2

1 ດັ່ງນັ້ນ ຈັກກະວານ ທັງ ໝົດ ຈຶ່ງ ຖືກ ສ້າງ ໃຫ້ ສໍາເລັດ ເສັດ ສິ້ນ. 2 ມື້ ທີ ເຈັດ ສິ່ງ ທີ່ ພຣະເຈົ້າ ໄດ້ ສ້າງ ກໍ ສໍາເລັດ ແລະ ພຣະອົງ ໄດ້ ຢຸດພັກ ກິດຈະການ. 3 ພຣະເຈົ້າ ອວຍພອນ ມື້ ທີ ເຈັດ ແລະ ຕັ້ງ ໄວ້ ໃຫ້ ເປັນ ມື້ ສັກສິດ ບໍຣິສຸດ ເພາະ ຮອດ ມື້ນີ້ ພຣະອົງ ສໍາເລັດ ການ ນິຣະມິດ ສ້າງ (ສ) ແລະ ຢຸດ ກິດຈະການ ທັງ ສິ້ນ. 4 ຈັກກະວານ ໄດ້ ຖືກ ນິຣະມິດ ສ້າງ ຂຶ້ນ ມາ ກໍ ເປັນ ດັ່ງ ນີ້ແຫລະ. ເມື່ອ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ ສ້າງ ແຜ່ນດິນ ໂລກ ກັບ ທຸກໆ ສິ່ງ ໃນ ທ້ອງຟ້ານັ້ນ; 5 ຕົ້ນໄມ້ ກັບ ກໍ ຫຍ້າ ບໍ່ ທັນ ມີ ເທິງ ແຜ່ນດິນ ໂລກ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຍັງ ບໍ່ ໃຫ້ ຝົນ ຕົກ ລົງ ມາ ແລະ ຍັງ ບໍ່ ທັນ ມີ ຈັກ ຄົນ ທີ່ ທຳ ມາ ຫາກິນ ຢູ່ ເທິງ ແຜ່ນດິນ ໂລກ, 6 ແຕ່ ຍັງ ມີ ນໍ້າ ຂຶ້ນ ມາ ເທິງ ໜ້າດິນ ແລະ ເຮັດ ໃຫ້ ພື້ນດິນ ຊຸ່ມຊື່ນ ທົ່ວ ໄປ. 7 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ເອົາ ຂີ້ດິນ ແຕ່ ພື້ນດິນ (ຊ) ມາ ປັ້ນ ເປັນ ຊາຍ (ຊ) ແລະ ເປົ່າ ລົມ ຫາຍໃຈ ໃສ່ ຮູ ດັງ ຂອງ ຊາຍ ທີ່ ຖືກ ປັ້ນ ຂຶ້ນ ມາ ນັ້ນ ໃຫ້ ມີ ຊີວິດ ແລະ ຊາຍ ທີ່ ຖືກ ປັ້ນ ນັ້ນ ກໍໄດ້ ເລີ່ມ ມີ ຊີວິດ. 8 ແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກໍສ້າງ ສວນ ແຫ່ງ ໜຶ່ງ ໃນ ເອເດນ ຢູ່ ທາງທິດ ຕາເວັນ ອອກ ແລະ ເອົາ ຊາຍ ຜູ້ ທີ່ ພຣະອົງ ໄດ້ ປັ້ນ ຂຶ້ນ ນັ້ນ ມາ ຢູ່. 9 ໃນ ສວນ ແຫ່ງ ນີ້ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ບັນ ດານ ໃຫ້ ມີ ຕົ້ນໄມ້ ທຸກ ຊະນິດ ໃບ ຂຽວ ງາມ ດີ ແລະ ໝາກໄມ້ ກໍ ເປັນ ໜ້າຢາກກິນ. ໃນ ກາງ ສວນ ນັ້ນ ພຣະອົງ ບັນດານ ໃຫ້ ມີ ຕົ້ນໄມ້ ທີ່ ໃຫ້ ຊີວິດ, ໃຫ້ ຮູ້ຈ້ກດີ ແລະ ຮູ້ຈັກຊົ່ວ. (ຍ) 10 ນອກ ນີ້ ກໍ ຍັງ ມີ ແມ່ ນ້ຳ ສາຍ ໜຶ່ງ ທີ່ ໄຫລ ອອກ ຈາກ ເອເດນ ມາ ລໍໍ່ ລ້ຽງ ສວນ ນີ້; ແມ່ ນໍ້າ ນີ້ ແບ່ງ ອອກ ເປັນ ສີ່ ສາຍ ດັ່ງ ນີ້: 11 ສາຍ ທີ ໜຶ່ງ ຊື່ ວ່າ ປີໂຊນ ຊຶ່ງ ໄຫລ ອ້ອມ ດິນ ແດນ ຮາວີລາ. 12 (ໃນ ດິນ ແດນ ນີ້ ມີ ບໍ່ ຄຳ ຊັ້ນ ດີ ແກ້ວ ປະເສີດ ໂກຣາ ແລະ ຕົ້ນ ຢາງ ຫອມ ທີ່ ມີ ຄ່າ ສູງ) 13 ສາຍ ທີ ສອງ ຊື່ ວ່າ ກີໂຮນ ຊຶ່ງ ໄຫລ ອ້ອມ ດິນ ແດນ ກູເຊ. (ດ) 14 ສາຍ ທີ ສາມ ຊື່ ວ່າ ຕິກ ຣິດ ຊຶ່ງ ໄຫລ ຜ່ານ ດິນ ແດນ ປະເທດ ອັດຊີເຣຍ ແລະ ສາຍ ທີ ສີ່ ຊື່ ວ່າ ເອຟີຣັດ. 15 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ກໍ ເອົາ ຊາຍ ຜູ້ ທີ່ ພຣະອົງ ໄດ້ ສ້າງ ມາ ນັ້ນ ໄປ ເຝົ້າ ຮັກ ສາ ແລະ ເບິ່ງ ແຍງ ສວນ. 16 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ສັ່ງ ລາວ ວ່າ, “ໝາກໄມ້ ທຸກ ຕົ້ນ ໃນ ສວນ ນີ້ ເຈົ້າ ກິນ ໄດ້ 17 ເວັ້ນໄວ້ ແຕ່ ຕົ້ນ ທີ່ ໃຫ້ ຮູ້ຈັກ ຄວາມດີ ແລະ ຮູ້ຈັກ ຄວາມຊົ່ວ. (ຕ) ເຈົ້າ ຢ່າ ກິນ ໝາກໄມ້ ໃນ ຕົ້ນ ນັ້ນ; ຖ້າ ເຈົ້າ ຂືນ ກິນ ເມື່ອໃດ ເຈົ້າ ຈະ ຕາຍ ເມື່ອ ນັ້ນ.” 18 ແລ້ວ ອົງ ພຣະຜູ້ ເປັນ ເຈົ້າ ພຣະເຈົ້າ ກໍ ກ່າວ ອີກ ວ່າ, “ບໍ່ ເປັນ ການ ສົມ ຄວນ ທີ່ ຜູ້ ູຊາຍ ຕ້ອງ ຢູ່ ໂດດດ່ຽວ ຢ່າງ ນີ້. ເຮົາ ຈະ ສ້າງ ຜູ້ ຊ່ວຍ ທີ່ ເໝາະສົມ ໃຫ້ ລາວ. ” 19 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຈຶ່ງ ເອົາ ຂີ້ດິນ ຈາກ ພື້ນ ດິນ ມາ ປັ້ນ ເປັນ ຮູບ ສັດ ຕ່າງໆ ທີ່ ຢູ່ ໃນ ທົ່ງ ແລະ ນົກ ທັງ ຫລາຍ ທີ່ ຢູ່ ໃນ ອາກາດ ແລະ ໄດ້ ນຳ ສັດ ເຫຼົ່າຼ ນັ້ນ ມາ ໃຫ້ ຊາຍ ນັ້ນ ເບິ່ງ ວ່າ ລາວ ຈະ ໃສ່ ຊື່ ໃຫ້ ຢ່າງໃດ ແລະ ຊື່ ໃດ ທີ່ ລາວ ຕັ້ງ ໃຫ້ ສັດ ທັງ ຫລາຍ ທີ່ ມີ ຊີວິດ ຈຶ່ງ ເປັນ ຊື່ ຕໍ່ ໆ ມາ. 20 ສະນັ້ນ ຊາຍ ຜູ້ ນີ້ ຈຶ່ງ ຕັ້ງ ຊື່ ໃຫ້ ສັດ ລ້ຽງ ທັງ ຫລາຍ ແລະ ຝູງ ນົກ ໃນ ອາກາດ ແລະ ໃຫ້ ສັດ ປ່າ ທັງ ໝົດ; ແຕ່ ບໍ່ ມີ ສັດ ໂຕ ໃດ ເລີຍ ເປັນ ຜູ້ ຊ່ວຍ ທີ່ ເໝາະສົມ ແກ່ ລາວ. 21 ແລ້ວ ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ຈຶ່ງ ເຮັດ ໃຫ້ ຜູ້ຊາຍ ນັ້ນ ນອນ ຫລັບ ສະໜິດ ແລະ ໃນ ຂະນະທີ່ ລາວ ນອນ ຢູ່ ນັ້ນ ພຣະອົງ ກໍ ເອົາ ກະດູກ ຂ້າງ ຊີກ ໜຶ່ງ ຂອງ ລາວ ອອກ ມາ ແລະ ເຮັດ ໃຫ້ ເນື້ອໜັງ ຈອດ ຕິດ ກັນ ດັ່ງ ເດີມ. 22 ອົງ ພຣະຜູ້ ເປັນເຈົ້າ ພຣະເຈົ້າ ເອົາ ກະດູກ ຂ້າງ ມາ ສ້າງ ເປັນ ຜູ້ຍິງ ແລະ ນຳ ນາງ ມາ ມອບ ໃຫ້ ລາວ. 23 ແລ້ວ ຊາຍ ຜູ້ນັ້ນ ກໍ ເວົ້າ ວ່າ, “ ນີ້ ເດ ແມ່ນ ຜູ້ ທີ່ ມີ ຮູບຮ່າງ ຄື ເຮົາ; ກະດູກ ຂອງ ນາງ ມາ ຈາກ ກະດູກ ຂອງເຮົາ ເນື້ອ ໜັງ ຂອງ ນາງ ມາ ຈາກ ເນື້ອ ໜັງ ຂອງເຮົາ; ຜູ້ຍິງ (ຖ) ແມ່ນ ຊື່ ຂອງ ນາງ ເພາະ ນາງ ມາ ຈາກ ຜູ້ຊາຍ.” 24 ດ້ວຍເຫດນີ້ ຜູ້ຊາຍ ຈຶ່ງ ຈາກ ພໍ່ ແມ່ ຂອງຕົນ ແລະ ໄປ ຕິດ ພັນ ຢູ່ ກັບ ເມຍ ຂອງຕົນ ແລະ ເຂົາ ທັງ ສອງ ກໍ ກາຍເປັນ ຄົນ ດຽວກັນ. 25 ຊາຍ ແລະ ຍິງ ໄດ້ ເປືອຍກາຍ ຢູ່ ແຕ່ ພວກເຂົາ ບໍ່ ຮູ້ສຶກ ລະອາຍ ກັນ ເລີຍ.