41

1 ຫລັງຈາກ ນັ້ນ ມາ ສອງ ປີ ກະສັດ ເອຢິບ ກໍໄດ້ ຝັນ ວ່າ ຕົນ ກໍາ ລັງ ຢືນ ຢູ່ ທີ່ ແຄມ ແມ່ ນ້ຳ ນິນ. 2 ໃນ ຂະນະ ນັ້ນ ມີ ງົວແມ່ ທີ່ ຕຸ້ຍພີ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນ້ຳ ແລະ ກິນ ຫຍັາ ທີ່ ເທິງ ຝັ່ງ. 3 ແລ້ວ ຕໍ່ມາ ກໍ ມີ ງົວແມ່ ອີກ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນ້ຳ; ມັນ ເປັນ ງົວ ແມ່ ທີ່ ຈ່ອຍຜອມ ແລະ ເຫັນ ແຕ່ ກະດູກ. ງົວ ເຫລົ່ານີ້ ຂຶ້ນ ມາ ຢືນ ຢູ່ກັບ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ 4 ແລະ ງົວ ແມ່ ໂຕ ທີ່ ຈ່ອຍຜອມ ໄດ້ ກືນ ກິນ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ ທັງ ເຈັດ ໂຕ ນັ້ນ ເສຍ. ແລ້ວ ກະສັດ ກໍ ຕື່ນ ຂຶ້ນ ທັນ ທີ. 5 ເມື່ອ ເພິ່ນ ຫລັບ ໄປ ອີກ ກໍ ຝັນ ເທື່ອ ທີ ສອງ ຄື: ມີ ຮວງເຂົ້າ ທີ່ ມີ ເມັດ ຕຶ່ງ ດີ ເຈັດ ຮວງ ເກີດ ຈາກ ຕົ້ນ ດຽວກັນ. 6 ແລ້ວ ມີ ຮວງເຂົ້າ ເຈັດ ຮວງ ງອກ ອອກ ມາ ເປັນ ເມັດ ລີບ ແລະ ຫ່ຽວແຫ້ງ ເພາະ ຖືກ ລົມ ທະເລຊາຍ ພັດ 7 ແລະ ຮວງເຂົ້າ ລີບ ເຈັດ ຮວງ ກໍ ກືນ ກິນ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ນັ້ນ. ກະສັດ ຕື່ນ ຂຶ້ນ ແລ້ວ ກໍ ເຫັນ ວ່າ ຕົນ ກໍາລັງ ຝັນ ໄປ. 8 ໃນ ຕອນເຊົ້າ ຂອງ ມື້ ນັ້ນ ເພິ່ນ ວຸ້ນວາຍໃຈ ຫລາຍ. ສະນັ້ນ ເພິ່ນ ຈຶ່ງ ສັ່ງ ຄົນ ໃຫ້ ໄປ ເຊີນ ໝໍ ດູ ໝໍ ມໍ ແລະ ນັກປາດ ໃນ ປະເທດ ເອຢິບ ມາ. ກະສັດ ໄດ້ ເລົ່າ ຄວາມຝັນ ໃຫ້ ຄົນ ເຫລົ່າ ນັ້ນຟັງ ແຕ່ ບໍ່ມີ ຜູ້ໃດ ສາມາດ ແກ້ ຄວາມຝັນ ໃຫ້ ເພິ່ນ ໄດ້. 