46

1 ຢາໂຄບ ໄດ້ ມ້ຽນ ມັດ ເອົາ ສິ່ງ ຂອງ ທັງ ໝົດ ທີ່ ຕົນ ມີ ຢູ່ ແລະ ໄປ ເມືອງ ເບເອນເຊບາ ບ່ອນ ທີ່ ເພິ່ນ ໄດ້ ຖວາຍບູຊາ ແກ່ ພຣະເຈົ້າ ຂອງ ອີຊາກ ພໍ່ ຂອງຕົນ. 2 ໃນ ຄືນ ນັ້ນ ພຣະເຈົ້າ ໄດ້ ກ່າວ ກັບ ຢາໂຄບ ທາງ ຄວາມຝັນ ວ່າ, “ຢາໂຄບ ຢາໂຄບ ເອີຍ. ” ເພິ່ນ ຂານ ຕອບ ວ່າ, “ໂດຍ ຂ້ານ້ອຍ ກຳ ລັງ ຟັງ ຢູ່. ” 3 ພຣະອົງ ກ່າວ ວ່າ, “ເຮົາ ຄື ພຣະເຈົ້າ ພຣະເຈົ້າ ຂອງ ພໍ່ ເຈົ້າ, ບໍ່ ຕ້ອງ ຢ້ານ ທີ່ຈະ ໄປ ປະເທດ ເອຢິບ. ເຮົາ ຈະ ເຮັດ ໃຫ້ ເຊື້ອ ສາຍ ຂອງ ເຈົ້າ ທະວີ ຂຶ້ນ ເປັນ ຊົນ ຊາດ ໃຫຍ່ ຢູ່ ໃນທີ່ ນັ້ນ. 4 ເຮົາ ຈະ ໄປ ປະເທດ ເອຢິບ ກັບ ເຈົ້າ ແລະ ເຮົາ ຈະ ນໍາ ເອົາ ເຊື້ອສາຍ ຂອງ ເຈົ້າ ກັບຄືນ ມາ ຍັງ ດິນແດນ ນີ້ ອີກ. ໂຢເຊັບ ຈະ ຢູ່ ນໍາ ເຈົ້າ ເມື່ອ ເວລາ ເຈົ້າ ຕາຍ.” 5 ແລ້ວ ຢາໂຄບ ກໍ ອອກ ໄປ ຈາກ ເມືອງ ເບເອນເຊບາ. ພວກ ລູກຊາຍ ໄດ້ ເອົາ ພໍ່ຂອງ ພວກ ຕົນ, ພວກ ເດັກ ນ້ອຍ ແລະ ເມຍ ຂອງ ພວກເຂົາ ຂຶ້ນຂີ່ ກວຽນ ທີ່ ກະສັດ ເອຢິບ ໄດ້ ສົ່ງ ມາ ຮັບ. 6 ພວກເຂົາ ເອົາ ຝູງສັດ ກັບ ຊັບ ສົມ ບັດ ທັງ ໝົດ ທີ່ ມີ ໃນ ການາອານ ອອກ ເດີນທາງ ໄປ ຍັງ ປະເທດ ເອຢິບ. 7 ຢາໂຄບ ໄດ້ ນໍາ ເອົາ ເຊື້ອ ສາຍ ທັງ ໝົດ ຂອງຕົນ ໄປ ນໍາ ດັ່ງ ນີ້: ບັນ ດາ ລູກຊາຍ ຂອງ ເພິ່ນ, ບັນດາ ຫລານຊາຍ ຂອງ ເພິ່ນ, ບັນດາ ລູກສາວ ຂອງ ເພິ່ນ ແລະ ບັນ ດາ ຫລານສາວ ຂອງ ເພິ່ນ. 8 ເຊຶ້ອ ສາຍ ວົງ ວານ ຂອງ ຢາໂຄບ ທີ່ ໄປ ປະເທດ ເອຢິບ ກັບ ເພິ່ນ ມີ ຣູເບັນ ລູກຊາຍ ກົກ ຂອງ ເພິ່ນ 9 ແລະ ພວກ ລູກຊາຍ ຂອງ ຣູເບັນ ດັ່ງ ນີ້: ຮານົກ, ປານລູ, ເຮສະໂຣນ ແລະ ການໝີ. 10 ຊີເມໂອນ ແລະ ພວກ ລູກຊາຍ ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂສຮາ ແລະ ລູກ ທີ່ເກີດ ຈາກ ເມັຍນ້ອຍ ຊາວ ການາອານ ຊື່ ວ່າ ໂຊນ. 11 ເລວີ ແລະ ລູກຊາຍ ຂອງຕົນ: ເກໂຊນ, ໂກຮາດ ແລະ ເມຣາຣີ. 