4

1 ຕໍ່ ມາ ອາດາມ ໄດ້ ສົມ ສູ່ ກັບ ເມຍ ຂອງຕົນ ແລະ ນາງ ກໍ ຖື ພາ ນາງ ເກີດ ລູກຊາຍ ຜູ້ໜຶ່ງ ແລະ ເວົ້າ ວ່າ, “ເພາະ ພຣະເຈົ້າ ຊ່ວຍ ຊູ ຂ້ອຍ, ຂ້ອຍ ຈຶ່ງ ໄດ້ ລູກຊາຍ. ” ສະນັ້ນ ນາງ ຈຶ່ງ ຕັ້ງ ຊື່ ໃຫ້ ເດັກ ນ້ອຍ ຜູ້ ນີ້ ວ່າ, “ກາອິນ. ” (ຟ) 2 ຕໍ່ ມາ ນາງ ກໍ ໄດ້ ລູກຊາຍ ອີກ ຜູໜຶ່ງ; ລູກຊາຍ ຜູ້ ນີ້ ມີ ຊື່ ວ່າ, “ອາເບັນ. ” ລາວ ເປັນ ຄົນ ລ້ຽງ ສັດ ສ່ວນ ກາອິນ ນັ້ນ ເປັນ ພໍ່ ນາ. 3 ຕໍ່ ມາ ມື້ໜຶ່ງ ກາອິນ ໄດ້ ເອົາ ຜົນລະປູກ ມາ ຖວາຍ ແກ່ ອົງພຣະຜູ້ເປັນເຈົ້າ. 4 ສ່ວນ ອາເບັນ ນັ້ນ ລາວ ເອົາ ລູກແກະເຖິກ ຫົວ ປີ ໂຕໜຶ່ງ ໃນ ຝູງ ມາ ຂ້າ ແລະ ເອົາ ສ່ວນ ທີ່ ດີ ທີ່ສຸດ ມາ ຖວາຍ ແກ່ ອົງ ພຣະຜູ້ ເປັນເຈົ້າ. ພຣະອົງ ພໍໃຈ ໃນ ການຖວາຍ ຂອງ ອາເບັນ, 5 ແຕ່ ບໍ່ ພໍ ໃຈ ໃນ ການຖວາຍ ຂອງ ກາອິນ. ກາອິນ ຈຶ່ງ ຄຽດແຄ້ນ ແລະ ໜ້າ ບູດບຶ້ງ. 6 ແລ້ວ ອົງ ພຣະ ຜູ້ ເປັນ ເຈົ້າ ກໍ ຖາມ ລາວ ວ່າ, “ກາອິນ ເອີຍ ເປັນຫຍັງ ເຈົ້າ ຈຶ່ງ ຄຽດແຄ້ນ ແລະ ໜ້າ ຕາບູດບຶ້ງ? 7 ຖ້າ ເຈົ້າ ເຮັດ ໃນ ສິ່ງ ທີ່ ຖືກ ຕ້ອງ ເຈົ້າ ກໍ ຄວນ ຍິ້ມແຍ້ມແຈ່ມໃສ; (ມ) ແຕ່ ດ້ວຍວ່າ ເຈົ້າ ເຮັດ ຊົ່ວ ຄື ບາບ ທີ່ ກຳ ລັງ ລໍ ຢູ່ ທີ່ ປະຕູ ເຮືອນ ຄອຍຖ້າ ຄຸບ ກິນ ເຈົ້າ. ມັນ ຢາກ ປົກຄອງ ເຈົ້າ ແຕ່ ເຈົ້າ ຕ້ອງ ເອົາ ຊະນະ ມັນ ໃຫ້ ໄດ້. ” 8 ຕໍ່ ມາ ກາອິນ ໄດ້ ເວົ້າ ກັບ ອາເບັນ ນ້ອງຊາຍ ຂອງຕົນ ວ່າ, “ເຮົາ ພາກັນ ໄປ ຍ່າງ ຫລິ້ນ ທີ່ ທົ່ງ ນາ ເທາະ. ” (ຢ) ເມື່ອ ສອງ ອ້າຍ ນ້ອງ ໄປ ທີ່ ທົ່ງ ນາ ກາອິນ ກໍ ໂດດ ໃສ່ ນ້ອງຊາຍ ຂອງຕົນ ແລະ ຂ້າ ລາວ ເສຍ. 9 ອົງ ພຣະ ຜູ້ ເປັນ ເຈົ້າ ຖາມ ກາອິນ ວ່າ, “ອາເບັນ ນ້ອງຊາຍ ຂອງ ເຈົ້າ ຢູ່ ໃສ? ” ລາວ ຈຶ່ງ ຕອບ ວ່າ, “ບໍ່ ຮູ້ ຂ້ານ້ອຍ ເປັນ ຄົນ ດູແລ ຮັກ ສາ ນ້ອງຊາຍ ຊັ້ນ ບໍ? ” 10 ແລ້ວ ພຣະອົງ ກໍ ຖາມ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ເລື່ອງ ອັນ ໂຫດຮ້າຍ ເຊັ່ນ ນີ້? ເລືອດ ນ້ອງຊາຍ ຂອງ ເຈົ້າ ຟ້ອງຮ້ອງ ຂຶ້ນ ມາ ຫາ ເຮົາ ດັ່ງ ສຽງ ຂໍຮ້ອງ ແກ້ແຄ້ນ. 11 ເຈົ້າ ຈະ ຖືກ ສາບແຊ່ງ ແລະ ຖືກ ຂັບ ໄລ່ ໃຫ້ ອອກ ຈາກ ທົ່ງ ນາ ແຫ່ງ ນີ້. ມັນ ຊຸ່ມ ໄປ ດ້ວຍ ເລືອດ ນ້ອງຊາຍ ຂອງ ເຈົ້າ ເໝືອນ ກັບ ວ່າ ພື້ນ ດິນ ນັ້ນ ອ້າ ປາກ ຮັບ ເລືອດ ຈາກ ມື ຂອງ ເຈົ້າ ເມື່ອ ຂ້າ ນ້ອງຊາຍ ນັ້ນ. 12 ຖ້າ ເຈົ້າ ເຮັດ ໄຮ່ ໄຖ ນາ ທີ່ ດິນ ກໍ ຈະ ບໍ່ ເກີດຜົນ ຫຍັງ; ເຈົ້າ ຈະ ບໍ່ ມີ ທີ່ ຢູ່ ແລະ ຈະ ພະເນຈອນ ໄປ ເທິງ ແຜ່ນດິນ ໂລກ.” 13 ກາອິນ ຈຶ່ງ ຂໍ ຕໍ່ ອົງພຣະ ຜູ້ ເປັນເຈົ້າ ວ່າ, “ໂທດ ນີ້ ໜັກ ເກີນ ກວ່າ ທີ່ ຂ້າ ນ້ອຍ ຈະ ຮັບ ໄດ້. 14 ພຣະອົງ ໄລ່ ຂ້າ ນ້ອຍ ໃຫ້ ໜີ ຈາກ ບ່ອນ ທີ່ ທຳມາ ຫາກິນ ແລະ ໃຫ້ ຫ່າງໄກ ຈາກ ພຣະອົງ. ຂ້າ ນ້ອຍ ຈະ ເປັນ ຄົນ ຂາດ ທີ່ ເພິ່ງ ແລະ ພະເນຈອນ ໄປ ເທິງ ແຜ່ນດິນ ໂລກ ແລະ ຜູ້ໃດ ຜູ້ໜຶ່ງ ທີ່ ພົບ ຂ້າ ນ້ອຍ ກໍ ຈະ ສັງ ຫານ ຂ້າ ນ້ອຍ ເສຍ. ” 15 ແຕ່ ອົງພຣະ ຜູ້ ເປັນເຈົ້າ ຕອບ ກາອິນ ວ່າ, “ບໍ່ ເປັນ ດັ່ງ ນັ້ນ ດອກ ຖ້າ ຜູ້ໃດ ຂ້າ ກາອິນ ຈະ ໄດ້ ຮັບ ໂທດ ເຈັດ ເທົ່າ ເພື່ອ ເປັນ ການ ແກ້ແຄ້ນ. ” ດັ່ງ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ຈຶ່ງ ເຮັດ ເຄື່ອງໝາຍ ໄວ້ ໃນ ຕົວ ກາອິນ ເພື່ອ ວ່າ ເມື່ອ ຜູ້ໃດ ຜູ້ໜຶ່ງ ທີ່ ພົບ ລາວ ຈະ ບໍ່ ໄດ້ ຂ້າ ລາວ. 16 ກາອິນ ຈຶ່ງ ໜີ ໄກ ຈາກ ອົງພຣະ ຜູ້ ເປັນເຈົ້າ ໄປ ອາໄສ ຢູ່ ໃນ ດິນ ແດນ ແຫ່ງ ໜຶ່ງ ຊື່ ວ່າ, ແດນ ພະເນຈອນ. (ຣ) 17 ກາອິນ ແລະ ເມຍ ຂອງ ລາວ ໄດ້ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອນົກ. ແລ້ວ ກາອິນ ກໍ ໄດ້ ສ້າງ ເມືອງ ໜຶ່ງ ຂຶ້ນ ແລະ ເອົາ ຊື່ ລູກຊາຍ ຂອງຕົນ ເປັນ ຊື່ ເມືອງ ນັ້ນ. 