32

1 ເມື່ອ ຢາໂຄບ ເດີນ ທາງ ໄປ ຕໍ່ ເທວະດາ ຂອງ ພຣະເຈົ້າ ໄດ້ ມາ ພົບ ເພິ່ນ. 2 ພໍ ເຫັນ ເທວະດາ ຕົນ ນັ້ນ ເພິ່ນ ຈຶ່ງ ເວົ້າ ວ່າ, “ນີ້ ແມ່ນ ຄ້າຍ ຂອງ ພຣະເຈົ້າ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ບ່ອນ ນັ້ນ ວ່າ ມະຫານາອິມ. (ຕ) 3 ຢາໂຄບ ໄດ້ ໃຊ້ ຄົນ ນໍາ ຂ່າວ ໄປ ບອກ ເອຊາວ ອ້າຍ ຂອງຕົນ ທີ່ ເມືອງ ເຊອີ ໃນ ດິນແດນ ເອໂດມ. 4 ເພິ່ນ ສັ່ງ ຄົນ ນໍາ ຂ່າວ ໃຫ້ ໄປ ບອກ ເອຊາວ ດັ່ງ ນີ້: “ຂ້ານ້ອຍ ຢາໂຄບ ຄົນ ຮັບ ໃຊ້ ຜູ້ ເຊື່ອ ຟັງ ຂອງທ່ານ ທີ່ ໄດ້ ໄປ ອາໄສ ຢູ່ ນໍາ ລາບານ ນັ້ນ ແລະ ດຽວ ນີ້ ຫາ ກໍ ກັບ ມາ ຂໍ ລາຍງານ ຕໍ່ ທ່ານ ເອຊາວ ວ່າ 5 ຂ້ານ້ອຍ ມີ ຝູງງົວ, ຝູງ ລໍ, ຝູງແບ້ ແລະ ຝູງແກະ ພ້ອມ ທັງ ຄົນ ຮັບ ໃຊ້ ຊາຍ ຍິງ ຕັ້ງ ຫລວງຫລາຍ. ດັ່ງ ນັ້ນ ຈຶ່ງ ໄດ້ ໃຊ້ ຄົນ ມາ ຄໍານັບ ທ່ານ ໂດຍ ຫວັງ ວ່າ ທ່ານ ຈະ ໃຫ້ ຄວາມ ເຫັນ ອົກ ເຫັນ ໃຈ.” 6 ເມື່ອ ຄົນ ນໍາ ຂ່າວ ກັບ ຄືນ ມາ ພວກເຂົາ ຈຶ່ງ ເລົ່າ ໃຫ້ ຢາໂຄບ ຟັງ ວ່າ, “ພວກເຮົາ ໄດ້ ໄປ ຫາ ເອຊາວ ອ້າຍ ຂອງທ່ານ ແລ້ວ ແລະ ເພິ່ນ ກໍາ ລັງ ອອກ ເດີນທາງ ມາ ພົບ ທ່ານ ພ້ອມ ທັງ ມີ ຄົນ ມາ ນໍາ ສີ່ ຮ້ອຍ ຄົນ. ” 7 ຢາໂຄບ ຢ້ານ ແລະ ອຸກໃຈ ຫລາຍ. ສະນັ້ນ ເພິ່ນ ຈຶ່ງ ແບ່ງ ຄົນ ຕະຫລອດ ທັງ ຝູງແກະ, ຝູງແບ້, ຝູງງົວ ແລະ ຝູງ ອູດ ອອກ ເປັນ ສອງ ພວກ; 8 ເພາະ ເພິ່ນ ຄິດ ວ່າ, ຖ້າ ເອຊາວ ມາ ບຸກໂຈມຕີ ພວກ ທີ ໜຶ່ງ, ພວກ ທີ ສອງ ກໍ ຈະ ສາມາດ ຫລົບ ໜີໄປ ໄດ້. 