28

1 ອີຊາກ ໄດ້ ເອີ້ນ ຢາໂຄບ ມາເພື່ອອວຍພອນ ແລະ ສັ່ງ ວ່າ, “ລູກ ຢ່າ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ ເດີ 2 ແຕ່ ຈົ່ງ ໄປ ຫາ ເບທູເອນ ພໍ່ ຂອງ ແມ່ ເຈົ້າ ທີ່ ເມໂຊໂປຕາເມຍ ແລະ ຫາ ເອົາ ຍິງ ສາວ ຜູ້ໜຶ່ງ ໃນ ພວກ ຜູ້ ສາວ ຢູ່ທີ່ນັ້ນ ມາ ເປັນ ເມຍ ຄື: ລູກສາວ ຄົນ ໜຶ່ງ ໃນ ພວກ ລູກສາວ ຂອງ ລາບານ ລູງ ຂອງ ເຈົ້າ. 3 ຂໍ ໃຫ້ ພຣະເຈົ້າ ອົງ ຊົງ ຣິດອໍານາດ ຍິ່ງ ໃຫຍ່ ໂຜດ ອວຍພອນ ການ ແຕ່ງງານ ຂອງ ເຈົ້າ ແລະ ໃຫ້ ເຈົ້າ ມີ ລູກ ຢ່າງ ຫລວງຫລາຍ ເພື່ອ ເຈົ້າ ຈະ ໄດ້ ເປັນ ບັນພະບຸລຸດ ຂອງ ຫລາຍ ຊົນຊາດ 4 ຂໍ ພຣະອົງ ໂຜດ ອວຍພອນ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ ເໝືອນ ດັ່ງ ພຣະອົງ ໄດ້ ອວຍພອນ ອັບຣາຮາມ ຂໍ ໃຫ້ ເຈົ້າ ໄດ້ ເປັນ ກໍາມະສິດ ດິນແດນ ທີ່ ເຈົ້າ ກຳ ລັງ ຢູ່ ນີ້ ຊຶ່ງ ພຣະເຈົ້າ ໄດ້ ມອບ ໃຫ້ ອັບຣາຮາມ.” 5 ອີຊາກ ສົ່ງ ຢາໂຄບ ໄປ ຫາ ລາບານ ທີ່ ເມໂຊໂປຕາເມຍ. ລາບານ ເປັນ ລູກຊາຍ ຂອງ ເບທູເອນ ຊາວ ອາຣາມ ແລະ ເປັນ ອ້າຍ ຂອງ ນາງ ເຣເບກາ ຜູ້ ທີ່ ເປັນ ແມ່ ຂອງ ຢາໂຄບ ແລະ ເອຊາວ. 6 ເອຊາວ ຮູ້ ວ່າ ອີຊາກ ໄດ້ ອວຍພອນ ຢາໂຄບ ແລະ ສົ່ງ ລາວ ໜີໄປ ຫາ ເມຍ ທີ່ ເມໂຊໂປຕາເມຍ. ລາວ ຮູ້ຈັກ ຄື ກັນ ວ່າ ເມື່ອ ອີຊາກ ອວຍພອນ ຢາໂຄບ ນັ້ນ ເພິ່ນ ໄດ້ ບອກ ລາວ ວ່າ ບໍ່ ໃຫ້ ເອົາ ຍິງ ສາວ ຊາວ ການາອານ ມາ ເປັນ ເມຍ. 7 ເອຊາວ ຮູ້ ວ່າ ຢາໂຄບ ຟັງ ຄວາມ ຂອງ ພໍ່ ແມ່ ແລະ ໄດ້ ໄປ ທີ່ ເມໂຊໂປຕາເມຍ ແລ້ວ. 8 ລາວ ເຂົ້າໃຈ ວ່າ ອີຊາກ ພໍ່ ຂອງຕົນ ບໍ່ ມັກ ຍິງ ສາວ ຊາວ ການາອານ. 9 ດັ່ງ ນັ້ນ ລາວ ຈຶ່ງ ໄປ ຫາ ອິດຊະມາເອນ ລູກຊາຍ ຂອງ ອັບຣາຮາມ ແລະ ເອົາ ນາງ ມາຮາລາດ ລູກສາວ ຂອງ ເພິ່ນ ມາ ເປັນ ເມຍ ຄື: ນ້ອງສາວ ຂອງ ເນບາໂຢດ. 10 ຢາໂຄບ ອອກ ຈາກ ເບເອນເຊບາ ແລະ ມຸ່ງໜ້າ ໄປ ຍັງ ເມືອງ ຮາຣານ. 11 ລາວ ມາ ຮອດ ບ່ອນ ໜຶ່ງ (ປ) ພໍດີ ຄ່ຳ ຈຶ່ງ ພັກ ແຮມຄືນ ຢູ່ ທີ່ນັ້ນ. ລາວ ລົ້ມ ລົງ ນອນ ໂດຍ ໃຊ້ ກ້ອນຫິນ ໝູນ ຕາງ ໝອນ. 12 ເມື່ອ ຫລັບ ໄປ ລາວ ໄດ້ ຝັນ ເຫັນ ຂັ້ນໄດ ແຕ່ ດິນ ຈົນ ຈຸ ຟ້າ ແລະ ມີ ບັນດາ ເທວະດາ ຂອງ ພຣະເຈົ້າ ກຳລັງ ຍ່າງ ຂຶ້ນ ຍ່າງ ລົງ ຕາມ ຂັ້ນໄດ ນັ້ນ. 13 ແລະ ຢູ່ ທີ່ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ກຳ ລັງ ຢືນ ຢູ່ ຂ້າງ ລາວ. (ຜ) ພຣະອົງ ກ່າວ ວ່າ, “ເຮົາ ແມ່ນ ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ອົງ ທີ່ ອັບຣາຮາມ ແລະ ອີຊາກ; ເຮົາ ຈະມອບ ດິນ ແດນ ທີ່ ເຈົ້າ ກຳ ລັງ ນອນ ຢູ່ ນີ້ ໃຫ້ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ. 14 ເຊື້ອ ສາຍ ຂອງ ເຈົ້າ ນັ້ນ ຈະ ມີ ຫລວງຫລາຍ ດັ່ງ ຂີ້ຝຸ່ນ ດິນ. ພວກເຂົາ ຈະ ແຜ່ ຜາຍ ຂະຫຍາຍ ເຂດ ໄປ ທົ່ວ ທຸກ ທິດ ແລະ ໂດຍ ຜ່ານ ທາງ ເຈົ້າ ແລະ ເຊື້ອ ສາຍ ຂອງ ເຈົ້າ ເຮົາ ຈະ ອວຍພອນ ບັນ ດາ ຊົນ ຊາດ ທັງ ປວງ. (ຝ) 15 ຈົ່ງ ຈົດ ຈຳ ຢູ່ ສະເໝີ ວ່າ ເຮົາ ຈະ ຢູ່ ນໍາ ເຈົ້າ ແລະ ປົກປັກ ຮັກສາ ເຈົ້າ ທຸກທີ່ ທຸກບ່ອນ ທີ່ ເຈົ້າ ໄປ ແລະ ເຮົາ ຈະ ໃຫ້ ເຈົ້າ ກັບ ມາ ຢູ່ ໃນ ດິນແດນ ນີ້. ເຮົາ ຈະ ບໍ່ ໜີ ໄປ ຈາກ ເຈົ້າ ຈົນ ກວ່າ ເຮົາ ຈະ ເຮັດ ສິ່ງ ທີ່ ເຮົາ ໄດ້ ສັນຍາ ໄວ້ ກັບ ເຈົ້າ.” 16 ເມື່ອ ຢາໂຄບ ຕື່ນ ຂຶ້ນ ຈຶ່ງ ເວົ້າ ວ່າ, “ອົງ ພຣະ ຜູ້ ເປັນ ເຈົ້າ ສະຖິດ ຢູ່ ບ່ອນ ນີ້ ແທ້ໆ ແຕ່ ເຮົາ ບໍ່ ຮູ້ ຈັກ. ” 17 ລາວ ຢ້ານ ແລະ ເວົ້າ ວ່າ, “ບ່ອນ ນີ້ ໜ້າ ຂົນ ຫົວ ລຸກ ແທ້ໆ! ຄົງ ເປັນ ເຮືອນ ຂອງ ພຣະເຈົ້າ ແລະ ຄົງ ເປັນ ປະຕູ ທີ່ ໄຂ ໄປ ສູ່ ສະຫວັນ.” 18 ຢາໂຄບ ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ເອົາ​ກ້ອນ​ຫິນ​ທີ່​ໝູນ​ຫົວ​ນັ້ນ​ຕັ້ງ​ຂຶ້ນ​ເປັນ​ເສົາ​ອະ​ນຸ​ສອນ. ແລ້ວ​ລາວ​ກໍ​ເອົາ​ນ້ຳ​ມັນ​ຫອມ​ຖອກ​ເທ​ໃສ່​ເພື່ອ​ອຸ​ທິດ​ຖວາຍ​ໃຫ້​ແກ່​ພ​ຣະ​ເຈົ້າ. 19 ລາວ ເອີ້ນ​ບ່ອນນີ້​ວ່າ ເບັດ​ເອນ (ພ) (ແຕ່​ກ່ອນ​ເມືອງນີ້​ຊື່​ວ່າ ລູ​ເຊ) 20 ແລ້ວ ຢາໂຄບ ກໍ ໄດ້ ສາບານ ວ່າ, “ຖ້າ ພຣະເຈົ້າ ສະຖິດ ຢູ່ ກັບ ຂ້ານ້ອຍ ແລະ ປົກປັກ ຮັກສາ ຂ້ານ້ອຍ ໃນ ການ ເດີນ ທາງ ແລະ ໃຫ້ ອາຫານ ແລະ ເຄື່ອງນຸ່ງຫົ່ມ 21 ແລະ ຖ້າ ຂ້ານ້ອຍ ກັບ ມາ ເຖິງ ບ້ານ ພໍ່ ຂອງ ຂ້ານ້ອຍ ຢ່າງ ປອດໄພ ແລ້ວ ພຣະອົງ ກໍ ຈະ ເປັນ ພຣະເຈົ້າ ຂອງ ຂ້ານ້ອຍ. 22 ກ້ອນຫິນ ທີ່ ຂ້ານ້ອຍ ຕັ້ງ ຂຶ້ນ ເປັນ ເສົາ ອະນຸສອນ ນີ້ ຈະ ເປັນ ເສົາ ວິຫານ ຂອງ ພຣະເຈົ້າ ແລະ ຂ້າ ນ້ອຍ ຈະ ຖວາຍ ໜຶ່ງ ສ່ວນສິບ ໃນ ທຸກໆ ສິ່ງ ທີ່ ພຣະອົງ ໄດ້ ອວຍພອນ ຂ້າ ນ້ອຍ.”