42

1 ເມື່ອຢາໂຄບ ຮູ້ ວ່າ ຢູ່ ທີ່ ປະເທດ ເອຢິບ ຍັງ ມີ ເຂົ້າ ຂາຍ ເພິ່ນ ກໍ ເວົ້າ ຕໍ່ ພວກລູກຊາຍ ວ່າ, “ພວກເຈົ້າ ພາກັນຢູ່ ລ້າ ໆ ເຮັດ ຫຍັງ? 2 ຂ້ອຍ ໄດ້ຍິນ ວ່າ ທີ່ ປະເທດ ເອຢິບ ມີ ເຂົ້າ ຂາຍ. ຈົ່ງ ໄປ ຊື້ ເຂົ້າ ທີ່ ນັ້ນແມ ບໍ່ດັ່ງນນັ້ ພວກເຮົາ ຈະອຶດຕາຍ ໃດ. ” 3 ດັ່ງນັ້ນ ພວກ ອ້າຍ ຕ່າງແມ່ ຂອງ ໂຢເຊັບ ສິບຄົນ ຈຶ່ງພາກັນ ໄປ ຍັງ ປະເທດ ເອຢິບ ເພື່ອຊື້ ເຂົ້າ; 4 ແຕ່ ຢາໂຄບ ບໍ່ໃຫ້ ເບັນຢາມິນ ນ້ອງຊາຍ ຄີງ ໆ ຂອງ ໂຢເຊັບ ໄປນໍາພວກເຂົາ ເພາະຢ້ານ ມີ ອັນຕະລາຍ ເກີດ ຂຶ້ນ ກັບລາວ. 5 ພວກ ລູກຊາຍ ຂອງ ຢາໂຄບ ໄດ້ ມາ ຫາ ຊື້ ເຂົ້າ ພ້ອມ ກັບ ຄົນ ພວກ ອື່ນ ໆ ເພາະ ໃນ ການາອານ ເກີດ ການ ອຶດຢາກ. 6 ໂຢເຊັບ ໃນ ຖານະ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ເພິ່ນ ໄດ້ ຂາຍ ເຂົ້າ ໃຫ້ ແກ່ ປະຊາຊົນ ຈາກ ທຸກຊາດ ທົ່ວໂລກ. ດັ່ງນັ້ນ ພວກ ອ້າຍ ຂອງ ໂຢເຊັບ ຈຶ່ງ ເຂົ້າມາຫາ ແລະ ຂາບລົງ ຕໍ່ໜ້າ ເພິ່ນ. 7 ເມື່ອ ໂຢເຊັບ ເຫັນ ພວກ ອ້າຍ ເພິ່ນ ກໍ ຈື່ ພວກເຂົາ ໄດ້, ແຕ່ ເພິ່ນ ເຮັດ ຄື ບໍ່ຮູ້ຈັກ ພວກເຂົາ. ເພິ່ນ ເວົ້າຢ່າງ ມີ ອຳນາດ ຕໍ່ ພວກເຂົາ ວ່າ, “ພວກເຈົ້າ ມາ ແຕ່ ໃສ? ” ພວກເຂົາ ຕອບວ່າ, “ພວກຂ້າ ນ້ອຍ ມາແຕ່ ການາອານ ເພື່ອ ຂໍ ຊື້ ອາຫານ. ” 8 ໂຢເຊັບ ຈື່ ພວກ ອ້າຍ ຂອງຕົນ ໄດ້ ແຕ່ ພວກເຂົາ ຈື່ ໂຢເຊັບ ບໍ່ໄດ້. 9 ເພິ່ນ ລະນຶກ ເຖິງ ຄວາມຝັນ ທີ່ ເພິ່ນ ໄດ້ ມີ ກ່ຽວກັບ ພວກເຂົາ ແລະ ເວົ້າວ່າ, “ພວກເຈົ້າ ເປັນ ນັກ ສືບ ພວກເຈົ້າ ມາ ສືບ ເບິ່ງ ຈຸດ ອ່ອນ ໃນ ປະເທດ ຂອງເຮົາ. ” 10 ພວກເຂົາ ຕອບວ່າ, “ບ່ ແມ່ນ ທ່ານເອີຍ ພວກຂ້ານ້ອຍ ມາ ຢ່າງ ຄົນ ຮັບໃຊ້ ຂອງທ່ານ ເພື່ອ ຂໍ ຊື້ ອາຫານ. 