6

1 ເມື່ອ ມະນຸດ ໄດ້ ເພີ່ມ ທະວີ ຫລາຍ ຂຶ້ນ ຢູ່ ໃນ ທົ່ວ ແຜ່ນດິນ ໂລກ ແລະ ພວກ ລູກ ຍິງ ກໍໄດ້ ເກີດ ມາ, 2 ລູກຊາຍ ທັງຫລາຍ ຂອງ ພຣະເຈົ້າ (ອ) ທີ່ ເຫັນ ວ່າ ຍິງ ສາວ ເຫລົ່ານີ້ ງາມ ຫລາຍ. ສະນັ້ນ ຈຶ່ງ ພາກັນ ຫາ ເລືອກ ເອົາ ເປັນ ເມຍ ຕາມ ໃຈ ມັກ. 3 ເມື່ອ ອົງພຣະ ຜູ້ ເປັນເຈົ້າ ເຫັນ ດັ່ງນັ້ນ ຈຶ່ງ ກ່າວ ວ່າ, “ເຮົາ ຈະ ບໍ່ ອະນຸຍາດ ໃຫ້ ມະນຸດ ມີ ຊີ ວິດ ຢູ່ ຕະຫລອດໄປ ເພາະ ພວກເຂົາ ເປັນ ມະນຸດ ທີ່ ຕ້ອງ ຕາຍ, ແຕ່ ບັດ ນີ້ ໄປ ພວກເຂົາ ຈະ ມີ ອາຍຸ ບໍ່ ກາຍ 120 ປີ. ” 4 ໃນ ສະໄໝ ນັ້ນ ແລະ ທັງ ສະໄໝ ຕໍ່ມາ ມີ ຄົນ ຮູບຮ່າງ ໃຫຍ່ ທີ່ ເທິງ ແຜ່ນດິນ ໂລກ. ຄົນ ພວກ ນີ້ ເກີດ ຈາກ ຜູ້ຍິງ ກັບ ລູກຊາຍ ທັງ ຫລາຍ ຂອງ ພຣະເຈົ້າ. ພວກເຂົາ ເປັນ ຄົນ ເກັ່ງ ກ້າ ສາມາດ ຫລາຍ ແລະ ເປັນ ຄົນ ທີ່ ມີ ຊື່ ສຽງ ດີ ໃນ ສະໄໝ ບູຮານ. 5 ເມື່ອ ອົງພຣະ ຜູ້ ເປັນເຈົ້າ ເຫັນ ວ່າ ມະນຸດ ຊົ່ວ ຮ້າຍ ຫລາຍ ຂຶ້ນ ແລະ ຄວາມ ຄິດ ຊົ່ວ ກໍ ບັງ ຄັບ ຈິດ ໃຈ ພວກເຂົາ ຢູ່ ທຸກ ເວລາ, 6 ອົງພຣະ ຜູ້ ເປັນເຈົ້າ ຈຶ່ງ ເສຍ ໃຈ ຫລາຍ ທີ່ ໄດ້ ສ້າງ ພວກເຂົາ ແລະ ໃຫ້ ພວກເຂົາ ຢູ່ ເທິງ ແຜ່ນດິນ ໂລກ ພຣະອົງ ກິນແໜງ ໃຈ ຫລາຍ 7 ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ກ່າວ ວ່າ, “ເຮົາ ຈະທຳ ລາຍ ມະນຸດ ເຫລົ່າ ນີ້ ທີ່ ເຮົາ ໄດ້ ສ້າງ ມາ ພ້ອມ ກັບ ສັດ ທັງ ຫລາຍ ແລະ ນົກ ຕ່າງໆ ເພາະ ເຮົາ ເສຍໃຈ ທີ່ ໄດ້ ສ້າງ ພວກເຂົາ. ” 8 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ຊົງ ພໍໃຈ ນຳ ໂນອາ. 9-10 ປະຫ​ວັດ ຂອງ ໂນອາ ເປັນ ມາ ດັ່ງ ນີ້: ເພິ່ນ ມີ ລູກຊາຍ ຢູ່ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ. ໂນອາ ເປັນ ຄົນ ດີ ແລະ ແມ່ນ ເພິ່ນ ຜູ້ ດຽວ ເທົ່າ ນັ້ນ ທີ່ ພຣະເຈົ້າ ພໍໃຈ ນຳ ເພາະ ເພິ່ນ ໄດ້ ດຳເນີນ ຊີວິດ ໃນ ຄວາມ ສາມັກຄີທຳ ຕິດ ສະໜິດ ກັບ ພຣະເຈົ້າ; 11 ແຕ່ ພວກ ອື່ນ ໆ ທຸກຄົນ ໄດ້ ເຮັດ ຊົ່ວ ໃນ ສາຍ ຕາ ຂອງ ພຣະເຈົ້າ ແລະ ການ ຂ້າ ຟັນ ລັນ ແທງ ກັນ ກໍ ແຜ່ ລາມ ໄປ ທົ່ວ ທຸກ ທີ່ ທຸກບ່ອນ. 12 ພຣະເຈົ້າ ເບິ່ງ ໂລກນີ້ ແລະ ເຫັນ ວ່າ ເຕັມ ໄປ ດ້ວຍ ຄວາມ ຊົ່ວ ຮ້າຍ ຍ້ອນ ມະນຸດ ທັງ ປວງ ເຮັດ ແຕ່ ຄວາມ ຊົ່ວ ຊ້າ ທັງ ສິ້ນ. 13 ພຣະເຈົ້າ ໄດ້ ບອກ ໂນອາ ວ່າ, “ເຮົາ ໄດ້ ຕັດ ສິນ ໃຈ ທີ່ ຈະ ດັບ ສູນ ມະນຸດ ຊາດ ທັງ ໝົດ ແລ້ວ. ເຮົາ ຈະ ທໍາລາຍ ພວກເຂົາ ຢ່າງ ໝົດສິ້ນ ເພາະ ໂລກນີ້ ເຕັມ ໄປ ດ້ວຍ ການ ກະທຳ ອັນ ຊົ່ວ ຊ້າ ຂອງ ພວກເຂົາ. ຈົ່ງ ສ້າງ ເຮືອ ລໍາ ໜຶ່ງ ດ້ວຍ ໄມ້ ແກ່ນ ທີ່ ໜາແໜ້ນ ສໍາລັບ ເຈົ້າ ເອງ; 14 ຈົ່ງ ສ້າງ ໃຫ້ ເປັນ ຫລາຍ ຫ້ອງ ແລະ ເອົາ ຂີ້ຊີ ອັດ ຢາ ທາງໃນ ກັບ ທາງນອກ ໃຫ້ ດີ. 15 ເຮືອ ລໍາ ນີ້ ທາງ ຍາວ ໃຫ້ ໄດ້ 133 ແມັດ, ທາງ ກວ້າງ 22 ແມັດ ແລະ ທາງ ສູງ 13 ແມັດ. 16 ຈົ່ງ ເຮັດ ປ່ອງຢ້ຽມ (ຮ) ຈຸ ຫລັງ ຄາ ສູງ ເຄິ່ງ ແມັດ ແລະ ຍາວ ຕາມ ຝາ ເຮືອ. ສ່ວນ ທາງໃນ ເຮືອ ນັ້ນ ໃຫ້ ເຮັດ ເປັນ ສາມ ຊັ້ນ ແລະ ເຮັດ ປະຕູ ໄວ້ ຂ້າງ ໜຶ່ງ. 17 ເຮົາ ຈະ ເຮັດ ໃຫ້ ມີ ນ້ຳ ຖ້ວມ ເທິງ ແຜ່ນດິນ ໂລກ ເພື່ອ ທຳ ລາຍ ທຸກສິ່ງ ທີ່ ມີ ຊີວິດ ຢູ່. ທຸກໆ ສິ່ງ ເທິງ ແຜ່ນດິນ ໂລກ ຈະ ດັບ ສູນ ໄປ 18 ແຕ່ ເຮົາ ຈະ ຕັ້ງ ພັນ ທະສັນ ຍາ ໄວ້ ກັບ ເຈົ້າ. ຈົ່ງ ເອົາ ເມຍ, ລູກຊາຍ ແລະ ພວກ ລູກໃພ້ ຂອງ ເຈົ້າ ເຂົ້າ ໄປ ໃນ ເຮືອ. 19-20 ຈົ່ງ ເອົາ ສັດ ທຸກໆ ຊະນິດ ແນວ ລະ ຄູ່, ນົກ ທຸກໆ ຊະນິດ ແນວ ລະ ຄູ່ ເພື່ອ ໃຫ້ ສັດ ເຫລົ່າ ນີ້ ມີ ຊີ ວິດ ຢູ່. 21 ຢ່າ ລືມ ຕຽມ ເອົາ ອາຫານ ຫລາຍໆ ຊະນິດ ໄວ້ ສຳລັບ ຄອບຄົວ ຂອງ ເຈົ້າ ແລະ ສໍາລັບ ສັດ ເຫລົ່າ ນັ້ນ. ” 22 ໂນອາ ໄດ້ ເຮັດ ຕາມ ທີ່ ພຣະເຈົ້າ ໄດ້ ສັ່ງ ໄວ້ ທຸກປະການ.