40

1 ຫລັງ ຈາກ ນັ້ນ ມາ ອີກ ບໍ່ ເຫິງ ເທົ່າ ໃດ ຫົວ ໜ້າ ພະນັກ ງານ ເຮັດ ເຫລົ້າອະງຸ່ນ ກັບ ຫົວ ໜ້າ ພະນັກ ງານ ເຮັດ ເຂົ້າ ຈີ່ ຂອງ ກະສັດ ເອຢິບ ໄດ້ ເຮັດ ໃຫ້ ກະສັດ ເຄືອງໃຈ. 2 ສະນັ້ນ ເພິ່ນ ຈຶ່ງ ໃຈຮ້າຍ ຂ້າຣາຊການ ສອງ ຄົນນີ້ 3 ແລະ ສັ່ງ ຂັງ ພວກເຂົາ ໃນ ຄຸກ ທີ່ ເຮືອນ ຂອງ ນາຍ ທະຫານ ຮັກສາ ຣາຊວັງ ຊຶ່ງ ເປັນ ບ່ອນ ດຽວກັນ ກັບ ທີ່ ໂຢເຊັບ ຖືກ ຂັງ ຢູ່. 4 ພວກເຂົາ ຢູ່ ນໍາ ກັນ ໃນ ຄຸກ ເປັນ ເວລາ ນານ ແລະ ເຈົ້າ ໜ້າ ທີ່ຮັກສາ ໄດ້ ເອົາ ໂຢເຊັບ ມາ ເປັນ ຜູ້ຮັບ ໃຊ້ ຂ້າຣາຊການ ສອງ ຄົນ ນີ້. 5 ຄືນ ໜຶ່ງ ໃນ ຫ້ອງ ຂັງ ນັ້ນ ຂ້າຣາຊການ ສອງ ຄົນ ຕ່າງ ກໍ ຝັນ; ຄວາມຝັນ ຂອງ ແຕ່ ລະຄົນ ມີ ຄວາມໝາຍ ແຕກຕ່າງ ກັນ. 6 ຕອນເຊົ້າ ມາ ເມື່ອ ໂຢເຊັບ ເຂົ້າ ໄປ ໃນ ຫ້ອງ ຂອງ ພວກເຂົາ ລາວ ກໍ ສັງ ເກດ ເຫັນ ວ່າ ເຂົາ ທັງ ສອງ ກະວົນ ກະວາຍໃຈ. 7 ລາວ ຈຶ່ງ ຖາມ ວ່າ, “ມື້ນີ້ ພວກທ່ານ ມີ ຄວາມ ທຸກໃຈ ເລື່ອງ ຫຍັງ ນໍ? ” 8 ພວກເຂົາ ຕອບ ວ່າ, “ພວກຂ້ອຍ ຝັນ ແລະ ບໍ່ ມີ ຜູ້ໃດ ໃນ ທີ່ ນີ້ ສາມາດ ແກ້ ຄວາມຝັນ ໄດ້. ” ໂຢເຊັບ ເວົ້າ ຂຶ້ນ ວ່າ, “ແມ່ນ ພຣະເຈົ້າ ເທົ່ານັ້ນ ທີ່ ຈະ ແກ້ ໄດ້ ພວກທ່ານ ລອງ ເລົ່າ ຄວາມຝັນ ສູ່ ຂ້ານ້ອຍ ຟັງ ເບິ່ງດູ.” 9 ເມື່ອ ໄດ້ຍິນ ດັ່ງນັ້ນ ຫົວໜ້າ ພະນັກງານ ເຮັດ ເຫລົ້າອະງຸ່ນ ຈຶ່ງ ເລົ່າຄວາມຝັນ ຂອງຕົນ ສູ່ ໂຢເຊັບ ຟັງວ່າ, “ຂ້ອຍ ໄດ້ ຝັນ ເຫັນ ເຄືອ ອະງຸ່ນ ເຄືອໜຶ່ງ ຢູ່ ຕໍ່ໜ້າຂ້ອຍ 10 ແລະ ມີ ສາມ ງ່າ. ໃນທັນ ໃດ ງ່າ ເຫລົ່າ ນັ້ນ ກໍ ປົ່ງ ໃບ, ດອກ ກໍ ບານ ແລະ ມີ ພົ້ວ ໝາກອະ ງຸ່ນ ສຸກ ຢູ່ ເຕັມ ງ່າ. 11 ຂ້ອຍ ຍົກ ຈອກ ຂອງ ກະສັດ ຂຶ້ນ ແລະ ປິດ ໝາກອະ ງຸ່ນ ບີບ ລົງ ໃສ່ ຈອກ ນັ້ນ ແລະ ຍື່ນ ໃຫ້ ເພິ່ນ.” 12 ໂຢເຊັບ ເວົ້າວ່າ, “ຄວາມຝັນ ຂອງທ່ານ ມີຄວາມໝາຍ ດັ່ງ ນີ້: ສາມ ງ່າ ນັ້ນ ໝາຍເຖິງສາມ ວັນ. 13 ພາຍ ໃນ ສາມ ວັນ ກະສັດ ຈະ ປົດປ່ອຍ ທ່ານ ອອກ ຈາກ ຄຸກ ທັງ ຍົກ ໂທດ ໃຫ້ ແລະ ມອບ ຕໍາແໜ່ງ ເດີມ ໃຫ້. ທ່ານ ຈະ ຍໍ ຈອກ ເຫລົ້າ ອະງຸ່ນ ໃຫ້ ເພິ່ນ ດັ່ງ ທີ່ ເຄີຍ ໄດ້ ເຮັດມາ. 14 ແຕ່ ຢ່າ ລືມ ຂ້ານ້ອຍ ເດີ ເມື່ອ ທຸກສິ່ງ ຮຽບຮ້ອຍ ໄປ ດ້ວຍດີ ແລ້ວ. ຂໍ ທ່ານ ກະລຸນາ ບອກ ເລື່ອງ ຂອງ ຂ້ານ້ອຍ ໃຫ້ ກະສັດ ຮັບ ຮູ້ ນຳ ແດ່ ແລະ ຊ່ວຍ ຂ້ານ້ອຍ ໃຫ້ ອອກ ຈາກ ຄຸກ ນີ້ ດ້ວຍ. 15 ຕາມ ທີ່ ຈິງ ແລ້ວ ຂ້ານ້ອຍ ຖືກ ຂາຍ ມາ ແຕ່ ດິນແດນ ຂອງ ຊາວ ເຮັບເຣີ; ແມ່ນແຕ່ ທີ່ ປະເທດ ເອຢິບ ນີ້ ຂ້ານ້ອຍ ກໍບໍ່ໄດ້ ເຮັດຜິດ ຫຍັງ ເລີຍ ພໍ ທີ່ຈະ ຖືກ ຄຸກ ຍ້ອນ.” 16 ເມື່ອ ຫົວ ໜ້າ ພະນັກ ງານ ເຮັດ ເຂົ້າ ຈີ່ ເຫັນ ວ່າ ຄວາມຝັນ ຂອງ ພະນັກ ງານ ເຫລົ້າ ອະງຸ່ນ ເປັນ ເລື່ອງ ດີ; ລາວ ຈຶ່ງ ເວົ້າ ກັບ ໂຢເຊັບ ວ່າ, “ຂ້ອຍ ກໍ ຝັນ ຄື ກັນ ຂ້ອຍ ຝັນ ວ່າ ໄດ້ ຖືຖາດ ເຂົ້າ ຈີ່ ສາມ ຖາດ ເທິງ ຫົວ ຂ້ອຍ. 17 ໃນ ຖາດ ໜ່ວຍ ເທິງ ມີ ເຂົ້າ ຈີ່ ທຸກ ຊະນິດ ສໍາລັບ ກະສັດ ແຕ່ ນົກ ໄດ້ ມາ ກິນ ເຂົ້າຈີ່ ນັ້ນ.” 18 ໂຢເຊັບ ຕອບ ວ່າ, “ຄວາມຝັນ ນັ້ນ ມີ ຄວາມໝາຍ ດັ່ງນີ້: ຖາດ ສາມ ໃບ ນັ້ນ ໝາຍເຖິງ ສາມ ວັນ. 19 ພາຍ ໃນ ສາມ ວັນ ກະສັດ ຟາໂຣ ຈະ ເອົາ ທ່ານ ອອກ ມາ ຈາກ ຄຸກ ແລະ ສັ່ງ ຕັດ ຄໍ ທ່ານ ເສຍ! ແລ້ວ ເຂົາ ກໍ ຈະ ເອົາ ສົບ ຂອງທ່ານ ໄປ ແຂວນ ໄວ້ ທີ່ ຕົ້ນໄມ້ ແລະ ຝູງນົກ ຈະມາ ເຈາະ ກິນເນື້ອ ຂອງທ່ານ.” 20 ຫລັງ ຈາກ ນັ້ນ ສາມ ວັນ ກໍ ເປັນ ວັນ ເກີດ ຂອງ ກະສັດ ເພິ່ນ ໄດ້ ຈັດ ງານກິນ ລ້ຽງ ຂຶ້ນ ສໍາລັບ ຂ້າຣາຊການ ທັງ ຫລາຍ ຂອງ ເພິ່ນ; ກະສັດ ໄດ້ ປ່ອຍ ພະນັກ ງານ ເຮັດ ເຫລົ້າ ອະງຸ່ນ ແລະ ພະນັກ ງານ ເຮັດ ເຂົ້າຈີ່ ອອກ ຈາກ ຄຸກ ແລະ ໃຫ້ ພວກເຂົາ ມາ ຢືນ ຢູ່ ຕໍ່ ໜ້າ ຂ້າຣາຊການ ທັງຫລາຍ. 21 ເພິ່ນ ມອບ ຕໍາແໜ່ງ ເດີມຄືນ ໃຫ້ ພະນັກງານ ເຮັດ ເຫລົ້າອະງຸ່ນ 22 ແຕ່ ສັ່ງ ປະຫານ ຫົວ ໜ້າ ພະນັກງານ ເຮັດ ເຂົ້າຈີ່. ທຸກສິ່ງ ເປັນ ໄປ ຕາມ ທີ່ ໂຢເຊັບ ໄດ້ ກ່າວ ໄວ້. 23 ແຕ່ ຫົວໜ້າພະນັກງານ ເຮັດ ເຫລົ້າ ອະງຸ່ນ ບໍ່ ໄດ້ ລະນຶກ ເຖິງ ໂຢເຊັບ ເລີຍ ລາວ ລືມ ໄລ ໂຢເຊັບ ໄປ ຢ່າງ ໝົດ ສິ້ນ.