27

1 ອີຊາກ ເຖົ້າ ແກ່ ຫລາຍ ແລະ ສາຍ ຕາ ກໍ ມືດ ມົວ ລົງ. ເພິ່ນ ເອີ້ນ ເອຊາວ ລູກຊາຍກົກ ມາ ແລະ ເວົ້າວ່າ, “ລູກເອີຍ” ລາວ ຕອບ ວ່າ, “ໂດຍ ລູກ ກຳ ລັງ ຟັງ ຢູ່. ” 2 ອີຊາກ ກ່າວ ວ່າ, “ລູກ ກໍ ເຫັນ ວ່າ ພໍ່ ນີ້ ເຖົ້າ ແກ່ ຫລາຍ ແລ້ວ ອາດ ຈະ ຕາຍ ໃນ ໄວໆ ນີ້ ກໍ ໄດ້. 3 ບັດ ນີ້ ຈົ່ງ ເອົາ ໜ້າ ທະນູ ກັບ ລູກສອນ ແລະ ອອກ ໄປ ລ່າສດັ ໃນ ປ່າ ມາ ໃຫ້ ພໍ່. 4 ຈົ່ງ ເຮັດ ອາຫານ ແຊບໆ ທີ່ ພໍ່ ມັກ ກິນ ມາ ໃຫ້ ພໍ່. ເມື່ອ ກິນ ອີ່ມ ແລ້ວ ພໍ່ ຈະ ອວຍພອນ ເຈົ້າ ເປັນ ຄັ້ງ ສຸດທ້າຍ ກ່ອນ ພໍ່ ຈະ ຕາຍ.” 5 ເມື່ອ ອີຊາກ ເວົ້າ ກັບ ເອຊາວ ນາງ ເຣເບກາ ກໍ ຢູ່ ທີ່ ນັ້ນ. ສະນັ້ນ ພໍ ເອຊາວ ອອກ ຈາກ ເມືອງ ໄປ ລ່າສັດ 6 ນາງ ຈຶ່ງ ເວົ້າ ກັບ ຢາໂຄບ ວ່າ, “ແມ່ ຫາ ກໍ ໄດ້ ຍິນ ພໍ່ ຂອງ ເຈົ້າ ເວົ້າ ກັບ ເອຊາວ ວ່າ, 7 ‘ໄປ ລ່າສັດ ມາ ເຮັດ ອາຫານ ອັນ ແຊບໆ ໃຫ້ ພໍ່. ເມື່ອ ກິນ ອີ່ມ ແລ້ວ ພໍ່ ຈະ ອວຍພອນ ເຈົ້າ ຊ້ອງໜ້າ ອົງພຣະ ຜູ້ ເປັນເຈົ້າ ກ່ອນ ພໍ່ ຈະ ຕາຍ.’ 8 ບັດ ນີ້ ລູກ ເອີຍ ຈົ່ງ ຟັງ ໃຫ້ ດີ ແລະ ເຮັດ ຕາມ ສິ່ງ ທີ່ ແມ່ ບອກ. 9 ຈົ່ງ ໄປ ທີ່ ຝູງສັດ ແລະ ເລືອກ ເອົາ ລູກ ແບ້ ໂຕ ຕຸ້ຍ ພີ ດີ ງາມ ມາ ເພື່ອ ແມ່ ຈະ ເຮັດ ອາຫານ ຢ່າງ ແຊບໆ ທີ່ ພໍ່ ເຈົ້າ ມັກ. 10 ແລ້ວ ຈົ່ງ ເອົາ ອາຫານ ໄປ ໃຫ້ ພໍ່ ເຈົ້າ ກິນ ເພື່ອ ວ່າ ພໍ່ ຈະ ອວຍພອນ ເຈົ້າ ກ່ອນ ເພິ່ນ ຈະ ຕາຍ.” 11 ແຕ່ ຢາໂຄບ ເວົ້າ ກັບ ແມ່ ວ່າ, “ແມ່ ກໍ ຮູ້ ວ່າ ເອຊາວ ເປັນ ຄົນ ມີ ຂົນ ສ່ວນ ເຮົາ ນັ້ນ ຕົນ ຕົວ ກ້ຽງ. 12 ພໍ່ ອາດ ລູບ ເບິ່ງ ເຮົາ ແລະ ເມື່ອ ຮູ້ ວ່າ ເຮົາ ກຳ ລັງ ຫລອກລວງ ເພິ່ນ ແທນ ທີ່ ເຮົາ ຈະ ໄດ້ ຮັບ ພອນ ເລີຍ ຈະ ຖືກ ສາບແຊ່ງ ຊໍ້າ.” 13 ແມ່ ຕອບ ລາວ ວ່າ, “ລູກ ເອີຍ ຂໍ ໃຫ້ ຄຳສາບແຊ່ງ ຕົກ ຖືກ ແມ່ ເທາະ; ຈົ່ງ ເຮັດ ຕາມ ທີ່ ແມ່ ບອກ ເຖີດ ຈົ່ງ ໄປ ເອົາ ແບ້ ມາ. ” 14 ດັ່ງນັ້ນ ລາວ ຈຶ່ງ ໄປ ເອົາ ແບ້ ມາ ໃຫ້ ແມ່ ເຮັດ ອາຫານ ອັນ ແຊບໆ ທີ່ ອີຊາກ ມັກ. 15 ແລ້ວ ນາງ ເຣເບກາ ກໍ ເອົາ ເສື້ອ ໂຕ ດີທີ່ສຸດ ຂອງ ເອຊາວ ທື່ ມີ ໃນ ເຮືອນ ມາ ໃຫ້ ຢາໂຄບ ໃສ່. 16 ນາງ ເອົາ ໜັງ ແກະ ມາ ປົກ ແຂນ ແລະ ຄໍ ອັນ ກ້ຽງ ຂອງ ລາວ. 17 ນາງ ເອົາ ອາຫານ ອັນ ຫອມຫວນ ແລະ ເຂົ້າ ຈີ່ ທີ່ ຕົນ ເຮັດ ນັ້ນ ໃຫ້ ຢາໂຄບ ຖື ໄປ. 18 ແລ້ວ ຢາໂຄບ ກໍ ໄປ ຫາ ພໍ່ ແລະ ເວົ້າ ວ່າ, “ພໍ່ ເອີຍ ” ຜູ້ ເປັນ ພໍ່ ຈຶ່ງ ຕອບ ວ່າ, “ແມ່ນຫຍັງລູກ ເຈົ້າເປັນ ລູກ ຄົນ ໃດ ຂອງ ພໍ່? ໍ” 19 ຢາໂຄບ ຕອບ ວ່າ, “ລູກ ແມ່ນ ເອຊາວ ລູກຊາຍ ຄົນ ກົກ ຂອງ ພໍ່. ໍ ລູກ ເຮັດ ສິ່ງ ທີ່ ພໍ່ ໄດ້ ບອກ ນັ້ນ ແລ້ວ. ຈົ່ງ ລຸກ ຂຶ້ນ ກິນ ອາຫານ ນີ້ ເຖີດ ເພື່ອ ວ່າ ພໍ່ ຈະ ອວຍພອນ ລູກ.” 20 ອີຊາກ ຖາມ ວ່າ, “ລູກ ໄດ້ ມາ ແຕ່ ໃສ ໄວ ແທ້? ” ຢາໂຄບ ຕອບ ວ່າ, “ອົງພຣະ ຜູ້ ເປັນເຈົ້າ ພຣະເຈົ້າ ຂອງ ພໍ່ ຊ່ວຍ ຫາ ໃຫ້ ລູກ. ” 21 ອີຊາກ ເວົ້າ ກັບ ຢາໂຄບ ວ່າ, “ຈົ່ງ ຫຍັບ ເຂົ້າ ມາ ໃກ້ໆ ພໍ່ ພີ້ ເພື່ອ ພໍ່ ຈະ ລູບ ເບິ່ງ ວ່າ ເຈົ້າ ແມ່ນ ເອຊາວ ແທ້ ຫລື ບໍ່? ໍ” 22 ຢາໂຄບ ຈ່ຶ່ງ ຫຍັບ ເຂົ້າ ໃກ້ ພໍ່ ເພິ່ນ ລູບ ຄໍາ ລາວ ແລະ ເວົ້າ ວ່າ, “ສຽງ ປາກ ຂອງ ເຈົ້າ ຄື ກັບ ສຽງ ປາກ ຂອງ ຢາໂຄບ ແຕ່ ແຂນ ຂອງ ເຈົ້າ ຄື ກັບ ແຂນ ຂອງ ເອຊາວ. ” 23 ເພິ່ນ ບໍ່ ຮູ້ ວ່າ ແມ່ນ ຢາໂຄບ ເພາະ ແຂນ ຂອງ ລາວ ມີ ຂົນ ຄື ກັບ ແຂນ ຂອງ ເອຊາວ. ເພິ່ນ ເກືອບ ຈະ ເລີ່ມ ອວຍພອນ ລາວ, 24 ແຕ່ ເພິ່ນ ຍັງ ຖາມ ຊໍ້າ ອີກ ວ່າ, “ເຈົ້າ ແມ່ນ ເອຊາວ ແທ້ ບໍ? ” ລາວ ຕອບ ວ່າ, “ແມ່ນແທ້. ” 25 ອີຊາກ ຈຶ່ງ ກ່າວ ວ່າ, “ຈົ່ງ ເອົາ ອາຫານ ມາ ໃຫ້ ພໍ່ ກິນ ເມື່ອ ກິນ ແລ້ວ ພໍ່ຈະອວຍພອນ ເຈົ້າ. ” ຢາໂຄບ ຈຶ່ງເອົາ ອາຫານ ມາ ໃຫ້ ພໍ່ ຂອງຕົນ ກິນ ແລະ ເອົາ ເຫລົ້າ ອະງຸ່ນ ໃຫ້ ເພິ່ນ ດື່ມ. 26 ແລ້ວ ເພິ່ນ ກໍ ເວົ້າ ວ່າ, “ລູກເອີຍ ຈົ່ງ ຫຍັບ ເຂົ້າ ມາ ໃກ້ໆ ແລະ ຈູບ ພໍ່ ສາ. ” 27 ພໍ ລາວ ຫຍັບ ເຂົ້າ ໄປ ຈູບ ພໍ່ ຂອງຕົນ ອີຊາກ ກໍໄດ້ ກິ່ນ ເຄື່ອງນຸ່ງ ຂອງ ເອຊາວ. ດັ່ງ ນັ້ນ ເພິ່ນ ຈຶ່ງ ອວຍພອນ ລາວ ວ່າ, “ກິ່ນ ຫອມ ລູກຊາຍ ຂອງຂ້ອຍ ນີ້ ຄື ກິ່ນ ທີ່ ມາ ຈາກ ທົ່ງ ນາ ທີ່ ອົງພຣະ ຜູ້ ເປັນເຈົ້າ ຈອມ ໂລກາ ສົ່ງ ພອນ ລົງ ມາ ໃຫ້. 28 ໂຜດ ໃຫ້ ຄວາມ ຊຸ່ມຊື່ນ ຈາກ ສະຫວັນ ລົງ ມາ ແຜ່ ລ້ຽງ ທົ່ງນາ ແລະ ຕົ້ນ ເຂົ້າ ທັງ ເຫລົ້າ ອະງຸ່ນ ໃຫ້ ມີ ຫລາຍ. 29 ແລ້ວ ຫລາຍໆ ຊົນ ຊາດ ຈະ ຄໍານັບ ຮັບ ຄໍາ ບັນຊາ; ພ້ອມ ພາກັນ ຕັ້ງ ໜ້າ ມາ ຂາບລົງ ຮັບ ໃຊ້ ເຈົ້າ. ຈົ່ງ ປົກ ຄອງ ພວກເຂົາ ໃຫ້ ໄດ້ ດັ່ງ ປົກ ຄອງ ນ້ອງພີ່ ເຊັ່ນ ພີ່ນ້ອງ ແມ່ ເຈົ້າ ຈຸ້ມ ເຈື້ອ ເຫລົ່າ ລູກຫລານ ພວກເຂົາ ຈະ ພາກັນ ມາ ກົ້ມ ຂາບ ກົ້ມ ຄານ ຢ້ານກົວ ຍິ່ງ ຈິງໃຈ ຄໍານັບ ເຈົ້າ ສະເໝີ ດ້າມ ເຈົ້າ ພະຍາ ແທ້ ໃດ ບັດນີ້ ພວກ ເຜົ່າ ໃດ ປ້ອຍດ່າ ເຈົ້າ ພວກເຂົາ ຈະ ຖືກ ປ້ອຍດ່າ ກັບຄືນ ພວກ ເຜົ່າໃດ ອວຍພອນ ເຈົ້າ ພວກເຂົາ ກໍ ຈະ ໄດ້ ຮັບ ພຣະພອນ ນັ້ນ ເໝືອນກັນ.” 30 ພໍ ຢາໂຄບ ໄດ້ ຮັບ ພອນ ຈາກ ອີຊາກ ແລ້ວ ລາວ ກໍ ອໍາລາ ຈາກ ໄປ. ຫລັງຈາກ ນັ້ນ ໜ້ອຍ ໜຶ່ງ ເອຊາວ ອ້າຍ ຂອງ ລາວ ກໍ ກັບ ມາ ແຕ່ ລ່າສັດ. 31 ລາວ ຄົວ ອາຫານ ອັນ ແຊບໆ ແລະ ຖືໄປ ໃຫ້ພໍ່. ລາວ ເວົ້າ ວ່າ, “ພໍ່ ເອີຍ ຈົ່ງ ລຸກ ຂຶ້ນ ກິນ ອາຫານ ຂອງ ລູກ ເຖີດ ເພື່ອ ພໍ່ ຈະ ອວຍພອນ ລູກ.” 32 ອີຊາກ ຖາມ ວ່າ, “ເຈົ້າ ແມ່ນ ໃຜ? ”. ລາວ ຕອບ ວ່າ, “ເຮົາ ແມ່ນ ເອຊາວ ລູກຊາຍກົກ ຂອງ ພໍ່”. 33 ພໍ ໄດ້ຍິນ ດັ່ງ ນັ້ນ ອີຊາກຈຶ່ງ ຕົກໃຈທັງ ສັ່ນ ໝົດ ຕົວ ແລະຖາມວ່າ, “ຖ້າດັ່ງ ນັ້ນ ແມ່ນໃຜ ທີ່ ຂ້າສັດ ແລະ ຈັດ ແຈ່ງອາຫານເອົາ ມາໃຫ້ ພໍ່ກິນ? ພໍ່ ໄດ້ ກິນ ແລະ ອວຍພອນ ທຸກຢ່າງ ແກ່ ລາວ ແລ້ວ ກ່ອນ ເຈົ້າ ມາ ຮອດ ແລະພອນນັ້ນ ກໍ ຈະເປັນ ຂອງລາວຕະຫລອດໄປ.” 34 ເມື່ອ ເອຊາວ ໄດ້ຍິນ ຢ່າງ ນັ້ນ ລາວ ຈຶ່ງ ຮ້ອງໄຫ້ ຂຶ້ນ ຢ່າງ ຂົມ ຂື່ນ ແລະ ເວົ້າ ວ່າ, “ພໍ່ ເອີຍ ຈົ່ງ ອວຍພອນ ລູກ ເໝືອນກັນ ແດ່ ທ້ອນ. ” 35 ອີຊາກ ຕອບ ວ່າ, “ນ້ອງ ຂອງ ເຈົ້າ ຫລອກລວງ ພໍ່. ລາວ ເອົາ ພອນ ທີ່ ເຈົ້າ ຄວນ ຈະ ໄດ້ ຮັບ ນັ້ນ ໄປ ແລ້ວ.” 36 ເອຊາວ ເວົ້າ ວ່າ, “ນີ້ ແມ່ນ ເທື່ອ ທີ ສອງ ທີ່ ລາວ ໄດ້ ໂກງ ລູກ ກໍ ບໍ່ ແມ່ນ ຍ້ອນ ລາວ ຊື່ ຢາໂຄບ (ບ) ນັ້ນ ບໍ? ລາວ ໄດ້ ເອົາ ສິດ ທິ ອ້າຍກົກ ຂອງ ລູກ ໄປ ແລະ ບັດ ນີ້ ລາວ ຊໍ້າ ເອົາ ພອນ ຂອງ ລູກ ໄປ ອີກ. ພໍ່ ບໍ່ ມີ ພອນ ຈັກ ຢ່າງ ເຫລືອ ໄວ້ ໃຫ້ ລູກ ອີກ ແດ່ ບໍ? ” 37 ອີຊາກ ຕອບ ວ່າ, “ພໍ່ ໄດ້ ອວຍພອນ ລາວ ເປັນ ນາຍ ຂອງ ເຈົ້າ ແລະ ໃຫ້ ພວກ ຍາດຕິພີ່ນ້ອງ ເປັນ ຄົນ ຮັບໃຊ້ ລາວ. ພໍ່ໄດ້ ອວຍພອນ ລາວ ໃຫ້ ມີ ເຂົ້າ ແລະ ມີ ເຫລົ້າ ອະງຸ່ນ ຢ່າງ ອຸດົມ ສົມ ບູນ. ບັດນີ້ ພໍ່ ບໍ່ ມີ ຫຍັງ ເຫລືອ ພໍ ທີ່ ຈະ ອວຍພອນ ເຈົ້າ ໄດ້ ດອກ ລູກ ເອີຍ.” 38 ເອຊາວ ສືບ ຕໍ່ ວອນຂໍ ພໍ່ ຂອງຕົນ ວ່າ, “ພໍ່ ເອີຍ ພອນ ຂອງ ພໍ່ ມີ ເທົ່າ ນີ້ ບໍ? ຂໍ ອວຍພອນ ລູກ ແດ່ ທ້ອນ. ” ລາວ ເວົ້າ ພ້ອມ ທັງ ຮ້ອງໄຫ້. 