25

1 ອັບຣາຮາມ ໄດ້ ແຕ່ງງານ ກັບ ຍິງ ອີກ ຜູ້ໜຶ່ງ ຊື່ ວ່າ ເກຕູຣາ. 2 ນາງ ເກີດ ລູກຊາຍ ຫລາຍ ຄົນ ໃຫ້ ເພິ່ນ ດັ່ງນີ້: ສິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. 3 ໂຢກຊານ ເປັນ ພໍ່ ຂອງ ເຊບາ ແລະ ເດດານ; ເຊື້ອສາຍ ຂອງ ເດດານ ມີ ດັ່ງນີ້: ອັດຊູຣີມ, ເຕລູຊີມ ແລະ ເລອຸມມີມ. 4 ລູກຊາຍ ຂອງ ມີດີອານ ມີ ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອັນດາອາ. ພວກເຂົາ ທັງ ໝົດ ເປັນ ລູກຫລານ ຂອງ ນາງ ເກຕູຣາ. 5 ອັບຣາຮາມ ມອບ ມໍຣະດົກ ທຸກຢ່າງ ໃຫ້ ອີຊາກ; 6 ກ່ອນ ຕາຍໄປ ເພິ່ນ ໄດ້ ແບ່ງ ຊັບສິ່ງຂອງ ບາງສ່ວນ ໃຫ້ ລູກຊາຍ ທຸກໆ ຄົນ ທີ່ໄດ້ ຈາກ ເມຍ ຜູ້ ອື່ນ ໆ. ແລ້ວ ກໍ ໃຫ້ ພວກເຂົາ ໜີ ຈາກ ອີຊາກ ລູກຊາຍ ຂອງຕົນ ໄປ ຢູ່ ດິນແດນ ທາງທິດຕາເວັນອອກ. 7 ອັບ​ຣາ​ຮາມ ມີ​ອາ​ຍຸ​ທັງ​ໝົດ 175 ປີ. 8 ຈາກ ນັ້ນ ອັບຣາຮາມ ກໍ ໄດ້ ສິ້ນ ລົມຫາຍໃຈ ແລະ ໄດ້ ຕາຍ ໄປ ໃນ ຂະນະ ທີ່ມີ ອາຍຸ ສູງ ເປັນ ຜູ້ ເຖົ້າ ທີ່ ມີ ອາຍຸ ໝັ້ນຍືນ ແລະ ໄດ້ ຖືກ ຮວບຮວມ ໄວ້ ກັບ ຄົນ ທັງຫລາຍ ຂອງ ຕົນ. 9 ອີຊາກ ແລະ ອິດຊະມາເອນ ລູກຊາຍ ຂອງ ເພິ່ນ ໄດ້ ຝັງສົບ ເພິ່ນ ໄວ້ ທີ່ ຖໍ້າ ມັກເປລາ ໃນ ນາ ທາງທິດຕາເວັນອອກ ຂອງ ເມືອງ ມຳເຣ ຊຶ່ງ ເປັນ ຂອງ ເອຟະໂຣນ ລູກຊາຍ ຂອງ ໂສຮາ ຊາວ ຮິດຕີ. 10 ນາ ບ່ອນ ນີ້ ອັບຣາຮາມ ໄດ້ ຊື້ຈາກ ຊາວ ຮິດຕິ ອັບຣາຮາມ ກັບ ເມຍຂອງເພິ່ນ ທັງສອງກໍຖືກຝັງ ໄວ້ ໃນທີ່ນັ້ນ. 11 ຫລັງ ຈາກ ອັບຣາຮາມ ໄດ້ຕາຍໄປ ແລ້ວ ພຣະເຈົ້າ ໄດ້ ອວຍພອນ ອີຊາກ ລູກຊາຍ ຂອງ ເພິ່ນ ຜູ້ ທີ່ ອາໄສ ຢູ່ ໃກ້ “ນໍ້າສ້າງ ຂອງ ພຣະເຈົ້າ ຜູ້ ເຫັນ ຂ້ອຍ.” 12 ອິດຊະມາເອນ ຜູ້ ທີ່ ນາງ ຮາກາ ສາວໃຊ້ ຊາວເອຢິບ ຂອງ ນາງ ຊາຣາ ເກີດໃຫ້ ອັບຣາຮາມ ນັ້ນ 13 ມີ ລູກຊາຍ ຕາມ ລະດັບ ການ ເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບຊາມ, 14 ມີຊະມາ, ດູມາ, ມັດສາ, 15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະ ເກເດມາ. 