37

1 ຢາໂຄບ ໄດ້ ສືບ ຕໍ່ ອາໄສ ຢູ່ ໃນ ການາອານ ບ່ອນ ທີ່ ພໍ່ຂອງຕົນ ເຄີຍ ອາໄສ ຢູ່ ມາ ແຕ່ກ່ອນ. 2 ປະຫວັດ ຄອບຄົວ ຂອງ ຢາໂຄບ ມີ ດັ່ງນີ້: ໂຢເຊັບ ຊາຍໜຸ່ມ ອາຍຸ 17 ປີ ເຄີຍໄປ ລ້ຽງ ແກະ ແລະ ແບ້ ນຳພວກ ອ້າຍ ຂອງຕົນ ເຊັ່ນ: ພວກລູກຊາຍ ຂອງ ນາງ ບິນຮາ ແລະ ນາງ ສີລະປາ ຜູ້ ເປັນ ເມຍນ້ອຍ ຂອງ ພໍ່ ຕົນ. ໂຢເຊັບ ຟ້ອງການ ຊົ່ວຊ້າ ທີ່ ພວກ ອ້າຍ ຂອງຕົນ ໄດ້ ເຮັດ ສູ່ ພໍ່ ຟັງຢູ່ສະເໝີ. 3 ຢາໂຄບ ຮັກ ໂຢເຊັບ ຫລາຍກວ່າ ລູກຊາຍ ຄົນ ອື່ນ ໆ ເພາະ ເພິ່ນ ໄດ້ ລາວ ເມື່ອ ເພິ່ນ ແກ່ ຕົວ ແລ້ວ. ເພິ່ນ ໄດ້ ຕັດ ເສື້ອ ລ່າມ (ຢ) ມີແຂນ ຜືນ ໜຶ່ງ ໃຫ້ ລາວ. 4 ເມື່ອ ພວກອ້າຍ ເຫັນວ່າ ພໍ່ ຂອງຕົນ ຮັກ ໂຢເຊັບ ຫລາຍກວ່າ ຮັກ ພວກຕົນ; ພວກເຂົາ ກໍ ອິດສາ ທັງກຽດຊັງ ໂຢເຊັບ ຫລາຍທີ່ສຸດ ຈົນ ບໍ່ເວົ້າດີນຳ. 5 ຄືນ ໜຶ່ງ ໂຢເຊັບ ຝັນ ເມື່ອລາວ ເລົ່າ ຄວາມຝັນ ສູ່ ພວກອ້າຍ ຟັງ ພວກເຂົາ ແຮ່ງ ກຽດຊັງ ລາວ ຫລາຍ ຂຶ້ນ. 6 ລາວ ເວົ້າວ່າ, “ຟັງ ຄວາມຝັນ ທີ່ ຂ້ອຍ ຈະ ເລົ່າ ສູ່ ຟັງ ນີ້ ແມ 7 ພວກເຮົາ ກໍາລັງ ພາກັນ ມັດ ເຂົ້າ ຢູ່ ທີ່ ທົ່ງ ນາ ເມື່ອ ມັດ ແລ້ວ ຟ່ອນ ເຂົ້າ ຂອງຂ້ອຍ ກໍ ຕັ້ງ ຂຶ້ນຊື່. ສ່ວນ ຟ່ອນ ເຂົ້າ ຂອງ ພວກເຈົ້າ ໄດ້ ຕີວົງ ລ້ອມ ຟ່ອນ ເຂົ້າ ຂອງຂ້ອຍ ແລະ ຂາບລົງ ຕໍ່ໜ້າ ຟ່ອນ ເຂົ້າ ຂອງຂ້ອຍ. ” 8 ພວກ ອ້າຍ ຈຶ່ງ ຖາມ ລາວ ວ່າ, “ເຈົ້າ ຄິດ ວ່າ ເຈົ້າ ຈະ ໄດ້ ເປັນ ກະສັດ ປົກ ຄອງ ພວກເຮົາ ຊັ້ນ ບໍ? ” ດັ່ງ ນັ້ນ ພວກ ອ້າຍ ຈຶ່ງ ພາກັນ ກຽດຊັງ ລາວ ຫລາຍ ຍິ່ງ ຂຶ້ນ ເພາະ ຄວາມຝັນ ທີ່ ລາວ ໄດ້ ເລົ່າ ມາ ນັ້ນ. 9 ແລ້ວ ໂຢເຊັບ ກໍ ຝັນ ອີກ ແລະ ເລົ່າ ຄວາມຝັນ ສູ່ ພວກ ອ້າຍ ຟັງ ຕື່ມ ວ່າ, “ຂ້ອຍ ຝັນ ອີກ. ຂ້ອຍ ຝັນ ເຫັນ ຕາເວັນ, ເດືອນ ແລະ ດວງດາວ ສິບເອັດ ດວງ ກົ້ມຂາບ ຂ້ອຍ. ” 10 ເມື່ອ ລາວ ເລົ່າ ຄວາມຝັນ ສູ່ ພໍ່ ແລະ ພວກ ອ້າຍ ຟັງ ພໍ່ ຈຶ່ງ ທ້ວງ ລາວ ວ່າ, “ເຈົ້າ ມາ ຊ່າງ ຝັນແທ້ ເຈົ້າຄິດວ່າ ແມ່, ພວກ ອ້າຍ ນ້ອງ ຂອງ ເຈົ້າ ແລະ ພໍ່ ຈະ ພາກັນ ໄປກົ້ມຂາບ ເຈົ້າ ຊັ້ນບໍ? ” 11 ພວກ ອ້າຍ ຈຶ່ງອິດສາ ໂຢເຊັບ ຫລາຍ ຂຶ້ນ ສ່ວນ ຜູ້ ເປັນ ພໍ່ ກໍໄດ້ ແຕ່ ຄຸ່ນ ຄິດ ເຖິງ ເລື່ອງ ນັ້ນ. 12 ມື້ ໜຶ່ງ ພວກ ອ້າຍ ຂອງ ໂຢເຊັບ ໄປ ລ້ຽງ ສັດ ໃຫ້ ຢາໂຄບ ພໍ່ ຂອງຕົນ ທີ່ ຊີເຄມ; 13 ຢາໂຄບ (ຣ) ຈຶ່ງ ເວົ້າ ກັບ ໂຢເຊັບ ວ່າ, “ພໍ່ ຢາກ ໃຫ້ ເຈົ້າ ໄປ ຫາ ພວກ ອ້າຍ ຂອງ ເຈົ້າ ທີ່ ກຳລັງ ລ້ຽງ ສັດ ຢູ່ ທີ່ ຊີເຄມ. ” ໂຢເຊັບ ຕອບວ່າ, “ລູກ ພ້ອມທີ່ຈະໄປ. ” 14 ພໍ່ ເວົ້າ ຕື່ມ ອີກ ວ່າ, “ໃຫ້ ເຈົ້າ ໄປ ເບິ່ງ ວ່າ ພວກ ອ້າຍ ຂອງ ເຈົ້າ ກຳ ລັງ ຢູ່ ກັນ ຢ່າງ ໃດ ແລະ ໄປ ເບິ່ງ ຝູງສັດ ຂອງເຮົາ ອີກ ວ່າ ຍັງ ຢູ່ ດີ ບໍ? ແລ້ວ ໃຫ້ ລູກ ກັບ ມາ ບອກ ພໍ່. ” ສະນັ້ນ ພໍ່ ຈຶ່ງ ໄດ້ ສົ່ງ ໂຢເຊັບ ອອກ ເດີນ ທາງ ຈາກ ຮ່ອມພູ ເຮັບໂຣນ ລາວ ໄດ້ ມາ ຮອດ ຊີເຄມ 15 ແລະ ຂະນະທີ່ ລາວ ຍ່າງ ໄປມາ ໃນ ເຂດ ນັ້ນ ມີ ຊາຍ ຄົນ ໜຶ່ງ ມາ ພົບ ລາວ ແລະ ຖາມ ວ່າ, “ເຈົ້າ ຊອກ ຫາ ໃຜ? ” 16 ໂຢເຊັບ ຕອບ ວ່າ, “ຂ້ອຍ ຊອກ ຫາ ພວກ ອ້າຍ ຂອງຂ້ອຍ ທີ່ ກຳລັງ ລ້ຽງ ສັດ ຢູ່ ໃນ ທີ່ ນີ້ ກະລຸນາ ບອກ ຂ້ອຍ ແດ່ ໄດ້ ບໍ ວ່າ ພວກເຂົາ ຢູ່ ໃສ? ” 17 ຊາຍ ຄົນ ນັ້ນ ຕອບ ວ່າ, “ພວກເຂົາ ໜີໄປ ຈາກ ທີ່ ນີ້ ແລ້ວ. ຂ້ອຍ ໄດ້ຍິນ ວ່າ ພວກເຂົາ ຈະ ໄປ ໂດທານ. ” ດັ່ງ ນັ້ນ ໂຢເຊັບ ຈຶ່ງ ນໍາ ໄປ ແລະ ພົບ ພວກເຂົາ ຢູ່ ທີ່ ນັ້ນ. 18 ພວກອ້າຍ ຫລຽວເຫັນ ໂ ຢເຊັບ ແຕ່ ໄກໆ ແລະ ກ່ອນລາວຈະມາຮອດ ພວກເຂົາ ຈຶ່ງ ພາກັນ ວາງແຜນ ເພື່ອ ຈະຂ້າ ລາວເສຍ. 