9 ແລ້ວ ຫົວໜ້າ ພະນັກງານ ເຮັດ ເຫລົ້າ ອະງຸ່ນ ກໍ ກ່າວ ຕໍ່ ກະສັດ ວ່າ, “ຂ້ານ້ອຍ ຂໍ ຮັບສາລະພາບ ກັບ ທ່ານ ວ່າ ໄດ້ ເຮັດ ຜິດ ໄປ ແລ້ວ. 10 ຄາວ ເມື່ອ ທ່ານ ໃຈຮ້າຍ ໃຫ້ ຫົວໜ້າ ພະນັກງານ ເຮັດ ເຂົ້າຈີ່ ກັບ ຂ້ານ້ອຍ ນັ້ນ ທ່ານ ໄດ້ ສັ່ງ ຂັງ ພວກ ຂ້ານ້ອຍ ຢູ່ ໃນ ຄຸກ ຂອງ ນາຍ ທະຫານ ຮັກສາ ຣາຊວັງ. 11 ໃນ ຄືນ ໜຶ່ງ ພວກ ຂ້ານ້ອຍ ທັງ ສອງ ຕ່າງ ກໍ ຝັນ ແລະ ຄວາມຝັນ ນັ້ນ ມີ ຄວາມໝາຍ ແຕກຕ່າງ ກັນ. 12 ມີ ຊາຍໜຸ່ມ ຊາວ ເຮັບເຣີ ຜູ້ໜຶ່ງ ທີ່ ຖືກຂັງ ຢູ່ ນຳ ພວກ ຂ້າ ນ້ອຍ. ລາວ ເປັນ ຄົນ ຮັບໃຊ້ ຂອງ ນາຍ ທະຫານ ຮັກສາ ຣາຊວັງ. ພວກ ຂ້ານ້ອຍ ໄດ້ ເລົ່າ ຄວາມຝັນ ສູ່ລາວ ຟັງ ແລະ ລາວ ສາມາດ ແກ້ ຄວາມຝັນ ໃຫ້ ພວກ ຂ້ານ້ອຍ ໄດ້. 13 ທຸກສິ່ງ ເປັນ ຈິງ ຕາມ ທີ່ ລາວ ໄດ້ ເວົ້າ ຄື: ທ່ານ ໃຫ້ ຂ້ານ້ອຍ ມາ ຮັບໃຊ້ ໃນ ຕໍາແໜ່ງ ເດີມ ແລະ ຫົວ ໜ້າ ພະນັກງານ ເຮັດ ເຂົ້າ ຈີ່ ຖືກປະຫານ ຊີວິດ.” 14 ກະສັດ ຈຶ່ງ ສັ່ງ ໃຫ້ ຄົນ ໄປ ນໍາ ເອົາ ໂຢເຊັບ ມາ ແລະ ເຂົາ ໄດ້ ນໍາ ລາວ ອອກ ຈາກ ຄຸກ ທັນ ທີ. ຫລັງ ຈາກ ແຖ ໜວດ ແລະ ປ່ຽນ ເຄື່ອງນຸ່ງ ແລ້ວ ເຂົາ ໄດ້ ນໍາ ໂຢເຊັບ ມາ ຢືນ ຢູ່ ຕໍ່ໜ້າ ກະສັດ ຟາໂຣ. 15 ກະສັດ ກ່າວ ແກ່ ໂຢເຊັບ ວ່າ, “ເຮົາ ຝັນ ແລະ ບໍ່ ມີ ໃຜ ແກ້ ຄວາມຝັນ ນັ້ນ ໄດ້. ເຮົາຮູ້ ວ່າ ເຈົ້າ ສາມາດ ແກ້ ຄວາມຝັນ ໄດ້." 16 ໂຢເຊັບ ຕອບ ວ່າ, “ຂ້ານ້ອຍ ແກ້ ຄວາມຝັນ ບໍ່ໄດ້ ດອກ ແຕ່ ແມ່ນ ພຣະເຈົ້າ ຕ່າງຫາກ ທີ່ ຈະ ແກ້ ຄວາມຝັນ ຢ່າງດີ ໃຫ້ ທ່ານໄດ້.” 17 ກະສັດ ກ່າວ ວ່າ, “ເຮົາ ໄດ້ ຝັນ ດັ່ງ ນີ້: ເຮົາ ກໍາລັງ ຢືນ ຢູ່ ທີ່ ແຄມ ແມ່ ນ້ຳນິນ. 18 ໃນ ເວລາ ນັ້ນ ມີ ງົວ ແມ່ ທີ່ ຕຸ້ຍພີ ເຈັດ ໂຕ ຂຶ້ນ ມາ ຈາກ ແມ່ ນໍ້ານິນ ກິນຫຍ້າ ທີ່ ເທິງ ຝັ່ງ. 19 ຕໍ່ມາ ກໍ ມີ ງົວ ແມ່ ຈ່ອຍຜອມ, ໜ້າ ຂີ້ດຽດ ແລະ ໜ້າຢ້ານ ອີກ ເຈັດ ໂຕ ຊຶ່ງ ເປັນ ງົວ ແມ່ ທີ່ໜ້າສັງເວດ ທີ່ ສຸດ ທີ່ເຮົາ ບໍ່ ເຄີຍ ເຫັນ ມາ ກ່ອນ ໃນ ປະເທດ ເອຢິບ. 20 ງົວ ຈ່ອຍຜອມ ເຫລົ່ານີ້ ໄດ້ ກືນ ກິນ ງົວ ແມ່ ໂຕ ທີ່ ຕຸ້ຍ ພີ, 21 ແຕ່ ມັນ ກິນ ເວລາ ໃດ ບໍ່ ມີ ໃຜ ຮູ້ ເຫັນ ເພາະ ງົວ ເຫລົ່າ ນັ້ນ ເບິ່ງ ແລ້ວ ແຮ່ງ ຈ່ອຍຜອມ ກວ່າເກົ່າ. ແລ້ວ ເຮົາ ກໍ ຕື່ນ ຂຶ້ນ. 22 ເຮົາ ຍັງ ຝັນ ເຫັນ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ຢູ່ ໃນ ຕົ້ນ ດຽວກັນ. 23 ແລ້ວ ກໍ ມີ ຮວງເຂົ້າ ເຈັດ ຮວງ ງອກ ອອກ ມາ ເປັນ ເມັດ ເຂົ້າ ລີບ ແລະ ຫ່ຽວແຫ້ງ ເພາະ ຖືກ ລົມ ທະເລຊາຍ ພັດ. 24 ຮວງເຂົ້າ ເມັດ ລີບ ໄດ້ ກືນ ກິນ ຮວງເຂົ້າ ເມັດ ຕື່ງ. ເຮົາ ໄດ້ ເລົ່າ ຄວາມຝັນ ນີ້ ໃຫ້ ພວກ ໝໍ ມໍ ຟັງ ແຕ່ ບໍ່ ມີ ຜູ້ໃດ ສາມາດ ແກ້ ຄວາມຝັນ ໃຫ້ ເຮົາ ໄດ້.” 25 ໂຢເຊັບ ຕອບ ກະສັດ ວ່າ, “ຄວາມຝັນ ສອງ ຢ່າງ ນັ້ນ ມີ ຄວາມໝາຍ ຢ່າງ ດຽວກັນ; ພຣະເຈົ້າ ໄດ້ ບອກ ທ່ານ ໃຫ້ ຮູ້ ເຖິງ ສິ່ງ ທີ່ ພຣະອົງ ຈະ ໃຫ້ ບັງເກີດ ຂຶ້ນ. 26 ງົວ ແມ່ ທີ່ ຕຸ້ຍ ພີ ເຈັດ ໂຕ ນັ້ນ ໝາຍເຖິງ ເຈັດປີ ແລະ ຮວງເຂົ້າ ເມັດ ຕື່ງ ເຈັດ ຮວງ ນັ້ນ ກໍ ໝາຍເຖິງ ເຈັດປີ ເຊັ່ນ ກັນ; ທັງ ສອງ ຢ່າງ ມີ ຄວາມໝາຍ ແບບ ດຽວກັນ. 27 ງົວ ແມ່ ທີ່ ຈ່ອຍຜອມ ແລະ ເຫັນ ແຕ່ ກະດູກ ທີ່ ຂຶ້ນ ມາ ຈາກ ແມ່ ນ້ຳ ທີ ຫລັງ ແລະ ຮວງເຂົ້າ ເມັດ ລີບ ເຈັດ ຮວງ ທີ່ ຫ່ຽວແຫ້ງ ຍ້ອນ ລົມ ທະເລຊາຍ ພັດ ນັ້ນ ແມ່ນ ເວລາ ເຈັດ ປີ ທີ່ ຈະ ປະສົບ ພົບ ພໍ້ ກັບ ຄວາມ ອຶດຢາກ. 28 ຄວາມຝັນ ຂອງທ່ານ ແມ່ນ ຕາມ ທີ່ ຂ້ານ້ອຍ ເວົ້າ ມາ ນີ້ ແຫລະ. ພຣະເຈົ້າສໍາແດງ ໃຫ້ ທ່ານ ຮູ້ເຖິງ ສິ່ງ ທີ່ພຣະອົງ ຈະ ໃຫ້ ບັງເກີດ ຂຶ້ນ. 29 ຢູ່ ໃນ ທົ່ວ ດິນແດນ ຂອງ ປະເທດ ເອຢິບ ຈະ ມີຄວາມ ອຸດົມສົມບູນ ເປັນ ເວລາ ເຈັດປີ. 