31

1 ຢາໂຄບ ໄດ້ຍິນ ພວກລູກຊາຍຂອງລາບານ ເວົ້າວ່າ, “ຢາໂຄບໄດ້ ເອົາ ຊັບ ສົມ ບັດ ທຸກສິ່ງ ທີ່ ເປັນ ຂອງພໍ່ ພວກເຮົາ ໄປ. ຊັບສົມບັດ ທັງ ໝົດ ທີ່ ລາວມີ ນັ້ນ ເປັນ ຂອງພໍ່ ພວກເຮົາ. ” 2 ຢາໂຄບ ເຫັນ​ໄດ້​ອີກວ່າ ທ່າ​ທີ​ຂອງ​ລາ​ບານ​ທີ່​ມີ​ຕໍ່​ຕົນ​ນັ້ນ​ບໍ່​ດີ​ຄື​ແຕ່​ກ່ອນ. 3 ແລ້ວອົງ ພຣະຜູ້ ເປັນ ເຈົ້າ ກໍ ບອກລາວວ່າ, “ຈົ່ງ ກັບ ຄືນ ເມືອ ສູ່ດິນ ແດນຂອງບັນ ພະບຸລຸດ ແລະຍາດຕິພີ່ນ້ອງ ຂອງເຈົ້າ ສາ ເຮົາ ຈະຢູ່ ກັບ ເຈົ້າ.” 4 ສະນັ້ນ ຢາໂຄບ ຈຶ່ງ ສັ່ງ ຄວາມ ໄປ ຫາ ນາງ ຣາເຊັນ ແລະ ນາງ ເລອາ ໃຫ້ ມາ ພົບ ຕົນ ທີ່ ທົ່ງ ລ້ຽງ ສັດ. 5 ລາວ ເວົ້າ ກັບ ເມຍ ທັງ ສອງ ວ່າ, “ອ້າຍ ສັງ ເກດ ເຫັນ ວ່າ ພໍ່ ຂອງ ພວກ ນ້ອງ ນັ້ນ ບໍ່ ມີ ທ່າທີ ດີ ຕໍ່ອ້າຍ ເໝືອນ ດັ່ງ ແຕ່ ກ່ອນ, ແຕ່ ພຣະເຈົ້າ ຂອງ ພໍ່ ອ້າຍ ສະຖິດ ຢູ່ ນໍາ ອ້າຍ. 6 ພວກ ນ້ອງ ທັງ ສອງ ກໍ ຮູ້ ແລ້ວ ວ່າ ອ້າຍ ໄດ້ ເຮັດ ວຽກ ໃຫ້ ເພິ່ນ ເຕັມ ກໍາ ລັງ. 7 ນອກ ນີ້ ເພິ່ນ ຍັງ ໂກງ ອ້າຍ ແລະ ປ່ຽນ ຄ່າຈ້າງ ຂອງ ອ້າຍ ເຖິງ ສິບ ເທື່ອ. ແຕ່ ພຣະເຈົ້າ ບໍ່ອະນຸຍາດ ໃຫ້ ເພິ່ນ ທໍາ ຮ້າຍ ອ້າຍ ແຕ່ຢ່າງໃດ. 8 ເມື່ອ ໃດ ທີ່ ພໍ່ ຂອງ ນ້ອງ ເວົ້າ ວ່າ, ‘ແບ້ ທີ່ມີ ຂົນ ກ່ານ ຈະ ເປັນ ຄ່າຈ້າງ ຂອງ ອ້າຍ’ ແລະ ແບ້ ທຸກ ໂຕ ໄດ້ ອອກລູກ ມາ ເປັນ ສີກ່ານ. ເມື່ອ ໃດ ທີ່ ເພິ່ນ ເວົ້າ ວ່າ ‘ແບ້ ທີ່ ມີ ຂົນ ດ່າງ ດາວ ຈະ ເປັນ ຄ່າຈ້າງ ຂອງ ອ້າຍ’ ແບ້ ທຸກ ໂຕ ໄດ້ ອອກລູກ ມາ ເປັນ ສີ ດ່າງດາວ. 