10

1 ຕໍ່ ໄປນີ້ ແມ່ນ ເຊື້ອສາຍ ຂອງ ພວກ ລູກຊາຍ ໂນອາ ມີ ດັ່ງ ນີ້: ເຊມ, ຮາມ ແລະ ຢາເຟດ. ສາມ ຄົນ ນີ້ ຫລັງ ຈາກ ນ້ຳ ໄດ້ ຖ້ວມ ແຜ່ນດິນ ໂລກ ພວກເຂົາ ກໍໄດ້ ລູກຊາຍ ຫລາຍ ຄົນ. 2 ລູກຊາຍ ຂອງ ຢາເຟດ ມີ ດັ່ງ ນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ ຜູ້ ທີ່ ເປັນ ປູ່ ຍ່າຕາຍາຍ ຂອງ ຊົນ ຊາດ ຊຶ່ງ ໃສ່ ຊື່ ດັ່ງ ກ່າວ ນັ້ນ ຕໍ່ ໆ ມາ. 3 ເຊື້ອ ສາຍ ຂອງ ໂກເມ ແມ່ນ ຊາວ ອັດສະເກນາດ, ຣິຟາດ ແລະ ໂຕກາມາ. 4 ເຊື້ອ ສາຍ ຂອງ ຢາວານ ແມ່ນ ຊາວ ເອລິຊາ, ສະເປນ, ໄຊປຣັດ ແລະ ໂຣເດັດ; ພວກເຂົາ ເປັນ ປູ່ຍ່າຕາຍາຍ ຂອງ ປະຊາຊົນ ທີ່ ອາໄສ ຢູ່ ຕາມ ຝັ່ງ ທະເລ ແລະ ເກາະ ດອນ ຕ່າງໆ. 5 ພວກ ເຫລົ່າ ນີ້ ເປັນ ເຊື້ອ ສາຍ ຂອງ ຢາເຟດ ທີ່ ອາໄສ ຢູ່ ໃນ ເຜົ່າ ແລະ ໃນ ປະເທດ ທີ່ ແຕກຕ່າງ ກັນ ຊຶ່ງ ແຕ່ ລະ ໝວດ ໝູ່ ປາກ ເວົ້າ ພາສາ ຂອງ ຕົນເອງ. 6 ລູກຊາຍ ຂອງ ຮາມ ມີ ດັ່ງ ນີ້: ກູເຊ, ເອຢິບ, ລີເບຍ ແລະ ການາອານ, ຜູ້ ທີ່ ເປັນ ບັນ ພະບຸລຸດ ຂອງ ຊົນ ຊາດ ທີ່ ໃສ່ ຊື່ ດັ່ງ ກ່າວ ນັ້ນ ຕໍ່ ໆ ມາ. 7 ເຊື້ອສາຍ ຂອງ ກູເຊ ແມ່ນ ຊາວ ເຊບາ, ຮາວິລາ, ຊັບຕາ, ຣາອາມາ ແລະ ຊັບເຕກາ. ເຊື້ອ ສາຍ ຂອງ ຣາອາມາ ແມ່ນ ຊາວ ເຊບາ ແລະ ຊາວ ເດດານ. 8 ກູເຊ ໄດ້ ມີລູກຊາຍ ຢູ່ ອີກ ຜູ້ໜຶ່ງ ຊື່ ວ່າ, ນິມໂຣດ ເປັນ ຜູ້ ມີອຳນາດ ທີ່ ຍິ່ງ ໃຫຍ່ ຄົນ ທຳ ອິດ ຢູ່ ໃນ ໂລກ. 9 ດ້ວຍ ກຳລັງ ຄວາມ ກ້າຫານ ທີ່ ມາ ຈາກ ອົງພຣະ ຜູ້ ເປັນເຈົ້າ ລາວ ຈຶ່ງ ເປັນ ນາຍພານ ຜູ້ ຍິ່ງ ໃຫຍ່. ສະນັ້ນ ແຫລະ ຄົນ ຈຶ່ງ ມັກ ອວຍພອນ ກັນ ແລະກັນ ວ່າ, “ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ບັນ ດານ ໃຫ້ ເຈົ້າ ເປັນ ນາຍພານ ຜູ້ ຍິ່ງ ໃຫຍ່ ເໝືອນ ດັ່ງ ນິມໂຣດ. ” 10 ອານາຈັກ ທຳ ອິດ ທີ່ ນິມ ໂຣດ ໄດ້ ປົກ ຄອງ ມີ: ບາບີໂລນ, ເອເຣັກ ແລະ ອັກກາດ. ເມືອງ ທັງ ສາມ ນີ້ ຢູ່ ໃນ ບາບີໂລນ. 11 ເມື່ອ ນິມໂຣດ ໜີ ຈາກ ດິນ ແດນ ນີ້ ໄປ ເພິ່ນ ຈຶ່ງ ໄປ ຍັງ ປະເທດ ອັດ ຊີເຣຍ ແລະ ສ້າງ ເມືອງ ຕ່າງໆ ຂຶ້ນ ອີກ ດັ່ງ ນີ້: ນີເນເວ, ເຣໂຮໂບດ ອີເຣ, ກາລາ, 12 ແລະ ເຣເຊັນ ຊຶ່ງ ຢູ່ ລະຫວ່າງ ນີເນເວ ແລະ ເມືອງ ໃຫຍ່ ກາລາ. 13 ເຊື້ອ ສາຍ ຂອງ ເອຢິບ ແມ່ນ ປະຊາຊົນ ຊາວ ລີເດຍ, ອານາມ, ເລຮາບ, ນັບຕູ, 14 ປາທະຣູ, ກັດສະລູ ແລະ ກະເຣເຕ ຊຶ່ງ ພວກ ນີ້ ໄດ້ ສືບ ເຊື້ອ ສາຍ ໃຫ້ ຊາວ ຟີລິດສະຕິນ. (ຄ) 15 ລູກຊາຍກົກ ຂອງ ການາອານ ຊື່ວ່າ ຊີໂດນ ແລະຜູ້ ຕໍ່ມາຊື່ວ່າ ເຫັດ. ສອງຄົນນີ້ ເປັນ ປູ່ຍ່າຕາຍາຍຂອງ ຊົນຊາດ ທີ່ ໃສ່ ຊື່ ດັ່ງ ກ່າວນີ້ ຕໍ່ ໆ ມາ. 16 ການາອານ ຍັງ ເປັນ ບັນພະບຸລຸດ ຂອງ ຊາວ ເຢບຸດ, ອາໂມ, ກີກາຊີ, 17 ຮີວີ, ອາກກີ, ຊີນີ, 18 ອາກວາດີ, ເສມາຣີ ແລະ ຮາມັດ. ພາຍລຸນມາ ເຜົ່າ ຕ່າງໆຂອງເຊື້ອສາຍ ການາອານ ກໍ ແຜ່ຜາຍ ອອກ ໄປ 19 ຈົນ ເຂດແດນ ຂອງ ພວກເຂົາ ແຕ່ ຊີໂດນທາງພາກໃຕ້ ໄປເຖິງ ເມືອງເກຣາ, ກາສາ; ແລະ ໃນ ພາກ ຕາເວັນອອກ ໄປ ຈົນເຖິງ ເມືອງ ໂຊໂດມ, ໂກໂມຣາ, ອັດມາ ແລະເມືອງເສບົວອິມ ທີ່ຢູ່ໃກ້ ກັບ ເມືອງຣາຊາ. 