11 ພວກ ຂ້ານ້ອຍ ທັງໝົດ ເປັນ ອ້າຍ ນ້ອງ ກັນ. ທ່ານເອີຍ ພວກ ຂ້ານ້ອຍ ບໍ່ ແມ່ນ ນັກ ສືບ ດອກ ແຕ່ ເປັນ ຄົນ ສັດ ຊື່.” 12 ແຕ່ ໂຢເຊັບ ເວົ້າ ຢ້ຳຢ່າງ ໜັກ ແໜ້ນວ່າ, “ບໍ່ ແມ່ນ ດອກ ພວກເຈົ້າ ມາ ສືບ ເອົາ ຈຸດອ່ອນ ໃນ ປະເທດ ຂອງເຮົາ. ” 13 ພວກເຂົາ ເວົ້າ ວ່າ, “ທ່ານເອີຍ ພວກຂ້ານ້ອຍ ມີ ອ້າຍນ້ອງ ນໍາ ກັນ ສິບ ສອງ ຄົນ ທີ່ເກີດ ຈາກ ພໍ່ດຽວກັນ ທີ່ ການາອານ. ນ້ອງຊາຍ ຜູ້ໜຶ່ງ ໄດ້ ຕາຍໄປແລ້ວ ແລະ ນ້ອງຊາຍ ຫລ້າຍັງ ຢູ່ ນຳ ພໍ່.” 14 ໂຢເຊັບ ຕອບ ວ່າ, “ແມ່ນ ຄື ຂ້ອຍ ເວົ້າ ແທ້ ໆພວກເຈົ້າ ເປັນ ນັກ ສືບ ອີ່ຫລີ. 15 ສິ່ງນີ້ ຈະ ເປັນ ເຄື່ອງ ພິສູດ ພວກເຈົ້າ ຄື: ເຮົາ ສັນຍາ ໃນນາມ ຂອງ ພະຣາຊາ ວ່າ ພວກເຈົ້າ ຈະໄປ ຈາກ ທີ່ນີ້ ບໍ່ໄດ້ ຈົນ ກວ່າ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ຈະມາ ທີ່ນີ້. 16 ໃຫ້ ສົ່ງ ຜູ້ໜຶ່ງ ໃນ ພວກເຈົ້າ ໄປ ເອົາ ລາວ ມາ. ພວກ ທີ່ ເຫລືອ ຢູ່ ນັ້ນ ຈະ ຕ້ອງ ຖືກ ກັກ ຂັງ ໄວ້ ທີ່ ນີ້ ຈົນ ກວ່າ ສິ່ງ ທີ່ ພວກເຈົ້າ ໄດ້ເວົ້າ ມານັ້ນ ຈະ ພິສູດ ໃຫ້ ເຫັນ ວ່າ ເປັນ ຄວາມຈິງ. ຖ້າບໍ່ດັ່ງ ນັ້ນ ຕາບໃດ ທີ່ ກະສັດ ຍັງມີ ຊີວິດຢູ່ ຕາບນັ້ນ ພວກເຈົ້າ ກໍ ຍັງ ເປັນ ນັກ ສືບ ຢູ່ ຢ່າງ ນັ້ນແຫລະ. ” 17 ສະນັ້ນ ໂຢເຊັບ ຈຶ່ງສັ່ງ ຂັງ ພວກເຂົາ ໄວ້ ສາມ ວັນ. 18 ໃນ ວັນ ທີ ສາມ ໂຢເຊັບ ຈຶ່ງ ເວົ້າ ຕໍ່ ພວກເຂົາ ວ່າ, “ຂ້ອຍ ເປັນ ຄົນ ຢໍາເກງພຣະເຈົ້າ ພວກເຈົ້າຈະລອດຊີວິດໄດ້ ຖ້າພວກເຈົ້າ ເຮັດດັ່ງນີ້: 19 ເພື່ອ ພິສູດ ວ່າ ພວກເຈົ້າ ເປັນຄົນ ສັດຊື່ ແທ້ ນັ້ນ ໃຫ້ ຄົນ ໜຶ່ງ ໃນ ພວກເຈົ້າ ຍັງ ຢູ່ໃນຄຸກນີ້. ສ່ວນ ທີ່ເຫຼືອ ໃຫ້ ເອົາ ເຂົ້າ ທີ່ ໄດ້ ຊື້ນີ້ ເມືອໃຫ້ ຄອບຄົວ ຂອງ ພວກເຈົ້າ ທີ່ ກຳລັງ ອຶດ ຫິວ. 20 ແລ້ວພວກເຈົ້າ ຕ້ອງ ເອົາ ນ້ອງຊາຍ ຫລ້າ ຂອງ ພວກເຈົ້າ ມາຫາ ເຮົາ. ອັນນີ້ ຈະ ພິສູດ ວ່າ ພວກເຈົ້າ ໄດ້ ເວົ້າ ຄວາມຈິງ ແລະ ພວກເຈົ້າ ກໍ ຈະ ບໍ່ ຖືກ ປະຫານ ຊີວິດ. ” ພວກເຂົາ ຕົກລົງ ຕາມ ຂໍ້ ສະເໜີ ມາ ນັ້ນ 21 ແລະ ຈຶ່ງ ເວົ້າຕໍ່ກັນ ແລະກັນ ວ່າ, “ແມ່ນ ແລ້ວ ພວກເຮົາ ໄດ້ ຮັບ ທຸກ ໃນ ເວລາ ນີ້ ກໍຍ້ອນ ໂທດກຳ ທີ່ ພວກເຮົາ ໄດ້ ເຮັດ ຕໍ່ ນ້ອງຊາຍ ຂອງ ພວກເຮົາ; ພວກເຮົາ ເຫັນ ວ່າ ລາວ ເປັນ ທຸກ ພຽງໃດ ເມື່ອລາວ ໄດ້ ວິງວອນ ຂໍ ຄວາມ ເມດຕາ, ແຕ່ ພວກເຮົາ ບໍ່ ຍອມ ຟັງ ສຽງ ຂອງ ລາວ ເລີຍ. ຈັ່ງ ຊັ້ນ ແຫລະ ບັດ ນີ້ ກຳ ຈຶ່ງ ນໍາ ມາ ສະໜອງ. ” 22 ຣູເບັນ ເວົ້າ ວ່າ, “ຂ້ອຍ ບອກ ພວກເຈົ້າ ແລ້ວ ວ່າ ຢ່າ ຕີ ລາວ ແຕ່ ພວກເຈົ້າ ບໍ່ ຍອມ ຟັງ ຂ້ອຍ ເລີຍ. ເຫັນບໍ ບັດນີ້ ບາບໄລ່ ເວນທັນ ສາ ແລ້ວ.” 23 ໂຢເຊັບ ເຂົ້າໃຈ ເລື່ອງ ທັງໝົດ ທີ່ພວກເຂົາ ເວົ້າ ກັນ, ແຕ່ ພວກເຂົາ ບໍ່ ຮູ້ ວ່າ ເພິ່ນ ເຂົ້າໃຈ ໄດ້ ເພາະ ໂຢເຊັບ ໃຊ້ ນາຍ ພາສາ ເວົ້າ ກັບ ພວກເຂົາ. 24 ໂຢເຊັບ ຫລົບ ໜີ ຈາກ ພວກເຂົາ ແລະ ໄປ ລີ້ ຮ້ອງໄຫ້ ຢູ່ ຜູ້ ດຽວ. ເມື່ອ ເພິ່ນ ຕັ້ງ ສະຕິ ໄດ້ ແລ້ວ ຈຶ່ງ ກັບ ເຂົ້າ ມາ ອີກ ແລະ ສັ່ງ ໃຫ້ ເອົາ ຊີເມໂອນ ອອກ ມາ ຜູກ ໄວ້ ຕໍ່ໜ້າ ຕໍ່ຕາ ຂອງ ພວກເຂົາ ຢູ່ໃນທີ່ ນັ້ນ. 25 ໂຢເຊັບ ສັ່ງ ໃຫ້ ຄົນ ເອົາ ເຂົ້າ ໃສ່ ຖົງ ພວກເຂົາ ຈົນ ເຕັມ ແລະ ເອົາ ເງິນ ຂອງ ແຕ່ ລະຄົນ ໃສ່ ໄວ້ ເທິງ ເຂົ້າ ໃນ ຖົງ ນັ້ນ ຄືນ ແລະ ເອົາ ອາຫານ ໃຫ້ ພວກເຂົາ ໄປ ກິນ ຕາມ ທາງ ດ້ວຍ. ຄົນ ຂອງ ເພິ່ນ ກໍ ເຮັດ ຕາມ ຄໍາສັ່ງ ນັ້ນ ທຸກປະການ. 