26

1 ຢູ່ ຕໍ່ ມາ ມີ ການ ອຶດຢາກ ເກີດຂຶ້ນ ໃນ ປະເທດ ຊຶ່ງ ການ ອຶດ ຢາກ ເຊັ່ນ ນີ້ ເຄີຍ ມີ ມາ ແລ້ວ ໃນ ສະໄໝ ຂອງ ອັບຣາຮາມ. ອີຊາກ ຈຶ່ງ ໄປ ຫາ ເຈົ້າອາບີເມເຫລັກ ຜູ້ ທີ່ ເປັນ ກະສັດ ຂອງ ຊາວ ຟີລິດສະຕິນ ທີ່ ເມືອງ ເກຣາ. 2 ອົງພຣະຜູ້ເປັນເຈົ້າ ໄດ້ ປາກົດ ແກ່ ອີຊາກ ແລະ ບອກ ເພິ່ນ ວ່າ, “ຢ່າ ໄປ ປະເທດ ເອຢິບ; ຈົ່ງ ຢູ່ ໃນ ດິນແດນ ນີ້ ຊຶ່ງ ເປັນ ບ່ອນ ທີ່ ເຮົາ ບອກ ເຈົ້າ ຢູ່. 3 ໃນ ທີ່ນີ້ ເຮົາ ຈະ ຢູ່ ນຳ ເຈົ້າ ແລະ ອວຍພອນ ເຈົ້າ. ເຮົາຈະມອບ ດິນແດນ ທັງ ໝົດ ນີ້ ໃຫ້ ແກ່ ເຈົ້າ ກັບ ເຊື້ອສາຍ ຂອງ ເຈົ້າ. ເຮົາ ຈະ ເຮັດ ໃຫ້ ຄຳ ສາບານ ຊຶ່ງ ເຮົາ ໄດ້ ປະຕິຍານ ໄວ້ ກັບ ອັບຣາຮາມ ພໍ່ ຂອງ ເຈົ້າ ສໍາເລັດ. 4 ເຮົາ ຈະ ໃຫ້ ເຈົ້າ ມີ ເຊື້ອສາຍ ຫລວງຫລາຍ ດັ່ງດວງດາວ ໃນ ທ້ອງຟ້າ ແລະ ເຮົາ ຈະມອບ ດິນແດນ ທັງໝົດນີ້ ໃຫ້ ເຊື້ອສາຍ ຂອງ ເຈົ້າ. ຊົນຊາດ ທັງປວງ ຈະ ໄດ້ ຮັບ ພຣະພອນ ຜ່ານ ທາງ ເຊື້ອ ສາຍ ຂອງ ເຈົ້າ. 5 ເຮົາ ຈະ ອວຍພອນ ເຈົ້າ ເພາະ ອັບຣາຮາມ ເຊື່ອຟັງເຮົາ ໂດຍ ໄດ້ ປະຕິບັດ ຕາມ ຂໍ້ຄໍາສັ່ງ ຂອງເຮົາ.” 6 ດັ່ງນັ້ນ ອີຊາກ ຈຶ່ງ ອາໄສ ຢູ່ ທີ່ ເມືອງ ເກຣາ. 7 ເມື່ອ ຜູ້ຊາຍ ຊາວ ເມືອງ ຖາມ ກ່ຽວກັບ ເມຍຂອງເພິ່ນ ເພິ່ນກໍຕອບ ພວກເຂົາ ວ່າ ນາງ ເປັນນ້ອງສາວ. ເພິ່ນ ບໍ່ ກ້າ ເວົ້າ ວ່າ ນາງ ເປັນ ເມຍ ຂອງຕົນ ເພາະ ຢ້ານ ພວກຜູ້ຊາຍ ຊາວເມືອງນີ້ ຂ້າ ເພິ່ນ ແລະ ເອົານາງ ເຣເບກາ ຜູ້ ເປັນ ຍິງ ສວຍງາມ ນີ້ ໄປ. 8 ເມື່ອ ອີຊາກ ອາໄສ ຢູ່ ໃນ ເມືອງ ນີ້ ຊົ່ວ ໄລຍະ ໜຶ່ງ ແລ້ວ ເຈົ້າອາບີເມເຫລັກ ກະສັດຂອງຊາວ ຟີລິດສະຕິນ ໄດ້ ຫລຽວ ລົງ ມາ ຈາກ ປ່ອງຢ້ຽມ ແລະ ເຫັນ ອີຊາກ ກຳ ລັງ ກອດ ນາງ ເຣເບກາ ເມຍ ຂອງຕົນ ຢູ່. 9 ເຈົ້າອາບີເມເຫລັກ ຈຶ່ງ ເອີ້ນ ອີຊາກ ມາ ແລະ ເວົ້າວ່າ, “ເບິ່ງດູ ນາງ ເປັນ ເມຍ ຂອງ ເຈົ້າ ແທ້ ແຕ່ ເປັນຫຍັງ ເຈົ້າ ຈຶ່ງ ເວົ້າ ວ່າ ນາງ ເປັນ ນ້ອງສາວ? ” ອີຊາກ ຈຶ່ງ ຕອບ ວ່າ, “ເພາະ ຂ້ານ້ອຍ ຢ້ານ ຖືກ ຂ້າ ຖ້າເວົ້າວ່າ ນາງ ເປັນ ເມຍ. ” 10 ເຈົ້າອາບີເມເຫລັກ ເວົ້າວ່າ, “ເປັນ ຫຍັງ ເຈົ້າ ຈຶ່ງ ເຮັດ ກັບ ເຮົາ ດັ່ງ ນີ້? ຄົນ ຂອງເຮົາ ບາງຄົນ ອາດ ນອນ ນຳ ເມຍ ຂອງ ເຈົ້າ ກໍໄດ້ ແລະ ເຈົ້າ ຕ້ອງ ຮັບ ຜິດ ຊອບ ໃນ ຄວາມຜິດ ຂອງ ພວກເຮົາ. ” 11 ດັ່ງນັ້ນ ເຈົ້າອາບີເມເຫລັກ ຈຶ່ງ ອອກ ຄໍາສັ່ງ ເຕືອນ ປະຊາຊົນ ໃນ ເມືອງ ນັ້ນ ວ່າ, “ຖ້າ ຜູ້ໃດ ຜູ້ໜຶ່ງ ຂົ່ມ ເຫັງ ຊາຍ ຜູ້ ນີ້ ແລະ ເມຍ ຂອງ ລາວ ຈະ ໄດ້ ຮັບ ໂທດ ເຖິງ ຕາຍ.” 12 ອີຊາກ ເຮັດ ນາ ໃນ ປະເທດ ນີ້ ແລະ ໃນ ປີ ນັ້ນ ເອງ ເພິ່ນ ເກັບກ່ຽວ ເຂົ້າ ໄດ້ ຮ້ອຍ ເທົ່າ ໃນ ຈຳ ນວນ ເຂົ້າ ທີ່ເພາະປູກ ເພາະ ອົງພຣະຜູ້ ເປັນເຈົ້າ ອວຍພອນ ເພິ່ນ. 13 ອີຊາກ ຈະເລີນ ຮຸ່ງເຮືອງ ຂຶ້ນ ແລະ ກາຍເປັນ ຄົນ ຮັ່ງ ມີ. 14 ຍ້ອນ ເພິ່ນ ມີ ຝູງແກະ, ຝູງງົວ ແລະ ມີ ຄົນຮັບໃຊ້ ຫລາຍ ຄົນ ຊາວ ຟີລິດສະຕິນ ຈຶ່ງ ອິດສາ ເພິ່ນ. 15 ສະນັ້ນ ພວກເຂົາ ຈຶ່ງ ເອົາຂີ້ດິນ ຖົມ ນໍ້າ ສ້າງ ທຸກ ໜ່ວຍ ຊຶ່ງ ຄົນຮັບໃຊ້ ຂອງ ພໍ່ ເພິ່ນ ໄດ້ ຂຸດ ໃນ ສະໄໝ ທີ່ພໍ່ ຂອງ ເພິ່ນ ຍັງມີ ຊີວິດ ຢູ່. 16 ຕໍ່ມາ ເຈົ້າອາບີເມເຫລັກ ໄດ້ ບອກ ອີຊາກ ວ່າ, “ຈົ່ງ ໜີ ໄປ ຈາກ ດິນແດນ ຂອງເຮົາ. ເຈົ້າ ມີ ກຳລັງ ອໍານາດ ຫລາຍກວ່າ ເຮົາ ແລ້ວ. ” 17 ດັ່ງນັ້ນ ອີຊາກ ຈຶ່ງ ໜີໄປ ຕັ້ງ ຄ້າຍພັກ ຢູ່ ຮ່ອມພູ ຂອງ ເມືອງ ເກຣາ ແລະ ຕັ້ງ ຫລັກ ແຫລ່ງ ຢູ່ ໃນທີ່ ນັ້ນ ຊົ່ວ ໄລຍະ ໜຶ່ງ. 18 ເພິ່ນ ຂຸດ ນ້ຳສ້າງ ເກົ່າ ທີ່ ອັບຣາຮາມ ພໍ່ ຂອງຕົນ ໄດ້ ຂຸດ ໄວ້ ໃນ ສະໄໝ ກ່ອນ ແລະ ພວກ ຟີລິດສະຕິນ ໄດ້ ຖົມ ນໍ້າສ້າງ ເຫລົ່ານັ້ນ ຫລັງ ຈາກ ອັບຣາຮາມ ໄດ້ ຕາຍໄປ ແລ້ວ. ອີຊາກ ເອີ້ນ ຊື່ ນ້ຳສ້າງ ທີ່ ຂຸດ ໃໝ່ ນີ້ ເໝືອນ ຊື່ ເດີມ ທີ່ ພໍ່ ຂອງຕົນ ໄດ້ ເອີ້ນມາ ແລ້ວ. 19 ຄົນຮັບໃຊ້ ຂອງ ອີຊາກ ໄດ້ ຂຸດ ນ້ຳ ສ້າງ ທີ່ ຮ່ອມພູ ແລະ ພວກເຂົາ ໄດ້ ພົບນ້ຳອອກບໍ່. 20 ຄົນລ້ຽງສັດ ຂອງ ຊາວ ເມືອງ ເກຣາ ຈຶ່ງ ມາ ຖົກ ຖຽງ ກັນ ກັບ ຄົນ ລ້ຽງສັດ ຂອງ ອີຊາກ ວ່າ, “ບໍ່ນ້ຳ ນີ້ ເປັນ ຂອງ ພວກເຮົາ. ” ດັ່ງ ນັ້ນ ອີຊາກ ຈຶ່ງ ໃສ່ ຊື່ ບໍໍ່ນ້ຳ ນີ້ວ່າ, “ທະເລາະ ວິວາດ.” 21 ຄົນ ຮັບໃຊ້ ຂອງ ອີຊາກ ໄດ້ ຂຸດ ນໍ້າ ສ້າງ ອີກ ໜ່ວຍ ໜຶ່ງ ໃນ ບ່ອນ ນີ້ ກໍ ມີການ ຖົກ ຖຽງ ກັນ ຕື່ມອີກ; ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນ້ຳ ສ້າງ ນີ້ ວ່າ, “ສັດຕູ. ” 22 ເພິ່ນ ຈຶ່ງ ໜີຈາກ ທີ່ ນັ້ນ ແລະ ໄປ ຂຸດ ນໍ້າສ້າງ ທີ່ອື່ນ ອີກ. ໃນ ທີ່ ນີ້ ບໍ່ ມິ ການ ຖົກຖຽງ ກັນ ເກີດຂຶ້ນ. ດັ່ງ ນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນໍ້າສ້າງ ນີ້ ວ່າ, “ອິດສະລະພາບ. ” ເພິ່ນ ເວົ້າ ວ່າ, “ບັດນີ້ ອົງ ພຣະ ຜູ້ ເປັນ ເຈົ້າ ໄດ້ ໃຫ້ ອິດ ສະລະພາບ ແກ່ ພວກເຮົາ ໃນ ດິນແດນ ນີ້ ພວກເຮົາ ຈະ ຈະເລີນ ຮຸ່ງເຮືອງ ຂຶ້ນ ໃນ ທີ່ ນີ້. ” 23 ແລ້ວ ອີຊາກ ກໍ ຈາກ ບ່ອນ ນີ້ ໄປ ຍັງ ເບເອນເຊບາ. 24 ໃນ ຄືນ ນັ້ນ ອົງ ພຣະ ຜູ້ ເປັນ ເຈົ້າ ປາກົດ ແກ່ ເພິ່ນ ແລະ ກ່າວ ວ່າ, “ເຮົາ ເປັນ ພຣະເຈົ້າ ຂອງ ອັບຣາຮາມ ພໍ່ ຂອງ ເຈົ້າ; ຢ່າສູ່ ຢ້ານ ເລີຍ ເພາະ ເຮົາ ຢູ່ ກັບ ເຈົ້າ. ແລະ ອວຍພອນ ໃຫ້ ເຈົ້າ ມີ ເຊື້ອ ສາຍ ຫລວງຫລາຍ; ເຮົາ ໄດ້ ສັນ ຍາ ໄວ້ ກັບ ອັບຣາຮາມ ຜູ້ຮັບໃຊ້ ຂອງເຮົາ. ” 25 ໃນທີ່ນັ້ນ ອີຊາກ ໄດ້ ສ້າງ ແທ່ນບູຊາ ຮ້ອງທູນ ອອກ ນາມຊື່ ອົງ ພຣະ ຜູ້ ເປັນ ເຈົ້າ. ແລ້ວ ເພິ່ນ ກໍ ຕັ້ງ ຄ້າຍພັກ ຢູ່ ທີ່ນັ້ນ ແລະ ຄົນ ຂອງ ເພິ່ນ ກໍ ຂຸດ ນ້ຳສ້າງ ຕື່ມ ອີກ. 26 ເຈົ້າ ອາບີເມເຫລັກ ມາ ແຕ່ ເມືອງ ເກຣາ ພ້ອມ ກັບ ອາຮູສາດ ທີ່ ປຶກສາ ແລະ ຟີໂກນ ແມ່ ທັບ ຂອງຕົນ ເພື່ອ ຢ້ຽມຢາມ ອີຊາກ. 27 ອີຊາກ ຖາມ ວ່າ, “ທ່ານເອີຍ ດ້ວຍເຫດໃດ ຈຶ່ງ ມາ ຫາ ຂ້ານ້ອຍ? ໃນ ເມື່ອທ່ານ ກຽດຊັງ ຂ້ານ້ອຍ ແລະ ຂັບໄລ່ ຂ້ານ້ອຍ ອອກ ມາ ຈາກ ດິນແດນ ຂອງທ່ານ.” 28 ເຈົ້າ ອາບີເມເຫລັກ ຕອບ ວ່າ, “ບັດນີ້ ພວກເຮົາ ຮູ້ ແລ້ວ ວ່າ ອົງ ພຣະຜູ້ ເປັນ ເຈົ້າ ສະຖິດ ຢູ່ ກັບ ເຈົ້າ ແລະ ພວກເຮົາ ຄິດ ວ່າ ເຈົ້າ ແລະ ເຮົາ ຄວນ ມີ ການ ຕົກ ລົງ ກັນ ຢ່າງ ຈິງໃຈ. 29 ພວກເຮົາ ປະສົງ ຢາກ ໃຫ້ ເຈົ້າ ສັນຍາ ວ່າ ຈະ ບໍ່ ທຳ ຮ້າຍ ພວກເຮົາ ດັ່ງ ທີ່ ພວກເຮົາ ບໍ່ ໄດ້ ທໍາຮ້າຍ ເຈົ້າ. ພວກເຮົາ ເມດຕາ ເຈົ້າ ໂດຍ ໃຫ້ ເດີນ ທາງ ອອກ ໜີ ມາ ຢ່າງ ສະຫງົບ ສຸກ. ມາບັດນີ້ ເປັນ ການ ຈະແຈ້ງ ແລ້ວວ່າ ແມ່ນ ອົງ ພຣະ ຜູ້ ເປັນ ເຈົ້າ ທີ່ ອວຍພອນ ເຈົ້າ.” 30 ອີຊາກ ໄດ້ ຈັດງານກິນ ລ້ຽງ ຂຶ້ນ ເພື່ອ ຕ້ອນຮັບ ພວກເພິ່ນ ພວກເພິ່ນ ພາກັນ ກິນ ແລະ ດື່ມ ຢ່າງ ມ່ວນຊື່ນ. 31 ໃນ ຕອນເຊົ້າ ມືດ ທັງ ສອງ ຝ່າຍ ຕ່າງ ກໍ ສາບານ ຕໍ່ ກັນ ແລະກັນ. ອີຊາກ ໄດ້ ສັ່ງ ລາ ພວກເພິ່ນ ແລະ ພວກເພິ່ນ ໄດ້ ອຳລາ ກັບ ເມືອ ຢ່າງ ສັນມິດ ທີ່ ດີ. 32 ໃນ ມື້ ນັ້ນ ເອງ ຄົນ ຮັບ ໃຊ້ ຂອງ ອີຊາກ ໄດ້ ມາ ບອກ ເຖິງ ການ ຂຸດ ນໍ້າສ້າງ ວ່າ, “ເຮົາ ໄດ້ ພົບ ນໍ້າ. ” 33 ດັ່ງ ນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ນ້ຳສ້າງ ນີ້ ວ່າ, “ສາບານ” ຊຶ່ງ ຕໍ່ມາ ໄດ້ ກາຍເປັນ ຊື່ ຂອງ ເມືອງ ເບເອນເຊບາ. (ນ) 34 ເມື່ອ ເອຊາວ ອາຍຸ ໄດ້ 40 ປີ; ເພິ່ນ ແຕ່ງງານ ກັບ ລູກສາວ ຂອງ ຊາວ ຮິດຕີ ສອງ ຄົນ ຄື: ນາງ ຢູດິດ ລູກສາວ ຂອງ ເບເອຣີ ແລະ ນາງ ບາຊາມາດ ລູກສາວ ຂອງ ເອໂລນ. 35 ລູກໃພ້ ສອງ ຄົນ ນີ້ ເຮັດ ໃຫ້ ອີຊາກ ແລະ ນາງ ເຣເບກາ ບໍ່ ມີ ຄວາມ ສຸກໃຈ ເລີຍ.