29

1 ຢາໂຄບ ໄດ້ ເດີນ ທາງ ຕໍ່ ໄປ ຈົນ ເຖິງ ດິນແດນ ຂອງ ຊາວ ຕາເວັນອອກ. 2 ໃນ ທັນໃດນັ້ນ ລາວ ກໍ ມາ ຮອດ ນ້ຳ ສ້າງ ທີ່ ທົ່ງ ນາ ຊຶ່ງ ມີ ແກະ ສາມ ຝູງ ກຳ ລັງ ນອນ ພັກ ຜ່ອນ ຢູ່ ໃກ້ໆ ນັ້ນ. ແກະ ເຫລົ່ານັ້ນ ກິນ ນໍ້າ ຈາກ ສ້າງ ແຫ່ງ ນີ້ ຊຶ່ງ ມີ ຫິນ ກ້ອນ ໃຫຍ່ ອັດ ປາກ ສ້າງ ຢູ່. 3 ຕາມ ປົກ ກະຕິ ເມື່ອ ແກະ ທຸກ ຝູງ ມາ ໂຮມ ກັນ ທີ່ ນັ້ນ ໝົດ ແລ້ວ ພວກ ລ້ຽງແກະ ຈຶ່ງ ພາກັນ ກິ້ງ ກ້ອນຫິນ ອອກ ແລະ ຕັກ ນໍ້າ ໃຫ້ ແກະ ກິນ. ແລ້ວ ພວກເຂົາ ກໍ ກິ້ງ ກ້ອນຫິນ ນັ້ນ ອັດ ປາກ ນ້ຳ ສ້າງ ໄວ້ ຄື ເກົ່າ. 4 ຢາໂຄບ ຖາມ ພວກ ລ້ຽງແກະ ວ່າ, “ສະຫາຍ ເອີຍ ພວກເຈົ້າ ມາ ແຕ່ ໃສ? ” ພວກເຂົາ ຕອບ ວ່າ, “ມາ ແຕ່ ເມືອງ ຮາຣານ”. 5 ລາວ ຖາມ ອີກ ວ່າ, “ພວກເຈົ້າ ຮູ້ຈັກ ລາບານ ຫລານຊາຍ ນາໂຮ ບໍ? ” ພວກເຂົາ ຕອບ ວ່າ, “ຮູ້ ພວກເຮົາ ຮູ້ຈັກ ເພິ່ນ”. 6 ລາວ ຖາມ ວ່າ, “ເພິ່ນ ສະບາຍດີ ບໍ? ” ພວກເຂົາ ຕອບ ວ່າ, “ເພິ່ນ ສະບາຍດີ ຫັ້ນ ເດ ຣາເຊັນ ລູກສາວ ຂອງ ເພິ່ນ ກຳ ລັງ ຕ້ອນ ຝູງແກະ ມາ.” 7 ຢາໂຄບ ເວົ້າ ວ່າ, “ເວລາ ນີ້ ກໍ ຍັງ ເວັນ ຢູ່ ແລະ ບໍ່ ທັນ ແມ່ນ ຍາມ ນຳ ຝູງສັດ ກັບ ຄືນ ມາ ເທື່ອ; ເປັນ ຫຍັງ ພວກເຈົ້າ ຈຶ່ງ ບໍ່ ເອົາ ຝູງສັດ ກິນ ນ້ຳ ແລ້ວນຳ ເອົາ ໄປ ລ້ຽງ ອີກ? ” 8 ພວກເຂົາ ຕອບ ວ່າ, “ບໍ່ ໄດ້ ພວກເຮົາ ຕ້ອງ ລໍ ຖ້າ ຈົນ ແກະ ທຸກໆ ຝູງ ມາ ຮອດ ສາ ກ່ອນ ແລ້ວ ຈຶ່ງ ພາກັນ ກິ້ງ ກ້ອນຫິນ ອອກ ແລະ ເອົາ ນໍ້າ ໃຫ້ ສັດ ກິນ.” 9 ໃນ ເວລາ ທີ່ ຢາໂຄບ ກຳ ລັງ ຢືນ ລົມ ກັບ ພວກ ລ້ຽງແກະ ຢູ່ ນັ້ນ ນາງ ຣາເຊັນ ກໍ ກໍາ ລັງ ນຳ ຝູງແກະ ມາ ຮອດ ທີ່ ນ້ຳ ສ້າງ. 10 ພໍ ຢາໂຄບ ເຫັນ ຣາເຊັນ ພ້ອມ ກັບ ຝູງແກະ ຂອງ ລູງ ຕົນ ມາ ເຖິງ ລາວ ຈຶ່ງ ໄປ ທີ່ ນ້ຳ ສ້າງ ເພື່ອ ຊ່ວຍ ກິ້ງ ກ້ອນຫິນ ອອກ ແລະ ຕັກ ນໍ້າ ໃຫ້ ສັດ ກິນ. 11 ແລ້ວ ລາວ ກໍ ຈູບ ນາງ ພ້ອມ ທັງ ຮ້ອງໄຫ້ ດ້ວຍ ຄວາມ ຊົມ ຊື່ນ ຍິນ ດີ. 12 ລາວ ບອກ ນາງ ວ່າ, “ຂ້ອຍ ແມ່ນລູກຂອງນາງ ເຣເບກາ ພີ່ນ້ອງຂອງ ພໍ່ ເຈົ້າ. ” ນາງ ຈຶ່ງ ຟ້າວ ແລ່ນ ໄປ ບອກ ພໍ່ ຂອງຕົນ; 13 ເມື່ອ ລາບານ ໄດ້ຍິນ ຂ່າວ ວ່າ ຢາໂຄບ ຫລານຊາຍ ຂອງຕົນ ມາ ເພິ່ນ ກໍ ຟ້າວ ອອກ ມາ ພົບ ທັງ ກອດ ຈູບ ແລະ ພາ ລາວ ເມືອ ເຮືອນ. ເມື່ອ ຢາໂຄບ ເລົ່າ ເລື່ອງ ທັງ ໝົດ ທີ່ ເກີດ ຂຶ້ນ ສູ່ ຟັງ ແລ້ວ 14 ລາບານ ກໍ ເວົ້າ ວ່າ, “ເຈົ້າ ແມ່ນ ເລືອດເນື້ອເຊື້ອໄຂ ຂອງຂ້ອຍ ແທ້. ” ຢາໂຄບ ອາໄສ ຢູ່ນຳ ລາບານ ໜຶ່ງ ເດືອນ. 15 ຕໍ່ ມາ ລາບານ ໄດ້ ເວົ້າ ຕໍ່ ຢາໂຄບ ວ່າ, “ພວກເຮົາ ເປັນ ພີ່ນ້ອງ ກັນ ກໍ ຈິງ ແຕ່ ການ ເຮັດ ວຽກ ນັ້ນ ຕ້ອງ ມີ ຄ່າຈ້າງ. ເຈົ້າ ບໍ່ ຕ້ອງ ເຮັດ ວຽກ ໃຫ້ ຂ້ອຍ ລ້າ ໆ ດອກ. ເຈົ້າ ຕ້ອງການ ຄ່າຈ້າງ ເທົ່າ ໃດ? ” 16 ລາບານ ມີ ລູກສາວ ສອງ ຄົນ; ຜູ້ ກົກ ຊື່ ວ່າ ເລອາ; ສ່ວນ ຜູ້ ນ້ອງ ນັ້ນ ຊື່ ວ່າ ຣາເຊັນ. 17 ນາງ ເລອາ ເປັນ ຄົນ ມີ ແວວ ຕາ ສັ້ນ (ຟ) ສ່ວນ ນາງ ຣາເຊັນ ນັ້ນ ເປັນ ຄົນ ໄດ້ ຊັດ ສ່ວນ ງາມດີ. 18 ຢາໂຄບ ຮັກ ນາງ ຣາເຊັນ ດັ່ງນັ້ນ ລາວ ຈຶ່ງ ເວົ້າ ວ່າ, “ຫລານ ຈະ ເຮັດ ວຽກ ໃຫ້ ລູງ ເຈັດ ປີ ຖ້າລູງ ຍອມ ໃຫ້ ຫລານ ແຕ່ງງານ ກັບ ຣາເຊັນ.” 19 ລາບານ ເວົ້າ ວ່າ, “ລູງ ຍິນ ດີ ມອບ ນາງ ໃຫ້ ເຈົ້າ ດີ ກວ່າ ຈະ ມອບ ໃຫ້ ຄົນ ອື່ນ. ຈ່ົ່ງ ຢູ່ ນໍາ ລູງ ນີ້ ແຫລະ. ” 20 ສະນັ້ນ ຢາໂຄບ ຈຶ່ງ ຕ້ອງ ເຮັດ ວຽກ ເຈັດ ປີ ເພື່ອ ຈະ ໄດ້ ນາງ ຣາເຊັນ ແລະ ເວລາ ໄດ້ ຜ່ານ ໄປ ເໝືອນ ສອງ ສາມ ມື້ ຍ້ອນ ວ່າ ລາວ ຮັກ ນາງ ຣາເຊັນ. 21 ແລ້ວ ຢາໂຄບ ກໍ ເວົ້າ ຕໍ່ ລາບານ ວ່າ, “ເວລາ ທີ່ ກຳ ນົດ ໄວ້ ນັ້ນ ກໍ ຄົບ ແລ້ວ ຈົ່ງ ໃຫ້ ຫລານ ແຕ່ງງານ ກັບ ຣາເຊັນ ສາ. ” 22 ດັ່ງ ນັ້ນ ລາບານ ຈຶ່ງ ຈັດ ການ ແຕ່ງງານ ຂຶ້ນ ແລະ ເຊື້ອ ເຊີນ ເພື່ອນບ້ານ ກັບ ມິດສະຫາຍ ຢ່າງ ຫລວງຫລາຍ ມາ ຮ່ວມ. 23 ແຕ່ ໃນ ຄືນ ນັ້ນ ລາບານ ພັດ ເອົາ ນາງ ເລອາ ໄປ ໃຫ້ ຢາໂຄບ ແທນທີ່ ຈະ ແມ່ນ ນາງ ຣາເຊັນ ແລະ ຢາໂຄບ ໄດ້ ສົມ ສູ່ ກັບ ນາງ. ( 24 ລາບານ ມອບ ນາງ ສີລະປາ ຄົນຮັບໃຊ້ ຂອງຕົນ ໃຫ້ ເປັນ ເອື້ອຍ ລ້ຽງ ຂອງ ນາງ ເລອາ.) 25 ແຕ່ ບໍ່ ທັນ ຮອດ ຕອນເຊົ້າ ຊໍ້າ ຢາໂຄບ ໄດ້ ຮູ້ວ່າ ຜູ້ ທີ່ ຕົນ ແຕ່ງງານ ນໍາ ນັ້ນ ແມ່ນ ເລອາ. ລາວ ຈຶ່ງ ເວົ້າ ຕໍ່ ລາບານ ວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ຂ້ອຍ ແບບ ນີ້? ຂ້ອຍ ເຮັດ ວຽກ ໃຫ້ ເຈົ້າ ຈົນ ເຈັດປີ ເພື່ອຈະ ໄດ້ ນາງ ຣາເຊັນ ມາ ເປັນ ເມຍ, ແຕ່ ເປັນ ຫຍັງ ເຈົ້າ ຈຶ່ງ ສໍ້ໂກງ ຂ້ອຍ?” 26 ລາບານ ຕອບ ວ່າ, “ກໍ ຍ້ອນ ວ່າ ບ່ ແມ່ນ ທໍາ ນຽມ ຂອງ ເມືອງ ນີ້ ທີ່ຈະ ໃຫ້ ນ້ອງສາວ ເອົາ ຜົວ ກ່ອນ ເອື້ອຍ. 27 ຈົ່ງ ລໍ ຖ້າ ໃຫ້ ງານ ນີ້ ອາທິດ ໜຶ່ງ ຜ່ານ ພົ້ນ ກ່ອນ ລູງ ຈຶ່ງ ຈະ ມອບ ນາງ ຣາເຊັນ ໃຫ້ ເຈົ້າ ຖ້າເຈົ້າ ຈະ ຕົກ ລົງ ເຮັດ ວຽກ ໃຫ້ ລູງ ຕື່ມ ອີກ ເຈັດ ປີ.” 28 ຢາໂຄບ ຕົກລົງ ແລະ ເມື່ອງານ ແຕ່ງງານ ອາທິດ ໜຶ່ງ ໄດ້ ຜ່ານ ພົ້ນ ໄປ ແລ້ວ ລາບານ ກໍ ມອບ ນາງ ຣາເຊັນ ໃຫ້ ເປັນ ເມຍ ຂອງ ຢາໂຄບ. ( 29 ລາບານ ໄດ້ ມອບ ນາງ ບິນຮາ ຄົນຮັບໃຊ້ ຂອງຕົນ ໃຫ້ ເປັນ ເອື້ອຍ ລ້ຽງ ຂອງ ນາງ ຣາເຊັນ.) 30 ຢາໂຄບ ໄດ້ ສົມ ສູ່ ກັບ ນາງ ຣາເຊັນ ຄືກັນ ແລະ ລາວ ຮັກ ນາງ ຫລາຍກວ່າ ຮັກ ເລອາ. ແລ້ວ ລາວ ກໍ ຕ້ອງ ເຮັດ ວຽກ ໃຫ້ ລາບານ ຕື່ມ ອີກ ເຈັດ ປີ. 