Genesis 24

Genesis 24:1

ອັບຣາຮາມໄດ້ເຮັດໃຫ້ຜູ້ຮັບໃຊ້ອາວຸໂສຂອງລາວສາບານວ່າຈະເຮັດຫຍັງ?

ອັບຣາຮາມໄດ້ໃຫ້ຜູ້ຮັບໃຊ້ອາວຸໂສຂອງລາວສາບານວ່າລາວຈະຊອກເມຍສຳລັບອີຊາກຈາກຍາດພີ່ນ້ອງຂອງອັບຣາຮາມ.

Genesis 24:5

ອັບຣາຮາມບອກຫຍັງໃຫ້ຜູ້ຮັບໃຊ້ບໍ່ເຮັດກັບອີຊາກ?

ອັບຣາຮາມໄດ້ຮຽກຮ້ອງໃຫ້ຜູ້ຮັບໃຊ້ຢ່າພາອີຊາກກັບໄປທີ່ແຜ່ນດິນທີ່ອັບຣາຮາມໄດ້ຈາກມາ.

Genesis 24:8

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:10

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:12

ຜູ້ຮັບໃຊ້ຂອງອັບຣາຮາມໄດ້ຮ້ອງຂໍໃຫ້ພຣະເຈົ້າເຮັດຫຍັງ ເພື່ອຈະສະແດງໃຫ້ລາວຮູ້ວ່າຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ສຳລັບອີຊາກ?

ຜູ້ຮັບໃຊ້ເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ ຂໍລົດໄຫນໍ້າ​​ຂອງ​ເຈົ້າ​ລົງໃຫ້ເຮົາດື່ມນ້ຳແດ່, ແລະນາງ​ຈະເວົ້າກັບຂ້ານອ້ຍ​ວ່າ ຈົ່ງ​ດື່ມ​ເຖີດ, ແລະຂ້ອຍຈະ​ເອົາ​ນຳ້ໃຫ້​ຝູງ​ອູດ​ຂອງ​ທ່ານກິນ​ນຳ​.

Genesis 24:15

ເຣເບກາມີສາຍສຳພັນແນວໃດກັບອັບຣາຮາມ?

ເຣເບກາແມ່ນຫລານສາວຂອງນາໂຮ, ນ້ອງຊາຍຂອງອັບຣາຮາມ.

Genesis 24:17

ນາງເຣເບກາໄດ້ເຮັດຫຍັງ ເມື່ອຜູ້ຮັບໃຊ້ຂອງອັບຣາຮາມເມື່ອລາວໄດ້ຂໍນໍ້າດື່ມ?

ນາງເຣເບກາໄດ້ໃຫ້ດື່ມແກ່ຄົນຮັບໃຊ້ນັ້ນ.

Genesis 24:19

ນາງເຣເບກາໄດ້ເວົ້າຫຍັງຫລັງຈາກທີ່ນາງໄດ້ເອົາໃຫ້ຜູ້ຮັບໃຊ້ດື່ມແລ້ວ?

ຫລັງຈາກນາງເຣເບກາໄດ້ເອົານ້ຳໃຫ້ຜູ້ຮັບໃຊ້ດື່ມແລ້ວ, ນາງໄດ້ເວົ້າວ່າ, "ຂ້ອຍຈະ​ຕັກ​ນໍ້າ​ໃຫ້​ໂຕ​ອູດ​ຂອງ​ທ່ານ, ຈົນ​ກວ່າພວກມັນຈະ​ກິນ​ອີ່ມ​ຫມົດ​ທຸກ​ໂຕ."

Genesis 24:21

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:24

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:26

ຄົນຮັບໃຊ້ໄດ້ເຮັດຫຍັງເມື່ອລາວໄດ້ຍິນວ່ານາງເຣເບກາມີຄວາມກ່ຽວພັນກັບອັບຣາຮາມ ແລະ ລາວສາມາດນອນຄ້າງຄືນກັບຄອບຄົວຂອງນາງໄດ້?

ຄົນຮັບໃຊ້ໄດ້ນະມັດສະການພຣະຢາເວ ແລະ ຍົກຍ້ອງພຣະອົງ.

Genesis 24:28

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:31

ລາບານໄດ້ເຮັດຫຍັງເມື່ອທ່ານພົບກັບຜູ້ຮັບໃຊ້ຂອງອັບຣາຮາມ?

ລາບານໄດ້ເຊີນຜູ້ຮັບໃຊ້ຂອງອັບຣາຮາມໄປຢູ່ເຮືອນຂອງຕົນ.

Genesis 24:33

ຜູ້ຮັບໃຊ້ຂອງອັບລາຮາມໄດ້ຮຽກຮ້ອງໃຫ້ເຮັດຫຍັງກ່ອນທີ່ລາວຈະກິນເຂົ້າ?

ຜູ້ຮັບໃຊ້ຂອງອັບຣາຮາມໄດ້ຮຽກຮ້ອງໃຫ້ລາວໄດ້ເວົ້າເຖິງຈຸດປະສົງທີ່ລາວເດີນທາງ ກ່ອນທີ່ຈະກິນອາຫານ.

Genesis 24:36

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:39

ອັບຣາຮາມໄດ້ກ່າວວ່າພຣະຢາເວຈະເຮັດໃຫ້ຫົນທາງຂອງຜູ້ຮັບໃຊ້​ປະສົບຄວາມສຳເລັດແນວໃດ?