12 ຢູດາ ແລະ ພວກ ລູກຊາຍ ຂອງຕົນ: ເຊຣາ, ເປເຣັດ ແລະ ເສຣາ. (ສ່ວນ ເອຣະ ກັບ ໂອນານ ລູກຊາຍ ສອງ ຄົນ ຂອງ ຢູດາ ນັ້ນ ຕາຍ ທີ່ ການາອານ) ພ້ອມ ດ້ວຍ ລູກຊາຍ ຂອງ ເປເຣັດ ຊື່ ວ່າ ເຮສະໂຣນ ແລະ ຮາມູນ. 13 ອິດຊາຄາ ກັບ ພວກ ລູກຊາຍ ຂອງຕົນ: ໂຕລາ, ປູອາ, ຢາຊຸບ ແລະ ຊີມໂຣນ. 14 ເຊບູໂລນ ກັບ ພວກ ລູກຊາຍ ຂອງຕົນ: ເຊເຣັດ, ເອໂລນ ແລະ ຢາເລເອນ. 15 ຄົນ ເຫລົ່າ ນັ້ນ ແມ່ນ ລູກຊາຍ ຂອງ ນາງ ເລອາ ທີ່ ໄດ້ ເກີດ ໃຫ້ ຢາໂຄບ ໃນ ເມໂຊໂປຕາເມຍ ລວມທັງ ນາງ ດີນາ ລູກສາວ ຂອງຕົນ ດ້ວຍ. ເມື່ອ ນັບ ລວມ ທັງໝົດ ແລ້ວ ເຊື້ອສາຍ ທີ່ ສືບ ມາ ຈາກ ນາງ ເລອາ ມີ ຢູ່ 33 ຄົນ. 16 ກາດ ແລະ ບັນດາ ລູກຊາຍ ຂອງຕົນ: ສັບໂຟນ, ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ. 17 ອາເຊ ແລະ ພວກ ລູກຊາຍ ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິອາ, ແລະ ນາງ ເຊຣາ ລູກສາວ ຂອງ ລາວ ພ້ອມ ທັງ ລູກຊາຍ ຂອງ ເບຣິອາ: ເຮເບ ແລະ ມັນກີເອນ. 18 ພວກ 16 ຄົນນີ້ ແມ່ນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ສີລະປາ ເອື້ອຍ ລ້ຽງ ທີ່ ລາບານ ໄດ້ ມອບ ໃຫ້ ນາງ ເລອາ ລູກສາວ ຂອງຕົນ. 19 ສ່ວນ ຣາເຊັນ ເມຍ ຂອງ ຢາໂຄບ ມີ ລູກຊາຍ ສອງ ຄົນ: ໂຢເຊັບ ແລະ ເບັນຢາມິນ. 20 ຢູ່ ໃນ ປະເທດ ເອຢິບ ໂຢເຊັບ ມີ ລູກຊາຍ ສອງ ຄົນ ຊື່ ວ່າ ມານາເຊ ແລະ ເອຟຣາອິມ ທີ່ ໄດ້ ນຳ ນາງ ອາເສນາດ ລູກສາວ ຂອງ ໂປຕີເຟຣາ ປະໂຣຫິດ ແຫ່ງ ເມືອງ ເຮລີໂອໂປລີ. 21 ລູກຊາຍ ຂອງ ເບັນຢາມິນ ມີ ດັ່ງນີ້: ເບລາ, ເບເກ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະ ອາກເດ. 