30 ຫລັງຈາກ ນັ້ນ ຈະ ມີ ການອຶດຢາກ ເກີດຂຶ້ນ ເປັນ ເວລາ ເຈັດ ປີ ອີກ ແລະ ປີ ແຫ່ງ ຄວາມ ອຸດົມ ສົມບູນ ໃນ ປະເທດ ເອຢບິ ຈະ ຖືກ ລຶບ ໄປ ຍ້ອນ ວ່າ ຄວາມ ອຶດ ຢາກ ຈະ ທໍາລາຍ ປະເທດ. 31 ປີ ແຫ່ງ ຄວາມ ອຸດົມ ສົມບູນ ຈະ ຖືກ ລຶບ ໄປ ຢ່າງ ໝົດສິ້ນ ເພາະ ຄວາມ ອຶດຢາກ ທີ່ ຈະ ຕາມ ມາ ນັ້ນ ຮ້າຍແຮງ ທີ່ ສຸດ. 32 ສາເຫດ ທີ່ ທ່ານ ຝັນ ສອງ ເທື່ອນັ້ນ ໝາຍຄວາມວ່າ ພຣະເຈົ້າ ໄດ້ ກຳນົດ ການ ນີ້ ໄວ້ ແລ້ວ ແລະ ພຣະອົງ ຈະ ໃຫ້ ສິ່ງ ນັ້ນ ເກີດຂຶ້ນ ໃນ ອະນາຄົດ ອັນ ໃກ້ໆ ນີ້. 33 ບັດນີ້ ທ່ານ ຄວນ ຊອກ ຫາ ຄົນ ໜຶ່ງ ທີ່ ສະຫລຽວ ສະຫລາດ ແລະ ມີ ປັນຍາ ແລະ ແຕ່ງຕັ້ງ ລາວ ໃຫ້ ເປັນ ຜູ້ປົກຄອງ ປະເທດ. 34 ທ່ານ ຕ້ອງ ແຕ່ງຕັ້ງ ຂ້າຣາຊການ ປົກ ຄອງ ເຂດ ຕ່າງໆ ເໝືອນກັນ ເພື່ອ ໃຫ້ ເກັບ ເອົາ ຜົນ ລະປູກ ໜຶ່ງ ສ່ວນ ຫັາ ໃນ ລະຫວ່າງ ເຈັດ ປີ ທີ່ ອຸດົມ ສົມ ບູນ ນັ້ນ ໄວ້. 35 ໃຫ້ ພວກເຂົາ ຮິບໂຮມ ອາຫານ ທຸກ ຊະນິດ ໃນ ປີ ອຸດົມ ສົມ ບູນ ທີ່ ຈະ ມາ ເຖິງໄວ້ ທັງ ໃຫ້ ອຳານາດ ແກ່ ພວກເຂົາ ຮິບໂຮມ ເຂົ້າ ໄວ້ ໃນ ຫົວ ເມືອງ ຕ່າງໆ ແລະ ເກັບຮັກສາ ໄວ້. 36 ອາຫານ ທີ່ ເກັບ ໄວ້ ນີ້ ຈະ ເປັນ ເຄື່ອງ ບັນ ເທົາ ທຸກ ເວລາ ອຶດ ຢາກ ໃນ ໄລຍະ ເຈັດ ປີ ຈະ ມາ ເຖິງ. ໂດຍ ວິທີ ນີ້ ແຫລະ ປະຊາຊົນ ຊາວ ເອຢິບ ຈະ ບໍ່ ອຶດ ຕາຍ.” 37 ກະສັດ ກັບ ຂ້າຣາຊການ ຂອງ ເພິ່ນ ເຫັນ ພ້ອມ ໃນ ແຜນການ ນີ້ 38 ແລະ ກະສັດ ກ່າວ ຕໍ່ ບັນດາ ຂ້າຣາຊການ ວ່າ, “ພວກເຮົາ ຈະ ບໍ່ ພົບ ຄົນ ດີກວ່າ ໂຢເຊັບ ເລີຍ ຄື ຄົນ ທີ່ ມີ ພຣະວິນ ຍານ ຂອງ ພຣະເຈົ້າ ສະຖິດ ຢູ່ນໍາ.” 39 ກະສັດ ກ່າວ ຕໍ່ ໂຢເຊັບ ວ່າ, “ດ້ວຍວ່າ ພຣະເຈົ້າ ໄດ້ ສໍາແດງ ທຸກສິ່ງ ນັ້ນ ແກ່ ເຈົ້າ; ສະນັ້ນ ຈຶ່ງ ເປັນ ການ ຈະແຈ້ງ ແລ້ວ ວ່າ ບໍ່ ມີ ຜູ້ ໃດ ທີ່ ເຂົ້າໃຈ ແລະ ມີ ສະຕິປັນຍາ ເທົ່າ ກັບ ເຈົ້າ. 40 ເຮົາ ຈະ ແຕ່ງຕັ້ງ ເຈົ້າ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ແລະ ປະຊາຊົນ ທຸກໆ ຄົນ ຂອງເຮົາ ຈະ ຕ້ອງ ເຮັດ ຕາມ ຄໍາສັ່ງ ຂອງ ເຈົ້າ. ເວັ້ນ ແຕ່ ຝ່າຍ ພຣະທີ່ນັ່ງ ເທົ່ານັ້ນ ທີ່ ເຮົາ ຈະ ເປັນ ໃຫຍ່ ກວ່າ ເຈົ້າ ເພາະ ເຮົາ ເປັນ ກະສັດ. 41 ບັດນີ້ ເຮົາ ຂໍ ແຕ່ງຕັ້ງ ເຈົ້າ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ.” 42 ແລ້ວ ກະສັດ ກໍ ຖອດ ແຫວນ ແຫ່ງ ອໍານາດ ອອກ ຈາກ ນິ້ວມື ຂອງຕົນ ແລະ ສຸບ ໃສ່ ນິ້ວ ມື ຂອງ ໂຢເຊັບ. ເພິ່ນ ເອົາ ເສື້ອ ໂຕ ງາມ ທີ່ ສຸດ ໃຫ້ ໂຢເຊັບ ນຸ່ງ ແລະ ເອົາ ສາຍສ້ອຍ ຄໍາ ຄ້ອງ ຄໍ ໃຫ້. 43 ກະສັດ ໃຫ້ ລາວ ຂີ່ ລົດ ປະຈໍາ ຕໍາແໜ່ງ ຄັນ ຮອງ ມາ ຈາກ ເພິ່ນ ແລະ ທະຫານ ປ້ອງກັນ ຕົວ ກໍ ຮ້ອງ ປະກາດ ວ່າ, “ຫລີກ ທາງ! ຫລີກ ທາງ! ” ນີ້ ຄື ໂຢເຊັບ ຜູ້ ໄດ້ ຮັບ ການ ແຕ່ງຕັ້ງ ໃຫ້ ເປັນ ຜູ້ປົກ ຄອງ ປະເທດ ເອຢິບ ກໍ ເປັນ ດັ່ງ ນີ້ແຫລະ. 44 ກະສັດ ກ່າວ ຕໍ່ ໂຢເຊັບ ວ່າ, “ເຮົາ ເປັນ ກະສັດ ກໍ ຈິງ ຢູ່, ແຕ່ ໃນ ປະເທດ ເອຢິບ ນີ້ ຖ້າຜູ້ໃດ ຜູ້ໜຶ່ງ ບໍ່ ໄດ້ ຮັບ ອະນຸຍາດ ຈາກ ເຈົ້າ ຈະ ເຮັດ ຫຍັງ ບໍ່ ໄດ້ ເດັດ ຂາດ. ” 45-46 ເພິ່ນ ໃສ່ ຊື່ ເອຢິບ ໃຫ້ ໂຢເຊັບ ວ່າ, “ຊາເຟນາດ ປາເນອາ” ແລະ ມອບ ນາງ ອາເສນາດ ລູກສາວ ປະໂຣຫິດແຫ່ງ ເຮລີໂອໂປລີ ໃຫ້ ເປັນ ເມຍ ຂອງ ໂຢເຊັບ. ເມື່ອ ເຂົ້າ ຮັບໃຊ້ ກະສັດ ແຫ່ງ ເອຢິບ ນັ້ນ ໂຢເຊັບ ມີ ອາຍຸ 30 ປີ. ເພິ່ນ ໄດ້ ຮັບ ອໍານາດ ໃນ ການ ປົກ ຄອງ ທົ່ວ ປະເທດ ເອຢິບ. 47 ໃນ ໄລຍະ ເຈັດ ປີ ທີ່ ອຸດົມ ສົມ ບູນ ນັ້ນ ທີ່ ດິນ ກໍ ຜະລິດ ຜົນ ລະປູກ ໄດ້ ຢ່າງ ຫລວງຫລາຍ 48 ໂຢເຊັບ ເກັບ ແລະ ຮິບໂຮມ ອາຫານ ທຸກໆ ຊະນິດ ໄວ້ ຕາມ ຫົວ ເມືອງ ຕ່າງໆ. ໃນ ແຕ່ ລະ ຫົວເມືອງ ນັ້ນ ເພິ່ນ ຮິບ ໂຮມ ເອົາ ເຂົ້າ ທີ່ ເກັບ ກ່ຽວ ໄດ້ ຈາກ ນາ ຢູ່ ອ້ອມແອ້ມ. 49 ເພິ່ນ ໄດ້ ຮິບ ໂຮມ ເຂົ້າ ໄວ້ ຢ່າງ ຫລວງຫລາຍ ປານ ເມັດ ດິນຊາຍ ທີ່ ແຄມ ທະເລ ຈົນ ບໍ່ ມີ ໃຜ ສາມາດ ຈະ ຊັ່ງ ຕວງ ໄດ້. 