44

1 ໂຢເຊັບ ໄດ້ ສັ່ງ ຄົນ ຮັບ ໃຊ້ ຜູ້ ທີ່ ຮັບ ຜິດ ຊອບ ໃນ ເຮືອນ ຂອງຕົນ ວ່າ, “ຈົ່ງ ເອົາ ສະບຽງ ອາຫານ ໃສ່ ຖົງ ຂອງ ຄົນ ເຫລົ່າ ນີ້ ໃຫ້ ຫລາຍ ເທົ່າ ທີ່ ພວກເຂົາ ສາມາດ ເອົາ ເມືອ ໄດ້ ແລະ ໃຫ້ ເອົາ ເງິນ ຂອງ ແຕ່ ລະຄົນ ໃສ່ ເທິງ ເຂົ້າ ໃນ ຖົງ ຂອງ ແຕ່ ລະ ຖົງ. 2 ໃຫ້ ເອົາ ເງິນ ຄ່າ ເຂົ້າ ກັບ ຈອກ ເງິນ ຂອງເຮົາ ໃສ່ ໃນ ຖົງ ເຂົ້າ ຂອງ ນ້ອງຊາຍ ຫລ້າ ຂອງ ພວກເຂົາ. ” ຄົນ ຮັບ ໃຊ້ ກໍປະຕິບັດ ຕາມ ທີ່ ໂຢເຊັບ ໄດ້ ສັ່ງ ນັ້ນ. 3 ເມື່ອ ຮຸ່ງ ເຊົ້າ ຂຶ້ນ ມາ ພວກເຂົາ ຈຶ່ງ ອອກ ເດີນ ທາງ ກັບ ເມືອ ພ້ອມ ດ້ວຍ ລໍ ຂອງ ພວກເຂົາ. 4 ເມື່ອ ພວກເຂົາ ໄປ ບໍ່ ໄກ ຈາກ ຕົວ ເມືອງ ພໍເທົ່າ ໃດ ໂຢເຊັບ ກໍ ກ່າວ ແກ່ ຄົນ ຮັບໃຊ້ ຜູ້ ຮັບ ຜິດ ຊອບ ປະຈໍາ ເຮືອນ ຂອງຕົນ ວ່າ, “ຈົ່ງ ຮີບ ອອກ ໄປ ຕິດ ຕາມ ຄົນ ເຫລົ່າ ນັ້ນ. ເມື່ອ ເຈົ້າ ທັນ ພວກເຂົາ ແລ້ວ ໃຫ້ ເຈົ້າ ຖາມ ພວກເຂົາ ວ່າ, ‘ເປັນຫຍັງ ພວກເຈົ້າ ຈຶ່ງ ປະພຶດ ການຊົ່ວ ຕອບ ແທນ ການດີ? 5 ເປັນຫຍັງ ຈຶ່ງ ລັກ ເອົາ ຈອກ ເງິນ ນາຍ ຂອງຂ້ອຍ ຄື ທີ່ເພິ່ນ ໃຊ້ ດື່ມ ແລະ ໃຊ້ ທຳນວາຍ ເບິ່ງ ເຫດການ? ພວກເຈົ້າ ເຮັດ ຜິດ ຢ່າງ ຮ້າຍແຮງ ຮູ້ ບໍ?” 6 ເມື່ອ ຄົນ ຮັບ ໃຊ້ ຕາມ ພວກເຂົາ ໄປ ທັນ ແລ້ວ ລາວ ກໍ ເວົ້າ ດັ່ງ ທີ່ ນາຍ ໄດ້ ສັ່ງ. 7 ພວກເຂົາ ຈຶ່ງ ຕອບ ວ່າ, “ທ່ານ ເວົ້າ ເຊັ່ນ ນີ້ ໝາຍຄວາມວ່າ ຢ່າງ ໃດ? ພວກເຮົາ ສາບານ ໄດ້ ວ່າ ບໍ່ ເຄີຍ ກະທໍາ ສິ່ງ ຢ່າງ ນັ້ນ ຈັກ ເທື່ອ. 8 ທ່ານ ໄດ້ ເຫັນ ແລ້ວ ວ່າ ພວກເຮົາ ນໍາ ເອົາ ເງິນ ທີ່ ພົບ ຢູ່ ໃນ ຖົງ ເຂົ້າ ທີ່ ການາອານ ນັ້ນ ມາ ສົ່ງ ຄືນ. ພວກເຮົາ ຈະ ມາ ລັກ ເອົາ ເງິນ ຫລື ຄຳ ຂອງ ນາຍ ຂອງທ່ານ ເຮັດ ຫຍັງ? 9 ເອົາ ເທາະ ໃນ ຈໍາ ນວນ ພວກເຮົາ ນີ້ ຖ້າ ຈອກ ເງິນ ຕົກ ຢູ່ ນໍາ ຜູ້ໃດ ໃຫ້ ທ່ານ ຂ້າ ຜູ້ນັ້ນ ຖິ້ມ ໂລດ ແລະ ພວກເຮົາ ທຸກຄົນ ກໍ ຈະ ຍອມ ເປັນ ຄົນ ຮັບ ໃຊ້ ຂອງທ່ານ. ” 10 ຄົນ ຮັບ ໃຊ້ ເວົ້າ ວ່າ, “ຕົກ ລົງ ແຕ່ ຖ້າ ຂ້ອຍພົບ ຈອກ ນັ້ນ ຢູ່ ນຳ ຜູ້ໃດ ຜູ້ນັ້ນ ຈະຕ້ອງເປັນ ຄົນ ຮັບ ໃຊ້ຂອງຂ້ອຍ ນອກນັ້ນ ໃຫ້ ກັບ ໄປຢ່າງອິດສະຫລະ.” 11 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຟ້າວເອົາ ຖົງ ສະບຽງອາຫານລົງ ຈາກຫລັງ ລໍ ແລ້ວແຕ່ ລະຄົນ ກໍ ໄຂຖົງ ຂອງຕົນ ອອກ. 12 ຄົນ ຮັບ ໃຊ້ ຂອງໂຢເຊບັ ໄດ້ ຄົ້ນ ເບິ່ງ ຢ່າງຄັກ ແນ່ ແຕ່ ອ້າຍກົກ ຈົນ ຮອດນ້ອງຫລ້າ ແລະໃນທີ່ ສຸດກໍ ພົບ ຈອກນັ້ນ ຢູ່ ໃນຖົງ ເຂົ້າ ຂອງເບັນ ຢາມິນ. 13 ດັ່ງ ນັ້ນ ພວກເຂົາ ຈຶ່ງ ຈີກ ເສື້ອ ຂອງຕົນ ດ້ວຍ ຄວາມ ເສຍໃຈ. ພວກເຂົາ ເອົາ ຖົງ ຂຶ້ນ ຫລັງ ລໍ ຄືນ ແລະກັບ ເຂົ້າ ມາໃນເມືອງອີກ. 14 ເມື່ອ ຢູດາ ແລະ ອ້າຍ ນ້ອງ ຂອງ ລາວ ກັບ ມາ ຮອດ ເຮືອນ ຂອງ ໂຢເຊັບ ພໍດີ ໃນ ຂະນະນັ້ນ ເພິ່ນ ເອງ ກໍ ຍັງ ຢູ່ ເຮືອນ. ພວກເຂົາ ພາກັນ ກົ້ມ ຂາບລົງ ຕໍ່ໜ້າ ເພິ່ນ 15 ແລະ ໂຢເຊັບ ຈຶ່ງ ເວົ້າ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ເຮັດ ເຊັ່ນນີ້? ພວກເຈົ້າ ບໍ່ຮູ້ ບໍວ່າ ຄົນ ຄື ຂ້ອຍ ນີ້ ມີ ຕາທິບ?” 16 ຢູດາ ເວົ້າ ວ່າ, “ບໍ່ຮູ້ຈະ ເວົ້າ ກັບ ທ່ານ ຢ່າງ ໃດ ແລ້ວ ທ່ານເອີຍ? ບໍ່ ມີ ທາງ ໂຕ້ຖຽງ ໄດ້ ແລ້ວ? ແລະ ບໍ່ ຮູ້ ວ່າ ຈະ ພິສູດ ຄວາມ ບໍຣິສຸດ ໄດ້ ຢ່າງ ໃດ? ພຣະເຈົ້າ ໄດ້ ປະຈານ ຂາຍໜ້າ ຄວາມຜິດ ຂອງ ພວກເຮົາ ແລ້ວ. ບັດນີ້ ພວກເຮົາ ທຸກຄົນ ຕົກ ເປັນ ຄົນ ຮັບ ໃຊ້ ຂອງທ່ານ ແລະ ບໍ່ແມ່ນແຕ່ ຜູ້ ດຽວ ທີ່ ທ່ານ ໄດ້ ພົບ ຈອກ ນໍາ. ” 17 ໂຢເຊັບ ເວົ້າ ວ່າ, “ໂອ ບໍ່! ຂ້ອຍ ຈະ ເຮັດ ເຊັ່ນ ນັ້ນ ບໍ່ ໄດ້ ດອກ ຂ້ອຍ ພົບ ຈອກ ນໍາຜູ້ໃດ ແມ່ນ ຜູ້ນັ້ນ ແຫລະ ທີ່ ຈະ ຕົກ ເປັນ ຄົນ ຮັບ ໃຊ້ ຂອງຂ້ອຍ. ນອກ ນັ້ນ ຈົ່ງ ກັບ ເມືອ ຫາ ພໍ່ ຂອງ ພວກເຈົ້າ ຢ່າງ ປອດໄພ ສາເຖີດ.” 18 ຢູດາ ໄດ້ ເຂົ້າ ໄປ ຫາ ໂຢເຊັບ ແລະ ຂໍຮ້ອງ ວ່າ, “ທ່ານເອີຍ ກະລຸນາ ໃຫ້ ຂ້ານ້ອຍ ໄດ້ ເວົ້າ ກັບ ທ່ານ ຢ່າງ ກົງ ໄປ ກົງ ມາ ແດ່ ທ້ອນ. ຢ່າ ຟ້າວ ຮ້າຍ ໃຫ້ ຂ້ານ້ອຍ ເລີຍ; ທ່ານເອງ ກໍ ເປັນ ດັ່ງ ກະສັດ. 19 ທ່ານ ໄດ້ ຖາມ ຂ້ານ້ອຍ ວ່າ, ‘ເຈົ້າ ມີ ພໍ່ ແລະ ນ້ອງ ອີກ ບ່?’ 20 ພວກ ຂ້ານ້ອຍ ກໍ ຕອບ ວ່າ, ‘ພວກເຮົາ ມີ ພໍ່ ທີ່ ເຖົ້າ ແກ່ ຫລາຍ ແລະ ຍັງ ມີ ນ້ອງຊາຍ ຜູ້ໜຶ່ງ ທີ່ ເກີດ ມາ ເມື່ອ ເພິ່ນ ເຖົ້າ ແກ່ ແລ້ວ. ອ້າຍ ຂອງ ເດັກ ຜູ້ ນີ້ ໄດ້ ຕາຍໄປ ແລ້ວ ແລະ ລາວ ຜູ້ ດຽວ ເທົ່ານັ້ນ ທີ່ ເກີດ ຮ່ວມ ທ້ອງ ແມ່ ດຽວກັນ ທີ່ ຍັງ ມີ ຊີວິດ ຢູ່; ສະນັ້ນ ພໍ່ ຈຶ່ງ ຮັກ ລາວ ຫລາຍ. ’ 21 ທ່ານເອີຍ ທ່ານ ໄດ້ ບອກ ໃຫ້ ພວກ ຂ້ານ້ອຍ ເອົາ ລາວ ມາ ທີ່ ນີ້ ເພື່ອ ທ່ານ ຈະ ໄດ້ ເຫັນ ລາວ 22 ແລະ ພວກ ຂ້ານ້ອຍ ກໍໄດ້ ຕອບ ທ່ານ ວ່າ ເດັກ ຜູ້ ນີ້ ຈາກ ພໍ່ ຂອງ ລາວ ມາ ບໍ່ ໄດ້. ຖ້າລາວ ຈາກ ມາ ເມື່ອໃດ ພໍ່ ຂອງ ລາວ ຕ້ອງ ຕາຍ ເມື່ອນັ້ນ. 23 ແລ້ວ ທ່ານ ກໍ ເວົ້າ ວ່າ, ‘ພວກເຈົ້າ ຢ່າ ມາ ໃຫ້ ຂ້ອຍ ເຫັນ ໜ້າ ອີກ ຖ້າ ບໍ່ ມີ ນ້ອງຊາຍ ຂອງ ພວກເຈົ້າ ມາ ນໍາ. ’ 24 “ເມື່ອ ພວກ ຂ້ານ້ອຍ ກັບ ຄືນ ເມືອ ຫາ ພໍ່ ພວກ ຂ້າ ນ້ອຍ ກໍໄດ້ ເລົ່າ ເລື່ອງ ທີ່ ທ່ານ ໄດ້ ເວົ້າ ນັ້ນ ສູ່ ເພິ່ນ ຟັງ. 25 ແລ້ວ ເພິ່ນ ກໍ ບອກ ໃຫ້ ພວກ ຂ້ານ້ອຍ ກັບ ມາ ຊື້ ອາຫານ ອີກເລັກນ້ອຍ. 26 ພວກ ຂ້ານ້ອຍ ຈຶ່ງ ຕອບ ເພິ່ນ ວ່າ, ‘ພວກເຮົາ ກັບ ໄປ ບໍ່ ໄດ້; ເພິ່ນ ຈະ ບໍ່ ຮັບ ຖ້າ ບໍ່ ມີ ນ້ອງຊາຍ ຂອງ ພວກເຮົາ ມາ ນໍາ. ພວກເຮົາຈະໄປຖ້າມີ ນ້ອງຊາຍ ຫລ້າ ໄປ ນໍາ.’ 27 ພໍ່ຂອງ ພວກ ຂ້າ ນ້ອຍ ຈຶ່ງ ຕອບ ວ່າ, ‘ພວກເຈົ້າ ກໍ ຮູ້ ແລ້ວ ວ່າ ຣາເຊັນ ເມຍ ຂອງຂ້ອຍ ໄດ້ ເກີດ ລູກຊາຍ ສອງ ຄົນ ເທົ່ານັ້ນ ໃຫ້ ຂ້ອຍ. 28 ຜູ້ ທີໜຶ່​ງ ໄດ້ ຈາກ ຂ້ອຍ ໄປ ແລ້ວ. ຂ້ອຍ ຄາດ ວ່າ ລາວ ຄົງ ຖືກ ສັດ ຮ້າຍ ກັດ ກິນ ຕາຍ ເພາະ ຂ້ອຍ ບໍ່ ໄດ້ ເຫັນ ລາວ ນັບ ຕັ້ງ ແຕ່ ມື້ ລາວ ຈາກ ໄປ. 29 ຖ້າ ພວກເຈົ້າ ເອົາ ຜູ້ຫລ້າ ໄປ ຈາກ ຂ້ອຍ ແລະ ຖືກ ຂ້າອີກ ກໍເທົ່າ ກັບ ພວກເຈົ້າ ເຮັດ ໃຫ້ ພໍ່ອຸກໃຈ ຕາຍ ໃນ ຍາມ ເຖົ້າແກ່ ແລ້ວ ເຊັ່ນນີ້! ’” 30-31 ຢູດາ ເວົ້າ ຕໍ່ ໄປ ວ່າ, “ທ່ານ ຜູ້ ຍິ່ງ ໃຫຍ່ ເອີຍ ຖ້າຂ້ານ້ອຍ ກັບ ເມືອ ຫາ ພໍ່ ໂດຍ ບໍ່ ມີ ນ້ອງ ຄົນ ນີ້ ກັບ ເມືອ ນໍາ ແລ້ວ ພໍ ພໍ່ ເຫັນ ວ່າ ບໍ່ ມີ ລາວ ມາ ນໍາ ເພິ່ນ ກໍ ຈະ ລະທົມ ໃຈ ຕາຍ. ຊີວິດ ຂອງ ເພິ່ນ ແມ່ນ ຂຶ້ນ ຢູ່ ກັບ ຊີວິດ ຂອງ ເດັກ ຄົນ ນີ້ ແລະ ເພິ່ນ ກໍ ເຖົ້າແກ່ ຫລາຍແທ້ ທີ່ ຈະລະທົມໃຈ ຕາຍ ຍ້ອນ ສິ່ງ ທີ່ພວກຂ້ານ້ອຍ ໄດ້ ສ້າງ ຂຶ້ນ. 32 ຂ້ານ້ອຍ ໄດ້ ເອົາ ຊີວິດ ຂອງ ຂ້ານ້ອຍ ເອງ ປະກັນ ແທນ ເດັກ ຄົນ ນີ້. ຂ້ານ້ອຍ ບອກ ເພິ່ນ ວ່າ, ‘ຖ້າຂ້ານ້ອຍ ບໍ່ນໍາ ລາວ ກັບ ຄືນ ເມືອ ຫາ ເພິ່ນ ແລ້ວ ຂ້ານ້ອຍ ກໍ ຈະ ເປັນ ຜູ້ ຮັບ ຜິດ ຊອບ ທຸກຢ່າງ ຈາກ ເພິ່ນ ຊົ່ວ ຊີວິດ.’ 33 ບັດ ນີ້ ທ່ານເອີຍ ຂ້ານ້ອຍ ຈະ ຢູ່ ທີ່ ນີ້ ເປັນ ຄົນ ຮັບໃຊ້ ຂອງທ່ານ ແທນ ເດັກນ້ອຍ ຜູ້ ນີ້; ກະລຸນາ ໃຫ້ ລາວ ກັບ ຄືນ ເມືອ ພ້ອມ ກັບ ພວກອ້າຍ ຂອງ ລາວ ສາ. 34 ຂ້ານ້ອຍ ຈະ ກັບ ຄືນ ເມືອ ຫາ ພໍ່ ໄດ້ ຢ່າງ ໃດ ໃນ ເມື່ອ ບໍ່ ມີ ເດັກ ຄົນ ນີ້ ເມືອ ນໍາ? ຂ້ານ້ອຍ ທົນ ເບິ່ງ ເພິ່ນ ລະທົມໃຈ ຕາຍ ບໍ່ ໄດ້ດອກ.”