48

1 ຫລັງ ຈາກ ນັ້ນ ມາ ບໍ່ ດົນ ນານ ກໍ ມີ ຄົນ ມາ ບອກ ໂຢເຊັບ ວ່າ ພໍ່ຂອງ ເພິ່ນ ເຈັບ ໜັກ. ສະນັ້ນ ໂຢເຊັບ ຈຶ່ງ ພາ ລູກຊາຍ ທັງ ສອງ ຂອງຕົນ ຄື ມານາເຊ ແລະ ເອຟຣາອິມ ໄປ ຫາ ພໍ່ ຂອງຕົນ. 2 ເມື່ອ ຢາໂຄບ ຮູ້ ວ່າ ໂຢເຊັບ ລູກຊາຍ ຂອງຕົນ ມາ ຢາມ ເພິ່ນ ຈຶ່ງ ຮວບຮວມ ເຫື່ອ ແຮງ ທັງ ໝົດ ທີ່ ຕົນ ມີ ຢູ່ ລຸກ ຂຶ້ນ ນັ່ງ ເທິງ ຕຽງ. 3 ຢາໂຄບ ກ່າວ ແກ່ ໂຢເຊັບ ວ່າ, “ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ໄດ້ ປາກົດ ແກ່ ພໍ່ ທີ່ ເມືອງ ລູເຊ ໃນ ການາອານ ແລະ ອວຍພອນ ພໍ່. 4 ພຣະອົງ ໄດ້ ກ່າວ ວ່າ, ‘ເຮົາ ຈະ ໃຫ້ ເຈົ້າ ມີ ລູກຫລານ ຢ່າງ ຫລວງຫລາຍ ເພື່ອ ວ່າ ເຊື້ອ ສາຍ ຂອງ ເຈົ້າ ຈະ ກາຍເປັນ ຫລາຍໆ ຊົນ ຊາດ; ເຮົາ ຈະ ເອົາ ດິນ ແດນ ນີ້ ໃຫ້ ເປັນ ສົມ ບັດ ແກ່ ເຊື້ອ ສາຍ ຂອງ ເຈົ້າ ຕະຫລອດໄປ. ’” 5 ຢາໂຄບ ກ່າວ ຕໍ່ ໄປ ວ່າ, “ໂຢເຊັບ ເອີຍ ລູກຊາຍ ຂອງ ເຈົ້າ ສອງ ຄົນ ທີ່ ໄດ້ ເກີດ ຢູ່ ໃນ ປະເທດ ເອຢິບ ກ່ອນ ພໍ່ ມາ ຢູ່ ນີ້ ເປັນ ລູກ ຂອງ ພໍ່. ເອຟຣາອິມ ແລະ ມານາເຊ ກໍ ເທົ່າ ໆ ກັບ ຣູເບັນ ແລະ ຊີເມໂອນ. 6 ຖ້າ ເຈົ້າ ມີ ລູກຊາຍ ອີກ ພໍ່ ຈະ ບໍ່ ຖື ວ່າ ເປັນ ລູກ ຂອງ ພໍ່. ພວກເຂົາ ຈະ ໄດ້ ຮັບ ມໍຣະດົກ ໂດຍ ທາງ ເອຟຣາອິມ ແລະ ມານາເຊ. 7 ພໍ່ ເຮັດ ດັ່ງ ນີ້ ເພາະ ເຫັນ ແກ່ ຣາເຊັນ ແມ່ ຂອງ ເຈົ້າ. ພໍ່ ໂສກເສົ້າ ຫລາຍ ເມື່ອ ແມ່ ຂອງ ເຈົ້າ ຈາກ ພໍ່ ໄປ ໃນ ການາອານ ຊຶ່ງ ບໍ່ ຢູ່ ໄກ ເທົ່າ ໃດ ຈາກ ເອຟຣາທາ. ພໍ່ ໄດ້ ຝັງ ສົບ ແມ່ ຂອງ ເຈົ້າ ໄວ້ ທີ່ ແຄມ ທາງ ໄປ ຍັງ ເອຟຣາທາ. ” (ເອຟຣາທາ ແມ່ນ ເມືອງ ເບັດ ເລເຮັມ ໃນ ປັດຈຸບັນ ນີ້.) 