Genesis 26

Genesis 26:1

ເປັນຫຍັງ ອີຊາກຈຶ່ງຍ້າຍໄປຢູ່ເມືອງເກຣາກບ່ອນທີ່ອາບີເມເຫລັກເປັນກະສັດຂອງພວກຟີລິດສະຕີນ?

ອີຊາກຍ້າຍໄປຢູ່ເມືອງເກຣາກ ເພາະວ່າເກີດມີການອຶດຢາກອາຫານຢູ່ໃນແຜ່ນດິນ.

Genesis 26:2

ພຣະຢາເວໄດ້ບອກຫຍັງກັບອີຊາກ ກ່ອນຫນ້າທີ່ອີຊາກຍ້າຍໄປທີ່ເມືອງເກຣາກ?

ພຣະຢາເວໄດ້ບອກອີຊາກຢ່າ​ລົງໄປ​ຍັງ​ເອຢິບ; ຈົ່ງ​ຢູ່​ໃນ​ແຜ່ນດິນ​​ທີ່​ເຮົາ​ບອກ​ໃຫ້ເຈົ້າ​ອາໄສຢູ່ ຈົ່ງຢູ່ໃນ​ແຜ່ນດິນແຫ່ງ​ນີ້ແຫລະ.

ພຣະຢາເວໄດ້ບອກຫຍັງກັບອີຊາກຫຍັງ ກ່ຽວກັບພັນທະສັນຍາທີ່ ພຣະຢາເວໄດ້ເຮັດກັບອັບຣາຮາມພໍ່ຂອງລາວ?

ພຣະຢາເວບອກອີຊາກວ່າ ພຣະອົງຈະເຮັດໃຫ້​ຄຳ​ສັນຍາຊຶ່ງ​ພຣະຢາເວໄດ້​ໃຫ້ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້ານັ້ນ​ສຳເລັດ.

Genesis 26:4

ເປັນຫຍັງພຣະຢາເວຈຶ່ງເວົ້າວ່າລາວຈະເຮັດສິ່ງນີ້?

ພຣະຢາເວກ່າວວ່າ ພຣະອົງ​ຈະ​ເຮັດສິ່ງນີ້ເພາະ​ອັບຣາຮາມ​ ໄດ້ເຊື່ອຟັງສຽງຂອງ​ເຮົາ , ແລະຮັກສາຄຳສັ່ງສອນ​ຂອງເຮົາ. ກົດບັນຍັດທັງຫລາຍຂອງພຣະອົງ, ແລະທັມບັນຍັດທັງຫລາຍຂອງພຣະອົງ.

Genesis 26:6

ອີຊາກເວົ້າຫຍັງກັບພວກຜູ້ຊາຍຂອງເມືອງກາຣາກກ່ຽວກັບນາງເຣເບກາ, ເມຍຂອງລາວ?

ອີຊາກບອກຜູ້ຊາຍຂອງເມືອງເກຣາກວ່າເຣເບກາເປັນນ້ອງສາວຂອງລາວ.

Genesis 26:9

ອີງຕາມອາບີເມເຫລັກ, ແມ່ນຫຍັງເປັນສິ່ງທີ່ສາມາດເຮັດໃຫ້ເກີດຄວາມຜິດຕໍ່ປະຊາຊົນຍ້ອນການຕົວະຂອງອີຊາກ?

ຍ້ອນຄຳຕົວະຂອງອີຊາກ, ຜູ້ໃດຜູ້ຫນຶ່ງສາມາດມີເພດສຳພັນກັບນາງເຣເບກາ ແລະ ນຳຄວາມຜິດມາສູ່ປະຊາຊົນ.

ອາບີເມເຫລັກໄດ້ສັ່ງຫຍັງກ່ຽວກັບນາງເຣເບກາ?

ອາບີເມເຫລັກໄດ້ສັ່ງວ່າຜູ້ໃດທີ່ແຕະຕ້ອງນາງເຣເບກາຈະຖືກປະຫານຊີວິດ.

