35

1 ພຣະເຈົ້າ ໄດ້ ບອກ ຢາໂຄບ ວ່າ, “ຈົ່ງ ຮີບ ຕຽມຕົວ ໄປ ຍັງ ເບັດ ເອນ ດຽວ ນີ້ ແລະ ອາໄສ ຢູ່ ທີ່ ນັ້ນ. ໃນທີ່ ນັ້ນ ຈົ່ງ ສ້າງ ແທ່ນບູຊາ ຖວາຍ ແກ່ ພຣະເຈົ້າ ອົງ ທີ່ ໄດ້ ປາກົດ ແກ່ ເຈົ້າ ຄາວ ທີ່ ເຈົ້າ ກໍາ ລັງ ໄດ້ ປົບ ໜີ ຈາກ ເອຊາວ ອ້າຍ ຂອງ ເຈົ້າ. ” 2 ດັ່ງ ນັ້ນ ຢາໂຄບ ຈຶ່ງ ບອກ ຄົນ ຢູ່ ໃນ ຄອບຄົວ ແລະ ທຸກຄົນ ທີ່ ອາໄສ ຢູ່ ນໍາ ຕົນ ວ່າ, “ຈົ່ງ ຖິ້ມ ຮູບ ພະ ຂອງ ຄົນຕ່າງຊາດ ທີ່ ພວກເຈົ້າ ມີ ຢູ່ ນັ້ນ; ຈົ່ງ ຊໍາລະ ຕົວ ໃຫ້ ໝົດ ມົນ ທິນ ແລະ ນຸ່ງ ຫົ່ມ ເຄື່ອງ ທີ່ສະອາດ. 3 ພວກເຮົາ ຈະ ໜີ ຈາກ ທີ່ ນີ້ ໄປ ຢູ່ ເບັດເອນ; ໃນທີ່ ນັ້ນ ຂ້ອຍ ຈະ ສ້າງ ແທ່ນບູຊາ ຖວາຍ ແກ່ ພຣະເຈົ້າ ອົງ ທີ່ ໄດ້ ຊ່ວຍເຫລືອ ຂ້ອຍ ຍາມ ເດືອດຮ້ອນ ແລະ ອົງ ທີ່ ສະຖິດ ຢູ່ ນໍາ ຂ້ອຍ ໃນ ທຸກບ່ອນ ທີ່ ຂ້ອຍ ໄປ.” 4 ດັ່ງ ນັ້ນ ພວກເຂົາ ຈຶ່ງ ເອົາ ຮູບ ພະ ທັງ ໝົດ ຂອງ ຄົນ ຕ່າງຊາດ ຊຶ່ງ ພວກເຂົາ ມີ ຢູ່ ກັບ ຕຸ້ມ ຫູ ທີ່ ພວກເຂົາ ໃສ່ ຢູ່ ມອບ ໃຫ້ ຢາໂຄບ. ເພິ່ນ ໄດ້ ເອົາ ເຄື່ອງ ເຫລົ່າ ນີ້ ໄປ ຝັງ ໄວ້ ໃຕ້ ຕົ້ນ ໝາກກໍ່ ໃກ້ ກັບ ເມືອງ ຊີເຄມ. 5 ເມື່ອ ຢາໂຄບ ພ້ອມ ກັບ ລູກຊາຍ ກໍາ ລັງ ອອກ ເດີນທາງ ໄປ ນັ້ນ ຊາວ ເມືອງ ໃກ້ຄຽງ ກໍ ເກີດ ຄວາມ ຢ້ານກົວ ຫຼາຍ ແລະ ບໍ່ ກ້າ ໄລ່ ຕິດ ຕາມ ພວກເຂົາ ໄປ. 6 ຢາໂຄບ ແລະ ຄົນ ຂອງຕົນ ທຸກຄົນ ໄດ້ ມາ ຮອດ ເມືອງ ລູເຊ ໃນ ການາອານ ຊຶ່ງ ເອີ້ນ ກັນ ໃນ ເວລາ ນັ້ນ ວ່າ ເບັດເອນ. 7 ໃນທີ່ ນັ້ນ ເພິ່ນ ໄດ້ ສ້າງ ແທ່ນບູຊາ ແລະ ໃສ່ ຊື່ ບ່ອນ ນີ້ ວ່າ ພຣະເຈົ້າຂອງ ເບັດເອນ ເພາະ ພຣະເຈົ້າ ປາກົດ ແກ່ ເພິ່ນ ຄາວ ທີ່ ເພິ່ນ ໄດ້ ປົບ ໜີ ຈາກ ອ້າຍ ຂອງຕົນ ນັ້ນ. 8 ນາງ ເດໂບຣາ ເອື້ອຍ ລ້ຽງ ຂອງ ນາງ ເຣເບກາ ໄດ້ ເສຍ ຊີວິດ ແລະ ຖືກ ຝັງ ໄວ ໃຕ້ ຕົ້ນ ໝາກກໍ່ ທີ່ ຢູ່ ທາງ ທິດ ໃຕ້ ຂອງ ເມືອງ ເບັດເອນ. ສະນັ້ນ ພວກເຂົາ ຈຶ່ງ ໃສ່ ຊື່ ຕົ້ນໄມ້ ນັ້ນ ວ່າ, “ຕົ້ນ ໝາກກໍ່ ແຫ່ງ ນໍ້າຕາ.” 9 ເມື່ອ ຢາໂຄບ ກັບ ຈາກ ເມໂຊໂປຕາເມຍ ນັ້ນ ພຣະເຈົ້າ ໄດ້ ປາກົດ ແກ່ ເພິ່ນ ອີກ ແລະ ທັງ ອວຍພອນ ເພິ່ນ ວ່າ, 10 “ເຈົ້າ ຊື່ ຢາໂຄບ ແຕ່ ບັດນີ້ ໄປ ຊື່ ຂອງ ເຈົ້າ ຈະ ແມ່ນ ອິດສະຣາເອນ. ” ສະນັ້ນ ພຣະເຈົ້າ ຈຶ່ງ ເອີ້ນ ເພິ່ນ ວ່າ ອິດສະຣາເອນ. 11 ແລ້ວ ພຣະອົງ ກໍ ກ່າວ ອີກ ວ່າ, “ເຮົາ ແມ່ນ ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງໃຫຍ່. ຈົ່ງ ມີ ລູກຫລານ ໃຫ້ ຫລວງຫລາຍ ເພື່ອ ວ່າ ເຊື້ອສາຍ ຂອງ ເຈົ້າ ຈະ ກາຍເປັນ ຫລາຍ ຊົນຊາດ ແລະ ສືບ ເຊື້ອສາຍ ໃຫ້ ກະສັດ ຫລາຍ ຄົນ. 12 ເຮົາ ຈະ ມອບ ດິນແດນ ທີ່ ເຮົາ ໄດ້ ມອບ ໃຫ້ ອັບຣາຮາມ ແລະ ອີຊາກ ນັ້ນ ໃຫ້ ແກ່ ເຈົ້າ ແລະ ເຊື້ອສາຍ ຂອງ ເຈົ້າ ສືບ ຕໍ່ ກັນ ໄປ. ” 13 ແລ້ວ ພຣະເຈົ້າ ກໍ ຈາກ ເພິ່ນ ໄປ. 14 ໃນ ບ່ອນ ທີ່ ພຣະເຈົ້າ ກ່າວ ແກ່ ຢາໂຄບ ນັ້ນ ເພິ່ນ ໄດ້ ຕັ້ງ ເສົາ ຫິນ ໄວ້ ເປັນ ທີ່ ລະນຶກ ແລະ ຖວາຍ ໃຫ້ ພຣະເຈົ້າ ໂດຍ ຖອກ ເຫລົ້າ ອະງຸ່ນ ກັບ ນ້ຳ ມັນ ໝາກກອກເທດ ໃສ່ ເທິງ ນັ້ນ. 15 ຢາໂຄບ ໃສ່ ຊື່ ບ່ອນ ນັ້ນ ວ່າ ເບັດເອນ. 16 ຢາໂຄບ ແລະ ຄອບຄົວ ຂອງຕົນ ໄດ້ ອອກ ຈາກ ເບັດເອນ ໄປ ແລະ ເມື່ອ ເດີນ ທາງ ມາ ໃກ້ ຈະ ຮອດ ເອຟຣາທາ ນາງ ຣາເຊັນ ກໍ ເຈັບ ທ້ອງ ຈະ ອອກລູກ. ເທື່ອ ນີ້ ນາງ ຄອດ ລູກ ລໍາບາກ ຫລາຍ. 17 ເມື່ອ ນາງ ເບັ່ງ ລູກ ອອກ ເທື່ອ ໃດ ນາງ ຜະດຸງຄັນ ກໍ ເວົ້າ ກັບ ນາງ ວ່າ “ບໍ່ ຕ້ອງ ຢ້ານ ຣາເຊັນ ເອີຍ ເຈົ້າ ຈະ ໄດ້ ລູກ ຜູ້ຊາຍ ອີກ. ” 18 ແຕ່ ນາງ ສິ້ນໃຈ ຕາຍ ຫລັງ ຈາກ ຄອດ ລູກ ແລ້ວ. ກ່ອນ ສິ້ນໃຈ ຕາຍ ນາງ ໄດ້ ໃສ່ ຊື່ ໃຫ້ ລູກຊາຍ ຂອງຕົນ ວ່າ ເບັນໂອນີ (ຝ) ແຕ່ ຢາໂຄບ ຜູ້ ເປັນ ພໍ່ ໃສ່ ຊື່ ໃຫ້ ໃໝ່ ວ່າ ເບັນຢາມິນ. (ພ) 19 ຣາເຊັນ ໄດ້ ຕາຍໄປ ແລະ ຢາໂຄບ ໄດ້ ຝັງ ສົບ ຂອງ ນາງ ໄວ້ ໃກ້ ແຄມ ທາງ ໄປ ເມືອງ ເອຟຣາທາ ປັດຈຸບັນ ນີ້ ແມ່ນ ເມືອງ ເບັດເລເຮັມ. 20 ຢາໂຄບ ຝັງເສົາ ຫິນ ໄວ້ ທີ່ນັ້ນ ເປັນ ທີ່ ລະນຶກ ແລະ ເສົາ ຫິນ ນັ້ນ ໝາຍ ຊື່ ຂອງ ນາງ ຣາເຊັນ ໄວ້ ຈົນ ເຖິງ ເທົ່າ ທຸກ ວັນ ນີ້. 21 ຢາໂຄບ ໄດ້ ຍົກຍ້າຍ ໄປ ຕໍ່ ແລະ ຕັ້ງ ຄ້າຍພັກ ອາໄສ ຢູ່ ທາງ ດ້ານ ໜຶ່ງ ອີກ ຂອງ ຫໍຄອຍ ເອເດ. 22 ເມື່ອ ຢາໂຄບ ໄດ້ ອາໄສ ຢູ່ ໃນ ດິນແດນ ນັ້ນ ຣູເບັນ ໄດັ ລັກ ນອນ ນຳ ນາງ ບິນຮາ ເມຍນ້ອຍ ຄົນ ໜຶ່ງ ຂອງ ພໍ່ ຕົນ; ເມື່ອ ຢາໂຄບ ຮູ້ ເລື່ອງ ນີ້ ເພິ່ນ ກໍ ຮ້າຍ ຫຼາຍ. (ຟ) ຢາໂຄບ ມີ ລູກຊາຍ ຢູ່ ສິບ ສອງ ຄົນ. 23 ລູກຊາຍ ທີ່ ເກີດ ຈາກ ນາງ ເລອາ ມີ ດັ່ງ ນີ້: ຣູເບັນ ຜູ້ ເປັນ ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ ເຊບູໂລນ. 24 ລູກຊາຍ ທີ່ ເກີດ ຈາກ ນາງ ຣາເຊັນ ມີ ດັ່ງ ນີ້: ໂຢເຊັບ ແລະ ເບັນ ຢາມິນ. 25 ລູກຊາຍ ທີ່ ເກີດ ຈາກ ນາງ ບິນຮາ ເອື້ອຍ ລ້ຽງ ຂອງ ຣາເຊັນ ມີ ດັ່ງ ນີ້: ດານ ແລະ ເນັບທາລີ. 26 ລູກຊາຍ ທີ່ ເກີດ ຈາກ ນາງ ສີລະປາ ເອື້ອຍ ລ້ຽງ ຂອງ ນາງ ເລອາ ມີ ດັ່ງ ນີ້: ກາດ ແລະ ອາເຊ. ພວກລູກຊາຍ ເຫລົ່າ ນີ້ ໄດ້ ເກີດ ທີ່ ເມໂຊໂປຕາເມຍ. 27 ຢາໂຄບ ໄດ້ ກັບ ຄືນ ມາຫາ ອີຊາກ ພໍ່ຂອງຕົນ ທີ່ ມຳເຣ ໃກ້ ກັບ ເຮັບໂຣນ ບ່ອນ ທີ່ ອັບຣາຮາມ ແລະ ອີຊາກ ເຄີຍອາໄສ ຢູ່. 28 ອີຊາກ ໄດ້ ດຳລົງ ຊີວິດ ອີກ ຕໍ່ໄປ ຈົນ ເຖິງ 180 ປີ; 29 ເພິ່ນ ໄດ້ ຕາຍໄປ ເມື່ອ ອາຍຸ ສູງ ຫລາຍ; ຢາໂຄບ ແລະ ເອຊາວ ລູກຊາຍ ຂອງ ເພິ່ນ ເອງ ເປັນ ຜູ້ ຝັງ ສົບ ເພິ່ນ ໄວ້.