຖ້າທ່ານມາຮອດເຮືອນພີ່ນ້ອງຂອງເຮົາ" ຫລື "ຖ້າທ່ານໄປຫາຍາດພີ່ນ້ອງຂອງເຮົາ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-go)

Genesis 24:42

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ນໍ້າພຸ

"ບໍ່ນໍ້າສ້າງ"

ຂ້ານ້ອຍຢູ່ທີ່ນີ້, ​ກຳລັງ​ຢືນ​ຢູ່​ທີ່ແຄມນໍ້າພຸ

ຜູ້ຮັບໃຊ້ໄດ້ສະເຫນີສິ່ງທີ່ລາວຂໍໃຫ້ພຣະເຈົ້າເຮັດໂດຍການດຶງດູດຄວາມສົນໃຈຂອງພຣະເຈົ້າ ເຖິງຈຸດທີ່ລາວກຳລັງຢືນຢູ່ນັ້ນ.

ຂໍໃຫ້​ມີຍິງ​ສາວ​ທີ່ອອກມາ​ຕັກ​ນໍ້າ .....​ເວົ້າ​ກັບ​ນາງ​ວ່າ, ຂ້ານ້ອຍ​ຂໍ​........ຜູ້ຍິງນັ້ນທີ່ຈະເວົ້າກັບຂ້ອຍ

ຜູ້ຮັບໃຊ້ໄດ້ທົບທວນຄືນຂໍ້ສະເຫນີຂອງລາວ, ແລະ ລາວມີສາມຢ່າງທີ່ຈະເວົ້າກັບຍິງສາວ ຜູ້ທີ່ລາວຄາດຫວັງວ່າຈະເປັນຜູ້ທີ່ຖືກເລືອກ.

ຕັກ​ນໍ້າ

"ເພື່ອຕັກນໍ້າ"

ໄຫ

ນີ້ແມ່ນອຸປະກອນຂະຫນາດກາງ ເຮັດດ້ວຍດິນເຜົາທີ່ໃຊ້ສຳລັບບັນຈຸ ແລະ ຖອກທາດແຫລວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 24:12.

ຂໍ​ໃຫ້ນາງເປັນຜູ້​ຍິງ​

ຜູ້ຮັບໃຊ້ໄດ້ຈົບການກ່າວຄຳສະເຫນີຂອງທ່ານ.

Genesis 24:45

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ກຳລັງເວົ້າໃນໃຈຂອງຂ້ອຍ

ການອະທິຖານຢ່າງງຽບໆໃນໃຈຂອງຄົນຫນຶ່ງແມ່ນເວົ້າເຖິງຄືກັບວ່າລາວກຳລັງເວົ້າຢູ່ໃນໃຈຂອງລາວ. ຄຳວ່າ "ໃຈ" ຫມາຍເຖິງຄວາມຄິດ ແລະ ຈິດໃຈຂອງລາວ. ອາດແປໄດ້ອີກວ່າ: "ການອະທິຖານ" ຫລື "ການອະທິຖານຢ່າງງຽບໆ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-metonymy)

ເບິ່ງເຖີດ

"ຢ່າງ​ແທ້​ຈິງ." ຄຳວ່າ "ເບິ່ງເຖີດ" ທີ່ນີ້ເພີ່ມຈຸດເນັ້ນຫນັກຕໍ່ສິ່ງທີ່ຕິດຕາມມາ.

ໄຫ

ນີ້ແມ່ນອຸປະກອນຂະຫນາດກາງ ເຮັດດ້ວຍດິນເຜົາທີ່ໃຊ້ສຳລັບບັນຈຸ ແລະ ຖອກທາດແຫຼວ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 24:12.

ນາງ​ຈຶ່ງ​ເອົາ​ໄຫ​ນ້ຳຂອງນາງລົງ​

ວະລີທີ່ວ່າ "ລົງໄປ" ຖືກໃຊ້ເພາະກັບນໍ້າສ້າງ ເຊິ່ງເປັນບ່ອນຕ່ຳກ່າວ ບ່ອນທີ່ຜູ້ຮັບໃຊ້ຄົນນັ້ນກຳລັງຢືນຢູ່.

ນໍ້າພຸ

"ນໍ້າສ້າງ"

​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ

"ໄດ້ເອົານໍ້າໃຫ້ໂຕອູດ"

Genesis 24:47

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ລູກສາວຂອງ​ເບທູເອນ, ລູກຊາຍ​ຂອງ​ນາໂຮ​,ຜູ້ຊຶ່ງມີລະກາເປັນຜູ້ເກີດໃຫ້ແກ່ເຂົາ

"ພໍ່ຂອງຂ້ອຍແມ່ນເບທູເອນ. ພໍ່ແມ່ຂອງລາວແມ່ນນາໂຮ ແລະ ມີລະກາ"

​ແຫວນ​​.....ສາຍ​ແຂນ

ໃນເລື່ອງນີ້, ບັນດາວັດຖຸເຫລົ່ານີ້ລ້ວນແຕ່ເຮັດດ້ວຍທອງ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຄຳເຫລົ່ານີ້ໃນ 24:21.

ຂ້ອຍ​ໄດ້ໂນ້ມຕົວລົງ

ນີ້ແມ່ນສັນຍານຂອງຄວາມຖ່ອມຕົວຕໍ່ພຣະເຈົ້າ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

ໄດ້​ຊົງນຳ​ຂ້ອຍ​ມາຖືກທາງ

"ໄດ້ນຳຂ້ອຍມາທີ່ນີ້"

ຜູ້​ໄດ້​ຊົງນຳ​ຂ້ອຍ​

ຄຳເຊື່ອມໂຍງ “ເພາະວ່າ” ສາມາດຖືກນຳໃຊ້ເພື່ອສະແດງເຫດຜົນ ທີ່ຜູ້ຮັບໃຊ້ນະມັດສະການພຣະເຈົ້າ. ອາດແປໄດ້ອີກວ່າ: "ເພາະວ່າພຣະຢາເວໄດ້ຊົງນຳພາຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-connectingwords)

ຍາດຂອງ​ເຈົ້ານາຍ​ຂອງຂ້ອຍ

ນີ້ຫມາຍເຖິງເບທູເອນ, ລູກຊາຍຂອງນາໂຮນ ອ້າຍຂອງອັບຣາຮາມ.

Genesis 24:49

ຂໍ້ມູນທົ່ວໄປ:

ຄົນຮັບໃຊ້ຂອງອັບຣາຮາມສືບຕໍ່ເວົ້າກັບຄອບຄົວຂອງເຣເບກາ.

ມາບັດນີ້

"ດຽວນີ້". ໃນນີ້ຄຳວ່າ "ດຽວນີ້" ບໍ່ໄດ້ຫມາຍຄວາມວ່າ "ໃນເວລານີ້," ແຕ່ຖືກນຳໃຊ້ເພື່ອສ້າງຄວາມສົນໃຈຕໍ່ຈຸດສຳ ຄັນທີ່ຕິດຕາມມາ.

ຖ້າ​ທ່ານໄດ້ຈັດຕຽມທີ່ຈະປະຕິບັດຕໍ່ເຈົ້ານາຍຂອງຂ້ອຍ ດ້ວຍ​ຄວາມ​ສັດຊື່​​ຂອງຄອບຄົວ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າ ກາລຸນາ​ບອກ​ຂ້ອຍ​ດ້ວຍເຖີດ

ວິທີທີ່ພວກເຂົາສາມາດສະແດງຄວາມຊື່ສັດ ແລະ ຄວາມຫນ້າເຊື່ອຖືສາມາດລະບຸຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ບອກຂ້ອຍວ່າເຈົ້າຈະຊື່ສັດ ແລະ ເຊື່ອຖືໄດ້ກັບນາຍຂອງຂ້ອຍໂດຍໃຫ້ ເຣເບກາເປັນເມຍຂອງລູກຊາຍຂອງເພິ່ນ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ເຈົ້າ

ຄຳວ່າ "ເຈົ້າ" ຫມາຍເຖິງລາບານ ແລະ ເບທູເອນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-you)

ຄວາມ​ສັດຊື່​​ຂອງຄອບຄົວ ແລະຄວາມໄວ້ວາງໃຈ

ຄຳນາມທີ່ບໍ່ມີຕົວຕົນເຫລົ່ານີ້ສາມາດຖືກກ່າວວ່າ "ຊື່ສັດ ແລະເຊື່ອຖືໄດ້." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-abstractnouns)

ຄວາມ​ສັດຊື່​​ຂອງຄອບຄົວ

ນີ້ແມ່ນຄວາມ​ສັດຊື່​​ຕໍ່ສະມາຊິກຄອບຄົວ.

ແຕ່ຖ້າບໍ່

ເປັນທີ່ເຂົ້າໃຈວ່າຂໍ້ມູນນີ້ສາມາດຖືກລະບຸຢ່າງຈະແຈ້ງຂື້ນຕື່ມອີກ. ອາດແປໄດ້ອີກວ່າ: "ແຕ່ຖ້າທ່ານບໍ່ພ້ອມທີ່ຈະປະຕິບັດຕໍ່ນາຍຂອງຂ້ອຍດ້ວຍຄວາມຊື່ສັດ ແລະ ຄວາມຫນ້າເຊື່ອຖືໃນຄອບຄົວຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-ellipsis)

ເພື່ອທີ່ຂ້ອຍ,​ ຈະ​ຄວນຫັນໄປທາງຂວາ, ຫລືໄປທາງຊ້າຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ການຕັດສິນໃຈເປັນຕົວກຳນົດທິດທາງທີ່ຈະໄປທາງຫນຶ່ງ ຫລື ທາງອື່ນ. ອາດແປໄດ້ອີກວ່າ: "ເພື່ອວ່າຂ້ອຍຈະຮູ້ສິ່ງທີ່ເຮັດ" ຫລື 2) ຜູ້ຮັບໃຊ້ຕ້ອງການຮູ້ວ່າລາວຕ້ອງການເດີນທາງໄປບ່ອນອື່ນອີກ. ອາດແປໄດ້ອີກວ່າ: "ເພື່ອວ່າຂ້ອຍຈະສືບຕໍ່ການເດີນທາງຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metaphor ແລະ /WA-Catalog/lo_tm?section=translate#figs-idiom)

Genesis 24:50

ເບທູເອນ

ຜູ້ນີ້ແມ່ນພໍ່ຂອງລາບານ ແລະ ເຣເບກາ.

ສິ່ງ​ນີ້​ໄດ້ມາຈາກພຣະຢາເວ

"ພຣະຢາເວເປັນຜູ້ເຮັດໃຫ້ສິ່ງນີ້ເກີດຂື້ນ"

ເຮົາບໍ່ສາມາດກ່າວແກ່ທ່ານວ່າດີ ຫລື ບໍ່ດີ

ພວກເຂົາກຳລັງເວົ້າວ່າພວກເຂົາບໍ່ມີອຳນາດຕັດສິນໃຈ ວ່າສິ່ງທີ່ພຣະເຈົ້າເຮັດໄດ້ດີ ຫລື ບໍ່ດີ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ກ້າຕັດສິນວ່າພຣະຢາເວກຳລັງເຮັດຫຍັງຢູ່" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-idiom)

ເບິ່ງເຖີດ

ຄຳວ່າ "ເບິ່ງເຖີດ" ໃນນີ້ແມ່ນເພື່ອເນັ້ນສິ່ງທີ່ຕາມມາ.