Genesis 26:12

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 26:15

ເຫດຜົນອັນໃດທີ່ອາບີເມເຫລັກໄດ້ບອກໃຫ້ອີຊາກຍ້າຍຫນີຈາກພວກຟີລິດສະຕິນ?

ອາບີເມເຫລັກໄດ້ຂໍໃຫ້ອີຊາກຍ້າຍອອກໄປຈາກພວກຟີລິດສະຕິນເພາະລາວເວົ້າວ່າ "... ເພາະເຈົ້າມີກຳລັງຫລາຍກວ່າພວກເຮົາ."

Genesis 26:18

ເປັນຫຍັງອີຊາກຕ້ອງໄດ້ຂຸດນໍ້າສ້າງທີ່ພວກເຂົາໄດ້ຂຸດລົງໃນສະໄຫມຂອງອັບຣາຮາມຍັງມີຊີວິດຢູ່?

ອີຊາກຕ້ອງໄດ້ຂຸດນໍ້າສ້າງທີ່ພວກເຂົາໄດ້ຂຸດໃນສະໄຫມຂອງອັບຣາຮາມ ເພາະວ່າພວກຟີລິດສະຕິນໄດ້ຖົມບໍ່​ນໍ້າ​ເຫລົ່ານັ້ນ ຫລັງການຕາຍຂອງ​ອັບຣາຮາມ​.

Genesis 26:19

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 26:21

ອີຊາກຕັ້ງຊື່ຫຍັງໃຫ້ແກ່ນໍ້າສ້າງບ່ອນທີ່ຜູ້ລ້ຽງສັດທີ່ເມືອງເກຣາກ ບໍ່ໄດ້ໂຕ້ຖຽງກັບລາວ?

ອີຊາກຕັ້ງຊື່ນໍ້າດັ່ງກ່າວ, ບ່ອນທີ່ຜູ້ລ້ຽງສັດທີ່ເມືອງເກຣາກ ບໍ່ໄດ້ໂຕ້ຖຽງກັບລາວວ່າ, ອິດສະຫລະພາບ.

Genesis 26:23

ພຣະຢາເວໄດ້ຢັ້ງຢືນຫຍັງຕໍ່ອີຊາກເມື່ອລາວປາກົດຕົວຕໍ່ອີຊາກທີ່ເບເອນເຊບາ?

ພຣະຢາເວໄດ້ຢັ້ງຢືນອີກວ່າລາວຈະອວຍພອນອີຊາກ ແລະເພີ່ມລູກຫລານຂອງລາວ.

Genesis 26:26

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 26:28

ອາບີເມເຫລັກຢາກເຮັດພັນທະສັນຍາອັນໃດກັບອີຊາກ ແລະຍ້ອນຫຍັງ?

ອາບີເມເຫລັກຕ້ອງການຢາກເຮັດພັນທະສັນຍາ ທີ່ບໍ່ວ່າຝ່າຍໃດກໍຕາມຈະບໍ່ເປັນອັນຕະລາຍຕໍ່ກັນ, ເພາະວ່າລາວເຫັນວ່າ ພຣະຢາເວຊົງຢູ່ກັບອີຊາກ.

Genesis 26:30

ອີຊາກຕອບສະຫນອງແນວໃດຕໍ່ຄຳຮ້ອງຂໍຂອງອາບີເມເຫລັກກ່ຽວກັບຄຳສັນຍາລະຫວ່າງພວກເຂົາ?

ອີຊາກໄດ້ຈັດງານລ້ຽງ, ແລະ ພວກເຂົາໄດ້ສາບານຕໍ່ກັນ.

Genesis 26:32

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 26:34

ກຸ່ມຄົນໃດທີ່ມາຈາກເມຍຂອງເອຊາວ?

ເມຍທັງສອງຂອງເອຊາວແມ່ນມາຈາກຊາວຮິດ.

ຄວາມສຳພັນລະຫວ່າງເມຍຂອງເອຊາວກັບອີຊາກ ແລະນາງເຣເບກາມີຄືແນວໃດ?

ພວກເມຍຂອງເອຊາວໄດ້ນຳຄວາມໂສກເສົ້າມາໃຫ້ອີຊາກ ແລະນາງເຣເບກາ.