26 ພວກ ອ້າຍ ຂອງ ໂຢເຊັບ ໄດ້ ພາກັນ ເອົາ ເຂົ້າ ທີ່ ຊື້ ນັ້ນ ບັນ ທຸກ ໃສ່ ຫລັງ ລໍ ແລ້ວ ກໍ ອອກ ເດີນທາງ ໄປ. 27 ໃນ ບ່ອນ ທີ່ ພັກ ເຊົາ ແຮມ ຄືນ ແຫ່ງ ໜຶ່ງ ມີ ຄົນ ໜຶ່ງ ໃນ ພວກເຂົາ ໄດ້ ໄຂ ຖົງ ເພື່ອ ເອົາ ເຟືອງ ໃຫ້ ລໍ ກິນ ລາວ ເລີຍ ພົບ ເງິນ ຢູ່ໃນ ປາກ ຂອງ ຖົງ ເຂົ້າ. 28 ລາວ ຈຶ່ງ ຮ້ອງ ໃສ່ ພວກ ອ້າຍ ນ້ອງ ຂອງຕົນ ວ່າ, “ຂ້ອຍ ໄດ້ ເງິນ ຄືນ ມາ ມັນ ຢູ່ ໃນ ຖົງ ເຂົ້າ ນີ້ ເດ! ” ພວກເຂົາ ຕ່າງ ກໍ ຕົກ ໃຈ ຢ້ານກົວ ຈົນ ຕົວ ສັ່ນ ແລະ ຖາມ ກັນ ວ່າ, “ເປັນ ຫຍັງ ພຣະເຈົ້າ ຈຶ່ງ ເຮັດ ກັບ ພວກເຮົາ ເຊັ່ນ ນີ້? ” 29 ເມື່ອ ພວກເຂົາ ກັບ ມາ ຫາ ຢາໂຄບ ຜູ້ ເປັນ ພໍ່ ໃນ ການາອານ ແລ້ວ ພວກເຂົາ ກໍ ເລົ່າ ເລື່ອງ ຕ່າງໆ ທີ່ ເກີດ ຂຶ້ນ ກັບ ພວກ ຕົນ ສູ່່ ພໍ່ ຟັງ ວ່າ, 30 “ຜູ້ປົກຄອງ ປະເທດ ໄດ້ ເວົ້າ ຢ່າງ ຮຸນແຮງ ຕໍ່ ພວກເຮົາ ທັງ ຫາ ເລື່ອງ ໃສ່ ພວກເຮົາ ວ່າ ພວກເຮົາ ເປັນ ນັກ ສືບ ເຂົ້າ ໄປ ສອດແນມ ປະເທດ ຂອງ ເພິ່ນ. ພວກເຮົາ ຈຶ່ງ ເວົ້າກັບ ເພິ່ນວ່າ, 31 ‘ພວກເຮົາ ເປັນ ຄົນສັດຊື່ ແລະ ບໍ່ ແມ່ນ ນັກສືບ. 32 ພວກເຮົາ ມີ ອ້າຍ ນ້ອງ ນໍາ ກັນ ສິບ ສອງ ຄົນ ທີ່ ເກີດ ຈາກ ພໍ່ ດຽວກັນ. ຜູ້ໜຶ່ງ ນັ້ນ ໄດ້ ຕາຍໄປ ແລ້ວ ແລະ ນ້ອງຊາຍ ຫລ້າຍັງ ຢູ່ກັບພໍ່ ທີ່ ການາອານ.’ 