43

1 ຄວາມ ອຶດ ຢາກ ໃນ ການາອານ ຮ້າຍແຮງ ໜັກ ຂຶ້ນ 2 ແລະ ເມື່ອ ຄອບຄົວ ຂອງ ຢາໂຄບ ກິນ ເຂົ້າ ທີ່ ໄດ້ ຊື້ ມາ ແຕ່ ປະເທດ ເອຢິບ ໝົດ ແລ້ວ ຢາໂຄບ ຈຶ່ງ ເວົ້າ ກັບ ພວກ ລູກຊາຍ ວ່າ, “ຈົ່ງ ກັບ ຄືນ ໄປ ຊື້ ອາຫານ ຕື່ມ ອີກ ເລັກ ນ້ອຍ ສໍາລັບ ພວກເຮົາ ແມ.” 3 ຢູດາ ຕອບ ວ່າ, “ຜູ້ປົກ ຄອງ ເອຢິບ ໄດ້ ເວົ້າ ກັບ ພວກເຮົາ ຢ່າງ ເດັດ ຂາດ ແລ້ວ ວ່າ ຢ່າ ໄປ ໃຫ້ ເພິ່ນ ເຫັນ ໜ້າ ຈົນ ກວ່າ ພວກເຮົາ ຈະ ນໍາ ນ້ອງຊາຍ ຫລ້າ ໄປ ດ້ວຍ. 4 ຖ້າ ພໍ່ ຍອມ ໃຫ້ ນ້ອງຊາຍ ຫລ້າ ໄປ ກັບ ພວກເຮົາ ພວກເຮົາ ກໍ ຈະ ໄປ ຊື້ ເຂົ້າ ໃຫ້ ພໍ່. 5 ຖ້າ ພໍ່ ບໍ່ ຍອມ ພວກເຮົາ ກໍ ຈະ ບໍ່ ໄປ ເພາະ ເພິ່ນ ເວົ້າ ກັບ ພວກເຮົາ ວ່າ ຢ່າ ມາ ໃຫ້ ເຫັນ ໜ້າ ຈົນ ກວ່າ ພວກເຮົາ ຈະ ພາ ນ້ອງຊາຍ ຂອງ ພວກເຮົາ ໄປ ດ້ວຍ.” 6 ຢາໂຄບ ເວົ້າ ວ່າ, “ເປັນ ຫຍັງ ພວກເຈົ້າ ຈຶ່ງ ເຮັດ ເລື່ອງ ຫຍຸ້ງ ຍາກ ໃຫ້ ຂ້ອຍ ຫລາຍ ແທ້ ເປັນ ຫຍັງ ຈຶ່ງ ບອກ ເພິ່ນ ວ່າ ພວກເຈົ້າ ມີ ນ້ອງຊາຍ ຢູ່ ອີກ ຜູ້ໜຶ່ງ. ” 7 ພວກເຂົາ ຕອບ ວ່າ, “ຊາຍ ຄົນ ນັ້ນ ຖາມ ພວກເຮົາ ແລະ ຖາມ ເຖິງ ຄອບຄົວ ຂອງ ພວກເຮົາ ວ່າ, ‘ພໍ່ ຂອງ ພວກເຈົ້າ ຍັງ ມີ ຊີວິດ ຢູ່ ບໍ? ພວກເຈົ້າ ມີ ນ້ອງຊາຍ ບໍ? ’ ພວກເຮົາ ກ້ ຕ້ອງ ຕອບ ຄໍາຖາມ ຂອງ ເພິ່ນ ຕາມ ຊື່. ພວກເຮົາ ຈະ ຮູ້ ໄດ້ ແນວ ໃດ ວ່າ ເພິ່ນ ຈະ ບອກ ໃຫ້ ພາ ນ້ອງຊາຍ ໄປ ຫາ ເພິ່ນ.” 8 ຢູດາ ເວົ້າ ກັບ ພໍ່ ຂອງຕົນ ວ່າ, “ໃຫ້ ນ້ອງຊາຍ ໄປ ກັບ ເຮົາ ສາ ແລະ ພວກເຮົາ ຈະ ຮີບ ອອກເດີນ ທາງ. ແລ້ວ ພວກເຮົາ ກໍ ຈະ ບໍ່ ໄດ້ ອຶດ ຕາຍ. 9 ລູກ ຈະ ຍອມ ອຸທິດ ຊີວິດ ເພື່ອ ລາວ ເອງ ໃຫ້ ພໍ່ ມອບ ຄວາມ ຮັບ ຜິດ ຊອບ ໃຫ້ ລູກ ໂລດ. ຖ້າລູກ ບໍ່ ນໍາ ລາວ ກັບ ຄືນ ມາ ໄດ້ ຢ່າງ ປອດໄພ ລູກ ຈະ ຍອມ ເປັນ ຜູ້ຮັບ ຜິດ ຊອບ ຕໍ່ ພໍ່ ຕະຫລອດ ຊີວິດ. 10 ຖ້າ ພວກເຮົາ ບໍ່ ຊັກ ຊ້າ ຢູ່ ຢ່າງ ນີ້ ປານນີ້ ພວກເຮົາ ຄົງ ຈະ ໄປ ແລະ ກັບ ມາ ເປັນ ຖ້ຽວ ທີ ສອງ ແລ້ວ.” 11 ພໍ່ ຂອງ ພວກເຂົາ ຈຶ່ງ ເວົ້າ ວ່າ, “ຖ້າດັ່ງນັ້ນ ໃຫ້ ເຮັດ ຢ່າງ ນີ້: ໃຫ້ ເອົາ ໝາກໄມ້ ຢ່າງດີ ທີ່ ສຸດ ທີ່ ມີ ໃນ ດິນແດນ ຂອງເຮົາ ໃສ່ ຖົງເຂົ້າ ໄປ ຕ້ອນ ຜູ້ປົກ ຄອງ ຄົນ ນັ້ນ ເຊັ່ນ: ກໍາຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ ໝາກບົກ. 12 ຈົ່ງ ຖື ເງິນ ໄປ ນໍາ ສອງ ເທົ່າ ເພາະ ພວກເຈົ້າ ຈະ ຕ້ອງ ເອົາ ເງິນ ທີ່ ໄດ້ ພົບ ໃນ ຖົງ ເຂົ້າ ນັ້ນ ສົ່ງ ຄືນ. ບາງທີ ອາດ ເປັນ ການ ຫລົງ ລືມ ກໍໄດ້. 13 ພາ ນ້ອງຊາຍ ຂອງ ເຈົ້າ ອອກ ເດີນ ທາງ ໄປ ສາ. 14 ຂໍ ໃຫ້ ພຣະເຈົ້າ ອົງ ຊົງ ຣິດ ອໍານາດ ຍິ່ງ ໃຫຍ່ ດົນ ບັນ ດານ ໃຫ້ ຊາຍ ຜູ້ນັ້ນ ມີ ຄວາມ ເມດຕາ ຕໍ່ ພວກເຈົ້າ ເພື່ອ ວ່າ ເພິ່ນ ຈະ ປ່ອຍ ຊີເມໂອນ ແລະ ເບັນຢາມິນ ໃຫ້ ກັບ ຄືນ ມາ. ສໍາລັບ ພໍ່ ແລ້ວ ຖ້າ ວ່າ ຈະ ສູນເສຍ ລູກ ທັງ ສອງ ກໍ ຕ້ອງ ຈໍາເປັນ. ” 15 ດັ່ງ​ນັ້ນ ພວກ​ລູກ​ຊາຍ​ຂອງ​ຢາ​ໂຄບ ຈຶ່ງ​ນຳ​ຂອງ​ຕ້ອນ​ແລະ​ເງິນ​ສອງ​ເທົ່າ ພ້ອມ​ກັບ ເບັນ​ຢາ​ມິນ ອອກ​ເດີນ​ທາງ​ໄປ​ຍັງ​ປະ​ເທດ ເອ​ຢິບ. ເມື່ອ​ໄປ​ຮອດ ພວກ​ເຂົາ​ກໍ​ເຂົ້າ​ໄປ​ຫາ ໂຢ​ເຊັບ. 16 ພໍ ເມື່ອ ໂຢເຊັບ ເຫັນ ເບັນຢາມິນ ມາ ກັບ ພວກເຂົາ ເພິ່ນ ຈຶ່ງ ສັ່ງ ຄົນ ຮັບ ໃຊ້ ຜູ້ ຮັບ ຜິດ ຊອບ ໃນ ເຮືອນ ຂອງຕົນ ວ່າ, “ຈົ່ງ ພາ ຄົນ ເຫລົ່າ ນີ້ ໄປ ໃນ ເຮືອນ ຂອງຂ້ອຍ ເພາະ ໃນ ຕອນທ່ຽງ ຄົນ ເຫລົ່າ ນີ້ ຈະ ກິນ ເຂົ້າ ນໍາ ຂ້ອຍ. ສະນັ້ນ ຈົ່ງ ໄປ ຂ້າສັດ ແລະ ຈັດ ແຈງ ອາຫານ ໄວ້ ເດີ. ” 17 ຄົນ ຮັບໃຊ້ ກໍ ເຮັດ ຕາມ ທີ່ ໂຢເຊັບ ໄດ້ ສັ່ງ ນັ້ນ ແລະ ລາວ ໄດ້ ພາ ພວກເຂົາ ໄປ ທີ່ ເຮືອນ ຂອງ ເພິ່ນ. 18 ເມື່ອ ຄົນ ຮັບ ໃຊ້ ນຳ ພວກເຂົາ ມາ ຮອດ ເຮືອນ ຂອງ ໂຢເຊັບ ພວກເຂົາ ກໍ ຢ້ານ ຫລາຍ ແລະ ຄິດ ວ່າ, “ລາວ ພາ ພວກເຮົາ ມາ ທີ່ ນີ້ ເພາະ ເງິນ ທີ່ ພວກເຮົາ ໄດ້ ພົບ ຢູ່ ໃນ ຖົງເຂົ້າ ຄາວ ທີ່ ມາ ຖ້ຽວ ທໍາອິດ ນັ້ນ ແຫລະ. ເຂົາ ຈະ ຕ້ອງ ຂ້ຽນ ພວກເຮົາ, ຢຶດ ເອົາ ລໍ ທັງ ໝົດ ຂອງ ພວກເຮົາ ແລະ ເອົາ ພວກເຮົາ ໄປ ເປັນ ທາດ. ” 19 ດັ່ງ ນັ້ນ ເມື່ອ ມາ ຮອດ ປະຕູ ເຮືອນ ຂອງ ໂຢເຊັບ ພວກເຂົາ ຈຶ່ງ ເວົ້າ ກັບ ຄົນ ຮັບ ໃຊ້ ຜູ້ຮັບ ຜິດ ຊອບ ນັ້ນ ວ່າ, 20 “ທ່ານເອີຍ ຂໍ ໄດ້ ໂຜດ ກະລຸນາ ເທີ້ນ ເມື່ອ ຄາວ ທີ່ ພວກ ຂ້ານ້ອຍ ໄດ້ ມາ ຊື້ ສະບຽງ ອາຫານ ຖ້ຽວ ກ່ອນ ນັ້ນ. 21 ເມື່ອເດີນ ທາງ ກັບ ຄືນ ພໍ ຫາ ທີ່ ພັກ ໄດ້ ພວກ ຂ້ານ້ອຍ ຈຶ່ງ ໄຂ ຖົງ ເຂົ້າ ແລະ ແຕ່ ລະຄົນ ກໍ ພົບ ເງິນ ທີ່ໄດ້ ຈ່າຍ ຄ່າ ຊື້ ເຂົ້າ ຄົບ ຕາມ ຈໍາ ນວນ ເດີມ; ພວກ ຂ້ານ້ອຍ ຈຶ່ງ ເອົາ ມາ ສົ່ງ ຄືນ ໃຫ້ ທ່ານ. ພວກ ຂ້ານ້ອຍ ບໍ່ ຮູ້ ວ່າ ແມ່ນ ຜູ້ໃດ ເອົາ ເງິນ ນັ້ນ ມາ ໃສ່ ໄວ້ ໃນ ຖົງ ເຂົ້າ. 22 ເທື່ອ ນີ້ ພວກ ຂ້ານ້ອຍ ຖື ເງິນ ມາ ນໍາ ຫລາຍ ສົມຄວນ ເພື່ອ ຂໍ ຊື້ ເຂົ້າ ອີກ. ” 23 ຄົນ ຮັບໃຊ້ ຈຶ່ງ ເວົ້າ ວ່າ, “ຢ່າ ອຸກໃຈ ແລະ ຢ້ານກົວ ເລຍີ. ພຣະເຈົ້າ ຂອງ ພວກເຈົ້າ ອົງ ທີ່ ເປັນ ພຣະເຈົ້າ ຂອງ ພໍ່ ພວກເຈົ້າ ໄດ້ ເອົາ ເງິນ ນີ້ ໃສ່ ໃນ ຖົງ ເຂົ້າ ໃຫ້ ພວກເຈົ້າ. ເງິນ ທີ່ ພວກເຈົ້າ ໄດ້ ຈ່າຍ ນັ້ນ ຂ້ອຍ ໄດ້ ຮັບ ຮຽບຮ້ອຍ ແລ້ວ. ” ແລ້ວຄົນ ຮັບໃຊ້ ກໍນໍາ ຊີເມໂອນ ອອກ ມາ ຫາ ພວກເຂົາ. 24 ຄົນ ຮັບໃຊ້ ພາ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ເຂົ້າ ໄປ ໃນ ເຮືອນ. ລາວ ເອົາ ນ້ຳ ໃຫ້ ພວກເຂົາ ລ້າງ ຕີນ ແລະ ເອົາ ເຟືອງ ໃຫ້ ລໍ ໍ ຂອງ ພວກເຂົາ ກິນ. 25 ສ່ວນ ພວກເຂົາ ກໍ ຕຽມ ເອົາ ຂອງຕ້ອນ ໄວ້ ເພື່ອ ມອບ ໃຫ້ ແກ່ ໂຢເຊັບ ໃນ ຕອນທ່ຽງ ເພາະ ພວກເຂົາ ຮູ້ ວ່າ ເພິ່ນ ຈະ ມາ ກິນ ເຂົ້າ ຮ່ວມ ກັບ ພວກ ຕົນ ທີ່ ບ້ານ. 26 ເມື່ອ ໂຢເຊັບ ກັບ ມາ ເຮືອນ ພວກເຂົາ ກໍ ເອົາ ຂອງຕ້ອນ ເຂົ້າ ໄປ ມອບ ໃຫ້ ໂຢເຊັບ ແລະ ຂາບລົງ ຕໍ່ໜ້າ ເພິ່ນ. 27 ໂຢເຊັບ ໄດ້ ຖາມ ເຖິງ ຄວາມສຸກທຸກ ຂອງ ພວກເຂົາ ແລະ ຖາມ ວ່າ, “ພວກເຈົ້າ ໄດ້ ເວົ້າ ສູ່ ຂ້ອຍ ຟັງ ເລື່ອງ ພໍ່ ຂອງ ພວກເຈົ້າ ທີ່ ເຖົ້າ ແກ່ ແລ້ວ ນັ້ນ, ດຽວ ນີ້ ເພິ່ນ ເປັນ ຢ່າງ ໃດ? ເພິ່ນ ຍັງ ມີ ຊີວິດ ຢູ່ ແລະ ສະບາຍດີບໍ? ໍ” 28 ພວກເຂົາ ຕອບ ວ່າ, “ພໍ່ ຂອງ ພວກ ຂ້ານ້ອຍ ຜູ້ຮັບ ໃຊ້ ທີ່ ສັດ ຊື່ ຕໍ່ທ່ານ ຍັງ ມີ ຊີວິດ ຢູ່ ແລະ ຍັງ ສະບາຍດີ. ” ແລ້ວ ພວກເຂົາ ກໍ ຂາບລົງ ດິນ ຕໍ່ ໜ້າ ໂຢເຊັບ. 29 ເມື່ອ ໂຢເຊັບ ເຫັນ ເບັນຢາມິນ ນ້ອງຊາຍ ຄີງ ໆ ຂອງຕົນ ເພິ່ນ ກໍ ເວົ້າ ວ່າ, “ຊາຍ ຄົນ ນີ້ ຄົງ ເປັນ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ທີ່ ພວກເຈົ້າ ໄດ້ ເວົ້າ ສູ່ ຂ້ອຍ ຟັງ ເມື່ອ ມາ ຄັ້ງ ກ່ອນ ແມ່ນ ບໍ? ນ້ອງເອີຍ ຂໍ ພຣະເຈົ້າ ຈົ່ງ ອວຍພອນ ເຈົ້າ ເດີ.” 