49

1 ຢາໂຄບ ໄດ້ ເອີ້ນ ພວກ ລູກຊາຍ ທຸກຄົນ ຂອງຕົນ ມາ ແລະ ເວົ້າ ວ່າ, “ຈົ່ງ ມາ ໂຮມກັນ ໃກ້ ພໍ່ ພີ້ ແລະ ພໍ່ ຈະ ບອກ ເຖິງ ສິ່ງ ທີ່ ຈະ ເກີດຂຶ້ນ ກັບ ພວກເຈົ້າ ໃນ ພາຍ ຄັ້ງໜ້າ ດັ່ງ ນີ້: 2 “ພວກ ລູກຊາຍ ຂອງ ຢາໂຄບ ຈົ່ງ ພ້ອມໜ້າ ມາ ຮັບຟັງ ຟັງ ວາຈາ ຂອງ ອິດສະຣາເອນ ບິດາ ຂອງ ພວກເຈົ້າ. 3-4 ຣູເບັນ ຜູ້ ເປັນ ລູກກົກ ຂອງ ເຮົາ ຜູ້ ຊຶ່ງ ເປັນ ກຳ ລັງ ແລະ ຜົນ ແຮກ ແຫ່ງ ເຫື່ອ ແຮງ ຂອງ ເຮົາ ທັງ ຂະຫຍັນ ແລະ ອົງ ອາດ ໃນ ບັນ ດາ ລູກ ຂອງ ພໍ່; ແຮງ ເທົ່າ ທຽມ ດັ່ງ ກະແສ ນໍ້າ ຊັດ ຊົນ ໄປ, ແຕ່ ເຈົ້າ ນັ້ນ ຈະ ບໍ່ ແມ່ນ ບູລຸດ ຄົນ ສໍາຄັນ ເພາະ ເຈົ້າ ລັກ ນອນ ນໍາ ເມຍນ້ອຍ ຂອງຂ້ອຍ. ເຈົ້າ ຈຶ່ງ ເຮັດ ໃຫ້ ຂ້ອຍ ເສື່ອມເສຍ ກຽດ ສັກສີ ໃຫ້ ຕຽງ ຂ້ອຍ ມີ ຣາຄີ ເປັນ ມົນ ທິນ ໄປ ຕະຫລອດ. 5 ສ່ວນ ຊີເມໂອນ ແລະ ເລວີ ນັ້ນ ເປັນ ພີ່ ນ້ອງ ດຽວກັນ; ເມົາ ແຕ່ ໃຊ້ ອາວຸດ ຍຸດທະພັນ ຮ່ວມ ກັນ ເຂັ່ນ ຂ້າ. 6 ຂ້ອຍ ຈະ ບໍ່ ມີ ໜ້າ ໃນ ການ ສົນ ທະນາ ລັບ ກັບ ພວກເຂົາ ທັງ ຈະບໍ່ ເຂົ້າ ໄປປະຊຸມບ່ອນໃດ ໆ ນຳ ເດັດ ຂາດ ເພາະ ພວກເຂົາ ຂ້າ ຄົນ ຕັ້ງ ຫລວງຫລາຍ ລົ້ມ ຕາຍ ກັນ ມາກມາຍ ກໍ ເພາະ ຄວາມ ໂກດຮ້າຍ. ພວກເຂົາ ໄດ້ ໃຊ້ ມີດ ຕັດ ເອນ ຂະນ່ອງ ງົວ ເຖິກ ສະໜຸກ ດຸດດັ່ງ ກິລາ ຈົນ ງົວ ຂາ ພິການ ຍ້ອນ; 7 ຂ້ອຍ ຂໍ ສາບແຊ່ງ ໄວ້ ຄວາມ ໂຫດຫ້ຽມ ຂອງ ພວກເຂົາ. ຍ້ອນ ເມົາ ມົວ ໂມໂຫ ຈຶ່ງ ລືມ ຕົວ ເຮັດ ຊົ່ວ ໄວ້. ຂ້ອຍ ຈະ ໃຫ້ ພວກເຂົາ ແຕກ ກະຈັດ ກະຈາຍ ໄປ ທົ່ວ ອິດສະຣາເອນ; ຂ້ອຍ ຈະ ໃຫ້ ພວກເຂົາ ແຕກ ກັນ ໃນ ພວກ ເຂົາ ເຈົ້າ. 8 ຢູດາ ເອີຍ ພວກ ພີ່ ນ້ອງ ຈະ ຮ້ອງ ຄໍາ ສັນລະເສີນ ເພາະ ເຈົ້າ ເຄີຍ ຈັບ ຄໍ ສັດ ຕູ ຍໍ ຂຶ້ນ ແລະ ລົງ ໄດ້. ອ້າຍ ນ້ອງ ນົບ ນ້ອມ ໄຫວ້ ເປັນ ໃຈ ນໍາ ທຸກ ທ່າ; ພາກັນ ມາ ຊ້ອງໜ້າ ຢູດາ ທ້າວ ແທ້ ໃດ 9 ຢູດາ ນີ້ ຍັງ ເກັ່ງ ກ້າ ຮ້າຍກາດ ເໝືອນ ໂຕສິງ; ຂ້າ ເຫຍື່ອ ຍາດ ຊີງ ມາ ແລະ ຟ້າວ ໄປ ຫາ ໝົ້ງ ນອນ ລີ້. ຢຽດຕົວ ລົງ ນອນ ເນີ້ງ ເຮັດ ຕາ ຫລັບ ສີ ພັບ ໆ ໃຜ ບໍ່ ກ້າ ຫຍັບ ເຂົ້າ ໃກ້ ຍາມ ລາວ ໄດ້ ນອນ ຫລັບ ສະບາຍ. 10 ຢູດາ ຈະ ຖື ຕາ ຕັ້ງ ອໍານາດ ແຫ່ງ ຣາຊາ ສືບ ຮອດ ຍາດ ວົງ ໃຫ້ ເຊື້ອ ສາຍ ຄອງ ອໍານາດ ຈົນ ມີ ຫລາຍ ຊົນ ຊາດ ອາສາ ຫາ ຂອງຂວັນ ມາ ຖວາຍ ແດ່ ແລະ ກົ້ມ ຂາບລົງ ໄຫວ້ ເຈົ້າ ຝູງ ຄົນ ເຝົ້າ ເຊື່ອ ຟັງ. 11 ລາວ ມັດ ລໍ ລ່າມ ໄວ້ ໃຕ້ ເຫລົ່າ ຕົ້ນ ອະງຸ່ນ ງາມ ອຸ່ມຊຸ່ມ ເຕັມ ກົກ ພົ້ວ ດົກ ໝາກອະງຸ່ນ ແທ້ ໃຊ້ ເຫລົ້າ ອະງຸ່ນ ແດງ ແຫລ້ ໆ ຈຸ່ມ ແຊ່ ຊັກ ເຄື່ອງ ເສື້ອຄຸມ ຈຶ່ງ ຖືກ ຍ້ອມ ດ້ວຍ ນໍ້າ ເຫລົ້າ ອະງຸ່ນ. 12 ດວງຕາ ເບິ່ງ ໄສ ແຈ້ງ ຍ້ອນ ແຮງ ລິດ ເຫລົ້າ ອະງຸ່ນ; ແຂ້ວ ຂາວ ເປັນ ເງົາ ຍ້ອນ ລາວ ດື່ມ ນໍ້າ ນົມ ຕາງ ນ້ຳ. (ສ) 13 ເຊບູໂລນ ຈະ ຢູ່ ຕາມ ແຄມ ຝັ່ງ ທະເລ ບັນດາ ເຮືອ ຈະ ຈອດ ຊຸມກັນ ຢູ່ ທີ່ ນັ້ນ ເພາະ ໃນ ແຄມ ຝັ່ງ ຫັ້ນ ມີ ທ່າ ເຮືອ ຫລາຍ ບ່ອນ ເຂດ ຍາວ ຢ້ອນ ກາຍ ພົ້ນ ຈົນ ຮອດ ເມືອງ ຊີໂດນ. 14 ອິດຊະຄາ ນັ້ນ ບໍ່ ດີ ກວ່າ ໂຕ ລໍ ພໍ ເທົ່າໃດ ຢຽດກາຍ ລົງ ກາງ ຖົງ ໜັງ ນອນ ສະບາຍ ຫາຍ ຮ້ອນ. 15 ນອນ ຢູ່ ຫັ້ນ ເພາະ ເຫັນ ດິນດອນ ວ່າ ງາມ ຍິ່ງ; ດິນແດນ ຈ່ຶ່ງ ຊື່ນ ຊ້ອຍ ຍິນ ດີ ດ້ວຍ ຕື່ມ ເຕັມ ສະນັ້ນ ລາວ ຈຶ່ງ ຢຽດ ຕົວ ກົ້ມ ກົ່ງ ຫລັງ ລົງ ເພື່ອ ລໍ ຮັບ; ຍອມ ຮັບ ແບກ ເຄື່ອງໃຊ້ ບັນ ທຸກ ໄວ້ ແຕ່ ສິ່ງ ຂອງ. ລາວ ຖືກ ບັງ ຄັບ ໃຫ້ເຮັດ ວຽກ ໜັກ ໜ່ວງ ແທ້ ໃດ ຈົນ ທົນ ຮັບ ໃຊ້ ເຂົາ ເໝືອນ ເປັນ ທາດຮັບໃຊ້. 16 ດານ ຈະ ປົກ ປ້ອງ ຄຸ້ມ ຄອງ ຄົນ ຂອງຕົນ ດັ່ງ ຊົນ ເຜົ່າ ຝູງ ຊາວ ອິດສະຣາເອນ ອື່ນ ໄດ້. 17 ດານ ຈະ ເປັນ ງູພິດ ຮ້າຍ ນອນ ຂວາງ ທາງຍ່າງ ເລືອ ລ້ຽວ ໄປ ຢ່າງ ນັ້ນ ຊອກ ຫາ ເລື່ອງ ຕາມ ແຄມ ທາງ. ທີ່ນັ້ນ ມັນ ດັກ ກັດ ຂະນ່ອງ ມ້າ ທີ່ ກຳລັງ ແລ່ນ ຫອບ ໄປ ຈົນ ຄົນ ຂີ່ ຫງາຍ ຫລັງ ລົງ ຈາກ ຫລັງ ມ້າ. 18 ໂອ ຂ້າແດ່ ອົງພຣະ ຜູ້ ເປັນເຈົ້າ ອົງ ທີ່ ຂ້ານ້ອຍ ເຝົ້າ ຄອງຫາ ເຊີນ ມາ ຊ່ວຍຊູ ຂ້ານ້ອຍ ໃຫ້ ພົ້ນໄພ ດ້ວຍ. 19 ກາດ ຈະ ຖືກ ຄົນ ເຂົາ ປຸ້ນ ໂອລະຫົນ ວຸ້ນ ວາຍ, ແຕ່ ລາວ ຈະ ໄລ່ ຕາມ ຕິດ ຄິດ ບັນ ຊີ ນຳ ເຂົາ ໃຫ້ ໄດ້. 20 ອາເຊ ຈະ ມີ ທີ່ ດິນ ກວ້າງ ປູກຝັງ ໄດ້ ຫລາຍ ຢ່າງ ຈະ ຫາ ອາຫານ ຢ່າງດີ ໃຫ້ ຣາຊາ ເຈົ້າ ເຫລົ່າ ກະສັດ. 21 ເນັບທາລີ ເປັນ ດັ່ງ ກວາງນ້ອຍ ຮອຍ ງາມ ຍ່າງ ສະຫງ່າ ແລ່ນ ລ່າເລີງ ເລາະ ຫລິ້ນ ເສລີ ແທ້ ຕາມ ພົງ ໄພ; ດັ່ງ ພັນ ໄມ້ ດີ ມີເຊື້ອ ງາມ ງ່າ ງາມ ຕາ ຊູ ເກີດ ລູກ ມາ ຊ່າງ ໜ້າ ຊົມ ຊື່ນ ອາຣົມ ສົມ ໃຈ ແທ້. 22 ສ່ວນ ໂຢເຊັບ ນັ້ນ ດັ່ງ ລໍປ່າ ຕາມ ແຄມ ນໍ້າພຸ ໄສ ປຽບ ຄື ລູກ ມ້າ ເຖິກ ໂຕ ງາມ ຕາມ ເນີນ ພູ ພຸ້ນ. (ຍ) 23 ສັດ ຕູ ບຸກໂຈມຕີ ຮອບດ້ານ ຢ່າງ ໃຈ ອໍາມະຫິດ ແລະ ເລັ່ງ ໄລ່ ຕິດ ຕາມ ຖື ທະນູ ແລະ ໜ້າ ພ້ອມ. 24 ແຕ່ ໂຢເຊັບ ຖື ໜ້າ ທະນູ ໄວ້ ໃນ ກຳ ມື ຢ່າງ ໝັ້ນ ແກ່ນ ແລະ ແຂນ ລາວ ຈຶ່ງ ໄດ້ ຮັບ ຊ່ວຍ ຊູ ຂຶ້ນ ໃຫ້ ແຂງແຮງ; (ດ) ເປັນ ເພາະ ຣິດອໍານາດ ຂອງ ພຣະອົງ ຄື ພຣະເຈົ້າ ອົງ ຊົງ ນຳ ພາ ຢາໂຄບ ມາ ຕະຫລອດ. ພຣະອົງ ເປັນ ທັງ ຜູ້ ປົກ ປ້ອງ ຄຸ້ມ ຄອງ ຕະຫລອດ ມາ ທັງ ເປັນ ພຣະຜູ້ ລ້ຽງ ຊົນ ເຜົ່າ ຊາດ ອິດສະຣາເອນ ດ້ວຍ. 25 ຍ້ອນ ຄວາມ ຊ່ວຍຊູ ຂອງ ພຣະເຈົ້າ ແຫ່ງ ພຣະບິດາ ອົງ ຍິ່ງ ໃຫຍ່ ເຫລືອຫລາຍ ຖອກເທພອນ ລົງ ມາ ເໝືອນ ດັ່ງ ຫ່າຝົນ ເທລົງ ມາ ສູ່ ພິພົບ ປັດຖະພີ ບໍ່ ຫລົບ ຫລີກ ໄດ້ ເລີຍ ໄປ ສູ່ ພື້ນ ທ້ອງ ທາລາ. ໂດຍ ອວຍພອນ ໃຫ້ ມີລົ້ນ ທັງ ຝູງງົວ ແລະ ລູກຫລານ ຕື່ມ ໃຫ້ ເປັນ ກໍ ເປັນ ເຫງົ້າ ຢ່າງ ຫລວງຫລາຍ. 26 ຄື ອວຍພອນ ໃຫ້ ມີ ເຂົ້າ ແລະ ມາລາ ງາມ ສະຫງ່າ (ຕ) ພອນ ຈາກ ພູຜາ ແຕ່ ກ່ອນກີ້ (ຖ) ທັງ ພູນ້ອຍ ທັງ ຫຼາຍ ສືບ ໄປ ຂໍ ໃຫ້ ໂຢເຊັບ ໄດ້ ເປັນ ຜູ້ ຮັບ ພອນ ນີ້ ໃຫ້ ພອນ ນັ້ນ ປະດັບ ທີ່ ເທິງ ຫົວ ຂອງ ລາວ ໄວ້. ທີ່ ໜ້າຜາກ ຂອງ ຜູ້ ທີ່ ຖືກ ຕັ້ງ ໄວ້ ສະເພາະ ຈາກ ບັນ ດາ ຍາດຕິພີ່ ນ້ອງ ຂອງຕົນ ນັ້ນ. 27 ສ່ວນ ເບັນ ຢາມິນ (ທ) ນັ້ນ ຄື ໝາໄນ ໂຕ ຫ້ຽມໂຫດ ຕອນເຊົ້າ ລ່າເນື້ອ ໄດ້ ແລະ ແບ່ງກັນ ໃນ ຕອນແລງ.” 28 ຄົນ ເຫລົ່າ ນີ້ ທີ່ ໄດ້ ເວົ້າ ມາ ນັ້ນ ແມ່ນ ສິບ ສອງ ເຜົ່າ ຂອງ ຊາດ ອິດສະຣາເອນ; ແລະ ທຸກສິ່ງ ທີ່ ພໍ່ ຂອງ ພວກເຂົາ ໄດ້ ເວົ້າ ເຖິງ ແມ່ນ ຄໍາອວຍພອນ ອໍາລາ ທີ່ ເໝາະສົມ ສໍາລັບ ແຕ່ລະຄົນ. 29 ຢາໂຄບ ໄດ້ ສັ່ງ ພວກເຂົາ ວ່າ, “ບັດນີ້ ພໍ່ ໃກ້ ຈະ ສິ້ນໃຈ ຕາຍໄປ ຢູ່ ກັບ ບັນພະບຸລຸດ ຂອງເຮົາ ທີ່ ຕາຍໄປ ກ່ອນ ແລ້ວ; ຈົ່ງ ຝັງ ພໍ່ໄວ້ ກັບ ປູ່ຍ່າຕາຍາຍ ຂອງ ພວກເຮົາ ຢູ່ ໃນ ຂຸມຝັງ ສົບ ທີ່ ນາ ຂອງ ເອຟະໂຣນ ຊາວ ຮິດຕີ 30 ທີ່ ມັກເປລາ ທາງທິດ ຕາເວັນ ອອກ ຂອງ ມຳເຣ ໃນ ການາອານ. ອັບຣາຮາມ ໄດ້ ຊື້ຖ້ຳໃນ ທົ່ງນາ ຂອງ ເອຟະໂຣນ ຊາວ ຮິດຕີ ໄວ້ ກໍ ເພື່ອ ເຮັດ ເປັນ ບ່ອນ ຝັງສົບ. 31 ແມ່ນ ໃນ ບ່ອນ ນັ້ນ ເອງ ທີ່ ພວກເຂົາ ໄດ້ ຝັງ ອັບຣາຮາມ ກັບ ນາງ ຊາຣາ ເມຍ ຂອງ ເພິ່ນ; ອີຊາກ ກັບ ນາງ ເຣເບກາ ເມຍ ຂອງ ເພິ່ນ; ແລະ ຂ້ອຍ ໄດ້ ຝັງ ນາງ ເລອາ ເມຍ ຂອງຂ້ອຍ ໄວ້ ຢູ່ ໃນທີ່ ນັ້ນ ເໝືອນກັນ. 32 ທົ່ງ ນາ ກັບ ຖໍ້າ ນັ້ນ ໄດ້ ຊື້ ມາ ຈາກ ຊາວ ຮິດຕີ. ຈົ່ງ ຝັງ ຂ້ອຍ ໄວ້ ຢູ່ ໃນທີ່ ນັ້ນ. ” 33 ເມື່ອ ຢາໂຄບ ສັ່ງ ລາ ພວກ ລູກຊາຍ ຂອງຕົນ ແລ້ວ ເພິ່ນ ກໍ ເອ່ນ ຕົວ ລົງ ເທິງ ຕຽງ ແລ້ວ ສິ້ນ ລົມ ຫາຍໃຈ ແລະ ຖືກ ຮວບຮວມ ໄປ ຢູ່ ກັບ ບັນພະບຸລຸດ ຂອງ ເພິ່ນ.