7

1 ອົງພຣະ ຜູ້ ເປັນເຈົ້າ ໄດ້ ບອກ ໂນອາ ວ່າ, “ຈົ່ງ ເຂົ້າ ໄປ ໃນ ເຮືອ ກັບ ຄອບຄົວ ທັງ ໝົດ ຂອງ ເຈົ້າ; ເຮົາ ເຫັນ ແລ້ວ ວ່າ ແມ່ນ ເຈົ້າ ຜູ້ ດຽວ ເທົ່າ ນັ້ນ ໃນ ໝົດ ທັງ ໂລກນີ້ ທີ່ ເຮັດ ສິ່ງ ຊອບທຳ. 2 ຈົ່ງ ເອົາ ສັດ ທີ່ ບໍ່ ເປັນ ມົນ ທິນ (ກ) ແນວ ລະ ເຈັດ ຄູ່, ແຕ່ ສັດ ທີ່ ເປັນ ມົນ ທິນ ນັ້ນ ໃຫ້ ເອົາ ແນວ ລະ ຄູ່. 3 ໃຫ້ ເອົາ ນົກ ຊະນິດ ລະ ເຈັດ ຄູ່ ເຊັ່ນ ດຽວ ກັນ. ເຮົາ ຢາກ ໃຫ້ ສັດ ເຫລົ່າ ນີ້ ມີ ຊີວິດ ຢູ່ ແລະ ອອກ ແມ່ ແຜ່ ລູກ ຕໍ່ ໄປ ເທິງ ແຜ່ນດິນ ໂລກ. 4 ໃນ ເຈັດ ວັນ ຂ້າງ ໜ້າ ນີ້ ເຮົາ ຈະ ໃຫ້ ຝົນ ຕົກ ລົງ ມາ ຊຶ່ງ ຈະ ຕົກ ເປັນ ເວລາ ສີ່ ສິບ ວັນ ສີ່ ສິບ ຄືນ ເພື່ອ ທຳ ລາຍ ທຸກສິ່ງ ທີ່ ມີ ຊີວິດ ຊຶ່ງ ເຮົາ ໄດ້ ສ້າງ ຂຶ້ນ ມາ ນັ້ນ ໃຫ້ ຈິບ ຫາຍ ໄປ ໝົດ. ” 5 ຝ່າຍ ໂນອາ ກໍໄດ້ ເຮັດ ຕາມ ທີ່ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ສັ່ງ ໄວ້ ທຸກປະການ. 6 ເມື່ອ ນ້ຳ ຖ້ວມ ໂລກ ນັ້ນ ໂນອາ ມີ ອາຍຸ ໄດ້ 600 ປີ. 7 ໂນອາ ພ້ອມ ດ້ວຍ ເມຍ ລູກຊາຍ ພ້ອມ ລູກໃພ້ ທັງໝົດ ກໍ ພາກັນ ເຂົ້າ ໄປ ໃນ ເຮືອ ເພື່ອ ໜີ ນໍ້າ ຖ້ວມ. 8 ສັດ ແລະ ນົກ ໂຕ ຜູ້ ແລະ ໂຕ ແມ່ ແຕ່ ລະ ຊະນິດ ທັງ ໂຕ ທີ່ ເປັນ ມົນ ທິນ ແລະ ບໍ່ ເປັນ ມົນ ທິນ 9 ກໍ ຖືກ ຕ້ອນ ເຂົ້າ ໄປ ໃນ ເຮືອ ພ້ອມ ກັບ ໂນອາ ຕາມ ພຣະເຈົ້າ ໄດ້ ສັ່ງ. 10 ເຈັດ ວັນ ຕໍ່ ມາ ນ້ຳ ກໍໄດ້ ຖ້ວມ ແຜ່ນດິນ ໂລກ. 11 ເມື່ອ ໂນອາ ອາຍຸ ໄດ້ 600 ປີ, ຄື ໃນ ມື້ ທີ ສິບ ເຈັດ ຂອງ ເດືອນ ທີ ສອງ ທ້ອງຟ້າ ໄດ້ ຖອກ ເທ ຫ່າຝົນ ລົງ ມາ ສູ່ ໂລກ; ນ້ຳ ໃນ ບໍ່ ໃນ ເຫວ ແລະ ໃນ ຫ້ວຍຮ່ອງ ກໍໄດ້ ພຸ່ງ ຂຶ້ນ; 12 ຝົນ ໄດ້ ຕົກ ລົງ ມາ ສູ່ ໂລກ ບໍ່ ຂາດ ສາຍ ເປັນ ເວລາ ສີ່ ສິບ ວັນ ສີ່ ສິບ ຄືນ. 13 ໃນ ມື້ ດຽວກັນ ນັ້ນ ໂນອາ ພ້ອມ ດ້ວຍ ເມຍ ແລະ ລູກຊາຍ ທັງ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ ພ້ອມ ທັງ ເມຍ ຂອງ ພວກເຂົາ ກໍ ພາກັນ ເຂົ້າ ຢູ່ ໃນ ເຮືອ. 14 ສັດ ທຸກໆ ຊະນິດ ກໍ ຖືກ ຕ້ອນ ເຂົ້າ ໄປ ໃນ ເຮືອ ເຊັ່ນ: ສັດ ປ່າ, ສັດ ບ້ານ, ສັດ ໃຫຍ່ ແລະ ສັດ ນ້ອຍ ຕະຫລອດ ທັງ ນົກ ພ້ອມ ສັດ ທີ່ ມີ ປີກ ທຸກ ຊະນິດ. 15 ສັດ ໂຕຜູ້ ແລະ ໂຕ ແມ່ ຕາມ ແຕ່ ລະ ຊະນິດ ຂອງ ມັນ ໄດ້ ເຂົ້າ ໄປ ຢູ່ ໃນ ເຮືອ ກັບ ໂນອາ 16 ຫລັງ ຈາກ ຈັດ ສັດ ທຸກ ຊະນິດ ແລະ ທຸກສິ່ງ ທີ່ ມີ ຊິວິດ ພ້ອມ ກັບ ໂນອາ ເຂົ້າ ໃນ ເຮືອ ຕາມ ທີ່ ພຣະເຈົ້າ ໄດ້ ສັ່ງ ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍໄດ້ ອັດ ປະຕູ ເຮືອ. 17 ນ້ຳ ໄດ້ ຖ້ວມ ສືບ ຕໍ່ ກັນ ຕະຫລອດ ສີ່ ສິບ ວັນ ສີ່ ສິບ ຄືນ. ນໍ້າ ມາກ ຂຶ້ນ ເລື້ອຍໆ ຈົນ ເຮືອ ຂອງ ໂນອາ ຟູ ຢູ່ ເໜືອ ໜ້າ ດິນ. 18 ນ້ຳ ມາກ ຂຶ້ນ ເລື້ອຍໆ ຈົນ ເຮືອ ຂອງ ໂນອາ ໄຫລ ໄປມາ ເທິງ ກະແສ ນ້ຳ. 19 ລະດັບ ນ້ຳ ໄດ້ ສູງ ຂຶ້ນ ເລື້ອຍໆ ຈົນ ຖ້ວມ ພູຜາ ໜ່ວຍ ສູງສຸດ. 20 ໃນ ທີ່ ສຸດ ນໍ້າ ໄດ້ ຖ້ວມ ພູເຂົາ ໜ່ວຍ ສູງ ທີ່ ສຸດ ຂຶ້ນ ໄປ ອີກ ເຈັດ ແມັດ. 21 ທຸກໆ ສິ່ງ ທີ ມີ ຊີ ວິດ ຢູ່ ໃນ ໂລກ ໄດ້ ຕາຍ ໝົດ ຄື: ນົກ ທຸກໆ ຊະນິດ, ສັດ ທຸກໆ ຊະນິດ ແລະ ຄົນ ທຸກໆ ຄົນ. 22 ທຸກໆ ສິ່ງ ທີ່ ຫາຍ ໃຈ ໄດ້ ເທິງ ແຜ່ນດິນ ໂລກ ໄດ້ ຕາຍໄປ ໝົດ. 23 ພຣະອົງ ໄດ້ ທຳ ລາຍ ທຸກໆ ສິ່ງ ທີ່ ມີ ຊີ ວິດ ຢູ່ ເທິງ ແຜ່ນດິນ ໂລກ ເຊັ່ນ: ມະນຸດ, ສັດ ແລະ ນົກ. ມີ ແຕ່ ຄອບຄົວ ຂອງ ໂນອາ ແລະ ສັດ ໃນ ເຮືອ ເທົ່ານັ້ນ ທີ່ ຍັງ ເຫລືອ ຢູ່. 24 ລະດັບ ນໍ້າ ຖ້ວມ ຍັງ ສູງ ຢູ່ ເປັນ ເວລາ 150 ວັນ.