5

1 ຕໍ່ ໄປນີ້ ແມ່ນ ລາຍຊື່ ປະຫວັດ ເຊື້ອສາຍ ຂອງ ອາດາມ. (ເມື່ອ ພຣະເຈົ້າ ໄດ້ ສ້າງ ມະນຸດ ນັ້ນ ພຣະອົງ ໄດ້ ສ້າງ ເຂົາ ໃຫ້ ມີ ຮູບ ລັກ ສະນະ ຄື ພຣະອົງ. 2 ພຣະອົງ ໄດ້ ສ້າງ ພວກເຂົາ ໃຫ້ ເປັນ ເພດ ຊາຍ ແລະ ເພດຍິງ ອວຍພອນ ພວກເຂົາ ແລະ ຕັ້ງ ຊື່ ໃຫ້ ພວກເຂົາ ວ່າ, “ມະນຸດ”) 3 ເມື່ອ ອາດາມ ອາຍຸ ໄດ້ 130 ປີ, ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຊດ ຜູ້ ທີ່ ຄ້າຍ ຄື ກັບ ລາວ ເອງ. 4 ຫລັງ ຈາກ ນັ້ນ ອາດາມ ຍັງ ມີ ອາຍຸ ຍືນ ຍາວ ມາ ອີກ 800 ປີ. ລາວ ມີ ລູກ ຊາຍ ຍິງ ອີກ ຫລາຍ ຄົນ 5 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 930 ປີ. 6 ເມື່ອ ເຊດ ອາຍຸ ໄດ້ 105 ປີ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອໂນດ 7 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 807 ປີ. ເຊດ ມີ ລູກ ຊາຍ ຍິງ ຫລາຍ ຄົນ 8 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 912 ປີ. 9 ເມື່ອ ເອໂນດ ອາຍຸ ໄດ້ 90 ປີ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເກນານ 10 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 815 ປີ. ເອໂນດ ມີ ລູກ ຊາຍ ຍິງ ຫລາຍ ຄົນ 11 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 905 ປີ. 12 ເມື່ອ ເກນານ ອາຍຸ ໄດ້ 70 ປີ. ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ມະຫາລາເລນ 13 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 840 ປີ. ເກນານ ມີ ລູກ ຊາຍ ຍິງ ຫລາຍ ຄົນ 14 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 910 ປີ. 15 ເມື່ອ ມະຫາລາເລນ ອາຍຸ ໄດ້ 65 ປີ, ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ຢາເຣັດ 16 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 830 ປີ. ມະຫາລາເລນ ມີ ລູກ ຊາຍ ຍິງ ຫລາຍ ຄົນ 17 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 895 ປີ. 18 ເມື່ອ ຢາເຣັດ ອາຍຸ ໄດ້ 162 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອນົກ 19 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 800 ປີ. ຢາເຣັດ ມີ ລູກ ຊາຍ ຍິງ ຫລາຍ ຄົນ 20 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 962 ປີ. 21 ເມື່ອ ເອນົກ ອາຍຸ ໄດ້ 65 ປີ. ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເມທູເສລາ. 22 ຫລັງ ຈາກ ນັ້ນ ເອນົກ ກໍ ໄດ້ ຕິດຕາມ ພຣະເຈົ້າ ໄປ ຕື່ມ ອີກ 300 ປີ ແລະ ມີ ລູກ ຊາຍ ຍິງ ຫລາຍ ຄົນ. 23 ເອນົກ ມີ ອາຍຸ ທັງ ໝົດ 365 ປີ. 24 ລາວ ໄດ້ ດຳເນີນ ຊີວິດ ໃນ ຄວາມ ສາມັກຄີທໍາ ຕິດສະໜິດ ກັບ ພຣະເຈົ້າ ແລະ ລາວ ກໍ ໄດ້ ຫາຍຕົວ ໄປ ເພາະ ພຣະເຈົ້າ ໄດ້ ຮັບ ເອົາ ລາວ ໄປ. 25 ເມື່ອ ເມທູເສລາ ອາຍຸ ໄດ້ 187 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ລາເມັກ 26 ແລະ ມີ ອາຍຸ ຍືນ ຍາວ ມາ ອີກ 782 ປີ. ເມທູເສລາ ມີ ລູກ ຊາຍ ຍິງ ຫລາຍ ຄົນ 27 ແລະ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 969 ປີ. 28 ເມື່ອ ລາເມັກ ອາຍຸ ໄດ້ 182 ປີ ລາວ ມີ ລູກຊາຍ ຜູ້ໜຶ່ງ 29 ແລະ ລາວ ເວົ້າ ວ່າ, “ເດັກ ນ້ອຍ ຜູ້ ນີ້ ຈະ ເລົ້າໂລມ ພວກເຮົາ ໃຫ້ ຫາຍ ຄວາມ ອິດເມື່ອຍ ຈາກ ວຽກງານ ໜັກ ເນື່ອງ ຈາກ ອົງພຣະ ຜູ້ ເປັນເຈົ້າ ໄດ້ ສາບແຊ່ງ ດິນ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ເດັກ ນັອຍ ນີ້ ວ່າ ໂນອາ. (ຫ) 30 ລາເມັກ ມີ ອາຍຸ ຍືນ ຍາວ ມາ ອີກ 595 ປີ ແລະ ມີ ລູກ ຊາຍ ຍິງ ຫລາຍ ຄົນ. 31 ລາວ ໄດ້ ຕາຍໄປ ເມື່ອ ລາວ ອາຍຸ ໄດ້ 777 ປີ. 32 ເມື່ອ ໂນອາ ອາຍຸ ໄດ້ 500 ປີ ໂນອາ ມີ ລູກຊາຍ ສາມ ຄົນ ຄື: ເຊມ, ຮາມ ແລະ ຢາເຟດ.