16 ພວກເຂົາ ເປັນ ບັນພະບຸລຸດ ຂອງ ສິບສອງ ເຜົ່າ ແລະ ຊື່ ຂອງ ພວກເຂົາ ກາຍເປັນ ຊື່ ຂອງ ບ້ານ ກັບ ທີ່ ພັກ ອາໄສ ຕ່າງໆ. 17 ອິດຊະມາເອນ ໄດ້ ຕາຍໄປ ເມື່ອ ອາຍຸ ໄດ້ 137 ປີ. 18 ເຊື້ອ ສາຍ ຂອງ ອິດຊະມາເອນ ອາໄສ ຢູ່ ໃນ ດິນແດນ ລະຫວ່າງ ເມືອງ ຮາວີລາ ແລະ ຊູເຣ ທີ່ ຢູ່ ທາງທິດຕາເວັນອອກ ຂອງ ປະເທດ ເອຢິບ ຕາມ ທາງ ໄປ ສູ່ ປະເທດ ອັດຊີເຣຍ. ພວກເຂົາ ອາໄສ ຢູ່ ຕ່າງຫາກ ຈາກ ເຊື້ອສາຍ ຂອງ ອັບຣາຮາມ. 19 ຕໍ່ໄປນີ້ ແມ່ນ ເລື່ອງ ຂອງ ອີຊາກ ລູກຊາຍ ຂອງ ອັບຣາຮາມ. 20 ອີຊາກ ມີ ອາຍຸ ໄດ້ 40 ປີ ເມື່ອແຕ່ງງານ ກັບ ເຣເບກາ ລູກສາວ ຂອງ ເບທູເອນ (ຊາວ ປາດານ-ອາຣາມ ຈາກ ເມໂຊໂປຕາເມຍ) ແລະ ເປັນ ນ້ອງສາວ ຂອງ ລາບານ. 21 ຍ້ອນ ນາງ ເຣເບກາ ບໍ່ ມີລູກ ອີຊາກ ຈຶ່ງພາວັນນາ ອະທິຖານ ຕໍ່ ອົງ ພຣະ ຜູ້ ເປັນ ເຈົ້າ ເພື່ອ ນາງ. ພຣະອົງ ຕອບ ຄໍາ ພາວັນ ນາ ອະທິຖານ ຂອງ ລາວ ແລະ ນາງ ເຣເບກາ ຈຶ່ງ ຕັ້ງ ທ້ອງ. 22 ເມື່ອ ນາງ ຖືພາ ຢູ່ ນັ້ນ ລູກ ຝາແຝດ ກໍ ບຽດກັນ ຢູ່ ໃນ ທ້ອງ. ນາງ ເລີຍ ເວົ້າ ວ່າ “ຖ້າ ເປັນ ເຊັ່ນ ນີ້ ເປັນ ຫຍັງ ຂ້ອຍ ຈຶ່ງ ຢາກ ມີ ລູກ? ” ດັ່ງນັ້ນ ນາງ ຈຶ່ງ ພາວັນນາ ອະທິຖານ ຖາມ ອົງ ພຣະ ຜູ້ ເປັນ ເຈົ້າ ກ່ຽວກັບ ເລື່ອງ ນີ້. 23 ອົງ ພຣະ ຜູ້ ເປັນ ເຈົ້າ ຕອບ ນາງ ວ່າ, “ມີ ສອງ ຊົນຊາດ ທີ່ ຢູ່ ພາຍ ໃນ ເຈົ້າ; ເປັນ ສອງ ຊົນ ເຜົ່າ ທີ່ ຈະ ເກີດ ມາ ຕໍ່ສູ້ ກັນ. ສ່ວນ ຜູ້ໜຶ່ງ ນັ້ນ ຈະ ແຂງແຮງ ລື່ນ ກວ່າ; ຜູ້ ອ້າຍ ຈະ ຮັບ ໃຊ້ ຜູ້ ເປັນ ນ້ອງ ຂອງຕົນ.” 24 ເມື່ອ ເຖິງ ກຳ ນົດ ຄອດ ນາງ ໄດ້ ເກີດ ລູກຊາຍ ເປັນ ຝາແຝດ. 