47

1 ດັ່ງ ນັ້ນ ໂຢເຊັບ ຈຶ່ງ ພາ ອ້າຍ ຫ້າ ຄົນ ຂອງຕົນ ໄປ ພົບ ກະສັດ. ເພິ່ນ ບອກ ກະສັດ ວ່າ, “ພໍ່ ແລະ ພວກ ອ້າຍນ້ອງ ຂອງ ຂ້ານ້ອຍ ໄດ້ ມາ ແຕ່ ການາອານ ແລ້ວ ພ້ອມ ກັບ ຝູງແກະ ແລະ ຝູງງົວ ຕະຫລອດ ທັງ ທຸກສິ່ງ ທີ່ ພວກເຂົາ ມີ ຢູ່ດຽວ ນີ້ ພວກ ເຂົາ ເຈົ້າ ອາໄສ ຢູ່ ເຂດ ໂກເຊັນ. ” 2 ແລ້ວ ໂຢເຊັບ ກໍ ແນະນໍາ ພວກ ອ້າຍ ຂອງຕົນ ແກ່ ກະສັດ. 3 ກະສັດ ຖາມ ວ່າ, “ພວກເຈົ້າ ມີ ອາຊີບ ຫຍັງ? ” ພວກເຂົາ ຕອບ ວ່າ, “ທ່ານເອີຍ ພວກ ຂ້ານ້ອຍ ມີ ອາຊີບ ເປັນ ຜູ້ ລ້ຽງສັດ ຄືກັບ ບັນພະບຸລຸດ ຂອງ ພວກ ຂ້ານ້ອຍ. 4 ພວກ ຂ້ານ້ອຍ ມາ ຂໍ ອາໄສ ຢູ່​ປະເທດ ນີ້ ເພາະ ໃນ ການາອານ ເກີດ ການ ອຶດ ຢາກ ຢ່າງ ຮ້າຍແຮງ ຈົນ ບໍ່ ມີ ທົ່ງ ຫຍ້າ ສໍາລັບ ລ້ຽງ ຝູງສັດ. ກະລຸນາ ໂຜດ ໃຫ້ ພວກ ຂ້ານ້ອຍ ໄດ້ ອາໄສ ຢູ່ ໃນ ເຂດ ໂກເຊັນ ນັ້ນ ເຖີດ.” 5 ກະສັດ ກ່າວ ແກ່ ໂຢເຊັບ ວ່າ, “ບັດນີ້ ພໍ່ ແລະ ພວກ ອ້າຍ ນ້ອງ ຂອງ ເຈົ້າ ໄດ້ ມາຮອດ ແລ້ວ 6 ດິນແດນ ຂອງ ປະເທດ ເອຢິບ ກໍ ເປັນ ຂອງ ພວກເຂົາ ຄືກັນ. ພວກເຂົາ ຕັ້ງ ຫລັກ ແຫລ່ງ ຢູ່ ໃນ ເຂດ ໂກເຊັນ ໄດ້ ບ່ອນທີ່ ມີດິນດີທີ່ສຸດ ໃນ ປະເທດ ນີ້. ນອກຈາກນີ້ ຖ້າ ເຈົ້າ ຮູ້ ວ່າ ໃນ ພວກເຂົາ ຜູ້ໜຶ່ງ ຜູ້ໃດ ມີ ຄວາມ ສາມາດ ກໍ ໃຫ້ ຮັບ ລ້ຽງ ຝູງສັດ ຂອງເຮົາ ດ້ວຍ.” 7 ແລ້ວ ໂຢເຊັບ ກໍໄດ້ ພາ ຢາໂຄບ ພໍ່ ຂອງຕົນ ເຂົ້າ ໄປ ພົບ ກະສັດ. ຢາໂຄບ ອວຍພອນ ກະສັດ 8 ແລະ ກະສັດ ໄດ້ ຖາມ ຢາໂຄບ ວ່າ, “ເຈົ້າ ອາຍຸ ໄດ້ ຈັກ ປີ ແລ້ວ? ” 9 ຢາໂຄບ ຕອບ ວ່າ, “ຊີວິດ ທີ່ ທ່ອງທ່ຽວ ໄປມາ ຂອງ ຂ້ານ້ອຍ ມີ ຢູ່ 130 ປີ. ເປັນ ເວລາສັ້ນ ແລະ ລໍາບາກ ບໍ່ ຄື ຊີວິດ ທີ່ ທ່ອງທ່ຽວ ໄປມາ ຂອງ ບັນພະບຸລຸດ ຂອງ ຂ້ານ້ອຍ. ” 10 ຢາໂຄບ ອວຍພອນ ກະສັດ ແລະ ອໍາລາ ກັບ ໄປ. 11 ໂຢເຊັບ ໄດ້ ຈັດ ທີ່ ດິນ ໃຫ້ ພໍ່ກັບ ພວກ ອ້າຍ ຂອງຕົນ ຢູ່ ໃນ ປະເທດ ເອຢິບ ໂດຍ ເລືອກ ເອົາ ດິນ ຕອນ ດີທີ່ ສຸດ ຢູ່ ໃກ້ ກັບ ເມືອງ ຣາມາເຊັດ ໃຫ້ ເປັນ ສົມ ບັດ ຂອງ ພວກເຂົາ ຕາມ ທີ່ ກະສັດ ໄດ້ ສັ່ງ. 12 ໂຢເຊັບ ໄດ້ ຈັດ ຫາ ສະບຽງ ອາຫານ ໃຫ້ ພໍ່, ບັນດາ ອ້າຍ ນ້ອງ ແລະ ຄອບຄົວ ຂອງ ພວກເຂົາ ທຸກໆ ຄົນ ຕະຫລອດ ທັງ ພວກ ເດັກ ນ້ອຍ ທີ່ ໄດ້ ຕິດ ຕາມ ມາ ນໍາ ນັ້ນ. 13 ການ ອຶດ ຢາກ ຄັ້ງ ນີ້ ຮ້າຍແຮງ ທີ່ ສຸດ ຈົນ ວ່າ ຢູ່ ໃນ ປະເທດ ອື່ນ ໆ ບໍ່ ມີ ອາຫານ ກິນ ແລະ ປະຊາຊົນ ເອຢິບ ກັບ ຊາວ ການາອານ ກໍ ອ່ອນເພຍ ຍ້ອນ ການ ອຶດ ຢາກ. 14 ໂຢເຊັບ ທ້ອນໂຮມ ເອົາ ເງິນ ທັງ ໝົດ ທີ່ ໄດ້ ມາ ຈາກ ການ ຂາຍ ເຂົ້າ ນໍາ ໄປ ຖອກ ທີ່ ຄັງ ຂອງ ຣາຊວັງ. 15 ເມື່ອ ຊາວ ເອຢິບ ແລະ ຊາວ ການາອານ ຈ່າຍ ເງິນ ໝົດ ແລ້ວ ຊາວ ເອຢິບ ຈຶ່ງ ຫຸ້ມ ກັນ ມາ ຫາ ໂຢເຊັບ ແລະ ເວົ້າ ວ່າ, “ຂໍ ອາຫານ ໃຫ້ ພວກ ຂ້ານ້ອຍ ກິນ ແດ່ ທ້ອນ ຢ່າ ປະ ໃຫ້ ພວກ ຂ້ານ້ອຍ ຕ້ອງ ຫິວ ຕາຍ ເລີຍ. ກະລຸນາ ຫາ ທາງ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ເພາະ ເງິນ ຂອງ ພວກ ຂ້ານ້ອຍ ກໍໄດ້ ຈ່າຍ ໄປ ຈົນ ໝົດ ແລ້ວ. ” 16 ໂຢເຊັບ ຈຶ່ງ ຕອບ ວ່າ, “ຖ້າ ພວກເຈົ້າ ໝົດ ເງິນ ແທ້ ໃຫ້ ນໍາ ສັດ ມາ ແລກ ປ່ຽນ ເອົາ ເຂົ້າ. ” 17 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອົາ ສັດ ຂອງຕົນ ມາ ໃຫ້ ໂຢເຊັບ ແລະ ເພິ່ນ ກໍ ເອົາ ອາຫານ ແລກ ປ່ຽນ ເອົາ ສັດ ເປັນ ຕົ້ນ: ມ້າ, ແກະ, ແບ້, ງົວ ແລະ ລໍ. ໃນ ປີ ນັ້ນ ເພິ່ນ ໄດ້ ຈ່າຍ ອາຫານ ໃຫ້ ແກ່ ປະຊາຊົນ ໂດຍ ວິທີ ແລກ ປ່ຽນ ກັບ ສັດ ຕ່າງໆ ຂອງ ພວກເຂົາ. 18 ປີ ຕໍ່ ມາ ພວກເຂົາ ກໍ ພາກັນ ມາ ຫາ ໂຢເຊັບ ອີກ ແລະ ເວົ້າ ວ່າ, “ທ່ານເອີຍ ພວກຂ້ານ້ອຍ ຂໍ ເວົ້າ ຄວາມຈິງ ສູ່ ທ່ານ ຟັງ ໂດຍ ບໍ່ ໄ ດ້ ປິດ ບັງ ຫຍັງ ເລີຍ ຄື: ເງິນ ຂອງ ພວກ ຂ້ານ້ອຍ ກໍ ໝົດ ແລ້ວ ແລະ ສັດ ຂອງ ພວກ ຂ້ານ້ອຍ ກໍ ເປັນ ຂອງທ່ານ ແລ້ວ. ດຽວນີ້ ພວກ ຂ້ານ້ອຍ ບໍ່ ເຫລືອ ຫຍັງ ພໍ ເອົາ ມາ ໃຫ້ ທ່ານ ແລກ ປ່ຽນ ນອກຈາກ ພວກ ຂ້ານ້ອຍ ເອງ ກັບ ທີ່ ດິນ ເທົ່າ ນັ້ນ. 19 ຢ່າ ປ່ອຍ ໃຫ້ ພວກ ຂ້ານ້ອຍ ຕ້ອງ ອຶດ ຕາຍ ເທາະ. ກະລຸນາ ຫາ ທາງ ຊ່ວຍ ພວກ ຂ້ານ້ອຍ ແດ່ ທ້ອນ ຢ່າ ປ່ອຍ ໃຫ້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ຫວ່າງເປົ່າ ລ້າ ໆ ເລີຍ. ຂໍ ທ່ານ ຈົ່ງ ຊື້ ທີ່ ດິນ ຂອງ ພວກ ຂ້ານ້ອຍ ເພື່ອ ແລກ ເອົາອາຫານ. ພວກ ຂ້ານ້ອຍ ຍິນ ດີ ຍອມ ເປັນ ຄົນ ຮັບ ໃຊ້ ຂອງ ກະສັດ ແລະ ທີ່ ດິນ ຂອງ ພວກ ຂ້ານ້ອຍ ກໍ ໃຫ້ ເປັນ ຂອງ ເພິ່ນ ດ້ວຍ. ຈົ່ງ ເອົາ ເຂົ້າ ໃຫ້ ພວກ ຂ້ານ້ອຍ ເພື່ອ ພວກ ຂ້ານ້ອຍ ຈະ ບໍ່ ອຶດຕາຍ ແລະ ເອົາ ເຂົ້າປູກ ໃຫ້ ພວກ ຂ້ານ້ອຍ ເພື່ອ ທີ່ ດິນ ຈະ ບໍ່ ຖືກ ປະປ່ອຍ ໃຫ້ ວ່າງເປົ່າ ລ້າ ໆ.” 20 ໂຢເຊັບ ໄດ້ ຊື້ເອົາ ທີ່ ດິນ ທັງ ໝົດ ໃນ ປະເທດ ເອຢິບ ໃຫ້ ກະສັດ. ຊາວ ເອຢິບ ທຸກຄົນ ຈໍາ ເປັນ ຕ້ອງ ຂາຍ ທີ່ ດິນ ຂອງຕົນ ຍ້ອນ ວ່າ ການ ອຶດ ຢາກ ເທື່ອ ນີ້ ຮ້າຍແຮງ ທີ່ ສຸດ ແລະ ທີ່ ດິນ ທັງ ໝົດ ໃນ ປະເທດ ເອຢິບ ກໍ ກາຍເປັນ ຂອງ ກະສັດ. 21 ໂຢເຊັບ ໄດ້ ນໍາ ພາ ຊາວ ເອຢິບ ມາ ເປັນ ຄົນ ຮັບ ໃຊ້ ແລະ ເຂດແດນ ຈາກ ສົ້ນ ສຸດ ຂອງ ປະເທດ ເບື້ອງ ນີ້ ຈຸ ເບື້ອງ ອື່ນ. 22 ຍັງ ແຕ່ ທີ່ ດິນ ຂອງ ພວກ ປະໂຣຫິດ ເທົ່າ ນັ້ນ ທີ່ ເພິ່ນ ບໍ່ ໄດ້ ຊື້ເອົາ. ພວກ ປະໂຣຫິດ ບໍ່ ໄດ້ ຂາຍ ທີ່ ດິນ ຂອງ ພວກ ຕົນ ເພາະ ກະສັດ ໃຫ້ ເງິນ ອຸດໜູນ ແກ່ ພວກເຂົາ. 23 ໂຢເຊັບ ກ່າວ ແກ່ ປະຊາຊົນ ວ່າ, “ພວກເຈົ້າ ເຫັນ ແລ້ວ ວ່າ ມື້ນີ້ຂ້ອຍ ໄດ້ ຊື້ ເອົາ ພວກເຈົ້າ ພ້ອມ ທີ່ ດິນ ຂອງ ພວກເຈົ້າ ມາ ເປັນ ຂອງ ກະສັດ. ອັນນີ້ ແມ່ນ ເຂົ້າ ປູກ ເພື່ອ ໃຫ້ ພວກເຈົ້າ ເອົາ ໄປ ຫວ່ານ ໃນ ນາ. 24 ເມື່ອ ຮອດ ລະດູ ເກັບ ກ່ຽວ ພວກເຈົ້າ ຕ້ອງ ເອົາ ຜົນ ລະປູກ ໜຶ່ງ ສ່ວນ ຫ້າ ໃຫ້ ກະສັດ. ສ່ວນ ທີ່ ເຫລືອ ນັ້ນ ໃຫ້ ເປັນ ຂອງ ພວກເຈົ້າ ເພື່ອ ເປັນ ເຂົ້າ ປູກ ແລະ ສໍາລັບ ກິນ ໃນ ຄອບຄົວ.” 25 ພວກເຂົາ ຕອບ ວ່າ, “ທ່ານ ໄດ້ ເຮັດ ດີ ຕໍ່ ພວກ ຂ້ານ້ອຍ ໂດຍ ຊ່ວຍ ເອົາ ຊີວິດ ຂອງ ພວກ ຂ້ານ້ອຍ ໄວ້. ພວກ ຂ້ານ້ອຍ ຍິນດີ ເປັນ ຄົນ ຮັບ ໃຊ້ ຂອງ ກະສັດ. ” 26 ດັ່ງນັ້ນ ໂຢເຊັບ ຈຶ່ງ ໄດ້ ແຕ່ງ ກົດ ໝາຍ ປົກ ຄອງ ທີ່ ດິນ ໄວ້ ໃນ ປະເທດ ເອຢິບ ຄື: ຜົນລະປູກ ໜຶ່ງ ສ່ວນ ຫ້າ ເປັນ ຂອງ ກະສັດ. ກົດ ໝາຍ ນີ້ ຍັງ ໃຊ້ ກັນ ຈົນ ເຖິງ ທຸກ ວັນ ນີ້. ມີ ແຕ່ ທີ່ ດິນ ຂອງ ພວກ ປະໂຣຫິດ ເທົ່າ ນັ້ນ ທີ່ ບໍ່ ເປັນ ຂອງ ກະສັດ. 27 ຊາວ ອິດສະຣາເອນ ທີ່ ອາໄສ ໃນ ປະເທດ ເອຢິບ ຢູ່ ໃນ ເຂດ ໂກເຊັນ ໄດ້ ຮັ່ງມີ ເປັນ ດີ ຂຶ້ນ ພ້ອມ ທັງ ມີ ລູກຫລານ ຢ່າງ ຫລວງຫລາຍ. 28 ຢາໂຄບ ອາໄສ ຢູ່ ໃນ ປະເທດ ເອຢິບ ສິບ ເຈັດ ປີ ຈົນົ ເພິ່ນ ມີ ອາຍຸ ໜຶ່ງ ຮ້ອຍ ສີ່ ສິບ ເຈັດ ປີ. 29 ເມື່ອ ຢາໂຄບ ຮູ້ສຶກ ວ່າ ຕົນ ເອງ ໃກ້ ຈະ ຕາຍ ແລ້ວ ເພິ່ນ ຈຶ່ງ ເອີ້ນ ເອົາ ໂຢເຊັບ ລູກຊາຍ ຂອງຕົນ ມາ ແລະ ເວົ້າ ວ່າ, “ຈົ່ງ ວາງ ມືໃສ່ ວ່າງ ຂາ ຂອງ ພໍ່ (ງ) ແລະ ສາບານ ຢ່າງ ໜັກແໜ້ນ ວ່າ ເຈົ້າ ຈະ ບໍ່ ຝັງ ພໍ່ ໄວ້ ໃນ ປະເທດ ເອຢິບ ນີ້. 30 ພໍ່ ຕ້ອງການ ໃຫ້ ລູກ ຝັງ ສົບ ຂອງ ພໍ່ ໄວ້ ຢູ່ ໃນ ບ່ອນ ຝັງ ສົບ ຂອງ ປູ່ຍ່າຕາຍາຍ ຂອງພວກເຮົາ; ຈົ່ງ ເອົາ ສົບ ຂອງ ພໍ່ ອອກ ໜີ ຈາກ ປະເທດ ເອຢິບ ແລະ ຝັງ ໄວ້ ຢູ່ ໃນ ຖໍ້າ ຂອງ ບັນພະບຸລຸດ ຂອງ ພວກເຮົາ. ” ໂຢເຊັບ ຕອບ ວ່າ, “ລູກ ຈະ ເຮັດ ຕາມ ທີ່ ພໍ່ ຕ້ອງການ. ” 31 ຢາໂຄບ ເວົ້າ ວ່າ, “ຈົ່ງ ສາບານ ຕໍ່ ພໍ່ ວ່າ ລູກ ຈະ ເຮັດ ດັ່ງ ນັ້ນ. ” ໂຢເຊັບ ໄດ້ ສາບານ. ແລ້ວ ຢາໂຄບ ກໍ ໂມທະນາ ຂອບພຣະຄຸນ ໂດຍ ກົ້ມ ຂາບລົງ ເທິງ ທີ່ ຫົວ ຕຽງນອນ ຂອງຕົນ.