12

1 ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ບອກ ອັບຣາມ ວ່າ, “ຈົ່ງ ອອກ ໜີ ຈາກ ປະເທດ, ຍາດຕິພີ່ນ້ອງ ແລະ ບ້ານເກີດ ເມືອງນອນ ຂອງ ເຈົ້າ ແລະ ໄປ​ຍັງ​ດິນ​ແດນ ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ. 2 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຫລາຍ ແລະ​ພວກ​ເຂົາ​ຈະ​ກາຍ​ເປັນ​ຊົນ​ຊາດ​ໃຫ​ຍ່. ເຮົາ​ຈະ​ອວຍ​ພອນ​ເຈົ້າ​ແລະ​ໃຫ້​ເຈົ້າ​ມີ​ຊື່​ສຽງ ແລະ​ເຈົ້າ​ຈະ​ໄດ້​ກາຍ​ເປັນ​ທໍ່​ພ​ຣະ​ພອນ​ໃຫ້​ແກ່​ຊົນ​ຊາດ​ອື່ນໆ​ເທິງ​ແຜ່ນ​ດິນ​ໂລກ. 3 ເຮົາ​ຈະ​ອວຍ​ພອນ​ຜູ້​ທີ່ອວຍ​ພອນ​ເຈົ້າ. ແຕ່​ເຮົາ​ຈະ​ສາບ​ແຊ່ງ​ຜູ້​ທີ່​ສາບ​ແຊ່ງ​ເຈົ້າ ແລະ ໂດຍ ຜ່ານ ທາງ ເຈົ້າ ເຮົາ ຈະ ອວຍພອນ ຊົນ ຊາດ ທັງ ປວງ. ” (ຍ) 4 ເມື່ອ ອັບຣາມ ອາຍຸ ໄດ້ 75 ປີ ເພິ່ນ ກໍ ອອກ ໜີ ຈາກ ເມືອງ ຮາຣານ ຕາມ ທີ່ ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ແລະ ໂລດ ກໍໄດ້ ໄປ ນຳ ດ້ວຍ. 5 ອັບຣາມ ພາ ນາງ ຊາຣາຍ ເມຍ ຂອງຕົນ ກັບ ໂລດ ຫລານຊາຍ ພ້ອມ ທັງ ຊັບ ສິ່ງ ຂອງ ແລະ ພວກ ຂ້ອຍໃຊ້ ທີ່ ໄດ້ ໃນ ຮາຣານ ນັ້ນ ໄປ ນຳ ແລະ ພວກເຂົາ ໄດ້ ພາກັນ ອອກ ເດີນ ທາງ ມຸ່ງໜ້າ ໄປ ຍັງ ດິນ ແດນ ການາອານ. ເມື່ອ ມາ ເຖິງ ການາອານ 6 ອັບຣາມ ໄດ້ ເດີນ ທາງ ຜ່ານ ປະເທດ ໄປ ຕໍ່ ຈົນ ຮອດ ຕົ້ນໄມ້ ສັກ ສິດ ທີ່ ໂມເຣ ຊຶ່ງ ເປັນ ບ່ອນ ສັກ ສິດ ຂອງ ເມືອງ ຊີເຄມ. (ໃນ ຄາວ ນັ້ນ ຊາວ ການາອານ ຍັງ ອາໄສ ຢູ່ ໃນ ດິນ ແດນ ນີ້.) 7 ອົງພຣະ ຜູ້ ເປັນ ເຈົ້າ ໄດ້ ປາກົດ ແກ່ ອັບຣາມ ແລະ ບອກ ເພິ່ນ ວ່າ, “ນີ້ ແມ່ນ ດິນ ແດນ ທີ່ ເຮົາ ຈະ ມອບ ໃຫ້ ແກ່ ເຊື້ອ ສາຍ ຂອງ ເຈົ້າ. ” ແລ້ວ ຢູ່ ໃນ ບ່ອນ ນີ້ ອັບຣາມ ໄດ້ ກໍ່ ສ້າງ ແທ່ນບູຊາ ແທ່ນ ໜຶ່ງ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ ອົງ ທີ່ ໄດ້ ປາກົດ ແກ່ ຕົນ. 8 ຫລັງ ຈາກ ນັ້ນ ເພິ່ນ ກໍໄດ້ ຍົກ ຍ້າຍ ໄປ ທາງ ທິດ ໃຕ້ ສູ່ ພູດອຍ ທາງທິດ ຕາເວັນ ອອກ ຂອງ ເມືອງ ເບັດເອນ ແລະ ເພິ່ນ ໄດ້ ຕັ້ງ ຄ້າຍພັກພາ ອາໄສ ຢູ່ ລະຫວ່າງ ເມືອງ ເບັດເອນ ທາງ ທິດ ຕາເວັນຕົກ ແລະ ເມືອງ ອາອີ ທາງທິດ ຕາເວັນ ອອກ. ຢູ່ ທີ່ ນີ້ ອັບຣາມ ໄດ້ ກໍ່ສ້າງ ແທ່ນບູຊາ ອີກ ໜຶ່ງແທ່ນ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ ແລະ ໄດ້ ຮ້ອງທູນ ອອກ ນາມຊື່ ອົງພຣະ ຜູ້ເປັນເຈົ້າ. 9 ແລ້ວ ເພິ່ນ ກໍ ຍົກ ຍ້າຍ ໄປ ເປັນ ໄລຍະ ຢູ່ ເລື້ອຍ ສູ່ ທາງ ພາກ ໃຕ້ ຂອງ ການາອານ. 