33 ເພິ່ນ ຕອບ ວ່າ, ‘ໂດຍ ວິທີນີ້ ເຮົາຈຶ່ງ ຈະ ຮູ້ ວ່າ ພວກເຈົ້າ ເປັນ ຄົນສັດຊື່ ຄື: ຄົນ ໜຶ່ງ ໃນ ພວກເຈົ້າ ຈະ ຕ້ອງ ຢູ່ ກັບ ເຮົາ. ນອກ ນັ້ນ ໃຫ້ ເອົາ ເຂົ້າ ກັບ ເມືອ ສູ່ ຄອບຄົວ ຂອງ ພວກເຈົ້າ ທີ່ ກຳ ລັງ ອຶດ ຫິວ ຢູ່. 34 ແຕ່ ໃຫ້ ພວກເຈົ້າ ນໍາ ນ້ອງຊາຍ ຫລ້າ ມາ ຫາ ເຮົາ ແລ້ວເຮົາກໍ ຈະ ເຊື່ອ ວ່າ ພວກເຈົ້າ ບໍ່ ແມ່ນ ນັກ ສືບ ແຕ່ ເປັນ ຄົນ ສັດຊື່. ເຮົາ ຈະ ສົ່ງ ຄົນ ທີ່ເຮົາ ໄດ້ ກັກ ໄວ້ ນັ້ນ ຄືນ ແລະ ພວກເຈົ້າ ຈະ ໄປມາ ຄ້າ ຂາຍ ຢູ່ ໃນ ປະເທດ ນີ້ ໄດ້.” 35 ແລ້ວ ເມື່ອ ພວກເຂົາໄຂ ຖົງ ເຂົ້າ ອອກ ແຕ່ ລະຄົນ ຕ່າງ ກໍ ພົບ ຫໍ່ ເງິນ ຂອງຕົນ ໃນ ຖົງ ນັ້ນ. ເມື່ອ ເຫັນ ເງິນ ພວກເຂົາ ເອງ ພ້ອມ ກັບ ຜູ້ ເປັນ ພໍ່ ກໍ ພາກັນ ຢ້ານກົວ ຫຼາຍ. 36 ຢາໂຄບ ຜູ້ ເປັນ ພໍ່ ຈຶ່ງ ເວົ້າ ວ່າ, “ພວກເຈົ້າ ຈະ ບໍ່ ໃຫ້ ຂ້ອຍ ມີ ລູກຊາຍ ເຫລືອ ຢູ່ ຈັກ ຄົນ ບໍ? ໂຢເຊັບ ກໍໄດ້ ຕາຍໄປ ແລ້ວ ຊີເມໂອນ ກໍ ຖືກ ຈັບ. ບັດ ນີ້ ພວກເຈົ້າຈະ ເອົາ ເບັນຢາມິນ ໜີໄປ ຈາກ ຂ້ອຍ ອີກ. ຂ້ອຍ ມາ ຊ່າງ ເປັນ ຄົນ ທຸກລະທົມ ໃຈ ຫລາຍ ແທ້ໆ ນໍ. ” 37 ຣູເບັນ ຈຶ່ງ ເວົ້າ ກັບ ພໍ່ ວ່າ, “ຖ້າ ລູກ ບໍ່ ນໍາ ເບັນຢາມິນ ຄືນ ມາ ກໍ ໃຫ້ ພໍ່ ຂ້າລູກຊາຍ ສອງຄົນ ຂອງລູກ ຖິ້ມສາ. ລູກ ຈະເປັນ ຜູ້ຮັກສາ ລາວ ເອງ ແລະ ຈະ ເປັນ ຜູ້ ເອົາ ລາວ ກັບຄືນມາ. ” 38 ແຕ່ ຢາໂຄບເວົ້າ ວ່າ, “ຂ້ອຍຈະບໍ່ ຍອມໃຫ້ ລູກຊາຍ ຂ້ອຍໄປນຳ ພວກເຈົ້າ. ອ້າຍຂອງລາວໄດ້ ຕາຍໄປແລ້ວ ແລະຍັງ ເຫລືອ ແຕ່ ລາວຜູ້ ດຽວເທົ່າ ນັ້ນ. ບາງທີ ອາດມີສິ່ງໃດສິ່ງໜຶ່ງ ເກີດ ຂຶ້ນ ກັບ ລາວຕາມທາງກໍ ໄດ້. ຂ້ອຍກໍເຖົ້າ ແກ່ຫລາຍແລ້ວ ແລະຄວາມທຸກໃຈທີ່ ພວກເຈົ້າ ກໍ່ ຂຶ້ນນີ້ ອາດ ຈະ ເຮັດ ໃຫ້ ຂ້ອຍ ຊໍ້າໃຈຕາຍກໍ ໄດ້.”