9 ພຣະເຈົ້າ ໄດ້ ເອົາ ຝູງສັດ ຂອງ ພໍ່ ພວກ ນ້ອງ ມາ ໃຫ້ ອ້າຍ. 10 ໃນ ລະດູ ປະສົມ ພັນ ຂອງ ສັດ ນັ້ນ ອ້າຍ ໄດ້ ຝັນ ເຫັນ ແບ້ ປະສົມ ພັນ ກັນ ມີ ຂົນ ເປັນ ສີ ກ່ານ, ເປັນ ຈຸດ ແລະ ດ່າງ ດາວ. 11 ເທວະດາ ຂອງ ພຣະເຈົ້າ ໄດ້ ກ່າວ ແກ່ ອ້າຍ ທາງ ຄວາມຝັນ ວ່າ, ‘ຢາໂຄບ ເອີຍ’ ອ້າຍ ຕອບ ວ່າ, ‘ຂ້ານ້ອຍ ຢູ່ ທີ່ ນີ້.’ 12 ແລະ ເພິ່ນ ກ່າວ ຕໍ່ໄປ ວ່າ, ‘ຈົ່ງ ເບິ່ງ ພຸ້ນດູ ແບ້ເຖິກ ທີ່ ປະສົມ ພັນ ຢູ່ນັ້ນ ເປັນ ຈຸດດ່າງດາວ ແລະ ກ່ານ. ເຮົາ ບັນດານ ໃຫ້ ເປັນ ເຊັ່ນ ນີ້ ເພາະ ເຮົາ ຮູ້ ຈັກ ທຸກໆ ສິ່ງ ທີ່ລາບານ ກໍາລັງ ເຮັດ ກັບ ເຈົ້າ. 13 ເຮົາ ແມ່ນ ພຣະເຈົ້າ ຜູ້ ທີ່ ປາກົດ ໃຫ້ ເຈົ້າ ເຫັນ ທີ່ ເບັດເອນ ບ່ອນ ທີ່ ເຈົ້າ ໄດ້ ຖວາຍ ເສົາ ອະນຸສອນ ໂດຍ ຖອກ ນ້ຳ ມັນ ຫອມ ຖວາຍ ແລະ ສາບານ ໄວ້ ກັບ ເຮົາ ນັ້ນ. ບັດ ນີ້ ຈົ່ງ ຕຽມຕົວ ອອກ ໜີ ຈາກ ດິນແດນ ນີ້ ແລະ ກັບ ຄືນ ສູ່ ບ້ານເກີດ ເມືອງນອນ ຂອງ ເຈົ້າ. ’” 14 ນາງ ຣາເຊັນ ແລະ ນາງ ເລອາ ຈຶ່ງ ຕອບ ເພິ່ນ ວ່າ, “ພໍ່ ຂອງ ພວກເຮົາ ບໍ່ ມີ ມໍຣະດົກ ຫຍັງ ເຫລືອ ໄວ້ ໃຫ້ ພວກເຮົາ ແລ້ວ. 15 ເພິ່ນ ຖື ພວກເຮົາ ຄື ຄົນ ອື່ນ ເພິ່ນ ຂາຍ ພວກເຮົາ ແລະ ດຽວ ນີ້ ເພິ່ນ ກໍ ຈ່າຍ ຄືນ ສິ່ງ ທີ່ ເພິ່ນ ໄດ້ ມາ ຈາກ ການ ຂາຍ ພວກເຮົາ ນັ້ນ. 16 ຊັບສົມບັດ ທຸກຢ່າງ ທີ່ ພຣະເຈົ້າ ໄດ້ ເອົາ ມາ ຈາກ ພໍ່ ຂອງ ພວກ ນ້ອງ ເປັນ ຂອງ ພວກເຮົາ ແລະ ລູກໆ. ຈົ່ງ ເຮັດ ຕາມ ທີ່ ພຣະເຈົ້າ ໄດ້ ບອກ ອ້າຍ ເຖີດ.” 17 ດັ່ງ ນັ້ນ ຢາໂຄບ ຈຶ່ງ ຕຽມຕົວ ກັບ ຄືນ ເມືອ ຫາ ພໍ່ ຂອງຕົນ ທີ່ ການາອານ. ລາວ ຕຽມ ເອົາ ລູກ ກັບ ເມຍ ຂຶ້ນ ຂີ່ ຫລັງ ອູດ ແລະ ມ້ຽນ ມັດ ເອົາ ສິ່ງ ຂອງ ທຸກຢ່າງ ຊຶ່ງ ຕົນ ໄດ້ ທີ່ ເມໂຊໂປຕາເມຍ 18 ແລະ ປ້ອງ ຝູງສັດ ນໍາ ໜ້າ ອອກ ເດີນ ທາງ ກັບ ຄືນ ເມືອ ຫາ ເມືອງ ພໍ່ ຂອງຕົນ. 19 ລາບານ ອອກ ໄປ ຕັດ ຂົນ ແກະ ແລະ ໃນ ຂະນະທີ່ ເພິ່ນ ບໍ່ ຢູ່ ນັ້ນ ນາງ ຣາເຊັນ ໄດ້ ເຂົ້າ ໄປ ລັກ ເອົາ ຮູບເຄົາຣົບ ປະຈໍາ ຄອບຄົວ ຂອງ ພໍ່ ຕົນ ໄປ ນໍາ. 20 ຢາໂຄບ ໄດ້ ຫລອກລວງ ລາບານ ຊາວ ອາຣາມ ດ້ວຍ ການ ໜີໄປ ໂດຍ ບໍ່ ຄອບ. 21 ລາວ ໄດ້ ເອົາ ຊັບ ສົມ ບັດ ທັງ ໝົດ ໜີ ຂ້າມ ແມ່ ນ້ຳ ເອຟີຣັດ ແລະ ມຸ່ງໜ້າ ໄປ ສູ່ ເຂດ ພູດອຍ ກີເລອາດ. 22 ສາມ ມື້ ຕໍ່ມາ ລາບານ ຈຶ່ງ ຮູ້ ວ່າ ຢາໂຄບ ໄດ້ ໜີ ໄປ ແລ້ວ. 23 ສະນັ້ນ ເພິ່ນ ຈຶ່ງ ພາ ຄົນ ໄລ່ ຕິດ ຕາມ ຢາໂຄບ ໄປ ເປັນ ເວລາ ເຈັດ ມື້ ແລະ ທັນ ລາວ ທີ່ ເຂດ ພູດອຍ ກີເລອາດ. 24 ໃນ ຄືນ ນັ້ນ ພຣະເຈົ້າ ໄດ້ ປາກົດ ໃນ ຄວາມຝັນ ຂອງ ລາບານ ຊາວ ອາຣາມ ແລະ ກ່າວ ຕໍ່ ລາວ ວ່າ, “ຈົ່ງ ລະວັງ ເຈົ້າ ຢ່າ ໄດ້ ຂູ່ເຂັນ ຢາໂຄບ ແຕ່ ຢ່າງ ໃດ ເລີຍ. ” 25 ຢາໂຄບ ຕັ້ງ ຄ້າຍພັກ ຂອງຕົນ ຢູ່ ເທິງ ພູເຂົາ; ສ່ວນ ລາບານ ແລະ ພວກ ທີ່ ຕິດ ຕາມ ຕົນ ມາ ນັ້ນ ຕັ້ງ ຄ້າຍພັກ ຢູ່ ທີ່ເນີນພູ ກີເລອາດ. 26 ລາບານ ເວົ້າ ຕໍ່ ຢາໂຄບ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ຫຼອກລວງ ຂ້ອຍ ແລະ ພາ ລູກສາວ ຂ້ອຍ ໜີໄປ ເໝືອນ ດັ່ງ ຍິງ ຊະເລີຍ ເສິກ? 27 ເປັນ ຫຍັງ ເຈົ້າ ຈຶ່ງ ປົບ ໜີ ຂ້ອຍ ມາ ຢ່າງ ລັບ ໆ ແລະ ໜີ ມາ ໂດຍ ບໍ່ ຄອບ ຂ້ອຍ? ຖ້າ ເຈົ້າ ບອກ ຂ້ອຍ ກໍ ຈະ ໄປ ສົ່ງ ເຖິງ ທາງ ດ້ວຍ ຄວາມ ຍິນ ດີ ໂດຍ ມີ ຂະບວນ ແຫ່ ທັງ ສຽງ ຄ້ອງ ສຽງ ກອງ ສຽງ ພິນ ແລະ ສຽງ ຮ້ອງລໍາ ທຳ ເພງ. 28 ເຈົ້າ ບໍ່ ໃຫ້ ຂ້ອຍ ຈູບ ສ່ັ່ງ ລາ ແມ່ນແຕ່ ລູກສາວ ແລະ ຫລານໆ ຂອງຂ້ອຍ ເລີຍ. ເຈົ້າ ຄື ມາ ເຮັດ ແບບ ໂງ່ໆ ເຊັ່ນ ນີ້ 29 ຂ້ອຍ ມີ ສິດ ທີ່ ຈະ ທໍາ ຮ້າຍ ເຈົ້າ ແຕ່ ຄືນ ນີ້ ພຣະເຈົ້າ ຂອງ ພໍ່ ເຈົ້າ ໄດ້ ບອກ ຂ້ອຍ ບໍ່ ໃຫ້ ຂູ່ ເຂັນ ເຈົ້າ ແຕ່ ປະການ ໃດ. 30 ຂ້ອຍ ຮູ້ ວ່າ ເຈົ້າ ປົບ ໜີ ເພາະ ຢາກ ກັບ ເມືອ ບ້ານ ແຮງ, ແຕ່ ເປັນ ຫຍັງ ເຈົ້າ ຈຶ່ງ ເອົາ ຮູບເຄົາຣົບ ປະຈໍາ ຄອບຄົວ ຂອງຂັອຍ ມາ ນໍາ.” 31 ຢາໂຄບ ຕອບ ວ່າ, “ຂ້ອຍ ຄິດ ຢ້ານ ເຈົ້າ ແລະ ຢ້ານ ວ່າ ເຈົ້າ ຈະ ເອົາ ລູກສາວ ຂອງ ເຈົ້າ ຄືນ. 32 ແຕ່ ຖ້າ ເຈົ້າ ພົບ ຮູບເຄົາ ຣົບ ນຳ ຜູ້ໃດ ຜູ້ໜຶ່ງ ໃນ ທີ່ ນີ້ ໃຫ້ ຂ້າ ຜູ້ນັ້ນ ຖິ້ມ ໂລດ. ຄົນ ຂອງເຮົາ ກໍ ຢູ່ ທີ່ ນີ້ ເພື່ອ ເປັນ ພະຍານ. ຈົ່ງ ຫາ ຄົ້ນ ເອົາ ທຸກສິ່ງ ທີ່ ເປັນ ຂອງ ເຈົ້າ ຄືນ ໄປ. ” ຢາໂຄບ ບໍ່ ຮູ້ ວ່າ ຣາເຊັນ ໄດ້ ລັກ ເອົາ ຮູບເຄົາ ຣົບ ມາ ນໍາ. 33 ລາບານ ເຂົ້າ ໄປ ຄົ້ນ ໃນ ຜ້າ ເຕັນ ຂອງ ຢາໂຄບ. ແລັວ ເຂົ້າ ໄປ ໃນ ຜ້າ ເຕັນ ຂອງ ເລອາ ແລະ ຜ້າ ເຕັນ ຂອງ ຄົນ ຮັບ ໃຊ້ ຍິງ ສອງ ຄົນ ແຕ່ ບໍ່ ພົບ ຮູບ ພະ ນັ້ນ ເລີຍ. ແລ້ວ ເພິ່ນ ກໍ ໄດ້ ເຂົ້າ ໄປ ໃນ ຜ້າເຕັນ ຂອງ ນາງ ຣາເຊັນ. 34 ນາງ ຣາເຊັນ ເອົາ ຮູບ ພະ ປະຈໍາ ຄອບຄົວ ເຫລົ່ານັ້ນ ເຊື່ອງ ໄວ້ ໃນ ຖົງ ອານ ໃສ່ ຫລັງອູດ ແລະ ນັ່ງ ເທິງ ອານ ນັ້ນ. ລາບານ ຊອກ ເບິ່ງ ໝົດ ໃນ ຜ້າ ເຕັນ ແຕ່ ບໍ່ພົບ. 35 ນາງ ຣາເຊັນ ເວົ້າ ຕໍ່ ພໍ່ ຂອງຕົນ ວ່າ, “ພໍ່ ຢ່າ ຮ້າຍ ລູກ ເດີ ທີ່ ລູກ ບໍ່ ອາດ ລຸກ ຢືນ ຂຶ້ນ ໄດ້ ເມື່ອ ພໍ່ ເຂົ້າ ມາ ຍ້ອນ ວ່າ ລູກ ເປັນ ປະຈໍາ ເດືອນ. ” ລາບານ ຊອກ ຄົ້ນ ເບິ່ງ ໝົດ ທຸກ ບ່ອນ ແຕ່ ເພິ່ນ ບໍ່ ພົບ ຮູບ ພະ ນັ້ນ. 36 ແລ້ວ ຢາໂຄບ ກໍ ຮ້າຍ ຂຶ້ນ ຈຶ່ງ ຖາມ ວ່າ, “ຂ້ອຍ ໄດ້ ເຮັດ ຫຍັງ ຜິດ? ຂ້ອຍ ໄດ້ ສ້າງ ອາດຊະຍາກໍາ ຫຍັງ ຈຶ່ງ ເຮັດ ໃຫ້ ເຈົ້າ ຕ້ອງ ຕາມ ຂ້ອຍ ມາ? 37 ບັດນີ້ ເຈົ້າ ໄດ້ ຄົ້ນ ເບິ່ງ ສິ່ງ ຂອງ ຂອງຂ້ອຍ ທັງ ໝົດ ແລ້ວ ມີ ສິ່ງ ໃດ ແດ່ ທີ່ ເຈົ້າ ເຫັນ ວ່າ ມັນ ເປັນ ຂອງ ເຈົ້າ? ເອົາ ອອກ ມາ ໃຫ້ ຄົນ ຂອງ ເຈົ້າ ແລະ ຄົນ ຂອງຂ້ອຍ ເບິ່ງ ດູ ແລະ ໃຫ້ ພວກເຂົາ ຕັດ ສິນ ວ່າ ລະຫວ່າງ ເຈົ້າ ກັບ ຂ້ອຍ ແມ່ນ ຜູ້ໃດ ຜິດ ຜູ້ໃດ ຖືກ. 38 ເບິ່ງ ດູ ຂ້ອຍ ໄດ້ ອາໄສ ຢູ່ ກັບ ເຈົ້າ ເປັນ ເວລາ ຊາວ ປີ ແລະ ແກະ ກັບ ແບ້ ຂອງ ເຈົ້າ ໄດ້ ອອກ ແມ່ ແຜ່ ລູກ ຢູ່ ບໍ່ຂາດ, ແຕ່ ຂ້ອຍ ບໍ່ໄດ້ ກິນ ແກະເຖິກ ຢູ່ ໃນ ຝູງ ຂອງ ເຈົ້າ ແມ່ນແຕ່ ໂຕ ດຽວ. 39 ເທື່ອ ໃດ ທີ່ແກະ ຂອງ ເຈົ້າ ຖືກ ສັດ ປ່າ ກັດ ຕາຍ ຂ້ອຍ ກໍ ຈ່າຍ ຄ່າ ເສຍຫາຍ ເອງ ເທື່ອນັ້ນ. ຂ້ອຍ ບໍ່ ໄດ້ ເອົາ ມາ ໃຫ້ ເຈົ້າ ເບິ່ງ ແລະ ບອກ ວ່າ ມັນ ບໍ່ແມ່ນ ຄວາມຜິດ ຂອງຂ້ອຍ. ເຈົ້າ ໄດ້ ທວງ ຄືນ ສິ່ງ ທີ່ ຖືກ ລັກ ໄປ ຍາມ ກາງເວັນ ແລະ ຍາມ ກາງຄືນ. 40 ມີ ຫລາຍ ເທື່ອ ທີ່ ຂ້ອຍ ຕ້ອງ ທົນ ຕໍ່ ແສງ ແດດ ເຜົາ ຜານ ໃນ ເວລາ ກາງເວັນ ແລະ ທົນ ຕໍ່ ຄວາມ ໜາວ ໃນ ເວລາ ກາງຄືນ ຈົນ ຂ້ອຍ ບໍ່ ອາດ ຈະ ນອນ ຕາ ຫລັບ ໄດ້. 41 ແມ່ ນ ແບບ ນີ້ ແຫລະ ທີ່ ຂ້ອຍ ໄດ້ ອາໄສ ຢູ່ ນຳ ເຈົ້າ ເປັນ ເວລາ ສິບສີ່ ປີ ເພື່ອ ຈະ ໄດ້ ລູກສາວ ຂອງ ເຈົ້າ ສອງ ຄົນ ມາ ເປັນ ເມຍ ແລະ ອີກ ຫົກ ປີ ເພື່ອ ມີ ຝູງສັດ ເປັນ ຂອງ ຕົນ ເອງ, ແຕ່ ເຖິງ ປານ ນັ້ນ ເຈົ້າ ຍັງ ປ່ຽນ ຄ່າຈ້າງ ຂອງຂ້ອຍ ເຖິງ ສິບ ເທື່ອ. 42 ຖ້າ ພຣະເຈົ້າ ແຫ່ງ ບັນພະບຸລຸດ ຂອງຂ້ອຍ ຄື ພຣະເຈົ້າ ຂອງ ອັບຣາຮາມ ແລະ ອີຊາກ ບໍ່ ໄດ້ ສະຖິດ ຢູ່ ນໍາ ຂ້ອຍ; ປານນີ້ ເຈົ້າ ຄົງ ໄລ່ ຂ້ອຍ ໜີໄປ ມື ເປົ່າ ແລ້ວ. ແຕ່ ພຣະເຈົ້າ ເຫັນ ຄວາມ ທຸກ ລໍາບາກ ຂອງຂ້ອຍ ທັງ ຮູ້ຈັກ ວຽກງານ ທີ່ ຂ້ອຍ ໄດ້ ເຮັດ ແລະ ໃນ ຄືນ ວານ ນີ້ ພຣະອົງ ຈຶ່ງ ຕັດ ສິນ ຄວາມ ໃຫ້.” 43 ລາບານ ຕອບ ຢາໂຄບ ວ່າ, “ຍິງ ພວກ ນີ້ ເປັນ ຂອງຂ້ອຍ ແລະ ລູກ ຂອງ ພວກເຂົາ ກໍ ເປັນ ຂອງຂ້ອຍ ຕະຫລອດ ທັງ ຝູງສັດ ກໍ ເປັນ ຂອງຂ້ອຍ ດ້ວຍ. ທີ່ ຈິງ ແລ້ວ ທຸກສິ່ງ ທີ່ ເຈົ້າ ເຫັນ ຢູ່ ນີ້ ເປັນ ຂອງຂ້ອຍ ໝົດ, ແຕ່ ໃນ ເມື່ອ ຂ້ອຍ ບໍ່ສາມາດ ກີດກັ້ນ ລູກສາວ ກັບ ພວກ ຫລານໆ ຂອງຂ້ອຍ ບໍ່ ໃຫ້ ໄປ ກັບ ເຈົ້າ ໄດ້ 44 ຂ້ອຍ ພ້ອມ ແລ້ວ ທີ່ຈະ ເຮັດ ຂໍ້ ຕົກ ລົງ ກັບ ເຈົ້າ. ພວກເຮົາ ຈົ່ງ ພາກັນ ຂົນ ຫິນ ມາ ກອງ ໄວ້ ເພື່ອ ໃຫ້ ເປັນ ສິ່ງ ເຕືອນໃຈ ພວກເຮົາ ໃນ ເລື່ອງ ນີ້.” 45 ສະນັ້ນ ຢາໂຄບ ຈຶ່ງ ຕັ້ງ ເສົາ ຫິນ ເສົາ ໜຶ່ງ ຂຶ້ນ ເປັນ ທີ່ ລະນຶກ. 46 ລາວ ບອກ ຄົນ ຂອງຕົນ ຂົນ ຫິນ ມາ ກອງ ໄວ້ ແລະ ພວກເຂົາ ໄດ້ ກິນ ລ້ຽງ ໃກ້ ກອງ ຫິນ ນັ້ນ. 47 ລາບານ ໃສ່ ຊື່ ກອງ ຫິນ ນັ້ນ ວ່າ ເຢກາ ຊາຮາດູທາ; (ຊ) ໃນຂະນະ ດຽວກັນ ນັ້ນ ຢາໂຄບ ໃສ່ ຊື່ ກອງ ຫິນ ນັ້ນ ວ່າ ຄາລີເອັດ. (ຍ) 48 ລາບານ ເວົ້າ ວ່າ, “ກອງ ຫິນ ນີ້ ຈະ ເປັນ ສິ່ງ ເຕືອນໃຈ ລະຫວ່າງ ພວກເຮົາ ທັງ ສອງ. ” ດ້ວຍເຫດນີ້ ບ່ອນ ນັ້ນ ຈຶ່ງ ມີ ຊື່ ວ່າ ຄາລີເອັດ. 49 ລາບານ ອວຍພອນ ອີກ ວ່າ, “ຂໍ ອົງພຣະ ຜູ້ ເປັນເຈົ້າ ເຝົ້າ ຄອຍ ເບິ່ງ ພວກເຮົາ ເວລາ ຫ່າງ ຈາກ ກັນ ໄປ. ” ດັ່ງ ນັ້ນ ບ່ອນ ນີ້ ຈຶ່ງ ມີ ຊື່ ອີກ ວ່າ, “ມີຊະປາ. ” (ດ) 50 ລາບານ ເວົ້າ ຕໍ່ ໄປ ວ່າ, “ຖ້າ ເຈົ້າ ຂົ່ມ ເຫັງ ລູກສາວ ຂອງຂ້ອຍ ຫລື ແຕ່ງງານ ກັບ ຍິງ ອື່ນ ອີກ; ເຖິງ ແມ່ນ ຂ້ອຍ ບໍ່ ຮູ້ ກໍ ຕາມ ຈົ່ງ ຈົດ ຈໍາ ໄວ້ ວ່າ ພຣະເຈົ້າ ຄອຍ ເຝົ້າ ເບິ່ງ ພວກເຮົາ ສະເໝີ. ” ລາບານ ເວົ້າ ຕໍ່ ຢາໂຄບ ວ່າ, 51 “ອັນ ນີ້ ແມ່ນ ກອງ ຫິນ ທີ່ ຂ້ອຍ ກອງ ຂຶ້ນ ກັ້ນ ເຂດແດນ ລະຫວ່າງ ພວກເຮົາ ທັງ ສອງ ເພື່ອ ໃຫ້ ເປັນ ທີ່ ຄິດ ຮອດ ຄິດເຖິງ. 52 ເສົາ ຫິນ ທັງ ສອງ ນີ້ ຈະ ເປັນ ສິ່ງ ເຕືອນໃຈ ວ່າ ຂ້ອຍ ຈະ ບໍ່ ຂ້າມ ເຂດແດນ ໄປ ໂຈມຕີ ເຈົ້າ ແລະ ເຈົ້າ ກໍ ຈະ ບໍ່ ຂ້າມ ເຂດແດນ ມາ ໂຈມຕີ ຂ້ອຍ. 53 ພຣະເຈົ້າ ຂອງ ອັບຣາຮາມ ແລະ ພຣະເຈົ້າ ຂອງ ນາໂຮ ຈະ ເປັນ ຜູ້ຕັດ ສິນ ລະຫວ່າງ ພວກເຮົາ ທັງ ສອງ. ” ແລ້ວ ຢາໂຄບ ກໍ ສາບານ ໃນ ນາມ ຂອງ ພຣະເຈົ້າ ອົງ ທີ່ ອີຊາກ ພໍ່ ຂອງຕົນ ນະມັດສະການ. 54 ຢາໂຄບ ຂ້າ ສັດ ຖວາຍບູຊາ ທີ່ ເທິງ ພູ ແລະ ເຊື້ອເຊີນ ພີ່ ນ້ອງ ຂອງຕົນ ມາ ຮ່ວມ ກິນ ລ້ຽງ ນໍາ. ຫລັງ ຈາກ ກິນ ລ້ຽງ ແລ້ວ ພວກເຂົາ ໄດ້ ນອນ ຄ້າງຄືນ ຢູ່ ທີ່ ນັ້ນ. 55 ມື້ ຕໍ່ ມາ ແຕ່ ເຊົ້າ ໆ ລາບານ ໄດ້ ຈູບ ສັ່ງ ລາ ລູກສາວ ກັບ ພວກ ຫລານໆ ຂອງຕົນ ແລ້ວ ເພິ່ນ ກໍ ກັບ ຄືນ ເມືອ ບ້ານ ເມືອງ ຂອງຕົນ.