34

1 ມື້ ໜຶ່ງ ນາງ ດີນາ ລູກສາວ ຂອງ ຢາໂຄບ ແລະ ນາງ ເລອາ ໄດ້ ໄປ ຢ້ຽມຢາມ ຍິງ ຊາວ ການາອານ ບາງຄົນ. 2 ເມື່ອ ຊີເຄມ ລູກຊາຍ ຂອງ ຮາໂມ ຊາວ ຮີວີ ທີ່ ເປັນ ຜູ້ປົກ ຄອງ ໃນ ຂົງ ເຂດ ນີ້ ເຫັນ ດີນາ; ລາວ ຈຶ່ງ ຈັບ ເອົາ ນາງ ໄປ ຂົ່ມ ຂືນ. 3 ແຕ່ ເມື່ອ ເຫັນ ນາງ ງາມ ດືງ ດູດ ໃຈ ຫລາຍ ລາວ ຈຶ່ງ ຫລົງ ຮັກ ນາງ ແລະ ພະຍາຍາມ ໃຫ້ ນາງ ຮັກ ຕົນ ຄືນ. (ຜ) 4 ຊາຍ ຄົນ ນີ້ ຈຶ່ງ ເວົ້າ ກັບ ພໍ່ ຂອງຕົນ ວ່າ, “ຈົ່ງ ໄປ ຂໍ ຍິງ ຜູ້ ນີ້ ໃຫ້ ລູກ ເອົາ ເປັນ ເມຍ ແດ່. ” 5 ຢາໂຄບ ຮູ້ ວ່າ, ລູກ ຂອງຕົນ ໄດ້ ຮັບ ຄວາມ ອັບ ອາຍ ຂາຍໜ້າ, ແຕ່ ເພິ່ນ ບໍ່ ກ້າ ເຮັດ ຫຍັງ ລົງ ໄປ ເທື່ອ ຈົນ ກວ່າ ພວກ ລູກຊາຍ ຂອງ ເພິ່ນ ທີ່ ໄດ້ ອອກ ໄປ ລ້ຽງ ສັດ ທີ່ ທົ່ງ ນາ ນັ້ນ ກັບ ມາ ທຸກຄົນ ກ່ອນ. 6 ຮາໂມ ພໍ່ ຂອງ ຊີເຄມ ໄດ້ ມາ ປຶກ ສາ ຫາລື ກັບ ຢາໂຄບ 7 ແລະ ເປັນ ເວລາ ພໍດີ ກັບ ທີ່ ພວກ ລູກຊາຍ ຂອງ ຢາໂຄບ ພາກັນ ກັບ ມາ ແຕ່ ທົ່ງ ນາ. ເມື່ອ ຮູ້ ວ່າ ນາງ ດີນາ ຖືກ ຂົ່ມ ຂືນ. ພວກເຂົາ ຈຶ່ງ ຄຽດແຄ້ນ ແລະ ທຸກໃຈ ຫລາຍ ທີ່ ຊີ ເຄມ ໄດ້ ເຮັດ ເຊັ່ນ ນັ້ນ ອັນ ເປັນ ການ ໝິ່ນ ປະໝາດ ຄົນ ອິດສະຣາເອນ ໂດຍ ໄດ້ ຂົ່ມ ຂືນ ລູກສາວ ຂອງ ຢາໂຄບ. 8 ຮາໂມ ເວົ້າ ຕໍ່ ພວກເຂົາ ວ່າ, “ຊີເຄມ ລູກຊາຍ ຂອງຂ້ອຍ ຫລົງ ຮັກ ລູກສາວ ຂອງ ເຈົ້າ ຂໍ ໃຫ້ ພວກເຂົາ ໄດ້ ແຕ່ງງານ ກັນສາ 9 ໃຫ້ ພວກເຮົາ ມາ ຕົກ ລົງ ກັນ ວ່າ ຄົນ ຂອງຂ້ອຍ ແລະ ຄົນ ຂອງ ເຈົ້າ ແຕ່ງງານ ກັນ ໄດ້. 10 ແລ້ວ ພວກເຈົ້າ ກໍ ສາມາດ ຢູ່ ໃນ ດິນ ແດນ ຂອງ ພວກເຮົາ ນີ້ ນໍາ ກັນ; ພວກເຈົ້າ ຈະ ຢູ່ ບ່ອນ ໃດ ກໍໄດ້ ຈະ ຄ້າ ຂາຍ ແລະ ມີ ທີ່ ດິນ ເປັນ ຂອງ ຕົນ ເອງ ໄດ້ ຕາມໃຈມັກ.” 11 ແລ້ວ ຊີເຄມ ກໍ ເວົ້າ ກັບ ພໍ່ ແລະ ອ້າຍ ຂອງ ດີນາ ວ່າ, “ກະລຸນາ ຍົກ ນາງ ໃຫ້ ຂ້ອຍ ສາ ແລະ ຂ້ອຍ ຈະ ໃຫ້ ທຸກສິ່ງ ຕາມ ທີ່ ພວກເຈົ້າ ຕ້ອງການ. 12 ພວກເຈົ້າ ຕ້ອງການ ສ່ິ່ງ ໃດ ໃຫ້ ບອກ ມາ ຈະ ຄິດ ຄ່າ ດອງ ສູງ ເທົ່າ ໃດ ຕາມ ທີ່ ພວກເຈົ້າ ຕ້ອງການ ກໍໄດ້; ຂ້ອຍ ຈະ ໃຫ້ ທຸກສິ່ງ ທີ່ ພວກເຈົ້າ ຂໍມາ. ຂໍພຽງແຕ່ ໃຫ້ ຂ້ອຍ ໄດ້ ນາງ ມາ ເປັນ ເມຍ ກໍ ພໍ. ” 13 ພວກ ລູກຊາຍ ຂອງ ຢາໂຄບ ຈຶ່ງ ຕອບ ຊີເຄມ ແລະ ຮາໂມ ໃນ ທໍານອງ ຫລອກລວງ ເພາະ ຊີເຄມ ໄດ້ ເຮັດ ໃຫ້ ນ້ອງສາວ ຂອງ ພວກເຂົາ ຖືກ ອັບອາຍ. 14 ພວກເຂົາ ເວົ້າວ່າ, “ພວກເຮົາ ບໍ່ ຍອມ ໃຫ້ ນາງ ດີນາ ແຕ່ງງານ ກັບ ຜູ້ຊາຍ ທີ່ ບໍ່ໄດ້ ຮັບ ພິທີ ຕັດ ເພາະ ເປັນ ການ ເສຍ ກຽດ ສັກສີ ສໍາລັບ ພວກເຮົາ. 15 ມີ ເງື່ອນໄຂ ດຽວ ເທົ່ານັ້ນ ທີ່ ພວກເຮົາ ຈະ ລົງ ລອຍ ກັນ ໄດ້ ຄື: ພວກເຈົ້າ ຕ້ອງ ເປັນ ຄື ພວກເຮົາ. ຜູ້ຊາຍ ຂອງ ພວກເຈົ້າ ທຸກຄົນ ຕ້ອງ ຮັບ ພິທີຕັດ. 16 ແລ້ວ ພວກເຮົາ ກໍ ຈະ ຍອມ ໃຫ້ ແຕ່ງງານ ກັນ ໄດ້. ພວກເຮົາ ຈະ ຢູ່ ຮ່ວມກັນ ແລະ ເປັນ ປະຊາຊົນ ຊາດ ດຽວກັນ. 17 ແຕ່ ຖ້າ ພວກເຈົ້າ ບໍ່ ຍິນ ຍອມ ຮັບ ເອົາ ຂໍ້ ສະເໜີ ຂອງ ພວກເຮົາ ແລ້ວ ພວກເຮົາ ກໍ ຈະ ໄປ ເອົາ ນາງ ດີນາ ກັບ ຄືນ ມາ ແລະ ພາກັນ ອອກ ໜີ ຈາກ ດິນແດນ ນີ້ ໄປ.” 18 ຮາໂມ ແລະ ລູກຊາຍ ເຫັນ ວ່າ ເງື່ອນໄຂ ນັ້ນ ເປັນ ທີ່ ພໍໃຈ ແລ້ວ 19 ດັ່ງ ນັ້ນ ຊີເຄມ ຈ່ຶ່ງ ຮັບ ເອົາ ໂລດ ໂດຍ ບໍ່ ໃຫ ເສຍ ເວລາ ຍັອນ ວ່າ ລາວ ຮັກ ດີນາ ລູກສາວ ຂອງ ຢາໂຄບ ຫລາຍ. ຊີເຄມ ເປັນ ຄົນ ສໍາຄັນ ທີ່ ສຸດ ໃນ ຄອບຄົວ. 20 ແລ້ວ ຮາໂມ ກັບ ລູກຊາຍ ຂອງຕົນ ກໍ ໄປ ຍັງ ບ່ອນ ປະຊຸມ ທີ່ ປະຕູ ເມືອງ ແລະ ເວົ້າ ກັບ ຊາວ ເມືອງ ວ່າ, 21 “ຄົນ ພວກ ນີ້ ເປັນ ມິດ ກັບ ພວກເຮົາ; ຈົ່ງ ໃຫ້ ພວກເຂົາ ອາໄສ ຢູ່ ໃນ ດິນແດນ ນີ້ ແລະ ສາມາດ ໄປມາຕາມໃຈມັກ ເທີ້ນ. ດິນແດນ ກໍ ຍັງ ມີ ກວ້າງ ຂວາງ ຢູ່ ສໍາລັບ ພວກເຂົາ. ຈົ່ງ ໃຫ້ ລູກສາວ ຂອງ ພວກເຂົາ ແຕ່ງງານ ກັບ ລູກຊາຍ ຂອງ ພວກເຮົາ ແລະ ໃຫ້ ລູກສາວ ຂອງ ພວກເຮົາ ແຕ່ງງານ ກັບ ລູກຊາຍ ຂອງ ພວກເຂົາ. 22 ແຕ່ ພວກເຂົາ ຈະ ຍິນຍອມ ຢູ່ ນໍາ ພວກເຮົາ ແລະ ເປັນ ປະຊາຊົນ ດຽວ ກັບ ພວກເຮົາ ໄດ້ ນັ້ນ ກໍ ມີ ຢູ່ ເງື່ອນໄຂ ດຽວ ເທົ່າ ນັ້ນ ທີ່ ພວກເຮົາ ຕ້ອງ ເຮັດ ດັ່ງ ນີ້: ໃຫ້ ຜູ້ຊາຍ ຂອງ ພວກເຮົາ ທຸກຄົນ ຮັບ ພິທີຕັດ ຄື ພວກເຂົາ. 23 ຝູງສັດ ທັງ ຫລາຍ ພ້ອມ ດ້ວຍ ສິ່ງ ຂອງ ທັງ ໝົດ ຂອງ ພວກເຂົາ ຈະ ເປັນ ຂອງ ພວກເຮົາ ບໍ່ ແມ່ນ ບໍ? ດັ່ງ ນັ້ນ ຈົ່ງ ຍອມ ຮັບ ເອົາ ເງື່ອນໄຂ ຂອງ ພວກເຂົາ ແລະ ໃຫ້ ພວກເຂົາ ຢູ່ ນໍາ ກັນ ກັບ ພວກເຮົາ ເຖີດ.” 24 ປະຊາຊົນ ທຸກຄົນ ຕ່າງ ກໍ ເຫັນ ດີ ເຫັນ ພ້ອມ ນໍາ ສິ່ງ ທີ່ ຮາໂມ ກັບ ຊີເຄມ ໄດ້ ສະເໜີ ມາ ນັ້ນ; ສະນັ້ນ ຜູ້ຊາຍ ທຸກຄົນ ໃນ ເມືອງ ນີ້ ຈຶ່ງ ພາກັນ ຮັບພິທີຕັດ. 25 ສາມ ມື້ ຕໍ່ມາ ໃນ ຂະນະທີ່ ພວກ ຜູ້ຊາຍ ຊາວ ເມືອງ ຍັງ ເຈັບ ປວດ ຢູ່ ເພາະ ຮັບ ພິທີຕັດ ນັ້ນ; ລູກຊາຍ ສອງ ຄົນ ຂອງ ຢາໂຄບ ຄື ຊີເມໂອນ ແລະ ເລວີ ຜູ້ ເປັນ ອ້າຍ ຂອງ ນາງ ດີນາ ໄດ້ ຖື ດາບ ເຂົ້າ ໄປ ໃນ ເມືອງ ຢ່າງ ບໍ່ ມີ ໃຜ ຄິດ ສົງ ໄສ ແລະ ສັງຫານ ພວກ ຜູ້ຊາຍ ທັງ ໝົດ ໃນ ເມືອງ ຖິ້ມ 26 ລວມ ທັງ ຮາໂມ ແລະ ຊີເຄມ ລູກຊາຍ ຂອງ ລາວ ດ້ວຍ. ແລ້ວພວກເຂົາ ກໍໄດ້ ພາ ນາງ ດີນາ ໜີ ອອກ ຈາກ ເຮືອນ ຂອງ ຊີເຄມ. 27 ຫລັງຈາກ ສັງ ຫານ ພວກ ຜູ້ຊາຍ ຢູ່ ໃນ ເມືອງ ແລ້ວ ລູກຊາຍ ຄົນ ອື່ນ ໆ ຂອງ ຢາໂຄບ ກໍ ປຸ້ນ ສະດົມ ເມືອງ ເພື່ອ ແກ້ແຄ້ນ ໃຫ້ ນາງ ດີນາ ນ້ອງສາວ ຂອງ ພວກ ຕົນ ເພາະ ຖືກ ໝິ່ນ ປະໝາດ. 28 ພວກເຂົາ ຢຶດ ເອົາ ແກະ, ງົວ, ລໍ ແລະ ສິ່ງ ຂອງ ໃນ ເມືອງ ແລະ ໃນ ທົ່ງ ນາ ໄປ ໝົດ. 29 ພວກເຂົາ ຍັງ ຢຶດ ເອົາ ຂອງ ມີຄ່າ ທັງ ຈັບ ເອົາ ຜູ້ຍິງ ແລະ ເດັກ ນ້ອຍ ແລ້ວ ຂົນ ເອົາ ທຸກສິ່ງ ໃນ ເຮືອນ ໄປ ຈົນ ກ້ຽງ. 30 ຢາໂຄບ ຈຶ່ງ ເວົ້າ ກັບ ຊີເມໂອນ ແລະ ເລວີ ວ່າ, “ພວກເຈົ້າ ກໍ່ເລື່ອງ ເດືອດຮ້ອນ ມາ ໃຫ້ ຂ້ອຍ ແລ້ວ; ບັດ ນີ້ ຊາວ ການາອານ, ຊາວ ເປຣີຊີ ແລະ ປະຊາຊົນ ທຸກຄົນ ໃນ ດິນແດນ ນີ້ ຈະ ຊັງ ຂ້ອຍ. ຖ້າ ປະຊາຊົນ ເຫລົ່າ ນີ້ ພ້ອມໃຈ ກັນ ມາ ໂຈມຕີ ຄອບຄົວ ພວກເຮົາ ກໍ ຈະ ຖືກ ທໍາ ລາຍ ຖິ້ມ ໝົດ ເພາະ ຄົນ ຂອງ ພວກເຮົາ ມີ ບໍ່ ຫລາຍ. ” 31 ແຕ່ ພວກເຂົາ ຕອບ ວ່າ, “ພວກເຮົາ ບໍ່ ອາດ ຍອມ ໃຫ້ ພວກເຂົາ ເຮັດ ຕໍ່ນ້ອງສາວ ຂອງ ພວກເຮົາ ເໝືອນດັ່ງ ຍິງໂສເພນີ ດອກ.”