50 ກ່ອນປີ ແຫ່ງການອຶດຢາກຈະມາເຖິງ ໂຢເຊັບ ມີ ລູກຊາຍ ສອງ ຄົນ ກັບ ນາງ ອາເສນາດ. 51 ເພິ່ນ ເວົ້າວ່າ, “ພຣະເຈົ້າ ໄດ້ ເຮັດ ໃຫ້ ຂ້ອຍ ລືມ ຄວາມ ເຈັບຊໍ້າ ນາໆ ປະການ ແລະລືມ ຄ ອບຄົວ ພໍ່ ຂ້ອຍທັງໝົດ. ” ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍກົກ ວ່າ, “ມານາເຊ. ” (ກ) 52 ເພິ່ນ ເວົ້າ ອີກ ວ່າ, “ພຣະເຈົ້າ ໄດ້ ໃຫ້ ຂ້ອຍມີ ລູກຊາຍຢູ່ໃນປະເທດ ທີ່ ຂ້ອຍມີ ຄວາມເດືອດຮ້ອນ. ” ດັ່ງນັ້ນ ເພິ່ນຈຶ່ງ ໃສ່ ຊື່ ໃຫ້ ລູກຊາຍຜູ້ ທີ ສອງວ່າ, “ເອຟຣາອິມ. ” (ຂ) 53 ເວລາ ເຈັດ ປີ ແຫ່ງ ຄວາມ ອຸດົມ ສົມ ບູນ ທີ່ ປະເທດ ເອຢິບ ໄດ້ ຮັບ ນັ້ນ ກໍ ສິ້ນສຸດ ລົງ 54 ແລະ ຄວາມ ອຶດຢາກ ເປັນ ເວລາ ເຈັດ ປີ ກໍ ເກີດ ຂຶ້ນ ມາ ແທນ ຕາມ ທີ່ ໂຢເຊັບ ໄດ້ ກ່າວ ໄວ້ ລ່ວງໜ້າ. ຢູ່ ໃນ ປະເທດ ອື່ນ ບໍ່ ມີ ເຂົ້າກິນແລ້ວ ແຕ່ ຢູ່ ໃນ ປະເທດ ເອຢິບ ຍັງ ມີ ເຂົ້າ ກິນ ທົ່ວ ປະເທດ. 55 ເມື່ອ ປະເທດ ເອຢິບ ເລີ່ມຕົ້ນ ອຶດຢາກ ປະຊາຊົນ ກໍ ແຫ່ ກັນ ມາ ຂໍ ອາຫານ ນໍາ ກະສັດ. ສະນັ້ນ ກະສັດ ຈຶ່ງ ສັ່ງ ພວກເຂົາ ໃຫ້ ໄປ ຫາ ໂຢເຊັບ ແລະ ເຮັດ ຕາມ ທີ່ ໂຢເຊັບ ບອກ ໃຫ້ ເຮັດ. 56 ເມື່ອ ຄວາມ ອຶດ ຢາກ ຮ້າຍແຮງ ຂຶ້ນ ແລະ ເລີ່ມແຜ່ ຂະຫຍາຍ ໄປ ທົ່ວ ປະເທດ ໂຢເຊັບ ກໍ ໄຂ ສາງ ເຂົ້າ ທຸກ ສາງ ແລະ ຂາຍ ໃຫ້ ແກ່ ປະຊາຊົນ ເອຢິບ. 57 ປະຊາຊົນ ຈາກ ຫລາຍ ບ່ອນ ໃນ ໂລກ ໄດ້ ພາກັນ ມາ ປະເທດ ເອຢິບ ເພື່ອ ຂໍ ຊື້ ເຂົ້າ ນໍາ ໂຢເຊັບ ເພາະ ເກີດ ການ ອຶດຢາກ ຢ່າງ ຮ້າຍແຮງ ຢູ່ ທຸກທີ່ ທຸກບ່ອນ.