Genesis 25

Genesis 25:1

ອັບຣາຮາມໄດ້ເຮັດຫຍັງຫລັງຈາກຊາຣາເມຍຂອງລາວຕາຍ?

ອັບຣາຮາມໄດ້ເອົາເມຍອີກຄົນຫນຶ່ງຊື່ວ່າເກຕູຣາ.

Genesis 25:5

ອັບຣາຮາມໄດ້ແຈກຢາຍຊັບສົມບັດຂອງລາວແນວໃດ?

ອັບຣາຮາມໄດ້ມອບຂອງຂວັນໃຫ້ພວກລູກຊາຍຂອງຜູ້ເປັນເມຍນ້ອຍ, ແລະ ໄດ້ມອບທຸກສິ່ງທີ່ລາວເປັນເຈົ້າຂອງໃຫ້ແກ່ອີຊາກ.

Genesis 25:7

ອັບຣາຮາມໄດ້ອາໄສຢູ່ຮອດຈັກປີ?

ອັບຣາຮາມອາຍຸໄດ້ຫນຶ່ງຮ້ອຍເຈັດສິບຫ້າປີ.

Genesis 25:9

ໃຜໄດ້ຝັງອັບຣາຮາມ?

ທັງອີຊາກ ແລະ ອິດຊະມາເອນໄດ້ຝັງອັບຣາຮາມ.

Genesis 25:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 25:13

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 25:17

ລູກຊາຍສິບສອງຄົນຂອງອິດຊະມາເອນໄດ້ຢູ່ນຳກັນແນວໃດ?

ລູກຊາຍສິບສອງຄົນຂອງອິດຊະມາເອນໄດ້​ອາໄສ​ຢູ່​ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ

Genesis 25:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 25:21

ອີຊາກໄດ້ເຮັດຫຍັງເພາະວ່ານາງເຣເບກາບໍ່ມີລູກ?

ອີຊາກໄດ້ອະທິຖານຫາພຣະຢາເວເພື່ອເມຍຂອງລາວ, ແລະ ພຣະຢາເວໄດ້ຕອບຄຳອະທິຖານຂອງລາວ, ແລະນາງເຣເບກາກໍ່ຕັ້ງທ້ອງ.

Genesis 25:23

ພຣະຢາເວໄດ້ເວົ້າຫຍັງ ກ່ຽວກັບເດັກນ້ອຍສອງຄົນທີ່ກຳລັງດີ້ນຢູ່ໃນທ້ອງຂອງນາງເຣເບກາ?

ພຣະຢາເວກ່າວວ່າມີສອງຊົນຊາດຢູ່ໃນທ້ອງຂອງນາງ, ຊົນຊາດຫນຶ່ງແຂງແຮງກວ່າຄົນ, ແລະຜູ້ເປັນອ້າຍຈະຮັບໃຊ້ ຜູ້ເປັນນ້ອງ.

Genesis 25:24

ໃຜເກີດມາກ່ອນ, ແລະ ລາວມີລັກສະນະຄືແນວໃດ?

ເອຊາວໄດ້ເກີດມາກ່ອນ, ແລະ ລາວມີສີແດງຄ້າຍຄືກັບເຄື່ອງນຸ່ງຫົ່ມທີ່ມີຂົນ.

ໃຜເກີດມາເປັນຄົນທີສອງ, ແລະລາວກຳລັງເຮັດຫຍັງໃນຂະນະທີ່ລາວເກີດ?

ຢາໂຄບໄດ້ເກີດມາເປັນລູກທີສອງ, ແລະລາວກຳລັງກົ້ນສົ້ນຂອງເອຊາວເມື່ອລາວເກີດ.

Genesis 25:27

ເອຊາວເປັນຄົນປະເພດໃດ?

ເອຊາວເປັນນັກລ່າທີ່ມີສີມື ແລະເປັນຜູ້ຊາຍຂອງທົ່ງນາ.

ຍາໂຄບເປັນຄົນແບບໃດ?

ຢາໂຄບເປັນຜູ້ຊາຍທີ່ງຽບສະຫງົບເຊິ່ງໄດ້ໃຊ້ເວລາຢູ່ໃນເຕັນ.

ອີຊາກຮັກໃຜ ແລະ ເຣເບກາຮັກໃຜ?

ອີຊາກຮັກເອຊາວ, ແລະນາງເຣເບກາກໍ່ຮັກຢາໂຄບ.

Genesis 25:29

ຊື່ເອຊາວແມ່ນຫຍັງອີກ?

ເອໂດມເປັນອີກຊື່ຫນຶ່ງຂອງເອຊາວ.

Genesis 25:31

ເພາະຢາໂຄບໄດ້ຖາມຫຍັງ ເພື່ອເປັນການຕອບແທນກັບແກງຫມາກຖົ່ວແດງທີ່ເອຊາວຢາກກິນ ເພາະວ່າລາວກຳລັງຫິວໂຫຍຫລາຍ?

ຢາໂຄບໄດ້ຂໍສິດທິໃນການເກີດເປັນລູກກົກຂອງເອຊາວເພື່ອເປັນການຕອບແທນສຳລັບແກງຫມາກຖົ່ວແດງ.

ເອຊາອານຕອບແນວໃດຕໍ່ການສະເຫນີຂອງຢາໂຄບ?

ເອຊາວໄດ້ສາບານຕົວ ແລະ ຂາຍສິດທິລູກກົກຂອງຕົນເອງໃຫ້ແກ່ຢາໂຄບ.

ເອຊາວໄດ້ປະຕິບັດຕໍ່ສິດທິຂອງລາວແນວໃດ ເມື່ອລາວຕອບສະຫນອງຕໍ່ການສະເຫນີຂອງຢາໂຄບ?

ເອຊາວໄດ້ດູຖູກສິດທິລູກກົກຂອງລາວ ເມື່ອລາວຕອບຮັບຕໍ່ການສະເຫນີຂອງຢາໂຄບຕໍ່ເງື່ອນໄຂນີ້.