ເຣເບກາ​​ຢູ່​ຕໍ່ຫນ້າທ່ານແລ້ວ

"ເຣເບກາກໍຢູ່ນີ້ແລ້ວເດ"

Genesis 24:52

ຖ້ອຍຄຳຂອງພວກເຂົາ

"ຄຳເວົ້າຂອງ ລາບານ ແລະ ເບທູເອນ." ນີ້ "ຄຳເວົ້າ" ຫມາຍເຖີງຄຳເວົ້າທີ່ພວກເຂົາເວົ້າ. ອາດແປໄດ້ອີກວ່າ: "ສິ່ງທີ່ລາບານ ແລະ ເບທູເອນເວົ້າ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ລາວ​ໄດ້ໂນ້ມຕົວລົງເຖິງພື້ນ

ການໂນ້ມຕົວລົງເຖິງພື້ນຕໍ່ຫນ້າພຣະເຈົ້າເປັນການສະແດງຄວາມເຄົາລົບຕໍ່ພະອົງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction)

​ນຳ​ເອ​ົ​າເຄື່ອງ​ເງິນ ແລະ ​ຄຳ

"ນຳ​ເອ​ົ​າວັດຖຸເປັນ​ເງິນ ແລະ ​ຄຳ" ຫລື "ສິ່ງທີ່ເຮັດດ້ວຍເງິນ ແລະ ​ຄຳ"

​ຂອງ­ຂວັນ​ລາ­ຄາ​ແພງ​

"ຂອງຂວັນລາຄາແພງ" ຫລື ​"ຂອງ­ຂວັນທີ່ມີຄ່າ"​

Genesis 24:54

ເພິ່ນ ແລະພວກຜູ້ຊາຍທີ່ຢູ່ກັບເຂົາ

"ຄົນຮັບໃຊ້ຂອງອັບຣາຮາມ ແລະ ພວກຜູ້ຊາຍຂອງລາວ"

​ພັກ​ຄ້າງຄືນທີ່​ນັ້ນ

"ນອນຄ້າງຄືນທີ່ນັ້ນ"

ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ

"ຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າມື້ໃຫມ່"

ຈົ່ງ​ສົ່ງຂ້ອຍກັບ​ເມືອ

"ຈົ່ງປ່ອຍໃຫ້ຂ້ອຍຈາກ ແລະ ກັບຄືນໄປ"

​ຢູ່​ກັບ​ພວກເຮົາ​ອີກຈັກ​ສອງສາມວັນຢ່າງຫນ້ອຍສິບ​ວັນ

"ຢ່າງຫນ້ອຍສິບ​ວັນ"

ສິບ

"10" (ເບິ່ງ: /WA-Catalog/lo_tm?section=translate#translate-numbers)

ຫລັງຈາກນັ້ນ

"ຈາກນັ້ນ"

Genesis 24:56

​ເພິ່ນໄດ້ເວົ້າ

"ຄົນຮັບໃຊ້ຂອງອັບຣາຮາມໄດ້ເວົ້າ"

ກັບ​ພວກເຂົາ

"ກັບອ້າຍ ແລະ ແມ່ຂອງເຣເບກາ"

ຢ່າ​ຫນ່ວງຫນ່ຽວ​ຂ້ອຍ​ໄວ້​

"ຢ່າງທ່ວງເວລາຂ້ອຍ" ຫລື "ຢ່າເຮັດໃຫ້ຂ້ອຍຄອຍຖ້າ"

ພຣະຢາເວ​ຊົງເຮັດ​ໃຫ້ທາງຂອງຂ້ອຍສຳເລັດ

ໃນນີ້ “ທາງ” ຫມາຍເຖິງການເດີນທາງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດໃຫ້ຂ້ອຍປະສົບຜົນສໍາເລັດໃນຈຸດປະສົງຂອງການເດີນທາງຂອງຂ້ອຍ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

ຂໍສົ່ງຂ້ອຍໄປຕາມທາງຂອງຂ້ອຍ

"ອະນຸຍາດໃຫ້ຂ້ອນກັບຄືນໄປ"

Genesis 24:59

ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ສົ່ງນ້ອງສາວຂອງພວກເຂົາຄື ນາງ​ເຣເບກາ

"ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ສົ່ງ ​ເຣເບກາ"