9 ແລ້ວ ຢາໂຄບ ກໍ ພາວັນ ນາ ອະທິຖານ ວ່າ, “ໂອ ພຣະເຈົ້າ ຂອງ ອັບຣາຮາມ ຜູ້ ເປັນ ປູ່ ແລະ ພຣະເຈົ້າ ຂອງ ອີຊາກ ຜູ້ ເປັນ ພໍ່ ຂອງ ຂ້ານ້ອຍ ໂຜດ ຟັງ ຂ້ານ້ອຍ ແດ່ ທ້ອນ ພຣະອົງ ບອກ ໃຫ້ ຂ້ານ້ອຍ ກັບ ຄືນ ເມືອ ສູ່ ດິນແດນ ຫາ ຍາດຕິພີ່ ນ້ອງ ແລະ ພຣະອົງ ຈະ ໃຫ້ ທຸກສິ່ງ ຜ່ານ ພົ້ນ ໄປ ໂດຍ ດີ ສໍາລັບ ຂ້ານ້ອຍ. 10 ຂ້ານ້ອຍ ບໍ່ ສົມ ຄວນ ກັບ ພຣະກະລຸນາ ແລະ ຄວາມສັດຊື່ ທີ່ພຣະອົງ ໄດ້ ສຳແດງ ຕໍ່ ຂ້ານ້ອຍ ຜູ້ຮັບໃຊ້ ຂອງ ພຣະອົງ ເລີຍ. ຂ້ານ້ອຍ ໄດ້ ຂ້າມ ແມ່ ນ້ຳ ຈໍແດນ ມີ ພຽງ ໄມ້ເທົ້າ ເທົ່າ ນັ້ນ; ແຕ່ ບັດນີ້ ຂ້ານ້ອຍ ກັບມາ ພ້ອມ ດ້ວຍ ຈຳ ນວນ ຄົນ ແລະ ຝູງສັດ ສອງ ໝວດ ນີ້. 11 ຂ້ານ້ອຍ ພາວັນ ນາ ອະທິຖານ ຂໍ ພຣະອົງ ໂຜດ ຊ່ວຍ ຂ້ານ້ອຍ ໃຫ້ ພົ້ນ ຈາກ ເງື້ອມມື ຂອງ ອ້າຍ ເອຊາວ ແດ່ ທ້ອນ. ຂ້ານ້ອຍ ຢ້ານ ວ່າ ລາວ ຈະ ເຂົ້າ ມາ ບຸກໂຈມຕີ ແລະ ທໍາ ຮ້າຍ ພວກ ຂ້ານ້ອຍ ທັງ ໝົດ ຄື: ພວກຜູ້ຍິງ ແລະ ເດັກ ນ້ອຍ. 12 ໂຜດ ຈົດ ຈໍາ ຄໍາສັນ ຍາ ທີ່ ວ່າ ພຣະອົງ ຈະ ເຮັດ ທຸກສິ່ງ ໃຫ້ ຜ່ານ ພົ້ນ ໄປ ໂດຍ ດີ ແລະ ໃຫ້ ຂ້ານ້ອຍ ມີ ເຊື້ອ ສາຍ ຢ່າງ ຫລວງຫລາຍ ດັ່ງ ເມັດ ຊາຍ ທີ່ ແຄມ ທະເລ ຊຶ່ງ ບໍ່ ອາດ ນັບ ໄດ້.” 13-15 ຫລັງ​ຈາກ​ຢາ​ໂຄບ ໄດ້​ນອນ​ຄ້າງ​ຄືນ​ທີ່​ມະ​ຫາ​ນາ​ອີມ​ແລ້ວ ເພິ່ນ​ກໍ​ເລືອກ​ເອົາ​ເຄື່ອງ​ຂອງ​ທີ່​ເພິ່ນ​ມີ ເພື່ອ​ເປັນ​ເຄື່ອງ​ຕ້ອນ​ໃຫ້​ແກ່​ເອ​ຊາວ ອ້າຍ​ຂອງ​ຕົນ ດັ່ງ​ນີ້: ແບ້​ແມ່ 200 ໂຕ ແລະ​ແບ້​ເຖິກ 20 ໂຕ, ແກະ​ແມ່ 200 ໂຕ ແລະ ແກະ​ເຖິກ 20 ໂຕ, ອູດ​ແມ່​ແລະ​ລູກ​ທີ່​ຍັງ​ກິນນ​ົມ​ຢູ່ 30 ໂຕ, ງົວ​ແມ່ 40 ໂຕ, ງົວ​ເຖິກ 10 ໂຕ, ລໍ​ແມ່ 20 ໂຕ, ລໍ​ເຖິກ 10 ໂຕ. 