3

1 ງູ ເປັນ ສັດ ທີ່ ມີ ເລ້ຫລ່ຽມ ກວ່າ ສັດ ທັງ ປວງ ທີ່ ອົງ ພຣະຜູ້ ເປັນເຈົ້ າ ພຣະເຈົ້າ ໄດ້ ສ້າງ ຂຶ້ນ ມາ. ມັນ ຖາມ ຜູ້ຍິງ ວ່າ, “ແມ່ນ ແທ້ ບໍ ທີ່ ພຣະເຈົ້າ ຫ້າມ ເຈົ້າ ບໍ່ ໃຫ້ ກິນ ໝາກໄມ້ ໃດໆ ໃນ ສວນ ນີ້? ” 2 ຜູ້ຍິງ ຈຶ່ງ ຕອບ ງູ ວ່າ, “ໝາກໄມ້ ທຸກ ຕົ້ນ ຢູ່ ໃນ ສວນ ນີ້ ພວກເຮົາ ກິນ ໄດ້ ໝົດ ເວັ້ນໄວ້ ແຕ່ ໝາກໄມ້ ໃນ ຕົ້ນ ທີ່ ຢູ່ ກາງ ສວນ. 3 ພຣະເຈົ້າ ບອກ ພວກເຮົາ ບໍ່ ໃຫ້ ກິນ ຫລື ແມ່ນແຕ່ ແຕະຕ້ອງ ມັນ ເປັນ ເດັດ ຂາດ. ຖ້າ ພວກເຮົາ ຂືນ ກິນ ເມື່ອ ໃດ ພວກເຮົາ ຈະ ຕາຍ ເມື່ອ ນັ້ນ.” 4 ແຕ່ ງູ ໄດ້ ກ່າວ ຕໍ່ ຜູ້ຍິງ ວ່າ, “ບໍ່ ເປັນ ຄວາມຈິງ ດອກ ເຈົ້າ ຈະ ບໍ່ ຕາຍ. 5 ພຣະເຈົ້າ ກ່າວ ເຊັ່ນ ນັ້ນ ເພາະ ພຣະອົງ ຮູ້ ວ່າ ຖ້າ ເຈົ້າ ກິນ ໝາກໄມ້ ນັ້ນ ເມື່ອ ໃດ ເຈົ້າ ກໍ ຈະ ເປັນ ເໝືອນ ພຣະເຈົ້າ (ທ) ເມື່ອນັ້ນ, ແລ້ວ ເຈົ້າ ກໍ ຈະ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ນ) 6 ຜູ້ຍິງ ເຫັນ ວ່າ ຕົ້ນໄມ້ ນັ້ນ ຊ່າງ ງາມ ແທ້ ແລະ ໝາກໄມ້ ກໍ ເປັນ ຕາ ຢາກ ກິນ ອີຫລີ ທັງ ຄິດ ວ່າ ຖ້າ ຕົນ ສະຫລາດ ຂຶ້ນ ອີກ ກໍ ຄົງ ດີ ຫລາຍ. ດັ່ງນັ້ນ ນາງ ຈຶ່ງ ປິດ ເອົາ ໝາກໄມ້ ມາ ກິນ ແລ້ວ ກໍ ຍື່ນ ໃຫ້ ຜົວ ຂອງຕົນ ກິນ ນຳ ດ້ວຍ ລາວ ກໍໄດ້ ກິນ. 7 ຫລັງ ຈາກ ກິນ ໝາກໄມ້ ແລ້ວ ພວກເຂົາ ກໍ ມີ ຄວາມ ເຂົ້າໃຈ ໃນທັນ ໃດ ແລະ ທັງ ຮູ້ ວ່າ ພວກ ຕົນ ປະເປືອຍ ຢູ່. ດັ່ງ ນັ້ນ ພວກເຂົາ ຈຶ່ງ ພາກັນ ເອົາ ໃບໄມ້ ມາ ຫຍິບ ເຂົ້າ ກັນ ເພື່ອ ປົກ ປິດ ຮ່າງກາຍ ຕົນ ເອງ ໄວ. 8 ໃນແລງວັນ ນັ້ນ ພວກເຂົາ ໄດ້ຍິນ ສຽງຍ່າງຂອງ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຢູ່ ໃນສວນ ແລະຊາຍ ຄົນ ນັ້ນ ກັບ ເມຍຂອງຕົນ ໄດ້ ພາກັນ ໄປຫລົບ ລີ້ ຊ່ອນຕົວ ໃຫ້ ພົ້ນ ຈາກ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຢູ່ໃນທ່າມກາງ ຕົ້ນໄມ້ ທັງ ຫລາຍ. 9 