ນ້ອງສາວຂອງພວກເຂົາ

ເຣເບກາແມ່ນນ້ອງສາວຂອງລາບານ. ອາດແປໄດ້ອີກວ່າ: "ພີ່ນ້ອງຂອງພວກເຂົາ" ຫລື "ນ້ອງສາວຂອງລາບານ"

​ຍິງ​ຄົນ​ຮັບໃຊ້​ຂອງນາງ

ນີ້ຫມາຍເຖິງຜູ້ຮັບໃຊ້ຍິງຜູ້ທີ່ໄດ້ເບິ່ງແຍງ ເຣເບກາ ຕອນນາງຍັງເປັນເດັກນ້ອຍ, ໄດ້ດູແລນາງຕອນນາງຍັງນ້ອຍ, ແລະຍັງຮັບໃຊ້ນາງຢູ່.

ນ້ອງສາວຂອງເຮົາ

ນາງເຣເບກາບໍ່ແມ່ນເອື້ອຍຂອງທຸກຄົນໃນຄອບຄົວຂອງນາງ. ແຕ່ພວກເຂົາເອີ້ນນາງວ່າສິ່ງນີ້ສະແດງວ່າພວກເຂົາຮັກນາງ. ອາດຈະແປໄດ້ອີກວ່າ: "ນາງ ເຣເບກາ ທີ່ຮັກແພງຂອງພວກເຮົາ"

ນ້ອງສາວຂອງເຮົາຂໍ​ໃຫ້​ເຈົ້າ​ເປັນ​ແມ່ຂອງ​ຄົນ​ຫລາຍແສນ

ຢູ່ທີ່ນີ້ຄຳວ່າ "ແມ່" ຫມາຍເຖີງບັນພະບຸລຸດ. ອາດແປໄດ້ອີກວ່າ: "ຂໍໃຫ້ເຈົ້າເປັນເຊື້ອສາຍຂອງຫລາຍລ້ານຄົນ" ຫລື "ຂໍໃຫ້ເຈົ້າມີລູກຫລານຫລາຍ"

ຫລາຍແສນ

ນີ້ຫມາຍເຖີງມີຈຳນວນຫລາຍ ຫລື ຈຳນວນທີ່ບໍ່ສາມາດນັບໄດ້. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-numbers)

ໃຫ້​ເຊື້ອສາຍ​ຂອງ​ເຈົ້າ ຢຶດຄອງປະຕູ​ເມືອງ​ຂອງຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ

ກອງທັບຈະທຳລາຍປະຕູເມືອງຂອງສັດຕູຂອງພວກເຂົາ ແລະ ເອົາຊະນະປະຊາຊົນ. ອາດແປໄດ້ອີກວ່າ: "ລູກຫລານຂອງທ່າຈະເອົາຊະນະຜູ້ທີ່ກຽດຊັງພວກເຂົາຢ່າງນາບຄາບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-metonymy)

Genesis 24:61

ແລ້ວ​ເຣເບກາໄດ້ລຸກຂຶ້ນນາງ, ແລະ​ພວກຍິງຄົນໃຊ້ຂອງນາງໄດ້​ຂຶ້ນອູດ

"ຫລັງຈາກນັ້ນນາງເຣເບກາ ແລະ ພວກຜູ້ສາວທີ່ຮັບໃຊ້ຂອງນາງໄດ້ພາກັນຂື້ນເທິງຫລັງອູດ"

ຄົນ​ຮັບໃຊ້​ນັ້ນຈຶ່ງໄດ້ນຳເຣເບກາ, ແລະໄປຕາມທາງຂອງ​ເຂົາ

"ໃນລັກສະນະນີ້ຜູ້ຮັບໃຊ້ຂອງອັບຣາຮາມໄດ້ເອົານາງ ເຣເບກາ ໄປກັບລາວ ແລະ ກັບຄືນໄປຫາບ່ອນທີ່ລາວມາຈາກ"

ຂະນະນັ້ນ

ຄຳນີ້ຫມາຍເຖິງການປ່ຽນແປງຂອງບົດເລື່ອງ ຈາກບົດເລື່ອງກ່ຽວກັບຜູ້ຮັບໃຊ້ທີ່ຫາເມຍ, ແລະບັດນີ້ຈະບອກກ່ຽວກັບອີຊາກ.

