30

1 ສ່ວນ ນາງ ຣາເຊັນ ບໍ່ ມີ ລູກ ໃຫ້ ຢາໂຄບ ຈັກ ຄົນ. ດັ່ງ ນັ້ນ ນາງ ຈຶ່ງ ອິດ ສາ ເອື້ອຍ ຂອງຕົນ ແລະ ເວົ້າ ຕໍ່ ຢາໂຄບ ວ່າ, “ເຈົ້າ ຈະ ໃຫ້ ຂ້ອຍ ມີ ລູກ ຫລື ຈະ ໃຫ້ ຂ້ອຍ ຕາຍ. ” 2 ຢາໂຄບ ຮ້າຍ ນາງ ຣາເຊັນ ວ່າ, “ຂ້ອຍ ບໍ່ ແມ່ນ ພຣະເຈົ້ າ. ແມ່ນ ພຣະອົງ ທີ່ ເປັນ ຜູ້ ບໍ່ ໃຫ້ ເຈົ້າ ມີ ລູກ.” 3 ນາງ ຣາເຊັນ ເວົ້າວ່າ, “ນາງ ບິນຮາ ເອື້ອຍລ້ຽງ ຂອງຂ້ອຍ ກໍ ຢູ່ ທີ່ ນີ້; ໃຫ້ ເຈົ້າ ໄປ ນອນ ກັບ ນາງ ສາ ເພື່ອ ວ່າ ຂ້ອຍ ຈະ ໄດ້ ເປັນ ແມ່ ຂອງ ເດັກ ນ້ອຍ ທີ່ ເກີດ ຈາກ ນາງ. ” 4 ດັ່ງນັ້ນ ຣາເຊັນ ຈຶ່ງ ເອົາ ນາງ ບິນຮາ ເອື້ອຍ ລ້ຽງ ຂອງຕົນ ໃຫ້ ຜົວ ແລະ ຜົວ ກໍ ນອນ ນໍາ ນາງ. 5 ນາງ ບິນຮາ ໄດ້ ຖື ພາ ແລະ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ຢາໂຄບ. 6 ເມື່ອ ເປັນ ເຊັ່ນ ນີ້ ຣາເຊັນ ຈ່ຶ່ງ ເວົ້າ ວ່າ, “ພຣະເຈົ້າ ໄດ້ ຕັດສິນ ເຂົ້າ ຂ້າງ ຂ້ອຍ ສາ ແລ້ວ. ພຣະອົງ ໄດ້ຍິນ ຄໍາ ພາວັນ ນາ ອະທິຖານ ຂອງຂ້ອຍ ຈຶ່ງໃຫ້ ຂ້ອຍ ມີ ລູກຊາຍ. ” ນາງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນີ້ ວ່າ ດານ. (ວ) 7 ນາງ ບິນຮາ ຖືພາ ອີກ ແລະ ເກີດ ລູກຊາຍ ຜູ້ ທີ ສອງ ໃຫ້ ແກ່ ຢາໂຄບ. 8 ນາງ ຣາເຊັນ ເວົ້າ ວ່າ, “ຂ້ອຍ ພະຍາຍາມ ເອົາ ຊະນະ ເອື້ອຍ ຂອງຂ້ອຍ ດ້ວຍ ການ ຕໍ່ ສູ້ ອັນ ແສນ ລໍາບາກ ແຕ່ ຂ້ອຍ ໄດ້ ຊະນະ ແລ້ວ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນີ້ ວ່າ ເນັບທາລີ. (ຫ) 9 ເມື່ອ ນາງ ເລອາ ເຫັນ ວ່າ ຕົນ ບໍ່ ມີ ລູກ ອີກ ຈຶ່ງ ເອົາ ນາງ ສີລະປາ ສາວໃຊ້ ຂອງຕົນ ໃຫ້ ເປັນ ເມຍ ຂອງ ຢາໂຄບ. 10 ແລ້ວ ນາງ ສີລະປາ ກໍ ເກີດ ລູກຊາຍ ຜູ້ໜຶ່ງ ໃຫ້ ຢາໂຄບ. 11 ເລອາ ຈຶ່ງ ເວົ້າ​ວ່າ, "ຂ້ອຍ​ຊ່າງ​ຍິ​ນ​ດີ​ແທ້ ໆ." ສະ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກ​ນ້ອຍນີ້​ວ່າ ກາດ. (ອ) 12 ນາງ ສີລະປາ ໄດ້ ລູກຊາຍ ຜູ້ໜຶ່ງ ອີກໃຫ້ ຢາໂຄບ 13 ນາງ ເລອາ ຈຶ່ງ ເວົ້າ ວ່າ, “ຂ້ອຍ ຊ່າງ ຍິນ ດີ ແທ້ ໆ ບັດນີ້ ພວກຜູ້ຍິງ ຈະ ເອີ້ນ ຂ້ອຍ ວ່າ, “ຜູ້ ມີ ຄວາມ ຍິນ ດີ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ໃຫ້ ເດັກ ນ້ອຍ ນີ້ ວ່າ ອາເຊ. (ຮ) 14 ພໍ ເຖິງ ລະດູ ກ່ຽວ ເຂົ້າ ຣູເບັນ ໄດ້ ໄປ ທ່ຽວ ຫລິ້ນ ຕາມ ທົ່ງ ນາ. ລາວ ໄດ້ ພົບ ໝາກເຂືອ ຊະນິດ ໜຶ່ງ (ກ) ຣູເບັນ ໄດ້ ເອົາ ໝາກເຂືອ ນັ້ນ ມາ ໃຫ້ ເລອາ ແມ່ ຂອງຕົນ. ນາງ ຣາເຊັນ ເວົ້າ ກັບ ເລອາ ວ່າ, “ຂ້ອຍ ຂໍ ໝາກເຂືອ ຂອງ ລູກຊາຍ ເຈົ້າ ຈັກ ໜ່ວຍ ແດ່. ” 15 ນາງ ເລອາ ຈຶ່ງ ຕອບ ວ່າ, “ເຈົ້າ ເອົາ ຜົວ ຂອງຂ້ອຍ ໄປ ແລ້ວ ຍັງ ບໍ່ ພຽງພໍ ບໍ? ບັດນີ້ ເຈົ້າຍັງ ຈະ ພະຍາຍາມ ເອົາ ໝາກເຂືອ ລູກຊາຍ ຂອງຂ້ອຍ ໄປ ອີກ. ” ຣາເຊັນ ເວົ້າວ່າ, “ຖ້າ ເຈົ້າ ເອົາ ໝາກເຂືອ ໃຫ້ ຂ້ອຍ ຄືນນີ້ ຂ້ອຍ ຈະ ໃຫ້ ຢາໂຄບ ໄປ ນອນ ນໍາ ເຈົ້າ.” 16 ຕອນແລງ ເມື່ອ ຢາໂຄບ ກັບ ມາ ແຕ່ ທົ່ງ ນາ ນາງ ເລອາ ກໍ ຟ້າວ ແລ່ນ ອອກ ໄປ ຫາ ແລະ ເວົ້າ ວ່າ, “ຄືນນີ້ ເຈົ້າ ຕ້ອງ ມາ ນອນ ນໍາ ຂ້ອຍ ເພາະ ຂ້ອຍ ຊື້ ເຈົ້າ ມາ ດ້ວຍ ໝາກເຂືອ ລູກຊາຍ ຂອງຂ້ອຍ. ” ດັ່ງ ນັ້ນ ລາວ ຈຶ່ງ ສົມ ສູ່ ກັບ ນາງ ໃນ ຄືນ ມື້ ນັ້ນ. 17 ພຣະເຈົ້າ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ເລອາ ນາງ ຈຶ່ງ ຖືພາ ແລະ ເກີດ ລູກຊາຍ ຜູ້ ທີ ຫ້າ. 18 ນາງ ເວົ້າ ວ່າ, “ພຣະເຈົ້າ ໃຫ້ ບຳ ເໜັດ ແກ່ ຂ້ອຍ ຍ້ອນ ຂ້ອຍ ໄດ້ ເອົາ ສາວ ໃຊ້ ໃຫ້ ຜົວ ເອົາ ເປັນ ເມຍ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນີ້ ວ່າ ອິດຊາຄາ. (ຂ) 19 ຕໍ່ ມາ ນາງ ເລອາ ກໍ ຖື ພາ ອີກ ແລະ ເກີດ ລູກຊາຍ ຜູ້ ທີ ຫົກ ໃຫ້ ຢາໂຄບ. 20 ນາງ ເວົ້າ ວ່າ, “ພຣະເຈົ້າ ໄດ້ ໃຫ້ ຂອງຂວັນ ຢ່າງດີ ແກ່ ຂ້ອຍ. ບັດນີ້ ຜົວ ຄົງ ຈະ ຮັກ ຂ້ອຍ ເພາະ ຂ້ອຍ ໄດ້ ລູກ ໃຫ້ ລາວ ຕັ້ງ ຫົກ ຄົນ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນີ້ ວ່າ ເຊບູໂລນ. (ຄ) 21 ຕໍ່ມາ ນາງ ໄດ້ ລູກສາວ ຜູ້ໜຶ່ງ ຊື່ວ່າ ດີນາ. 22 ແລ້ວ ພຣະເຈົ້າ ກໍ ຄິດເຖິງ ນາງ ຣາເຊັນ; ພຣະອົງ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ນາງ ແລະ ໃຫ້ ນາງ ມີ ລູກ. 23 ນາງ ຈຶ່ງ ຖືພາ ແລະ ເກີດລູກຊາຍ ຜູ້ໜຶ່ງ. ນາງ ເວົ້າວ່າ, “ພຣະເຈົ້າ ອະໄພ ໂທດ ໃຫ້ຂ້ອຍ ແລ້ວ ໂດຍ ໂຜດ ໃຫ້ ຂ້ອຍ ມີ ລູກ. 24 ຂໍ ອົງ ພຣະ ຜູ້ ເປັນ ເຈົ້າ ໂຜດ ໃຫ້ ຂ້ອຍ ມີ ລູກຊາຍ ຜູ້ ໃໝ່ ອີກ ແດ່ ທ້ອນ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນັ້ນ ວ່າ ໂຢເຊັບ. (ງ) 25 ຫລັງ ຈາກ ໂຢເຊັບ ເກີດ ແລ້ວ ຢາໂຄບ ໄດ້ ເວົ້າ ຕໍ່ ລາບານ ວ່າ, “ຈົ່ງ ອະນຸຍາດ ໃຫ້ ຫລານ ກັບ ເມືອ ບ້ານ ເດີມ ສາ. 26 ຂໍ ມອບ ເມຍ ກັບ ລູກ ທີ່ ຫລານ ໄດ້ ມາ ດ້ວຍ ການ ເຮັດ ວຽກ ສໍາລັບ ລູງ ນັ້ນ ໃຫ້ ຫລານ ແລະ ຫລານ ກໍ ຈະ ອໍາລາ ລູງ ກັບ ເມືອ. ລູງ ກໍ ຮູ້ ດີ ແລ້ວ ວ່າ ຫລານ ໄດ້ ເຮັດ ວຽກ ໃຫ້ ລູງ ດີ ພຽງໃດ.” 27 ແຕ່ ລາບານ ຕອບ ວ່າ, “ລູງ ຂໍ ເວົ້າ ຢ່າງ ນີ້ ຄື: ລູງ ໄດ້ ຮຽນຮູ້ ຈາກ ການເດົາ ວ່າ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອວຍພອນລຸງ ກໍ ຍ້ອນ ຫລານ. 28 ຈົ່ງ ບອກ ຄ່າຈ້າງ ທີ່ ຫລານ ຕ້ອງການ ມາ ແລະ ລູງ ຈະ ຈ່າຍ ໃຫ້.” 