Genesis 23

Genesis 23:1

ທຳອິດອັບຣາຮາມໄດ້ເຮັດຫຍັງເມື່ອຊາຣາເສຍຊີວິດແລ້ວ?

ເມື່ອຊາຣາເສຍຊີວິດ, ອັບຣາຮາມໄດ້ໄວ້ທຸກ ແລະ ຮ້ອງໄຫ້ນາງ.

Genesis 23:3

ອັບຣາຮາມໄດ້ຮ້ອງຂໍຫຍັງຕໍ່ພວກລູກຊາຍຂອງຊາວ​ຮິດຕີ​?

ອັບຣາຮາມໄດ້ຂໍເອົາຊັບສິນເພື່ອແລກກັບທີ່ດິນໃຊ້ເປັນບ່ອນຝັງສົບ.

Genesis 23:5

ພວກລູກຊາຍຂອງຊາວ​ຮິດຕີໄດ້ຕອບສະຫນອງຕໍ່ຄຳຮ້ອງຂໍຂອງອັບຣາຮາມແນວໃດ?

ພວກລູກຊາຍຂອງຊາວ​ຮິດຕີໄດ້ມອບບ່ອນຝັງສົບທີ່ດີທີ່ສຸດຂອງພວກເຂົາໃຫ້ອັບຣາຮາມ.

Genesis 23:7

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Genesis 23:10

ເມື່ອອັບຣາຮາມໄດ້ຂໍເອົາຖໍ້າຂອງຊາວຮິດຕີເປັນບ່ອນຝັງສົບ, ເອຟະໂຣນໄດ້ຕອບສະຫນອງແນວໃດ?

ເອຟະໂຣນໄດ້ມອບຖໍ້າ ແລະ ທົ່ງນາທີ່ຕັ້ງຢູ່ຂ້າງຖໍ້າໃຫ້ອັບຣາຮາມ.

Genesis 23:12

ອັບຣາຮາມໄດ້ຕອບສະຫນອງຕໍ່ຄຳສະເຫນີຂອງເອຟະໂຣນແນວໃດ?

ອັບຣາຮາມໄດ້ສະເຫນີຈ່າຍຄ່າທົ່ງນາ ແລະຖໍ້າ.

Genesis 23:14

ເອຟະໂຣນຕອບແນວໃດຕໍ່ຂໍ້ສະເຫນີຂອງອັບຣາຮາມ?

ເອຟະໂຣນໄດ້ຮ້ອງຂໍເອົາເງິນຈຳນວນສີ່ຮ້ອຍຫລຽນ​ ສຳລັບທົ່ງນາ ແລະ ຖໍ້າ.

ການສົນທະນາລະຫວ່າງອັບຣາຮາມ ແລະ ເອຟະໂຣນໄດ້ສິ້ນສຸດລົງແນວໃດ?

ອັບຣາຮາມໄດ້ຈ່າຍເງີນສີ່ຮ້ອຍຫລຽນໃຫ້ເອຟະໂຣນສຳລັບຄ່າທີ່ດິນ.

Genesis 23:17

ມີຫຍັງແດ່ທີ່ລວມຢູ່ໃນການຊື້ທົ່ງນາຂອງເອຟະໂຣນທີ່ຢູ່ໃນເມືອງ ມັກເປລາ?

ທົ່ງນາ, ຖໍ້າທີ່ຢູ່ໃນນັ້ນ, ແລະຕົ້ນໄມ້ທັງຫມົດທີ່ຢູ່ໃນທົ່ງນາ ແລະ ອ້ອມຮອບຊາຍແດນຂອງມັນໄດ້ຖືກລວມເຂົ້າໃນການຊື້ຈາກເອຟະໂຣນ ໃນເມືອງມັກເປລາ.

Genesis 23:19

ຫລັງຈາກນັ້ນອັບຣາຮາມໄດ້ເຮັດຫຍັງກັບຖໍ້າ?

ຈາກນັ້ນອັບຣາຮາມໄດ້ຝັງຊາຣາໄວ້ໃນຖໍ້າ.