36

1 ເຊື້ອສາຍ ຂອງ ເອຊາວ ຫລື ມີ ຊື່ ໜຶ່ງ ອີກ ວ່າ ເອໂດມ ມີ ດັ່ງ ນີ້: 2 ເອຊາວ ມີ ເມຍ ຊາວ ການາອານ ສາມ ຄົນ ຄື: ນາງ ອາດາ ລູກສາວ ຂອງ ເອໂລນ ຊາວ ຮິດຕີ, ນາງ ໂອໂຮຣີບາມາ ລູກສາວ ຂອງ ອານາ, (ມ) ຫລານຊາຍ ຂອງ ຊີເບໂອນ ຊາວ ຮີວີ; 3 ແລະ ນາງ ບາເຊມາດ ລູກສາວ ຂອງ ອິດຊະມາເອນ ແລະ ຜູ້ ເປັນ ນ້ອງສາວ ຂອງ ເນບາໂຢດ. 4 ອາດາ ມີລູກຊາຍ ກັບ ເອຊາວ ຜູ້ໜຶ່ງ ຊື່ ວ່າ ເອລີຟັດ. ບາເຊມາດ ມີລູກຊາຍ ກັບ ເອຊາວ ຜູ້ໜຶ່ງ ຊື່ ວ່າ ເຣອູເອນ 5 ແລະ ໂອໂຮຣີບາມາ ມີລູກຊາຍ ດັ່ງ ນີ້: ເຢອຸດ, ຢາລາມ ແລະ ໂກຣາ. ທັງ ໝົດ ເປັນ ລູກຊາຍ ຂອງ ເອຊາວ ທີ່ ເກີດ ໃນ ເວລາ ເພິ່ນ ໄດ້ ອາໄສ ຢູ່ ໃນ ການາອານ. 6 ແລ້ວ ເອຊາວ ກໍ ພາ ບັນດາ ເມຍ ຂອງຕົນ, ບັນດາ ລູກຊາຍ ຍິງ ແລະ ພວກ ຄົນຮັບ ໃຊ້ ທຸກຄົນ ໃນ ເຮືອນ, ຕະຫລອດ ທັງ ເອົາ ສັດ ແລະ ສິ່ງ ຂອງ ທີ່ ຕົນ ມີ ຢູ່ ໃນ ການາອານ ນັ້ນ ອອກ ໜີ ຈາກ ຢາໂຄບ ນ້ອງຊາຍ ຂອງຕົນ ໄປ ຍັງ ປະເທດ ອື່ນ. 7 ເພິ່ນ ໜີໄປ ເພາະວ່າ ດິນ ບ່ອນ ທີ່ ເພິ່ນ ແລະ ຢາໂຄບ ຢູ່ ນັ້ນ ບໍ່ ອຸດົມ ສົມບູນ ພຽງພໍ ສໍາລັບ ພວກເຂົາ; ພວກເຂົາ ມີ ຝູງສັດ ຫລວງຫລາຍ ແລະ ບໍ່ ສາມາດ ຢູ່ ຮ່ວມ ກັນ ຕໍ່ ໄປ ໄດ້. 8 ສະນັ້ນ ເອຊາວ ຈິ່ງ ໄປ ອາໄສ ຢູ່ ໃນ ເຂດ ພູດອຍ ຂອງ ດິນແດນ ເອໂດມ. 9 ຕໍ່ ໄປນີ້ ແມ່ນ ເຊື້ອສາຍ ຂອງ ເອຊາວ ຜູ້ ທີ່ ສືບ ເຊື້ອ ສາຍ ໃຫ້ ຊາວ ເອໂດມ. 10-13 ນາງ ອາດາ ເມຍ ຂອງ ເອຊາວ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເອລີຟັດ; ແລະ ເອລີຟັດ ມີລູກຊາຍ ຢູ່ ຫ້າ ຄົນ ດັ່ງ ນີ້: ເຕມານ, ໂອມາກ, ເສໂຟ, ຄາຕາມ ແລະ ເກນາດ. ຕີມນາ ເມຍ ຜູໜຶ່ງ ອີກ ຂອງ ເອລີຟັດ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ອາມາເຫລັກ. ນາງ ບາເຊມາດ ເມຍ ຂອງ ເອຊາວ ມີລູກຊາຍ ຜູ້ໜຶ່ງ ຊື່ ວ່າ ເຣອູເອນ; ແລະ ເຣອູເອນ ມີລູກຊາຍ ສີ່ ຄົນ ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ ມິດສາ. 14 ນາງ ໂອໂຮຣີບາມາ ລູກສາວ ຂອງ ອານາ ແລະ ຫລານຊາຍ ຂອງ ຊີເບໂອນ ຜູ້ ທີ່ເປັນ ເມຍ ຂອງ ເອຊາວ ມີລູກຊາຍ ສາມ ຄົນ ດັ່ງ ນີ້: ເຢອຸດ, ຢາລາມ ແລະ ໂກຣາ. 15 ເຜົ່າ ເຫລົ່າ ນີ້ ໄດ້ ສືບ ເຊື້ອສາຍ ມາຈາກ ເອຊາວ. ເອລີຟັດ ລູກຊາຍກົກ ຂອງ ເອຊາວ ເປັນ ບັນພະບຸລຸດ ຂອງ ເຜົ່າຕ່າງໆ ດັ່ງ ຕໍ່ໄປນີ້: ເຕມານ, ໂອມາກ, ເສໂຟ, ເກນາດ, 16 ໂກຣາ, ຄາຕາມ ແລະ ອາມາເຫລັກ. ເຜົ່າ ທັງ ໝົດ ນີ້ ສືບ ເຊື້ອສາຍທາງ ອາດາ ເມຍ ຂອງ ເອຊາວ. 17 ເຣອູເອນ ລູກຊາຍ ຂອງ ເອຊາວ ເປັນ ບັນພະບຸລຸດ ຂອງ ເຜົ່າ ຕ່າງໆ ດັ່ງ ຕໍ່ ໄປນີ້: ນາຮາດ, ເສຣາ, ຊາມມາ ແລະ ມິດສາ. ເຜົ່າທັງ ໝົດນີ້ ສືບ ເຊື້ອ ສາຍ ທາງ ບາເຊມາດ ເມຍ ຂອງ ເອຊາວ. 18 ເຜົ່າ ຕ່າງໆ ທີ່ສືບ ເຊື້ອສາຍ ທາງ ນາງ ໂອໂຮຣີບາມາ ເມຍ ຂອງ ເອຊາວ ມີດັ່ງ ຕໍ່ໄປນີ້: ເຢອຸດ, ຢາລາມ ແລະ ໂກຣາ. 19 ເຜົ່າ ເຫລົ່າ ນີ້ ທັງໝົດ ສືບ ເຊື້ອ ສາຍ ມາ ຈາກ ເອຊາວ. 20 ຊາວ ພື້ນເມືອງ ໃນ ດິນແດນ ເອໂດມ ແບ່ງ ອອກ ເປັນ ຫລາຍ ເຜົ່າ; ບັນພະບຸລຸດ ຂອງ ພວກເຂົາ ທີ່ ໄດ້ ສືບ ເຊື້ອ ສາຍ ມາ ແຕ່ ເຊອີ ມີ ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 21 ດີໂຊນ, ເອເສ ແລະ ດີຊານ. 22 ໂລຕັນ ແມ່ນ ບັນພະບຸລຸດ ຂອງ ຕະກຸນ ໂຮຣີ ແລະ ເຮມານ. (ໂລຕັນ ມີ ນ້ອງສາວ ຜູ້ໜຶ່ງ ຊື່ ວ່າ ຕີມນາ.) 23 ໂຊບານ ເປັນ ບັນພະບຸລຸດ ຂອງ ຕະກຸນ ດັ່ງ ຕໍ່ ໄປນີ້: ອັນວານ, ມານາຮາດ, ເອບານ ແລະ ໂອນາມ. 