8

1 ພຣະເຈົ້າ ບໍ່ ໄດ້ ລືມ ໂນອາ ພ້ອມ ທັງ ສັດ ຊະນິດ ຕ່າງໆ ທີ່ ຢູ່ ໃນ ເຮືອ; ພຣະອົງ ໄດ້ ເຮັດ ໃຫ້ ມີ ລົມ ພັດ ມາ ແລະ ນ້ຳ ກໍ ບົກ ລົງ. 2 ຮູ ນ້ຳ ໃຕ້ ພື້ນ ດິນ ແລະ ປ່ອງ ນ້ຳ ເທິງ ທ້ອງຟ້າ ຖືກ ອັດ ໝົດ ຝົນ ເຊົາ ຕົກ 3 ແລະ ນ້ຳ ກໍ ຄ່ອຍ ໆ ບົກ ລົງ ຕາມ ລໍາດັບ ເປັນ ເວລາ ໜຶ່ງ ຮ້ອຍ ຫ້າ ສິບ ວັນ. 4 ໃນ ວັນ ທີ ສິບ ເຈັດ ຂອງ ເດືອນ ທີ ເຈັດ ເຮືອ ຂອງ ໂນອາ ໄດ້ ຄ້າງ ຄາ ຢູ່ ທີ່ ເທິງ ພູເຂົາ ອາຣາຣັດ. 5 ນໍ້າ ໄດ້ ບົກ ລົງ ເລື້ອຍ ໆ ຈົນ ຮອດ ວັນ ທີ ໜຶ່ງ ຂອງ ເດືອນ ທີ ສິບ ແລ້ວ ຈອມ ພູ ທັງ ຫລາຍ ກໍໄດ້ ປາກົດ ຂຶ້ນ. 6 ຕໍ່ມາ ອີກ ສີ່ ສິບ ວັນ ໂນອາ ໄດ້ ໄຂ ປ່ອງຢ້ຽມ ເຮືອ ອອກ 7 ແລະ ປ່ອຍ ກາ ໂຕໜຶ່ງ ອອກ ໄປ ກາ ໂຕ ນີ້ ບໍ່ ໄດ້ ບິນ ຄືນ ມາ ແຕ່ ມັນ ໄດ້ ບິນ ເວີ່ນ ຢູ່ ຈົນ ນໍ້າ ໄດ້ ແຫ້ງ ລົງ. 8 ໃນ ເວລາ ດຽວກັນ ນັ້ນ ໂນອາ ໄດ້ ປ່ອຍ ນົກເຂົາ ໂຕໜຶ່ງ ອອກ ໄປ ອີກ ເພື່ອ ຈະ ໄດ້ ຮູ້ ວ່າ ນໍ້າ ບົກ ແລ້ວ ຫລື ຍັງ 9 ແຕ່ ນົກ ເຂົາ ໂຕ ນັ້ນ ບໍ່ ມີ ບ່ອນ ຈັບ ຈຶ່ງ ໄດ້ ກັບ ຄືນ ມາ ເພາະ ນ້ຳ ຍັງ ຖ້ວມ ພື້ນ ດິນ ຢູ່; ພໍ ເຫັນ ນົກ ກັບ ມາ ໂນອາ ກໍ ຟ້າວ ເດ່ ມື ອອກ ໄປ ຈັບ ເອົາ ນົກ ໂຕ ນັ້ນ ມາ ໄວ້ ໃນ ເຮືອ ນຳ ໝູ່. 10 ເຈັດ ວັນ ຕໍ່ ມາ ເພິ່ນ ໄດ້ ປ່ອຍ ນົກ ເຂົາ ອອກ ໄປ ອີກ. 11 ນົກ ເຂົາ ໂຕ ນັ້ນ ໄດ້ ບິນ ກັບ ມາ ໃນ ຕອນແລງ ພ້ອມ ທັງ ຄາບ ເອົາ ໃບ ໝາກກອກເທດ. ສະນັ້ນ ເພິ່ນ ຈຶ່ງ ຮູ້ຈັກ ຄັກ ແນ່ ວ່າ ນ້ຳ ໄດ້ ບົກ ລົງ ແລ້ວ. 12 ເຈັດ ວັນ ຕໍ່ ມາ ເພິ່ນ ໄດ້ ປ່ອຍ ນົກ ເຂົາ ອອກ ໄປ ອີກ, ແຕ່ ໃນ ເທື່ອ ນີ້ ມັນ ບໍ່ ໄດ້ ກັບ ຄືນ ມາ. 13 ເມື່ອ ໂນອາ ອາຍຸ ໄດ້ 601 ປີ ຄື ໃນ ວັນ ທີ ໜຶ່ງ ຂອງ ເດືອນ ທີ ໜຶ່ງ ຂອງ ປີ ນັ້ນ ນ້ຳ ກໍໄດ້ ບົກ ແລະ ແຫ້ງ ລົງ ໝົດ ເພິ່ນ ເປີດ ຫລັງ ຄາ ເຮືອ ອອກ ເບິ່ງ ໄປ ລອບ ໆ ຈຶ່ງ ເຫັນ ວ່າ ໜ້າ ດິນ ແຫ້ງ ແລ້ວ. 14 ໃນ ວັນ ທີ ຊາວເຈັດ ຂອງ ເດືອນ ທີ ສອງ ພື້ນ ດິນ ຈຶ່ງ ໄດ້ ແຫ້ງ ໝົດ. 15 ແລ້ວ ພຣະເຈົ້າ ກໍ ກ່າວ ແກ່ ໂນອາ ວ່າ, 16 “ເຈົ້າ ແລະ ເມຍ ພ້ອມ ດ້ວຍ ພວກ ລູກຊາຍ ກັບ ພວກ ລູກໃພ້ ຂອງ ເຈົ້າ ຈົ່ງ ພາກັນ ອອກ ໄປ ຈາກ ເຮືອ. 17 ຈົ່ງ ປ່ອຍ ນົກ ແລະ ສັດ ທັງ ຫລາຍ ທີ່ ຢູ່ ໃນ ເຮືອ ອອກ ໄປ ໝົດ ເພື່ອ ໃຫ້ ອອກ ແມ່ ແຜ່ ລູກ ຫລາຍ ຂຶ້ນ ຢູ່ ເທິງ ແຜ່ນດິນ ໂລກ.” 18 ດັ່ງ ນັ້ນ ໂນອາ ແລະ ເມຍ ພ້ອມ ທັງ ພວກ ລູກຊາຍ ແລະ ພວກ ລູກໃພ້ ຂອງຕົນ ຈຶ່ງ ພາກັນ ອອກ ໄປ ຈາກ ເຮືອ. 19 ສັດ ແລະ ນົກ ທຸກ ຊະນິດ ຕ່າງ ກໍ ອອກ ມາ ຈາກ ເຮືອ ເປັນ ໝູ່ ໆ ຕາມ ຊະນິດ ຂອງ ມັນ. 20 ແລ້ວ ໂນອາ ກໍໄດ້ ສ້າງ ແທ່ນບູຊາ ແທ່ນ ໜຶ່ງ ຖວາຍ ແກ່ ອົງພຣະ ຜູ້ ເປັນເຈົ້າ; ເພິ່ນ ເອົາ ສັດ ແລະ ນົກ ແນວ ລະ ໂຕ ທີ່ ບໍ່ ເປັນ ມົນ ທິນ ຂ້າ ເຜົາ ທັງ ໂຕ ເທິງ ແທ່ນບູຊາ. 21 ກິ່ນ ຫອມຫວນ ຂອງ ເຄື່ອງ ຖວາຍ ນີ້ ເປັນ ທີ່ ພໍໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຊົງ ກ່າວ ວ່າ, “ເຮົາ ຈະ ບໍ່ ໃຫ້ ແຜ່ນດິນ ໂລກ ຕົກ ຢູ່ ໃຕ້ ຄຳ ສາບແຊ່ງ ອີກ ຈັກ ເທື່ອ ຍ້ອນ ສິ່ງ ທີ່ ມະນຸດ ກະທຳ; ເຮົາ ຮູ້ ວ່າ ແຕ່ ເວລາ ມະນຸດ ຍັງ ນ້ອຍ ຄວາມຄິດ ຂອງ ເຂົາ ກໍ ຊົ່ວ ຢູ່ ແລ້ວ. ເຮົາ ຈະ ບໍ່ ທໍາ ລາຍ ສິ່ງ ທີ່ ມີ ຊີ ວິດ ເໝືອນ ດັ່ງ ທີ່ ເຮົາ ໄດ້ ທຳ ລາຍ ໃນ ຄັ້ງ ນີ້ ອີກ ຈັກ ເທື່ອ. 22 ຕາບໃດ ທີ່ ໂລກ ຍັງ ຄົງ ດໍາລົງ ຢູ່ ລະດູ ຫວ່ານ ກັບ ລະດູ ເກັບ ກ່ຽວ ກໍ ຍັງ ມີ ຢູ່ ຕໍ່ ໄປ ຈະ ມີ ໜາວ ມີ ຮ້ອນ ຮ່ວມ ກັນ ຢູ່ ສະເໝີ ໄປ ຍາມຮ້ອນ ແລະ ຍາມ ໜາວ ກາງເວັນ ແລະ ກາງຄືນ ດ້ວຍ.”