20 ຄົນ ເຫລົ່ານີ້ ແມ່ນເຊື້ອ ສາຍຂອງຮາມ ທີ່ ອາໄສຢູ່ຕາມເຜົ່າ ແລະໃນປະເທດທີ່ ແຕກຕ່າງກັນ ຊຶ່ງ ແຕ່ ລະໝວດໝູ່ ເວົ້າ ພາສາຂອງຕົນເອງ. 21 ເຊມ ຜູ້ ທີ່ ເປັນ ອ້າຍ ກົກ ຂອງ ຢາເຟດ ແມ່ນ ປູ່ຍ່າຕາຍາຍ ຂອງ ຊາວເຮັບເຣີ. 22 ລູກຊາຍ ຂອງ ເຊມ ມີ ດັ່ງ ນີ້: ເອລາມ, ອັດ ຊູເຣ, ອາກປັກສາດ, ລູດ ແລະ ອາຣາມ; ພວກ ນີ້ ເປັນ ປູ່ຍ່າຕາຍາຍ ຂອງ ຊົນຊາດ ທີ່ໃສ່ ຊື່ດັ່ງ ກ່າວ ນີ້ ຕໍ່ ໆ ມາ. 23 ເຊື້ອ ສາຍ ຂອງ ອາຣາມ ແມ່ນ ຊາວ ອູເສ, ຮຸນ, ເກເທ ແລະ ເມເຊັກ. 24 ອາກປັກສາດ ນັ້ນ ເປັນ ພໍ່ ຂອງ ເຊຣາ ແລະ ເຊຣາ ເປັນ ພໍ່ ຂອງ ເອເບ. 25 ເອເບ ມີ ລູກຊາຍ ສອງ ຄົນ ຄື: ຜູ້ ອ້າຍ ຊື່ ວ່າ, “ເປເຫລັກ ” (ງ) ເພາະ ໃນ ສະໄໝ ຂອງ ເພິ່ນນັ້ນ ຄົນ ໃນ ໂລກ ໄດ້ ແບ່ງ ແຍກ ກັນ; ນ້ອງຊາຍ ຂອງ ລາວ ຊື່ ວ່າ, “ໂຢກທານ”. 26 ເຊື້ອສາຍ ຂອງ ໂຢກທານ ແມ່ນ ຊາວ ອານໂມດາດ, ເຊເລັບ, ຮາສາມາເວດ, ເຢຣາ, 27 ຮາໂດຣາມ, ອູສັນ, ດີກະລາ, 28 ໂອບານ, ອາບີມາເອນ, ເຊບາ, 29 ໂອຟີ, ຮາວີລາ ແລະ ໂຢບັບ. ພວກເຂົາ ທັງໝົດ ແມ່ນ ເຊື້ອສາຍ ຂອງ ໂຢກທານ. 30 ດິນແດນ ທີ່ ເຂົາ ອາໄສ ມີ ຕັ້ງແຕ່ ເມືອງ ເມຊາ ຈົນ ຮອດ ເມືອງ ເຊຟາ ທີ່ ພູດອຍ ທາງທິດຕາເວັນອອກ. 31 ຄົນເຫລົ່ານີ້ ແມ່ນ ເຊື້ອສາຍ ຂອງ ເຊມ ທີ່ ອາໄສ ຢູ່ ໃນ ເຜົ່າ ແລະ ໃນ ປະເທດ ທີ່ ແຕກຕ່າງ ກັນ ຊຶ່ງ ແຕ່ ລະ ໝວດ ໝູ່ ເວົ້າ ພາສາ ຂອງ ຕົນ ເອງ. 32 ຄົນ ເຫລົ່າ ນີ້ ແມ່ນ ເຊື້ອ ສາຍ ຂອງ ໂນອາ ທີ່ ແຍກ ອອກ ເປັນ ຊົນ ຊາດ ທີ່ ແຕກຕ່າງ ກັນໃນ ໂລກ. ຫລັງ ຈາກ ນ້ຳຖ້ວມ ໂລກ ແລ້ວ ຊົນ ຊາດ ທັງ ໝົດ ທີ່ ຢູ່ ເທິງ ແຜ່ນດິນ ໂລກ ແມ່ນ ສືບ ເຊື້ອສາຍ ມາ ຈາກ ໂນອາ ແລະ ລູກຊາຍ.