19 ພວກເຂົາ ເວົ້າ ກັນວ່າ, “ຄົນຊ່າງຝັນ ມາທີ່ນີ້ແລ້ວ. 20 ມາເທາະ ໃຫ້ ພວກເຮົາ ຂ້າລາວ ແລະ ໂຍນ ສົບ ຂອງ ລາວ ຖິ້ມລົງ ໃນນ້ຳສ້າງທີ່ ບໍ່ມີນ້ຳ. ພວກເຮົາ ເວົ້າ ວ່າສັດ ຮ້າຍກັດກິນ ລາວກໍ ໄດ້. ແລ້ວພວກເຮົາ ກໍ ຈະໄດ້ ເຫັນ ວ່າ ຄວາມຝັນ ຂອງລາວນັ້ນ ຈະ ເປັນ ຢ່າງໃດກັນ ແທ້?” 21 ເມື່ອ ຣູເບັນ ໄດ້ຍິນ ພວກເຂົາ ເວົ້າ ດັ່ງ ນັ້ນ ກໍ ຊອກ ຫາ ວິທີ ຊ່ວຍ ໂຢເຊັບ; ລາວ ເວົ້າ ວ່າ, “ຢ່າ ຂ້າລາວ ເທາະ 22 ພຽງແຕ່ ໂຍນ ລາວ ຖິ້ມ ລົງ ໃນ ນ້ຳ ສ້າງ ທີ່ ຖິ່ນ ແຫ້ງແລ້ງ ກັນດານ ນີ້ ກໍພໍແລ້ວ. ” ລາວ ເວົ້າ ເຊັ່ນ ນີ້ ເພື່ອ ຊ່ວຍ ໂຢເຊັບ ໃຫ້ ພົ້ນ ຈາກ ເງື້ອມມື ຂອງ ພວກເຂົາ ແລະ ຈະ ສົ່ງ ລາວ ເມືອ ຫາ ພໍ່. 23 ພໍ ໂຢເຊັບ ມາ ຮອດ ບ່ອນ ພວກເ​ຂົາຢູ່ ພວກເຂົາ ກໍ ກຸມ ແກ້ ເສື້ອ ລ່າມ (ລ) ທີ່ ລາວ ນຸ່ງ ນັ້ນ ອອກ. 24 ແລ້ວ ພວກເຂົາ ກໍ ຈັບ ລາວ ໂຍນ ຖິ້ມ ລົງ ໃນ ສ້າງ ທີ່ ບໍ່ມີນ້ຳ. 25 ໃນຂະນະທີ່ ຮັບປະທານອາຫານ ຢູ່ນັ້ນ ໃນທັນ ໃດ ພວກເຂົາ ກໍ ເຫັນ ພວກອິດຊະມາເອນ; ພວກນີ້ ກຳລັງ ເດີນ ທາງມາຈາກເມືອງກີ ເລອາດ ເພື່ອຈະໄປປະເທດ ເອຢິບ. ໂຕອູດຂອງພວກເຂົາ ຕ່າງຢາງໄມ້ຫອມ ແລະ ເຄື່ອງເທດໄປຂາຍ. 26 ຢູດາ ເວົ້າຕໍ່ພວກອ້າຍນ້ອງ ຂອງຕົນ ວ່າ, “ຖ້າ ພວກເຮົາ ຂ້າລາວ ແລະອຳຄວາມຜິດໄວ້ ພວກເຮົາ ຈະໄດ້ ຫຍັງ? 27 ຂາຍລາວໃຫ້ ພວກ ອິດຊະມາເອນ ສາ. ແລ້ວພວກເຮົາ ກໍ ບໍ່ ຕ້ອງທໍາຮ້າຍລາວ ເພາະ ເຖິງ ຢ່າງ ໃດ ລາວ ກໍ ແມ່ນ ເລືອດເນື້ອເຊື້ອໄຂ ອັນດຽວກັນ. ” ສະນັ້ນ ພວກອ້າຍນ້ອງ ທຸກຄົນ ຈຶ່ງ ເຫັນ ພ້ອມພຽງກັນ 28 ແລະເມື່ອ ພໍ່ຄ້າ ຊາວມີດີອານ ບາງຄົນ ກາຍ ມາ ພວກເຂົາ (ວ) ກໍ ດືງ ເອົາ ໂຢເຊັບ ຂຶ້ນມາ ແຕ່ ນ້ຳສ້າງ ແລະຂາຍລາວໃຫ້ ພໍ່ ຄ້າ ຊາວອິດຊະມາເອນ ເປັນ ເງິນ 20 ຫລຽນ. ແລ້ວ ພວກພໍ່ຄ້າ ເຫລົ່າ ນີ້ ກໍພາ ໂຢເຊັບ ໄປຍັງ ປະເທດ ເອຢິບ. 29 ເມື່ອ ຣູເບັນ ກັບ ໄປ ເບິ່ງ ທີ່ ນໍ້າ ສ້າງ ແລະ ບໍ່ ພົບ ໂຢເຊັບ ຢູ່ ທີ່ນັ້ນ ລາວ ຈຶ່ງ ຈີກ ເຄື່ອງນຸ່ງຫົ່ມ ຂອງຕົນ ດ້ວຍ ຄວາມທຸກໃຈ ຢ່າງ ໜັກ. 30 ລາວ ກັບ ມາ ຫາ ພວກອ້າຍ ຂອງ ໂຢເຊັບ ແລະ ເວົ້າ ວ່າ, “ໂຢເຊັບ ບໍ່ ຢູ່ ໃນ ນໍ້າສ້າງ! ຂ້ອຍ ຈະ ເຮັດ ແນວ ໃດ ດີ?” 31 ຕໍ່ມາ ພວກເຂົາ ກໍ ຂ້າ ແບ້ ແລະ ເອົາ ເສື້ອລ່າມ ຂອງ ໂຢເຊັບ ຈຸ່ມ ໃສ່ ເລືອດ ນັ້ນ 32 ແລ້ວພວກເຂົາ ກໍ ພາກັນ ຖື ເສື້ອ ນັ້ນ ໄປ ຫາ ພໍ່ ແລະ ເວົ້າ ວ່າ, “ພວກ ລູກ ໄດ້ ພົບ ເສື້ອ ຜືນ ນີ້. ເບິ່ງດູ, ມັນ ແມ່ນ ເສື້ອ ລູກຊາຍ ຂອງ ພໍ່ ຫລື ບໍ່? ” 33 ເພິ່ນ ຈື່ ເສື້ອ ນັ້ນ ໄດ້ ແລະ ເວົ້າ ວ່າ, “ແມ່ນແລ້ວ ນີ້ແມ່ນ ເສື້ອ ຂອງ ລູກຊາຍ ເຮົາ ສັດຮ້າຍ ໄດ້ ກັດ ກິນລາວ ແລ້ວ. ໂທ່ ໂຢເຊັບ! ລູກຊາຍ ຂອງ ພໍ່ ເຈົ້າຖືກ ສັດ ຮ້າຍ ຈີກກິນ ເປັນ ຊິ້ນໆ ເສຍ ແລ້ວ.” 34 ຢາໂຄບ ຈີກ ເສື້ອ ຕົນເອງ ໄວ້ທຸກ ແລະ ນຸ່ງ ເສື້ອ ທີ່ ເຮັດ ດ້ວຍ ຜ້າກະສອບ ເຂົ້າ. ເພິ່ນ ໄວ້ທຸກ ໃຫ້ ລູກຊາຍ ຂອງຕົນ ເປັນ ເວລາ ນານ. 35 ລູກຊາຍ ແລະ ລູກສາວ ຕ່າງ ກໍ ເລົ້າໂລມ ເພິ່ນ, ແຕ່ ເພິ່ນ ບໍ່ ຟັງ ໃຜ ໝົດ ແລະ ເວົ້າ ວ່າ, “ຂ້ອຍ ຈະ ໄວ້ທຸກ ໃຫ້ ລູກຊາຍ ຂອງຂ້ອຍ ຈົນ ກວ່າ ຈະ ຕາຍ ຕາມ ລາວ ໄປ. ” ສະນັ້ນ ເພິ່ນ ຈຶ່ງ ສືບ ຕໍ່ ໄວ້ທຸກ ໃຫ້ ແກ່ ໂຢເຊັບ ລູກຊາຍ ຂອງຕົນ. 36 ໃນ ເວລາ ດຽວກັນ ນັ້ນ ໃນປະເທດ ເອຢິບ ຊາວມາດີອານ ໄດ້ ຂາຍ ໂຢເຊັບ ໃຫ້ ໂປຕີຟາ ນາຍທະຫານ ຄົນໜຶ່ງ ທີ່ ເປັນ ຫົວໜ້າຮັກສາ ວັງ ຂອງ ກະສັດ.