38

1 ໃນ ເວລາ ນັ້ນ ຢູດາ ໄດ ໜີ ຈາກ ພວກ ອ້າຍ ນ້ອງ ຂອງຕົນ ແລະ ໄປ ອາໄສ ຢູ່ນໍາ ຊາຍ ຄົນ ໜຶ່ງ ຊື່ ວ່າ ຮີຣາ. ຮີຣາ ເປັນ ຄົນ ມາ ຈາກ ເມືອງ ອາດຸນລໍາ. 2 ຢູ່ ໃນທີ່ ນັ້ນ ຢູດາ ໄດ້ ພົບ ກັບ ລູກສາວ ຂອງ ຊູອາ ຊາວ ການາອານ. ລາວ ຈຶ່ງ ແຕ່ງງານ ກັບ ນາງ 3 ແລະ ນາງ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ລາວ ຊື່ ວ່າ ເອຣະ. 4 ນາງ ຖືພາ ອີກ ແລະ ເກີດ ລູກຊາຍ ອີກຜູ້ໜຶ່ງ ໃຫ້ ລາວ ຊື່ ວ່າ ໂອນານ. 5 ນາງ ໄດ້ ລູກຊາຍ ອີກ ເປັນ ຄົນ ທີ ສາມ ແລະ ໃສ່ ຊື່ ໃຫ້ ວ່າ ເສລາ. ເວລາ ລູກຊາຍ ຜູ້ ນີ້ ເກີດ ມາ ຢູດາ ອາໄສ ຢູ່ທີ່ເມືອງ ອັກ ກະຊິບ. (ຫ) 6 ເມື່ອ ເອຣະ ໃຫຍ່ ແລ້ວ ພໍ່ ໄດ້ ແຕ່ງ ເມຍ ໃຫ້ ລາວ ຊື່ ວ່າ ຕາມາ. 7 ເອຣະ ປະພຶດ ຊົ່ວ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ບໍ່ ພໍ ໃຈ ນໍາ ລາວ. ດັ່ງ ນັ້ນ ພຣະອົງ ຈຶ່ງ ເຮັດ ໃຫ້ ລາວ ຕາຍ. 8 ເມື່ອ ເປັນ ເຊັ່ນ ນີ້ ຢູດາ ກໍ ເວົ້າ ຕໍ່ ໂອນານ ວ່າ, “ຈົ່ງ ເອົາ ເມຍ ຂອງ ອ້າຍ ເຈົ້າ ສາ ເພື່ອ ສືບ ທອດ ຕະກຸນ ໄວ້, ແຕ່ ໃຫ້ ຖືນາງ ເປັນ ເອື້ອຍໃພ້ ຢູ່. ” 9 ແຕ່ ໂອນານ ຮູ້ ວ່າ ເດັກ ນ້ອຍ ທີ່ ຈະ ເກີດ ມາ ນັ້ນ ບໍ່ ແມ່ນ ລູກ ຂອງຕົນ. ດັ່ງ ນັ້ນ ເມື່ອ ລາວ ນອນ ກັບ ເມຍ ຂອງ ອ້າຍ ເທື່ອ ໃດ ລາວ ກໍ ເຮັດ ໃຫ້ ນ້ຳກາມ ຕົກ ເຮ່ຍ ເທື່ອ ນັ້ນ ເພື່ອ ວ່າ ລາວ ຈະ ບໍ່ ໄດ້ ມີລູກ ສືບ ເຊື້ອ ສາຍ ໃຫ້ ອ້າຍ ຂອງຕົນ. 10 ສິ່ງ ທີ່ ລາວ ກະທໍາ ນັ້ນ ບໍ່ ເປັນ ທີ່ ພໍ ໃຈ ອົງ ພຣະ ຜູ້ ເປັນ ເຈົ້າ ແລະ ພຣະອົງ ເຮັດ ໃຫ້ ລາວ ຕາຍ ຄືກັນ. 11 ແລ້ວ ຢູດາ ກໍ ເວົ້າ ຕໍ່ ຕາມາ ລູກໃພ້ ຂອງຕົນ ວ່າ, “ຈົ່ງ ກັບ ຄືນ ເມືອ ຍັງ ບ້ານ ພໍ່ ຂອງ ເຈົ້າ ສາ ແລະ ຢູ່ ເປັນ ຍິງ ໝ້າຍ ຄອຍ ຖ້າ ໃຫ້ ເສລາ ລູກຊາຍ ຂອງຂ້ອຍ ໃຫຍ່. ” ເພິ່ນ ເວົ້າ ເຊັ່ນ ນີ້ ຍ້ອນ ເພິ່ນ ຢ້ານ ວ່າ ເສລາ ອາດ ຈະ ຖືກ ຂ້າ ຄື ກັນ ກັບ ອ້າຍ ຂອງ ລາວ. ສະນັ້ນ ຕາມາ ຈຶ່ງ ກັບ ຄືນ ເມືອ ຢູ່ ບ້ານ ນຳ ພໍ່ ຂອງຕົນ. 12 ຢູ່ມາ ອີກ ດົນນານ ເມຍຂອງ ຢູດາ ກໍ ຕາຍໄປ. ເມື່ອ ຢູດາ ໝົດ ກຳນົດ ໄວ້ທຸກ ແລ້ວ ເພິ່ນ ກັບ ຮີຣາ ຊາວ ອາດຸນລໍາ ໝູ່ຂອງ ເພິ່ນ ກໍ ໄປ ຕັດ ຂົນ ແກະ ຂອງຕົນ ທີ່ ເມືອງ ຕີມນາ. 13 ມີ ຄົນ ມາ ບອກ ຕາມາ ວ່າ, “ພໍ່ ປູ່ ຂອງ ເຈົ້າ ກຳລັງ ໄປ ຕັດ ຂົນ ແກະ ທີ່ ເມືອງ ຕີມນາ. ” 14 ສະນັ້ນ ນາງ ຈຶ່ງ ປ່ຽນ ເຄື່ອງ ໄວ້ທຸກ ແລະ ເອົາ ຜ້າອັດໜ້າໄວ້ ແລ້ວໄປ ນັ່ງຢູ່ ທາງ ເຂົ້າຂອງ ບ້ານ ເອນາອີມ ທີ່ ຈະ ໄປ ເມືອງ ຕີມນາ ຍ້ອນ ນາງ ຮູ້ວ່າ ເສລາ ກໍ ໃຫຍ່ ແລ້ວ, ແຕ່ ນາງ ບໍ່ ທັນ ໄດ້ ແຕ່ງງານ ກັບ ລາວ ເທື່ອ. 15 ເມື່ອ ຢູດາ ເຫັນ ນາງ ເພິ່ນ ກໍ ຄິດ ວ່າ ນາງ ເປັນ ໂສເພນີ ຍ້ອນ ວ່າ ນາງ ໄດ້ ເອົາ ຜ້າ ອັດ ໜ້າ ໄວ້. 16 ເພິ່ນ ຈຶ່ງ ເຂົ້າ ໄປ ຫາ ນາງ ທີ່ ແຄມທາງ ແລະ ຖາມ ວ່າ, “ນ້ອງສາວ ໄປ ນອນ ກັບ ອ້າຍ ບໍ່? ໍ” (ເພິ່ນ ບໍ່ ຮູ້ ວ່າ ນາງ ເປັນ ລູກໃພ້ ຂອງ ຕົນ ເອງ.) ນາງ ຖາມ ຄືນ ວ່າ, “ອ້າຍຈະ ເອົາ ຫຍັງ ໃຫ້ ນ້ອງ?” 17 ເພິ່ນຕອບ ວ່າ, “ອ້າຍ ຈະ ເອົາ ລູກ ແບ້ ຈາກ ຝູງ ໂຕໜຶ່ງ ສົ່ງ ມາ ໃຫ້ ນ້ອງ. ” ນາງ ຕອບວ່າ, “ຕົກລົງ ແຕ່ ອ້າຍ ຈະ ຕ້ອງ ມອບ ຂອງ ມັດຈຳ ໃຫ້ ນ້ອງ ຈົນ ກວ່າ ອ້າຍ ຈະ ສົ່ງ ລູກ ແບ້ ມາ ໃຫ້. ” 18 ເພິ່ນຖາມ ນາງ ວ່າ, “ອ້າຍ ຈະ ເອົາຫຍັງ ໃຫ້ ນ້ອງ ເປັນ ຂອງ ມັດ ຈຳ? ” ນາງ ຕອບວ່າ, “ກາ ທີ່ມີ ເຊືອກ ຫ້ອຍ ແລະ ໄມ້ຄ້ອນເທົ້າ ທີ່ ອ້າຍ ກຳ ລັງ ຖື ຢູ່ ນັ້ນ ເດ. ” ເພິ່ນ ເອົາ ຂອງ ເຫລົ່າ ນັ້ນ ໃຫ້ ນາງ. ແລ້ວ ທັງ ສອງ ກໍ ໄປ ນອນ ນຳ ກັນ ແລະ ນາງ ກໍ ຕັ້ງ ທ້ອງ. 19 ຕາມາ ລຸກ ຂຶ້ນ ໜີເມືອ ເຮືອນ ຂອງຕົນ; ນາງ ເອົາ ຜ້າອັດ ໜ້າອອກ ແລະ ນຸ່ງ ເຄື່ອງ ໄວ້ທຸກ ຕາມ ເຄີຍ. 20 ຕໍ່ມາ ຢູດາ ໄດ້ ສົ່ງ ຮີຣາ ເພື່ອນ ຂອງຕົນ ນຳ ລູກ ແບ້ ໄປ ໃຫ້ ຍິງ ນັ້ນ ເພື່ອ ປ່ຽນ ເອົາ ຂອງ ທີ່ ຕົນ ໄດ້ ມັດ ຈຳ ໄວ້ ແຕ່ ລາວ ໄປ ຫາ ນາງ ບໍ່ ພົບ. 21 ລາວ ໄດ້ ຖາມ ຊາວ ເອນາອີມ ບາງຄົນ ຢູ່ ໃນທີ່ນັ້ນ ວ່າ, “ໂສເພນີ ຜູ້ທີ່ນັ່ງ ຢູ່ແຄມ ທາງ ນີ້ ໄປ ຢູ່ໃສ ແລ້ວ? ” ພວກເຂົາ ຕອບ ວ່າ, “ຢູ່ ທີ່ນີ້ ບໍ່ ເຄີຍ ມີ ໂສເພນີ. ” 22 ສະນັ້ນ ລາວ ຈຶ່ງ ກັບ ຄືນ ເມືອຫາ ຢູດາ ແລະ ເວົ້າ ຕໍ່ລາວ ວ່າ, “ຂ້ອຍ ບໍ່ພົບນາງ. ຄົນໃນເຂດ ນັ້ນເວົ້າ ວ່າ ໃນທີ່ນັ້ນ ບໍ່ເຄີຍມີ ໂສເພນີ. ” 23 ຢູດາ ເວົ້າວ່າ, “ຊ່າງເທາະ ປະ ຂອງ ເຫລົ່ານັ້ນ ໄວ້ໃຫ້ ນາງ ສາ. ພວກເຮົາ ບໍ່ຢາກ ໃຫ້ ຄົນ ຫົວ ເລາະ ເຍາະເຍີ້ຍ. ຂ້ອຍ ພະຍາຍາມ ເອົາຂອງ ໄປ ໃຫ້ ນາງ ແຕ່ ເຈົ້າ ກໍ ບໍ່ພົບນາງ.” 24 ຢູ່ຕໍ່ມາ ປະມານ ສາມ ເດືອນ ມີ ຄົນ ມາ ບອກ ຢູດາ ວ່າ, “ດຽວ ນີ້ ຕາມາ ລູກໃພ້ ຂອງ ເຈົ້າ ຖືກ ເຂົາ ຫລິ້ນມານ ສາ ແລ້ວ. ” ຢູດາ ຈຶ່ງ ສັ່ງ ວ່າ, “ເອົານາງ ອອກ ມາ ແລະ ເຜົາໃຫ້ ຕາຍ ທັງເປັນ. ” 25 ເມື່ອ ເຂົາ ເອົານາງ ອອກ ມາ ຂ້າງນອກ ນາງ ຈຶ່ງ ສົ່ງ ຄົນ ໄປ ບອກ ກັບ ພໍ່ ປູ່ ວ່າ, “ຂ້ອຍ ຖືພາ ນຳ ຄົນ ທີ່ ມີ ຂອງ ເຫລົ່າ ນີ້. ຈົ່ງ ເບິ່ງ ກາ ທີ່ ມີ ເຊືອກ ຫ້ອຍ ກັບ ໄມ້ເທົ້າ ນີ້ດູ ວ່າ ເປັນ ຂອງ ໃຜ? ” 26 ຢູດາ ຈື່ຂອງເຫລົ່ານັ້ນໄດ້ ແລະ ເວົ້າວ່າ, “ນາງ ເຮັດ ຖືກ ຕ້ອງ ແລ້ວ. ຂ້ອຍ ບໍ່ ໄດ້ ເຮັດ ຕາມ ຄໍາ ຕົກ ລົງ ທີ່ ມີ ຕໍ່ ນາງ. ຂ້ອຍ ຄວນ ຈະ ໃຫ້ ນາງ ແຕ່ງງານ ກັບ ເສລາ ລູກຊາຍ ຂອງຂ້ອຍ. ” ແຕ່ ນັ້ນມາ ຢູດາ ກໍ ບໍ່ ໄດ້ ນອນ ນໍາ ນາງ ອີກ ຈັກ ເທື່ອ. 27 ຢູ່ມາ ເມື່ອ ເຖິງ ກຳນົດ ຄອດ ລູກ ກໍ ຮູ້ວ່າ ລູກ ໃນ ທ້ອງ ນັ້ນ ເປັນ ຝາແຝດ. 28 ເມື່ອ ນາງ ຕາມາ ເບັ່ງ ລູກ ອອກ ລູກ ຜູ້ໜຶ່ງ ເອົາ ມື ອອກ ມາ; ນາງ ຜະດຸງຄັນ ຈຶ່ງ ຈັບ ມື ໄວ້ ແລະ ເອົາ ດ້າຍ ສີແດງ ມັດ ມື ແລະ ເວົ້າວ່າ, “ຜູ້ ນີ້ ອອກ ກ່ອນ.” 29 ແຕ່ ເດັກນ້ອຍ ຫົດ ມື ເຂົ້າ ຄືນ ແລະ ນ້ອງ ຂອງ ລາວ ຈຶ່ງ ເກີດກ່ອນ. ແລ້ວນາງ ຜະດຸງຄັນ ກໍ ເວົ້າວ່າ, “ອ້າວ! ຊ່າງ ແຫກ ອອກ ມາ ໄດ້. ” ສະນັ້ນ ເດັກນ້ອຍ ຜູ້ ນີ້ ຈຶ່ງ ມີ ຊື່ວ່າ ເປເຣັດ. (ອ) 30 ແລ້ວອ້າຍ ຂອງ ລາວ ກໍ ອອກ ມາ ໂດຍ ມີ ດ້າຍ ສີແດງ ມັດ ທີ່ ມື ຂອງ ລາວ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລາວ ວ່າ ເຊຣາ. (ຮ)