39

1 ພວກ ອິດຊະມາເອນ ໄດ້ ພາ ໂຢເຊັບ ມາ ຍັງ ປະເທດ ເອຢິບ ແລະ ຂາຍ ຕໍ່ໃຫ້ ໂປຕິຟາ ນາຍ ທະຫານ ຄົນ ໜຶ່ງ ຂອງ ກະສັດ; ເພິ່ນ ເປັນ ຫົວໜ້າ ຮັບ ຜິດ ຊອບ ຮັກສາ ຣາຊວັງ. 2 ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ກັບ ໂຢເຊັບ ແລະ ບັນດານ ໃຫ້ ທຸກສິ່ງ ທີ່ ລາວ ເຮັດ ເກີດ ຜົນ ດີ. ລາວ ໄດ້ ອາໄສ ຢູ່ໃນ ເຮືອນ ຂອງ ຄົນ ເອຢິບ ນາຍ ຂອງຕົນ 3 ນາຍ ກໍ ເຫັນ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ບັນດານ ໃຫ້ ທຸກໆ ສິ່ງ ທີ່ໂຢເຊັບ ກະທໍາ ເກີດຜົນດີ. 4 ໂປຕີຟາ ພໍໃຈ ກັບ ວຽກງານ ທີ່ ໂຢເຊັບ ໄດ້ ເຮັດ ແລະ ແຕ່ງຕັ້ງ ລາວ ໃຫ້ ເປັນ ຄົນ ຮັບໃຊ້ ປະຈໍາ ຕົນ; ສະນັ້ນ ເພິ່ນ ຈຶ່ງ ມອບ ທຸກໆ ສິ່ງ ທີ່ ເພິ່ນ ມີ ໃຫ້ ໂຢເຊັບ ເປັນ ຜູ້ ເບິ່ງ ແຍງ ແລະ ຮັບຜິດຊອບ ແທນ ຕົນ. 5 ຕັ້ງແຕ່ ໂປຕີຟາ ໄດ້ ແຕ່ງຕັ້ງ ໂຢເຊັບ ມາ ອົງພຣະ ຜູ້ ເປັນ ເຈົ້າ ຈຶ່ງ ອວຍພອນ ຄອບຄົວ ຂອງ ຄົນ ເອຢິບ ຜູ້ ນີ້ ພ້ອມ ທັງ ທຸກສິ່ງ ທີ່ ໂປຕີຟາ ມີ ໃນ ເຮືອນ ແລະ ໃນ ທົ່ງນາ. 6 ໂປຕີຟາ ໄດ້ ມອບ ຊັບ ສິ່ງ ຂອງ ທຸກຢ່າງ ໃຫ້ ໂຢເຊັບ ເປັນ ຜູ້ ເບິ່ງ ແຍງ ຮັກ ສາ ແທນ ແລະ ບໍ່ ກັງ ວົນ ສົນ ໃຈ ນໍາ ສິ່ງ ໃດ ເລີຍ ນອກຈາກ ອາຫານ ທີ່ ຕົນ ກິນ ເທົ່າ ນັ້ນ. ໂຢເຊັບ ເປັນ ຊາຍໜຸ່ມ ທີ່ ມີ ຮູບຮ່າງ ໄດ້ ຊັດສ່ວນ ດີ ແລະ ໜ້າຕາ ງາມ. 7 ແຕ່ ແລ້ວ ບໍ່ ເຫິງ ເທົ່າ ໃດ ເມຍ ຂອງ ນາຍ ກໍ ຫລົງ ມັກ ໂຢເຊັບ ແລະ ຊວນ ລາວ ເຂົ້າ ໄປ ນອນ ນໍາ. 8 ໂຢເຊັບ ປະຕິເສດ ແລະ ຕອບ ນາງ ວ່າ, “ເບິ່ງດູ ນາຍ ຂອງຂ້ອຍ ບໍ່ ກັງ ວົນ ສົນ ໃຈ ນໍາ ສິ່ງ ໃດ ເລີຍ ຢູ່ ໃນ ເຮືອນ ນີ້ ຍ້ອນ ເພິ່ນ ໄວ້ເນື້ອ ເຊື່ອ ໃຈ ຂ້ອຍ. ເພິ່ນ ໃຫ້ ຂ້ອຍ ຮັບ ຜິດ ຊອບ ທຸກໆ ສິ່ງ ທີ່ ເພິ່ນ ມີ. 9 ຂ້ອຍ ມີ ອໍານາດ ໃນ ເຮືອນ ຫລັງ ນີ້ ເທົ່າ ໆ ກັນ ກັບ ເພິ່ນ ແລະ ເພິ່ນ ບໍ່ເຄີຍ ຫວງຫ້າມ ຂ້ອຍ ໃນ ສິ່ງ ໃດໆ ເລີຍ ເວັ້ນໄວ້ ແຕ່ ຍານາງ ເອງ ທີ່ ເປັນ ເມຍ ຂອງ ເພິ່ນ. ຂ້ອຍ ຈະ ກ້າລ່ວງປະເວນີ ແລະ ເຮັດ ຜິດບາບ ຕໍ່ ສູ້ ພຣະເຈົ້າ ໄດ້ຢ່າງໃດ?” 10 ເຖິງ ແມ່ນ ວ່າ ນາງ ຂໍຮ້ອງ ໂຢເຊັບ ທຸກມື້ ທຸກວັນ, ແຕ່ ໂຢເຊັບ ກໍ ບໍ່ ຍອມ ໄປ ນອນ ນໍາ ນາງ. 11 ແຕ່ ຕໍ່ ມາມື້ ໜຶ່ງ ເມື່ອໂຢເຊັບ ເຂົ້າ ໄປເຮັດ ວຽກຢູ່ໃນ ເຮືອນ ຊຶ່ງ ໃນມື້ ນັ້ນ ບໍ່ ມີ ຄົນຮັບໃຊ້ ຈັກຄົນ ຢູ່ໃນເຮືອນ. 12 ເມຍ ຂອງ ນາຍ ຈຶ່ງ ສວຍ ໂອກາດ ນັ້ນ ຈ່ອງ ເສື້ອລາວໄວ້ ແລະເວົ້າວ່າ, “ໄປນອນນໍາ ຂ້ອຍສາ. ” ແຕ່ ໂຢເຊັບ ຫລົບ ໜີ ແລ່ນ ອອກໄປຂ້າງນອກໄດ້ ໂດຍປະເສື້ອ ຄາໄວ້ ໃນມື ຂອງ ນາງ. 13 ເມື່ອ ນາງເຫັນ ໂຢເຊັບ ປະເສື້ອ ໄວ້ ແລະ ແລ່ນ ອອກ ໄປ ຈາກ ເຮືອນ 14 ນາງຈຶ່ງ ຮ້ອງໃສ່ ຄົນຮັບໃຊ້ ໃນເຮືອນວ່າ, “ເບິ່ງນີ້ ແມ! ຄົນ ເຮັບເຣີ ຜູ້ທີ່ຜົວ ຂ້ອຍເອົາ ມາຢູ່ ໃນເຮືອນ ໄດ້ ລ່ວງເກີນ ພວກເຮົາ. ລາວເຂົ້າ ມາໃນ ຫ້ອງນອນຂອງຂ້ອຍ ແລະພະຍາຍາມຂົ່ມຂືນ ຂ້ອຍ ແຕ່ ຂ້ອຍຮ້ອງຈົນ ສຸດສຽງ. 15 ເມື່ອ ລາວໄດ້ຍິນ ສຽງ ຂ້ອຍຮ້ອງ ລາວຈຶ່ງ ປະເສື້ອ ໄວ້ ແລະຟ້າວແລ່ນໜີ ໄປ.” 16 ນາງ ຮັກສາ ເສຶື້ອນອກ ຂອງ ໂຢເຊັບ ໄວ້ ຈົນຜູ້ເປັນນາຍ ຂອງ ໂຢເຊັບ ກັບ ມາ ເຮືອນ. 17 ແລ້ວນາງ ກໍ ເລົ່າ ເລື່ອງແບບດຽວກັນນັ້ນ ວ່າ, “ຄົນ ເຮັບເຣີ ຜູ້ທີ່ເຈົ້າ ເອົາມາ ຢູ່ ນໍາ ນັ້ນ ລາວ ໄດ້ ເຂົ້າ ມາ ຂົ່ມຂືນ ຂ້ອຍ ຢູ່ໃນຫ້ອງນອນ. 18 ແຕ່ ເມື່ອ ຂ້ອຍ ຮ້ອງ ຂຶ້ນ ລາວ ຈຶ່ງ ປະເສື້ອ ໄວ້ ທີ່ນີ້ ແລະ ແລ່ນ ໜີໄປ.” 19 ເມື່ອນາຍ ຂອງ ໂຢເຊັບ ໄດ້ຍິນ ເລື່ອງ ທີ່ ເມຍ ຂອງຕົນ ເລົ່າ ສູ່ ຟັງ ກໍ ໃຈຮ້າຍ ຫຼາຍ 20 ແລະ ສັ່ງຂັງ ໂຢເຊັບ ໄວ້ ໃນ ຄຸກ ບ່ອນ ທີ່ ກະສັດ ຂັງ ນັກໂທດ. 21 ແຕ່ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ນໍາ ໂຢເຊັບ ແລະ ເມດຕາ ລາວ. ດັ່ງ ນັ້ນ ຫົວ ໜ້າ ຜູ້ຄຸມຄຸກ ຈຶ່ງ ພໍອົກ ພໍໃຈ ນໍາ ໂຢເຊັບ. 22 ລາວ ໃຫ້ ໂຢເຊັບ ເປັນ ຜູ້ ຕາງໜ້າ ເບິ່ງ ແຍງ ນັກ ໂທດ ທັງຫລາຍ ແລະ ໃຫ້ ລາວ ຮັບຜິດຊອບ ວຽກງານ ທຸກໆ ຢ່າງ ຢູ່ ໃນ ຄຸກ. 23 ຫົວ ໜ້າ ຜູ້ຄຸມຄຸກ ບໍ່ ໄດ້ ກວດກາ ສິ່ງ ໃດໆ ທີ່ ໂຢເຊັບ ຮັບຜິດຊອບ ຍ້ອນ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ນໍາ ລາວ ແລະ ໂຜດ ໃຫ້ ທຸກສິ່ງ ທີ່ ລາວ ເຮັດ ນັ້ນ ຈະເລີນ ຮຸ່ງເຮືອງ.