22 ພວກ ສິບ ສີ່ ຄົນ ນີ້ ເປັນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ຣາເຊັນ. 23 ດານ ແລະ ລູກຊາຍ ຂອງຕົນ ຊື່ ວ່າ ຮູຊິມ. 24 ເນັບທາລີ ແລະ ລູກຊາຍ ຂອງຕົນ ມີ ດັ່ງນີ້: ຢາເສເອນ, ກູນີ, ເຢເສ ແລະ ຊິນເລັມ. 25 ພວກ ເຈັດ ຄົນ ນີ້ ເປັນ ເຊື້ອສາຍ ຂອງ ຢາໂຄບ ທີ່ ສືບ ມາ ຈາກ ນາງ ບິນຮາ ເອື້ອຍ ລ້ຽງ ທີ່ ລາບານ ໄດ້ ມອບ ໃຫ້ ນາງ ຣາເຊັນ ລູກສາວ ຂອງຕົນ. 26 ຈໍານວນ ເຊື້ອສາຍ ແທ້ ໆ ທັງ ໝົດ ຂອງ ຢາໂຄບ ທີ່ໄປ ຢູ່ ໃນ ປະເທດ ເອຢິບ ມີ 66 ຄົນ; ໂດຍ ບໍ່ ນັບ ເມຍ ຂອງ ພວກ ລູກຊາຍ ຂອງ ເພິ່ນ. 27 ໂຢເຊັບ ມີ ລູກຊາຍ ທີ່ ເກີດ ຢູ່ ໃນ ປະເທດ ເອຢິບ ສອງ ຄົນ. ເມື່ອ ຮວບຮວມ ຄອບຄົວ ຂອງ ຢາໂຄບ ທັງ ໝົດ ທີ່ ໄປ ຢູ່ ໃນ ປະເທດ ເອຢິບ ແລ້ວ ມີ 70 ຄົນ. 28 ຢາໂຄບ ໄດ້ ສົ່ງ ຢູດາ ໄປ ບອກ ໂຢເຊັບ ລ່ວງໜ້າ ເພື່ອ ໃຫ້ ມາ ພົບ ພໍ່ ຂອງຕົນ ທີ່ ເຂດ ໂກເຊັນ. ເມື່ອ ພວກເຂົາ ມາ ຮອດ 29 ໂຢເຊັບ ຈຶ່ງ ຂີ່ ລົດ ມ້າ ອອກ ໄປ ພົບ ພໍ່ ຂອງຕົນ ທີ່ ເຂດ ໂກເຊັນ ທັນ ທີ. ເມື່ອທັງສອງພົບກັນ ໂຢເຊັບ ຈຶ່ງຟ້າວກອດຄໍ ພໍ່ ຂອງຕົນ ໄຫ້ ສະອື້ນ ເປັນ ເວລາ ນານ. 30 ຢາໂຄບ ເວົ້າ ກັບ ໂຢເຊັບ ວ່າ, “ບັດ ນີ້ ພໍ່ ພ້ອມ ແລ້ວທີ່ ຈະ ຕາຍ ເມື່ອ ໄດ້ ເຫັນ ໜ້າ ລູກ ແລະ ຮູ້ ວ່ າ ລູກ ຍັງ ມີ ຊີວິດ ຢູ່.” 31 ແລ້ວ ໂຢເຊັບ ກໍ ກ່າວ ແກ່ ພວກ ອ້າຍ ຕະຫລອດ ທັງ ຄອບຄົວ ທັງ ໝົດ ຂອງ ພໍ່ ຕົນ ວ່າ, “ຂ້ອຍ ຕ້ອງ ໄປ ບອກ ໃຫ້ ກະສັດ ຮູ້ ວ່າ ພວກ ອ້າຍ ນ້ອງ ກັບ ຄອບຄົວ ທັງ ໝົດ ຂອງ ພໍ່ ຂ້ອຍ ທີ່ ໄດ້ ອາໄສ ຢູ່ ໃນ ການາອານ ນັ້ນ ມາຮອດ ແລ້ວ. 32 ຂ້ອຍ ຈະ ບອກ ເພິ່ນ ວ່າ ພວກເຈົ້າ ເປັນ ຄົນລ້ຽງແກະ ແລະ ລ້ຽງ ງົວ ແລະ ພວກເຈົ້າ ໄດ້ ເອົາ ຝູງແກະ ກັບ ຝູງງົວ ພ້ອມ ທຸກສິ່ງ ທີ່ ມີ ນັ້ນ ມາ ນໍາ. 33 ເມື່ອ ກະສັດ ເອີ້ນ ພວກເຈົ້າ ໄປ ຖາມ ເຖິງ ວິຊາ ອາຊີບ ຂອງ ພວກເຈົ້າ 34 ໃຫ້ ພວກເຈົ້າ ຕອບ ວ່າ, ພວກເຈົ້າ ລ້ຽງ ສັດ ເປັນ ອາຊີບ ເໝືອນ ດັ່ງ ບັນ ພະບຸລຸດ ຂອງ ພວກເຮົາ. ໂດຍ ວິທີນີ້ ກະສັດ ກໍ ຈະ ອະນຸຍາດ ໃຫ້ ພວກເຈົ້າ ອາໄສ ຢູ່ ໃນ ເຂດ ໂກເຊັນ ໄດ້. ” ໂຢເຊັບ ແນະນໍາ ເຊັ່ນ ນີ້ ເພາະ ຊາວ ເອຢິບ ບໍ່ ມັກ ພວກ ລ້ຽງແກະ.