ແຕ່ ອົງ ພຣະຜູ້ ເປັນ ເຈົ້າ ພຣະເຈົ້າ ໄດ້ ເອີ້ນ ຫາຊາຍຜູ້ນັ້ນ ວ່າ, “ເຈົ້າ ຢູ່ໃສ? ” 10 ລາວ ຕອບ ວ່າ, “ຂ້ານ້ອຍ ໄດ້ຍິນສຽງ ຂອງ ພຣະອົງ ຢູ່ ໃນ ສວນ; ຂ້າ ນ້ອຍ ຢ້ານ ຫລາຍ ຈຶ່ງ ຫລົບ ລີ້ ຊ່ອນຕົວ ຢູ່ ເພາະ ຂ້າ ນ້ອຍ ປະເປືອຍ ຢູ່. ” 11 ພຣະອົງ ຖາມ ວ່າ, “ໃຜ ບອກ ວ່າ ເຈົ້າ ປະເປືອຍ ຢູ່? ບໍ່ ແມ່ນ ເຈົ້າ ກິນ ໝາກໄມ້ ທີ່ ເຮົາ ໄດ້ ຫ້າມ ເຈົ້າ ບໍ່ ໃຫ້ ກິນ ນັ້ນ ບໍ? ” 12 ຜູ້ຊາຍ ຕອບ ວ່າ, “ຜູ້ຍິງ ທີ່ ພຣະອົງ ມອບ ໃຫ້ ຂ້ານ້ອຍ ນັ້ນ ຍື່ນ ໝາກໄມ້ ໃຫ້ ຂ້າ ນ້ອຍ ກິນ ແລະ ຂ້າ ນ້ອຍ ກໍໄດ້ ກິນ. ” 13 ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຖາມ ຍິງ ນັ້ນ ວ່າ, “ເປັນຫຍັງ ເຈົ້າ ຈຶ່ງ ເຮັດ ແນວ ນັ້ນ? ” ນາງ ຕອບ ວ່າ, “ງູ ໄດ້ ລໍ້ລວງ ຂ້າ ນ້ອຍ ໃຫ້ ກິນ.” 14 ​ແລ້ວອົງພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ​ໄດ້​ກ່າວ​ຕໍ່​ງູນັ້ນ ວ່າ, “ດ້ວຍ​ເຫດ​ໃດ ມຶງ ຈຶ່ງ ເຮັດ ສິ່ງ​ນີ້ ມຶງ​ຈຶ່ງ​ຖື​ກສາບ​ແຊ່ງ. ໃນ​ຈຳ​ນວນສັດ​ແຫ່ງ​ໂລກນີ້​ທັງ​ໝົດ ແຕ່ນີ້​ຕໍ່​ໄປ​ມຶງ​ຈະ​ເລືອ​ດ້ວຍ​ທ້ອງ​ຂອງ​ມຶງ ແລະ​ຈ​ະ​ໄດ້​ກິນ​ຂີ້​ຝຸ່ນ​ດິນ​ເປັນ​ອາ​ຫານ​ໄປ​ເລື້ອຍໆ. 15 ກູ ຈະ ໃຫ້ ມຶງ ກັບ ຍິງ ນັ້ນ ກຽດຊັງ ກັນ, ເຊື້ອສາຍ ຂອງ ຍິງ ແລະ ມຶງ ຈະ ເປັນ ສັດ ຕູ ຄູ່ ອາຄາດ. ເຊື້ອສາຍ ຂອງ ຍິງ ນັ້ນ ຈະ ຢຽບ ຫົວ ມຶງ ໃຫ້ ໝຸ່ນ; ແລະ ເຊື້ອສາຍ ມຶງ ກໍ ຈະ ກັດ ສົ້ນໜ່ອງ ເຂົາ (ບ) ໃຫ້ ບວບຊໍ້າ.” 16 ແລ້ວ ພຣະອົງ ກໍ ໄດ້ ກ່າວ ກັບ ຍິງ ນັ້ນ ວ່າ, “ເຮົາ ຈະ ເພີ່ມ ຄວາມ ລໍາບາກ ເມື່ອ ເຈົ້າ ຖືພາ, ເຈົ້າ ຈະ ຕ້ອງ ເບັ່ງ ລູກ ອອກ ມາ ຢ່າງ ເຈັບ ປວດ ເຫລືອ ລົ້ນ. ເຖິງ ປານ ນັ້ນ ເຈົ້າ ກໍ ບໍ່ ພົ້ນ ທີ່ ຢາກ ໄດ້ ຜົວ, ແລ້ວ ຜົວ ເຈົ້າ ນັ້ນ ຈະ ເປັນ ນາຍ ເໜືອ ເຈົ້າ.” 17 ແລ້ວ ພຣະອົງ ກໍໄດ້ ກ່າວ ກັບ ຊາຍ ນັ້ນ ວ່າ, “ເພາະ ເຈົ້າ ໄດ້ຍິນ ຍອມ ຟັງ ຄວາມ ເມຍ; ເຈົ້າ ຈຶ່ງ ກິນ ໝາກໄມ້ ທີ່ ເຮົາ ຫ້າມ ບໍ່ ໃຫ້ ກິນ ນັ້ນ. ແຜ່ນດິນ ຈະ ຖືກ ສາບແຊ່ງ ເພາະ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ມາ; ຊົ່ວ ຊີວິດ ເຈົ້າ ຈະ ເຮັດ ວຽກ ໜັກ ເພື່ອ ຫາ ລ້ຽງ ທ້ອງ. 18 ແຜ່ນດິນ ຈະ ເກີດ ຫຍ້າ ແລະ ມີ ໜາມ ເຕັມ ທົ່ວ ໄປ; ແລະ ຕົວ ເຈົ້າ ຈະ ໄດ້ ກິນ ພືດ ໃນ ປ່າ ເປັນ ອາຫານ. 19 ເຈົ້າ ຈະ ເຮັດ ວຽກ ໜັກ ຈົນ ເຫື່ອ ໄຫລ ໄຄ ຍ້ອຍ ອອກ ມາ; ເພື່ອ ຈະ ເຮັດ ໃຫ້ ດິນ ເກີດ ຜົນ ພຽງພໍ ລ້ຽງ ຊີວິດ ເຈົ້າ. ຈົນກວ່າ ເຈົ້າ ຄືນ ໄປ ສູ່ ດິນ ທີ່ ເຈົ້າ ຖືກ ສ້າງ ຂຶ້ນ ມາ; ເຈົ້າ ຖືກ ສ້າງ ມາ ແຕ່ ດິນ ເຈົ້າ ຈະ ຄືນ ໄປ ເປັນ ດິນ ອີກ.” 20 ອາດາມ (ປ) ໃສ່ ຊື່ໃຫ້ ເມຍ ຂອງຕົນ ວ່າ ເອວາ (ຜ) ເພາະ ນາງ ເປັນ ແມ່ ຂອງ ມະນຸດ ທັງ ປວງ. 21 ຕໍ່ມາ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ໄດ້ ໃຫ້ ເສື້ອ ທີ່ ເຮັດ ດ້ວຍ ໜັງ ສັດ ແກ່ ອາດາມ ແລະ ເມຍ ຂອງ ລາວ ນຸ່ງ. 22 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ກ່າວ ວ່າ, “ບັດ ນີ້ ມະນຸດ ໄດ້ ກາຍເປັນ ເໝືອນ ຜູ້ໜຶ່ງ ຢູ່ ໃນ ພວກເຮົາ ແລະ ທັງ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ຝ) ເຮົາ ຈະ ບໍ່ ອະນຸຍາດ ໃຫ້ ພວກເຂົາ ຢື້ ມື ໄປ ປິດ ເອົາ ໝາກໄມ້ ຈາກ ຕົ້ນ ທີ່ ໃຫ້ ຊີວິດ ມາ ກິນ ແລະ ມີ ຊີວິດ ນິຣັນດອນ. ” 23 ສະນັ້ນ ອົງ ພຣະຜູ້ເປັນເຈົ້າ ພຣະເຈົ້າ ຈຶ່ງ ຂັບ ໄລ່ ພວກເຂົາ ໃຫ້ ອອກ ໄປ ຈາກ ສວນ ເອເດນ ແລະ ໃຫ້ ຂຸດ ດິນ ຟັນ ໄມ້ ໃນ ບ່ອນ ທີ່ ພວກເຂົາ ໄດ້ ຖືກ ສ້າງ ຂຶ້ນ ມາ. 24 ເມື່ອ ພຣະເຈົ້າ ຂັບ ໄລ່ ມະນຸດ ອອກ ຈາກ ສວນ ແລ້ວ ພຣະອົງ ກໍ ເອົາ ເທວະດາ ເຄຣຸບ (ພ) ມາ ເຝົ້າ ສວນ ຢູ່ ທາງທິດ ຕາເວັນອອກ; ແລະ ມີ ດາບ ທີ່ ລຸກ ເປັນ ແສງ ໄຟ ແກວ່ງ ໄປມາ ທົ່ວ ທຸກ ທິດ ເພື່ອ ປ້ອງກັນ ບໍ່ ໃຫ້ ເຂົ້າ ໄປ ໃກ້ ຕົ້ນໄມ້ ແຫ່ງ ຊີວິດ ນັ້ນ.