29 ຢາໂຄບ ຕອບ ລາບານ ວ່າ, “ລູງ ກໍ ຮູ້ດີ ວ່າ ຫລານ ໄດ້ ເຮັດ ວຽກ ໃຫ້ ລູງ ຢ່າງໃດ ແລະ ຝູງສັດ ຂອງ ລູງ ໄດ້ ອອກ ແມ່ ແຜ່ ລູກ ຫລາຍ ສ່ຳ ໃດ. 30 ກ່ອນ ຫລານ ມາ ລູງ ມີ ສັດ ແຕ່ ໜ້ອຍດຽວ. ແຕ່ ມາບັດ ນີ້ ລູງ ມີ ຝູງສັດ ຈຳ ນວນ ຫລວງຫລາຍ ແລະ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ອວຍພອນ ລູງ ກໍ ເພາະ ຫລານ. (ຈ) ບັດ ນີ້ ເຖິງ ເວລາ ແລ້ວ ທີ່ ຫລານ ຈະ ມີ ຝູງສັດ ເປັນ ຂອງ ຕົນເອງ.” 31 ລາບານ ຖາມ ວ່າ, “ຖ້າ ດັ່ງ ນັ້ນ ຈະ ໃຫ້ ລູງ ຈ້າງ ຫລານ ເທົ່າ ໃດ? ” ຢາໂຄບ ຕອບ ວ່າ, “ຫລານ ບໍ່ ຕ້ອງການ ຄ່າຈ້າງ ຫຍັງ ໝົດ. ຫລານ ຈະ ສືບ ຕໍ່ ລ້ຽງ ສັດ ໃຫ້ ລູງ ອີກ ຖ້າ ລູງ ຕົກ ລົງ ຕາມ ຄໍາ ສະເໜີ ຂອງ ຫລານ ຄື: 32 ມື້ນີ້ ຫລານ ຈະ ໄປ ກວດເບິ່ງ ຝູງສັດ ທັງ ໝົດ ແລະ ແຍກ ລູກແກະ ສີດໍາ (ສ) ແບ້ ສີກ່ານ ແລະ ມີ ຈຸດ ດ່າງ ດາວ ທຸກໆ ໂຕ ອອກ ຈາກ ຝູງ. ສັດເຫລົ່ານີ້ແຫລະ ຈະ ເປັນ ຄ່າຈ້າງ ຂອງ ຫລານ. 33 ໃນ ພາຍ ຄັ້ງ ໜ້າ ເມື່ອ ລູງ ມາ ຢ້ຽມຢາມ ແລະ ກວດເບິ່ງ ສັດ ທີ່ ເປັນ ຄ່າຈ້າງ ຂອງຫລານ ລູງກໍຈະ ເຫັນ ຢ່າງ ງ່າຍດາຍ ວ່າ ຫລານ ສັດ ຊື່ ຫລື ບໍ່. ຖ້າຫລານ ມີ ແບ້ ທີ່ ບໍ່ ມີ ສີກ່ານ ຫລື ຈຸດດ່າງດາວ ຫລື ສີດໍາ ລູງ ກໍ ຈະ ຮູ້ ໄດ້ ວ່າ ສັດ ເຫລົ່າ ນັ້ນ ຖືກ ລັກ ມາ. ” 34 ລາບານ ຕອບ ວ່າ, “ຕົກລົງ. ພວກເຮົາ ຈະ ເຮັດ ດັ່ງ ທີ່ ຫລານ ເວົ້າ ມາ.” 35 ແຕ່ ໃນ ມື້ ນັ້ນ ລາບານ ໄດ້ ຄັດເລືອກ ເອົາ ແບ້ ເຖິກ ທຸກ ໂຕ ທີ່ ມີ ສີລາຍ ແລະ ມີ ຈຸດດ່າງ, ແບ້ ແມ່ ທຸກ ໂຕ ທີ່ ມີ ສີກ່ານ ກັບ ສີ ດ່າງດາວ; ເພິ່ນຍັງ ເລືອກ ເອົາ ແກະ ທຸກ ໂຕ ທີ່ ມີ ສີດຳ ອອກ ໄວ້. ແລ້ວ ເພິ່ນ ໄດ້ ມອບ ສັດ ເຫລົ່າ ນີ້ ໃຫ້ ພວກ ລູກຊາຍ ຂອງຕົນ ລ້ຽງ 36 ແລະ ພວກເຂົາ ໄດ້ ນຳຝູງສັດ ໜີໄປ ໄກ ຈາກ ຢາໂຄບ ເປັນ ໄລຍະ ທາງ ເດີນ ເຖິງ ສາມ ມື້. ຝ່າຍ ຢາໂຄບ ລ້ຽງດູ ຝູງສັດ ຂອງ ລາບານ ສ່ວນ ທີ່ ເຫລືອ. 37 ຢາໂຄບ ໄດ້ ເອົາ ງ່າ ໄມ້ ຈາກ ຕົ້ນ ຈັນ ປ່າ, ຕົ້ນ ໝາກບົກ ແລະ ຕົ້ນ ຫູ ກວາງ ມາ ປອກ ເປືອກ ບາງ ບ່ອນ ເຮັດ ໃຫ້ ເປັນ ລາຍ. 38 ລາວ ເອົາ ງ່າ ໄມ້ ນັ້ນ ວາງ ໄວ້ ຕໍ່ ໜ້າ ອ່າງ ບ່ອນ ທີ່ ສັດ ໄປ ກິນ ນ້ຳ ເພາະ ສັດ ມັກ ປະສົມ ພັນ ກັນ ເມື່ອ ຕອນ ມັນ ມາ ກິນ ນ້ຳ. 39 ສະນັ້ນ ເມື່ອ ແບ້ ມາ ປະສົມ ພັນ ກັນ ຕໍ່ໜ້າ ງ່າໄມ້ ນີ້ ກໍ ຈະ ອອກລູກ ເປັນ ສີກ່ານ, ດ່າງດາວ ແລະ ເປັນ ຈຸດໆ. 40 ຢາໂຄບ ແຍກ ໂຕ ແກະ ໄວ້ ອອກ ຕ່າງຫາກ ຈາກ ໂຕ ແບ້ ແລະ ເຮັດ ໃຫ້ ມ້ນ ແນມ ໄປ ທາງ ຝູງສັດ ຂອງ ລາບານ ທີ່ ມີ ສີດ່າງດາວ ແລະ ສີດຳ. ໂດຍ ວິທີ ນີ້ ລາວ ຈຶ່ງ ຜະລິດ ແກະ ເປັນ ຂອງ ຕົນ ເອງ ໄດ້ ແລະ ເອົາ ໄປ ໄວ້ ຕ່າງຫາກ ຈາກ ຝູງສັດ ຂອງ ລາບານ. 41 ເມື່ອ ສັດ ໂຕ ທີ່ ມີ ແຮງ ປະສົມ ພັນ ກັນ ຢາໂຄບ ກໍ ເອົາ ງ່າໄມ້ ທີ່ ເປັນ ລາຍ ມາ ວາງ ໄວ້ ຕໍ່ ໜ້າ ອ່າງ ບ່ອນ ທີ່ ສັດ ກິນ ນ້ຳ ເພື່ອ ວ່າ ສັດ ຈະ ຖືເຊີງກັນ ຢູ່ ຕໍ່ ໜ້າງ່າໄມ້. 42 ສ່ວນ ສັດ ທີ່ ຈ່ອຍຜອມ ນັ້ນ ຢາໂຄບ ບໍ່ ໄດ້ ເອົາ ງ່າ ໄມ້ ໃສ່ ໄວ້. ໃນ ບໍ່ນານ ລາບານ ກໍໄດ້ ສັດ ໂຕທີ່ບໍ່ແຂງແຮງ ແລະ ຢາໂຄບ ໄດ້ ສັດ ໂຕ ທີ່ແຂງແຮງ. 43 ຢາໂຄບ ກາຍເປັນ ຄົນ ຮັ່ງ ມີ ໄດ້ ໂດຍ ວິທີ ນີ້. ລາວ ມີ ແກະ ຫລາຍ ຝູງ, ມີ ອູດ, ມີ ລໍ, ຕະຫລອດ ທັງ ຄົນ ຮັບ ໃຊ້ ຊາຍ ຍິງ ຫລາຍ ຄົນ.