30 ແລ້ວ ໂຢເຊັບ ກໍ ຟ້າວ ຍ່າງ ອອກ ໄປ ທັນທີ ເພາະ ເພິ່ນ ຕື້ນຕັນ ໃຈ ຍ້ອນ ວ່າ ຮັກ ນ້ອງຊາຍ ຄີງ ໆ ຂອງຕົນ. ເພິ່ນ ເກືອບ ຮ້ອງໄຫ້ ຕໍ່ ໜ້າ ພວກເຂົາ. ສະນັ້ນ ເພິ່ນ ຈຶ່ງ ເຂົ້າ ໄປ ລີ້ ຮ້ອງໄຫ້ ຢູ່ ໃນ ຫ້ອງ ສ່ວນຕົວ. 31 ຫລັງ ຈາກ ລ້າງໜ້າ ແລ້ວ ເພິ່ນ ຈຶ່ງ ອອກ ມາ ຂ້າງ ນອກ ລະງັບ ຈິດ ໃຈ ໄວ້ ແລະ ສັ່ງ ຄົນ ໃຫ້ ຈັດ ແຈ່ ງ ອາຫານ ມາ. 32 ເຂົາ ໄດ້ ຈັດ ແຈ່ງ ໂຕະ ໃຫ້ ໂຢເຊັບ ກິນ ຜູ້ ດຽວ ຕ່າງຫາກ ແລະ ຈັດ ແຈ່ງ ໃຫ້ ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ກິນ ໂຕະ ໜຶ່ງ ຕ່າງຫາກ. ຊາວ ເອຢິບ ຜູ້ ທີ່ ມາ ຮ່ວມ ນໍາ ນັ້ນ ເຂົາ ໄດ້ ຈັດ ໃຫ້ ກິນ ໂຕະ ໜຶ່ງ ອີກ ຕ່າງຫາກ ເພາະ ເຂົາ ຖືວ່າ ມັນ ເປັນ ການ ອັບ ອາຍ ຂາຍໜ້າ ທີ່ຈະ ກິນ ເຂົ້າ ຮ່ວມ ໂຕະ ກັບ ຊາວ ເຮັບເຣີ. 33 ພວກ ອ້າຍ ນ້ອງ ຂອງ ໂຢເຊັບ ນັ່ງ ລຽນ ກັນ ປິ່ນ ໜ້າ ໃສ່ ໂຢເຊັບ ໂດຍ ລຽນ ຕາມ ລໍາດັບ ອາຍຸ ຄື: ອ້າຍກົກ ຫາ ນ້ອງຫລ້າ. ເມື່ອ ນັ່ງ ຮຽບຮ້ອຍ ແລ້ວ ເຂົາ ກໍ ແນມ ເບິ່ງ ໜ້າ ກັນແລະກັນ ຢ່າງ ປະຫລາດ ໃຈ. 34 ຄົນ ຮັບ ໃຊ້ ເລີ່ມ ຢາຍ ອາຫານ ຕັ້ງ ແຕ່ ໂຕະ ຂອງ ໂຢເຊັບ ໄປ ແລະ ເບັນຢາມິນ ໄດ້ ຮັບ ອາຫານ ຫລາຍກວ່າ ຜູ້ ອື່ນ ຫ້າ ເທົ່າ. ດັ່ງ ນັ້ນ ພວກເຂົາ ຈຶ່ງ ກິນ ແລະ ດື່ມ ກັບ ໂຢເຊັບ ຢ່າງ ມ່ວນຊື່ນ ເບີກ ບານ.