ເບເອີ​ລາໄຮຣອຍ

ນີ້ແມ່ນຊື່ຂອງນໍ້າສ້າງແຫ່ງຫນຶ່ງໃນເມືອງເນເກບ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 16:13.

Genesis 24:63

ອີຊາກໄດ້ອອກ​ໄປ​ທີ່​ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ

"ແລງມື້ຫນຶ່ງອີຊາກໄດ້ອອກໄປທີ່ທົ່ງນາເພື່ອຄິດຕຶກຕອງ." ສິ່ງນີ້ຕ້ອງເປັນເວລາດົນນານຫລັງຈາກທີ່ຜູ້ຮັບໃຊ້ ແລະ ນາງເຣເບກາ ອອກຈາກເຮືອນຂອງນາງ ເນື່ອງຈາກພວກເຂົາຕ້ອງເດີນທາງໄກ.

ເມື່ອເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະ​ເຫັນ,​ ເບິ່ງເຖີດມີ​ອູດຫລາຍໂຕ​ກຳລັງ​ມາ

ຄຳວ່າ "ເບິ່ງເຖີດ" ໃນນີ້ເຕືອນພວກເຮົາໃຫ້ເອົາໃຈໃສ່ກັບຂໍ້ມູນທີ່ສຳຄັນທີ່ຕິດຕາມມາ. "ເມື່ອລາວເງີຍຫນ້າຂຶ້ນລາວຕົກໃຈທີ່ໄດ້ເຫັນຂະບວນອູດກຳລັງມາ"

​ເຣເບກາໄ​ດ້ຫລຽວເບິ່ງ

"​ເຣເບກາໄ​ດ້ຫລຽວເບິ່ງ"

ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດ

"ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດຢ່າງໄວວາ"

ດັ່ງນັ້ນ ນາງຈິ່ງເອົາຜ້າຄຸມຫນ້າ, ແລະ ຄຸມຫນ້າໄວ້

"ດັ່ງນັ້ນນາງຈຶ່ງປົກຫນ້າຂອງນາງດ້ວຍຜ້າຄຸມຂອງນາງ." ນີ້ແມ່ນສັນຍາລັກຂອງຄວາມເຄົາລົບ ແລະ ຄວາມຈຽມຕົວຕໍ່ຜູ້ຊາຍທີ່ນາງຈະແຕ່ງງານນຳ. ຄວາມຫມາຍເຕັມຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#translate-symaction ແລະ /WA-Catalog/lo_tm?section=translate#figs-explicit)

ຄຸມຫນ້າ

ຜ້າທີ່ໃຊ້ໃນການປົກຫົວ, ບ່າ ແລະ ໃບຫນ້າຂອງຄົນ

Genesis 24:66

​ເຂົາໄດ້ຮັບນາງ​ເຣເບກາໄວ້, ແລະນາງໄດ້ເປັນ​ເມຍຂອງເຂົາ

ທັງສອງວະລີນີ້ມີຄວາມຫມາຍວ່າ ອີຊາກໄດ້ແຕ່ງງານກັບນາງເຣເບກາ. ອາດແປໄດ້ອີກວ່າ: "ແລະໄດ້ແຕ່ງງານກັບນາງເຣເບກາ" ຫລື "ແລະເອົານາງເປັນເມຍຂອງລາວ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-doublet)

ດັ່ງນັ້ນ ອີຊາກໄດ້ຮັບການປອບໃຈ

ນີ້ສາມາດຖືກລະບຸໃນຮູບແບບການກະທຳ. ອາດແປໄດ້ອີກວ່າ: "ດັ່ງນັ້ນນາງເຣເບກາໄດ້ປອບໂຍນອີຊາກ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-activepassive)