10 ໃນ ເວລາ ນັ້ນ ໄດ້ ເກີດ ມີ ການ ອຶດ ຢາກ ຢ່າງ ຮ້າຍແຮງ ໃນ ການາອານ ອັນ ເປັນ ເຫດ ໃຫ້ ອັບຣາມ ຕ້ອງ ໄປ ອາໄສ ຢູ່ ໃນ ປະເທດ ເອຢິບ ຊົ່ວ ໄລຍະ ໜຶ່ງ. 11 ເມື່ອ ໃກ້ ຈະ ຮອດ ດ່ານ ເຂົ້າ ປະເທດ ເພິ່ນ ຈຶ່ງ ເວົ້າ ກັບ ເມຍ ຂອງຕົນ ວ່າ, “ຊາຣາຍ ນ້ອງ ເປັນ ຍິງ ທີ່ ສວຍງາມ. 12 ເມື່ອ ຊາວ ເອຢິບ ເຫັນ ນ້ອງ ພວກເຂົາ ຄົງ ຈະ ເວົ້າ ວ່າ ນ້ອງ ເປັນ ເມຍ ຂອງ ອ້າຍ; ແລ້ວ ພວກເຂົາ ກໍ ຈະ ຂ້າອ້າຍ ເສຍ ແລະ ປ່ອຍ ໃຫ້ ນ້ອງ ມີ ຊີວິດ ຢູ່. 13 ດັ່ງ ນັ້ນ ຈົ່ງ ບອກ ພວກເຂົາ ວ່າ ນ້ອງ ເປັນ ນ້ອງສາວ ຂອງ ອ້າຍ ແລະ ຍ້ອນ ນ້ອງ ພວກເຂົາ ຈຶ່ງ ຈະ ບໍ່ ຂ້າ ອ້າຍ ແລະ ທັງ ຈະ ປະຕິບັດ ຕໍ່ ອ້າຍ ເປັນ ຢ່າງດີ. ” 14 ເມື່ອ ອັບຣາມ ຂ້າມ ເຂດແດນ ເຂົ້າ ໄປ ໃນ ປະເທດ ເອຢິບ. ຊາວ ເອຢິບ ເຫັນ ວ່າ ເມຍ ຂອງ ເພິ່ນ ງາມ ຫລາຍ. 15 ຂ້າຣາຊການ ຊາວ ເອຢິບ ບາງຄົນ ຈຶ່ງ ຍົກ ຍ້ອງ ຄວາມງາມ ຂອງ ນາງ ຕໍ່ ກະສັດ ຂອງ ພວກເຂົາ; ສະນັ້ນ ນາງ ຈຶ່ງ ຖືກ ພາ ຕົວ ໄປ ຍັງ ຣາຊວັງ. 16 ຍ້ອນ ຊາຣາຍ ກະສັດ ເອຢິບ ຈຶ່ງ ປະຕິບັດ ຕໍ່ ອັບຣາມ ເປັນ ຢ່າງດີ ແລະ ຍັງ ມອບ ຝູງແກະ, ຝູງແບ້, ຝູງ ງົວ, ຝູງ ອູດ ແລະ ຄົນ ຮັບ ໃຊ້ ຊາຍຍິງ ໃຫ້ ດ້ວຍ. 17 ແຕ່ ຍ້ອນ ກະສັດ ໄດ້ ເອົາ ຊາຣາຍ ມາຢູ່ ໃນ ຣາຊວັງ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງເຮັດ ໃຫ້ ກະສັດ ເອງ ແລະ ຄົນ ໃນ ຣາຊວັງ ເປັນ ພະຍາດ ຢ່າງ ຮ້າຍແຮງ. 18 ແລ້ວ ກະສັດ ເອຢິບ ກໍ ເອີ້ນ ອັບຣາມ ມາ ແລະ ສອບຖາມ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ແບບ ນີ້? ເປັນ ຫຍັງ ຈຶ່ງ ບໍ່ ບອກ ເຮົາ ວ່າ ນາງ ເປັນ ເມຍ ຂອງ ເຈົ້າ? 19 ເປັນຫຍັງ ຈຶ່ງ ເວົ້າ ວ່າ ນາງ ເປັນ ນ້ອງສາວ ຂອງ ເຈົ້າ? ແລະ ປ່ອຍ ໃຫ້ ເຮົາ ເອົາ ນາງ ມາ ເປັນ ເມຍ. ນີ້ ເມຍ ຂອງ ເຈົ້າ ຈົ່ງ ເອົາ ນາງ ຄືນ ໄປ ແລະ ໜີໄປ ສາ. ” 20 ແລ້ວ ກະສັດ ເອຢິບ ກໍ ສັ່ງ ຂ້າຣາຊການ ໃຫ້ ພາ ອັບຣາມ ກັບ ເມຍ ຂອງ ລາວ ແລະ ເອົາ ສິ່ງ ຂອງ ທີ່ ລາວ ມີ ຢູ່ ແລະ ໃຫ້ ອອກ ໜີໄປ ຈາກ ປະເທດ ເອຢິບ.