31 ເມື່ອ ອົງ ພຣະ ຜູ້ ເປັນ ເຈົ້າ ເຫັນ ວ່າ ຢາໂຄບ ຮັກ ນາງ ເລອາ ໜ້ອຍ ກວ່າ ຮັກ ຣາເຊັນ ພຣະອົງ ຈ່ຶ່ງ ເຮັດ ໃຫ້ ນາງ ເລອາ ມີ ລູກ ສ່ວນ ນາງ ຣາເຊັນ ນັ້ນ ບໍ່ ມີ ລູກ. 32 ນາງ ເລອາ ໄດ້ ຕັ້ງ ທ້ອງ ແລະ ເກີດ ລູກຊາຍ ຜູ້ໜຶ່ງ. ນາງ ເວົ້າ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ໄດ້ ເຫັນ ຄວາມ ທຸກ ລໍາບາກ ໃຈ ຂອງຂ້ອຍ ແລະ ບັດ ນີ້ ຜົວ ຄົງ ຈະ ຮັກ ຂ້ອຍ ແຫລະ” ດັ່ງ ນັ້ນ ນາງ ຈຶ່ງ ຕັ້ງ ຊື່ ໃຫ້ ເດັກ ນັ້ນ ວ່າ ຣູເບັນ. (ມ) 33 ນາງ ຕັ້ງ ທ້ອງ ອີກ ແລະ ເກີດ ລູກຊາຍ ຜູ້ ທີສອງ. ນາງ ເວົ້າ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ໃຫ້ ລູກຊາຍ ຜູ້ ນີ້ ແກ່ ຂ້ອຍ ເພາະ ພຣະອົງ ໄດ້ຍິນ ວ່າ ຜົວ ບໍ່ ຮັກ ຂ້ອຍ. ” ດັ່ງ ນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນັ້ນ ວ່າ ຊີເມໂອນ. (ຢ) 34 ຢູ່ ມາ ນາງ ກໍ ຖື ພາ ອີກ ແລະ ອອກ ລູກຊາຍ ຜູ້ ໃໝ່ ຕື່ມ. ນາງ ເວົ້າ ວ່າ, “ບັດ ນີ້ ຜົວ ຕ້ອງ ຕິດ ພັນ ຢູ່ ກັບ ຂ້ອຍ ເພາະ ຂ້ອຍ ໄດ້ ລູກຊາຍ ໃຫ້ ລາວ ຕັ້ງ ສາມ ຄົນ ແລ້ວ. ” ດັ່ງນັ້ນ ນາງ ຈຶ່ງ ໃສ່ ຊື່ ໃຫ້ ເດັກ ນ້ອຍ ນັ້ນ ວ່າ ເລວີ. (ຣ) 35 ຕໍ່ມາ ນາງ ກໍ ຖື ພາ ອີກ ແລະ ໄດ້ ລູກຊາຍ ຜູ້ ທີ ສີ່. ນາງ ຈຶ່ງ ເວົ້າ ວ່າ, “ເທື່ອ ນີ້ ຂ້ອຍ ຈະ ສັນລະເສີນ ພຣະເຈົ້າ. ” ສະນັ້ນ ນາງ ຈຶ່ງ ໃສ່ ຊື່ໃຫ້ ເດັກ ນ້ອຍ ນີ້ ວ່າ ຢູດາ. (ລ) ແລ້ວ ນາງ ກໍ ເຊົາ ມີ ລູກ.