39 ແລ້ວ ອີຊາກ ກໍ ເວົ້າ ວ່າ, “ເຈົ້າ ຈະ ພາກ ຈາກ ຖິ່ນ ທີ່ ສົມ ບູນ ແລະ ຮັ່ງ ມີ; ເຈົ້າ ຈະ ຂາດ ຄວາມ ຊຸ່ມເຢັນ ທີ່ ສະຫວັນ ໂຜດ ໃຫ້. 40 ຊີວິດ ຂອງ ເຈົ້າ ນັ້ນ ຈະ ໃຊ້ ດາບ ຮັບໃຊ້ ນ້ອງຊາຍ ຕົນ; ແຕ່ ໃນ ທີ່ສຸດ ເຈົ້າ ຈະປົດປ່ອຍ ຕົນເອງ ເປັນ ອິດສະຫລະ ຈາກ ເຂົາ ໄດ້. ” 41 ເອຊາວ ກຽດຊັງ ຢາໂຄບ ຍ້ອນ ວ່າ ພໍ່ ໄດ້ ອວຍພອນ ລາວ. ລາວ ຄິດ ວ່າ, “ມື້ ໄວ້ທຸກ ໃຫ້ ພໍ່ ກໍ ໃກ້ ເຂົ້າ ມາ ແລ້ວ; ເມື່ອ ມື້ ນັ້ນ ສິ້ນສຸດ ລົງ ຍາມໃດ ເຮົາ ກໍ ຈະ ຂ້າ ຢາໂຄບ ເສຍ ຍາມນັ້ນ. ” 42 ແຕ່ ນາງ ເຣເບກາ ຮູ້ ແຜນການ ຂອງ ເອຊາວ ກ່ອນ ຈຶ່ງ ໃຊ້ ຄົນ ໄປ ເອີ້ນ ຢາໂຄບ ມາ ແລະ ບອກ ວ່າ, “ລູກ ຈົ່ງ ຟັງ ໃຫ້ ດີ ເອຊາວ ອັາຍ ຂອງ ເຈົ້າ ກຳ ລັງ ວາງແຜນ ຈະ ຂ້າ ເຈົ້າ ເພື່ອ ແກ້ແຄ້ນ. 43 ສະນັ້ນ ຈົ່ງ ເຮັດ ຕາມ ສິ່ງ ທີ່ ແມ່ ບອກ ເຈົ້າ ເດີ ລູກ ເອີຍ. 44 ຈົ່ງ ໜີໄປ ຢູ່ ນຳ ລາບານ ລູງ ຂອງ ເຈົ້າ ທີ່ ເມືອງ ຮາຣານ ຊົ່ວ ໄລຍະ ໜຶ່ງ ກ່ອນ ຈົນ ກວ່າ ອ້າຍ ຂອງ ເຈົ້າ ເຊົາ ຄຽດແຄ້ນ 45 ແລະ ລືມ ສິ່ງ ທີ່ ເຈົ້າ ໄດ້ ເຮັດ ຕໍ່ ລາວ ມາ ນັ້ນ. ແລ້ວ ແມ່ ກໍ ຈະ ໃຊ້ ຄົນ ໄປ ເອົາ ເຈົ້າ ກັບ ຄືນ ມາ. ເປັນ ຫຍັງ ໜໍ ຂ້ອຍ ຈະ ຕ້ອງ ສູນເສຍ ລູກ ທັງ ສອງ ໃນ ມື້ ດຽວ?” 46 ນາງ ເຣເບກາ ເວົ້າ ຕໍ່ ອີຊາກ ວ່າ, “ຂ້ອຍ ເບື່ອ ໜ່າຍ ທີ່ ເອຊາວ ເອົາ ເມຍ ຄົນ ຕ່າງຊາດ. ຖ້າ ຢາໂຄບ ເອົາ ສາວຊາວ ຮິດຕີ ມາ ເປັນ ເມຍ ອີກ ກໍ ໃຫ້ ຂ້ອຍ ຕາຍ ເສຍ ດີກວ່າ.”