ອັບຣາຮາມໄດ້ກ່າວວ່າພຣະຢາເວຈະສົ່ງທູດຂອງພຣະອົງໄປກັບຜູ້ຮັບໃຊ້ເພື່ອເຮັດໃຫ້ຫົນທາງຂອງລາວປະສົບຜົນສຳເລັດ.

Genesis 24:42

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:45

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:47

ຜູ້ຮັບໃຊ້ໄດ້ເອົາຫຍັງໃຫ້ນາງເຣເບກາ ເມື່ອໄດ້ຍິນວ່ານາງມີຄວາມກ່ຽວພັນກັບອັບຣາຮາມ?

ຜູ້ຮັບໃຊ້ຂອງອັບຣາຮາມໄດ້ເອົາແຫວນຄຳ ສຳລັບຮູດັງ ແລະເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.

Genesis 24:49

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:50

ລາບານ ແລະ ເບທູເອນໄດ້ຕອບຜູ້ຮັບໃຊ້ຂອງອັບຣາຮາມແນວໃດເມື່ອລາວຖາມພວກເຂົາວ່າພວກເຂົາຕ້ອງການເຮັດຫຍັງກ່ຽວກັບນາງເຣເບກາ?

ລາບານ​ ແລະເບທູເອນຕອບວ່າຜູ້ຮັບໃຊ້ຄວນເອົານາງ ເຣເບກາໄປ, ເພື່ອໃຫ້ ເຣເບກາສາມາດເປັນເມຍຂອງລູກຊາຍຂອງອັບຣາຮາມໄດ້.

Genesis 24:52

ຜູ້ຮັບໃຊ້ຂອງອັບຣາຮາມໄດ້ເຮັດຫຍັງເມື່ອໄດ້ຍິນຄຳຕອບຈາກລາບານ ແລະ ເບທູເອນ?

ຄົນຮັບໃຊ້ໄດ້ກົ້ມຂາບໄຫວ້ພຣະເຈົ້າຢາເວ ແລະ ມອບຂອງຂວັນໃຫ້ນາງເລເບກາ ແລະ ບັນດາອ້າຍ ແລະແມ່ຂອງນາງ.

Genesis 24:54

ເມື່ອພວກເຂົາຕື່ນຂຶ້ນໃນເຊົ້າມື້ຕໍ່ມາ, ອ້າຍ ແລະ ແມ່ຂອງນາງເຣເບກາຢາກໃຫ້ຜູ້ຮັບໃຊ້ເຮັດຫຍັງ?

ເມື່ອພວກເຂົາຕື່ນຂຶ້ນໃນເຊົ້າມື້ຕໍ່ມາ, ພວກເຂົາຢາກໃຫ້ຜູ້ຮັບໃຊ້ຂອງອັບຣາຮາມຢູ່ກັບພວກເຂົາຢ່າງຫນ້ອຍສິບວັນອີກ.

Genesis 24:56

ເມື່ອຜູ້ຮັບໃຊ້ຂອງອັບຣາຮາມເວົ້າວ່າລາວຕ້ອງໄປທັນທີ, ນາງເຣເບກາເວົ້າວ່າລາວຢາກເຮັດຫຍັງ?

ນາງເຣເບກາເວົ້າວ່ານາງຕ້ອງການໄປກັບຄົນຮັບໃຊ້ນັ້ນ.

Genesis 24:59

ຄອບຄົວຂອງນາງເຣເບກາໃຫ້ພອນອັນໃດແກ່ນາງໃນຂະນະທີ່ນາງໄປຢູ່ກັບຜູ້ຮັບໃຊ້ຂອງອັບຣາຮາມ?

ຄອບຄົວຂອງນາງ ເຣເບກາ ອວຍພອນນາງວ່ານາງອາດຈະເປັນແມ່ຂອງຄົນ​ຫລາຍແສນ, ແລະໃຫ້​ເຊື້ອສາຍ​ຂອງ​ເຈົ້າ ຢຶດຄອງປະຕູ​ເມືອງ​ຂອງຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.

Genesis 24:61

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 24:63

ອີຊາກກຳລັງເຮັດຫຍັງໃນເວລາທີ່ນາງເຣເບກາມາຮອດເຮືອນ?

ອີຊາກໄດ້ອອກມາຍ່າງ​ທີ່​ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ.

ນາງເລເບກາໄດ້ເຮັດຫຍັງເມື່ອເຫັນອີຊາກ?

ເມື່ອນາງໄດ້ເຫັນອີຊາກ, ນາງເຣເບກາໄດ້ໂດດລົງຈາກຫລັງອູດ ແລະເອົາຜ້າປົກຄຸມຫນ້າຂອງນາງ.

Genesis 24:66

ຫລັງຈາກຜູ້ຮັບໃຊ້ຂອງອັບຣາຮາມໄດ້ເລົ່າທຸກສິ່ງທີ່ລາວໄດ້ເຮັດ, ອີຊາກໄດ້ເຮັດຫຍັງ?

ອີຊາກໄດ້ເອົານາງເຣເບກາເຂົ້າໄປໃນເຕັນຂອງນາງຊາຣາແມ່ຂອງລາວ ແລະໄດ້ເອົານາງເຣເບກາເປັນເມຍຂອງລາວ.