8 ເມື່ອ ຢາໂຄບ ເຫັນ ລູກຊາຍ ຂອງ ໂຢເຊັບ ເພິ່ນ ຈຶ່ງ ຖາມ ວ່າ, “ເດັກ ນ້ອຍ ພວກ ນີ້ ແມ່ນ ຜູ້ໃດ? ” 9 ໂຢເຊັບ ຕອບ ວ່າ, “ເຂົາ ແມ່ນ ລູກ ຂອງ ຂ້າ ນ້ອຍ ທີ່ ພຣະເຈົ້າ ໄດ້ ໂຜດ ໃຫ້ ທີ່ ປະເທດ ເອຢິບ ນີ້. ” ຢາໂຄບ ເວົ້າ ວ່າ, “ຈົ່ງ ເອົາ ພວກເຂົາ ມາ ຫາ ພໍ່ ດູ ເພື່ອ ພໍ່ ຈະ ໄດ້ ອວຍພອນ ພວກເຂົາ. ” 10 ສາຍຕາ ຂອງ ຢາໂຄບ ອ່ອນ ລົງ ຫລາຍ ຍ້ອນ ຄວາມ ຊະລາ ແລະ ບໍ່ ເຫັນ ຮູ່ງ ຄັກ. ເມື່ອ ໂຢເຊັບ ນໍາ ພວກເຂົາ ເຂົ້າ ມາ ເພິ່ນ ຈຶ່ງ ກອດ ແລະ ຈູບ ພວກເຂົາ. 11 ຢາໂຄບ ກ່າວ ແກ່ ໂຢເຊັບ ວ່າ, “ພໍ່ ບໍ່ ເຄີຍ ຄິດ ເລີຍ ວ່າ ຈະ ໄດ້ເຫັນ ເຈົ້າ ອີກ, ແຕ່ ບັດ ນີ້ ພຣະເຈົ້າ ໃຫ້ ພໍ່ ໄດ້ ເຫັນ ຮອດ ລູກ ຂອງ ເຈົ້າ. ” 12 ແລ້ວ ໂຢເຊັບ ກໍ ເອົາ ເຂົາ ທັງ ສອງ ອອກ ຈາກ ຕັກ ຂອງ ຢາໂຄບ ແລະ ພາ ພວກເຂົາ ກົ້ມ ຂາບລົງ ຕໍ່ ໜ້າ ເພິ່ນ. 13 ໂຢເຊັບ ເອົາ ເອຟຣາອິມ ມາ ທາງ ຊ້າຍ ມືຂອງ ຢາໂຄບ ແລະ ມານາເຊ ຢູ່ ທາງ ຂວາ ມື. 14 ແຕ່ ຢາໂຄບ ໄຂ່ວ ແຂນ ຂອງຕົນ ແລະ ເອົາ ມື ຂວາ ວາງ ເທິງ ຫົວ ຂອງ ເອຟຣາອິມ ຜູ້ ເປັນ ນ້ອງ ແລະ ມື ຊ້າຍ ວາງ ເທິງ ຫົວ ຂອງ ມານາເຊ ຜູ້ ເປັນ ອ້າຍ. 15 ແລ້ວ ເພິ່ນ ກໍ ອວຍພອນ ແກ່ ໂຢເຊັບ (ຈ) ວ່າ: “ຂໍ ພຣະເຈົ້າ ອົງ ທີ່ ພໍ່ ຂອງ ຂ້ານ້ອຍ ຄື ອີຊາກ ແລະ ອັບຣາຮາມ ຜູ້ ທີ່ ບາກບັ່ນ ຮັບ ໃຊ້ ພຣະອົງ ອວຍພອນ ເດັກ ນ້ອຍ ເຫລົ່າ ນີ້ ຂໍ ພຣະເຈົ້າ ອົງ ທີ່ ນໍາພາ ຂ້ານ້ອຍ ທຸກ ມື້ນີ້ ແລະ ທຸກ ເວລາ; ຈົ່ງ ອວຍພອນ ເຂົາ ເຫລົ່າ ນີ້ ເທີ້ນ 16 ຂໍ ໃຫ້ ເທວະດາ ຕົນ ທີ່ ໄດ້ ຊ່ວຍ ກູ້ ເອົາ ຂ້ານ້ອຍ; ຈົ່ງ ອວຍພອນ ເຂົາ ເຫລົ່າ ນີ້ ດ້ວຍ ຂໍ ໃຫ້ ຊື່ ຂອງ ຂ້ານ້ອຍ ທັງ ອີຊາກ ແລະ ອັບຣາຮາມ ດໍາລົງ ຄົງ ຢູ່ ນໍາ ເດັກ ນ້ອຍ ເຫລົ່າ ນີ້ ຂໍ ໃຫ້ ພວກເຂົາ ຈົ່ງ ມີ ລູກຫລານ ຢ່າງ ຫຼວງຫລາຍ ທັງ ມີ ເຊື້ອ ສາຍ ມາກມາຍ ຫລາຍ ລົ້ນ ແດ່ ທ້ອນ.” 17 ໂຢເຊັບ ບໍ່ ສະບາຍ ໃຈ ເມື່ອ ເຫັນ ພໍ່ ຂອງຕົນ ເອົາ ມື ຂວາ ວາງ ເທິງ ຫົວ ຂອງ ເອຟຣາອິມ. ສະນັ້ນ ເພິ່ນ ຈຶ່ງ ປ່ຽນ ມື ຂອງ ພໍ່ ທີ່ ວາງ ເທິງ ຫົວ ຂອງ ເອຟຣາອິມ ມາ ວາງ ໃສ່ ເທິງ ຫົວ ຂອງ ມານາເຊ. 18 ເພິ່ນ ເວົ້າ ກັບ ພໍ່ ວ່າ, “ບໍ່ ແມ່ນ ທາງ ນີ້ ພີ້ ່ ໍ ທາງ ນີ້ ແມ່ນ ອ້າຍ, ເອົາ ມື ຂວາ ວາງ ເທິງ ຫົວ ລາວ ສາ.” 19 ຢາໂຄບ ປະຕິເສດ ແລະ ເວົ້າ ວ່າ, “ພໍ່ ຮູ້ ແລ້ວ ລູກ ເອີຍ ພໍ່ ຮູ້ ດີ. ເຊື້ອ ສາຍ ຂອງ ມານາເຊ ກໍ ຈະ ກາຍເປັນ ຊົນຊາດ ໃຫຍ່ ເໝືອນກັນ. ແຕ່ ຜູ້ນ້ອງ ນັ້ນ ຈະ ຍິ່ງ ໃຫຍ່ ກວ່າ ຜູ້ອ້າຍ ແລະ ເຊື້ອ ສາຍ ຂອງ ລາວ ຈະ ກາຍເປັນ ຊົນ ຊາດ ທີ່ ຍິ່ງໃຫຍ່. ” 20 ສະນັ້ນ ເພິ່ນ ຈຶ່ງ ອວຍພອນພວກເຂົາ ໃນມື້ ນັ້ນ ວ່າ, “ຊາວ ອິດສະຣາເອນ ຈະ ເອີ່ຍ ຊື່ ເຈົ້າ ເມື່ອ ອວຍພອນ ກັນ; ເຂົາ ຈະ ເວົ້າ ກັນ ດ້ວຍ ຖ້ອຍຄໍາ ດັ່ງ ນີ້: ‘ຂໍ ພຣະເຈົ້າ ບັນດານ ໃຫ້ ຂ້ານ້ອຍ ກາຍເປັນ ເໝືອນ ເອຟຣາອິມ ແລະ ມານາເຊ ດ້ວຍ. ’” 21 ແລ້ວ ຢາໂຄບ ກໍ ເວົ້າ ກັບ ໂຢເຊັບ ວ່າ, “ລູກ ເຫັນ ແລ້ວ ວ່າ ພໍ່ ໃກ້ ຈະ ສິ້ນໃຈ ຕາຍ, ແຕ່ ພຣະເຈົ້າ ຈະ ຢູ່ ກັບ ເຈົ້າ ແລະ ນໍາ ເຈົ້າ ຄືນ ໄປ ຍັງ ດິນ ແດນ ຂອງ ປູ່ຍ່າຕາຍາຍ ຂອງເຈົ້າ. 22 ພໍ່ ມອບ ຊີເຄມ ເຂດ ອຸດົມ ສົມ ບູນ ແລະ ຮັ່ງ ມີ ໃຫ້ ແກ່ ເຈົ້າ ແລະ ບໍ່ ແມ່ນ ໃຫ້ ພວກອ້າຍ ຂອງເຈົ້າ ເພາະ ພໍ່ ໄດ້ ຊີເຄມ ມາ ຈາກ ພວກອາໂມ ດ້ວຍ ຄົມດາບ ແລະ ທະນູ.”