11

1 ແຕ່ ທຳ ອິດ ນັ້ນ ມະນຸດ ທົ່ວ ທັງ ແຜ່ນດິນ ໂລກ ປາກ ເວົ້າ ພາສາ ດຽວກັນ ແລະ ໃຊ້ ຖ້ອຍຄໍາ ແບບ ດຽວກັນ. 2 ເມື່ອ ພວກເຂົາ ທ່ອງທ່ຽວ ໄປ ທາງທິດ ຕາເວັນ ອອກ ຈຶ່ງ ພົບ ທົ່ງ ຮາບພຽງ ແຫ່ງ ໜຶ່ງ ທີ່ ບາບີໂລນ ແລະ ພາກັນ ຕັ້ງ ຖິ່ນ ຖານ ຫລັກ ແຫລ່ງ ຢູ່ ທີ່ ນັ້ນ. 3 ພວກເຂົາ ເວົ້າ ກັນ ວ່າ, “ມາ ເທາະ ຈົ່ງ ພາກັນ ປັ້ນ ດິນ ຈີ່ ແລະ ເຜົາ ມັນ ໃຫ້ ແຂງ. ” ດັ່ງ ນັ້ນ ພວກເຂົາ ຈຶ່ງ ມີ ດິນ ຈີ່ ເພື່ອ ກໍ່ ສ້າງ ແລະ ມີ ຢາງ ໃຊ້ ຕາງ ປະທາຍ ເພື່ອ ຕິດ ດິນຈີ່ ເຂົ້າ ກັນ. 4 ພວກເຂົາ ເວົ້າວ່າ, “ບັດ ນີ້ ຈົ່ງ ພາກັນ ສ້າງ ເມືອງ ກັບ ທັງ ໃຫ້ ມີ ຫໍຄອຍ ທີ່ ມີ ຍອດ ສູງ ຈຸ ຟ້າ ເພື່ອ ພວກເຮົາ ຈະ ໄດ້ ສ້າງ ຊື່ ສຽງ ໄວ້ ແລະ ຈະ ບໍ່ ຖືກ ພັດ ພາກ ຈາກ ກັນ ໄປ ທົ່ວ ເທິງ ແຜ່ນດິນ ໂລກນີ້. ” 5 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍໄດ້ ລົງ ມາ ເພື່ອ ເບິ່ງ ຕົວເມືອງ ກັບ ຫໍຄອຍ ທີ່ ມະນຸດ ໄດ້ ສ້າງ ຂຶ້ນ 6 ແລະ ພຣະອົງ ຊົງ ກ່າວ ວ່າ, “ບັດ ນີ້ ມະນຸດ ທ້ອນໂຮມ ກັນ ເປັນ ພວກ ດຽວ ແລະ ຕ່າງ ກໍ ປາກ ເວົ້າ ພາສາ ດຽວກັນ; ສິ່ງ ນີ້ ເປັນ ພຽງ ຂັ້ນ ເລີ່ມຕົ້ນ ຂອງ ສິ່ງ ທີ່ ພວກເຂົາ ກຳ ລັງ ຈະ ກະທຳ. ບໍ່ ດົນ ນານ ພວກເຂົາ ກໍ ຈະ ສາມາດ ເຮັດ ທຸກສິ່ງ ຕາມ ທີ່ ພວກເຂົາ ຕ້ອງການ 7 ສະນັ້ນ ພວກເຮົາ ຕ້ອງ ລົງ ໄປ ເຮັດ ໃຫ້ ພາສາ ຂອງ ເຂົາ ສັບ ສົນ ແຕກຕ່າງ ກັນ ແລະ ພວກເຂົາ ຈະ ເວົ້າ ບໍ່ ເຂົ້າໃຈ ກັນ.” 8 ດັ່ງ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ເຮັດ ໃຫ້ ພວກເຂົາ ພັດ ພາກ ຈາກ ກັນ ໄປ ຢູ່ ທົ່ວ ທຸກຫົນ ທຸກແຫ່ງ ເທິງ ແຜ່ນດິນ ໂລກ ແລະ ພວກເຂົາ ກໍໄດ້ ຢຸດ ສ້າງ ເມືອງ. 9 ດັ່ງ ນັ້ນ ເຂົາ ໄດ້ ໃສ່ ຊື່ ສະຖານທີ່ນັ້ນ ວ່າ, “ບາເບນ” (ຈ) ເພາະ ໃນທີ່ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ເຮັດ ໃຫ້ ພາສາ ຂອງ ບັນ ດາ ປະຊາຊາດ ແຕກຕ່າງ ກັນ ແລະ ຈາກ ທີ່ ນັ້ນ ພຣະອົງ ໄດ້ ເຮັດ ໃຫ້ ພວກເຂົາ ພັດ ພາກ ຈາກ ກັນ ໄປ ທົ່ວ ເທິງ ແຜ່ນດິນ ໂລກ. 10 ເຊື້ອສາຍ ຂອງ ເຊມ ມີ ຄວາມ ເປັນ ມາ ດັ່ງ ນີ້: ສອງ ປີ ຫລັງ ຈາກ ນ້ຳຖ້ວມ ເມື່ອ ເຊມ ອາຍຸ ໄດ້ 100 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ, ອາກປັກສາດ. 11 ຫລັງ ຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 500 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 12 ເມື່ອ ອາກປັກສາດ ອາຍຸ ໄດ້ 35 ປີ ເພິ່ນມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເສລາ; 13 ຫລັງ ຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕໍ່ ມາ ອີກ 403 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 