16 ເພິ່ນ ມອບ ຝູງສັດ ແຕ່ ລະ ຝູງ ໃຫ້ ຄົນ ຮັບ ໃຊ້ ແຕ່ ລະຄົນ ເບິ່ງ ແຍງ ຮັກ ສາ. ເພິ່ນ ສັ່ງ ພວກເຂົາ ວ່າ, “ຈົ່ງ ເດີນ ທາງ ໄປ ກ່ອນຂ້ອຍ ທັງ ປ່ອຍ ໄລຍະ ໃຫ້ ຫ່າງ ກັນ ພໍສົມຄວນ.” 17 ເພິ່ນ ສັ່ງ ຄົນ ຮັບ ໃຊ້ ຜູ້ ທີ ໜຶ່ງ ວ່າ, “ເວລາ ເອຊາວ ພົບ ເຈົ້າ ແລະ ຖາມ ວ່າ, ‘ເຈົ້າ ຈະ ໄປ ໃສ? ໃຜ ເປັນ ນາຍ ຂອງ ເຈົ້າ? ສັດ ທີ່ ຍ່າງ ໄປ ກ່ອນ ນັ້ນ ເປັນ ຂອງ ໃຜ? ’ 18 ເຈົ້າ ຕ້ອງ ຕອບ ເພິ່ນ ວ່າ, ‘ສັດ ເຫລົ່າ ນັ້ນ ເປັນ ຂອງ ຢາໂຄບ ຄົນ ຮັບ ໃຊ້ ຂອງທ່ານ. ເພິ່ນ ສັ່ງ ໃຫ້ ນໍາ ສັດ ເຫລົ່າ ນີ້ ມາ ເປັນ ຂອງຕ້ອນ ແກ່ ເອຊາວ ນາຍ ຂອງ ເພິ່ນ. ສ່ວນ ເພິ່ນເອງ ນັ້ນ ກໍາລັງ ເດີນທາງ ມາ ຕາມຫລັງ. ’” 19 ຢາໂຄບ ສັ່ງ ຜູ້ ທີສອງ, ຜູ້ ທີ ສາມ ແລະ ທຸກຄົນ ທີ່ ຮັບ ຜິດ ຊອບ ເບິ່ງ ຝູງສັດ ວ່າ, “ເມື່ອ ພວກເຈົ້າ ພົບ ເອຊາວ ໃຫ້ ພາກັນ ເວົ້າ ດັ່ງ ນີ້: 20 ‘ທ່ານເອີຍ ຢາໂຄບ ຄົນ ຮັບ ໃຊ້ ຂອງທ່ານ ກຳ ລັງ ເດີນ ທາງ ມາ ຕາມຫລັງ. ’” ຢາໂຄບ ຄິດ ວ່າ, “ດ້ວຍ ຂອງຕ້ອນ ທີ່ ຂ້ອຍ ສົ່ງ ໄປ ໃຫ້ ນັ້ນ ລາວ ຄົງ ຈະ ເຫັນ ໃຈ ຂ້ອຍ ແລະ ເມື່ອ ຂ້ອຍ ພົບ ລາວ ບາງທີ ລາວ ອາດ ຈະ ຍົກ ໂທດ ໃຫ້ ຂ້ອຍ ກໍໄດ້. ” 21 ຢາໂຄບ ໄດ້ ສົ່ງ ຂອງຕ້ອນ ໄປ ກ່ອນ ສ່ວນ ເພິ່ນ ເອງ ນັ້ນ ຍັງ ນອນ ຄ້າງຄືນ ຢູ່ ທີ່ ຄ້າຍພັກ. 22 ໃນ ຄືນ ດຽວກັນ ນັ້ນ ຢາໂຄບ ຕື່ນ ຂຶ້ນ ພາ ເມຍ ທັງ ສອງ, ຄົນ ຮັບ ໃຊ້ ຍິງ ສອງ ຄົນ ແລະ ລູກ ສິບ ເອັດ ຄົນ ຂອງຕົນ ຂ້າມ ແມ່ ນ້ຳ ຢັບໂບກ. (ຖ) 23 ຫລັງ ຈາກ ສົ່ງ ພວກເຂົາ ຂ້າມ ແມ່ ນໍ້າ ໄປ ໝົດ ແລ້ວ ເພິ່ນ ກໍ ຈັດ ເອົາ ສິ່ງ ຂອງ ຂ້າມ ກັບ ໄປ ອີກ, 24 ສ່ວນ ເພິ່ນ ເອງ ຍັງ ນອນ ຄ້າງຄືນ ຢູ່ ຟາກ ແມ່ ນ້ຳ ພຸ້ນ ແຕ່ ຜູ້ ດຽວ. ແລ້ວ ມີ ຊາຍ ຄົນ ໜຶ່ງ ມາ ກຸມ ປໍ້າ ສູ້ ກັບ ເພິ່ນ ຈົນ ເຖິງ ຮຸ່ງ ເຊົ້າ. 25 ເມື່ອ ຊາຍ ຄົນ ນີ້ ເຫັນ ວ່າ ຕົນ ຈະ ບໍ່ ຊະນະ ຈຶ່ງ ຕີ ແອວ ຂອງ ຢາໂຄບ ຈົນ ພິກ ໂບກ. 26 ຊາຍ ຜູ້ນັ້ນ ເວົ້າ ວ່າ, “ປ່ອຍ ຂ້ອຍ ແມ ເພາະ ຕາເວັນ ຈວນ ຈະ ຂຶ້ນ ແລ້ວ. ” ແຕ່ ຢາໂຄບ ຕອບ ວ່າ, “ຂ້ອຍ ຈະ ບໍ່ ປ່ອຍ ເຈົ້າ ໄປ ຈົນ ກວ່າ ເຈົ້າ ຈະ ອວຍພອນ ຂ້ອຍ.” 27 ຊາຍ ຄົນ ນັ້ນ ຖາມ ວ່າ, “ເຈົ້າ ຊື່ ຫຍັງ? ” ລາວ ຕອບ ວ່າ, “ຢາໂຄບ". 28 ຊາຍ ນັ້ນ ເວົ້າ ວ່າ, “ຊື່ ຂອງ ເຈົ້າ ຈະ ບໍ່ ແມ່ນ ຢາໂຄບ ອີກ ຕໍ່ ໄປ. ເຈົ້າ ໄດ້ ຕໍ່ ສູ້ ກັບ ພຣະເຈົ້າ ແລະ ມະນຸດ ແລະ ເຈົ້າຊະນະ; ສະນັ້ນ ຊື່ ຂອງ ເຈົ້າ ຈະ ແມ່ນ ອິດສະຣາເອນ. ” (ທ) 29 ຢາໂຄບ ຂໍຮ້ອງ ວ່າ, “ບັດນີ້ ຈົ່ງ ບອກ ຊື່ ຂອງ ເຈົ້າ ໃຫ້ ຂ້ອຍ ຮູ້ ແດ່. ” ແຕ່ ຊາຍ ຄົນ ນັ້ນ ຕອບ ວ່າ, “ເຈົ້າ ຢາກ ຮູ້ ຊື່ ຂອງຂ້ອຍ ເຮັດ ຫຍັງ? ” ແລ້ວ ເພິ່ນ ກໍໄດ້ ອວຍພອນ ຢາໂຄບ. 30 ຢາໂຄບ ເວົ້າ ວ່າ, “ຂ້ອຍ ໄດ້ ເຫັນ ພຣະເຈົ້າ ຕໍ່ໜ້າຕໍ່ຕາ ແລະ ຂ້ອຍ ຍັງ ບໍ່ ຕາຍ. ” ສະນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ບ່ອນ ນັ້ນ ວ່າ “ເປນີເອນ. ” (ນ) 31 ເມື່ອ ຢາໂຄບ ອອກ ໄປ ຈາກ ເປນີເອນ ຕາເວັນ ກໍ ກໍາລັງ ຂຶ້ນ; ເພິ່ນ ຍ່າງ ຂາ ເຢັກ ໄປ ເພາະ ເຈັບ ແອວ. 32 ດ້ວຍເຫດນີ້ ແຫລະ ຊາວ ອິດສະຣາເອນ ຈຶ່ງ ບໍ່ ກິນ ຊີ້ນ ເອັນ ທີ່ ຕໍ່ ກັບ ແອວ ເພາະ ແມ່ນ ບ່ອນ ທີ່ ພຣະເຈົ້າ ໄດ້ ຕີ.