25 ຜູ້ ທີ່ ອອກ ມາ ກ່ອນ ແດງ ແລະ ມີ ຂົນ ເຕັມ ຕົວ ເໝືອນເສື້ອ ທີ່ ເຮັດ ດ້ວຍ ຂົນ ສັດ. ດັ່ງນັ້ນ ເພິ່ນ ຈຶ່ງ ໃສ່ ຊື່ ໃຫ້ ລາວ ວ່າ ເອຊາວ. (ຕ) 26 ຜູ້ ທີສອງ ອອກ ມາ ມື ຈັບ ສົ້ນ ໜ່ອງ ຂອງ ເອຊາວ ໄວ້. ສະນັ້ນ ລາວ ຈຶ່ງ ມີ ຊື່ ວ່າ ຢາໂຄບ. (ຖ) ເມື່ອ ລູກຊາຍ ຝາແຝດ ເກີດມາ ອີຊາກ ອາຍຸ ໄດ້ 60 ປີ. 27 ເດັກນ້ອຍ ທັງສອງ ເຕີບ ໃຫຍ່ ຂຶ້ນ ມາ ແລະ ເອຊາວ ກາຍເປັນ ນາຍພານ ທ່ີ່ເກັ່ງກ້າ ທັງ ຊໍານິ ຊຳນານ ແລະ ມັກ ໃຊ້ ຊີວິດ ຢູ່ນອກບ້ານ. ສ່ວນ ຢາໂຄບ ນັ້ນ ເປັນຄົນ ສຸກຂຸມ ແລະ ມັກ ຢູ່ ແຕ່ ໃນເຮືອນ. 28 ອີຊາກ ຮັກ ເອຊາວ ເພາະ ເພິ່ນ ໄດ້ ກິນ ສັດ ທີ່ ລາວ ຫາ ມາ ໄດ້. ສ່ວນ ເຣເບກາ ນັ້ນ ນາງຮັກ ຢາໂຄບ. 29 ມື້ ໜຶ່ງ ເມື່ອ ຢາໂຄບ ກຳ ລັງ ເຮັດ ແກງ ໝາກຖົ່ວ ຢູ່ ກໍ ພໍ ດີ ເອຊາວ ກັບມາ ແຕ່ ລ່າເນື້ອ. ລາວ ຫິວຫລາຍ 30 ຈຶ່ງ ເວົ້າ ກັບ ຢາໂຄບ ວ່າ, “ຂ້ອຍ ຂໍ ກິນແກງ ໝາກຖົ່ວແດງ ຂອງ ເຈົ້າ ຈັກຄໍາ ແດ່ ເພາະ ຂ້ອຍ ຫິວຫລາຍ ແທ້ ໆ. ” (ດ້ວຍ ເຫດຜົນ ດັ່ງ ກ່າວ ນີ້ ເພິ່ນ ຈຶ່ງ ເອີ້ນ ເອຊາວ ວ່າ ເອໂດມ) ( ທ) 31 ຢາໂຄບ ຕອບ ວ່າ, “ຂ້ອຍ ຈະ ໃຫ້ ກິນ ຖ້າ ເຈົ້າ ຂາຍ ສິດ ອ້າຍກົກ ໃຫ້ ຂ້ອຍ. ” 32 ເອຊາວ ຕອບ ວ່າ, “ເອົາລະ ຂ້ອຍ ຫິວ ໃກ້ ຈະ ຕາຍ ຢູ່ແລ້ວ ສິດອ້າຍກົກ ຈະ ມີ ປະໂຫຍດ ຫຍັງ ແກ່ ຂ້ອຍ. ” 33 ຢາໂຄບ ຈຶ່ງ ຕອບ ວ່າ, “ສາບານ ກ່ອນ ແມ ວ່າ ເຈົ້າ ຈະ ມອບ ສິດອ້າຍກົກ ໃຫ້ ຂ້ອຍ. ” ເອຊາວ ຈຶ່ງສາບານ ແລະ ຂາຍ ສິດອ້າຍກົກ ຂອງຕົນ ໃຫ້ ຢາໂຄບ. 34 ແລ້ວ ຢາໂຄບ ກໍ ເອົາ ເຂົ້າ ຈີ່ ແລະ ແກງ ໝາກຖົ່ວ ໃຫ້ ເອຊາວ, ລາວ ກິນ ແລະ ດື່ມ ຈົນ ອີ່ມ ແລ້ວ ກໍ ໜີ ໄປ. ເອຊາວ ໄດ້ ໝິ່ນປະໝາດ ສິດ ຂອງ ອ້າຍກົກ.