24 ຊີເບໂອນ ມີລູກຊາຍ ສອງ ຄົນ ດັ່ງນີ້: ອາອີຢາ ແລະ ອານາ. (ອານາ ແມ່ນ ຜູ້ ພົບ ບໍ່ນໍ້າ ຮ້ອນ ຢູ່ ໃນ ຖິ່ນ ແຫ້ງແລ້ງ ກັນດານ ເມື່ອ ເວລາ ກໍາ ລັງ ລ້ຽງ ຝູງ ລໍ ພໍ່ ຂອງຕົນ ຢູ່.) 25-26 ອານາ ເປັນ ພໍ່ ຂອງ ດີໂຊນ ຜູ້ ທີ່ເປັນ ບັນພະບຸລຸດ ຂອງ ເຜົ່າ ເຮັມດານ, ເອັດຊະບານ, ອີທະຣານ ແລະ ເກຣານ. ອານາ ມີ ລູກສາວ ຜູ້ໜຶ່ງ ຊື່ວ່າ ໂອໂຮຣີບາມາ. 27 ເອເສ ເປັນ ບັນພະບຸລຸດ ຂອງ ບິນຮານ, ສາອາວານ ແລະ ອາການ. 28 ດີຊານ ເປັນ ບັນພະບຸລຸດ ຂອງ ອູສະ ແລະ ອາຣານ. 29 ເຜົ່າ ຕ່າງໆ ທີ່ ສືບ ເຊື້ອສາຍ ມາຈາກ ໂຮຣີ ແລະ ອາໄສ ຢູ່ ໃນ ດິນແດນ ຂອງ ເອໂດມ ມີ ດັ່ງ ນີ້: ໂລຕານ, ໂຊບານ, ຊີເບໂອນ, ອານາ, 30 ດີໂຊນ, ເອເສ ແລະ ດີຊານ. 31-39 ແຕ່ ກ່ອນ ບໍ່ມີ ກະສັດ ຢູ່ ໃນ ອິດສະຣາເອນ ກະສັດ ທີ່ໄດ້ ປົກ ຄອງ ສືບ ຕໍ່ ກັນ ມາ ໃນ ດິນແດນ ເອໂດມ ມີ ດັ່ງ ນີ້: ເຈົ້າເບລາ, ລູກຊາຍ ຂອງ ເບໂອ, ຈາກ ເມືອງ ດີຮາບາ ໂຢບັບ, ລູກຊາຍ ຂອງ ເສຣາ, ຈາກ ເມືອງ ໂບສະຣາ ຮູຊາມ, ມາຈາກ ເມືອງ ເຕມານ ຮາດັດ, ລູກຊາຍ ຂອງ ເບດັດ, ມາຈາກ ເມືອງ ອາອິດ (ຜູ້ ທີ່ ພີຊິດ ຊາວ ມາດີອານ ໃນບັ້ນຮົບ ຂອງ ດິນແດນ ໂມອາບ) ຊາມລາ, ມາ ຈາກ ເມືອງ ມາຊະເຣກາ ໂຊນ, ຊາວ ເມືອງ ເຣໂຮໂບດ ທີ່ຢູ່ແຄມ ແມ່ ນ້ຳ ບາອານຮານານ, ລູກຊາຍ ຂອງ ອັກໂບ ຮາດັດ, ມາຈາກ ເມືອງ ປາອູ. (ເມຍ ຂອງ ເພິ່ນ ມີ ຊື່ ວ່າ ເມເຫັດ ຕາເບັນ, ລູກສາວ ຂອງ ມັດເຫດ ແລະ ຫລານ ສາວ ຂອງ ເມສາຮາບ.) 40-43 ເອຊາວ ໄດ້ ສືບ ເຊື້ອສາຍ ໃຫ້ ຊາວ ເອໂດມ ແລະ ເຜົ່າ ຕ່າງໆ ດັ່ງ ນີ້: ຕີມນາ, ອານວາ, ເຢເຫັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນັດ, ເຕມານ, ມິບສາຣະ, ມັກດີເອນ ແລະ ອີຣາມ. ທ້ອງຖິ່ນ ຕ່າງໆ ທີ່ ພວກເຂົາ ໄດ້ ອາໄສ ຢູ່ ນັ້ນ ກໍ ໃສ່ ຊື່ ຕາມ ແຕ່ ລະເຜົ່າຂອງ ພວກເຂົາ.