14 ເມື່ອ ເສລາ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອເບ; 15 ຫລັງ ຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 403 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 16 ເມື່ອ ເອເບ ອາຍຸ ໄດ້ 34 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເປເຫລັກ; 17 ຫລັງຈາກ ນັ້ນ ຕໍ່ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 430 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 18 ເມື່ອ ເປເຫລັກ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຣອູ; 19 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 209 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 20 ເມື່ອ ເຣອູ ອາຍຸ ໄດ້ 32 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ ເສຣຸກ; 21 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 207 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 22 ເມື່ອ ເສຣຸກ ອາຍຸ ໄດ້ 30 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ ນາໂຮ; 23 ຫລັງຈາກ ນັ້ນ ຕໍ່ ມາ ອີກ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 200 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 24 ເມື່ອ ນາໂຮ ອາຍຸ ໄດ້ 29 ປີ ເພິ່ນ ມີ ລູກຊາຍ ຜູ້ໜຶ່ງ ຊື່ວ່າ, ເຕຣາ; 25 ຫລັງຈາກ ນັ້ນ ຕໍ່ ມາ ເພິ່ນ ກໍ ມີ ອາຍຸ ຍືນ ຕື່ມ ອີກ 119 ປີ ແລະ ມີ ລູກ ຊາຍ ຍິງ ຕື່ມ ອີກ ຫລາຍ ຄົນ. 26 ເມື່ອ ເຕຣາ ອາຍຸ ໄດ້ 70 ປີ ເພິ່ນ ມີ ລູກຊາຍ ສາມ ຄົນ ດັ່ງ ນີ້: ອັບຣາມ, ນາໂຮ ແລະ ຮາຣານ. 27 ຕໍ່ ໄປນີ້ ແມ່ນ ເຊື້ອ ສາຍ ຂອງ ເຕຣາ ຜູ້ ເປັນ ພໍ່ ຂອງ ອັບ ຣາມ, ນາໂຮ ແລະ ຮາຣານ. ຮາຣານ ເປັນ ພໍ່ ຂອງ ໂລດ 28 ແລະ ຮາຣານ ໄດ້ ຕາຍໄປ ທີ່ ບ້ານ ເກີດ ຂອງ ຕົນ ເອງ ທີ່ ອູເຣ ໃນ ບາບີໂລນ (ສ) ໃນ ຂະນະທີ່ ພໍ່ຂອງຕົນຍັງ ມີ ຊີວິດ ຢູ່. 29 ອັບຣາມ ແຕ່ງງານ ກັບ ນາງ ຊາຣາຍ ແລະ ນາໂຮ ແຕ່ງງານ ກັບ ນາງ ມີລະກາ ລູກສາວ ຂອງ ຮາຣານ ຜູ້ ທີ່ ເປັນ ພໍ່ ຂອງ ອິດສະຄາ. 30 ຊາຣາຍ ບໍ່ ສາມາດ ມີ ລູກ ເພາະ ນາງ ເປັນ ໝັນ. 31 ເຕຣາ ພາ ອັບຣາມ ລູກຊາຍ ຂອງຕົນ ແລະ ໂລດ ລູກຊາຍ ຂອງ ຮາຣານ ຫລານ ຂອງຕົນ ໜີໄປ ຈາກ ເມືອງ ອູເຣ ໃນ ບາບີໂລນ. ເພິ່ນ ຍັງ ພາ ຊາຣາຍ ລູກໃພ້ ຂອງຕົນ ໜີໄປ ພ້ອມ ເພື່ອ ຈະ ເຂົ້າ ໄປ ອາໄສ ຢູ່ ໃນ ການາອານ. ພວກເຂົາ ໄດ້ ເດີນ ທາງ ມາ ຮອດ ເມືອງ ຮາຣານ (ຊ) ແລະ ຕັ້ງ ຖິ່ນຖານ ຢູ່ ທີ່ ນັ້ນ. 32 ເຕຣາ ຕາຍ ຢູ່ ທີ່ ເມືອງ ຮາຣານ ນີ້ ເມື່ອ ເພິ່ນ ອາຍຸ ໄດ້ 205 ປີ.