18 ເອນົກ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ອີຣາດ ຜູ້ ທີ່ ເປັນ ພໍ່ ຂອງ ເມຮູຢາເອນ ແລະ ເມຮູຢາເອນ ເປັນ ພໍ່ ຂອງ ເມທູຊາເອນ ແລະ ເມທູຊາເອນ ກໍ ມີ ລູກຊາຍ ຊື່ ວ່າ ລາເມັກ. 19 ລາເມັກ ມີ ເມຍ ສອງ ຄົນ ດັ່ງ ນີ້: ອາດາ ແລະ ຊິນລາ. 20 ອາດາ ໃຫ້ ກຳ ເນີດ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ຢາບານ ຜູ້ ທີ່ ເປັນ ບັນ ພະບຸລຸດ ຂອງ ຄົນ ລ້ຽງ ສັດ ທີ່ ອາໄສ ຢູ່ ໃນ ຜ້າ ເຕັນ. 21 ຢູບານ ນ້ອງຊາຍ ຂອງ ຢາບານ ເປັນ ບັນ ພະບຸລຸດ ຂອງ ພວກ ນັກ ດົນ ຕຼີ ທັງ ໝົດ ຄື: ນັກ ດີດ ພິນ ແລະ ນັກ ເປົ່າ ຂຸ່ຍ. 22 ຕໍ່ ມາ ຊິນ ລາ ກໍ ເກີດ ລູກຊາຍ ຜູ້ໜຶ່ງ ອີກ ຊື່ ວ່າ ຕູບາກາອິນ. ລາວ ເປັນ ຊ່າງ ຕີ ເຄື່ອງມື ເປັນ ທອງສໍາຣິດ ແລະ ເຫລັກ. (ລ) ຕູບາກາອິນ ມີ ນ້ອງສາວ ຜູ້ໜຶ່ງ ຊື່ ວ່າ ນາອາມາ. 23 ສ່ວນ ລາເມັກ ນັ້ນ ລາວ ມັກ ເວົ້າ ອວດ ເມຍ ທັງ ສອງ ຂອງຕົນ ຢູ່ ສະເໝີ ວ່າ, “ອາດາ ແລະ ຊິນລາ ຈົ່ງ ຟັງ ໃຫ້ ດີ ໃນ ສິ່ງ ທີ່ ອ້າຍ ເລົ່າ ອ້າຍ ໄດ້ ຕີ ຊາຍໜຸ່ມ ຜູ້ໜຶ່ງ ໃຫ້ ຕາຍ ເພາະ ລາວ ໄດ້ ຕີ ອ້າຍ ໃຫ້ ຊໍ້າບວມ. 24 ຜູ້ໃດ ທີ່ ທໍາລາຍ ກາອິນ ນັ້ນ ຈະ ຖືກ ໂທດ ເຈັດ ເທົ່າ ແຕ່ ຖ້າ ຜູ້ໃດ ທຳ ລາຍ ອ້າຍ ຈະ ໄດ້ ຮັບ ໂທດ ເຈັດ ສິບ ເຈັດ ເທົ່າ.” 25 ອາດາມ ແລະ ເມຍ ໄດ້ ລູກຊາຍ ຜູ້ໜຶ່ງ ອີກ. ເອວາ ຈຶ່ງ ເວົ້າ ວ່າ, “ພຣະເຈົ້າ ໂຜດ ໃຫ້ ຂ້ອຍ ມີ ລູກຊາຍ ອີກ ຜູ້ໜຶ່ງ ເພື່ອ ທົດ ແທນ ອາເບັນ ຜູ້ ທີ່ ກາອິນ ໄດ້ ຂ້າ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍ ຜູ້ ນີ້ ວ່າ ເຊດ. (ວ) 26 ເຊດ ມີ ລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອໂນດ. ຕັ້ງ ແຕ່ ນັ້ນ ມາ ມະນຸດ ກໍ ເລີ່ມ ຕົ້ນ ຮ້ອງທູນ ໂດຍ ອອກ ພຣະນາມຊື່ ບໍຣິສຸດ ຂອງ ອົງພຣະ ຜູ້ ເປັນເຈົ້າ.