33

1 ຢາໂຄບ ເຫັນ ເອຊາວ ພ້ອມ ລູກ ນ້ອງ 400 ຄົນ ກໍາ ລັງ ເດີນ ທາງ ມາ. ດັ່ງ ນັ້ນ ເພິ່ນ ຈຶ່ງ ແບ່ງ ເດັກ ນ້ອຍ ໃຫ້ ເລອາ, ຣາເຊັນ ແລະ ໃຫ້ ສາວໃຊ້ ທັງສອງ. 2 ເພິ່ນ ໃຫ້ ສາວ ໃຊ້ ສອງ ຄົນ ກັບ ລູກ ຂອງ ພວກເຂົາ ອອກ ໜ້າ ກ່ອນ ຕໍ່ມາ ແມ່ນ ເລອາ ແລະ ລູກຢູ່ກາງ ແລະ ຣາເຊັນ ກັບ ໂຢເຊັບ ຢູ່ ທາງຫລັງ. 3 ສ່ວນ ຢາໂຄບ ເອງ ໄດ້ ອອກ ໜ້າ ພາ ພວກເຂົາ ໄປ ແລະ ຂາບລົງ ເຈັດ ເທື່ອ ຈົນ ເຂົ້າ ໄປ ຮອດ ອ້າຍ. 4 ຝ່າຍ ເອຊາວ ກໍ ຟ້າວ ແລ່ນ ໄປ ພົບ ຢາໂຄບ ທັງ ກອດ ແລະ ຈູບ ລາວ. ພວກເຂົາ ພາກັນ ຮ້ອງໄຫ້. 5 ເມື່ອ ເອຊາວ ມືນ ຕາ ຂຶ້ນ ເຫັນ ພວກ ແມ່ ຍິງ ແລະ ເດັກ ນ້ອຍ ລາວ ຈຶ່ງ ຖາມ ວ່າ, “ຄົນ ທີ່ ມາ ນໍາ ເຈົ້າ ນີ້ ແມ່ນ ໃຜ? ” ຢາໂຄບ ຕອບ ວ່າ, “ທ່ານເອີຍ ພວກ ເຫລົ່າ ນີ້ ແມ່ນ ລູກ ຂອງ ນ້ອງ ເອງ ທີ່ ພຣະເຈົ້າ ໂຜດ ປະທານ ໃຫ້.” 6 ແລ້ວ ພວກເຂົາ ກໍ ຫຍັບ ເຂົ້າ ມາ ກົ້ມ ຂາບ ເອຊາວ ເປັນ ລໍາດັບ ໄປ ດັ່ງ ນີ້: ສາວໃຊ້ ທັງ ສອງ ພ້ອມ ດ້ວຍ ລູກ 7 ຕໍ່ ມາ ເລອາ ພ້ອມ ດ້ວຍ ລູກ ແລະ ທ້າຍສຸດ ແມ່ນ ຣາເຊັນ ພ້ອມ ດ້ວຍ ໂຢເຊັບ. 8 ເອຊາວ ຈຶ່ງ ຖາມ ວ່າ, “ຖ້າດັ່ງນັ້ນ ໝວດ ທີ່ ອ້າຍ ພົບ ມາ ກ່ອນ ຫັ້ນ ເດ ແມ່ນ ພວກ ໃດ? ” ຢາໂຄບ ຕອບ ວ່າ, “ພວກ ນັ້ນ ແມ່ນ ນ້ອງ ໄດ້ ສົ່ງ ໄປ ຂໍ ຄວາມ ກະລຸນາ ຈາກ ອ້າຍ.” 9 ແຕ່ ເອຊາວ ຕອບ ວ່າ, “ນ້ອງ ເອີຍ ອ້າຍ ມີ ພໍ ແລ້ວ ເອົາ ໄວ້ ເພື່ອ ເຈົ້າ ເອງ ສາ. ” 10 ຢາໂຄບ ເວົ້າ ວ່າ, “ບໍ່ ແມ່ນ ຢ່າງ ນັ້ນ ຖ້າ ອ້າຍ ກະລຸນາ ນ້ອງ ແລ້ວ ຈົ່ງ ຮັບ ເອົາ ຂອງຕ້ອນ ນີ້ ເຖີດ. ເຫັນ ໜ້າ ອ້າຍ ກໍ ເທົ່າ ກັບ ໄດ້ ເຫັນ ໜ້າ ພຣະເຈົ້າ ດຽວ ນີ້ ອ້າຍ ດີ ຕໍ່ ນ້ອງ ແທ້ໆ. 11 ຈົ່ງ ຮັບ ເອົາ ຂອງຕ້ອນ ທີ່ ນ້ອງ ນໍາ ມາ ມອບ ໃຫ້ ອ້າຍ ນີ້ ສາ ພຣະເຈົ້າ ໄດ້ ໂຜດ ກະລຸນາ ນ້ອງ ໂດຍ ໃຫ້ ທຸກສິ່ງ ທີ່ ນ້ອງ ຕ້ອງການ. ” ຢາໂຄບ ວິງ ວອນ ຂໍ ຢ່າງ ອ່ອນນ້ອມ ຈົນ ອ້າຍ ຍອມ ຮັບ ເອົາ. 12 ເອຊາວ ເວົ້າ ວ່າ, “ເຮົາ ພາກັນ ອອກ ເດີນ ທາງ ເທາະ ອ້າຍ ຈະ ນໍາ ໜ້າ ນ້ອງ ໄປ. ” 13 ຢາໂຄບ ຕອບ ວ່າ, “ອ້າຍ ເອີຍ ອ້າຍ ກໍ ເຫັນ ແລ້ວວ່າ ພວກ ເດັກ ນ້ອຍ ຍັງ ອ່ອນແຮງ ຫລາຍ ແລະ ນ້ອງ ຍັງ ເປັນ ຫ່ວງ ນໍາ ຝູງສັດ ແລະ ລູກ ນ້ອຍ ຂອງ ມັນ ທີ່ ຍັງ ກິນ ນົມ ຢູ່. ຖ້າ ພວກເຮົາ ຮີບ ເຮັ່ງ ໄລ່ ມັນ ໄປ ໃນ ມື້ ດຽວ ໂລດ ສັດ ເຫລົ່າ ນີ້ ກໍ ຈະ ຕາຍ ໝົດ. 14 ອ້າຍ ຈົ່ງ ໄປ ກ່ອນ ສາ ເຖີດ ນ້ອງ ກັບ ເດັກ ນ້ອຍ ພ້ອມ ດ້ວຍ ຝູງສັດ ຈະ ຕິດ ຕາມ ໄປ ນໍາ ຫລັງ ຊ້າ ໆ, ແຕ່ ກໍ ຈະ ພະຍາຍາມ ໄປ ໄວ ເທົ່າ ທີ່ ຈະ ໄວ ໄດ້ ຈົນ ຮອດ ເມືອງ ເອໂດມ.” 15 ເອຊາວ ເວົ້າ ວ່າ, “ຖ້າ ດັ່ງ ນັ້ນ ອ້າຍ ຈະ ປະ ຄົນ ຂອງ ອ້າຍ ບາງຄົນ ໄວ້ ກັບ ນ້ອງ. ” ແຕ່ ຢາໂຄບ ຕອບ ວ່າ, “ນ້ອງ ເຫັນ ວ່າ ບໍ່ ມີ ຄວາມ ຈໍາເປັນ ດອກ ເພາະ ນ້ອງ ຕ້ອງການ ຄວາມກະລຸນາ ຈາກ ອ້າຍ ຫລາຍກວ່າ. ” (ບ) 16 ສະນັ້ນ ເອຊາວ ຈຶ່ງ ກັບຄືນ ເມືອ ດິນແດນ ເອໂດມ ໃນ ວັນ ນັ້ນ ເອງ. 17 ສ່ວນ ຢາໂຄບ ນັ້ນ ໄດ້ ເດີນ ທາງ ໄປ ເຖິງ ເມືອງ ຊຸກໂກດ ແລະ ສ້າງ ເຮືອນ ຫລັງ ໜຶ່ງ ສໍາລັບ ຄອບຄົວ ຂອງຕົນ ແລະ ສ້າງ ຄອກ ສໍາລັບ ຝູງສັດ. ດ້ວຍເຫດນີ້ ບ່ອນ ນັ້ນ ຈຶ່ງມີ ຊື່ ວ່າ ຊຸກໂກດ. (ປ) 18 ເມື່ອ ຄາວ ກັບ ມາ ແຕ່ ເມໂຊໂປຕາເມຍ ນັ້ນ ຢາໂຄບ ໄດ້ ເດີນ ທາງ ໄປ ຢ່າງ ປອດໄພ ຈົນ ຮອດ ເມືອງ ຊີເຄມ ຢູ່ ໃນ ການາອານ ແລະ ຕັ້ງ ຄ້າຍພັກ ຢູ່ໃກ້ ນາ ທົ່ງ ໜຶ່ງ ຂອງ ເມືອງ ນັ້ນ. 19 ເພິ່ນ ໄດ້ ຊື້ ນາ ທົ່ງ ນັ້ນ ລາຄາ ໜຶ່ງ ຮ້ອຍ ຫລຽນ ຈາກ ເຊື້ອ ສາຍ ຂອງ ຮາໂມ ພໍ່ ຂອງ ຊີເຄມ. 20 ເພິ່ນ ໄດ້ ສ້າງ ແທ່ນບູຊາ ຂຶ້ນ ທີ່ ນັ້ນ ແລະ ໃສ່ ຊື່ ແທ່ນ ນັ້ນ ວ່າ ເອນ, ພຣະເຈົ້າ ຂອງ ຊາດ ອິດສະຣາເອນ.