45

1 ໂຢເຊັບ ບໍ່ ສາມາດ ອົດ ກັ້ນ ນ້ຳ ຕາ ໄວ້ ໄດ້ ຕໍ່ ໜ້າ ຄົນ ຮັບໃຊ້ ຂອງຕົນ. ສະນັ້ນ ເພິ່ນ ຈຶ່ງ ສັ່ງ ໃຫ້ ພວກເຂົາ ທັງ ໝົດ ອອກ ໄປ ຈາກ ຫ້ອງ. ເມື່ອ ໂຢເຊັບ ບອກ ພວກ ອ້າຍ ນ້ອງ ຂອງຕົນ ວ່າ ເພິ່ນ ແມ່ນ ໃຜ ນັ້ນ; ບໍ່ ມີ ຄົນ ອື່ນ ຢູ່ ໃນທີ່ ນັ້ນ ເລີຍ. 2 ເພິ່ນ ໄຫ້ ສະອື້ນ ສຽງດັງ ຈົນ ຊາວ ເອຢິບ ໄດ້ຍິນ ແລະ ຂ່າວ ຈຶ່ງ ແຜ່ ໄປ ເຖິງ ຣາຊວັງ. 3 ໂຢເຊັບ ກ່າວ ແກ່ ພວກ ອ້າຍ ນ້ອງ ຂອງຕົນ ວ່າ, “ຂ້ອຍ ແມ່ນ ໂຢເຊັບ. ພໍ່ ຂອງຂ້ອຍ ຍັງ ມີ ຊີວິດ ຢູ່ ບໍ? ” ແຕ່ ພໍ ເມື່ອ ໄດ້ຍິນ ເຊັ່ນ ນັ້ນ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ກໍ ຢ້ານ ຫລາຍ ຈົນ ບໍ່ ສາມາດ ຕອບ ເພິ່ນ ໄດ້. 4 ແລ້ວ ໂຢເຊັບ ກໍ ເວົ້າ ຕໍ່ ໄປ ວ່າ, “ຈົ່ງ ຫຍັບ ເຂົ້າ ມາ ໃກ້ ໆ ຂ້ອຍ ພີ້. ” ພວກເຂົາ ຈຶ່ງ ຫຍັບ ເຂົ້າ ມາ ແລະ ເພິ່ນ ເວົ້າ ຕໍ່ ໄປ ວ່າ, “ຂ້ອຍ ແມ່ນ ໂຢເຊັບ ນ້ອງຊາຍ ຂອງ ພວກເຈົ້າ ຜູ້ ທີ່ ພວກເຈົ້າ ໄດ້ ຂາຍ ມາ ຍັງ ປະເທດ ເອຢິບ. 5 ບັດ ນີ້ ຢ່າ ເປັນ ທຸກໃຈ ຫລື ກ່າວໂທດ ຕົນ ເອງ ທີ່ ໄດ້ ຂາຍ ຂ້ອຍ ມາ ທີ່ ນີ້. ແມ່ນ ພຣະເຈົ້າ ທີ່ ໄດ້ ສົ່ງ ຂ້ອຍ ມາ ນີ້ ກ່ອນ ເພື່ອ ຊ່ວຍ ຊີວິດ ມະນຸດ. 6 ດຽວນີ້ ເປັນ ພຽງ ປີ ທີ ສອງ ຂອງ ການ ອຶດ ຢາກ ທີ່ ດິນແດນ ນີ້ ເທົ່ານັ້ນ, ແຕ່ ຍັງ ຈະ ມີ ອີກ ຫ້າ ປີ ທີ່ ບໍ່ ມີ ການ ປູກຝັງ ແລະ ການ ເກັບກ່ຽວ. 7 ພຣະເຈົ້າ ໄດ້ ສົ່ງ ຂ້ອຍ ມາ ກ່ອນ ເພື່ອ ຊ່ວຍ ຊີວິດ ຂອງ ພວກເຈົ້າ ໄວ້ ແບບ ອັດສະຈັນ ກໍ ເພື່ອ ໃຫ້ ແນ່ ໃຈ ວ່າ ພວກເຈົ້າ ແລະ ເຊື້ອສາຍ ຈະ ມີ ຊີວິດຢູ່. 8 ດັ່ງນັ້ນ ຈຶ່ງ ບໍ່ ແມ່ນ ພວກເຈົ້າ ທີ່ ໄດ້ ສົ່ງ ຂ້ອຍ ມາ ທີ່ ນີ້ ແຕ່ ແມ່ນ ພຣະເຈົ້າ ຕ່າງຫາກ ທີ່ ໄດ້ ສົ່ງ ຂ້ອຍ ມາ. ພຣະອົງ ບັນດານ ໃຫ້ ຂ້ອຍ ເປັນ ຂຸນນາງ ຜູ້ ສໍາຄັນ ຂອງ ກະສັດ. ຂ້ອຍ ເປັນ ຜູ້ ຮັບ ຜິດ ຊອບ ປະເທດ ທັງ ໝົດ ຂອງ ເພິ່ນ. ຂ້ອຍ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ.” 9 “ບັດ ນີ້ ຈົ່ງ ພາກັນ ກັບ ເມືອ ຫາ ພໍ່ ຂອງຂ້ອຍ ແລະ ບອກ ເພິ່ນ ວ່າ ນີ້ ແມ່ນ ຄໍາເວົ້າ ຂອງ ໂຢເຊັບ ລູກຊາຍ ຂອງ ເພິ່ນ ວ່າ, ‘ພຣະເຈົ້າ ໄດ້ ບັນດານ ໃຫ້ ລູກ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ ໃຫ້ ພໍ່ ມາ ຫາ ລູກ ໄວ ທີ່ ສຸດ. 10 ໃຫ້ ພໍ່ ມາ ທີ່ ເຂດ ໂກເຊັນ ບ່ອນ ທີ່ ຢູ່ ໃກ້ ກັບ ລູກ ພ້ອມ ລູກຫລານ ຕະຫລອດ ທັງ ຝູງແກະ, ຝູງແບ້, ຝູງງົວ ແລະ ທຸກໆ ສິ່ງ ທີ່ ພໍ່ ມີ ຢູ່. 11 ຖ້າ ພໍ່ ມາ ຢູ່ ເຂດ ໂກເຊັນ ລູກ ກໍ ສາມາດ ເບິ່ງແຍງ ພໍ່ ໄດ້ ດີ. ຄວາມ ອຶດ ຢາກ ຍັງ ຈະ ມີ ອີກ ຫ້າປີ, ແລະ ລູກ ບໍ່ ຢາກ ໃຫ້ ຄອບຄົວ ຂອງ ພໍ່ ກັບ ຝູງສັດ ຕ້ອງ ອຶດ ຕາຍ. ’” 12 ໂຢເຊັບ ເວົ້າ ກັບ ພວກ ອ້າຍ ນ້ອງ ຕໍ່ໄປ ວ່າ, “ດຽວ ນີ້ ພວກເຈົ້າ ທຸກຄົນ ແລະ ເບັນຢາມິນ ນ້ອງຊາຍ ຂອງຂ້ອຍ ກໍໄດ້ ເຫັນ ແລ້ວ ວ່າ ຂ້ອຍ ແມ່ນ ໂຢເຊັບແທ້ໆ. 13 ຈົ່ງ ເລົ່າ ສູ່ ພໍ່ຂອງຂ້ອຍ ຟັງ ວ່າ ຂ້ອຍ ມີ ອໍານາດ ໃນ ປະເທດ ເອຢິບ ນີ້ ພຽງໃດ ແລະ ຈົ່ງ ເລົ່າ ທຸກໆ ສິ່ງ ທີ່ ພວກເຈົ້າ ໄດ້ ເຫັນ ນີ້ ສູ່ ເພິ່ນ ຟັງ. ແລ້ວ ຈົ່ງ ຮີບ ພາ ເພິ່ນ ມາ ຍັງ ປະເທດ ເອຢິບ ພີ້ ໄວໆ.” 14 ໂຢເຊັບ ກອດ ເບັນຢາມິນ ນ້ອງຊາຍ ຂອງຕົນ ໄວ້ ຢູ່ ໃນ ອ້ອມ ແຂນ ພ້ອມ ທັງ ຮ້ອງໄຫ້. ເບັນຢາມິນ ກໍ ຮ້ອງໄຫ້ ໃນ ອ້ອມກອດ ຂອງ ອ້າຍ ເໝືອນກັນ. 15 ແລ້ວ ທັງໆ ທີ່ ຍັງ ຮ້ອງໄຫ້ ຢູ່ ນັ້ນ ເພິ່ນ ກອດ ແລະ ຈູບ ພວກອ້າຍ ທຸກໆ ຄົນ. ຫລັງ ຈາກ ນັ້ນ ອ້າຍ ແລະ ນ້ອງ ກໍ ໂໍອ້ ລົມ ກັນ ກັບ ໂຢເຊັບ. 16 ເມື່ອ ຂ່າວ ໄດ້ ແຜ່ ໄປ ເຖິງ ຣາຊວັງ ວ່າ ບັນດາ ອ້າຍ ແລະ ນ້ອງ ຂອງ ໂຢເຊັບ ໄດ້ ມາ ຫາ ເພິ່ນ ກະສັດ ພ້ອມ ດ້ວຍ ບັນດາ ຂ້າຣາຊການ ກໍ ມີຄວາມ ຍິນ ດີ ນໍາ. 17 ກະສັດ ກ່າວຕໍ່ ໂຢເຊັບ ວ່າ, “ຈົ່ງ ບອກ ໃຫ້ ພວກ ອ້າຍ ນ້ອງ ຂອງ ເຈົ້າ ບັນທຸກ ເອົາ ສິ່ງ ຂອງ ກັບ ຄືນ ເມືອ ການາອານ. 18 ໃຫ້ ພວກເຂົາ ເມືອ ເອົາ ພໍ່ ແລະ ຄອບຄົວ ຂອງ ພວກເຂົາ ກັບ ມາ ທີ່ ນີ້. ເຮົາຈະ ມອບ ທີ່ ດິນ ບ່ອນ ອຸດົມ ສົມ ບູນ ທີ່ ສຸດ ໃນ ປະເທດ ເອຢິບ ໃຫ້ ພວກເຂົາ ແລະ ພວກເຂົາ ຈະ ມີຢູ່ ມີກິນ ຈົນ ເຫລືອເຟືອ. 19 ຈົ່ງ ບອກ ພວກເຂົາ ໃຫ້ ເອົາ ກວຽນ ເມືອ ນໍາ ເພື່ອ ຂົນ ເອົາ ພໍ່ ພ້ອມ ທັງ ເມຍ ແລະ ລູກໆ ຂອງ ພວກເຂົາ ມາ ຢູ່ ທີ່ ປະເທດ ເອຢິບ ພີ້. 20 ຢ່າ ພາກັນ ຫ່ວງ ຊັບ ສິ່ງ ຂອງ ທີ່ ພວກເຂົາ ຕ້ອງ ປະ ມາ ນັ້ນ ເພາະ ສິ່ງ ດີທີ່ ສຸດ ຢູ່ ໃນ ປະເທດ ເອຢິບ ທັງ ໝົດ ຈະ ເປັນ ຂອງ ພວກເຂົາ.” 21 ພວກ ລູກຊາຍ ຂອງ ຢາໂຄບ ກໍ ປະຕິບັດ ຕາມ ຄໍາສັ່ງ ນັ້ນ. ໂຢເຊັບ ໄດ້ ເອົາ ກວຽນ ຫລາຍ ລໍາ ໃຫ້ ພວກເຂົາ ຕາມ ຄໍາສັ່ງ ຂອງ ກະສັດ ແລະ ເອົາ ອາຫານ ໃຫ້ ໄປ ກິນ ຕາມ ທາງ ອີກ ດ້ວຍ. 22 ເພິ່ນ ຍັງ ເອົາ ເຄື່ອງນຸ່ງ ໃໝ່ ໃຫ້ ພວກເຂົາ ນຸ່ງ ຜູ້ ລະ ຊຸດ ຕື່ມ ອີກ; ສ່ວນ ເບັນຢາມິນ ນັ້ນ ເພິ່ນ ໄດ້ ເອົາ ເງິນ ສາມຮ້ອຍ ຫລຽນ ແລະ ເຄື່ອງນຸ່ງ ຫ້າຊຸດ ໃຫ້ ລາວ ເປັນ ພິເສດ. 23 ເພິ່ນ ຍັງ ສົ່ງ ລໍ ສິບ ໂຕ ຕ່າງ ຜະລິດຕະພັນ ຢ່າງດີ ທີ່ສຸດ ຂອງ ປະເທດ ເອຢິບ ໄປ ໃຫ້ ພໍ່ ຂອງຕົນ ແລະ ມີ ລໍ ອີກ ສິບ ໂຕ ຕ່າງ ເຂົ້າສານ, ເຂົ້າຈີ່, ກັບສະບຽງ ອາຫານ ອື່ນ ໆ ສໍາລັບ ພໍ່ ຂອງຕົນ ເພື່ອ ໃຫ້ ເດີນທາງ ມາ ຍັງ ປະເທດ ເອຢິບ. 24 ເພິ່ນ ໄປ ສົ່ງ ພວກ ອ້າຍ ນ້ອງ ອອກ ເດີນທາງ ກັບ ເມືອ ແລະ ສັ່ງ ພວກເຂົາ ວ່າ, “ຢ່າ ຜິດ ຖຽງ ກັນ ເດີ ເມື່ອ ເວລາ ເດີນ ທາງ ກັບ ໄປ. ” 25 ພວກເຂົາ ໄດ້ ອອກ ເດີນ ທາງ ກັບ ເມືອ ຫາ ຢາໂຄບ ພໍ່ ຂອງ ພວກເຂົາ ໃນ ການາອານ. 26 ເມື່ອ ກັບ ມາ ຮອດ ແລ້ວ ພວກເຂົາ ຈຶ່ງ ຟ້າວ ບອກ ພໍ່ ຂອງ ພວກຕົນ ວ່າ “ໂຢເຊັບ ຍັງ ມີ ຊີວິດ ຢູ່! ເພິ່ນ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ທັງ ໝົດ” ພໍ ໄດ້ຍິນ ເຊັ່ນ ນັ້ນ ຢາໂຄບ ກໍ ຕົກຕະລຶງ ແລະ ຍັງ ບໍ່ ເຊື່ອ ຄໍາເວົ້າ ຂອງ ພວກເຂົາ ເທື່ອ. 27 ແຕ່ ເມື່ອ ພວກເຂົາ ໄດ້ ເລົ່າ ຄໍາ ເວົ້າ ຂອງ ໂຢເຊັບ ທຸກໆ ຄໍາ ສູ່ ເພິ່ນ ຟັງ ພ້ອມ ທັງ ເຫັນ ກວຽນ ທີ່ ໂຢເຊັບ ໄດ້ ສົ່ງ ມາ ຮັບ ໄປ ປະເທດ ເອຢິບ ເພິ່ນ ກໍ ຕື່ນເຕັ້ນ ດີໃຈ ຫລາຍ. 28 ເພິ່ນ ເວົ້າ ວ່າ, “ພໍ ແລ້ວ ບັດ ນີ້! ໂຢເຊັບ ລູກຊາຍ ຂອງຂ້ອຍ ຍັງ ມີ ຊີວິດ ຢູ່ ຂ້ອຍ ຕ້ອງ ໄປ ພົບ ລາວ ກ່ອນ ທີ່ ຂ້ອຍ ຈະ ຕາຍ.”