Genesis 22

Genesis 22:1

ພຣະເຈົ້າໃຫ້ອັບຣາຮາມທົດລອງອັນໃດ?

ພຣະເຈົ້າໄດ້ບອກອັບຣາຮາມໃຫ້ໄປທີ່ແຜ່ນດິນໂມຣິຢາ ແລະ ຖວາຍອີຊາກເປັນເຄື່ອງເຜົາບູຊາ.

ອັບຣາຮາມໄດ້ຕອບສະຫນອງແນວໃດຕໍ່ຄຳສັ່ງຂອງພຣະເຈົ້າ?

ອັບຣາຮາມໄດ້ລຸກແຕ່ເຊົ້າ ແລະ ເດີນທາງໄປບ່ອນທີ່ພຣະເຈົ້າໄດ້ບອກລາວ.

Genesis 22:4

ອັບຣາຮາມໄດ້ບອກຫຍັງໃຫ້ແກ່ຊາຍຫນຸ່ມສອງຄົນຂອງລາວວ່າກ່ຽວກັບສິ່ງທີ່ລາວ ແລະ ອີຊາກຈະເຮັດ?

ອັບຣາຮາມໄດ້ບອກຊາຍຫນຸ່ມສອງຄົນຂອງລາວວ່າລາວ ແລະ ອີຊາກຈະໄປນະມັດສະການ ແລະຫລັງຈາກນັ້ນລາວກໍ່ຈະກັບມາ.

Genesis 22:7

ອີຊາກຖາມຫຍັງກັບອັບຣາຮາມໃນຂະນະທີ່ພວກເຂົາຍ່າງນຳກັນ?

ອີຊາກຖາມອັບຣາຮາມວ່າ: “ລູກແກະສຳລັບເຄື່ອງເຜົາບູຊາຢູ່ໃສ”?

ອັບລາຫາມຕອບຄຳຖາມຂອງອີຊາກແນວໃດ?

ອັບຣາຮາມໄດ້ກ່າວວ່າພຣະເຈົ້າເອງຈະຈັດຫາລູກແກະສຳລັບເຄື່ອງເຜົາບູຊາ.

Genesis 22:9

ເມື່ອພວກເຂົາໄປຮອດສະຖານທີ່ແລ້ວ, ອັບຣາຮາມໄດ້ກຽມຕົວຫຍັງແດ່ເປັນເຄື່ອງເຜົາບູຊາ ແລະ ລາວໄດ້ເຮັດແນວໃດ?

ອັບຣາຮາມໄດ້ກຽມອີຊາກເປັນເຄື່ອງເຜົາບູຊາໂດຍການມັດລາວ ແລະ ວາງມັນໄວ້ເທິງແທ່ນບູຊາ.

Genesis 22:11

ເມື່ອອັບຣາຮາມໄດ້ຖືມີດໃນມືລາວ, ທູດສະຫວັນຂອງພຣະຢາເວໄດ້ບອກອັບຣາຮາມວ່າແນວໃດ?

ທູດສະຫວັນຂອງພຣະຢາເວໄດ້ບອກອັບຣາຮາມວ່າຢ່າທຳຮ້າຍອີຊາກ.

ທູດສະຫວັນເວົ້າວ່າຕອນນີ້ລາວຮູ້ຫຍັງກ່ຽວກັບອັບຣາຮາມ?

ທູດສະຫວັນກ່າວວ່າຕອນນີ້ລາວຮູ້ວ່າອັບຣາຮາມຢຳເກງພຣະເຈົ້າ.

Genesis 22:13

ພຣະເຈົ້າໄດ້ສະຫນອງເຄື່ອງຖວາຍເຜົາບູຊາ ສຳລັບອັບຣາຮາມແນວໃດ?

ຂ້າງຫລັງເພິ່ນມີ​ແກະໂຕຜູ້ໂຕຫນຶ່ງ ​ເຂົາ​ຂອງ​ມັນ​ຄາ​ຢູ່ໃນພຸ່ມໄມ້, ເຊິ່ງອັບຣາຮາມໄດ້ໃຊ້ເປັນເຄື່ອງເຜົາບູຊາ.

ອັບຣາຮາມເອີ້ນສະຖານທີ່ແຫ່ງການເຜົາຖວາຍບູຊາແນວໃດ?

ອັບຣາຮາມໄດ້ເອີ້ນສະຖານທີ່ວ່າ, "ພຣະຢາເວ​ຊົງຈັດຕຽມ".

Genesis 22:15

ທູດສະຫວັນຂອງພຣະຢາເວໄດ້ໃຫ້ເຫດຜົນຫຍັງແກ່ການໃຫ້ພອນແກ່ອັບຣາຮາມ?

ທູດສະຫວັນຂອງພຣະຢາເວກ່າວວ່າລາວຈະອວຍພອນອັບຣາຮາມເພາະວ່າອັບຣາຮາມບໍ່ໄດ້ຫວງຫ້າມລູກຊາຍຄົນດຽວຂອງລາວ.

Genesis 22:18

ໂດຍຜ່ານຜູ້ໃດ ແລະ ເປັນຫຍັງທຸກຊາດໃນໂລກຈຶ່ງໄດ້ຮັບພອນ?

ໂດຍຜ່ານລູກຫລານຂອງອັບຣາຮາມທຸກໆປະຊາຊາດໃນໂລກໄດ້ຮັບພອນ, ເພາະວ່າອັບຣາຮາມໄດ້ເຊື່ອຟັງສຽງຂອງທູດສະຫວັນຂອງພຣະຢາເວ.