9

1 ພຣະເຈົ້າ ໄດ້ ອວຍພອນ ແກ່ ໂນອາ ແລະ ພວກ ລູກຊາຍ ທັງ ສາມ ຄົນ ຂອງ ລາວ ວ່າ, “ຈົ່ງ ມີ ລູກເຕົ້າ ໃຫ້ ມາກ ຫລາຍ ເພື່ອ ວ່າ ເຊື້ອສາຍ ຂອງ ເຈົ້າ ຈະ ມີ ຊີວິດ ຢູ່ ທົ່ວ ເທິງ ແຜ່ນດິນ ໂລກ ນີ້. 2 ສັດ ທຸກ ຊະນິດ, ນົກ ທຸກ ໂຕ, ສັດ ເລືອຄານ ແລະ ປາ ທຸກ ຊະນິດ ຈະ ມີ ຊີວິດ ຢູ່ ໂດຍ ຢ້ານກົວ ພວກເຈົ້າ. 3 ບັດ ນີ້ ເຈົ້າ ກິນ ສັດ ນັ້ນ ແລະ ພືດ ໃບ ຂຽວ ໄດ້ ເພາະ ເຮົາ ໄດ້ ໃຫ້ ສິ່ງ ເຫລົ່າ ນີ້ ແກ່ ພວກເຈົ້າ ເປັນ ອາຫານ. 4 ແຕ່ ມີ ສິ່ງ ໜຶ່ງ ທີ່ ເຈົ້າ ບໍ່ ຕ້ອງ ກິນ ຄື: ຊີ້ນ ທີ່ ມີ ເລືອດ; ເພາະ ເລືອດ ແມ່ນ ຫລັກ ສໍາຄັນ ແຫ່ງ ຊີວິດ. 5 ຖ້າ ຜູ້ໃດ ທໍາລາຍ ຊີວິດ ມະນຸດ ຜູ້ ນັ້ນ ຈະ ຖືກ ລົງໂທດ. ສັດ ທຸກ ໂຕ ທີ່ ທຳ ລາຍ ຊີວິດ ມະນຸດ ຈະ ຖືກ ລົງ ໂທດ ເຖິງ ແກ່ ຄວາມ ຕາຍ. 6 ມະນຸດ ໄດ້ ຖືກ ສ້າງ ໃຫ້ ມີ ຮູບລັກສະນະ ຂອງ ພຣະເຈົ້າ; ສະນັ້ນ ຜູ້ໃດ ກໍຕາມ ທີ່ ຂ້າ ເພື່ອນ ມະນຸດ ກໍ ຈະ ຖືກ ເພື່ອນ ມະນຸດ ຄົນ ອື່ນ ຂ້າ ເໝືອນກັນ. 7 ຈົ່ງ ມີ ລູກເຕົ້າ ໃຫ້ ມາກ ຫລາຍ ເພ່ື່ອ ວ່າ ເຊື້ອ ສາຍ ຂອງ ເຈົ້າ ຈະ ມີ ຊີ ວິດ ຢູ່ ທົ່ວ ໄປ ເທິງ ແຜ່ນດິນ ໂລກ.” 8 ພຣະເຈົ້າ ໄດ້ ກ່າວແກ່ ໂນອາ ແລະພວກລູກຊາຍ ຂອງ ລາວ ວ່າ, 9 “ບັດ ນີ້ ເຮົາ ເຮັດ ພັນທະສັນຍາ ຕໍ່ ພວກເຈົ້າ ພ້ອມກັບເຊື້ອສາຍຂອງພວກເຈົ້າ 10 ແລະ ທຸກສິ່ງ ທີ່ມີ ຊີວິດ ເຊັ່ນ: ນົກ ທຸກຊະນິດ ແລະສັດ ທຸກ ຊະນິດ ຄື ທຸກ ໆ ສິ່ງ ທີ່ ອອກ ມາ ຈາກ ເຮືອ ນໍາ ເຈົ້າ ນັ້ນ. 11 ດ້ວຍຖ້ອຍຄໍາ ດັ່ງ ຕໍ່ໄປນີ້ ເຮົາ ຈຶ່ງ ຕັ້ງ ພັນທະສັນຍາ ກັບ ເຈົ້າ ຄື: ເຮົາ ສັນຍາວ່າ ຈະບໍ່ທຳ ລາຍທຸກສິ່ງ ທີ່ ມີ ຊີວິດ ດ້ວຍນ້ຳຖ້ວມອີກ; ນ້ຳຖ້ວມແຜ່ນດິນ ໂລກແບບນີ້ ຈະ ບໍ່ ມີ ອີກ ຈັກ ເທື່ອ. ” 12 ພຣະເຈົ້າ ຊົງ ກ່າວວ່າ, “ນີ້ ແມ່ນ ເຄື່ອງໝາຍຂອງ ພັນທະສັນຍາ ຊຶ່ງ ເຮົາ ກຳລັງ ເຮັດ ຢູ່ ລະຫວ່າງເຮົາ ກັບ ເຈົ້າ ແລະທຸກ ໆ ສິ່ງ ທີ່ ມີ ຊີວິດ ທີ່ ຢູ່ ກັບ ເຈົ້າ ເພື່ອ ຄົນ ລຸ້ນ ຫລັງ ທັງ ໝົດ ໃນອະນາຄົດ, 13 ເຮົາ ຕັ້ງ ຮຸ້ງກິນນໍ້າ ໄວ້ ໃນ ທ້ອງຟ້າ. ຮຸ້ງ ກິນ ນໍ້າ ຈະເປັນ ເຄື່ອງໝາຍ ແຫ່ງພັນທະສັນຍາ ທີ່ ເຮົາ ໄດ້ ຕັ້ງ ໄວ້ ກັບ ແຜ່ນດິນ ໂລກ. 14 ເມື່ອ ໃດ ເຮົາ ເຮັດ ໃຫ້ ເມກ ປົກ ຄຸມທົ່ວ ທ້ອງຟ້າ ແລະ ໃຫ້ ຮຸ້ງ ປາກົດ ຂຶ້ນ 15 ເມື່ອນັ້ນ ເຮົາ ກໍ ຈະ ນຶກ ເຖິງ ພັນທະສັນຍາ ທີ່ເຮົາ ໃຫ້ ແກ່ ເຈົ້າ ແລະສັດ ທັງ ປວງ ວ່າ ເຮົາ ຈະບໍ່ທຳລາຍທຸກສິ່ງທີ່ ມີ ຊີວິດ ດ້ວຍນ້ຳ ອີກ ຈັກ ເທື່ອ. 16 ເມື່ອ ຮຸ້ງ ປາກົດ ຂຶ້ນ ໃນເມກ ເຮົາ ຈະເຫັນ ແລະ ເຮົາ ກໍຈະ ລະນຶກເຖິງ ພັນທະສັນຍາ ອັນ ຕະຫລອດໄປ ລະຫວ່າງ ເຮົາ ກັບ ທຸກສິ່ງ ທີ່ ມີ ຊີວິດ ຢູ່ ໃນ ແຜ່ນດິນ ໂລກ. ” 17 ພຣະເຈົ້າ ຊົງ ກ່າວກັບ ໂນອາ ວ່າ, “ອັນນີ້ແຫລະ ແມ່ນເຄື່ອງໝາຍຂອງພັນທະສັນຍາ ຊຶ່ງ ເຮົາ ເຮັດ ໄວ້ ກັບ ທຸກສິ່ງ ທີ່ ມີ ຊີວິດ ຢູ່ ເທິງ ແຜ່ນດິນ ໂລກ.” 18 ລູກຊາຍ ຂອງ ໂນອາ ທີ່ ອອກ ມາ ຈາກ ເຮືອ ໃຫຍ່ ມີ ດັ່ງ ນີ້: ເຊມ, ຮາມ ແລະ ຢາເຟດ. (ຮາມ ເປັນ ພໍ່ ຂອງ ຊົນ ເຜົ່າ ການາອານ.) 19 ລູກຊາຍ ທັງ ສາມ ຂອງ ໂນອາ ນີ້ ເປັນ ບັນ ພະບຸລຸດ ຂອງ ປະຊາຊາດ ທັງ ໝົດ ທີ່ ເທິງ ແຜ່ນດິນ ໂລກ. 20 ໂນອາ ຜູ້ ທີ່ ເປັນ ພໍ່ ນາ ເປັນ ຄົນ ທຳ ອິດ ທີ່ ປູກ ຕົ້ນ ອະງຸ່ນ. 21 ຫລັງ ຈາກ ດື່ມນ້ຳອະງຸ່ນ ຫລາຍ ຈົນ ມືນ ເມົາ ເພິ່ນ ຈຶ່ງ ຫລົງ ແກ້ ເຄື່ອງນຸ່ງຫົ່ມ ຂອງຕົນ ອອກ ແລ້ວ ນອນ ເປືອຍກາຍ ຢູ່ ໃນ ຜ້າ ເຕັນ. 22 ເມື່ອ ຮາມ ພໍ່ ຂອງ ການາອານ ເຫັນ ພໍ່ ຂອງຕົນ ກຳ ລັງ ນອນ ເປືອຍກາຍ ຢ່າງ ມືນ ເມົາ ຢູ່່ ເຊັ່ນ ນັ້ນ ລາວ ຈຶ່ງ ຟ້າວ ໄປ ບອກ ອ້າຍ ທັງ ສອງ. 23 ແລ້ວ ເຊມ ກັບ ຢາເຟດ ກໍ ຖື ເອົາ ເສື້ອ ຄຸມ ຜືນ ໜຶ່ງ ພາດ ໃສ່ ບ່າ ຂອງ ພວກເຂົາ ມາ. ພວກເຂົາ ຍ່າງ ຖອຍ ຫລັງ ເຂົ້າ ມາ ຫາ ພໍ່ ແລ້ວ ປົດ ເສື້ອ ທີ່ ພາດ ຢູ່ ເທິງ ບ່າ ນັ້ນ ປົກ ຕົວ ພໍ່ ໄວ້ ໂດຍ ປິ່ນ ໜ້າ ໜີ ເພາະ ບໍ່ ຢາກ ເຫັນ ພໍ່ ຂອງ ພວກ ຕົນ ຢູ່ ໃນ ສະພາບ ເປືອຍກາຍ ເຊັ່ນ ນີ້. 24 ເມື່ອ ໂນອາ ຕື່ນ ຂຶ້ນ ມາ ແລະ ຊວ່າງ ເມົາ ເພິ່ນ ກໍ ຮູ້ ສິ່ງ ທີ່ ລູກຊາຍ ຫລ້າ ໄດ້ ເຮັດ ກັບ ຕົນ 25 ຈຶ່ງ​ຮ້ອງ​ຂືຶ້ນ​ວ່າ, "ກູ​ຂໍ​ສາບ​ແຊ່ງ​ກາ​ນາ​ອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບ​ໃຊ້​ພວກ​ອ້າຍ​ຂອງ​ມັນ 26 ຂໍ​ສັນ​ລະ​ເສີນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຊມ ຊາ​ວ​ກາ​ນາ​ອານ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບ​ໃຊ້​ຂອງ​ເຊມ​ແນ່​ແທ້. 27 ຂໍ ພຣະເຈົ້າ ຊ່ວຍ ຢາເຟດ ຂໍ ໃຫ້ ຮັ່ງ ມີເປັນດີ; ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ເຫລືອ ນັບ. ຂໍ ໃຫ້ ເຊື້ອສາຍ ຢາເຟດ ຢູ່ ຮ່ວມ ກັບ ເຊື້ອສາຍ ເຊມ; ຊາວ ການາອານ ຈະ ເປັນ ທາດຮັບ ໃຊ້ ຂອງ ຢາເຟດ.” 28 ຫລັງ​ຈາກ​ນ້ຳ​ຖ້ວມ​ແຜ່ນ​ດິນ​ໂລກ​ແລ້ວ ໂນ​ອາ ກໍ​ມີ​ອາ​ຍຸ​ຕໍ່​ມາ​ອີກ 350 ປີ 29 ເພິ່ນ ໄດ້ ຕາຍໄປ ເມື່ອ ເພິ່ນ ອາຍຸ ໄດ້ 950 ປີ.