13

1 ອັບຣາມ ພາ ເມຍ ຂອງຕົນ ພ້ອມ ກັບ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ອອກ ຈາກ ພາກເໜືອ ຂອງ ປະເທດ ເອຢິບ ມຸ່ງໜ້າ ໄປ ສູ່ ເຂດ ໃຕ້ ຂອງ ການາອານ. ໂລດ ກໍ ຕິດ ຕາມ ເພິ່ນ ໄປ ດ້ວຍ. 2 ອັບຣາມ ເປັນ ຄົນ ຮັ່ງ ມີ; ເພິ່ນ ມີ ຝູງແກະ, ຝູງແບ້ ແລະ ຝູງງົວ ພ້ອມ ທັງ ເງິນ ຄໍາ ຢ່າງ ຫລວງຫລາຍ. 3 ແລ້ວ ເພິ່ນ ກໍ ຍົກ ຍ້າຍ ຈາກ ທີ່ ນັ້ນ ເດີນ ທາງ ຕໍ່ ໄປ ເລື້ອຍໆ ສູ່ ເມືອງ ເບັດເອນ ແລະ ເພິ່ນ ກໍ ໄປ ເຖິງ ບ່ອນ ທີ່ ຕົນ ເຄີຍ ຕັ້ງ ຄ້າຍພັກ ພາ ອາໄສ ມາ ກ່ອນ ຢູ່ ລະຫວ່າງ ເມືອງ ເບັດ ເອນ ກັບ ເມືອງ ອາອີ 4 ບ່ອນ ທີ່ ເພິ່ນ ເຄີຍ ໄດ້ ສ້າງ ແທ່ນບູຊາ ໄວ້ ແຕ່ ກ່ອນ ນັ້ນ. ແລ້ວ ຢູ່ ທີ່ ນີ້ ເພິ່ນ ກໍໄດ້ ຮ້ອງ ທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ. 5 ໂລດ ຜູ້ ທີ່ ຮ່ວມ ເດີນທາງ ໄປ ກັບ ອັບຣາມ ນັ້ນ ກໍ ມີ ຝູງແກະ, ຝູງແບ້, ຝູງ ງົວ ຕະຫລອດ ທັງ ຄົນ ໃນ ຄອບຄົວ ແລະ ຄົນ ຮ້ບ ໃຊ້ ຈຳ ນວນ ຫລວງຫລາຍ ຄື ກັນ. 6 ສະນັ້ນ ຈຶ່ງ ບໍ່ ມີ ທົ່ງ ຫຍ້າ ພຽງພໍ ສຳລັບ ລ້ຽງ ສັດ ເພື່ອ ໃຫ້ ພວກເຂົາ ຢູ່ ຮ່ວມ ກັນ ໄດ້ ເພາະ ຕ່າງ ຝ່າຍ ຕ່າງ ກໍ ມີ ສັດ ຫລາຍ. 7 ເມື່ອ ເປັນ ເຊັ່ນ ນັ້ນ ຄົນ ລ້ຽງ ສັດ ຂອງ ອັບຣາມ ແລະ ໂລດ ຈຶ່ງ ຜິດ ຖຽງ ກັນ. (ຊາວ ການາອານ ແລະ ຊາວ ເປຣີຊີ ກໍ ຍັງ ຢູ່ ໃນ ດິນ ແດນ ນັ້ນ.) 8 ແລ້ວ ອັບຣາມ ກໍ ເວົ້າ ກັບ ໂລດ ວ່າ, “ເຮົາ ທັງ ສອງ ເປັນ ພີ່ ນ້ອງ ກັນ ຂໍ ຢ່າ ໃຫ້ ຄົນ ຂອງ ເຈົ້າ ແລະ ຄົນ ຂອງຂ້ອຍ ຕ້ອງ ຜິດ ຖຽງ ກັນ ເລີຍ. 9 ສະນັ້ນ ໃຫ້ ພວກເຮົາ ແຍກທາງ ກັນ ເສຍ. ຈົ່ງ ເລືອກ ເອົາ ທີ່ ດິນ ທີ່ ເຈົ້າ ຕ້ອງການ. ຖ້າ ເຈົ້າ ໄປ ທາງ ຊ້າຍ ຂ້ອຍ ກໍ ຈະ ໄປ ທາງ ຂວາ ຖ້າ ເຈົ້າ ໄປ ທາງ ຂວາ ຂ້ອຍ ກໍ ຈະ ໄປ ທາງ ຊ້າຍ.” 10 ໂລດ ຫລຽວ ໄປ ຮອບໆ ຈຶ່ງ ເຫັນ ວ່າ ທົ່ງ ຮາບພຽງ ຂອງ ແມ່ ນ້ຳ ຈໍແດນ ທັງ ໝົດ ຈົນ ເຖິງ ເມືອງ ໂຊອາ ມີ ນໍ້າ ຫລາຍ ເໝືອນ ດັ່ງ ສວນ ຂອງ ອົງພຣະ ຜູ້ ເປັນເຈົ້າ (ດ) ຫລື ດິນ ແດນ ຂອງ ປະເທດ ເອຢິບ. (ກ່ອນ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ທຳ ລາຍ ເມືອງ ໂຊໂດມ ກັບ ເມືອງ ໂກໂມຣາ ທົ່ງ ຮາບ ພຽງ ນີ້ ອຸດົມ ສົມ ບູນ ຫລາຍ.) 11 ດັ່ງ ນັ້ນ ໂລດ ຈຶ່ງ ໄດ້ ຕັດ ສິນ ໃຈ ເລືອກ ເອົາ ທົ່ງ ຮາບພຽງ ຂອງ ແມ່ ນ້ຳ ຈໍແດນ ທັງ ໝົດ ເປັນ ບ່ອນ ຢູ່ ອາໄສ ຂອງຕົນ ແລະ ເພິ່ນ ໄດ້ ເຄື່ອນ ຂະບວນ ມຸ່ງໜ້າ ໄປ ທາງທິດ ຕາເວັນ ອອກ. ໂລດ ແລະ ອັບຣາມ ກໍໄດ້ ແຍກທາງ ກັນ ໄປ. 12 ອັບ ຣາມ ອາໄສ ຢູ່ ໃນ ດິນ ແດນ ການາອານ ສ່ວນ ໂລດ ນັ້ນ ຕັ້ງ ຖິ່ນ ຖານ ຢູ່ ທ່າມກາງ ເມືອງ ຕ່າງໆ ໃນ ທົ່ງ ຮາບພຽງ ໃກ້ ກັບ ເມືອງ ໂຊໂດມ 13 ຊຶ່ງ ປະຊາຊົນ ໃນ ເມືອງ ນີ້ ຊົ່ວ ຊ້າ ແລະ ເຮັດ ຜິດບາບ ຕໍ່ສູ້ ອົງພຣະ ຜູ້ ເປັນເຈົ້າ. 14 ຫລັງ ຈາກ ໂລດ ໄດ້ ໜີ ໄປ ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ບອກ ອັບຣາມ ວ່າ, “ຕັ້ງແຕ່ ບ່ອນ ທີ່ ເຈົ້າ ຢືນ ຢູ່ ນີ້ ຈົ່ງ ແນມ ໄປ ທົ່ວ ທຸກ ທິດ ໃຫ້ ດີ. 15 ດິນ ທຸກ ບ່ອນ ທີ່ ເຈົ້າ ແນມ ເຫັນ ເຮົາ ຈະ ໃຫ້ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ແລະ ມັນ ຈະ ເປັນ ຂອງ ພວກເຈົ້າ ຕະຫລອດໄປ ເປັນນິດ. 16 ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອສາຍ ຫລວງຫລາຍ ເໝືອນ ດັ່ງ ຂີ້ຝຸ່ນ ດິນ ຈົນ ນັບ ບໍ່ ຖ້ວນ 17 ບັດ ນີ້ ຈົ່ງ ອອກ ເດີນ ທາງ ໄປ ທົ່ວ ດິນ ແດນ ນັ້ນ ເພາະ ເຮົາ ຈະ ມອບ ດິນ ທັງ ໝົດ ໃຫ້ ເຈົ້າ. ” 18 ດັ່ງ ນັ້ນ ອັບຣາມ ຈຶ່ງ ຍົກຍ້າຍ ຂະບວນ ທີ່ ພັກ ໄປ ຕັ້ງ ຢູ່ ໃກ້ ຕົ້ນໄມ້ ສັກ ສິດ ຂອງ ມຳເຣ ທີ່ ເຮັບໂຣນ ແລະ ໃນທີ່ ນັ້ນ ເພິ່ນ ໄດ້ ສ້າງ ແທ່ນບູຊາ ຖວາຍ ແກ່ ອົງ ພຣະ ຜູ້ ເປັນ ເຈົ້າ.